ຜີປີສາດສົ່ງເສີມການກະບົດຕໍ່ພະເຈົ້າ
ແຕ່ເປັນຫຍັງຊາຕານແລະພັກພວກຂອງມັນຈຶ່ງພະຍາຍາມຫລອກລວງຄົນເຮົາຫລາຍແທ້ໆ? ເພາະວ່າພວກຜີປີສາດຢາກໃຫ້ຄົນເຮົາເຂົ້າຮ່ວມໃນການກະບົດກັບພວກມັນ. ພວກຜີປີສາດຕ້ອງການໃຫ້ເຮົານະມັດສະການພວກມັນ. ທັງຍັງຢາກໃຫ້ເຮົາເຊື່ອຄຳຕົວະຂອງພວກມັນແລະປະຕິບັດສິ່ງຕ່າງໆທີ່ພະເຢໂຫວາບໍ່ມັກ. ມີຫລາຍສິ່ງໃນກິດປະຕິບັດເຫລົ່ານີ້ທີ່ກ່ຽວຂ້ອງກັບທຳນຽມເລື່ອງຄົນຕາຍ.
ການຕາຍຂອງຄົນທີ່ເຮົາຮັກເປັນປະສົບການທີ່ກໍ່ໃຫ້ເກີດຄວາມຮູ້ສຶກທີ່ເຈັບປວດຫລາຍ ຈຶ່ງເປັນເລື່ອງທຳມະດາທີ່ເຮົາຈະສະແດງຄວາມໂສກເສົ້າ. ຫລັງຈາກລາຊະໂລສ່ຽວຂອງພະອົງຕາຍ ພະເຍຊູໄດ້ “ຮ້ອງໄຫ້ນໍ້າຕາໄຫລອອກ.”—ໂຢຮັນ 11:35.
ມີທຳນຽມຫລາຍຢ່າງທີ່ກ່ຽວຂ້ອງກັບຄົນຕາຍ ແລະທຳນຽມເຫລົ່ານີ້ມີຄວາມແຕກຕ່າງກັນໄປຕາມແຕ່ລະສ່ວນຂອງໂລກ. ທຳນຽມບາງອັນກໍບໍ່ໄດ້ຂັດກັບຫລັກການຂອງຄຳພີໄບເບິນ. ແຕ່ຢ່າງໃດກໍຕາມກິດປະຕິບັດບາງຢ່າງມາຈາກພື້ນຖານຄວາມຄິດທີ່ວ່າຄົນຕາຍຍັງມີຊີວິດແລະສາມາດເຫັນຄົນທີ່ຍັງມີຊີວິດໄດ້. ການງັນເຮືອນດີ ການຄໍ່າຄວນໂສກເສົ້າຢ່າງບໍ່ຫັກຫ້າມໃຈ ການປະກອບພິທີສົບຢ່າງໃຫຍ່ໂຕລ້ວນແຕ່ເຮັດຍ້ອນວ່າຢ້ານວິນຍານຂອງຄົນຕາຍຈະບໍ່ພໍໃຈ. ແຕ່ເນື່ອງຈາກຄົນຕາຍແລ້ວກໍ “ບໍ່ຮູ້ຈັກສິ່ງໃດ” ການເຮັດພິທີຕາມທີ່ໄດ້ກ່າວມານັ້ນຈຶ່ງເປັນການສົ່ງເສີມຄຳຕົວະຂອງຊາຕານ.—ຜູ້ເທສະໜາປ່າວປະກາດ 9:5.
ທຳນຽມຫລືພິທີກຳອື່ນໆມາຈາກການເຊື່ອເລື່ອງທີ່ວ່າຄົນຕາຍແລ້ວຕ້ອງການຄວາມຊ່ວຍເຫລືອຈາກຄົນເປັນ ແລະຖ້າຜູ້ຕາຍບໍ່ໄດ້ຮັບການປອບຂວັນກໍຈະທຳຮ້າຍຄົນທີ່ມີຊີວິດຢູ່. ໃນບາງທ້ອງຖິ່ນມີການເຮັດບຸນກິນທານຫາຜູ້ຕາຍຫລັງຈາກຄົນນັ້ນໄດ້ຕາຍຄົບ 40 ມື້ຫລືບໍ່ກໍຫນຶ່ງປີ. ມີການເຮັດແບບນີ້ເພາະເຊື່ອກັນວ່າຈະຊ່ວຍຜູ້ທີ່ລ່ວງລັບໄປແລ້ວ ‘ຂຶ້ນໄປສູ່’ ແດນວິນຍານ. ກິດປະຕິບັດອີກຢ່າງຫນຶ່ງທີ່ເຫັນກັນທົ່ວໄປແມ່ນການຖວາຍອາຫານແລະເຄື່ອງດື່ມແກ່ຄົນຕາຍ.
ການເຮັດແນວນີ້ບໍ່ຖືກຕ້ອງເພາະວ່າເປັນການສົ່ງເສີມຄຳຕົວະຂອງຊາຕານເລື່ອງຄົນຕາຍ. ພະເຢໂຫວາຈະພໍໃຈບໍກັບສິ່ງທີ່ເຮົາເຮັດເຊິ່ງກ່ຽວຂ້ອງກັບທຳນຽມທີ່ຍຶດຖືຕາມຄຳສອນຂອງຜີປີສາດ? ບໍ່ພໍໃຈຈັກຫນ້ອຍ!—2 ໂກລິນໂທ 6:14-18.
ຜູ້ຮັບໃຊ້ຂອງພະເຈົ້າອົງທ່ຽງແທ້ຈະບໍ່ມີສ່ວນຮ່ວມໃນກິດປະຕິບັດໃດໆທີ່ສົ່ງເສີມຄຳຕົວະຂອງຊາຕານ. ແທນທີ່ຈະເຮັດເຊັ່ນນັ້ນ ດ້ວຍຄວາມຮັກເຂົາເຈົ້າເອົາໃຈໃສ່ຊ່ວຍເຫລືອແລະປອບໃຈຄົນທີ່ຍັງມີຊີວິດຢູ່. ເຂົາເຈົ້າຮູ້ວ່າເມື່ອຄົນເຮົາຕາຍໄປ ມີແຕ່ພະເຢໂຫວາອົງດຽວທໍ່ນັ້ນທີ່ຈະຊ່ວຍຄົນຕາຍນັ້ນໄດ້.—ໂຢບ 14:14, 15.
ພະເຈົ້າຕຳຫນິລັດທິຜີປີສາດ
ລາງຄົນຕິດຕໍ່ກັບຜີປີສາດໂດຍກົງຫລືຜ່ານທາງຄົນຊົງ. ແບບນີ້ເອີ້ນວ່າລັດທິຜີປີສາດ. ມີຫມໍຜີວູດູ ແມ່ມົດ ຄົນຫລິ້ນກົນ ຫມໍດູ ແລະການໄຕ່ຖາມຄົນຕາຍ ສິ່ງເຫລົ່ານີ້ທັງຫມົດເປັນລັດທິຜີປີສາດ.
ຄຳພີໄບເບິນຕຳຫນິການກະທຳແບບນີ້ ໂດຍກ່າວວ່າ “ໃນທ່າມກາງເຈົ້າ . . . ຢ່າໃຫ້ມີຫມໍທວາຍທີ່ເຮັດການທວາຍ ຢ່າໃຫ້ມີຫມໍດູສະກົດຍາມ ຫລືຫມໍດູຈັບຍາມ ຫລືຫມໍມໍ ຫລືຫມໍເຢົາ ຢ່າໃຫ້ມີຜູ້ໃດທີ່ປຶກສາກັນກັບຜີທັງຫລາຍ ຫລືຫມໍທຳນວາຍບຸນ ຫລືຜູ້ໃດທີ່ສືບຖາມຄົນຕາຍແລ້ວ. ເຫດວ່າຄົນທຸກຄົນທີ່ກະທຳການທັງຫລາຍນີ້ເປັນທີ່ຫນ່າຍແຫນງແກ່ພະເຢໂຫວາ.”—ພະບັນຍັດ 18:10-12.
ເປັນຫຍັງພະເຢໂຫວາຈຶ່ງເຕືອນເຮົາຢ່າງຫນັກແຫນ້ນໃຫ້ຕໍ່ຕ້ານກິດປະຕິບັດເຫລົ່ານີ້?
ພະເຢໂຫວາເຕືອນເຮົາໃຫ້ຕໍ່ຕ້ານລັດທິຜີປີສາດທຸກຮູບແບບກໍເພື່ອປະໂຫຍດ
ຂອງເຮົາເອງ. ພະອົງທັງຮັກແລະໃຝ່ໃຈຕໍ່ຜູ້ຮັບໃຊ້ຂອງພະອົງ ແລະຮູ້ວ່າຄົນເຫລົ່ານັ້ນທີ່ເຂົ້າໄປຫຍຸ້ງກ່ຽວກັບຜີປີສາດຈະປະສົບຄວາມທຸກທໍລະມານ.ນາງນິນດາແມ່ນຄົນຫນຶ່ງທີ່ເຄີຍເປັນແບບນັ້ນ ລາວເຄີຍເປັນຄົນຊົງໃນປະເທດເບຣຊີນ. ພວກຜີປີສາດກໍ່ກວນຈົນຊີວິດຂອງລາວມີແຕ່ຄວາມທຸກທໍລະມານ. ລາວເລົ່າວ່າ “ພວກວິນຍານ . . . ໄດ້ເຂົ້າສິງຂ້ອຍ . . . ສັ່ງໃຫ້ຂ້ອຍເຮັດສິ່ງນັ້ນສິ່ງນີ້. ຂ້ອຍຢູ່ໃນສະພາບບຶດຫນຶ່ງຮູ້ເມື່ອ ບຶດຫນຶ່ງບໍ່ຮູ້ເມື່ອ ແລະຕ້ອງໄດ້ຮັບການປິ່ນປົວໂລກທາງຈິດ. ພວກຜີປີສາດກໍ່ກວນຢ່າງຫນັກຈົນຂ້ອຍປ່ວຍເປັນປະສາດ. ຂ້ອຍກິນຢາລະງັບປະສາດແລ້ວກໍເລີ່ມດື່ມເຫລົ້າແລະສູບຢາຕະຫລອດບໍ່ຢຸດ. ເປັນຢູ່ແບບນີ້ໄດ້ຫລາຍປີ.”
ເມື່ອໄດ້ຮັບຄວາມຊ່ວຍເຫລືອຈາກພະເຢໂຫວາ ແລະພະຍານຂອງພະອົງທີ່ຢູ່ເທິງແຜ່ນດິນໂລກ ນິນດາໄດ້ຫລຸດພົ້ນຈາກອຳນາດຄອບງຳຂອງຜີປີສາດແລະຕອນນີ້ມີຊີວິດທີ່ເປັນສຸກແລະເປັນຊີວິດທີ່ດີງາມ. ລາວບອກວ່າ “ຂ້ອຍຂໍໃຫ້ທຸກຄົນຢ່າໄດ້ເຂົ້າໄປຫຍຸ້ງກ່ຽວກັບພວກວິນຍານຊົ່ວ ແມ່ນແຕ່ຈະບຶດຫນຶ່ງກໍຕາມ.”