ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 7

ເຈົ້າ​ເຫັນ​ຄຸນຄ່າ​ຊີວິດ​ແບບ​ດຽວ​ກັບ​ທີ່​ພະເຈົ້າ​ເຫັນ​ບໍ?

ເຈົ້າ​ເຫັນ​ຄຸນຄ່າ​ຊີວິດ​ແບບ​ດຽວ​ກັບ​ທີ່​ພະເຈົ້າ​ເຫັນ​ບໍ?

“ນໍ້າ​ຄຳ​ຊີວິດ​ມາ​ແຕ່​ພະອົງ.”—ຄຳເພງ 36:9.

1, 2. ຂອງ​ປະທານ​ອັນ​ໃດ​ຈາກ​ພະເຈົ້າ​ທີ່​ມີ​ຄ່າ​ຢ່າງ​ຍິ່ງ​ໃນ​ທຸກ​ມື້​ນີ້ ແລະ​ເຫດ​ໃດ​ຈຶ່ງ​ມີ​ຄ່າ?

ພໍ່​ທີ່​ຢູ່​ໃນ​ສະຫວັນ​ໄດ້​ປະທານ​ສົມບັດ​ອັນ​ລໍ້າ​ຄ່າ​ໃຫ້​ເຮົາ ນັ້ນ​ແມ່ນ​ຂອງ​ປະທານ​ກ່ຽວ​ກັບ​ຊີວິດ​ໃນ​ຖານະ​ເປັນ​ມະນຸດ​ທີ່​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ​ເຊິ່ງ​ສາມາດ​ສະທ້ອນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ. (ຕົ້ນເດີມ 1:27) ເນື່ອງ​ຈາກ​ມີ​ຂອງ​ປະທານ​ອັນ​ລໍ້າ​ຄ່າ​ນີ້ ເຮົາ​ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ. ໂດຍ​ເອົາ​ຫລັກ​ການ​ດັ່ງ​ກ່າວ​ມາ​ໃຊ້ ເຮົາ​ສາມາດ​ພັດທະນາ​ຕົນ​ເອງ​ໃຫ້​ເປັນ​ຜູ້​ອາວຸໂສ​ທາງ​ຝ່າຍ​ວິນຍານ​ເຊິ່ງ​ຮັກ​ພະ​ເຢໂຫວາ​ແລະ​ເປັນ​ຜູ້​ທີ່ “ເຝິກ​ແອບ​ສາມາດ​ໃຊ້​ເຫດຜົນ ໄຈ້​ແຍກ​ຄວາມ​ດີ​ແລະ​ຄວາມ​ຊົ່ວ.”—ເຫບເລີ 5:14, ທ.ປ.

2 ຄວາມ​ສາມາດ​ທີ່​ຈະ​ເຂົ້າ​ໃຈ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ໃນ​ທຸກ​ມື້​ນີ້ ເນື່ອງ​ຈາກ​ໂລກ​ມີ​ຄວາມ​ຊັບຊ້ອນ​ຫລາຍ​ຈົນ​ບໍ່​ມີ​ກົດຫມາຍ​ພຽງ​ພໍ​ທີ່​ຈະ​ນຳ​ໃຊ້​ກັບ​ທຸກ​ສະຖານະການ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ຊີວິດ. ວິທະຍາສາດ​ການ​ແພດ​ເປັນ​ຕົວຢ່າງ​ທີ່​ເຫມາະ​ໃນ​ເລື່ອງ​ນີ້ ໂດຍ​ສະເພາະ​ໃນ​ເລື່ອງ​ຜະລິດຕະພັນ​ແລະ​ຂັ້ນ​ຕອນ​ການ​ປິ່ນປົວ​ທີ່​ກ່ຽວ​ຂ້ອງ​ກັບ​ເລືອດ. ນີ້​ເປັນ​ເລື່ອງ​ສຳຄັນ​ສຳລັບ​ທຸກ​ຄົນ​ທີ່​ຕ້ອງການ​ເຊື່ອ​ຟັງ​ພະ​ເຢໂຫວາ. ແນວ​ໃດ​ກໍ​ຕາມ ຖ້າ​ເຮົາ​ເຂົ້າ​ໃຈ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ກ່ຽວ​ຂ້ອງ​ນຳ ເຮົາ​ຄວນ​ຈະ​ສາມາດ​ເຮັດ​ການ​ຕັດສິນ​ໃຈ​ໄດ້​ຢ່າງ​ສຸຂຸມ​ເຊິ່ງ​ທັງ​ສອດຄ່ອງ​ກັບ​ສະຕິ​ຮູ້ສຶກ​ຜິດ​ຊອບ​ແລະ​ຮັກສາ​ຕົວ​ເຮົາ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ. (ສຸພາສິດ 2:6-11) ຂໍ​ໃຫ້​ພິຈາລະນາ​ຫລັກ​ການ​ເຫລົ່າ​ນີ້​ບາງ​ຂໍ້.

ຊີວິດ​ແລະ​ເລືອດ​ເປັນ​ສິ່ງ​ສັກສິດ

3, 4. ເມື່ອ​ໃດ​ທີ່​ພະ​ຄຳພີ​ກ່າວ​ເຖິງ​ຄວາມ​ສັກສິດ​ຂອງ​ເລືອດ​ເປັນ​ຄັ້ງ​ທຳອິດ ແລະ​ໂດຍ​ອາໄສ​ຫລັກ​ການ​ອັນ​ໃດ?

3 ພະ​ເຢໂຫວາ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳອິດ​ເຖິງ​ຄວາມ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃກ້​ຊິດ​ລະຫວ່າງ​ຊີວິດ​ກັບ​ເລືອດ ລວມ​ທັງ​ຄວາມ​ສັກສິດ​ຂອງ​ສອງ​ສິ່ງ​ນີ້ ບໍ່​ດົນ​ຫລັງ​ຈາກ​ທີ່​ກາອີນ​ໄດ້​ຂ້າ​ອາເບນ. ພະເຈົ້າ​ບອກ​ກາອີນ​ວ່າ “ສຽງ​ເລືອດ​ຂອງ​ນ້ອງ​ຊາຍ​ເຈົ້າ​ກໍ​ຮ້ອງ​ຂຶ້ນ​ມາ​ຈາກ​ດິນ​ເຖິງ​ເຮົາ.” (ຕົ້ນເດີມ 4:10) ໃນ​ທັດສະນະ​ຂອງ​ພະ​ເຢໂຫວາ ເລືອດ​ຂອງ​ອາເບນ​ເປັນ​ເຄື່ອງ​ຫມາຍ​ສະແດງ​ເຖິງ​ຊີວິດ​ຂອງ​ລາວ​ເຊິ່ງ​ຖືກ​ຂ້າ​ຢ່າງ​ໂຫດ​ຮ້າຍ. ດັ່ງ​ນັ້ນ​ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ​ເລືອດ​ຂອງ​ອາເບນ​ໄດ້​ຮ້ອງ​ຂໍ​ພະເຈົ້າ​ໃຫ້​ແກ້ແຄ້ນ.—ເຫບເລີ 12:24.

4 ພາຍ​ຫລັງ​ນໍ້າ​ຖ້ວມ​ໂລກ​ໃນ​ສະໄຫມ​ຂອງ​ໂນເອ ພະເຈົ້າ​ອະນຸຍາດ​ໃຫ້​ມະນຸດ​ກິນ​ຊີ້ນ​ສັດ​ໄດ້ ແຕ່​ບໍ່​ໃຫ້​ກິນ​ເລືອດ. ພະເຈົ້າ​ກ່າວ​ວ່າ “ຊີ້ນ​ນັ້ນ ທ່ານ​ທັງ​ຫລາຍ​ຢ່າຊູ່​ກິນ​ກັບ​ຊີວິດ​ຂອງ​ມັນ ຄື​ວ່າ​ເລືອດ. ແລະ​ຈິງ​ແທ້ ເລືອດ​ທີ່​ເປັນ​ຊີວິດ​ຂອງ​ພວກ​ທ່ານ ເຮົາ​ຈະ​ຫັກ​ເອົາ.” (ຕົ້ນເດີມ 9:4, 5) ຄຳ​ສັ່ງ​ນີ້​ໃຊ້​ກັບ​ລູກ​ຫລານ​ຫມົດ​ທຸກ​ຄົນ​ຂອງ​ໂນເອ​ຈົນ​ກະທັ່ງ​ເຖິງ​ສະໄຫມ​ຂອງ​ເຮົາ. ຄຳ​ສັ່ງ​ນີ້​ຢືນຢັນ​ສິ່ງ​ທີ່​ພະເຈົ້າ​ຫມາຍ​ເຖິງ​ເມື່ອ​ພະອົງ​ເວົ້າ​ກັບ​ກາອີນ​ກ່ອນ​ຫນ້າ​ນັ້ນ​ວ່າ​ເລືອດ​ເປັນ​ເຄື່ອງ​ຫມາຍ​ສະແດງ​ເຖິງ​ຊີວິດ​ຂອງ​ມະນຸດ​ແລະ​ສັດ​ທັງ​ສິ້ນ. ຄຳ​ສັ່ງ​ດັ່ງ​ກ່າວ​ຍັງ​ພິສູດ​ວ່າ​ພະ​ເຢໂຫວາ​ຜູ້​ເປັນ​ບໍ່​ເກີດ​ຂອງ​ຊີວິດ​ຈະ​ຖື​ວ່າ​ທຸກ​ຄົນ​ທີ່​ບໍ່​ນັບຖື​ຊີວິດ​ແລະ​ເລືອດ​ຈະ​ຕ້ອງ​ໃຫ້​ການ​ຕໍ່​ພະອົງ.—ຄຳເພງ 36:9.

5, 6. ພະບັນຍັດ​ຂອງ​ໂມເຊ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເລືອດ​ທັງ​ສັກສິດ​ແລະ​ມີ​ຄ່າ? (ເບິ່ງ​ຂອບ “ ເຫັນ​ຄຸນຄ່າ​ຊີວິດ​ຂອງ​ສັດ”.)

5 ຄວາມ​ຈິງ​ທີ່​ເປັນ​ຫລັກ​ສອງ​ຢ່າງ​ນີ້​ຍັງ​ປາກົດ​ແຈ້ງ​ໃນ​ພະບັນຍັດ​ຂອງ​ໂມເຊ​ນຳ​ອີກ. ພວກເລວີ 17:10, 11 ອ່ານ​ວ່າ “ຄົນ​ທຸກ​ຄົນ . . . ທີ່​ຈະ​ກິນ​ເລືອດ​ຢ່າງ​ຫນຶ່ງ​ຢ່າງ​ໃດ ເຮົາ​ຈະ​ຕັ້ງ​ຫນ້າ​ຕໍ່​ສູ້​ຜູ້​ນັ້ນ​ທີ່​ໄດ້​ກິນ​ເລືອດ ແລະ​ເຮົາ​ຈະ​ຕັດ​ເພິ່ນ​ຈາກ​ທ່າມກາງ​ພວກ​ແຫ່ງ​ຕົນ. ເຫດ​ວ່າ​ຊີວິດ​ຈິດ​ໃຈ​ແຫ່ງ​ເນື້ອ​ກໍ​ຢູ່​ໃນ​ເລືອດ ແລະ​ຝ່າຍ​ເຮົາ ເຮົາ​ໄດ້​ປະທານ​ເລືອດ​ເທິງ​ແທ່ນ​ບູຊາ​ເພື່ອ​ຈະ​ໄດ້​ກະທຳ​ການ​ໄຖ່​ໂທດ​ແທນ​ຈິດ​ໃຈ [“ຊີວິດ,” ລ.ມ.] ທັງ​ຫລາຍ​ຂອງ​ພວກ​ທ່ານ ເຫດ​ວ່າ​ແມ່ນ​ເລືອດ​ໄຖ່​ໂທດ​ຊີວິດ.” *—ເບິ່ງ​ຂອບ “ ພະລັງ​ໄຖ່​ຖອນ​ຂອງ​ເລືອດ”.

6 ຖ້າ​ເລືອດ​ຂອງ​ສັດ​ທີ່​ຖືກ​ຂ້າ​ບໍ່​ໄດ້​ໃຊ້​ຢູ່​ແທ່ນ​ບູຊາ ກໍ​ຕ້ອງ​ເທ​ເລືອດ​ນັ້ນ​ລົງ​ດິນ. ດ້ວຍ​ວິທີ​ນີ້​ຈຶ່ງ​ເປັນ​ຄື​ກັບ​ວ່າ​ຊີວິດ​ກັບ​ຄືນ​ໄປ​ຫາ​ຜູ້​ເປັນ​ເຈົ້າ​ຂອງ​ດັ້ງເດີມ. (ພະບັນຍັດ 12:16; ເອເຊກຽນ 18:4) ແຕ່​ຂໍ​ໃຫ້​ສັງເກດ​ວ່າ​ຊາວ​ອິດສະລາແອນ​ບໍ່​ຈຳເປັນ​ຕ້ອງ​ປະຕິບັດ​ແບບ​ເຄັ່ງ​ຄັດ​ເກີນ​ໄປ​ໃນ​ການ​ພະຍາຍາມ​ເອົາ​ເລືອດ​ອອກ​ຈາກ​ເສັ້ນ​ເລືອດ​ທຸກ​ເສັ້ນ​ໃນ​ຊີ້ນ​ທີ່​ເຂົາ​ເຈົ້າ​ຈະ​ກິນ. ຕາບ​ໃດ​ທີ່​ສັດ​ນັ້ນ​ຖືກ​ຂ້າ​ແລະ​ເອົາ​ເລືອດ​ອອກ​ຢ່າງ​ຖືກ​ວິທີ ເຂົາ​ເຈົ້າ​ກໍ​ສາມາດ​ກິນ​ຊີ້ນ​ນັ້ນ​ພ້ອມ​ກັບ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ ເນື່ອງ​ຈາກ​ການ​ເອົາ​ເລືອດ​ອອກ​ແບບ​ນັ້ນ​ຈະ​ເປັນ​ການ​ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ປະທານ​ຊີວິດ.

7. ດາວິດ​ສະແດງ​ຄວາມ​ນັບຖື​ແນວ​ໃດ​ຕໍ່​ຄວາມ​ສັກສິດ​ຂອງ​ເລືອດ?

7 ດາວິດ​ເຊິ່ງ​ເປັນ “ຄົນ​ທີ່​ເຮັດ​ຖືກ​ໃຈ [ພະເຈົ້າ]” ໄດ້​ເຂົ້າ​ໃຈ​ຫລັກ​ການ​ທີ່​ຢູ່​ເບື້ອງ​ຫລັງ​ກົດຫມາຍ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ. (ກິດຈະການ 13:22, ທ.ປ.) ມີ​ຄັ້ງ​ຫນຶ່ງ​ເມື່ອ​ລາວ​ຫິວ​ນໍ້າ​ຫລາຍ​ແທ້ໆ ທະຫານ​ຂອງ​ລາວ​ສາມ​ຄົນ​ໄດ້​ຝ່າ​ອັນຕະລາຍ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ສັດຕູ ຕັກ​ນໍ້າ​ຈາກ​ນໍ້າ​ສ້າງ​ມາ​ໃຫ້​ລາວ. ດາວິດ​ເຮັດ​ແນວ​ໃດ? ລາວ​ກ່າວ​ວ່າ “ຄວນ​ບໍ​ທີ່​ຂ້າ​ນ້ອຍ​ຈະ​ດື່ມ​ເລືອດ​ຂອງ​ຜູ້​ທີ່​ຕັກ​ມາ​ດ້ວຍ​ການ​ສ່ຽງ​ຊີວິດ​ຂອງ​ເຂົາ​ເຈົ້າ?” ໃນ​ທັດສະນະ​ຂອງ​ດາວິດ ການ​ດື່ມ​ນໍ້າ​ນັ້ນ​ຈະ​ຄື​ກັບ​ການ​ດື່ມ​ເລືອດ​ທີ່​ຫລໍ່​ລ້ຽງ​ຊີວິດ​ຂອງ​ທະຫານ​ສາມ​ຄົນ​ນັ້ນ​ເຊິ່ງ​ໄດ້​ສ່ຽງ​ຊີວິດ​ໄປ​ເອົາ​ນໍ້າ​ນັ້ນ​ມາ. ເຖິງ​ແມ່ນ​ວ່າ​ຈະ​ຫິວ​ນໍ້າ ແຕ່​ລາວ “ຖອກ​ຖວາຍ​ບູຊາ​ດື່ມ​ແກ່​ພະ​ເຢໂຫວາ.”—2 ຊາເມືອນ 23:15-17, ລ.ມ.

8, 9. ທັດສະນະ​ຂອງ​ພະເຈົ້າ​ໃນ​ເລື່ອງ​ຊີວິດ​ແລະ​ເລືອດ​ໄດ້​ປ່ຽນ​ແປງ​ໄປ​ພ້ອມ​ກັບ​ການ​ກໍ່​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ບໍ? ຂໍ​ໃຫ້​ອະທິບາຍ.

8 ປະມານ 2.400 ປີ​ຫລັງ​ຈາກ​ທີ່​ໃຫ້​ຄຳ​ສັ່ງ​ແກ່​ໂນເອ​ໃນ​ເລື່ອງ​ເລືອດ ແລະ​ປະມານ 1.500 ປີ​ຫລັງ​ຈາກ​ທີ່​ໄດ້​ໃຫ້​ພະບັນຍັດ ພະ​ເຢໂຫວາ​ໄດ້​ດົນ​ໃຈ​ຄະນະ​ກຳມະການ​ປົກຄອງ​ຂອງ​ປະຊາຄົມ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ໃຫ້​ຂຽນ​ວ່າ “ພະ​ວິນຍານ​ບໍລິສຸດ​ແລະ​ເຮົາ​ທັງ​ຫລາຍ​ໄດ້​ເຫັນ​ດີ​ວ່າ​ຈະ​ບໍ່​ເອົາ​ຂອງ​ຫນັກ​ມາ​ວາງ​ໄວ້​ເທິງ​ທ່ານ​ທັງ​ຫລາຍ ເທົ່າ​ເວັ້ນ​ໄວ້​ແຕ່​ຂໍ້​ນີ້​ທີ່​ເປັນ​ຂໍ້​ອັນ​ຕ້ອງ​ປະສົງ ຄື​ວ່າ​ໃຫ້​ອົດ [“ລະ​ເວັ້ນ,” ລ.ມ.] ຈາກ​ຂອງ​ຖວາຍ​ແກ່​ຮູບ​ພະ​ແລະ​ຈາກ​ກິນ​ເລືອດ ແລະ​ຈາກ​ກິນ​ສັດ​ຕາຍ​ອັດ​ຄໍ ແລະ​ຈາກ​ການ​ຜິດ​ຊາຍ​ຍິງ.”—ກິດຈະການ 15:28, 29.

9 ເຫັນ​ໄດ້​ແຈ້ງ​ວ່າ​ຄະນະ​ກຳມະການ​ປົກຄອງ​ໃນ​ຍຸກ​ທຳອິດ​ເຂົ້າ​ໃຈ​ວ່າ​ເລືອດ​ສັກສິດ ແລະ​ການ​ໃຊ້​ເລືອດ​ແບບ​ຜິດໆຖື​ວ່າ​ເປັນ​ການ​ເຮັດ​ຜິດ​ສິນລະທຳ​ເຊິ່ງ​ຄື​ກັບ​ການ​ບູຊາ​ຮູບ​ປັ້ນ​ແລະ​ການ​ຜິດ​ປະເວນີ. ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ຍອມ​ຮັບ​ຈຸດ​ຢືນ​ດັ່ງ​ກ່າວ. ຍິ່ງ​ກວ່າ​ນັ້ນ ເນື່ອງ​ຈາກ​ເຂົາ​ເຈົ້າ​ຄິດ​ເຖິງ​ການ​ນຳ​ໃຊ້​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ແທນ​ທີ່​ຈະ​ຄາດ​ຫມາຍ​ໃຫ້​ມີ​ຄຳ​ສັ່ງ​ທີ່​ເຈາະ​ຈົງ ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ການ​ໃຊ້​ເລືອດ​ເຂົາ​ເຈົ້າ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ.

ການ​ໃຊ້​ເລືອດ​ໃນ​ທາງ​ການ​ແພດ

ຂ້ອຍ​ຈະ​ອະທິບາຍ​ກັບ​ແພດ​ແນວ​ໃດ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ຂ້ອຍ​ໃນ​ເລື່ອງ​ການ​ໃຊ້​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ?

10, 11. (ກ) ພະຍານ​ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ໃສ່​ເລືອດ​ຄົບ​ສ່ວນ​ແລະ​ສ່ວນ​ປະກອບ​ຫລັກ​ຂອງ​ເລືອດ? (ຂ) ໃນ​ເລື່ອງ​ເລືອດ​ຄລິດສະຕຽນ​ອາດ​ມີ​ຄວາມ​ຄິດ​ເຫັນ​ທີ່​ຕ່າງ​ກັນ​ກ່ຽວ​ກັບ​ບັນຫາ​ໃດ​ແດ່?

10 ພະຍານ​ພະ​ເຢໂຫວາ​ຍອມ​ຮັບ​ວ່າ​ການ “ລະ​ເວັ້ນ​ຈາກ . . . ເລືອດ” ຫມາຍ​ເຖິງ​ການ​ບໍ່​ຍອມ​ຮັບ​ການ​ໃສ່​ເລືອດ​ແລະ​ບໍ່​ບໍລິຈາກ​ເລືອດ ຫລື​ເກັບ​ເລືອດ​ຂອງ​ຕົນ​ໄວ້​ເພື່ອ​ໃຊ້​ໃນ​ການ​ໃສ່​ເລືອດ. ນອກ​ຈາກ​ນີ້ ເນື່ອງ​ຈາກ​ມີ​ຄວາມ​ນັບຖື​ຕໍ່​ກົດຫມາຍ​ຂອງ​ພະເຈົ້າ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ​ສ່ວນ​ປະກອບ​ຫລັກ​ສີ່​ຢ່າງ​ຂອງ​ເລືອດ​ຄື ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ເກັດ​ເລືອດ ແລະ​ປລາດສະມາ (ເລືອດ​ລາຍ).

11 ໃນ​ປັດຈຸບັນ ຫລາຍ​ຄັ້ງ​ມີ​ການ​ແຍກ​ສ່ວນ​ປະກອບ​ຫລັກ​ເຫລົ່າ​ນີ້​ອອກ​ເປັນ​ສ່ວນ​ປະກອບ​ຍ່ອຍ​ໂດຍ​ເອົາ​ໄປ​ຜ່ານ​ຂະບວນ​ການ​ຕື່ມ​ອີກ ແລ້ວ​ນຳ​ໄປ​ໃຊ້​ໃນ​ຫລາກ​ຫລາຍ​ວິທີ. ຄລິດສະຕຽນ​ສາມາດ​ຮັບ​ເອົາ​ສ່ວນ​ປະກອບ​ຍ່ອຍ​ເຊັ່ນ​ນັ້ນ​ບໍ? ລາວ​ຈະ​ຖື​ວ່າ​ສ່ວນ​ປະກອບ​ຍ່ອຍ​ເຫລົ່າ​ນັ້ນ​ເປັນ “ເລືອດ” ບໍ? ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອງ​ໃນ​ເລື່ອງ​ນີ້. ຫລັກ​ການ​ດຽວ​ກັນ​ນີ້​ນຳ​ໃຊ້​ກັບ​ຂັ້ນ​ຕອນ​ການ​ປິ່ນປົວ​ເຊັ່ນ ການ​ຟອກ​ເລືອດ ການ​ຫລຸດ​ຄວາມ​ເຂັ້ມ​ຂອງ​ເລືອດ ການ​ເກັບ​ຄືນ​ເລືອດ​ຂອງ​ຕົນ​ເອງ​ທີ່​ໄຫລ​ອອກ​ໄປ​ແລ້ວ​ເອົາ​ມາ​ໃສ່​ຄືນ​ໃນ​ເງື່ອນ​ໄຂ​ທີ່​ວ່າ​ບໍ່​ເກັບ​ເລືອດ​ນັ້ນ​ຄ້າງ​ໄວ້.—ເບິ່ງ​ພາກ​ຜະຫນວກ “ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ແລະ​ວິທີ​ການ​ລະຫວ່າງ​ການ​ຜ່າ​ຕັດ”.

12. ເຮົາ​ຄວນ​ຈະ​ມີ​ທັດສະນະ​ແນວ​ໃດ​ໃນ​ເລື່ອງ​ກ່ຽວ​ກັບ​ສະຕິ​ຮູ້ສຶກ​ຜິດ​ຊອບ ແລະ​ຄວນ​ຈັດການ​ເລື່ອງ​ດັ່ງ​ກ່າວ​ໂດຍ​ວິທີ​ໃດ?

12 ເລື່ອງ​ທີ່​ເຮົາ​ຕ້ອງ​ຕັດສິນ​ໃຈ​ເປັນ​ສ່ວນ​ຕົວ​ເປັນ​ເລື່ອງ​ທີ່​ບໍ່​ສຳຄັນ​ສຳລັບ​ພະ​ເຢໂຫວາ​ບໍ? ບໍ່​ແມ່ນ ພະອົງ​ສົນ​ໃຈ​ຢ່າງ​ແທ້​ຈິງ​ໃນ​ຄວາມ​ຄິດ​ແລະ​ແຮງ​ກະຕຸ້ນ​ຂອງ​ເຮົາ. (ສຸພາສິດ 17:3; 21:2; 24:12) ດັ່ງ​ນັ້ນ ພາຍ​ຫລັງ​ທີ່​ອະທິດຖານ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ແລະ​ເຮັດ​ການ​ຄົ້ນ​ຄວ້າ​ຢ່າງ​ລະອຽດ​ໃນ​ເລື່ອງ​ຜະລິດຕະພັນ​ຫລື​ຂັ້ນ​ຕອນ​ການ​ປິ່ນປົວ ເຮົາ​ຄວນ​ເອົາໃຈໃສ່​ຟັງ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຈາກ​ຄຳພີ​ໄບເບິນ. (ໂລມ 14:2, 22, 23) ແນ່ນອນ​ວ່າ​ຄົນ​ອື່ນ​ບໍ່​ຄວນ​ຕັດສິນ​ໃຈ​ແທນ​ເຮົາ ຫລື​ບັງຄັບ​ເຮົາ​ໃຫ້​ເຮັດ​ແບບ​ທີ່​ເຂົາ​ເຈົ້າ​ເລືອກ ແລະ​ເຮົາ​ກໍ​ບໍ່​ຄວນ​ຖາມ​ວ່າ “ຖ້າ​ປະເຊີນ​ສະພາບການ​ແບບ​ດຽວ​ກັບ​ຂ້ອຍ ເຈົ້າ​ຈະ​ເຮັດ​ແນວ​ໃດ?” ໃນ​ເລື່ອງ​ດັ່ງ​ກ່າວ​ນັ້ນ ຄລິດສະຕຽນ​ແຕ່​ລະ​ຄົນ​ຄວນ “ແບກ​ພາລະ​ຂອງ​ຕົນ​ເອງ.” *ຄາລາຊີ 6:5, ທ.ປ.; ໂລມ 14:12; ເບິ່ງ​ຂອບ “ ຂ້ອຍ​ຖື​ວ່າ​ເລືອດ​ສັກສິດ​ບໍ?

ກົດຫມາຍ​ຂອງ​ພະ​ເຢໂຫວາ​ສະທ້ອນ​ເຖິງ​ຄວາມ​ຮັກ​ແບບ​ພໍ່

13. ກົດຫມາຍ​ແລະ​ຫລັກ​ການ​ຂອງ​ພະ​ເຢໂຫວາ​ເປີດ​ເຜີຍ​ອັນ​ໃດ​ກ່ຽວ​ກັບ​ພະອົງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

13 ກົດຫມາຍ​ແລະ​ຫລັກ​ການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເປີດ​ເຜີຍ​ວ່າ​ພະ​ເຢໂຫວາ​ທັງ​ເປັນ​ຜູ້​ປະທານ​ກົດຫມາຍ​ທີ່​ສະຫລາດ​ແລະ​ເປັນ​ພໍ່​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ ເຊິ່ງ​ຫ່ວງໃຍ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສະຫວັດດີພາບ​ຂອງ​ພວກ​ລູກ​ຂອງ​ພະອົງ. (ຄຳເພງ 19:7-11) ເຖິງ​ແມ່ນ​ຄຳ​ສັ່ງ​ທີ່​ໃຫ້ “ລະ​ເວັ້ນ​ຈາກ . . . ເລືອດ” ບໍ່​ແມ່ນ​ກົດ​ທີ່​ຕັ້ງ​ໄວ້​ເພື່ອ​ປະໂຫຍດ​ດ້ານ​ສຸຂະພາບ ແຕ່​ກໍ​ປ້ອງກັນ​ເຮົາ​ໄວ້​ຈາກ​ພະຍາດ​ແຊກ​ແຊງ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ການ​ໃສ່​ເລືອດ. (ກິດຈະການ 15:20) ທີ່​ຈິງ​ແລ້ວ ຫລາຍ​ຄົນ​ໃນ​ຂະແຫນງ​ການ​ແພດ​ຖື​ວ່າ​ການ​ຜ່າ​ຕັດ​ທີ່​ບໍ່​ໃຊ້​ເລືອດ​ເປັນ​ວິທີ​ປິ່ນປົວ​ສະໄຫມ​ໃຫມ່​ເຊິ່ງ​ມີ​ຄຸນະພາບ​ດີ​ທີ່​ສຸດ. ສຳລັບ​ຄລິດສະຕຽນ​ແທ້​ແລ້ວ ຄວາມ​ກ້າວ​ຫນ້າ​ດັ່ງ​ກ່າວ​ຢືນຢັນ​ເຖິງ​ສະຕິ​ປັນຍາ​ທີ່​ບໍ່​ມີ​ຂີດ​ຈຳກັດ​ແລະ​ຄວາມ​ຮັກ​ແບບ​ພໍ່​ຂອງ​ພະ​ເຢໂຫວາ.—ເອຊາອີ 55:9; ໂຢຮັນ 14:21, 23.

14, 15. (ກ) ຄວາມ​ຮັກ​ທີ່​ພະເຈົ້າ​ມີ​ຕໍ່​ປະຊາຊົນ​ຂອງ​ພະອົງ​ສະທ້ອນ​ອອກ​ມາ​ໃນ​ກົດຫມາຍ​ອັນ​ໃດ​ແດ່? (ຂ) ເຈົ້າ​ຈະ​ເອົາ​ຫລັກ​ການ​ທີ່​ແຝງ​ຢູ່​ໃນ​ລະບຽບ​ການ​ໃນ​ເລື່ອງ​ຄວາມ​ປອດໄພ​ມາ​ໃຊ້​ແນວ​ໃດ?

14 ມີ​ການ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຫ່ວງໃຍ​ທີ່​ພະເຈົ້າ​ມີ​ຕໍ່​ສະຫວັດດີພາບ​ຂອງ​ປະຊາຊົນ​ຂອງ​ພະອົງ​ໃນ​ອິດສະລາແອນ​ບູຮານ​ໃນ​ກົດຫມາຍ​ຫລາຍ​ຂໍ້. ຕົວ​ຢ່າງ ພະອົງ​ກຳນົດ​ວ່າ​ຊາວ​ອິດສະລາແອນ​ຕ້ອງ​ເຮັດ​ຂອບ​ກັ້ນ​ຕໍ່າໆຢູ່​ອ້ອມ​ຊັ້ນ​ດາດ​ຟ້າ​ເພື່ອ​ປ້ອງກັນ​ອຸບັດ​ຕິ​ເຫດ ເນື່ອງ​ຈາກ​ຊັ້ນ​ດາດ​ຟ້າ​ເປັນ​ບ່ອນ​ທີ່​ເຮັດ​ກິດຈະກຳ​ຫລາຍ​ຢ່າງ. (ພະບັນຍັດ 22:8; 1 ຊາເມືອນ 9:25, 26; ເນເຫມີ 8:16; ກິດຈະການ 10:9) ພະເຈົ້າ​ຍັງ​ສັ່ງ​ໃຫ້​ຂັງ​ງົວ​ເຖິກ​ທີ່​ເປັນ​ອັນຕະລາຍ. (ອົບພະຍົບ 21:28, 29) ການ​ລະເລີຍ​ຂໍ້​ຮຽກ​ຮ້ອງ​ເຫລົ່າ​ນີ້​ສະແດງ​ເຖິງ​ການ​ບໍ່​ໃສ່​ໃຈ​ຕໍ່​ສະຫວັດດີພາບ​ຂອງ​ຄົນ​ອື່ນ​ແລະ​ອາດ​ກໍ່​ໃຫ້​ເກີດ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ.

15 ເຈົ້າ​ຈະ​ເອົາ​ຫລັກ​ການ​ທີ່​ແຝງ​ຢູ່​ໃນ​ກົດຫມາຍ​ເຫລົ່າ​ນີ້​ມາ​ໃຊ້​ແນວ​ໃດ? ຂໍ​ໃຫ້​ຄິດ​ເຖິງ​ຍານ​ພາຫະນະ ນິດໄສ​ການ​ຂັບ​ຂີ່ ສັດ​ລ້ຽງ ເຮືອນ ບ່ອນ​ເຮັດ​ວຽກ ແລະ​ການ​ເລືອກ​ການ​ພັກຜ່ອນ​ຢ່ອນ​ໃຈ​ຂອງ​ເຈົ້າ. ໃນ​ບາງ​ປະເທດ ອຸບັດ​ຕິ​ເຫດ​ເປັນ​ສາເຫດ​ຫລັກ​ຂອງ​ການ​ເສຍ​ຊີວິດ​ທ່າມກາງ​ຄົນ​ໃນ​ໄວ​ຫນຸ່ມ ຫລາຍ​ຄັ້ງ​ເນື່ອງ​ຈາກ​ເຂົາ​ເຈົ້າ​ສ່ຽງ​ຊີວິດ​ແບບ​ທີ່​ບໍ່​ຈຳເປັນ. ແນວ​ໃດ​ກໍ​ຕາມ ຄົນ​ໃນ​ໄວ​ຫນຸ່ມ​ທີ່​ຕ້ອງການ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ​ຖື​ວ່າ​ຊີວິດ​ມີ​ຄ່າ​ແລະ​ບໍ່​ສະແຫວງ​ຫາ​ຄວາມ​ຕື່ນ​ເຕັ້ນ​ໃນ​ກິດຈະກຳ​ທີ່​ເປັນ​ອັນຕະລາຍ. ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ແບບ​ໂງ່ໆວ່າ​ຕົນ​ເອງ​ບໍ່​ມີ​ທາງ​ໄດ້​ຮັບ​ບາດເຈັບ. ແທນ​ທີ່​ຈະ​ຄິດ​ແນວ​ນັ້ນ ເຂົາ​ເຈົ້າ​ເພີດເພີນ​ກັບ​ໄວ​ຫນຸ່ມ​ໂດຍ​ປົກ​ປ້ອງ​ຕົນ​ເອງ​ໄວ້​ບໍ່​ໃຫ້​ໄດ້​ຮັບ​ຄວາມ​ເສຍຫາຍ​ທີ່​ບໍ່​ຈຳເປັນ.—ຜູ້ເທສະໜາປ່າວປະກາດ 11:9, 10.

16. ຫລັກ​ການ​ອັນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເອົາ​ລູກ​ອອກ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ​ນຳ.)

16 ແມ່ນ​ແຕ່​ຊີວິດ​ຂອງ​ລູກ​ອ່ອນ​ທີ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ຄ່າ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. ໃນ​ອິດສະລາແອນ​ບູຮານ ຖ້າ​ມີ​ຄົນ​ເຮັດ​ອັນຕະລາຍ​ແກ່​ຜູ້​ຍິງ​ທີ່​ຖື​ພາ ແລະ​ເຮັດ​ໃຫ້​ລາວ​ຫລື​ບໍ່​ກໍ ລູກ​ອ່ອນ​ທີ່​ຢູ່​ໃນ​ທ້ອງ​ເສຍ​ຊີວິດ ພະເຈົ້າ​ຖື​ວ່າ​ຄົນ​ນັ້ນ​ມີ​ຄວາມ​ຜິດ​ສະຖານ​ຂ້າ​ຄົນ ແລະ​ລາວ​ຕ້ອງ​ຊົດ​ໃຊ້​ດ້ວຍ “ຊີວິດ . . . ແທນ​ຊີວິດ.” * (ອົບພະຍົບ 21:22, 23) ດັ່ງ​ນັ້ນ ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຕ້ອງ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ການ​ເອົາ​ລູກ​ອ່ອນ​ອອກ​ໂດຍ​ເຈຕະນາ​ຢ່າງ​ນັບ​ບໍ່​ຖ້ວນ​ໃນ​ແຕ່​ລະ​ປີ ລູກ​ອ່ອນ​ຈຳນວນ​ຫລາຍ​ຖືກ​ຂ້າ​ເນື່ອງ​ຈາກ​ຄວາມ​ເຫັນ​ແກ່​ຕົວ​ແລະ​ການ​ບໍ່​ເຄັ່ງ​ຄັດ​ທາງ​ສິນລະທຳ.

17. ເຈົ້າ​ຈະ​ປອບ​ໂຍນ​ແນວ​ໃດ​ສຳລັບ​ບາງ​ຄົນ​ທີ່​ເຄີຍ​ເອົາ​ລູກ​ອອກ​ກ່ອນ​ມາ​ຮຽນ​ຮູ້​ມາດຕະຖານ​ຂອງ​ພະເຈົ້າ?

17 ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຜູ້​ຍິງ​ທີ່​ເຄີຍ​ເອົາ​ລູກ​ອອກ​ກ່ອນ​ມາ​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ? ນີ້​ຫມາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ເມດຕາ​ລາວ​ບໍ? ບໍ່​ເປັນ​ແນວ​ນັ້ນ! ທີ່​ຈິງ​ແລ້ວ​ຄົນ​ທີ່​ກັບ​ໃຈ​ຢ່າງ​ແທ້​ຈິງ​ສາມາດ​ຄາດ​ຫມາຍ​ການ​ໃຫ້​ອະໄພ​ຈາກ​ພະ​ເຢໂຫວາ​ໂດຍ​ອາໄສ​ເລືອດ​ຂອງ​ພະ​ເຍຊູ​ທີ່​ໄຫລ​ອອກ. (ຄຳເພງ 103:8-14; ເອເຟດ 1:7) ທີ່​ຈິງ​ພະ​ຄລິດ​ເອງ​ກ່າວ​ວ່າ “ເຮົາ​ໄດ້​ມາ​ເອີ້ນ​ເອົາ​ບໍ່​ໃຊ່​ຄົນ​ຊອບທຳ ແຕ່​ວ່າ​ຄົນ​ບາບ​ທັງ​ຫລາຍ​ໃຫ້​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່.”—ລືກາ 5:32.

ຫລີກ​ລ່ຽງ​ຄວາມ​ຄິດ​ທີ່​ກໍ່​ຄວາມ​ເສຍຫາຍ!

18. ຄຳພີ​ໄບເບິນ​ລະບຸ​ວ່າ​ອັນ​ໃດ​ເປັນ​ສາເຫດ​ສ່ວນ​ໃຫຍ່​ຂອງ​ການ​ຂ້າ​ຄົນ?

18 ນອກ​ຈາກ​ບໍ່​ໃຫ້​ເຮົາ​ທຳ​ຮ້າຍ​ຄົນ​ອື່ນ​ແລ້ວ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ກຳຈັດ​ສາເຫດ​ຫລັກ​ຂອງ​ການ​ຂ້າ​ຄົນ​ໃຫ້​ຫມົດ​ໄປ​ຈາກ​ຫົວໃຈ​ເຮົາ ນັ້ນ​ຄື​ຄວາມ​ກຽດ​ຊັງ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ “ຄົນ​ທຸກ​ຄົນ​ທີ່​ຊັງ​ພີ່​ນ້ອງ​ແຫ່ງ​ຕົນ​ເປັນ​ຄົນ​ຂ້າ​ຄົນ.” (1 ໂຢຮັນ 3:15) ຄົນ​ເຊັ່ນ​ນັ້ນ​ບໍ່​ພຽງ​ແຕ່​ບໍ່​ມັກ​ພີ່​ນ້ອງ​ຂອງ​ຕົນ ແຕ່​ຢາກ​ໃຫ້​ລາວ​ຕາຍ​ພ້ອມ. ຄວາມ​ກຽດ​ຊັງ​ນັ້ນ​ອາດ​ສະແດງ​ອອກ​ໂດຍ​ການ​ເວົ້າ​ໃສ່​ຮ້າຍ​ຫລື​ກ່າວ​ຫາ​ວ່າ​ເຮັດ​ສິ່ງ​ທີ່​ຖ້າ​ເປັນ​ຄວາມ​ຈິງ​ກໍ​ສົມຄວນ​ໄດ້​ຮັບ​ການ​ພິພາກສາ​ຈາກ​ພະ​ເຢໂຫວາ. (ພວກເລວີ 19:16; ພະບັນຍັດ 19:18-21; ມັດທາຍ 5:22) ດັ່ງ​ນັ້ນ ນັບ​ວ່າ​ສຳຄັນ​ແທ້ໆທີ່​ເຮົາ​ພະຍາຍາມ​ກຳຈັດ​ຄວາມ​ມຸ່ງ​ຮ້າຍ​ໃດໆທີ່​ອາດ​ມີ​ຢູ່​ໃນ​ຫົວໃຈ​ໃຫ້​ຫມົດ​ໄປ!—ຢາໂກໂບ 1:14, 15; 4:1-3.

19. ຜູ້​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຂໍ້​ຄວາມ​ໃນ​ຄຳເພງ 11:5 ແລະ​ຟີລິບ 4:8, 9?

19 ຜູ້​ທີ່​ເຫັນ​ຄຸນຄ່າ​ຊີວິດ​ເຊັ່ນ​ດຽວ​ກັບ​ພະ​ເຢໂຫວາ​ແລະ​ຢາກ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະອົງ​ຍັງ​ເວັ້ນ​ຫນີ​ຈາກ​ຄວາມ​ຮຸນແຮງ​ທຸກ​ຮູບ​ແບບ. ຄຳເພງ 11:5 ກ່າວ​ວ່າ “ຈິດ​ໃຈ​ຂອງ [ພະ​ເຢໂຫວາ] ກໍ​ກຽດ​ຊັງ​ຄົນ​ທີ່​ມັກ​ການ​ຫຍາບຊ້າ​ສາໂຫດ [“ຄວາມ​ຮຸນແຮງ,” ລ.ມ.].” ຂໍ້​ຄວາມ​ດັ່ງ​ກ່າວ​ບໍ່​ໄດ້​ເປັນ​ພຽງ​ຖ້ອຍຄຳ​ທີ່​ພັນລະນາ​ເຖິງ​ບຸກຄະລິກ​ລັກສະນະ​ຂອງ​ພະເຈົ້າ​ເທົ່າ​ນັ້ນ; ແຕ່​ເປັນ​ຫລັກ​ການ​ຊີ້​ນຳ​ວິທີ​ທີ່​ເຮົາ​ຄວນ​ດຳເນີນ​ຊີວິດ. ຫລັກ​ການ​ນີ້​ກະຕຸ້ນ​ຜູ້​ທີ່​ຮັກ​ພະເຈົ້າ​ໃຫ້​ຫລີກ​ລ່ຽງ​ຄວາມ​ບັນເທີງ​ຮູບ​ແບບ​ໃດ​ກໍ​ຕາມ​ທີ່​ອາດ​ສົ່ງເສີມ​ໃຫ້​ມັກ​ຄວາມ​ຮຸນແຮງ. ເຊັ່ນ​ດຽວ​ກັນ ຖ້ອຍຄຳ​ທີ່​ວ່າ​ພະ​ເຢໂຫວາ​ເປັນ “ພະເຈົ້າ​ແຫ່ງ​ຄວາມ​ສຸກ​ສຳລານ” ກະຕຸ້ນ​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ຈະ​ເຮັດ​ໃຫ້​ຈິດ​ໃຈ​ແລະ​ຫົວໃຈ​ຂອງ​ຕົນ​ປ່ຽມ​ດ້ວຍ​ສິ່ງ​ທີ່​ເປັນ​ຕາ​ຮັກ ສິ່ງ​ທີ່​ດີ ແລະ​ສິ່ງ​ທີ່​ເປັນ​ຕາ​ສັນລະເສີນ ເຊິ່ງ​ເຮັດ​ໃຫ້​ເກີດ​ສັນຕິສຸກ.—ຟີລິບ 4:8, 9.

ຫລີກ​ລ່ຽງ​ອົງການ​ທີ່​ມີ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ

20-22. ຄລິດສະຕຽນ​ຍຶດ​ຫມັ້ນ​ກັບ​ຈຸດ​ຢືນ​ອັນ​ໃດ​ຕໍ່​ໂລກ ແລະ​ເພາະ​ເຫດ​ໃດ?

20 ໃນ​ທັດສະນະ​ຂອງ​ພະເຈົ້າ ໂລກ​ທັງ​ຫມົດ​ຂອງ​ຊາຕານ​ມີ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ. ໃນ​ພະ​ຄຳພີ ມີ​ການ​ສະແດງ​ພາບ​ລະບົບ​ການ​ເມືອງ​ຂອງ​ໂລກ​ວ່າ​ເປັນ​ສັດ​ຮ້າຍ​ທີ່​ໄດ້​ຂ້າ​ຄົນ​ຈຳນວນ​ນັບ​ບໍ່​ຖ້ວນ ເຊິ່ງ​ລວມ​ເຖິງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫລາຍ​ຄົນ. (ດານຽນ 8:3, 4, 20-22; ຄຳປາກົດ 13:1, 2, 7, 8) ໂດຍ​ຮ່ວມ​ມື​ກັບ​ອຳນາດ​ທາງ​ການ​ເມືອງ​ເຫລົ່າ​ນີ້​ທີ່​ເປັນ​ຄື​ສັດ​ຮ້າຍ ອຳນາດ​ທາງ​ການ​ຄ້າ​ຂອງ​ໂລກ​ແລະ​ຄວາມ​ກ້າວ​ຫນ້າ​ທາງ​ວິທະຍາສາດ​ໄດ້​ສ້າງ​ອາວຸດ​ຮ້າຍແຮງ​ທີ່​ສຸດ​ເທົ່າ​ທີ່​ຈະ​ນຶກ​ພາບ​ອອກ​ໄດ້ ແລະ​ໄດ້​ກຳໄລ​ມະຫາສານ. ເປັນ​ຄວາມ​ຈິງ​ທີ່​ວ່າ “ໂລກ​ທັງ​ສິ້ນ​ນອນ​ຢູ່​ໃນ​ຜູ້​ຮ້າຍ​ນັ້ນ”!—1 ໂຢຮັນ 5:19.

21 ເນື່ອງ​ຈາກ​ຜູ້​ຕິດ​ຕາມ​ຂອງ​ພະ​ເຍຊູ ‘ບໍ່​ຢູ່​ຝ່າຍ​ໂລກ’ ແຕ່​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ​ໃນ​ເລື່ອງ​ການ​ເມືອງ​ແລະ​ສົງຄາມ ເຂົາ​ເຈົ້າ​ຫລີກ​ລ່ຽງ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ​ທັງ​ໃນ​ກໍລະນີ​ທີ່​ຕົນ​ເອງ​ເຮັດ​ຫລື​ຮ່ວມ​ກັບ​ຫມູ່​ຄະນະ. * (ໂຢຮັນ 15:19; 17:16) ແລະ​ໃນ​ການ​ຮຽນ​ແບບ​ພະ​ຄລິດ ເຂົາ​ເຈົ້າ​ບໍ່​ຕອບ​ໂຕ້​ດ້ວຍ​ຄວາມ​ຮຸນແຮງ​ເມື່ອ​ຄົນ​ອື່ນ​ຂົ່ມເຫງ. ແທນ​ທີ່​ຈະ​ຕອບ​ໂຕ້ ເຂົາ​ເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ສັດຕູ ແມ່ນ​ແຕ່​ອະທິດຖານ​ເພື່ອ​ຊໍ້າ.—ມັດທາຍ 5:44; ໂລມ 12:17-21.

22 ເຫນືອ​ສິ່ງ​ອື່ນ​ໃດ ຄລິດສະຕຽນ​ແທ້​ເວັ້ນ​ຫນີ​ຈາກ​ການ​ກ່ຽວ​ຂ້ອງ​ກັບ “ບາບີໂລນ​ໃຫຍ່” ຈັກກະພັດ​ໂລກ​ທີ່​ປະກອບ​ດ້ວຍ​ສາສະໜາ​ປອມ​ເຊິ່ງ​ມີ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ​ຍິ່ງ​ກວ່າ​ສິ່ງ​ໃດ​ທັງ​ຫມົດ. ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ວ່າ “ໃນ​ເມືອງ​ນັ້ນ​ເຂົາ​ໄດ້​ພົບ​ເລືອດ​ຂອງ​ພວກ​ຜູ້​ທຳນວາຍ​ແລະ​ຂອງ​ພວກ​ຜູ້​ບໍລິສຸດ​ແລະ​ຂອງ​ຄົນ​ທັງ​ປວງ​ທີ່​ຖືກ​ຂ້າ​ເສຍ​ແລ້ວ​ເທິງ​ແຜ່ນດິນ​ໂລກ.” ດັ່ງ​ນັ້ນ ເຮົາ​ໄດ້​ຮັບ​ການ​ເຕືອນ​ວ່າ “ພວກ​ຂອງ​ເຮົາ​ເອີຍ ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ​ເຖີ້ນ.”—ຄຳປາກົດ 17:6; 18:2, 4, 24.

23. ການ​ອອກ​ຈາກ​ບາບີໂລນ​ໃຫຍ່​ຫມາຍ​ຄວາມ​ວ່າ​ແນວ​ໃດ?

23 ການ​ປະ​ຖິ້ມ​ບາບີໂລນ​ໃຫຍ່​ກ່ຽວ​ຂ້ອງ​ຫລາຍ​ກວ່າ​ການ​ຖອນ​ຊື່​ອອກ​ຈາກ​ການ​ເປັນ​ສະມາຊິກ​ຂອງ​ສາສະໜາ​ປອມ. ເລື່ອງ​ນີ້​ຍັງ​ລວມ​ເຖິງ​ການ​ກຽດ​ຊັງ​ກິດ​ປະຕິບັດ​ທີ່​ຊົ່ວ​ຮ້າຍ​ເຊິ່ງ​ສາສະໜາ​ປອມ​ຍອມ​ຮັບ​ເອົາ​ຫລື​ສະຫນັບສະຫນູນ ເຊັ່ນ​ການ​ຜິດ​ສິນລະທຳ ການ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ການ​ເມືອງ ແລະ​ການ​ສະແຫວງ​ຫາ​ຄວາມ​ຮັ່ງມີ​ແບບ​ໂລບ​ມາກ. (ຄຳເພງ 97:10; ຄຳປາກົດ 18:7, 9, 11-17) ຫລາຍ​ຄັ້ງ​ພຽງ​ໃດ​ທີ່​ການ​ກະທຳ​ເຫລົ່າ​ນີ້​ນຳ​ໄປ​ສູ່​ການ​ເຮັດ​ໃຫ້​ເລືອດ​ຕົກ!

24, 25. (ກ) ພະເຈົ້າ​ອາໄສ​ອັນ​ໃດ​ເປັນ​ພື້ນຖານ​ເພື່ອ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ມີ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ​ແຕ່​ໄດ້​ກັບ​ໃຈ​ແລ້ວ? (ຂ) ສິ່ງ​ນີ້​ເຕືອນ​ເຮົາ​ໃຫ້​ນຶກ​ເຖິງ​ການ​ຈັດ​ຕຽມ​ຫຍັງ​ໃນ​ສະໄໝ​ຄຳພີ​ໄບເບິນ?

24 ກ່ອນ​ມາ​ຮັບ​ເອົາ​ການ​ນະມັດສະການ​ແທ້ ພວກ​ເຮົາ​ແຕ່​ລະ​ຄົນ​ສະຫນັບສະຫນູນ​ລະບົບ​ຂອງ​ຊາຕານ​ບໍ່​ທາງ​ໃດ​ກໍ​ທາງ​ຫນຶ່ງ ແລະ​ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ​ໃນ​ລະດັບ​ໃດ​ຫນຶ່ງ. ແນວ​ໃດ​ກໍ​ຕາມ ເນື່ອງ​ຈາກ​ເຮົາ​ໄດ້​ປ່ຽນ​ແປງ​ການ​ປະພຶດ ປູກ​ຝັງ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ຄລິດ ແລະ​ອຸທິດ​ຊີວິດ​ຂອງ​ເຮົາ​ໃຫ້​ກັບ​ພະເຈົ້າ ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພະອົງ ການ​ປົກ​ປ້ອງ​ແບບ​ນັ້ນ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ເມືອງ​ລີ້​ໄພ​ໃນ​ສະໄໝ​ຄຳພີ​ໄບເບິນ. (ກິດຈະການ 3:19) ເມືອງ​ລີ້​ໄພ​ໃນ​ສະໄຫມ​ທີ່​ຂຽນ​ຄຳພີ​ໄບເບິນ​ເປັນ​ພາບ​ລ່ວງ​ຫນ້າ​ສະແດງ​ເຖິງ​ການ​ປົກ​ປ້ອງ​ເຊັ່ນ​ນັ້ນ.—ຈົດເຊັນບັນຊີ 35:11-15; ພະບັນຍັດ 21:1-9.

25 ການ​ຈັດ​ຕຽມ​ກ່ຽວ​ກັບ​ເລື່ອງ​ນີ້​ດຳເນີນ​ງານ​ແນວ​ໃດ? ຖ້າ​ຊາວ​ອິດສະລາແອນ​ຄົນ​ຫນຶ່ງ​ໄດ້​ເຮັດ​ໃຫ້​ອີກ​ຄົນ​ຫນຶ່ງ​ເສຍ​ຊີວິດ​ໂດຍ​ບໍ່​ເຈຕະນາ ລາວ​ຕ້ອງ​ຫນີ​ໄປ​ທີ່​ເມືອງ​ລີ້​ໄພ​ເມືອງ​ຫນຶ່ງ. ພາຍ​ຫລັງ​ທີ່​ຜູ້​ພິພາກສາ​ເຊິ່ງ​ມີ​ຄຸນວຸທິ​ໄດ້​ຕັດສິນ​ໃນ​ເລື່ອງ​ນັ້ນ​ແລ້ວ ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈຕະນາ​ຕ້ອງ​ອາໄສ​ຢູ່​ໃນ​ເມືອງ​ລີ້​ໄພ​ຈົນ​ເຖິງ​ປະໂລຫິດ​ໃຫຍ່​ເສຍ​ຊີວິດ. ຈາກ​ນັ້ນ​ລາວ​ຈຶ່ງ​ມີ​ອິດສະຫລະ​ທີ່​ຈະ​ໄປ​ຢູ່​ໃສ​ກໍ​ໄດ້. ຖື​ເປັນ​ຕົວຢ່າງ​ທີ່​ເດັ່ນ​ໃນ​ເລື່ອງ​ຄວາມ​ເມດຕາ​ຂອງ​ພະເຈົ້າ​ແລະ​ການ​ທີ່​ພະອົງ​ຖື​ວ່າ​ຊີວິດ​ມະນຸດ​ມີ​ຄຸນຄ່າ​ຫລາຍ! ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ທີ່​ອາໄສ​ເຄື່ອງ​ບູຊາ​ໄຖ່​ຂອງ​ພະ​ຄລິດ​ກໍ​ຄ້າຍ​ກັບ​ເມືອງ​ລີ້​ໄພ​ໃນ​ສະໄໝ​ບູຮານ ເຄື່ອງ​ບູຊາ​ໄຖ່​ປົກ​ປ້ອງ​ເຮົາ​ໄວ້​ຈາກ​ຄວາມ​ຕາຍ​ເນື່ອງ​ຈາກ​ການ​ລະເມີດ​ຄຳ​ສັ່ງ​ຂອງ​ພະເຈົ້າ​ແບບ​ບໍ່​ເຈຕະນາ​ໃນ​ເລື່ອງ​ຄວາມ​ສັກສິດ​ຂອງ​ຊີວິດ​ແລະ​ເລືອດ. ເຈົ້າ​ເຫັນ​ຄຸນຄ່າ​ຂອງ​ການ​ຈັດ​ຕຽມ​ນີ້​ບໍ? ເຈົ້າ​ຈະ​ສະແດງ​ໂດຍ​ວິທີ​ໃດ​ວ່າ​ເຫັນ​ຄຸນຄ່າ​ການ​ຈັດ​ຕຽມ​ນີ້? ວິທີ​ໜຶ່ງ​ກໍ​ໂດຍ​ການ​ເຊີນ​ຄົນ​ອື່ນ​ໃຫ້​ຍອມ​ຮັບ​ການ​ຈັດ​ຕຽມ​ເລື່ອງ​ການ​ປົກ​ປ້ອງ​ຂອງ​ພະເຈົ້າ ໂດຍ​ສະເພາະ​ເມື່ອ​ຄຳນຶງ​ເຖິງ “ຄວາມ​ທຸກ​ລຳບາກ​ໃຫຍ່” ທີ່​ພວມ​ຫຍັບ​ໃກ້​ເຂົ້າ​ມາ​ໂດຍ​ໄວ.—ມັດທາຍ 24:21, ລ.ມ.; 2 ໂກລິນໂທ 6:1, 2.

ເຫັນ​ຄຸນຄ່າ​ຊີວິດ​ໂດຍ​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ

26-28. ໃນ​ທາງ​ໃດ​ທີ່​ສະພາບການ​ຂອງ​ເຮົາ​ໃນ​ປັດຈຸບັນ​ຄ້າຍ​ກັບ​ສະພາບການ​ຂອງ​ຜູ້​ພະຍາກອນ​ເອເຊກຽນ ແລະ​ເຮົາ​ຈະ​ຮັກສາ​ຕົວ​ໄວ້​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ​ໄດ້​ແນວ​ໃດ?

26 ສະພາບການ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ປັດຈຸບັນ​ນີ້​ເຕືອນ​ໃຫ້​ນຶກ​ເຖິງ​ເອເຊກຽນ ຜູ້​ພະຍາກອນ​ໃນ​ສະໄຫມ​ບູຮານ​ທີ່​ພະ​ເຢໂຫວາ​ມອບ​ຫມາຍ​ໃຫ້​ເຮັດ​ຫນ້າທີ່​ເປັນ​ຄົນ​ຍາມ​ເພື່ອ​ປະກາດ​ຄຳ​ເຕືອນ​ຂອງ​ພະອົງ​ແກ່​ຄອບຄົວ​ຊາວ​ອິດສະລາແອນ. ພະເຈົ້າ​ກ່າວ​ວ່າ “ເຈົ້າ​ຈົ່ງ​ຟັງ​ພະ​ຄຳ​ແຕ່​ປາກ​ຂອງ​ເຮົາ​ແລະ​ຈົ່ງ​ບອກ​ເຂົາ​ຕາງ​ເຮົາ.” ຖ້າ​ເອເຊກຽນ​ປະ​ລະ​ວຽກ​ທີ່​ໄດ້​ຮັບ​ມອບ​ຫມາຍ ລາວ​ເອງ​ຄົງ​ຈະ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ເມື່ອ​ເມືອງ​ເຢຣຶຊາເລມ​ຖືກ​ທຳລາຍ. (ເອເຊກຽນ 33:7-9) ແຕ່​ເອເຊກຽນ​ເຊື່ອ​ຟັງ​ແລະ​ບໍ່​ມີ​ຄວາມ​ຜິດ​ສະຖານ​ເຮັດ​ໃຫ້​ເລືອດ​ຕົກ.

27 ໃນ​ປັດຈຸບັນ​ນີ້ ຈຸດ​ຈົບ​ຂອງ​ໂລກ​ທັງ​ສິ້ນ​ຂອງ​ຊາຕານ​ຢູ່​ຕໍ່​ຫນ້າ​ເຮົາ. ດັ່ງ​ນັ້ນ ພະຍານ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ເປັນ​ທັງ​ພັນທະ​ຫນ້າທີ່​ແລະ​ສິດທິ​ພິເສດ​ທີ່​ຈະ​ປະກາດ “ວັນ​ຕອບ​ແທນ” ຂອງ​ພະເຈົ້າ​ພ້ອມ​ກັບ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. (ເອຊາອີ 61:2; ມັດທາຍ 24:14) ເຈົ້າ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ວຽກ​ທີ່​ສຳຄັນ​ນີ້​ບໍ? ອັກຄະສາວົກ​ໂປໂລ​ຖື​ວ່າ​ວຽກ​ມອບ​ຫມາຍ​ຂອງ​ລາວ​ໃນ​ການ​ປະກາດ​ເປັນ​ເລື່ອງ​ສຳຄັນ. ດ້ວຍ​ເຫດ​ນັ້ນ ລາວ​ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ “ເຮົາ​ກໍ​ເສາະ​ໃສ​ຈາກ​ເລືອດ​ແຫ່ງ​ຄົນ​ທັງ​ປວງ ເພາະ​ວ່າ​ເຮົາ​ບໍ່​ໄດ້​ຫວງ​ຈະ​ສັ່ງ​ສອນ​ຄຳ​ປະກາດ​ແຫ່ງ​ພະເຈົ້າ​ຫມົດ​ສິ້ນ​ໃຫ້​ທ່ານ​ທັງ​ຫລາຍ​ຟັງ.” (ກິດຈະການ 20:26, 27) ຖື​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ເຮົາ​ຄວນ​ເອົາ​ເປັນ​ແບບ​ຢ່າງ!

28 ແນ່ນອນ ເພື່ອ​ຈະ​ຮັກສາ​ຕົວ​ໄວ້​ໃຫ້​ຢູ່​ໃນ​ຄວາມ​ຮັກ​ອັນ​ອົບອຸ່ນ​ແບບ​ພໍ່​ຈາກ​ພະ​ເຢໂຫວາ​ຕໍ່ໆໄປ ການ​ມີ​ທັດສະນະ​ໃນ​ເລື່ອງ​ຊີວິດ​ແລະ​ເລືອດ​ແບບ​ທີ່​ພະ​ເຢໂຫວາ​ມີ​ນັ້ນ​ຍັງ​ບໍ່​ພໍ. ເຮົາ​ຍັງ​ຕ້ອງ​ສະອາດ​ຫລື​ບໍລິສຸດ​ໃນ​ສາຍ​ຕາ​ຂອງ​ພະອົງ​ຢູ່​ສະເຫມີ​ດ້ວຍ ດັ່ງ​ທີ່​ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຕໍ່​ໄປ.

^ ຂໍ້ 5 ກ່ຽວ​ກັບ​ຖ້ອຍຄຳ​ທີ່​ພະເຈົ້າ​ກ່າວ​ວ່າ “ຊີວິດ​ຈິດ​ໃຈ​ແຫ່ງ​ເນື້ອ​ກໍ​ຢູ່​ໃນ​ເລືອດ” ວາລະສານ​ໄຊເອັນຕິຟິກ ອາເມລິກັນ ໃຫ້​ຂໍ້​ສັງເກດ​ວ່າ “ເຖິງ​ແມ່ນ​ເປັນ​ຄວາມ​ຈິງ​ທີ່​ອາດ​ຖື​ໄດ້​ວ່າ​ເລືອດ​ເປັນ​ການ​ປຽບ​ທຽບ ຫລື​ເປັນ​ສັນຍະລັກ​ຂອງ​ຊີວິດ ຖ້ອຍຄຳ​ດັ່ງ​ກ່າວ​ກໍ​ເປັນ​ຈິງ​ຕາມ​ຕົວ​ອັກສອນ ຄື​ຈຸລັງ​ເລືອດ​ແຕ່​ລະ​ຊະນິດ​ເປັນ​ສິ່ງ​ຈຳເປັນ​ສຳລັບ​ຊີວິດ.”

^ ຂໍ້ 12 ເບິ່ງ​ຕື່ນ​ເຖີດ! ສະບັບ​ເດືອນ​ສິງຫາ ປີ 2006 ຫນ້າ 3-4, 5-9, ແລະ 10-12 (ພາສາ​ໄທ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

^ ຂໍ້ 16 ຜູ້​ຮຽບ​ຮຽງ​ວັດຈະນານຸກົມ​ຄຳພີ​ໄບເບິນ​ກ່າວ​ວ່າ​ຂໍ້​ຄວາມ​ທີ່​ໃຊ້​ໃນ​ຂໍ້​ຄວາມ​ພາສາ​ເຫບເລີ “ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ແປ​ຄຳ​ນີ້​ໃນ​ແບບ​ທີ່​ກ່າວ​ເຖິງ​ການ​ເຮັດ​ອັນຕະລາຍ​ຕໍ່​ຜູ້​ຍິງ​ເທົ່າ​ນັ້ນ.” ຂໍ​ໃຫ້​ສັງເກດ​ນຳ​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ກ່າວ​ເຖິງ​ອາຍຸ​ຂອງ​ຫນໍ່​ລູກ​ຫລື​ໂຕ​ອ່ອນ​ໃນ​ທ້ອງ​ແມ່​ເພື່ອ​ຈະ​ເປັນ​ເກນ​ໃນ​ການ​ພິພາກສາ​ຂອງ​ພະ​ເຢໂຫວາ.

^ ຂໍ້ 70 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ “ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ແລະ​ວິທີ​ການ​ລະຫວ່າງ​ການ​ຜ່າ​ຕັດ”.