ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 9

ເຢເຣມີ​ບໍ່​ເຄີຍ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ

ເຢເຣມີ​ບໍ່​ເຄີຍ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ

ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຢເຣມີ

ພະ​ເຢໂຫວາ​ຊ່ວຍ​ຊີວິດ​ຂອງ​ເຢເຣມີ

ບາງ​ເທື່ອ​ຜູ້​ຄົນ​ເຍາະ​ເຍີ້ຍ​ຫຼື​ໃຈ​ຮ້າຍ​ໃສ່ ເມື່ອ​ພວກ​ເຮົາ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢໂຫວາ. ເມື່ອ​ເປັນ​ແນວ​ນັ້ນ ອາດ​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ເວົ້າ​ເຖິງ​ພະເຈົ້າ​ອີກ​ຕໍ່​ໄປ. ລູກ​ເຄີຍ​ຮູ້ສຶກ​ແບບ​ນັ້ນ​ບໍ?— ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ຊາຍ​ໜຸ່ມ​ຜູ້​ທີ່​ຮັກ​ພະ​ເຢໂຫວາ ແຕ່​ລາວ​ເກືອບ​ຈະ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ ລາວ​ຊື່​ເຢເຣມີ ໃຫ້​ເຮົາ​ມາ​ຮຽນ​ເລື່ອງ​ຂອງ​ລາວ​ຕື່ມ​ອີກ​ເນາະ.

ເມື່ອ​ເຢເຣມີ​ຍັງ​ໜຸ່ມ​ນ້ອຍ​ພະ​ເຢໂຫວາ​ບອກ​ລາວ​ໃຫ້​ເຕືອນ​ຜູ້​ຄົນ​ວ່າ ໃຫ້​ເຊົາ​ເຮັດ​ສິ່ງ​ທີ່​ຊົ່ວ. ວຽກ​ນີ້​ບໍ່​ງ່າຍ​ເລີຍ​ສຳລັບ​ເຢເຣມີ​ແລະ​ລາວ​ກໍ​ຮູ້ສຶກ​ຢ້ານ. ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: ‘ຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ ຂ້ານ້ອຍ​ຍັງ​ນ້ອຍ​ຢູ່’ ແຕ່​ພະ​ເຢໂຫວາ​ບອກ​ລາວ​ວ່າ: ‘ຢ່າຊູ່​ຢ້ານ ເຮົາ​ຈະ​ຊ່ວຍ​ເຈົ້າ.’

ເມື່ອ​ເປັນ​ແນວ​ນັ້ນ​ເຢເຣມີ​ຈຶ່ງ​ເລີ່ມ​ເຕືອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ລົງໂທດ​ຖ້າ​ວ່າ​ເຂົາ​ເຈົ້າ​ບໍ່​ປ່ຽນ​ແປງ​ຕົວ​ເອງ. ລູກ​ຄິດ​ວ່າ​ຜູ້​ຄົນ​ຈະ​ເຮັດ​ຕາມ​ທີ່​ເຢເຣມີ​ບອກ​ບໍ?​— ບໍ່ ບາງ​ຄົນ​ກໍ​ຫົວຂວັນ​ໃສ່ ຫຼື​ບໍ່​ກໍ​ຮ້າຍ​ໃສ່​ລາວ​ຫຼາຍ. ບາງ​ຄົນ​ກໍ​ຢາກ​ຂ້າ​ລາວ! ລູກ​ຄິດ​ວ່າ​ເຢເຣມີ​ຈະ​ຮູ້ສຶກ​ແນວ​ໃດ?— ລາວ​ຮູ້ສຶກ​ຢ້ານ​ແລະ​ເວົ້າ​ວ່າ: ‘ຂ້ານ້ອຍ​ຈະ​ບໍ່​ເວົ້າ​ເລື່ອງ​ພະ​ເຢໂຫວາ​ອີກ​ຕໍ່​ໄປ.’ ແຕ່​ລາວ​ເຊົາ​ເວົ້າ​ແທ້ໆ​ບໍ?—​ບໍ່ ລາວ​ບໍ່​ເຊົາ​ເວົ້າ. ລາວ​ຮັກ​ພະ​ເຢໂຫວາ​ຫຼາຍ ລາວ​ຈຶ່ງ​ບໍ່​ເຊົາ​ເວົ້າ​ເລື່ອງ​ຂອງ​ພະອົງ. ເນື່ອງ​ຈາກ​ວ່າ​ເຢເຣມີ​ບໍ່​ຍອມ​ແພ້ ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ລາວ​ໃຫ້​ລອດ​ຊີວິດ.

ຕົວຢ່າງ​ເຊັ່ນ ມີ​ຄົນ​ບໍ່​ດີ​ພວກ​ໜຶ່ງ​ໄດ້​ຖິ້ມ​ເຢເຣມີ​ລົງ​ໃນ​ຂຸມ​ໃຫຍ່​ທີ່​ເລິກໆ​ເຊິ່ງ​ມີ​ແຕ່​ຂີ້​ຕົມ. ລາວ​ບໍ່​ມີ​ອາຫານ​ກິນ​ແລະ​ບໍ່​ມີ​ນໍ້າ​ດື່ມ. ຄົນ​ເຫຼົ່າ​ນັ້ນ​ຖິ້ມ​ລາວ​ລົງ​ຫັ້ນ​ກໍ​ເພື່ອ​ຈະ​ຂ້າ​ລາວ​ໃຫ້​ຕາຍ. ແຕ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ໜີ​ໄປ​ໄດ້!

ລູກ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຢເຣມີ?— ເຖິງ​ວ່າ​ບາງ​ເທື່ອ​ລາວ​ຮູ້ສຶກ​ຢ້ານ ແຕ່​ລາວ​ກໍ​ບໍ່​ເຄີຍ​ເຊົາ​ເວົ້າ​ເລື່ອງ​ຂອງ​ພະ​ເຢໂຫວາ. ເມື່ອ​ລູກ​ເວົ້າ​ກ່ຽວ​ກັບ​ພະ​ເຢໂຫວາ ຜູ້​ຄົນ​ອາດ​ຈະ​ຫົວຂວັນ​ຫຼື​ອາດ​ຈະ​ໃຈ​ຮ້າຍ​ໃສ່​ລູກ. ລູກ​ອາດ​ຈະ​ຮູ້ສຶກ​ອາຍ​ຫຼື​ຢ້ານ​ກໍ​ໄດ້ ແຕ່​ຂໍ​ໃຫ້​ລູກ​ຢ່າ​ເຊົາ​ເວົ້າ​ເລື່ອງ​ພະ​ເຢໂຫວາ. ເພາະ​ພະອົງ​ຈະ​ຊ່ວຍ​ລູກ​ສະເໝີ​ຄື​ກັບ​ທີ່​ເຄີຍ​ຊ່ວຍ​ເຢເຣມີ.

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ