ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການ​ກະບົດ​ໃນ​ແດນ​ວິນຍານ

ການ​ກະບົດ​ໃນ​ແດນ​ວິນຍານ

ໃນ​ຕອນ​ທີ່​ຊາຕານ​ໄດ້​ໃຊ້​ງູ​ມາ​ເວົ້າ​ກັບ​ເອວາ ລາວ​ໄດ້​ເຂົ້າ​ຮ່ວມ​ສົມທົບ​ໃນ​ການ​ກະບົດ​ຕໍ່​ພະເຈົ້າ

ກາຍ​ວິນຍານ​ທັງ​ຫມົດ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ​ນັ້ນ​ດີ​ທຸກ​ອົງ. ແຕ່​ແລ້ວ​ມີ​ທູດ​ສະຫວັນ​ອົງ​ຫນຶ່ງ​ກາຍ​ເປັນ​ທູດ​ທີ່​ຊົ່ວ​ໄປ. ມັນ​ແມ່ນ​ຊາຕານ​ພະຍາມານ. ຊາຕານ​ຢາກ​ໃຫ້​ມະນຸດ​ໃນ​ໂລກ​ນະມັດສະການ​ມັນ​ແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ. ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ເປັນ​ດັ່ງ​ນີ້:

ໃນ​ສວນ​ເອເດນ​ມີ​ຕົ້ນ​ໄມ້​ຫລາຍ​ຊະນິດ​ທີ່​ເກີດ​ຫມາກ​ດີ​ແລະ​ມີ​ລົດ​ຊາດ​ແຊບ. ພະ​ເຢໂຫວາ​ບອກ​ກັບ​ອາດາມ​ແລະ​ເອວາ​ເມຍ​ຂອງ​ລາວ​ວ່າ ເຂົາ​ເຈົ້າ​ສາມາດ​ກິນ​ຫມາກ​ຈາກ​ຕົ້ນ​ໄມ້​ເຫລົ່າ​ນັ້ນ​ໄດ້​ຕາມ​ໃຈ​ມັກ. ແຕ່​ມີ​ຕົ້ນ​ດຽວ​ທີ່​ພະເຈົ້າ​ຫ້າມ​ບໍ່​ໃຫ້​ກິນ. ພະອົງ​ກ່າວ​ວ່າ​ຫາກ​ເຂົາ​ເຈົ້າ​ກິນ​ຫມາກ​ໄມ້​ຈາກ​ຕົ້ນ​ນັ້ນ ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ຢ່າງ​ແນ່ນອນ.—ຕົ້ນເດີມ 2:9, 16, 17.

ມື້​ຫນຶ່ງ ຕອນ​ທີ່​ນາງ​ເອວາ​ຢູ່​ຄົນ​ດຽວ ງູຕົວ​ຫນຶ່ງ​ໄດ້​ເຂົ້າ​ມາ​ເວົ້າ​ກັບ​ລາວ. ແນ່ນອນ ແທ້ໆແລ້ວ​ບໍ່​ແມ່ນ​ງູ​ເວົ້າ ມັນ​ແມ່ນ​ຊາຕານ​ພະຍາມານ​ທີ່​ໄດ້​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ງູ​ນັ້ນ​ກຳລັງ​ເວົ້າ​ຢູ່. ຊາຕານ​ບອກ​ນາງ​ເອວາ​ວ່າ​ຖ້າ​ຫາກ​ລາວ​ກິນ​ຫມາກ​ໄມ້​ທີ່​ຕ້ອງ​ຫ້າມ​ນັ້ນ​ລາວ​ກໍ​ຈະ​ສະຫລາດ​ຄື​ກັນ​ກັບ​ພະເຈົ້າ. ມັນ​ຍັງ​ບອກ​ອີກ​ວ່າ​ລາວ​ຈະ​ບໍ່ ຕາຍ. ຄຳ​ກ່າວ​ທັງ​ສອງ​ນີ້​ເປັນ​ຄຳ​ຕົວະ. ແນວ​ໃດ​ກໍ​ຕາມ ເອວາ​ໄດ້​ເຊື່ອ​ຟັງ​ຊາຕານ​ແລະ​ກິນ​ຫມາກ​ໄມ້​ນັ້ນ. ຈາກ​ນັ້ນ ລາວ​ໄດ້​ຍື່ນ​ໃຫ້​ຜົວ​ກິນ ແລະ​ຜົວ​ຈຶ່ງ​ໄດ້​ກິນ​ຄື​ກັນ.—ຕົ້ນເດີມ 3:1-6.

ເລື່ອງ​ຈິງ​ນີ້​ເຮັດ​ໃຫ້​ເຮົາ​ຮຽນ​ຮູ້​ວ່າ​ຊາຕານ​ເປັນ​ຜູ້​ກະບົດ​ແລະ​ເວົ້າ​ຕົວະ. ມັນ​ບອກ​ນາງ​ເອວາ​ວ່າ​ຖ້າ​ລາວ​ບໍ່​ເຊື່ອ​ຟັງ​ພະເຈົ້າ ລາວ​ກໍ​ຈະ​ບໍ່​ຕາຍ. ນັ້ນ​ເປັນ​ຄຳ​ຕົວະ. ເອວາ​ຕາຍ​ແທ້​ແລະ​ອາດາມ​ກໍ​ຕາຍ​ຄື​ກັນ. ເຖິງ​ວ່າ​ຊາຕານ​ຍັງ​ບໍ່​ຕາຍ​ໃນ​ຕອນ​ນັ້ນ ແຕ່​ສຸດ​ທ້າຍ​ມັນ​ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ຄວາມ​ຜິດ​ບາບ​ຂອງ​ມັນ​ເອງ. ແນວ​ໃດ​ກໍ​ຕາມ ລະຫວ່າງ​ນີ້​ມັນ​ມີ​ຊີວິດ​ຢູ່​ແລະ​ຊັກ​ນຳ​ມະນຸດ​ໃຫ້​ຫລົງ​ຜິດ​ຕໍ່​ໄປ​ອີກ. ມັນ​ຍັງ​ເປັນ​ຜູ້​ເວົ້າ​ຕົວະ​ແລະ​ພະຍາຍາມ​ເຮັດ​ໃຫ້​ມະນຸດ​ຝ່າ​ຝືນ​ກົດຫມາຍ​ຂອງ​ພະເຈົ້າ.—ໂຢຮັນ 8:44.

ທູດ​ສະຫວັນ​ອົງ​ອື່ນໆກະບົດ​ຄື​ກັນ

ຕໍ່​ມາ​ທູດ​ສະຫວັນ​ອື່ນໆໄດ້​ປະພຶດ​ຊົ່ວ. ທູດ​ເຫລົ່າ​ນີ້​ສັງເກດ​ວ່າ​ຜູ້​ຍິງ​ໃນ​ໂລກ​ງາມ​ແລະ​ຢາກ​ມີ​ເພດ​ສຳພັນ​ກັບ​ເຂົາ​ເຈົ້າ. ດັ່ງ​ນັ້ນ​ທູດ​ສະຫວັນ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ລົງ​ມາ​ໃນ​ໂລກ​ແລະ​ແປງ​ກາຍ​ເປັນ​ມະນຸດ​ເພດ​ຊາຍ. ແລ້ວ​ເອົາ​ຜູ້​ຍິງ​ໃນ​ໂລກ​ມາ​ເປັນ​ເມຍ. ການ​ກະທຳ​ເຊັ່ນ​ນີ້​ຜິດ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ.—ຕົ້ນເດີມ 6:1, 2; ຢູເດ 6.

ທູດ​ສະຫວັນ​ຊົ່ວ​ໄດ້​ລົງ​ມາ​ໃນ​ໂລກ​ເພື່ອ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ຜູ້​ຍິງ

ການ​ເຮັດ​ແບບ​ນັ້ນ​ຍັງ​ໄດ້​ກໍ່​ຄວາມ​ເສຍຫາຍ​ໃຫ້​ແກ່​ມະນຸດ​ນຳ​ອີກ. ເມຍ​ຂອງ​ທູດ​ສະຫວັນ​ພວກ​ນີ້​ໄດ້​ໃຫ້​ກຳເນີດ​ລູກ​ເຊິ່ງ​ຕ່າງ​ຈາກ​ເດັກ​ນ້ອຍ​ທົ່ວໄປ. ເມື່ອ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ ພວກ​ເຂົາ​ກາຍ​ເປັນ​ຄົນ​ຮ່າງ​ຍັກ​ທີ່​ມັກ​ຄວາມ​ຮຸນແຮງ​ແລະ​ໂຫດ​ຮ້າຍ. ໃນ​ທີ່​ສຸດ ແຜ່ນດິນ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ​ຈົນ​ພະ​ເຢໂຫວາ​ຕັດສິນ​ໃຈ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ສິ້ນ​ໂດຍ​ບັນດານ​ໃຫ້​ເກີດ​ມີ​ນໍ້າ​ຖ້ວມ​ໃຫຍ່. ຜູ້​ທີ່​ລອດ​ຊີວິດ​ຈາກ​ນໍ້າ​ຖ້ວມ​ໂລກ​ມີ​ພຽງ​ແຕ່​ໂນເອ​ຜູ້​ຊອບທຳ​ກັບ​ຄອບຄົວ​ຂອງ​ລາວ​ເທົ່າ​ນັ້ນ.—ຕົ້ນເດີມ 6:4, 11; 7:23.

ຢ່າງ​ໃດ​ກໍ​ຕາມ ທູດ​ສະຫວັນ​ຊົ່ວ​ເຫລົ່າ​ນີ້​ໄດ້​ກັບ​ຄືນ​ສູ່​ແດນ​ວິນຍານ ພວກ​ມັນ​ບໍ່​ຕາຍ ແຕ່​ໄດ້​ຖືກ​ລົງໂທດ. ພວກ​ມັນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ພະເຈົ້າ​ເຊິ່ງ​ປະກອບ​ດ້ວຍ​ທູດ​ສະຫວັນ​ທີ່​ຊອບທຳ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ພວກ​ມັນ​ແປງ​ກາຍ​ເປັນ​ມະນຸດ​ໄດ້​ອີກ. ໃນ​ທີ່​ສຸດ​ພວກ​ມັນ​ກໍ​ຈະ​ຕາຍ​ໃນ​ການ​ພິພາກສາ​ຄັ້ງ​ໃຫຍ່. —2 ເປໂຕ 2:4; ຢູເດ 6.

ຊາຕານ​ຖືກ​ຖິ້ມ​ລົງ​ມາ​ຈາກ​ສະຫວັນ

ຊາຕານ​ແລະ​ທູດ​ສະຫວັນ​ຊົ່ວ​ຂອງ​ມັນ​ຖືກ​ຖິ້ມ​ລົງ​ມາ​ຈາກ​ສະຫວັນ

ໃນ​ຕອນ​ຕົ້ນ​ຂອງ​ສະຕະວັດ​ນີ້​ໄດ້​ເກີດ​ມີ​ສົງຄາມ​ໃນ​ຟ້າ​ສະຫວັນ. ພະທຳ​ຄຳປາກົດ​ພັນລະນາ​ສິ່ງ​ທີ່​ເກີດ​ຂຶ້ນ​ດັ່ງ​ນີ້​ວ່າ “ມີ​ການ​ທຳ​ເສິກ​ໃນ​ຟ້າ​ສະຫວັນ ອົງ​ມີກາເອນ [ພະ​ເຍຊູ​ຄລິດ​ທີ່​ກັບ​ຄືນ​ຈາກ​ຕາຍ​ແລ້ວ] ກັບ​ພວກ​ທູດ [ທີ່​ດີ] ແຫ່ງ​ຕົນ​ໄດ້​ເລວເສິກ​ຕໍ່​ສູ້​ມັງກອນ [ຊາຕານ] ນັ້ນ ແລະ​ມັງກອນ​ກັບ​ພວກ​ທູດ [ທູດ​ສະຫວັນ​ຊົ່ວ] ແຫ່ງ​ຕົນ​ໄດ້​ເລວເສິກ ແລະ​ແພ້​ບໍ່​ໄດ້ ແລະ​ບ່ອນ​ຂອງ​ເຂົາ​ໃນ​ຟ້າ​ສະຫວັນ​ກໍ​ພົບ​ບໍ່​ໄດ້​ຕໍ່​ໄປ. ແລະ​ມັງກອນ​ໃຫຍ່​ນັ້ນ​ເປັນ​ທີ່​ຖິ້ມ​ລົງ​ເສຍ ເປັນ​ງູ​ບູຮານ​ນັ້ນ​ທີ່​ເຂົາ​ເອີ້ນ​ຊື່​ວ່າ​ເດຍໂບໂລ [ພະຍາມານ] ແລະ​ຊາຕານ​ທີ່​ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ ມັນ​ເປັນ​ທີ່​ຖິ້ມ​ລົງ​ທີ່​ແຜ່ນດິນ​ໂລກ ແລະ​ພວກ​ທູດ [ທີ່​ຊົ່ວ] ແຫ່ງ​ຕົນ​ເປັນ​ທີ່​ຖິ້ມ​ດ້ວຍ​ກັນ.”

ຜົນ​ເປັນ​ຢ່າງ​ໃດ? ບັນທຶກ​ນັ້ນ​ກ່າວ​ຕໍ່​ໄປ​ວ່າ “ເພາະ​ເຫດ​ນັ້ນ ໂອ້​ຟ້າ​ສະຫວັນ​ທັງ​ຫລາຍ​ກັບ​ທັງ​ຜູ້​ທີ່​ຢູ່​ໃນ​ສະຫວັນ​ນັ້ນ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີ້ນ.” ເຫລົ່າ​ທູດ​ສະຫວັນ​ທີ່​ດີ​ມີ​ຄວາມ​ຍິນດີ​ເພາະ​ຊາຕານ​ແລະ​ທູດ​ສະຫວັນ​ທີ່​ຊົ່ວ​ຫລື​ກາຍ​ວິນຍານ​ທີ່​ບໍ່​ດີ​ເຫລົ່າ​ນັ້ນ​ບໍ່​ສາມາດ​ຢູ່​ໃນ​ສະຫວັນ​ໄດ້​ອີກ​ຕໍ່​ໄປ​ແລ້ວ. ແຕ່​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້​ເດ? ພະ​ຄຳພີ​ກ່າວ​ວ່າ “ວິບາກ​ແກ່​ແຜ່ນດິນ​ໂລກ​ແລະ​ແກ່​ນໍ້າ​ທະເລ ເຫດ​ວ່າ​ພະຍາມານ​ໄດ້​ລົງ​ມາ​ເຖິງ​ທ່ານ​ທັງ​ຫລາຍ​ມີ​ຄວາມ​ຄຽດ​ຮ້າຍ​ນັກ ເພາະ​ຮູ້ຈັກ​ວ່າ​ເວລາ​ແຫ່ງ​ຕົນ​ຍັງ​ແຕ່​ຫນ້ອຍ​ດຽວ.”—ຄຳປາກົດ 12:7-9, 12.

ແມ່ນ​ແລ້ວ ຊາຕານ​ແລະ​ບໍລິວານ​ຊົ່ວ​ຂອງ​ມັນ​ໄດ້​ຊັກ​ນຳ​ຄົນ​ໃນ​ໂລກ​ໃຫ້​ຫລົງ​ຜິດ​ແລະ​ເປັນ​ເຫດ​ໃຫ້​ເກີດ​ວິບາກ​ທົ່ວ​ແຜ່ນດິນ​ໂລກ. ທູດ​ສະຫວັນ​ຊົ່ວ​ເຫລົ່າ​ນີ້​ຖືກ​ເອີ້ນ​ວ່າ​ຜີ​ປີສາດ. ພວກ​ມັນ​ເປັນ​ສັດຕູ​ຂອງ​ພະເຈົ້າ. ຜີ​ປີສາດ​ທັງ​ຫມົດ​ຊົ່ວ​ຮ້າຍ.