ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ້າຍ: ສະມາຊິກ​ຄອບຄົວ​ເບເທນ​ບຸກ​ລິນ​ສະຫຼອງ​ຄລິດສະມາດ​ຄັ້ງ​ສຸດ​ທ້າຍ​ໃນ​ປີ 1926; ຂວາ: ຜູ້​ຄົນ​ສັງເກດ​ວ່າ​ພະຍານ​ພະ​ເຢໂຫວາ​ແຕກຕ່າງ​ຈາກ​ຄົນ​ອື່ນ

ຕອນ 3

ມາດຕະຖານ​ທີ່​ລາຊະອານາຈັກ​ຕັ້ງ​ໄວ້—ສະແຫວງ​ຫາ​ຄວາມ​ຖືກຕ້ອງ​ຊອບທຳ​ຂອງ​ພະເຈົ້າ

ມາດຕະຖານ​ທີ່​ລາຊະອານາຈັກ​ຕັ້ງ​ໄວ້—ສະແຫວງ​ຫາ​ຄວາມ​ຖືກຕ້ອງ​ຊອບທຳ​ຂອງ​ພະເຈົ້າ

ເຈົ້າ​ສັງເກດ​ວ່າ​ໄລຍະ​ນີ້​ເພື່ອນ​ບ້ານ​ມັກ​ເບິ່ງ​ເຈົ້າ​ແລະ​ຄົນ​ໃນ​ຄອບຄົວ​ຕະຫຼອດ ເມື່ອ​ເຈົ້າ​ຍ່າງ​ຜ່ານ​ໜ້າ​ບ້ານ​ລາວ​ແລະ​ຍິ້ມ​ໃຫ້ ລາວ​ກໍ​ຍິ້ມ​ຕອບ​ແລະ​ກວັກ​ມື​ເອີ້ນ​ເຈົ້າ ແລ້ວ​ເວົ້າ​ວ່າ: “ຂ້ອຍ​ຂໍ​ຖາມ​ແດ່​ໄດ້​ບໍ ເປັນ​ຫຍັງ​ຄອບຄົວ​ເຈົ້າ​ບໍ່​ຄື​ກັບ​ຄອບຄົວ​ອື່ນ?” ເຈົ້າ​ຈຶ່ງ​ຖາມ​ຄືນ​ວ່າ: “ບໍ່​ຄື​ແນວ​ໃດ?” ລາວ​ກໍ​ເວົ້າ​ວ່າ: “ພວກ​ເຈົ້າ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຕ່າງ​ຈາກ​ຄົນ​ທີ່​ນັບຖື​ສາສະໜາ​ອື່ນ​ຫຼາຍ ເຈົ້າ​ບໍ່​ສະຫຼອງ​ວັນ​ເກີດ ບໍ່​ມີ​ສ່ວນ​ໃນ​ການ​ເມືອງ​ແລະ​ສົງຄາມ ບໍ່​ສູບ​ຢາ ແລະ​ຄອບຄົວ​ເຈົ້າ​ກໍ​ເບິ່ງ​ຄື​ເປັນ​ຄົນ​ດີ​ມີ​ສິນລະທຳ. ສິ່ງ​ໃດ​ເຮັດ​ໃຫ້​ພວກ​ເຈົ້າ​ຕ່າງ​ຈາກ​ຄົນ​ອື່ນ​ຂະໜາດ​ນີ້?”

ເຈົ້າ​ຮູ້​ວ່າ​ຄຳຕອບ​ນັ້ນ​ກໍ​ຄື: ເພາະ​ເຮົາ​ເປັນ​ປະຊາຊົນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ. ເມື່ອ​ພະ​ເຍຊູ​ເປັນ​ກະສັດ​ເພິ່ນ​ຈະ​ເຮັດ​ໃຫ້​ເຮົາ​ສະອາດ ພະ​ເຍຊູ​ກຳລັງ​ຊ່ວຍ​ເຮົາ​ໃຫ້​ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ເພິ່ນ ເຮົາ​ຈຶ່ງ​ແຕກຕ່າງ​ຈາກ​ຄົນ​ໃນ​ໂລກ​ຊົ່ວ​ນີ້​ຢ່າງ​ເຫັນ​ໄດ້​ແຈ້ງ. ໃນ​ຕອນ​ຕໍ່​ໄປ​ນີ້​ເຮົາ​ຈະ​ເຫັນ​ວິທີ​ທີ່​ກະສັດ​ເມຊີ​ຫຼໍ່ຫຼອມ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ສະອາດ​ທາງ​ດ້ານ​ການ​ນະມັດສະການ ສິນລະທຳ ແລະ​ອົງການ ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ.

ໃນຕອນນີ້

ບົດ​ທີ 10

ກະສັດຫຼໍ່ຫຼອມ​ປະຊາຊົນ​ໃຫ້​ນະມັດສະການ​ພະເຈົ້າ​ຢ່າງ​ຖືກຕ້ອງ

ຕົ້ນ​ກຳເນີດ​ຂອງ​ຄລິດສະມາດ​ກັບ​ໄມ້​ກາງເຂນ​ຄື​ກັນ​ແນວ​ໃດ?

ບົດ​ທີ 11

ການ​ຊຳຮະ​ດ້ານ​ສິນລະທຳ—ສະແດງ​ເຖິງ​ຄວາມ​ບໍລິສຸດ​ຂອງ​ພະເຈົ້າ

ຫ້ອງ​ຍາມ​ແລະ​ທາງ​ເຂົ້າ​ວິຫານ​ໃນ​ນິມິດ​ຂອງ​ເອເຊກຽນ​ມີ​ຄວາມ​ໝາຍ​ພິເສດ​ສຳລັບ​ປະຊາຊົນ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ປີ 1914.

ບົດ​ທີ 12

ຈັດ​ລະບຽບ​ເພື່ອ​ຮັບໃຊ້ “ພະເຈົ້າ​ແຫ່ງ​ສັນຕິສຸກ”

ຄຳພີ​ໄບເບິນ​ຂັດ​ແຍ່ງ​ກັນ​ບໍ​ເມື່ອ​ປຽບ​ທຽບ​ຄວາມ​ເປັນ​ເອກະພາບ​ກັບ​ຄວາມ​ວຸ່ນວາຍ ຍ້ອນ​ຫຍັງ? ແລະ​ຄຳຕອບ​ນີ້​ມີ​ຜົນ​ກະທົບ​ແນວ​ໃດ​ກັບ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້