ບົດທີ 10
ກະສັດຫຼໍ່ຫຼອມປະຊາຊົນໃຫ້ນະມັດສະການພະເຈົ້າຢ່າງຖືກຕ້ອງ
1-3. ພະເຍຊູເຮັດແນວໃດເມື່ອເຫັນສິ່ງທີ່ເຮັດໃຫ້ວິຫານເສື່ອມເສຍ?
ພະເຍຊູນັບຖືແລະໃຫ້ກຽດວິຫານໃນກຸງເຢຣຶຊາເລມຫຼາຍແທ້ໆ. ເພິ່ນຮູ້ວ່າສະຖານທີ່ແຫ່ງນີ້ເປັນສູນກາງຂອງການນະມັດສະການແທ້ໃນໂລກມາດົນແລ້ວ. ແຕ່ການນະມັດສະການພະເຢໂຫວາພະເຈົ້າອົງບໍລິສຸດຕ້ອງເປັນການນະມັດສະການທີ່ບໍລິສຸດສະອາດເທົ່ານັ້ນ. ຕອນນີ້ ລອງນຶກພາບເຫດການໃນວັນທີ 10 ນີຊານປີ ຄ.ສ. 33 ພະເຍຊູຈະຮູ້ສຶກແນວໃດເມື່ອເຂົ້າໄປໃນວິຫານແລ້ວເຫັນສິ່ງທີ່ເຮັດໃຫ້ວິຫານເສື່ອມເສຍ. ໃຫ້ເຮົາມາເບິ່ງນຳກັນວ່າມີຫຍັງເກີດຂຶ້ນໃນທີ່ນັ້ນ?—ອ່ານມັດທາຍ 21:12, 13
2 ມີພວກພໍ່ຄ້າທີ່ໂລບມາກແລະພວກຮັບແລກເງິນທີ່ຢູ່ໜ້າລານວິຫານສຳລັບຄົນຕ່າງຊາດ ເຂົ້າເຈົ້າໄດ້ຂູດຮີດແລະເອົາປຽບຄົນທີ່ເອົາເຄື່ອງມາຖວາຍພະເຢໂຫວາ. a ພະເຍຊູເຂົ້າໄປ “ຂັບໄລ່ຄົນທັງປວງທີ່ໄດ້ຂາຍແລະຊື້ຂອງໃນວິຫານນັ້ນ ແລະໄດ້ຂວ້ຳໂຕະຂອງຄົນທັງຫຼາຍທີ່ແລກເງິນ.” (ທຽບກັບເນເຫມີ 13:7-9) ພະເຍຊູປະນາມຄົນທີ່ເຫັນແກ່ຕົວເຫຼົ່ານັ້ນທີ່ເຮັດໃຫ້ວິຫານຂອງພໍ່ເພິ່ນກາຍເປັນ ‘ຖ້ຳຄົນຂະໂມຍ.’ ພະເຍຊູສະແດງໃຫ້ເຫັນວ່າເພິ່ນນັບຖືແລະໃຫ້ກຽດວິຫານເຊິ່ງພະເຈົ້າໄດ້ຈັດກຽມໄວ້ເພື່ອການນະມັດສະການ. ການນະມັດສະການພະເຈົ້າຕ້ອງສະອາດບໍລິສຸດສະເໝີ!
3 ເກືອບສອງພັນປີຕໍ່ມາ ຫຼັງຈາກທີ່ພະເຍຊູໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດເມຊີ ເພິ່ນໄດ້ຊຳຮະວິຫານອີກຄັ້ງໜຶ່ງ. ການຊຳຮະນີ້ກ່ຽວຂ້ອງກັບເຮົາທຸກຄົນໃນເວລານີ້ທີ່ຕ້ອງການນະມັດສະການພະເຢໂຫວາໃນແບບທີ່ພະອົງຍອມຮັບ ແລ້ວວິຫານທີ່ພະເຍຊູຊຳຮະໃຫ້ສະອາດໃນຄັ້ງນີ້ແມ່ນຫຍັງ?
ຊຳຮະ “ພວກລູກຫຼານເລວີ” ໃຫ້ສະອາດ
4, 5. (ກ) ຕັ້ງແຕ່ປີ 1914 ເຖິງຕົ້ນປີ 1919 ພະເຢໂຫວາໄດ້ຫຼໍ່ຫຼອມແລະຊຳຮະລູກສິດທີ່ຖືກເຈີມຂອງພະເຍຊູແນວໃດ? (ຂ) ການຫຼໍ່ຫຼອມແລະການຊຳຮະປະຊາຊົນຂອງພະເຈົ້າສຳເລັດຕັ້ງແຕ່ຕອນນັ້ນບໍ? ຂໍໃຫ້ອະທິບາຍ
4 ຕາມທີ່ເຮົາອ່ານໃນບົດ 2 ຫຼັງຈາກພະເຍຊູຂຶ້ນເປັນກະສັດໃນປີ 1914 ເພິ່ນກໍມາພ້ອມກັບພໍ່ຂອງເພິ່ນເພື່ອກວດເບິ່ງວິຫານທີ່ມີກຽດກວ່າວິຫານຂອງຊາວຢິວ ເຊິ່ງກໍຄືການຈັດກຽມທຸກຢ່າງຂອງພະເຢໂຫວາຢູ່ເທິງແຜ່ນດິນໂລກເພື່ອການນະມັດສະການອັນບໍລິສຸດ. b ແລ້ວກະສັດເຍຊູກໍພົບວ່າຄລິດສະຕຽນຜູ້ຖືກເຈີມຫຼື “ພວກລູກຫຼານເລວີ” ຍັງບໍ່ສະອາດພຽງພໍ ຕ້ອງໄດ້ຫຼໍ່ຫຼອມແລະຊຳຮະເຂົາເຈົ້າໃຫ້ສະອາດອີກ. (ມລກີ. 3:1-3) ຕັ້ງແຕ່ປີ 1914 ເຖິງຕົ້ນປີ 1919 ພະເຢໂຫວາໄດ້ຫຼໍ່ຫຼອມປະຊາຊົນຂອງພະອົງໂດຍທີ່ຍອມໃຫ້ເຂົາເຈົ້າປະສົບກັບຄວາມຍາກລຳບາກແລະການທົດສອບຫຼາຍຮູບ ແບບ. ແຕ່ໜ້າຍິນດີທີ່ຜູ້ຖືກເຈີມເຫຼົ່ານັ້ນຜ່ານການທົດສອບທີ່ໜັກໜ່ວງມາໄດ້ ເຂົາເຈົ້າກໍສະອາດຂຶ້ນແລະພ້ອມທີ່ຈະສະໜັບສະໜູນກະສັດເມຊີຢ່າງເຕັມທີ!
5 ການຫຼໍ່ຫຼອມແລະການຊຳຮະປະຊາຊົນຂອງພະເຈົ້າສຳເລັດຕັ້ງແຕ່ຕອນນັ້ນບໍ? ບໍ່! ພະເຢໂຫວາໄດ້ໃຫ້ກະສັດເມຊີຊ່ວຍເຫຼືອຜູ້ຕິດຕາມເພິ່ນໃຫ້ເປັນຄົນສະອາດຕະຫຼອດໄລຍະສະໄໝສຸດທ້າຍ ເພື່ອເຂົາເຈົ້າຈະນະມັດສະການພະເຈົ້າໄດ້ຢ່າງຖືກຕ້ອງສະເໝີ. ໃນ 2 ບົດຕໍ່ໄປ ເຮົາຈະເຫັນວິທີທີ່ພະເຍຊູຫຼໍ່ຫຼອມເຂົາເຈົ້າທາງດ້ານສິນລະທຳແລະດ້ານອົງການ ແຕ່ໃນບົດນີ້ເຮົາຈະເບິ່ງວິທີທີ່ກະສັດເຍຊູຫຼໍ່ຫຼອມປະຊາຊົນດ້ານການນະມັດສະການ ທັງໃນວິທີທີ່ເບິ່ງເຫັນແລະເບິ່ງບໍ່ເຫັນ. ການພິຈາລະນາເລື່ອງນີ້ຈະເຮັດໃຫ້ເຮົາມີຄວາມເຊື່ອທີ່ເຂັ້ມແຂງຫຼາຍຂຶ້ນ.
ຮັກສາຕົວໃຫ້ສະອາດບໍລິສຸດ
6. (ກ) ພະເຢໂຫວາສັ່ງຊະເລີຍຊາວຢິວໃຫ້ເຮັດຫຍັງ? (ຂ) ຄຳສັ່ງນີ້ຊ່ວຍເຮົາໃຫ້ໄດ້ຂໍ້ສະຫຼຸບຫຍັງ?
6 ຄວາມສະອາດທາງດ້ານການນະມັດສະການພະເຈົ້າໝາຍຄວາມວ່າແນວໃດ? ເພື່ອຕອບຄຳຖາມນີ້ ໃຫ້ເຮົາມາກວດເບິ່ງຂໍ້ຄວາມທີ່ໂປໂລອ້າງເຖິງໃນຕອນທີ່ພະເຢໂຫວາເວົ້າກັບຊະເລີຍຊາວຢິວທີ່ກຳລັງຈະອອກຈາກເມືອງບາບີໂລນໃນປີ 537 ກ່ອນ ຄ.ສ. (ອ່ານ 2 ໂກລິນໂທ 6:17) ຊະເລີຍເຫຼົ່ານັ້ນກຳລັງຈະກັບໄປເມືອງເຢຣຶຊາເລມເຊິ່ງເປັນບ້ານເກີດຂອງເຂົາເຈົ້າເພື່ອບູລະນະວິຫານແລະຟື້ນຟູການນະມັດສະການແທ້. (ເອເຊດ. 1:2-4) ພະເຢໂຫວາຕ້ອງການໃຫ້ເຂົາເຈົ້າປະຖິ້ມສິ່ງທີ່ກ່ຽວຂ້ອງກັບສາສະໜາຂອງບາບີໂລນທັງໝົດ. ລອງສັງເກດຄຳສັ່ງຕ່າງໆທີ່ວ່າ: “ຈົ່ງອອກມາຈາກທ່າມກາງເຂົາ” “ຈົ່ງຢູ່ຕ່າງຫາກ” ແລະ “ຢ່າບາຍສິ່ງຂອງອັນຖ່ອຍຮ້າຍ.” ການນະມັດສະການທີ່ບໍລິສຸດຂອງພະເຢໂຫວາຕ້ອງບໍ່ເປິເປື້ອນດ້ວຍສາສາສະໜາປອມ ດັ່ງນັ້ນ ເຮົາອາດໄດ້ຂໍ້ສະຫຼຸບຫຍັງ? ຄວາມສະອາດທາງດ້ານການນະມັດສະການພະເຈົ້າກ່ຽວຂ້ອງກັບການປົກປ້ອງເພື່ອບໍ່ໃຫ້ຄຳສອນແລະພິທີກຳຕ່າງໆຂອງສາສະໜາປອມເຂົ້າມາເຈືອປົນກັບຫຼັກຄຳສອນຂອງພະເຈົ້າ.
7. ພະເຍຊູໃຊ້ໃຜເປັນຊ່ອງທາງເພື່ອຊ່ວຍຜູ້ຕິດຕາມເພິ່ນໃຫ້ເປັນຄົນສະອາດທາງດ້ານການນະມັດສະການ?
7 ຫຼັງຈາກຂຶ້ນເປັນກະສັດໄດ້ບໍ່ດົນ ພະເຍຊູກໍໄດ້ກຽມຊ່ອງທາງໜຶ່ງທີ່ເຫັນໄດ້ຢ່າງຊັດເຈນເພື່ອຊ່ວຍຜູ້ຕິດຕາມເພິ່ນໃຫ້ເປັນຄົນສະອາດທາງດ້ານການນະມັດສະການ. ຊ່ອງທາງນັ້ນກໍຄືທາດສັດຊື່ແລະສຸຂຸມທີ່ພະຄລິດໄດ້ແຕ່ງຕັ້ງໃນປີ 1919. (ມັດ. 24:45) ເມື່ອເຖິງປີນັ້ນ ນັກສຶກສາຄຳພີໄບເບິນໄດ້ຊຳຮະຕົວເອງໃຫ້ສະອາດໃນລະດັບໜຶ່ງແລ້ວ ໂດຍປະຕິເສດຄຳສອນຫຼາຍຢ່າງຂອງສາສະໜາປອມ ແຕ່ກໍບໍ່ໝົດພຽງເທົ່ານັ້ນ ເຂົາເຈົ້າຍັງມີບາງຢ່າງທີ່ຕ້ອງຊຳຮະອີກ. ພະຄລິດໄດ້ໃຊ້ທາດສັດຊື່ຂອງເພິ່ນຊ່ວຍຜູ້ຕິດຕາມຄົນອື່ນໆໃຫ້ເຂົ້າໃຈແຈ້ງວ່າເຂົາເຈົ້າຕ້ອງບໍ່ກ່ຽວຂ້ອງກັບພິທີແລະເທສະການຕ່າງໆທາງສາສະໜາ. (ສຸພາ. 4:18) ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
ຄລິດສະຕຽນຄວນສະຫຼອງຄລິດສະມາດບໍ?
8. ຄວາມຈິງເລື່ອງຫຍັງທີ່ນັກສຶກສາຄຳພີໄບເບິນຮູ້ມາດົນແລ້ວກ່ຽວກັບຄລິດສະມາດ ແຕ່ມີສິ່ງໃດທີ່ເຂົາເຈົ້າຍັງບໍ່ເຂົ້າໃຈຊັດເຈນ?
8 ນັກສຶກສາຄຳພີໄບເບິນຮູ້ມາດົນແລ້ວວ່າຄລິດສະມາດມີຕົ້ນຕໍມາຈາກລັດທິນອກຮີດ ເພາະເຂົາເຈົ້າຮູ້ວ່າພະເຍຊູບໍ່ໄດ້ເກີດວັນທີ 25 ທັນວາ. ຫໍສັງເກດການ ທັນວາ 1881 ບອກວ່າ: “ຫຼາຍລ້ານຄົນທີ່ເຄີຍເປັນພວກນອກຮີດໄດ້ເຂົ້າມາໃນຄລິດຕະຈັກ ແຕ່ສ່ວນຫຼາຍກໍປ່ຽນເປັນຄລິດສະຕຽນແຕ່ໃນນາມເທົ່ານັ້ນ ຈາກນັກບວດນອກຮີດ ປ່ຽນເປັນນັກບວດຄລິດສະຕຽນ ຈາກວັນພັກຂອງພວກນອກຮີດເປັນວັນພັກທີ່ເອີ້ນຕາມຊື່ໃໝ່ໆແບບຄລິດສະຕຽນ ແລະຕົວຢ່າງໜຶ່ງກໍຄື ວັນຄລິດສະມາດ.” ຫໍສັງເກດການ ປີ 1883 ໃນຫົວເລື່ອງ “ພະເຍຊູເກີດເມື່ອໃດ?” ໃຫ້ເຫດຜົນວ່າພະເຍຊູເກີດໃນໄລຍະຕົ້ນເດືອນຕຸລາ. c ແຕ່ຕອນນັ້ນນັກສຶກສາຄຳພີໄບເບິນຍັງບໍ່ເຂົ້າໃຈຊັດເຈນວ່າຕ້ອງເຊົາສະຫຼອງຄລິດສະມາດ ເພາະວ່າແມ່ນແຕ່ສະມາຊິກຄອບຄົວເບເທນທີ່ບຸກລິນກໍສະຫຼອງຄືກັນ. ແຕ່ຫຼັງຈາກປີ 1926 ກໍເລີ່ມມີການປ່ຽນແປງ ຍ້ອນຫຍັງ?
9. ໃນທີ່ສຸດນັກສຶກສາຄຳພີໄບເບິນໄດ້ເຂົ້າໃຈຊັດເຈນເລື່ອງຫຍັງຫຼາຍຂຶ້ນກ່ຽວກັບຄລິດສະມາດ?
9 ຫຼັງຈາກກວດສອບເລື່ອງນັ້ນຢ່າງລະອຽດ ນັກສຶກສາຄຳພີໄບເບິນກໍເຂົ້າໃຈວ່າຕົ້ນຕໍຂອງພິທີຕ່າງໆທີ່ກ່ຽວຂ້ອງກັບຄລິດສະມາດເປັນການບໍ່ໃຫ້ກຽດພະເຈົ້າ. ວາລະສານເດິ ໂກເດິນ ເອດຈ 14 ທັນວາ 1927 ຫົວເລື່ອງ “ຕົ້ນກຳເນີດຄລິດສະມາດ” ບອກວ່າ: ຄລິດສະມາດເປັນເທສະການຂອງພວກນອກຮີດທີ່ເນັ້ນແຕ່ເລື່ອງຄວາມມ່ວນຊື່ນສະໜຸກສະໜານ ແລະກ່ຽວຂ້ອງກັບການບູຊາຮູບປັ້ນ. ບົດຄວາມນັ້ນຍັງບອກອີກວ່າພະຄລິດບໍ່ໄດ້ສັ່ງໃຫ້ສະຫຼອງ ແລະຍັງສະຫຼຸບດ້ວຍຄຳເວົ້າແບບກົງໆວ່າ: “ເນື່ອງຈາກການສະຫຼອງຄລິດສະມາດເປັນສິ່ງທີ່ໂລກ ມະນຸດຜິດບາບ ແລະຊາຕານສົ່ງເສີມ . . . ສຳລັບຄົນທີ່ອຸທິດຊີວິດເພື່ອຮັບໃຊ້ພະເຢໂຫວາ ເຫດຜົນສ່ຳນີ້ກໍພຽງພໍແລ້ວທີ່ຈະເຊົາສະຫຼອງຄລິດສະມາດ.” ສະນັ້ນຈຶ່ງບໍ່ແມ່ນເລື່ອງແປກທີ່ສະມາຊິກຄອບຄົວເບເທນບໍ່ສະຫຼອງຄລິດສະມາດໃນເດືອນທັນວາປີນັ້ນ ແລະຢຸດຢ່າງເດັດຂາດຕັ້ງແຕ່ມື້ນັ້ນເປັນຕົ້ນມາ!
10. (ກ) ໃນເດືອນທັນວາ 1928 ມີການໃຫ້ຂໍ້ມູນອັນໃດເພື່ອເປີດໂປງຕົ້ນຕໍຂອງຄລິດສະມາດ? (ເບິ່ງຂອບ “ ຕົ້ນກຳເນີດຂອງຄລິດສະມາດ”) (ຂ) ມີການເຕືອນປະຊາຊົນຂອງພະເຈົ້າກ່ຽວກັບວັນພັກແລະການສະຫຼອງອື່ນໆທີ່ຄວນຫຼີກລ່ຽງແນວໃດ? (ເບິ່ງຂອບ “ ເທສະການອື່ນໆທີ່ຄວນຫຼີກລ່ຽງ”)
10 ໃນປີຕໍ່ມາ ນັກສຶກສາຄຳພີໄບເບິນໄດ້ຮັບຂໍ້ມູນເພີ່ມເຕີມກ່ຽວກັບວັນຄລິດສະມາດ. ພີ່ນ້ອງຣິຊາດ ເອັດຈ. ບາເບີ ເຊິ່ງເປັນສະມາຊິກຄົນໜຶ່ງໃນສຳນັກງານໃຫຍ່ບັນລະຍາຍທາງວິທະຍຸໃນວັນທີ 12 ທັນວາ 1928 ເພື່ອເປີດໂປງຕົ້ນຕໍທີ່ໜ້າລັງກຽດ ຂອງເທສະການນີ້. ເມື່ອປະຊາຊົນຂອງພະເຈົ້າໄດ້ຮັບຄຳແນະນຳທີ່ຈະແຈ້ງຈາກສຳນັກງານໃຫຍ່ ເຂົາເຈົ້າຕອບຮັບແນວໃດ? ເມື່ອພີ່ນ້ອງຊາລ ແບຣນລີນ ເຊິ່ງພາຍຫຼັງໄດ້ເຮັດໜ້າທີ່ຜູ້ດູແລເດີນທາງກໍເວົ້າຄ້າຍຄືກັນວ່າ: “ເຮົາດີໃຈທີ່ສາມາດເຊົາເຮັດຫຍັງບາງຢ່າງເພື່ອພິສູດວ່າເຮົາຮັກພະເຢໂຫວາ.” ລູກສິດທີ່ສັດຊື່ຂອງພະຄລິດເຕັມໃຈປ່ຽນແປງສິ່ງຕ່າງໆທີ່ຈຳເປັນແລະບໍ່ສະຫຼອງເທສະການທີ່ມີຕົ້ນຕໍມາຈາກການນະມັດສະການປອມ. d—ໂຢ. 15:19; 17:14.
11. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາສະໜັບສະໜູນກະສັດເມຊີ?
11 ນັກສຶກສາຄຳພີໄບເບິນເຫຼົ່ານັ້ນໄດ້ວາງແບບຢ່າງທີ່ດີເລີດໃຫ້ກັບພວກເຮົາແທ້ໆ! ເມື່ອຄິດເຖິງຕົວຢ່າງຂອງເຂົາເຈົ້າເຮົາໜ້າຈະຖາມຕົວເອງວ່າ: ‘ຂ້ອຍຮູ້ສຶກແນວໃດກ່ຽວກັບຄຳແນະນຳທີ່ມາຈາກທາດສັດຊື່?’ ‘ຂ້ອຍຍິນດີຍອມຮັບແລະເຮັດຕາມຄຳແນະນຳທີ່ໄດ້ຮຽນຮູ້ບໍ?’ ການເຊື່ອຟັງດ້ວຍຄວາມເຕັມໃຈສະແດງວ່າເຮົາສະໜັບສະໜູນກະສັດເມຊີ ເຊິ່ງກຳລັງໃຊ້ທາດສັດຊື່ໃຫ້ແຈກຢາຍຄວາມຮູ້ຂອງພະເຈົ້າແບບທີ່ເໝາະສົມກັບເວລາແທ້ໆ.—ກິດ. 16:4, 5
ຄລິດສະຕຽນຄວນໃຊ້ໄມ້ກາງເຂນບໍ?
12. ຕະຫຼອດຫຼາຍສິບປີ ນັກສຶກສາຄຳພີໄບເບິນເຄີຍຄິດແນວໃດເລື່ອງໄມ້ກາງເຂນ?
12 ເປັນເວລາຫຼາຍສິບປີທີ່ນັກສຶກສາຄຳພີໄບເບິນເຄີຍຄິດວ່າ ໄມ້ກາງເຂນເປັນສັນຍະລັກທີ່ເໝາະສົມກັບສາສະໜາຄລິດສະຕຽນ. ແຕ່ເຂົາເຈົ້າບໍ່ໄດ້ຄິດທີ່ຈະນະມັດສະການໄມ້ກາງເຂນເລີຍ ເພາະເຂົາເຈົ້າເຂົ້າໃຈດີຢູ່ແລ້ວວ່າການນະມັດສະການຮູບປັ້ນເປັນເລື່ອງທີ່ຜິດ. (1 ໂກ. 10:14; 1 ໂຢ. 5:21) ຕັ້ງແຕ່ປີ 1883 ຫໍສັງເກດການ ໄດ້ເວົ້າແບບກົງໄປກົງມາວ່າ: “ຮູບປັ້ນທັງໝົດເປັນສິ່ງທີ່ພະເຈົ້າລັງກຽດ.” ຕອນທຳອິດນັກສຶກສາຄຳພີໄບເບິນຄິດວ່າບໍ່ແມ່ນເລື່ອງເສຍຫາຍຫຍັງຖ້າຈະໃຊ້ໄມ້ກາງເຂນເປັນພຽງ ສັນຍະລັກ ຕົວຢ່າງເຊັ່ນ: ເຂົາເຈົ້າໃສ່ເຂັມຄັດທີ່ມີຮູບໄມ້ກາງເຂນກັບມົງກຸດຢູ່ເສື້ອດ້ວຍຄວາມພາກພູມໃຈ. ເຂົາເຈົ້າຖືວ່າກາສັນຍະລັກນີ້ເປັນເຄື່ອງໝາຍທີ່ສະແດງວ່າເຂົາເຈົ້າຈະໄດ້ຮັບມົງກຸດແຫ່ງຊີວິດຖ້າເຂົາເຈົ້າສັດຊື່ຕໍ່ພະເຈົ້າຈົນຮອດມື້ຕາຍ ແລະຕັ້ງແຕ່ປີ 1891 ກໍເລີ່ມໃຊ້ກາສັນຍະລັກນີ້ໃນໜ້າປົກຫໍສັງເກດການ.
13. ຜູ້ຕິດຕາມພະຄລິດມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການໃຊ້ໄມ້ກາງເຂນແນວໃດ? (ເບິ່ງຂອບ “ ຄວາມເຂົ້າໃຈທີ່ຊັດເຈນຂຶ້ນເລື້ອຍໆກ່ຽວກັບໄມ້ກາງເຂນ”)
13 ນັກສຶກສາຄຳພີໄບເບິນຮູ້ສຶກພາກພູມໃຈທີ່ໄດ້ໃຊ້ກາສັນຍະລັກນີ້. ແຕ່ເມື່ອເຖິງທ້າຍທົດສະວັດ 1920 ຜູ້ຕິດຕາມພະຄລິດກໍເລີ່ມເຂົ້າໃຈຫຼາຍຂຶ້ນເລື້ອຍໆກ່ຽວກັບຕົ້ນຕໍຂອງໄມ້ກາງເຂນ. ເມື່ອເວົ້າເຖິງການປະຊຸມໃຫຍ່ໃນປີ 1928 ທີ່ເມືອງດີທອຍ ລັດມິຊິແກນ ສະຫະລັດອາເມຣິກາ ພີ່ນ້ອງແກຣນ ຊຸດເຕີເຊິ່ງຕໍ່ມາໄດ້ເປັນຄະນະກຳມະການປົກຄອງເລົ່າວ່າ: “ການປະຊຸມຄັ້ງນັ້ນສະແດງໃຫ້ເຫັນວ່າ ກາສັນຍະລັກຮູບໄມ້ກາງເຂນກັບມົງກຸດນອກຈາກຈະບໍ່ຈຳເປັນຕ້ອງໃຊ້ແລ້ວ ຍັງຜິດອີກທີ່ຈະໃຊ້.” ຕະຫຼອດໄລຍະ 2-3 ປີຫຼັງຈາກນັ້ນກໍມີຄວາມເຂົ້າໃຈຊັດເຈນວ່າ ບໍ່ຄວນໃຊ້ໄມ້ກາງເຂນໃນການນະມັດສະການພະເຈົ້າຢ່າງເດັດຂາດ.
14. ເມື່ອໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບໄມ້ກາງເຂນ ປະຊາຊົນຂອງພະເຈົ້າຕອບຮັບແນວໃດ?
14 ເມື່ອໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບໄມ້ກາງເຂນ ປະຊາຊົນຂອງພະເຈົ້າຕອບຮັບແນວໃດ? ເຂົາເຈົ້າຍັງໃຊ້ກາສັນຍະລັກນັ້ນດ້ວຍຄວາມພາກພູມໃຈອີກຕໍ່ໄປບໍ? ພີ່ນ້ອງລີລາ ໂຣເບີດ ເຊິ່ງຮັບໃຊ້ພະເຢໂຫວາມາດົນແລ້ວເລົ່າວ່າ: “ເມື່ອຮູ້ວ່າມັນໝາຍເຖິງຫຍັງ ເຮົາກໍເຊົາໃຊ້ມັນ.” ພີ່ນ້ອງຍິງທີ່ສັດຊື່ອີກຄົນໜຶ່ງຊື່ອູຊູລາ ເຊີແຣນໂກເວົ້າແທນຄວາມຮູ້ສຶກຂອງຫຼາຍຄົນວ່າ: “ເຮົາເຂົ້າໃຈແລ້ວວ່າສັນຍະລັກທີ່ເຮົາເຄີຍໃຊ້ເພື່ອລະນຶກເຖິງການເສຍຊີວິດຂອງອົງພະຜູ້ເປັນເຈົ້າແລະຄວາມເຫຼື້ອມໃສສັດທາຂອງຄລິດສະຕຽນເປັນສັນຍະລັກຂອງພວກນອກຮີດ. ເຮົາຂອບໃຈທີ່ເສັ້ນທາງຂອງຄວາມຈິງສະຫວ່າງຂຶ້ນເລື້ອຍໆຄືກັບສຸພາສິດ 4:18 ໄດ້ບອກໄວ້.” ລູກສິດທີ່ສັດຊື່ຂອງພະຄລິດບໍ່ຕ້ອງການມີສ່ວນຮ່ວມໃດໆທີ່ບໍ່ສະອາດຂອງສາສະໜາປອມ!
15, 16. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຕັ້ງໃຈແນ່ວແນ່ທີ່ຈະຮັກສາລານວິຫານຂອງພະເຢໂຫວາເທິງແຜ່ນດິນໂລກໃຫ້ສະອາດຢູ່ສະເໝີ?
15 ພວກເຮົາໃນທຸກມື້ນີ້ກໍຕັ້ງໃຈທີ່ຈະເຮັດແບບດຽວກັນ. ເຮົາຮູ້ວ່າພະຄລິດໄດ້ໃຊ້ຊ່ອງທາງທີ່ເຫັນໄດ້ຢ່າງຊັດເຈນເຊິ່ງກໍຄືທາດທີ່ສັດຊື່ແລະສຸຂຸມ ເພື່ອຊ່ວຍປະຊາຊົນຂອງເພິ່ນໃຫ້ເປັນຄົນສະອາດທາງດ້ານການນະມັດສະການພະເຈົ້າ. ດັ່ງນັ້ນ ເມື່ອເຮົາໄດ້ຮັບຄວາມຮູ້ຈາກພະເຈົ້າທີ່ເຕືອນເຮົາໃນເລື່ອງເທສະການ ພິທີກຳ ຫຼືທຳນຽມຕ່າງໆຂອງສາສະໜາປອມ ເຮົາກໍພ້ອມຈະເຊື່ອຟັງແລະເຊົາຫຍຸ້ງກ່ຽວກັບສິ່ງເຫຼົ່ານັ້ນທັນທີ. ຄືກັບພີ່ນ້ອງຊາຍຍິງທີ່ສັດຊື່ເຊິ່ງມີຊີວິດຢູ່ໃນໄລຍະທີ່ພະຄລິດເລີ່ມປົກຄອງໃນສະຫວັນ ເຮົາກໍຕັ້ງໃຈແນ່ວແນ່ທີ່ຈະຮັກສາລານວິຫານຂອງພະເຢໂຫວາທີ່ຢູ່ເທິງແຜ່ນດິນໂລກໃຫ້ສະອາດຢູ່ສະເໝີ.
16 ນອກຈາກນີ້ ຕະຫຼອດໄລຍະສະໄໝສຸດທ້າຍພະຄລິດໄດ້ປົກປ້ອງປະຊາຄົມຕ່າງໆຂອງພະເຢໂຫວາໃນວິທີທີ່ເບິ່ງບໍ່ເຫັນ ເພື່ອບໍ່ໃຫ້ໃຜມາເຮັດໃຫ້ການນະມັດສະການແທ້ເສື່ອມເສຍ. ພະຄລິດຈະເຮັດແນວໃດ? ໃຫ້ເຮົາມາເບິ່ງນຳກັນ.
‘ແຍກຄົນຊົ່ວທັງຫຼາຍອອກຈາກພວກຄົນຊອບທຳ’
17, 18. ຈາກຕົວຢ່າງເລື່ອງດາງກວາດ ວະລີຕໍ່ໄປນີ້ໝາຍເຖິງຫຍັງ? (ກ) ການຢ່ອນດາງກວາດລົງໃນນ້ຳທະເລ (ຂ) ການໂຮມເອົາປາທຸກຢ່າງ (ຄ) ການຄັດເອົາປາດີເກັບໄວ້ໃນແອ່ງ (ງ) ການເອົາປາບໍ່ດີຖິ້ມ.
17 ກະສັດເຍຊູຄລິດເຝົ້າເບິ່ງປະຊາຊົນຂອງພະເຈົ້າໃນປະຊາຄົມຕ່າງໆທົ່ວໂລກ. ເພິ່ນແລະເຫຼົ່າທູດສະຫວັນໄດ້ຄັດແຍກຜູ້ຄົນໃນວິທີທີ່ເຮົາອາດຈະບໍ່ໄດ້ສັງເກດເຫັນ. ພະເຍຊູອະທິບາຍເຖິງວຽກທີ່ກຳລັງເຮັດຢູ່ໂດຍໃຊ້ຕົວຢ່າງປຽບທຽບເລື່ອງດາງກວາດ. (ອ່ານມັດທາຍ 13:47-50) ຕົວຢ່າງເລື່ອງນີ້ໝາຍເຖິງຫຍັງ?
18 ການຢ່ອນ “ດາງກວາດ . . . ລົງໃນນ້ຳທະເລ.” ຄຳວ່າດາງກວາດໃນທີ່ນີ້ໝາຍເຖິງ ການປະກາດເລື່ອງລາຊະອານາຈັກໄປທົ່ວທະເລເຊິ່ງກໍຄືມະນຸດຊາດເພື່ອ “ໂຮມເອົາປາທຸກຢ່າງ” ຂ່າວດີກໍດຶງດູດຄົນທຸກຊະນິດທີ່ຍອມປັບປ່ຽນຕົວເອງເພື່ອມາເປັນຄລິດສະຕຽນແທ້ ລວມທັງຄົນອື່ນໆອີກຫຼາຍຄົນທີ່ອາດເລີ່ມສະແດງຄວາມສົນໃຈ ແຕ່ຍັງບໍ່ໄດ້ສະໜັບສະໜູນການນະມັດສະການແທ້ຢ່າງເຕັມທີ. e ການຄັດເອົາ ‘ປາດີ . . . ເກັບໄວ້ໃນແອ່ງ’ ໝາຍເຖິງການລວບລວມຄົນທີ່ຈິງໃຈເຂົ້າມາໃນປະຊາຄົມເຊິ່ງປຽບຄືກັບແອ່ງ ຢູ່ທີ່ນັ້ນເຂົາເຈົ້າສາມາດນະມັດສະການພະເຢໂຫວາໄດ້ຢ່າງຖືກຕ້ອງ. ສ່ວນປາ “ບໍ່ດີ” ກໍເອົາຖິ້ມ. ຕະຫຼອດໄລຍະສະໄໝສຸດທ້າຍ ພະຄລິດກັບພວກທູດສະຫວັນໄດ້ ‘ແຍກຄົນຊົ່ວທັງຫຼາຍອອກຈາກພວກຄົນຊອບທຳ.’ f ດັ່ງນັ້ນ ຄົນທີ່ບໍ່ຈິງໃຈເຊັ່ນ: ຄົນທີ່ບໍ່ຍອມຖິ້ມຄວາມເຊື່ອຫຼືພິທີທາງສາສະໜາແບບຜິດໆກໍບໍ່ສາມາດເຮັດໃຫ້ປະຊາຄົມເສື່ອມເສຍໄດ້. g
19. ເຈົ້າຮູ້ສຶກແນວໃດທີ່ພະຄລິດໄດ້ປົກປ້ອງປະຊາຊົນໃຫ້ນະມັດສະການພະເຈົ້າໄດ້ຢ່າງສະອາດບໍລິສຸດ?
19 ເຮົາຮູ້ສຶກໝັ້ນໃຈແມ່ນບໍເມື່ອຮູ້ວ່າກະສັດເຍຊູເບິ່ງແຍງຄົນທີ່ຢູ່ພາຍໃຕ້ການປົກຄອງຂອງເພິ່ນ? ແລະເຮົາກໍມີກຳລັງໃຈຄືກັນແມ່ນບໍທີ່ຮູ້ວ່າເພິ່ນກະຕືລືລົ້ນທີ່ຈະປົກປ້ອງການນະມັດສະການແທ້ແລະຄົນທີ່ນະມັດສະການພະເຈົ້າ ຄືກັບຕອນທີ່ເພິ່ນຊຳຮະວິຫານໃນສະຕະວັດທຳອິດ? ເຮົາຮູ້ສຶກຂອບໃຈແທ້ໆສຳລັບສິ່ງທີ່ພະຄລິດໄດ້ເຮັດເພື່ອປົກປ້ອງປະຊາຊົນໃຫ້ນະມັດສະການພະເຈົ້າໄດ້ຢ່າງສະອາດບໍລິສຸດ! ເຮົາຈະສະແດງໃຫ້ເຫັນວ່າເຮົາສະໜັບສະໜູນກະສັດແລະລາຊະອານາຈັກໄດ້ໂດຍບໍ່ເຂົ້າໄປມີສ່ວນຮ່ວມໃດໆກັບສາສະໜາປອມ.
a ເພື່ອຈ່າຍພາສີປະຈຳປີສຳລັບວິຫານ ຊາວຢິວຈາກບ່ອນອື່ນໆຕ້ອງແລກເງິນໃຫ້ເປັນຊະນິດທີ່ມີການກຳນົດໃຫ້ໃຊ້ ຄົນຮັບແລກເງິນກໍຈະໄລ່ຄ່າທຳນຽມຈາກຄົນເຫຼົ່ານັ້ນ. ນອກຈາກນັ້ນ ຄົນທີ່ມາຖວາຍເຄື່ອງບູຊາອາດຕ້ອງຊື້ໂຕສັດນຳອີກ. ສາເຫດທີ່ພະເຍຊູເອີ້ນພໍ່ຄ້າເຫຼົ່ານັ້ນວ່າ: “ຂະໂມຍ” ອາດເປັນຍ້ອນຄົນເຫຼົ່ານັ້ນໂກງລາຄາຫຼືໄລ່ຄ່າທຳນຽມແບບຂູດຮີດ.
b ປະຊາຊົນຂອງພະເຢໂຫວາທີ່ນະມັດ ສະການພະອົງໃນໂລກປຽບເໝືອນຢູ່ໃນລານວິຫານ.
c ບົດຄວາມນີ້ຕັ້ງຂໍ້ສັງເກດວ່າ: ວັນເກີດຂອງພະເຍຊູໃນລະດູໜາວ “ບໍ່ກົງກັບຂໍ້ເທັດຈິງທີ່ວ່າຄົນລ້ຽງແກະກຳລັງເຝົ້າຝູງແກະໃນທົ່ງຫຍ້າຕອນກາງຄືນ.”—ລືກາ 2:8
d ພີ່ນ້ອງເຟຣເດຣິກ ດັບເບິນຢູ. ແຟຣນ ຂຽນຈົດໝາຍລົງວັນທີ 14 ພະຈິກ 1927 ວ່າ: “ເຮົາຈະບໍ່ສະຫຼອງຄລິດສະມາດໃນປີນີ້ ສະມາຊິກຄອບຄົວເບເທນໄດ້ລົງມະຕິວ່າຈະບໍ່ສະຫຼອງຄລິດສະມາດອີກຕໍ່ໄປ.” ສາມເດືອນຕໍ່ມາ ຄືວັນທີ 6 ກຸມພາ 1928 ພີ່ນ້ອງແຟຣນກໍຂຽນຈົດໝາຍອີກວ່າ: “ອົງພະຜູ້ເປັນເຈົ້າໄດ້ຊຳຮະພວກເຮົາເທື່ອລະເລັກເທື່ອລະໜ້ອຍຈາກຄຳສອນຜິດໆຂອງບາບີໂລນຫຼືອົງການສາສະໜາຂອງຊາຕານ.”
e ຕົວຢ່າງເຊັ່ນ: ໃນປີ 2013 ມີຍອດຜູ້ປະກາດ 7.965.954 ຄົນ ແຕ່ມີຍອດຜູ້ເຂົ້າຮ່ວມການປະຊຸມອະນຸສອນເພື່ອລະນຶກເຖິງການເສຍຊີວິດຂອງພະຄລິດເຖິງ 19.241.252 ຄົນ.
f ການແຍກປາດີກັບປາທີ່ບໍ່ດີຕ່າງກັບການແຍກແກະອອກຈາກແບ້. (ມັດ. 25:31-46) ເພາະວ່າການແຍກແກະອອກຈາກແບ້ຫຼືການພິພາກສາຂັ້ນສຸດທ້າຍຈະເກີດຂຶ້ນໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່. ກ່ອນຈະເຖິງຕອນນັ້ນ ຄົນທີ່ເປັນຄືປາບໍ່ດີຍັງມີໂອກາດກັບເຂົ້າມາຫາພະເຢໂຫວາແລະຖືກລວບລວມເຂົ້າມາໃນປະຊາຄົມເຊິ່ງປຽບຄືກັບແອ່ງ.—ມລກີ. 3:7
g ໃນທີ່ສຸດ ຄົນທີ່ບໍ່ເໝາະສົມກໍຈະເປັນຄືກັບປາບໍ່ດີທີ່ຖືກໂຍນເຂົ້າໄປໃນເຕົາໄຟເຊິ່ງໝາຍຄວາມວ່າເຂົາເຈົ້າຈະຖືກທຳລາຍໃນອະນາຄົດ.