ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 12

ຈັດ​ລະບຽບ​ເພື່ອ​ຮັບໃຊ້ “ພະເຈົ້າ​ແຫ່ງ​ສັນຕິສຸກ”

ຈັດ​ລະບຽບ​ເພື່ອ​ຮັບໃຊ້ “ພະເຈົ້າ​ແຫ່ງ​ສັນຕິສຸກ”

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ພະ​ເຢໂຫວາ​ຈັດ​ລະບຽບ​ປະຊາຊົນ​ຂອງ​ພະອົງ​ເທື່ອ​ລະ​ຂັ້ນ

1, 2. ຕັ້ງ​ແຕ່​ເດືອນ​ມັງກອນ 1895 ຫໍສັງເກດການ ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ ແລະ​ພີ່​ນ້ອງ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ນີ້?

 ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ກະຕືລືລົ້ນ​ຊື່​ຈອນ ເອ. ໂບ​ເນັດ ໄດ້​ຮັບ​ຫໍສັງເກດການ ເດືອນ​ມັງກອນ ປີ 1895 ລາວ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ເມື່ອ​ເຫັນ​ຮູບ​ໃໝ່​ທີ່​ຊັດເຈນ​ຢູ່​ໜ້າ​ປົກ​ວາລະສານ​ສະບັບ​ນີ້. ຮູບ​ນີ້​ກໍ​ຄື​ຫໍ​ເຍືອງ​ໄຟ​ທີ່​ສູງ​ສະຫງ່າ​ຢູ່​ກາງ​ທະເລ​ທີ່​ປັ່ນປ່ວນ​ດ້ວຍ​ພາຍຸ ແລະ​ແສງ​ທີ່​ເຈີດ​ຈ້າ​ຂອງ​ຫໍ​ນີ້​ກໍ​ສາດ​ສ່ອງ​ໄປ​ທົ່ວ​ທ້ອງຟ້າ​ທີ່​ມືດ​ມິດ. ຄຳ​ປະກາດ​ທີ່​ລົງ​ໃນ​ວາລະສານ​ສະບັບ​ນີ້​ເອີ້ນ​ຮູບ​ໜ້າ​ປົກ​ນີ້​ວ່າ: “ໂສມ​ໃໝ່​ຂອງ​ເຮົາ.”

2 ເນື່ອງ​ຈາກ​ພີ່​ນ້ອງ​ໂບ​ເນັດ​ມັກ​ຮູບ​ນີ້​ຫຼາຍ ລາວ​ຈຶ່ງ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພີ່​ນ້ອງ​ຣັດ​ເຊ​ວ​ວ່າ: “ຂ້ອຍ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ໜ້າ​ປົກ​ໃໝ່​ຂອງ​ຫໍສັງເກດການ ມັນ​ງາມ​ຫຼາຍ.” ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ສັດ​ຊື່​ອີກ​ຄົນ​ໜຶ່ງ​ທີ່​ຊື່​ຈອນ ເອັດ​ຈ. ບຣາວ ໄດ້​ຂຽນ​ກ່ຽວ​ກັບ​ໜ້າ​ປົກ​ໃໝ່​ນີ້​ວ່າ: “ມັນ​ໂດດ​ເດັ່ນ​ແທ້ໆ ຮາກ​ຖານ​ທີ່​ແຂງແຮງ​ເຮັດ​ໃຫ້​ຫໍ​ເຍືອງ​ໄຟ​ຕ້ານ​ທານ​ແຮງ​ດັນ​ຈາກ​ຄື້ນ​ລົມ​ໄດ້.” ໜ້າ​ປົກ​ໃໝ່​ນີ້​ບໍ່​ແມ່ນ​ການ​ປ່ຽນ​ແປງ​ພຽງ​ຢ່າງ​ດຽວ​ໃນ​ປີ​ນັ້ນ ພີ່​ນ້ອງ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຄັ້ງ​ຍິ່ງໃຫຍ່​ອີກ​ຢ່າງ​ໜຶ່ງ​ໃນ​ເດືອນ​ພະຈິກ ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື: ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັບ​ບັນຫາ​ທີ່​ຖະຫຼົ່ມ​ເຂົ້າ​ມາ​ຄື​ກັບ​ພາຍຸ.

3, 4. (ກ) ຫໍສັງເກດການ 15 ພະຈິກ 1895 ເວົ້າ​ເຖິງ​ບັນຫາ​ຫຍັງ? (ຂ) ມີ​ຄຳ​ປະກາດ​ຫຍັງ​ທີ່​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງ​ຂວາງ?

3 ບົດ​ຄວາມ​ທີ່​ລົງ​ໃນ​ຫໍສັງເກດການ 15 ພະຈິກ 1895 ໄດ້​ເວົ້າ​ແບບ​ກົງໆວ່າ: ອົງການ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ປະສົບ​ບັນຫາ​ທີ່​ເປັນ​ຄື​ກັບ​ພາຍຸ ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ແຕກ​ແຍກ​ກັນ ມີ​ການ​ຖົກ​ຖຽງ​ກັນ​ຫຼາຍ​ຂຶ້ນ​ເລື້ອຍໆວ່າ​ໃຜ​ຄວນ​ນຳ​ໜ້າ​ໃນ​ປະຊາຄົມ​ທ້ອງຖິ່ນ. ເພື່ອ​ຊ່ວຍ​ພີ່​ນ້ອງ​ໃຫ້​ເຫັນ​ວ່າ​ມີ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ແກ້ໄຂ​ເພື່ອ​ກຳຈັດ​ຄວາມ​ແຕກ​ແຍກ​ແລະ​ການ​ແຂ່ງ​ຂັນ​ກັນ ບົດ​ຄວາມ​ນັ້ນ​ຈຶ່ງ​ປຽບ​ທຽບ​ອົງການ​ເປັນ​ຄື​ກັບ​ເຮືອ​ລຳ​ໜຶ່ງ ແລະ​ຍອມ​ຮັບ​ຢ່າງ​ຈິງ​ໃຈ​ວ່າ​ຄົນ​ທີ່​ນຳ​ໜ້າ​ຍັງ​ບໍ່​ໄດ້​ກຽມ​ເຮືອ​ໃຫ້​ພ້ອມ​ທີ່​ຈະ​ຜ່ານ​ຜ່າ​ພາຍຸ. ແລ້ວ​ຕ້ອງ​ເຮັດ​ແນວ​ໃດ?

4 ບົດ​ຄວາມ​ນັ້ນ​ຍັງ​ເວົ້າ​ອີກ​ວ່າ: ກັບ​ຕັນ​ທີ່​ສະຫຼາດ​ຈະ​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ຢູ່​ເທິງ​ເຮືອ​ມີ​ກົງ​ເບັງ​ໄວ້​ພ້ອມ​ບໍ ແລະ​ເມື່ອ​ເກີດ​ພາຍຸ ລູກ​ເຮືອ​ທຸກ​ຄົນ​ພ້ອມ​ທີ່​ຈະ​ໄປ​ປິດ​ປະຕູ​ເຮືອ​ທັນທີ​ບໍ. ຄົນ​ທີ່​ນຳ​ໜ້າ​ໃນ​ອົງການ​ກໍ​ເປັນ​ຄື​ກັບ​ຕັນ​ຄົນ​ນັ້ນ​ທີ່​ຕ້ອງ​ໝັ້ນ​ໃຈ​ວ່າ ມີ​ການ​ກຽມ​ພີ່​ນ້ອງ​ທຸກ​ປະຊາຄົມ​ໃຫ້​ພ້ອມ​ກ່ອນ​ທີ່​ຈະ​ປະເຊີນ​ບັນຫາ​ທີ່​ຖະຫຼົ່ມ​ເຂົ້າ​ມາ​ຄື​ກັບ​ພາຍຸ. ເພື່ອ​ຊ່ວຍ​ພີ່​ນ້ອງ​ໃຫ້​ກຽມ​ພ້ອມ ບົດ​ຄວາມ​ນັ້ນ​ປະກາດ​ວ່າ: ຕັ້ງ​ແຕ່​ນີ້​ເປັນ​ຕົ້ນ​ໄປ “ທຸກ​ປະຊາຄົມ​ຈະ​ຕ້ອງ​ມີ​ການ​ເລືອກ​ຕັ້ງ​ຜູ້​ເຖົ້າ​ແກ່​ເພື່ອ ‘ບຳລຸງ​ລ້ຽງ’ ຝູງ​ແກະ.” (ກິດ. 20:28) ຄຳ​ປະກາດ​ນີ້​ເປັນ​ການ​ປ່ຽນ​ແປງ​ທີ່​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງ​ຂວາງ.

5. (ກ) ເປັນ​ຫຍັງ​ການ​ຈັດ​ໃຫ້​ມີ​ຜູ້​ເຖົ້າ​ແກ່​ເປັນ​ຄັ້ງ​ທຳອິດ​ຈຶ່ງ​ຖື​ວ່າ​ເປັນ​ຄວາມ​ກ້າວ​ໜ້າ​ທີ່​ເໝາະ​ກັບ​ເວລາ? (ຂ) ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ໃນ​ບົດ​ນີ້?

5 ການ​ຈັດ​ໃຫ້​ມີ​ຜູ້​ເຖົ້າ​ແກ່​ເປັນ​ຄັ້ງ​ທຳອິດ​ຖື​ວ່າ​ເປັນ​ຄວາມ​ກ້າວ​ໜ້າ​ທີ່​ເໝາະ​ກັບ​ເວລາ ເຊິ່ງ​ຊ່ວຍ​ປະຊາຄົມ​ໃຫ້​ມີ​ໂຄງ​ສ້າງ​ທີ່​ແຂງແຮງ ແລະ​ຊ່ວຍ​ພີ່​ນ້ອງ​ໃຫ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ທີ່​ເປັນ​ຄື​ກັບ​ພາຍຸ​ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ 1 ໄປ​ໄດ້​ຢ່າງ​ປອດໄພ. ໃນ​ຫຼາຍ​ສິບ​ປີ​ຕໍ່​ມາ ການ​ປັບ​ໂຄງ​ສ້າງ​ໃນ​ອົງການ​ກໍ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ດີ​ຂຶ້ນ. ຄຳ​ພະຍາກອນ​ເລື່ອງ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ເວົ້າ​ເຖິງ​ຄວາມ​ກ້າວ​ໜ້າ​ນີ້? ເຈົ້າ​ເຫັນ​ການ​ປ່ຽນ​ແປງ​ຫຍັງ​ແດ່​ໃນ​ອົງການ​ຂອງ​ພະເຈົ້າ? ແລະ​ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ເລື່ອງ​ນີ້?

‘ເຮົາ​ຈະ​ເອົາ​ຄວາມ​ສັນຕິສຸກ​ມາ​ເປັນ​ຜູ້​ຄຸ້ມຄອງ​ເຈົ້າ’

6, 7. (ກ) ຄຳ​ພະຍາກອນ​ໃນ​ເອຊາອີ 60:17 ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? (ຂ) ຄຳ​ວ່າ: “ຜູ້​ຄຸ້ມຄອງ” ແລະ ‘ຫົວ​ໜ້າ​ງານ’ ກ່ຽວ​ຂ້ອງ​ກັບ​ຫຍັງ?

6 ຕາມ​ທີ່​ໄດ້​ຮຽນ​ໄປ​ແລ້ວ​ໃນ​ບົດ​ທີ 9 ເອຊາອີ​ພະຍາກອນ​ວ່າ: ພະ​ເຢໂຫວາ​ຈະ​ອວຍ​ພອນ​ປະຊາຊົນ​ຂອງ​ພະອົງ​ໃຫ້​ເປັນ​ຊົນຊາດ​ໃຫຍ່. (ເອຊາ. 60:22) ແຕ່​ພະ​ເຢໂຫວາ​ຍັງ​ສັນຍາ​ວ່າ​ຈະ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ. ໃນ​ຄຳ​ພະຍາກອນ​ຂໍ້​ດຽວ​ກັນ​ນີ້ ພະອົງ​ບອກ​ວ່າ: ‘ເຮົາ​ຈະ​ໃຫ້​ຄຳ​ມາ​ໃຊ້​ຕາງ​ທອງ​ເຫຼືອ​ງ ແລະ​ເຮົາ​ຈະ​ໃຫ້​ເງິນ​ມາ​ໃຊ້​ຕາງ​ເຫຼັກ ແລະ​ທອງ​ເຫຼືອ​ງ​ມາ​ໃຊ້​ຕາງ​ໄມ້ ແລະ​ເຫຼັກ​ມາ​ໃຊ້​ຕາງ​ຫີນ ແລະ​ເຮົາ​ຈະ​ເອົາ​ຄວາມ​ສັນຕິສຸກ​ມາ​ເປັນ​ຜູ້​ຄຸ້ມຄອງ​ເຈົ້າ ແລະ​ຄວາມ​ຊອບທຳ​ເປັນ​ພວກ​ຫົວ​ໜ້າ​ງານ​ຂອງ​ເຈົ້າ.’ (ເອຊາ. 60:17) ຄຳ​ພະຍາກອນ​ນີ້​ໝາຍ​ເຖິງ​ຫຍັງ? ແລະ​ກ່ຽວ​ຂ້ອງ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

ນີ້​ບໍ່​ແມ່ນ​ການ​ເອົາ​ວັດ ສະ​ດຸ​ທີ່​ດີ​ມາ​ແທນ​ວັດ ສະ​ດຸ​ທີ່​ບໍ່​ດີ ແຕ່​ເປັນ​ການ​ປ່ຽນ​ວັດສະດຸ​ທີ່​ດີ​ຢູ່​ແລ້ວ​ໃຫ້​ດີ​ກວ່າ​ເກົ່າ

7 ຄຳ​ພະຍາກອນ​ຂອງ​ເອຊາອີ​ບອກ​ວ່າ​ຈະ​ມີ​ການ​ເອົາ​ວັດສະດຸ​ຊະນິດ​ໜຶ່ງ​ມາ​ແທນ​ອີກ​ຊະນິດ​ໜຶ່ງ. ຂໍ​ໃຫ້​ສັງເກດ​ວ່າ ນີ້​ບໍ່​ແມ່ນ​ການ​ເອົາ​ວັດສະດຸ​ທີ່​ດີ​ມາ​ແທນ​ວັດສະດຸ​ທີ່​ບໍ່​ດີ ແຕ່​ເປັນ​ການ​ປ່ຽນ​ວັດສະດຸ​ທີ່​ດີ​ຢູ່​ແລ້ວ​ໃຫ້​ດີ​ກວ່າ​ເກົ່າ. ການ​ເອົາ​ຄຳ​ມາ​ແທນ​ທອງ​ເຫຼືອ​ງ​ສະແດງ​ເຖິງ​ຄວາມ​ກ້າວ​ໜ້າ ແລະ​ການ​ປ່ຽນ​ວັດສະດຸ​ອື່ນໆທີ່​ເວົ້າ​ເຖິງ​ໃນ​ຂໍ້​ນີ້​ກໍ​ມີ​ຄວາມ​ໝາຍ​ແບບ​ດຽວ​ກັນ. ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ດ້ວຍ​ຖ້ອຍຄຳ​ທີ່​ຊັດເຈນ​ວ່າ ປະຊາຊົນ​ຂອງ​ພະອົງ​ຈະ​ກ້າວ​ໜ້າ​ເທື່ອ​ລະ​ຂັ້ນ ແລ້ວ​ຄຳ​ພະຍາກອນ​ຂໍ້​ນີ້​ເວົ້າ​ເຖິງ​ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ໃດ​ແດ່? ເມື່ອ​ພະ​ເຢໂຫວາ​ເວົ້າ​ເຖິງ “ຜູ້​ຄຸ້ມຄອງ” ແລະ ‘ຫົວ​ໜ້າ​ງານ’ ພະອົງ​ບົ່ງ​ຊີ້​ວ່າ ສິ່ງ​ທີ່​ກ້າວ​ໜ້າ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ນີ້​ກໍ​ຄື​ວິທີ​ທີ່​ພະອົງ​ຈັດ​ລະບຽບ​ແລະ​ເອົາໃຈໃສ່​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະອົງ.

8. (ກ) ໃຜ​ເຮັດ​ໃຫ້​ອົງການ​ກ້າວ​ໜ້າ​ຕາມ​ທີ່​ເອຊາອີ​ບອກ​ໄວ້? (ຂ) ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄວາມ​ກ້າວ​ໜ້າ​ນີ້? (ເບິ່ງ​ຂອບ “ ລາວ​ຍອມ​ຮັບ​ການ​ແກ້ໄຂ​ດ້ວຍ​ຄວາມ​ຖ່ອມ​ໃຈ”)

8 ໃຜ​ທີ່​ເຮັດ​ໃຫ້​ອົງການ​ກ້າວ​ໜ້າ? ພະ​ເຢໂຫວາ​ບອກ​ວ່າ: ‘ເຮົາ​ຈະ​ໃຫ້​ຄຳ​ມາ . . . ເຮົາ​ຈະ​ໃຫ້​ເງິນ​ມາ . . . ເຮົາ​ຈະ​ເອົາ​ຄວາມ​ສັນຕິສຸກ​ມາ​ເປັນ​ຜູ້​ຄຸ້ມຄອງ​ເຈົ້າ.’ ທີ່​ຈິງ​ແລ້ວ ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ການ​ຈັດ​ລະບຽບ​ປະຊາຄົມ​ບໍ່​ໄດ້​ເກີດ​ຈາກ​ຄວາມ​ພະຍາຍາມ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພະ​ເຢໂຫວາ​ເອງ. ຕັ້ງ​ແຕ່​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ກະສັດ ພະ​ເຢໂຫວາ​ກໍ​ໃຫ້​ລູກ​ຂອງ​ພະອົງ​ເບິ່ງ​ແຍງ​ວຽກ​ນີ້. ແລ້ວ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄວາມ​ກ້າວ​ໜ້າ​ທີ່​ເກີດ​ຂຶ້ນ? ຂໍ້​ພະ​ຄຳພີ​ຂໍ້​ດຽວ​ກັນ​ນັ້ນ​ບອກ​ວ່າ: ຄວາມ​ກ້າວ​ໜ້າ​ເຫຼົ່າ​ນີ້​ເຮັດ​ໃຫ້​ເກີດ ‘ສັນຕິສຸກ’ ແລະ “ຄວາມ​ຊອບທຳ.” ຖ້າ​ເຮົາ​ຍອມ​ຮັບ​ການ​ຊີ້​ນຳ​ຈາກ​ພະເຈົ້າ​ແລະ​ເຮັດ​ຕາມ ສັນຕິສຸກ​ກໍ​ຈະ​ມີ​ຢູ່​ທ່າມກາງ​ພວກ​ເຮົາ ແລະ​ເມື່ອ​ເຮົາ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ຊອບທຳ ເຮົາ​ກໍ​ຈະ​ຮູ້ສຶກ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຜູ້​ທີ່​ໂປໂລ​ເອີ້ນ​ວ່າ: “ພະເຈົ້າ​ແຫ່ງ​ສັນຕິສຸກ.”—ຟີລິບ 4:9, ລ.ມ.

9. ຄວາມ​ເປັນ​ລະບຽບ​ແລະ​ຄວາມ​ສາມັກຄີ​ໃນ​ປະຊາຄົມ​ຈະ​ເກີດ​ຂຶ້ນ​ໄດ້​ຕ້ອງ​ມີ​ຫຍັງ​ເປັນ​ພື້ນຖານ? ແລະ​ຍ້ອນ​ຫຍັງ?

9 ເມື່ອ​ເວົ້າ​ເຖິງ​ພະ​ເຢໂຫວາ ໂປໂລ​ຂຽນ​ວ່າ: “ພະເຈົ້າ​ບໍ່​ເປັນ​ເຫດ​ໃຫ້​ບັງເກີດ​ວຸ່ນວາຍ ແຕ່​ວ່າ​ເປັນ​ເຫດ​ໃຫ້​ບັງເກີດ​ຄວາມ​ສຸກ​ສຳລານ.” (1 ໂກ. 14:33) ສັງເກດ​ວ່າ​ໂປໂລ​ບໍ່​ໄດ້​ປຽບ​ທຽບ​ຄວາມ​ວຸ່ນວາຍ​ກັບ​ຄວາມ​ເປັນ​ລະບຽບ​ເຊິ່ງ​ເປັນ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັນ ແຕ່​ປຽບ​ທຽບ​ຄວາມ​ວຸ່ນວາຍ​ກັບ​ຄວາມ​ສຸກ​ສຳລານ​ຫຼື​ສັນຕິສຸກ. ຍ້ອນ​ຫຍັງ? ລອງ​ຄິດ​ເຖິງ​ຕົວຢ່າງ​ນີ້: ທະຫານ​ກອງ​ໜຶ່ງ​ອາດ​ຍ່າງ​ເປັນ​ລະບຽບ​ໄປ​ທີ່​ສະ​ໜາມ​ຮົບ ແຕ່​ກໍ​ໄປ​ເພື່ອ​ເຮັດ​ສົງຄາມ​ບໍ່​ແມ່ນ​ເພື່ອ​ສັນຕິພາບ ຄວາມ​ເປັນ​ລະບຽບ​ໂດຍ​ຕົວ​ມັນ​ເອງ​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ສັນຕິສຸກ. ດັ່ງ​ນັ້ນ ພວກ​ເຮົາ​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ບໍ່​ລືມ​ຄວາມ​ຈິງ​ທີ່​ສຳຄັນ​ຂໍ້​ໜຶ່ງ​ເຊິ່ງ​ກໍ​ຄື: ຄວາມ​ເປັນ​ລະບຽບ​ບໍ່​ວ່າ​ຈະ​ຮູບ​ແບບ​ໃດ​ກໍ​ອາດ​ພັງ​ທະລາຍ​ໄດ້​ຖ້າ​ບໍ່​ມີ​ສັນຕິສຸກ​ເປັນ​ພື້ນຖານ ແຕ່​ສັນຕິສຸກ​ທີ່​ມາ​ຈາກ​ພະເຈົ້າ​ສາມາດ​ຮັກສາ​ຄວາມ​ເປັນ​ລະບຽບ​ຕະຫຼອດ​ໄປ​ໄດ້. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ມີ “ພະເຈົ້າ​ຜູ້​ເປັນ​ບໍ່​ເກີດ​ແຫ່ງ​ສັນຕິສຸກ” ຊີ້​ນຳ​ແລະ​ຊຳຮະ​ອົງການ​ໃຫ້​ສະອາດ! (ໂລມ 15:33, ທ.ປ.) ສັນຕິສຸກ​ທີ່​ມາ​ຈາກ​ພະເຈົ້າ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ລະບຽບ​ທີ່​ງົດງາມ​ແລະ​ຄວາມ​ສາມັກຄີ​ຈາກ​ໃຈ​ຈິງ​ໃນ​ປະຊາຄົມ​ຄລິດສະຕຽນ​ທົ່ວ​ໂລກ ເຊິ່ງ​ເຮົາ​ຖື​ວ່າ​ມີ​ຄ່າ​ຫຼາຍ.—ເພງ. 29:11

10. (ກ) ໃນ​ໄລຍະ​ທຳອິດ ອົງການ​ຂອງ​ເຮົາ​ໄດ້​ປັບ​ປ່ຽນ​ຫຍັງ​ແດ່? (ເບິ່ງ​ຂອບ “ ປັບ​ວິທີ​ເບິ່ງ​ແຍງ​ປະຊາຄົມ​ໃຫ້​ດີ​ຂຶ້ນ”) (ຂ) ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຈະ​ພິຈາລະນາ​ນຳ​ກັນ?

10 ຂອບ “ ປັບ​ວິທີ​ເບິ່ງ​ແຍງ​ປະຊາຄົມ​ໃຫ້​ດີ​ຂຶ້ນ” ສະແດງ​ໃຫ້​ເຫັນ​ພາບ​ລວມ​ວ່າ​ໃນ​ໄລຍະ​ທຳອິດ​ອົງການ​ຂອງ​ເຮົາ​ມີ​ການ​ປັບ​ປ່ຽນ​ທີ່​ເປັນ​ປະໂຫຍດ​ແລະ​ເປັນ​ລະບຽບ​ແນວ​ໃດ​ແດ່ ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້ ພະ​ເຢໂຫວາ​ໄດ້​ໃຊ້​ກະສັດ​ຂອງ​ເຮົາ​ໃຫ້​ເອົາ “ຄຳ​ມາ​ແທນ​ທອງ​ເຫຼືອ​ງ” ແນວ​ໃດ? ການ​ປັບ​ວິທີ​ເບິ່ງ​ແຍງ​ປະຊາຄົມ​ສົ່ງເສີມ​ສັນຕິສຸກ​ແລະ​ເອກະພາບ​ຂອງ​ພີ່​ນ້ອງ​ໃນ​ທົ່ວ​ໂລກ​ແນວ​ໃດ? ການ​ປັບ​ປ່ຽນ​ນີ້​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້ “ພະເຈົ້າ​ແຫ່ງ​ສັນຕິສຸກ” ແນວ​ໃດ?

ພະ​ຄລິດ​ນຳ​ໜ້າ​ປະຊາຄົມ​ແນວ​ໃດ?

11. (ກ) ຈາກ​ການ​ສຶກສາ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຄະນະ​ກຳມະການ​ປົກຄອງ​ເຂົ້າ​ໃຈ​ເລື່ອງ​ຫຍັງ​ແຈ້ງ​ຂຶ້ນ? (ຂ) ເຂົາ​ເຈົ້າ​ຕັດສິນ​ໃຈ​ເຮັດ​ຫຍັງ?

11 ຕັ້ງ​ແຕ່​ປີ 1964-1971 ຄະນະ​ກຳມະການ​ປົກຄອງ​ໄດ້​ຈັດ​ໃຫ້​ມີ​ການ​ສຶກສາ​ຄຳພີ​ໄບເບິນ​ຄັ້ງ​ໃຫຍ່​ເພື່ອ​ກວດ​ສອບ​ເລື່ອງ​ຕ່າງໆຢ່າງ​ລະອຽດ ເຊິ່ງ​ລວມ​ເຖິງ​ວິທີ​ທີ່​ພີ່​ນ້ອງ​ໃນ​ສະຕະວັດ​ທຳອິດ​ເບິ່ງ​ແຍງ​ປະຊາຄົມ​ຄລິດສະຕຽນ. a ເມື່ອ​ສຶກສາ​ກ່ຽວ​ກັບ​ໂຄງ​ສ້າງ​ຂອງ​ອົງການ ເຂົາ​ເຈົ້າ​ພົບ​ວ່າ​ຜູ້​ທີ່​ນຳ​ໜ້າ​ທີ່​ເບິ່ງ​ແຍງ​ວຽກ​ໃນ​ປະຊາຄົມ​ໃນ​ສະຕະວັດ​ທຳອິດ​ກໍ​ຄື​ຄະນະ​ຜູ້​ເຖົ້າ​ແກ່ ບໍ່​ແມ່ນ​ຜູ້​ເຖົ້າ​ແກ່​ຫຼື​ຜູ້​ດູ​ແລ​ພຽງ​ຄົນ​ດຽວ. (ອ່ານ​ຟີລິບ 1:1; 1 ຕີໂມເຕ 4:14) ເມື່ອ​ເຂົ້າ​ໃຈ​ເລື່ອງ​ນີ້​ແຈ້ງ​ຂຶ້ນ ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ຮູ້​ວ່າ​ກະສັດ​ເຍຊູ​ກຳລັງ​ຊີ້​ນຳ​ເຂົາ​ເຈົ້າ​ໃຫ້​ປັບ​ປຸງ​ໂຄງ​ສ້າງ​ພາຍ​ໃນ​ອົງການ​ຂອງ​ພະເຈົ້າ​ແລະ​ພີ່​ນ້ອງ​ໃນ​ຄະນະ​ກຳມະການ​ປົກຄອງ​ກໍ​ຍອມ​ຮັບ​ການ​ຊີ້​ນຳ​ຂອງ​ເພິ່ນ. ເຂົາ​ເຈົ້າ​ຈຶ່ງ​ຕັດສິນ​ໃຈ​ລົງ​ມື​ປັບ​ປຸງ​ໂຄງ​ສ້າງ​ຫຼາຍ​ຢ່າງ​ທັນທີ ເພື່ອ​ເຮັດ​ໃຫ້​ການ​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ເປັນ​ໄປ​ຕາມ​ຫຼັກ​ພະ​ຄຳພີ. ແລ້ວ​ໃນ​ໄລຍະ​ຕົ້ນ​ທົດສະວັດ 1970 ເຂົາ​ເຈົ້າ​ໄດ້​ປັບ​ປ່ຽນ​ຫຍັງ​ແດ່?

12. (ກ) ມີ​ການ​ປັບ​ປ່ຽນ​ຫຍັງ​ກ່ຽວ​ກັບ​ຄະນະ​ກຳມະການ​ປົກຄອງ? (ຂ) ຂໍ​ໃຫ້​ອະທິບາຍ​ວ່າ​ຕອນ​ນີ້​ຄະນະ​ກຳມະການ​ປົກຄອງ​ໄດ້​ຈັດ​ລະບົບ​ການ​ເຮັດ​ວຽກ​ແນວ​ໃດ (ເບິ່ງ​ຂອບ “ ວິທີ​ທີ່​ຄະນະ​ກຳມະການ​ປົກຄອງ​ເບິ່ງ​ແຍງ​ວຽກ​ຂອງ​ລາຊະອານາຈັກ” ໜ້າ 130)

12 ສິ່ງ​ທຳອິດ​ທີ່​ປັບ​ປ່ຽນ​ກໍ​ຄື​ຄະນະ​ກຳມະການ​ປົກຄອງ. ຈົນ​ເຖິງ​ຕອນ​ນັ້ນ​ກຸ່ມ​ຜູ້​ຖືກ​ເຈີມ 7 ຄົນ​ທີ່​ເປັນ​ຄະນະ​ກຳມະການ​ປົກຄອງ​ຍັງ​ເຮັດ​ໜ້າ​ທີ່​ເປັນ​ຄະນະ​ກຳມະການ​ບໍລິຫານ​ຂອງ​ສະມາຄົມ​ວັອດທາວເວີ ໄບເບິນ ແອນ ແທັກ ແຫ່ງ​ເພນຊິລເວເນຍ​ນຳ​ອີກ. ແຕ່​ໃນ​ປີ 1971 ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ໄດ້​ເພີ່ມ​ຈາກ 7 ຄົນ​ເປັນ 11 ຄົນ ແລະ​ຕັ້ງ​ແຕ່​ຕອນ​ນັ້ນ​ເຂົາ​ເຈົ້າ​ກໍ​ແຍກ​ເປັນ​ຄົນ​ລະ​ກຸ່ມ​ກັບ​ຄະນະ​ກຳມະການ​ບໍລິຫານ​ຂອງ​ສະມາຄົມ. ສະມາຊິກ​ທຸກ​ຄົນ​ໃນ​ຄະນະ​ກຳມະການ​ປົກຄອງ​ສະເໝີ​ພາບ​ກັນ ເຂົາ​ເຈົ້າ​ຈຶ່ງ​ໝູ​ນ​ວຽນ​ກັນ​ເຮັດ​ໜ້າ​ທີ່​ເປັນ​ປະທານ​ປີ​ລະ​ເທື່ອ ໂດຍ​ລຽງ​ຊື່​ຕາມ​ລຳດັບ​ຕົວ​ອັກສອນ.

13. (ກ) ມີ​ການ​ປັບ​ປ່ຽນ​ຫຍັງ​ໃນ​ປະຊາຄົມ​ເມື່ອ 40 ປີ​ທີ່​ຜ່ານ​ມາ? (ຂ) ຄະນະ​ກຳມະການ​ປົກຄອງ​ໄດ້​ເຮັດ​ຫຍັງ​ໃນ​ປີ 1972?

13 ການ​ປັບ​ປ່ຽນ​ຢ່າງ​ທີ​ສອງ​ຄື​ປະຊາຄົມ. ຕັ້ງ​ແຕ່​ປີ 1932-1972 ມີ​ການ​ແຕ່ງ​ຕັ້ງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ເຮັດ​ໜ້າ​ທີ່​ເບິ່ງ​ແຍງ​ປະຊາຄົມ​ເຊິ່ງ​ເອີ້ນ​ວ່າ ຜູ້​ອຳນວຍ​ການ​ຮັບໃຊ້​ແລະ​ໃຊ້​ຊື່​ນີ້​ຈົນ​ເຖິງ​ປີ 1936. ຫຼັງ​ຈາກ​ນັ້ນ​ກໍ​ປ່ຽນ​ຊື່​ເປັນ​ຜູ້​ຮັບໃຊ້​ປະຊາຄົມ​ແລະ​ຕໍ່​ມາ​ກໍ​ເອີ້ນ​ວ່າ​ຜູ້​ດູ​ແລ​ປະຊາຄົມ. ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເຫຼົ່າ​ນີ້​ເອົາໃຈໃສ່​ຢ່າງ​ຈິງ​ຈັງ​ເພື່ອ​ຊ່ວຍ​ພີ່​ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ສ່ວນ​ຫຼາຍ​ແລ້ວ​ຜູ້​ດູ​ແລ​ປະຊາຄົມ​ຈະ​ຕັດສິນ​ໃຈ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ປະຊາຄົມ​ໂດຍ​ບໍ່​ໄດ້​ປຶກສາ​ຜູ້​ຮັບໃຊ້​ຄົນ​ອື່ນ. ແຕ່​ໃນ​ປີ 1972 ຄະນະ​ກຳມະການ​ປົກຄອງ​ໄດ້​ມີ​ການ​ປັບ​ປ່ຽນ​ຄັ້ງ​ສຳຄັນ​ໃນ​ປະຫວັດສາດ. ການ​ປັບ​ປ່ຽນ​ນີ້​ແມ່ນ​ຫຍັງ?

14. (ກ) ການ​ຈັດ​ກຽມ​ໃໝ່​ທີ່​ເລີ່ມ​ມີ​ຜົນ​ຕັ້ງ​ແຕ່​ວັນ​ທີ 1 ຕຸລາ 1972 ແມ່ນ​ຫຍັງ? (ຂ) ຜູ້​ປະສານ​ງານ​ຄະນະ​ກຳມະການ​ປົກຄອງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຟິ​ລິບ 2:3 ແນວ​ໃດ?

14 ແທນ​ທີ່​ຈະ​ມີ​ພີ່​ນ້ອງ​ຊາຍ​ຄົນ​ດຽວ​ເຮັດ​ໜ້າ​ທີ່​ຜູ້​ດູ​ແລ​ໃນ​ແຕ່​ລະ​ປະຊາຄົມ ພີ່​ນ້ອງ​ຄົນ​ອື່ນ​ທີ່​ມີ​ຄຸນສົມບັດ​ຕາມ​ຫຼັກ​ພະ​ຄຳພີ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສຳນັກງານ​ໃຫຍ່​ທີ່​ບຸກ​ລິນ​ໃຫ້​ເຮັດ​ໜ້າ​ທີ່​ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ນຳ​ອີກ. ເຂົາ​ເຈົ້າ​ຈະ​ເປັນ​ຄະນະ​ຜູ້​ເຖົ້າ​ແກ່​ທີ່​ເບິ່ງ​ແຍງ​ປະຊາຄົມ​ທ້ອງຖິ່ນ. ການ​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ຕາມ​ການ​ຈັດ​ກຽມ​ໃໝ່​ນີ້​ເລີ່ມ​ມີ​ຜົນ​ຕັ້ງ​ແຕ່​ວັນ​ທີ 1 ຕຸລາ 1972. ໃນ​ທຸກ​ມື້​ນີ້ ຄົນ​ທີ່​ເຮັດ​ໜ້າ​ທີ່​ຜູ້​ປະສານ​ງານ​ໃນ​ຄະນະ​ຜູ້​ເຖົ້າ​ແກ່​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ເປັນ​ຫົວ​ໜ້າ​ຂອງ​ຜູ້​ເຖົ້າ​ແກ່​ຄົນ​ອື່ນໆ ແຕ່​ເປັນ “ຄົນ​ຕ່ຳ​ຕ້ອຍ.” (ລືກາ 9:48, ລ.ມ.) ພີ່​ນ້ອງ​ທີ່​ຖ່ອມ​ໃຈ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ຫຼາຍ​ແທ້ໆສຳລັບ​ສັງຄົມ​ພີ່​ນ້ອງ​ໃນ​ທົ່ວ​ໂລກ!—ຟີລິບ 2:3

ເຫັນ​ໄດ້​ແຈ້ງ​ວ່າ ກະສັດ​ທີ່​ມີ​ສາຍ​ຕາ​ແຫຼມ​ຄົມ​ຂອງ​ເຮົາ​ໄດ້​ກຽມ​ຜູ້​ບຳລຸງ​ລ້ຽງ​ໄວ້​ເພື່ອ​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ເພິ່ນ​ໄດ້​ທັນ​ກັບ​ເວລາ​ແລະ​ຄວາມ​ຕ້ອງການ​ແທ້ໆ

15. (ກ) ການ​ປັບ​ປ່ຽນ​ໃຫ້​ຄະນະ​ຜູ້​ເຖົ້າ​ແກ່​ແບ່ງ​ໜ້າ​ທີ່​ກັນ​ເຮັດ​ວຽກ​ເກີດ​ຜົນ​ດີ​ແນວ​ໃດ? (ຂ) ອັນ​ໃດ​ທີ່​ສະແດງ​ວ່າ​ກະສັດ​ເຍຊູ​ມີ​ສາຍ​ຕາ​ທີ່​ແຫຼມ​ຄົມ?

15 ການ​ປັບ​ປ່ຽນ​ໃຫ້​ຄະນະ​ຜູ້​ເຖົ້າ​ແກ່​ແບ່ງ​ໜ້າ​ທີ່​ກັນ​ເຮັດ​ວຽກ​ເກີດ​ຜົນ​ດີ​ຢ່າງ​ເຫັນ​ໄດ້​ແຈ້ງ. ລອງ​ຄິດ​ເຖິງ​ຜົນ​ດີ 3 ຂໍ້​ນີ້: ຂໍ້ 1 ແລະ​ເປັນ​ຂໍ້​ສຳຄັນ​ທີ່​ສຸດ​ຄື ການ​ຈັດ​ກຽມ​ນີ້​ຊ່ວຍ​ຜູ້​ເຖົ້າ​ແກ່​ທຸກ​ຄົນ​ໃຫ້​ຄິດ​ສະເໝີ​ວ່າ ບໍ່​ວ່າ​ລາວ​ຈະ​ແບກ​ຄວາມ​ຮັບ​ຜິດ​ຊອບ​ຫຼາຍ​ຂະໜາດ​ໃດ ຜູ້​ນຳ​ປະຊາຄົມ​ແທ້ໆກໍ​ຄື​ພະ​ເຍຊູ. (ເອເຟ. 5:23) ຂໍ້ 2 ຕາມ​ທີ່​ສຸພາສິດ 11:14 (ລ.ມ.) ກ່າວ​ໄວ້​ວ່າ: “ຖ້າ​ມີ​ທີ່​ປຶກສາ​ຫຼາຍ​ຄົນ​ກໍ​ປະສົບ​ຄວາມ​ສຳເລັດ.” ເມື່ອ​ຜູ້​ເຖົ້າ​ແກ່​ມີ​ການ​ປຶກສາ​ຫາ​ລື​ກັນ​ກ່ຽວ​ກັບ​ເລື່ອງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ໃນ​ປະຊາຄົມ ແລະ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ກັນ​ແລະ​ກັນ ເຂົາ​ເຈົ້າ​ກໍ​ສາມາດ​ຊ່ວຍ​ກັນ​ຕັດສິນ​ໃຈ​ຕາມ​ຫຼັກ​ພະ​ຄຳພີ​ໄດ້. (ສຸພາ. 27:17) ເມື່ອ​ເຮັດ​ແບບ​ນີ້​ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ໃຫ້​ປະສົບ​ຄວາມ​ສຳເລັດ. ຂໍ້ 3 ເນື່ອງ​ຈາກ​ພີ່​ນ້ອງ​ຊາຍ​ທີ່​ມີ​ຄຸນສົມບັດ​ເປັນ​ຜູ້​ເຖົ້າ​ແກ່​ມີ​ຈຳນວນ​ຫຼາຍ​ຂຶ້ນ ອົງການ​ກໍ​ສາມາດ​ເອົາໃຈໃສ່​ແລະ​ບຳລຸງ​ລ້ຽງ​ພີ່​ນ້ອງ​ໃນ​ປະຊາຄົມ​ຕ່າງໆໄດ້​ທັນ​ກັບ​ຄວາມ​ຕ້ອງການ​ທີ່​ມີ​ຫຼາຍ​ຂຶ້ນ​ເລື້ອຍໆໄດ້. (ເອຊາ. 60:3-5) ລອງ​ຄິດ​ເບິ່ງ ປະຊາຄົມ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຈາກ 27.000 ກວ່າ​ປະຊາຄົມ​ໃນ​ປີ 1971 ເປັນ​ຫຼາຍ​ກວ່າ 113.000 ປະຊາຄົມ​ໃນ​ປີ 2013! ເຫັນ​ໄດ້​ແຈ້ງ​ວ່າ ກະສັດ​ທີ່​ມີ​ສາຍ​ຕາ​ແຫຼມ​ຄົມ​ຂອງ​ເຮົາ​ໄດ້​ກຽມ​ຜູ້​ບຳລຸງ​ລ້ຽງ​ໄວ້​ເພື່ອ​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ເພິ່ນ​ໄດ້​ທັນ​ກັບ​ເວລາ​ແລະ​ຄວາມ​ຕ້ອງການ​ແທ້ໆ.—ມີເກ 5:5

“ເປັນ​ຕົວຢ່າງ​ໃຫ້​ຝູງ​ແກະ”

16. (ກ) ຜູ້​ເຖົ້າ​ແກ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ? (ຂ) ນັກ​ສຶກສາ​ຄຳພີ​ໄບເບິນ​ຮູ້ສຶກ​ແນວ​ໃດ​ກັບ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ໃຫ້ “ລ້ຽງ​ຝູງ​ແກະ”?

16 ຫວນ​ກັບ​ໄປ​ໃນ​ສະໄໝ​ທຳອິດ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ ຜູ້​ເຖົ້າ​ແກ່​ເຂົ້າ​ໃຈ​ດີ​ຢູ່​ແລ້ວ​ວ່າ​ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຕ້ອງ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ຮັບໃຊ້​ພະເຈົ້າ​ຕໍ່ໆໄປ. (ອ່ານ​ຄາລາຊີ 6:10) ບົດ​ຄວາມ​ໜຶ່ງ​ໃນ​ຫໍສັງເກດການ ປີ 1908 ເວົ້າ​ເຖິງ​ຄຳ​ເຕືອນ​ຂອງ​ພະ​ເຍຊູ​ວ່າ: “ຈົ່ງ​ເປັນ​ຜູ້​ລ້ຽງ​ແກະ​ທັງ​ຫຼາຍ​ຂອງ​ເຮົາ​ເຖີ້ນ.” (ໂຢ. 21:15-17) ບົດ​ຄວາມ​ນັ້ນ​ບອກ​ພວກ​ຜູ້​ເຖົ້າ​ແກ່​ວ່າ: “ວຽກ​ທີ່​ນາຍ​ຂອງ​ເຮົາ​ສັ່ງ​ໃຫ້​ເບິ່ງ​ແຍງ​ຝູງ​ແກະ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ ເຂົາ​ເຈົ້າ​ຕ້ອງ​ຢູ່​ໃນ​ໃຈ​ເຮົາ​ສະເໝີ ແລະ​ເຮົາ​ຄວນ​ຖື​ວ່າ​ການ​ທີ່​ໄດ້​ລ້ຽງ​ແລະ​ເອົາໃຈໃສ່​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ເປັນ​ວຽກ​ທີ່​ມີ​ກຽດ​ແທ້ໆ.” ຫໍສັງເກດການ ປີ 1925 ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຮັດ​ໜ້າ​ທີ່​ຜູ້​ລ້ຽງ​ແກະ ໂດຍ​ເຕືອນ​ຜູ້​ເຖົ້າ​ແກ່​ວ່າ: “ປະຊາຄົມ​ຂອງ​ພະເຈົ້າ​ເປັນ​ຂອງ​ພະອົງ​ເອງ . . . ແລະ​ທຸກ​ຄົນ​ທີ່​ມີ​ສິດທິ​ພິເສດ​ໃນ​ການ​ຮັບໃຊ້​ພີ່​ນ້ອງ​ຈະ​ຕ້ອງ​ໃຫ້​ການ​ຕໍ່​ພະອົງ.”

17. ອົງການ​ໄດ້​ຊ່ວຍ​ຜູ້​ເຖົ້າ​ແກ່​ໃຫ້​ພັດທະນາ​ຄວາມ​ສາມາດ​ໃນ​ການ​ບຳລຸງ​ລ້ຽງ​ແນວ​ໃດ?

17 ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ຜູ້​ເຖົ້າ​ແກ່​ໃຫ້​ພັດທະນາ​ຄວາມ​ສາມາດ​ໃນ​ການ​ບຳລຸງ​ລ້ຽງ​ຄື​ກັບ​ການ​ນຳ​ເອົາ ‘ເງິນ​ມາ​ແທນ​ເຫຼັກ’ ແນວ​ໃດ? ໃນ​ປີ 1959 ມີ​ການ​ຈັດ​ໂຮງ​ຮຽນ​ພະ​ລາຊະກິດ​ສຳລັບ​ຜູ້​ເຖົ້າ​ແກ່​ຂຶ້ນ​ເປັນ​ເທື່ອ​ທຳອິດ. ໃນ​ຫຼັກ​ສູດ​ນີ້​ມີ​ສ່ວນ​ໜຶ່ງ​ທີ່​ເນັ້ນ​ເລື່ອງ “ການ​ເອົາໃຈໃສ່​ເບິ່ງ​ແຍງ​ພີ່​ນ້ອງ​ແຕ່​ລະ​ຄົນ” ເຊິ່ງ​ສະໜັບສະໜູນ​ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ “ເຮັດ​ຕາ​ຕະລາງ​ເພື່ອ​ໄປ​ຢ້ຽມ​ຢາມ​ຜູ້​ປະກາດ​ຢູ່​ເຮືອນ” ແລະ​ຍັງ​ສອນ​ວິທີ​ບຳລຸງ​ລ້ຽງ​ທີ່​ເສີມ​ສ້າງ​ພີ່​ນ້ອງ​ນຳ​ອີກ. ໃນ​ປີ 1966 ໂຮງ​ຮຽນ​ພະ​ລາຊະກິດ​ມີ​ການ​ປັບ​ປຸງ​ຫຼັກ​ສູດ​ໃຫ້​ທັນ​ສະໄໝ​ຫຼາຍ​ຂຶ້ນ ເຊິ່ງ​ມີ​ສ່ວນ​ໜຶ່ງ​ທີ່​ເນັ້ນ​ເລື່ອງ “ຄວາມ​ສຳຄັນ​ຂອງ​ການ​ບຳລຸງ​ລ້ຽງ.” ເປົ້າ​ໝາຍ​ແມ່ນ​ຫຍັງ? ຄົນ​ທີ່​ນຳ​ໜ້າ “ຄວນ​ເບິ່ງ​ແຍງ​ແກະ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຮັກ ແຕ່​ກໍ​ບໍ່​ຄວນ​ລະເລີຍ​ຄອບຄົວ​ຂອງ​ຕົວ​ເອງ​ແລະ​ວຽກ​ປະກາດ.” ເມື່ອ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້​ກໍ​ມີ​ອີກ​ຫຼາຍ​ໂຮງ​ຮຽນ​ທີ່​ຈັດ​ຂຶ້ນ​ເພື່ອ​ຜູ້​ເຖົ້າ​ແກ່ ການ​ຝຶກ​ອົບຮົມ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນີ້​ເກີດ​ຜົນ​ແນວ​ໃດ? ໃນ​ທຸກ​ມື້​ນີ້ ປະຊາຄົມ​ຄລິດສະຕຽນ​ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ໝື່ນ​ຄົນ​ທີ່​ມີ​ຄຸນສົມບັດ​ເປັນ​ຜູ້​ບຳລຸງ​ລ້ຽງ​ແກະ​ຂອງ​ພະເຈົ້າ.

ໂຮງ​ຮຽນ​ພະ​ລາຊະກິດ​ຢູ່​ປະເທດ​ຟີລິບປິນ​ໃນ​ປີ 1966

18. (ກ) ວຽກ​ທີ່​ຜູ້​ເຖົ້າ​ແກ່​ຕ້ອງ​ຮັບ​ຜິດ​ຊອບ​ແມ່ນ​ຫຍັງ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຮັກ​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ວຽກ​ໜັກ?

18 ໂດຍ​ທາງ​ພະ​ເຍຊູ​ກະສັດ​ຂອງ​ເຮົາ ພະ​ເຢໂຫວາ​ໄດ້​ໃຫ້​ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ເຮັດ​ວຽກ​ທີ່​ສຳຄັນ​ຫຼາຍ. ວຽກ​ນັ້ນ​ແມ່ນ​ຫຍັງ? ຄື​ການ​ນຳ​ແກະ​ຂອງ​ພະເຈົ້າ​ໃຫ້​ລອດ​ຜ່ານ​ຍຸກ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມະນຸດ. (ເອເຟ. 4:11, 12; 2 ຕີໂມ. 3:1) ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຮັກ​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ວຽກ​ໜັກ ຍ້ອນ​ວ່າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: “ໃຫ້​ເອົາໃຈໃສ່​ຝູງ​ແກະ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ພວກ​ທ່ານ . . . ຢ່າງ​ເຕັມ​ໃຈ . . . ຢ່າງ​ກະຕືລືລົ້ນ . . . ເປັນ​ຕົວຢ່າງ​ໃຫ້​ຝູງ​ແກະ.” (1 ເປ. 5:2, 3, ລ.ມ.) ໃຫ້​ເຮົາ​ມາ​ເບິ່ງ 2 ວິທີ​ທີ່​ຜູ້​ເຖົ້າ​ແກ່​ໄດ້​ວາງ​ແບບ​ຢ່າງ​ໃຫ້​ຝູງ​ແກະ ທັງ​ຍັງ​ສົ່ງເສີມ​ປະຊາຄົມ​ໃຫ້​ມີ​ສັນຕິສຸກ​ແລະ​ຄວາມ​ຍິນດີ.

ຜູ້​ເຖົ້າ​ແກ່​ໃນ​ທຸກ​ມື້​ນີ້​ບຳລຸງ​ລ້ຽງ​ຝູງ​ແກະ​ຂອງ​ພະເຈົ້າ​ແນວ​ໃດ?

19. ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຜູ້​ເຖົ້າ​ແກ່​ໄປ​ປະກາດ​ກັບ​ເຮົາ?

19 ວິທີ​ທຳອິດ​ຄື: ຜູ້​ເຖົ້າ​ແກ່​ເຮັດ​ວຽກ​ຮ່ວມ​ກັບ​ສະມາຊິກ​ຂອງ​ປະຊາຄົມ. ລືກາ​ຜູ້​ຂຽນ​ພະທຳ​ກິດຕິຄຸນ​ເວົ້າ​ເຖິງ​ພະ​ເຍຊູ​ວ່າ: ເພິ່ນ​ເດີນ​ທາງ​ໄປ​ຕາມ​ເມືອງ​ແລະ​ຕາມ​ໝູ່​ບ້ານ​ເພື່ອ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ ‘ລູກ​ສິດ 12 ຄົນ​ນັ້ນ​ໄດ້​ໄປ​ນຳ​ພະ​ເຍຊູ.’ (ລືກາ 8:1) ຄື​ກັບ​ພະ​ເຍຊູ​ໄດ້​ເຮັດ​ວຽກ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ລູກ​ສິດ ຜູ້​ເຖົ້າ​ແກ່​ທີ່​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ທຸກ​ມື້​ນີ້​ກໍ​ອອກ​ປະກາດ​ກັບ​ພີ່​ນ້ອງ. ເຂົາ​ເຈົ້າ​ຮູ້​ດີ​ວ່າ​ການ​ເຮັດ​ວຽກ​ແບບ​ນີ້​ຈະ​ຊ່ວຍ​ສົ່ງເສີມ​ນ້ຳໃຈ​ທີ່​ດີ​ງາມ​ໃຫ້​ປະຊາຄົມ​ໄດ້​ຫຼາຍ. ພີ່​ນ້ອງ​ໃນ​ປະຊາຄົມ​ຮູ້ສຶກ​ແນວ​ໃດ​ກັບ​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຍຊູ? ແມ່​ຕູ້​ຊາ​ນີນ​ອາຍຸ 80 ປີ​ເລົ່າ​ວ່າ: “ເວລາ​ອອກ​ປະກາດ​ກັບ​ຜູ້​ເຖົ້າ​ແກ່ ເຮັດ​ໃຫ້​ແມ່​ຕູ້​ໄດ້​ລົມ​ກັບ​ເຂົາ​ເຈົ້າ​ແບບ​ເປັນ​ກັນ​ເອງ​ແລະ​ໄດ້​ຮູ້ຈັກ​ເຂົາ​ເຈົ້າ​ດີ​ຂຶ້ນ.” ພີ່​ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ຊື່​ສະຕີ​ເວັນ ອາຍຸ 30 ກວ່າ​ປີ​ກໍ​ບອກ​ວ່າ: “ຕອນ​ທີ່​ໄປ​ປະກາດ​ກັບ​ຜູ້​ເຖົ້າ​ແກ່ ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ຍ້ອນ​ຮູ້ສຶກ​ໄດ້​ວ່າ​ລາວ​ຢາກ​ຊ່ວຍ​ຂ້ອຍ.”

ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ຊອກ​ຫາ​ແກະ​ທີ່​ເສຍ​ໄປ ຜູ້​ເຖົ້າ​ແກ່​ກໍ​ພະຍາຍາມ​ຊອກ​ຫາ​ຄົນ​ເຫຼົ່າ​ນັ້ນ​ທີ່​ເຊົາ​ຕິດ​ຕໍ່​ກັບ​ປະຊາຄົມ

20, 21. ຜູ້​ເຖົ້າ​ແກ່​ຈະ​ຮຽນ​ແບບ​ຄົນ​ລ້ຽງ​ແກະ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ (ເບິ່ງ​ຂອບ “ ການ​ຢ້ຽມ​ຢາມ​ທຸກ​ອາທິດ​ເກີດ​ຜົນ​ດີ”)

20 ວິທີ​ທີ​ສອງ​ຄື: ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຝຶກ​ຜູ້​ເຖົ້າ​ແກ່​ໃຫ້​ສະແດງ​ຄວາມ​ຫ່ວງໃຍ​ຕໍ່​ຄົນ​ທີ່​ເຊົາ​ຕິດ​ຕໍ່​ກັບ​ປະຊາຄົມ. (ເຫບ. 12:12) ເປັນ​ຫຍັງ​ຜູ້​ເຖົ້າ​ແກ່​ຄວນ​ຊ່ວຍ​ຄົນ​ທີ່​ອ່ອນແອ​ໃນ​ຄວາມ​ເຊື່ອ​ເຫຼົ່າ​ນີ້ ແລະ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ແກະ​ທີ່​ຫຼົງ​ຫາຍ​ຈາກ​ຝູງ. (ອ່ານ​ລືກາ 15:4-7) ຈາກ​ຕົວ​ຢາງ​ນີ້ ເມື່ອ​ຄົນ​ລ້ຽງ​ແກະ​ເຫັນ​ວ່າ​ແກະ​ໂຕ​ໜຶ່ງ​ເສຍ ລາວ​ກໍ​ຟ້າວ​ອອກ​ໄປ​ຊອກ​ຫາ​ຄື​ກັບ​ວ່າ​ມັນ​ເປັນ​ຊັບ​ສົມບັດ​ອັນ​ດຽວ​ທີ່​ລາວ​ມີ. ຜູ້​ເຖົ້າ​ແກ່​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ຄົນ​ລ້ຽງ​ແກະ​ຕາມ​ຕົວຢ່າງ​ນີ້​ໄດ້​ແນວ​ໃດ? ຄົນ​ທີ່​ເຊົາ​ຕິດ​ຕໍ່​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ຜູ້​ເຖົ້າ​ແກ່ ຄື​ກັບ​ທີ່​ຄົນ​ລ້ຽງ​ແກະ​ຖື​ວ່າ​ແກະ​ໂຕ​ນັ້ນ​ມີ​ຄ່າ​ຫຼາຍ​ສຳລັບ​ລາວ ຜູ້​ເຖົ້າ​ແກ່​ກໍ​ເບິ່ງ​ຄົນ​ທີ່​ອ່ອນແອ​ເປັນ​ຄື​ແກະ​ທີ່​ເສຍ​ໄປ ແລະ​ບໍ່​ໄດ້​ຄິດ​ວ່າ​ການ​ຊອກ​ຫາ​ແກະ​ເປັນ​ເລື່ອງ​ເສຍ​ເວລາ ຄົນ​ລ້ຽງ​ແກະ​ຍັງ​ຕັດສິນ​ໃຈ​ຈະ ‘ໄປ​ຊອກ​ຫາ [ແກະ] ຕົວ​ທີ່​ເສຍ​ຈົນ​ກວ່າ​ຈະ​ພົບ’ ຜູ້​ເຖົ້າ​ແກ່​ກໍ​ຕ້ອງ​ເປັນ​ຝ່າຍ​ໄປ​ຊອກ​ຫາ​ຄົນ​ທີ່​ອ່ອນແອ ເມື່ອ​ພົບ​ແລ້ວ​ກໍ​ຊ່ວຍ​ລາວ.

21 ໃນ​ຕົວຢ່າງ​ປຽບ​ທຽບ​ນີ້ ເມື່ອ​ຄົນ​ລ້ຽງ​ແກະ​ພົບ​ແກະ​ໂຕ​ນັ້ນ​ແລ້ວ ລາວ​ໄດ້​ເຮັດ​ຫຍັງ? ລາວ​ຄ່ອຍໆອູ້ມ​ມັນ​ຂຶ້ນ​ມາ “ແບກ​ໃສ່​ບ່າ” ແລ້ວ​ພາ​ກັບ​ໄປ​ຫາ​ຝູງ. ດັ່ງ​ນັ້ນ ຜູ້​ເຖົ້າ​ແກ່​ທີ່​ສະແດງ​ຄວາມ​ຫ່ວງໃຍ​ຈາກ​ໃຈ​ຈິງ​ກໍ​ອາດ​ຊ່ວຍ​ເຫຼືອ​ຄົນ​ທີ່​ອ່ອນແອ​ແລະ​ພາ​ລາວ​ກັບ​ມາ​ທີ່​ປະຊາຄົມ​ຄື​ກັບ​ທີ່​ຜູ້​ລ້ຽງ​ແກະ​ເຮັດ. ວິກເຕີ​ພີ່​ນ້ອງ​ຄົນ​ໜຶ່ງ​ໃນ​ອາ​ຝຼິກ​ກາ​ເຊິ່ງ​ເຄີຍ​ເຊົາ​ຄົບຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແບບ​ນີ້​ມາ​ແລ້ວ. ວິກເຕີ​ເລົ່າ​ວ່າ: “ໃນ​ໄລຍະ 8 ປີ​ທີ່​ຂ້ອຍ​ເຊົາ​ໄປ​ປະຊຸມ ເຊົາ​ໄປ​ປະກາດ ຜູ້​ເຖົ້າ​ແກ່​ຍັງ​ພະຍາຍາມ​ຊ່ວຍ​ເຫຼືອ​ຂ້ອຍ​ສະເໝີ.” ສິ່ງ​ໃດ​ເຮັດ​ໃຫ້​ລາວ​ປະທັບ​ໃຈ​ເປັນ​ພິເສດ? ລາວ​ບອກ​ວ່າ: “ມື້​ໜຶ່ງ ຜູ້​ເຖົ້າ​ແກ່​ຊື່​ຈອນ ມາ​ຫາ​ຂ້ອຍ​ຢູ່​ເຮືອນ ລາວ​ໃຫ້​ຂ້ອຍ​ເບິ່ງ​ຮູບ​ພາບ​ທີ່​ເຮົາ​ເຄີຍ​ຖ່າຍ​ນຳ​ກັນ​ຕອນ​ເຂົ້າ​ໂຮງ​ຮຽນ​ໄພໂອເນຍ ແລ້ວ​ຄວາມ​ຊົງ​ຈຳ​ດີໆກໍ​ກັບ​ຄືນ​ມາ ແລະ​ຂ້ອຍ​ກໍ​ເລີ່ມ​ນຶກ​ເຖິງ​ຄວາມ​ສຸກ​ໃນ​ສະໄໝ​ທີ່​ເຄີຍ​ຮັບໃຊ້​ພະ​ເຢໂຫວາ.” ບໍ່​ດົນ​ຫຼັງ​ຈາກ​ທີ່​ຈອນ​ໄປ​ຢາມ ວິກເຕີ​ກໍ​ກັບ​ເຂົ້າ​ມາ​ສົມທົບ​ກັບ​ປະຊາຄົມ ຕອນ​ນີ້​ລາວ​ເປັນ​ໄພໂອເນຍ​ອີກ​ຄັ້ງ​ໜຶ່ງ ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ທີ່​ເອົາໃຈໃສ່​ພີ່​ນ້ອງ​ດ້ວຍ​ຄວາມ​ຮັກ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.—2 ໂກ. 1:24 b

ການ​ປັບ​ປຸງ​ວິທີ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ມີ​ເອກະພາບ​ຫຼາຍ​ຂຶ້ນ

22. ຄວາມ​ຖືກຕ້ອງ​ຊອບທຳ​ແລະ​ສັນຕິສຸກ​ສົ່ງເສີມ​ປະຊາຄົມ​ໃຫ້​ມີ​ເອກະພາບ​ແນວ​ໃດ? (ເບິ່ງ​ຂອບ “ ພວກ​ເຮົາ​ງຶດ​ແທ້ໆ”)

22 ດັ່ງ​ທີ່​ເວົ້າ​ໄປ​ແລ້ວ​ໃນ​ຂໍ້​ຕົ້ນໆ ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ຊອບທຳ​ແລະ​ຈະ​ມີ​ສັນຕິສຸກ​ເພີ່ມ​ຂຶ້ນ​ເລື້ອຍໆ. (ເອຊາ. 60:17) ທັງ​ສອງ​ສິ່ງ​ນີ້​ຊ່ວຍ​ເສີມ​ສ້າງ​ປະຊາຄົມ​ໃຫ້​ເປັນ​ເອກະພາບ​ກັນ​ຫຼາຍ​ຂຶ້ນ. ໂດຍ​ວິທີ​ໃດ? ໃຫ້​ເຮົາ​ມາ​ພິຈາລະນາ​ເລື່ອງ​ຄວາມ​ຖືກຕ້ອງ​ຊອບທຳ​ກ່ອນ ເນື່ອງ​ຈາກ​ມີ​ແຕ່ “ພະ​ເຢໂຫວາ​ອົງ​ດຽວ” ເທົ່າ​ນັ້ນ​ທີ່​ຖືກຕ້ອງ​ຊອບທຳ ດັ່ງ​ນັ້ນ ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະອົງ​ຈຶ່ງ​ບໍ່​ປ່ຽນ​ແປງ. (ບັນຍັດ. 6:4) ບໍ່​ວ່າ​ຈະ​ຢູ່​ໃນ​ປະຊາຄົມ​ໃດ​ຫຼື​ໃນ​ປະເທດ​ໃດ ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະເຈົ້າ​ກໍ​ຄື​ກັນ ເພາະ​ມາດຕະຖານ​ໃນ​ເລື່ອງ​ທີ່​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ​ມີ​ມາດຕະຖານ​ດຽວ​ສຳລັບ “ທຸກ​ປະຊາຄົມ​ຂອງ​ພວກ​ຜູ້​ບໍລິສຸດ.” (1 ໂກ. 14:33, ລ.ມ.) ປະຊາຄົມ​ຈະ​ເຕີບໂຕ​ໄດ້​ກໍ​ຕໍ່​ເມື່ອ​ທຸກ​ຄົນ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ສ່ວນ​ເລື່ອງ​ສັນຕິສຸກ ກະສັດ​ຂອງ​ເຮົາ​ບໍ່​ຕ້ອງການ​ໃຫ້​ເຮົາ​ມີ​ພຽງ​ສັນຕິສຸກ​ໃນ​ປະຊາຄົມ​ເທົ່າ​ນັ້ນ ແຕ່​ຢາກ​ໃຫ້​ເຮົາ​ເປັນ “ຜູ້​ທີ່​ສ້າງ​ສັນຕິສຸກ” ນຳ​ອີກ. (ມັດ. 5:9, ທ.ປ.) ເຮົາ​ຈຶ່ງ​ຕ້ອງ “ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ.” ເຮົາ​ຄວນ​ເປັນ​ຝ່າຍ​ລິເລີ່ມ​ແກ້ໄຂ​ບັນຫາ​ເຊິ່ງ​ອາດ​ເກີດ​ຂຶ້ນ​ຍ້ອນ​ຄວາມ​ບໍ່​ເຂົ້າ​ໃຈ​ກັນ. (ໂລມ 14:19, ລ.ມ.) ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ຊ່ວຍ​ປະຊາຄົມ​ຂອງ​ເຮົາ​ໃຫ້​ມີ​ທັງ​ເອກະພາບ​ແລະ​ສັນຕິສຸກ.—ເອຊາ. 60:18

23. ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ຍິນດີ​ໃນ​ເລື່ອງ​ຫຍັງ?

23 ເມື່ອ​ຫໍສັງເກດການ ພະຈິກ 1895 ໄດ້​ປະກາດ​ເລື່ອງ​ການ​ຈັດ​ໃຫ້​ມີ​ຜູ້​ເຖົ້າ​ແກ່​ເປັນ​ເທື່ອ​ທຳອິດ. ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຕອບ​ຮັບ​ແນວ​ໃດ? ເຂົາ​ເຈົ້າ​ອະທິດຖານ​ຈາກ​ຫົວໃຈ​ແລະ​ຂໍ​ໃຫ້​ການ​ຈັດ​ກຽມ​ໃໝ່​ນີ້​ຊ່ວຍ “ຟື້ນຟູ​ເອກະພາບ​ໃນ​ໝູ່​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ກັບ​ຄືນ​ມາ​ໄວໆ.” ເມື່ອ​ເບິ່ງ​ຫວນ​ກັບ​ໄປ​ຫຼາຍ​ສິບ​ປີ​ກ່ອນ ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ທີ່​ມອບ​ໝາຍ​ໃຫ້​ກະສັດ​ເຍຊູ​ປັບ​ປຸງ​ວິທີ​ເບິ່ງ​ແຍງ​ພີ່​ນ້ອງ​ໃນ​ປະຊາຄົມ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ ເພື່ອ​ເຮົາ​ຈະ​ນະມັດສະການ​ຢ່າງ​ເປັນ​ເອກະພາບ​ໄດ້. (ເພງ. 99:4) ຜົນ​ກໍ​ຄື ໃນ​ທຸກ​ມື້​ນີ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ທົ່ວ​ໂລກ​ມີ​ຄວາມ​ຍິນດີ​ໃນ​ຂະນະ​ທີ່​ຮັບໃຊ້​ດ້ວຍ “ໃຈ​ດຽວ​ກັນ” ເຮັດ​ຕາມ “ແນວ​ທາງ​ດຽວ​ກັນ” ແລະ ມີ “ໃຈ​ອັນ​ດຽວ​ກັນ” ໃນ​ການ​ຮັບໃຊ້ “ພະເຈົ້າ​ແຫ່ງ​ສັນຕິສຸກ.”—2 ໂກ. 12:18, ລ.ມ.; ອ່ານ​ໂຊໂຟນີ 3:9

a ຜົນ​ຈາກ​ການ​ສຶກສາ​ຄົ້ນ​ຄວ້າ​ຢ່າງ​ຈິງ​ຈັງ​ໃນ​ຄັ້ງ​ນັ້ນ​ໄດ້​ພິມ​ລົງ​ໃນ​ຄູ່​ມື​ທີ່​ຊ່ວຍ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ (ພາສາ​ອັງກິດ)

b ເບິ່ງ​ບົດ​ຄວາມ “ຄລິດສະຕຽນ​ຜູ້​ເຖົ້າ​ແກ່ ‘ເພື່ອນ​ຮ່ວມ​ງານ​ທີ່​ເຮັດ​ໃຫ້​ເຮົາ​ຍິນດີ’” ໃນ​ຫໍສັງເກດການ 15 ມັງກອນ 2013 ໜ້າ 27-31 (ພາສາ​ໄທ)