ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ້າຍ: ສິ່ງ​ຂອງ​ບັນເທົາ​ທຸກ​ຈາກ​ປະເທດ​ສະ​ວິດ​ສົ່ງ​ໄປ​ໃຫ້​ພີ່​ນ້ອງ​ທີ່​ປະເທດ​ເຢຍລະມັນ​ໃນ​ປີ 1946 ຂວາ: ຫໍ​ປະຊຸມ​ໃນ​ປະເທດ​ຍີ່ປຸ່ນ​ກຳລັງ​ສ້າງ​ຂຶ້ນ​ໃໝ່​ຫຼັງ​ຈາກ​ຖືກ​ຊຶ​ນາ​ມິ​ຖະຫຼົ່ມ​ໃນ​ປີ 2011

ຕອນ 6

ການ​ສະໜັບສະໜູນ​ລາຊະອານາຈັກ—ການ​ສ້າງ​ສະຖານ​ທີ່​ນະມັດສະການ​ພະເຈົ້າ​ແລະ​ວຽກ​ບັນເທົາ​ທຸກ

ການ​ສະໜັບສະໜູນ​ລາຊະອານາຈັກ—ການ​ສ້າງ​ສະຖານ​ທີ່​ນະມັດສະການ​ພະເຈົ້າ​ແລະ​ວຽກ​ບັນເທົາ​ທຸກ

ເຈົ້າ​ຍ່າງ​ເຂົ້າ​ໄປ​ໃນ​ຫໍ​ປະຊຸມ​ແລະ​ຮູ້ສຶກ​ບໍ່​ຄຸ້ນ​ເຄີຍ​ກັບ​ບ່ອນ​ນີ້​ເລີຍ. ເຈົ້າ​ຍັງ​ຈື່​ໄດ້​ຕອນ​ທີ່​ມາ​ຊ່ວຍ​ກໍ່​ສ້າງ​ຫໍ​ປະຊຸມ​ຫຼັງ​ນີ້​ເມື່ອ​ຫຼາຍ​ປີ​ກ່ອນ. ຕອນ​ນັ້ນ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ ແລະ​ຕອນ​ນີ້​ເຈົ້າ​ກໍ​ແຮ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ວ່າ​ຫໍ​ປະຊຸມ​ຂອງ​ເຈົ້າ​ມີ​ປະໂຫຍດ​ແທ້ໆ ເພາະ​ວ່າ​ທີ່​ນີ້​ກາຍ​ເປັນ​ສູນ​ບັນເທົາ​ທຸກ​ຊົ່ວຄາວ​ໄປ​ແລ້ວ. ຍ້ອນ​ຫຍັງ? ຫຼັງ​ຈາກ​ທີ່​ພາຍຸ​ຖະຫຼົ່ມ​ຢ່າງ​ໜັກ​ນ້ຳ​ກໍ​ຖ້ວມ ເຮືອນ​ຊານ​ໃນ​ເຂດ​ທີ່​ເຈົ້າ​ອາໄສ​ຢູ່​ກໍ​ໄດ້​ຮັບ​ຄວາມ​ເສຍຫາຍ ຄະນະ​ກຳມະການ​ສາຂາ​ຈຶ່ງ​ຕັ້ງ​ສູນ​ບັນເທົາ​ທຸກ​ຂຶ້ນ​ມາ​ທັນທີ​ເພື່ອ​ຜູ້​ປະສົບ​ໄພ​ຈະ​ໄດ້​ຮັບ​ອາຫານ ນ້ຳ​ດື່ມ​ທີ່​ສະອາດ ເສື້ອ​ຜ້າ ແລະ​ຄວາມ​ຊ່ວຍ​ເຫຼືອ​ອື່ນໆ. ສິ່ງ​ຂອງ​ບໍລິຈາກ​ທີ່​ຖືກ​ສົ່ງ​ເຂົ້າ​ມາ​ກໍ​ວາງ​ໄວ້​ຢ່າງ​ເປັນ​ລະບຽບ ພີ່​ນ້ອງ​ຍ່າງ​ລຽນ​ແຖວ​ເຂົ້າ​ມາ​ຮັບ​ສິ່ງ​ຈຳເປັນ​ແລ້ວ​ນ້ຳ​ຕາ​ແຫ່ງ​ຄວາມ​ຍິນດີ​ກໍ​ໄຫຼ​ອອກ​ມາ​ຈົນ​ອາບ​ແກ້ມ​ຂອງ​ເຂົາ​ເຈົ້າ.

ພະ​ເຍຊູ​ບອກ​ວ່າ​ປະຊາຊົນ​ຂອງ​ເພິ່ນ​ຈະ​ມີ​ສັນຍະລັກ​ຢ່າງ​ໜຶ່ງ​ທີ່​ໂດດ​ເດັ່ນ ນັ້ນ​ກໍ​ຄື​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ໃຫ້​ກັນ​ແລະ​ກັນ. (ໂຢ. 13:34, 35) ໃນ​ຕອນ 6 ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະຍານ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແບບ​ຄລິດສະຕຽນ​ໃນ​ໂຄງການ​ກໍ່​ສ້າງ​ແລະ​ວຽກ​ບັນເທົາ​ທຸກ​ແນວ​ໃດ. ຄວາມ​ຮັກ​ທັງ​ໝົດ​ນີ້​ເປັນ​ຫຼັກ​ຖານ​ທີ່​ຊັດເຈນ​ວ່າ ລາຊະອານາຈັກ​ຂອງ​ກະສັດ​ເຍຊູ​ກຳລັງ​ປົກຄອງ​ເຮົາ​ຢູ່.

ໃນຕອນນີ້

ບົດ​ທີ 18

ວຽກ​ງານ​ຂອງ​ລາຊະອານາຈັກ​ໄດ້​ຮັບ​ການ​ສະໜັບສະໜູນ​ທາງ​ການ​ເງິນ​ແນວ​ໃດ?

ໄດ້​ເງິນ​ມາ​ແນວ​ໃດ? ມີ​ການ​ໃຊ້​ເງິນ​ບໍລິຈາກ​ແນວ​ໃດ?

ບົດ​ທີ 19

ວຽກ​ກໍ່​ສ້າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ

ສະຖານ​ທີ່​ນະມັດສະການ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ ແຕ່​ພະອົງ​ເຫັນ​ຄຸນຄ່າ​ຫຼາຍ​ກວ່າ​ນັ້ນ​ອີກ

ບົດ​ທີ 20

ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ວຽກ​ບັນເທົາ​ທຸກ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ຮັບໃຊ້​ສັກສິດ​ທີ່​ເຮົາ​ເຮັດ​ເພື່ອ​ພະ​ເຢໂຫວາ?