ບົດທີ 16
ຈົ່ງຕໍ່ສູ້ພະຍາມານແລະການກະທຳທີ່ມີເລ່ຫລ່ຽມຂອງມັນ
“ຈົ່ງຂັດຂວາງຕໍ່ສູ້ພະຍາມານ ແລະມັນຈະປົບຫນີໄປ.”—ຢາໂກໂບ 4:7.
1, 2. ການຮັບບັບເຕມາເປັນໂອກາດໃຫ້ຜູ້ໃດແດ່ມີຄວາມຍິນດີ?
ຖ້າໄດ້ຮັບໃຊ້ພະເຢໂຫວາມາເປັນເວລາຫລາຍສິບປີແລ້ວ ເຈົ້າຄົງຈະໄດ້ຟັງຄຳບັນລະຍາຍເລື່ອງການຮັບບັບເຕມາຫລາຍເທື່ອຢູ່ການປະຊຸມຫມວດ ການປະຊຸມພິເສດ ແລະການປະຊຸມພາກ. ເຖິງຢ່າງນັ້ນ ບໍ່ວ່າເຈົ້າເຄີຍເຂົ້າຮ່ວມໃນໂອກາດເຊັ່ນນັ້ນຫລາຍເທື່ອແລ້ວກໍຕາມ ແຕ່ເຈົ້າຍັງຄົງຮູ້ສຶກຖືກກະຕຸ້ນໃຈທຸກຄັ້ງເມື່ອເຫັນຄົນທີ່ນັ່ງຢູ່ແຖວຫນ້າໃນຫໍປະຊຸມຢືນຂຶ້ນເພື່ອສະເຫນີຕົວຮັບບັບເຕມາ. ໃນຕອນນັ້ນເອງມີສຽງສະແດງຄວາມຕື່ນເຕັ້ນຂອງຜູ້ຄົນທີ່ເຂົ້າຮ່ວມ ແລະຈາກນັ້ນກໍມີສຽງຕົບມືດັງສະຫນັ່ນຢ່າງຄຶກຄື້ນ. ເຈົ້າອາດເຖິງຂັ້ນນໍ້າຕາຫຸ້ມປໍ້ເມື່ອເຫັນວ່າຍັງມີບຸກຄົນທີ່ມີຄ່າອີກກຸ່ມຫນຶ່ງທີ່ເຂົ້າມາຢູ່ຝ່າຍພະເຢໂຫວາ. ຈັ່ງແມ່ນມີຄວາມຍິນດີຫລາຍແທ້ໆໃນໂອກາດແບບນັ້ນ!
2 ເຖິງວ່າເຮົາອາດເຫັນການຮັບບັບເຕມາປີລະສອງສາມເທື່ອໃນເຂດທີ່ເຮົາອາໄສຢູ່ ແຕ່ພວກທູດສະຫວັນມີສິດທິພິເສດທີ່ຈະເຫັນໂອກາດດັ່ງກ່າວຫລາຍກວ່າເຮົາອີກ. ເຈົ້າສາມາດວາດພາບໄດ້ບໍເຖິງ “ຄວາມຍິນດີໃນສະຫວັນ” ເມື່ອພວກທູດສະຫວັນເຫັນວ່າໃນແຕ່ລະອາທິດມີຜູ້ຄົນປະມານຫ້າພັນຄົນໃນທົ່ວໂລກເຂົ້າມາເພີ່ມຈຳນວນໃຫ້ກັບອົງການຂອງພະເຢໂຫວາໃນສ່ວນທີ່ເຫັນໄດ້? (ລືກາ 15:7, 10) ແນ່ນອນ ບັນດາທູດສະຫວັນຕ້ອງຕື່ນເຕັ້ນເມື່ອສັງເກດເຫັນການເພີ່ມຂຶ້ນແບບນີ້!—ອາກເກ 2:7.
ພະຍາມານ “ເຫມືອນດັ່ງສິງຕົວຫນຶ່ງທີ່ຮ້ອງຫະນາດກໍທຽວໄປມາ”
3. ເປັນຫຍັງຊາຕານເປັນ “ເຫມືອນດັ່ງສິງຕົວຫນຶ່ງທີ່ຮ້ອງຫະນາດ” ແລະມັນຢາກເຮັດຫຍັງ?
3 ແຕ່ໃນທາງກົງກັນຂ້າມ ມີພວກວິນຍານພວກຫນຶ່ງທີ່ສັງເກດເບິ່ງການຮັບໂຢບ 2:4, 5) ທຸກຄັ້ງທີ່ມີຄົນຕັດສິນໃຈອຸທິດຕົວເອງແກ່ພະເຢໂຫວາກໍເປັນຂໍ້ພິສູດວ່າຊາຕານເປັນຝ່າຍຜິດ. ເປັນຄືກັບວ່າຊາຕານຖືກຕົບຫນ້າຫລາຍພັນເທື່ອທຸກອາທິດໃນຕະຫລອດປີ. ບໍ່ແປກທີ່ມັນເປັນ “ເຫມືອນດັ່ງສິງຕົວຫນຶ່ງທີ່ຮ້ອງຫະນາດກໍທຽວໄປມາວຽນອ້ອມຮອບພວກທ່ານຊອກຫາຄົນໃດທີ່ມັນຈະກັດກິນໄດ້”! (1 ເປໂຕ 5:8) “ສິງ” ໂຕນີ້ຮ້ອນຮົນທີ່ຈະກືນກິນເຮົາທາງຝ່າຍວິນຍານເພື່ອຈະກໍ່ຄວາມເສຍຫາຍຫລືແມ່ນກະທັ່ງຕັດຂາດສາຍສຳພັນຂອງເຮົາກັບພະເຈົ້າ.—ຄຳເພງ 7:1, 2; 2 ຕີໂມເຕ 3:12.
ບັບເຕມາດັ່ງກ່າວນັ້ນດ້ວຍຄວາມໃຈຮ້າຍ. ຊາຕານແລະພວກປີສາດໂມໂຫເມື່ອເຫັນຫລາຍພັນຄົນປະຖິ້ມໂລກອັນເສື່ອມຊາມນີ້. ທີ່ຈິງ ຊາຕານເຄີຍອວດອ້າງວ່າບໍ່ມີມະນຸດຄົນໃດຈະຮັບໃຊ້ພະເຢໂຫວາຍ້ອນຄວາມຮັກອັນແທ້ຈິງ ທັງບໍ່ມີໃຜຈະຮັກສາຄວາມສັດຊື່ພາຍໃຕ້ການທົດລອງທີ່ແສນສາຫັດ. (ທຸກຄັ້ງທີ່ຄົນຜູ້ຫນຶ່ງອຸທິດຕົວແກ່ພະເຢໂຫວາແລະຮັບບັບເຕມາກໍເປັນຂໍ້ພິສູດວ່າຊາຕານເປັນຝ່າຍຜິດ
4, 5. (ກ) ພະເຢໂຫວາໄດ້ຈຳກັດຂອບເຂດອຳນາດຂອງຊາຕານໂດຍສອງວິທີທາງທີ່ສຳຄັນໃດແດ່? (ຂ) ຄລິດສະຕຽນແທ້ສາມາດແນ່ໃຈໃນເລື່ອງໃດ?
ຄຳປາກົດ 7:9, 14, ລ.ມ.) ຄຳພະຍາກອນຂອງພະເຈົ້າບໍ່ເຄີຍຫລົມແຫລວ. ດັ່ງນັ້ນ ແມ່ນແຕ່ຊາຕານກໍຕ້ອງຮູ້ວ່າມັນບໍ່ສາມາດເຮັດໃຫ້ປະຊາຊົນຂອງພະເຈົ້າທັງຫມົດຕິດບ້ວງແຮ້ວຂອງມັນ.
4 ເຖິງວ່າເຮົາປະເຊີນກັບສັດຕູທີ່ຮ້າຍກາດ ເຮົາບໍ່ມີເຫດຜົນທີ່ຕ້ອງຫນັກໃຈດ້ວຍຄວາມຢ້ານ. ເພາະເຫດໃດ? ເພາະພະເຢໂຫວາໄດ້ຈຳກັດຂອບເຂດອຳນາດຂອງ “ສິງ . . . ທີ່ຮ້ອງຫະນາດ” ໃນສອງວິທີທາງທີ່ສຳຄັນ. ມີວິທີທາງໃດແດ່? ວິທີທາງທຳອິດ ພະເຢໂຫວາໄດ້ບອກລ່ວງຫນ້າວ່າຈະມີ “ຊົນຝູງໃຫຍ່” ທີ່ປະກອບດ້ວຍຄລິດສະຕຽນແທ້ຈະລອດພົ້ນ “ຄວາມທຸກລຳບາກໃຫຍ່” ທີ່ກຳລັງຈະມາເຖິງ. (5 ວິທີທາງທີສອງເຫັນໄດ້ຈາກຄວາມຈິງພື້ນຖານຢ່າງຫນຶ່ງເຊິ່ງຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າໃນສະໄຫມບູຮານເຄີຍເວົ້າໄວ້. ຜູ້ພະຍາກອນອາຊາເຣຍບອກກະສັດອາຊາວ່າ “ພະເຢໂຫວາສະຖິດຢູ່ຝ່າຍທ່ານທັງຫລາຍເມື່ອທ່ານຢູ່ຝ່າຍພະອົງ.” (2 ຂ່າວຄາວ 15:2; 1 ໂກລິນໂທ 10:13) ຫລາຍຕົວຢ່າງທີ່ບັນທຶກໄວ້ສະແດງວ່າໃນອະດີດຊາຕານຫລົມແຫລວຕະຫລອດໃນການກືນກິນຜູ້ຮັບໃຊ້ຂອງພະເຈົ້າເຊິ່ງໄດ້ຮັກສາຕົວໃຫ້ໃກ້ຊິດກັບພະເຈົ້າສະເຫມີ. (ເຫບເລີ 11:4-40) ໃນປັດຈຸບັນນີ້ ຄລິດສະຕຽນທີ່ຮັກສາຕົວໃຫ້ໃກ້ຊິດກັບພະເຈົ້າສະເຫມີຈະສາມາດຕໍ່ຕ້ານພະຍາມານແລະກະທັ່ງເອົາຊະນະມັນໄດ້. ທີ່ຈິງ ພະຄຳຂອງພະເຈົ້າຮັບຮອງນຳເຮົາວ່າ “ຈົ່ງຂັດຂວາງຕໍ່ສູ້ພະຍາມານ ແລະມັນຈະປົບຫນີໄປຈາກພວກທ່ານ.”—ຢາໂກໂບ 4:7.
“ເຮົາທັງຫລາຍ . . . ຕໍ່ສູ້ລິດເດດ ເປັນວິນຍານອັນຊົ່ວ”
6. ຊາຕານໂຈມຕີຄລິດສະຕຽນເປັນແຕ່ລະບຸກຄົນແນວໃດ?
6 ຊາຕານຈະບໍ່ຊະນະໃນການຕໍ່ສູ້ ແຕ່ອາດກ່າວໄດ້ວ່າມັນສາມາດເອົາຊະນະເຮົາແຕ່ລະຄົນໄດ້ຖ້າເຮົາບໍ່ລະມັດລະວັງ. ຊາຕານຮູ້ວ່າຈະກືນກິນເຮົາໄດ້ຖ້າມັນສາມາດເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາຢ່ອນຍານລົງ. ຊາຕານພະຍາຍາມບັນລຸເປົ້າຫມາຍນີ້ໂດຍວິທີໃດ? ໂດຍການໂຈມຕີເຮົາຢ່າງຮຸນແຮງ ເປັນສ່ວນຕົວ ແລະຢ່າງມີເລ່ຫລ່ຽມ. ໃຫ້ເຮົາພິຈາລະນາຍຸດທະວິທີສຳຄັນເຫລົ່ານີ້ຂອງຊາຕານ.
7. ເປັນຫຍັງຊາຕານຈຶ່ງໂຈມຕີປະຊາຊົນຂອງພະເຢໂຫວາຢ່າງຮຸນແຮງ?
7 ການໂຈມຕີຢ່າງຮຸນແຮງ. ອັກຄະສາວົກໂຢຮັນກ່າວວ່າ “ມະນຸດສະໂລກທັງ1 ໂຢຮັນ 5:19) ໃນຄຳເວົ້າດັ່ງກ່າວມີຄຳເຕືອນສຳລັບຄລິດສະຕຽນແທ້ທຸກຄົນ. ເນື່ອງຈາກຊາຕານໄດ້ກືນກິນມະນຸດທັງໂລກທີ່ຊົ່ວຮ້າຍໄປແລ້ວ ຕອນນີ້ມັນຈຶ່ງສາມາດສຸມໃສ່ແລະທັງເພີ່ມການໂຈມຕີຕໍ່ຜູ້ທີ່ເຄີຍຫລົບຫນີຈາກມັນ ນັ້ນກໍຄືປະຊາຊົນຂອງພະເຢໂຫວາ. (ມີເກ 4:1; ໂຢຮັນ 15:19; ຄຳປາກົດ 12:12, 17) ຍ້ອນຮູ້ວ່າເວລາຂອງມັນມີຫນ້ອຍ ມັນຈຶ່ງຄຽດຮ້າຍຫລາຍ. ດັ່ງນັ້ນມັນຈຶ່ງເພີ່ມຄວາມກົດດັນໃຫ້ຫລາຍຂຶ້ນ. ໃນທຸກມື້ນີ້ ເຮົາປະເຊີນຫນ້າກັບຄວາມພະຍາຍາມຂັ້ນສຸດທ້າຍຂອງມັນທີ່ຈະມ້າງເພສາຍສຳພັນຂອງເຮົາກັບພະເຈົ້າ. ດັ່ງນັ້ນ ໃນຕອນນີ້ຍິ່ງກວ່າທີ່ເຄີຍເປັນມາ ເຮົາຕ້ອງ “ຮູ້ສັງເກດຄາວທັງຫລາຍຈຶ່ງຮູ້ຈັກການທີ່ [ພວກເຮົາ] ຕ້ອງເຮັດນັ້ນ.”—1 ຂ່າວຄາວ 12:32.
ສິ້ນນອນຢູ່ໃນຜູ້ຮ້າຍນັ້ນ.” (8. ອັກຄະສາວົກໂປໂລຫມາຍຄວາມວ່າແນວໃດເມື່ອກ່າວວ່າ ເຮົາ “ປໍ້າສູ້” ກັບພວກກາຍວິນຍານຊົ່ວ?
8 ການປໍ້າສູ້ເປັນຕົວບຸກຄົນ. ອັກຄະສາວົກໂປໂລໄດ້ເຕືອນເພື່ອນຄລິດສະຕຽນວ່າ ‘ການເລວເສິກ [“ປໍ້າສູ້,” ລ.ມ.] ຂອງເຮົາທັງຫລາຍເປັນ [ການ] ຕໍ່ສູ້ລິດເດດ ເປັນວິນຍານອັນຊົ່ວທີ່ຢູ່ໃນຟ້າອາກາດ.’ (ເອເຟດ 6:12) ເປັນຫຍັງໂປໂລເລືອກໃຊ້ຄຳ “ປໍ້າສູ້”? ກໍຍ້ອນມັນສະແດງເຖິງການຕໍ່ສູ້ກັນດ້ວຍມືເປົ່າແລະແບບໃກ້ຊິດກັນ. ດັ່ງນັ້ນ ໂດຍໃຊ້ຄຳນີ້ໂປໂລເນັ້ນວ່າເຮົາແຕ່ລະຄົນຕ້ອງຕໍ່ສູ້ກັບພວກກາຍວິນຍານຊົ່ວ. ບໍ່ວ່າເຮົາຢູ່ປະເທດທີ່ຄວາມເຊື່ອໃນເລື່ອງວິນຍານຊົ່ວເປັນຄວາມເຊື່ອທົ່ວໄປຫລືບໍ່ກໍຕາມ ເຮົາຄວນຈະຈື່ໄວ້ສະເຫມີວ່າເມື່ອເຮົາອຸທິດຕົວແກ່ພະເຢໂຫວາແລ້ວ ມັນເປັນຄືກັບວ່າເຮົາກ້າວຂຶ້ນໄປເທິງເວທີມວຍປໍ້າ. ຢ່າງຫນ້ອຍກໍນັບຕັ້ງແຕ່ການອຸທິດຕົວເປັນຕົ້ນໄປ ຄລິດສະຕຽນແຕ່ລະຄົນຕ້ອງຢູ່ໃນການຕໍ່ສູ້ນີ້ໂດຍຫລີກເວັ້ນບໍ່ໄດ້. ບໍ່ແປກເລີຍທີ່ໂປໂລເຫັນຄວາມຈຳເປັນທີ່ຈະກະຕຸ້ນເຕືອນຄລິດສະຕຽນຢູ່ເມືອງເອເຟດຕັ້ງສາມເທື່ອໃຫ້ “ຢັ້ງຢືນ”!—ເອເຟດ 6:11, 13, 14.
9. (ກ) ເປັນຫຍັງຊາຕານແລະພວກຜີປີສາດຈຶ່ງໃຊ້ “ອຸບາຍ” ຫລາຍຮູບແບບ? (ຂ) ເປັນຫຍັງຊາຕານພະຍາຍາມເຮັດໃຫ້ວິທີທີ່ເຮົາຄິດເສື່ອມເສຍ ແລະເຮົາຈະຕ້ານທານຄວາມພະຍາຍາມຂອງມັນໄດ້ແນວໃດ? (ເບິ່ງຂອບ “ ຈົ່ງລະວັງເລ່ຫລ່ຽມຂອງຊາຕານ!”) (ຄ) ເຮົາຈະພິຈາລະນາອຸບາຍອັນໃດຕໍ່ຈາກນີ້?
9 ກົນອຸບາຍອັນມີເລ່ຫລ່ຽມ. ໂປໂລກ່າວເຕືອນຄລິດສະຕຽນໃຫ້ຢັ້ງຢືນຕໍ່ຕ້ານ “ອຸບາຍ” ຂອງຊາຕານ. (ເອເຟດ 6:11) ໃນພາສາກະເລັກ ຂໍ້ນີ້ໂປໂລໃຊ້ຮູບການຂອງຄຳນາມບອກຈຳນວນຫລາຍ. ພວກກາຍວິນຍານຊົ່ວໃຊ້ການກະທຳທີ່ມີເລ່ຫລ່ຽມບໍ່ແມ່ນວິທີດຽວແຕ່ຫລາຍວິທີ ເພື່ອບັນລຸເປົ້າຫມາຍຂອງພວກມັນ. ເມື່ອ ເວລາຜ່ານໄປ ຜູ້ທີ່ມີຄວາມເຊື່ອບາງຄົນທີ່ເຄີຍຫມັ້ນຄົງໃນການຕ້ານທານການທົດລອງຢ່າງຫນຶ່ງມາແລ້ວໄດ້ຍອມແພ້ຕໍ່ການທົດລອງອີກຢ່າງຫນຶ່ງ. ດັ່ງນັ້ນ ຊາຕານແລະພວກຜີປີສາດຈຶ່ງສັງເກດເບິ່ງພຶດຕິກຳຂອງເຮົາແຕ່ລະຄົນຢ່າງໃກ້ຊິດເພື່ອຈະພົບຈຸດອ່ອນແອທີ່ສຸດຂອງເຮົາ. ຈາກນັ້ນ ພວກມັນກໍຈະສວຍໃຊ້ຈຸດອ່ອນຝ່າຍວິນຍານນັ້ນທີ່ເຮົາອາດມີ. ແຕ່ກໍດີຢູ່ທີ່ເຮົາສາມາດເບິ່ງອອກເຖິງວິທີການຫລາຍຢ່າງຂອງຊາຕານ ເພາະຄຳພີໄບເບິນເປີດເຜີຍເລື່ອງນີ້ໄວ້. (2 ໂກລິນໂທ 2:11) ໃນບົດຕົ້ນໆຂອງປຶ້ມຫົວນີ້ ເຮົາໄດ້ພິຈາລະນາກົນອຸບາຍຕ່າງໆເຊັ່ນ ການລໍ້ດ້ວຍການນິຍົມວັດຖຸ ການຄົບຫາສະມາຄົມທີ່ກໍ່ຄວາມເສຍຫາຍ ແລະການຜິດສິນລະທຳທາງເພດ. ຕອນນີ້ຂໍໃຫ້ເຮົາພິຈາລະນາກົນອຸບາຍອັນມີເລ່ຫລ່ຽມອີກຢ່າງຫນຶ່ງຂອງຊາຕານ ນັ້ນກໍຄືລັດທິຜີປີສາດ.
ການກ່ຽວຂ້ອງກັບລັດທິຜີປີສາດແມ່ນການກະທຳທີ່ທໍລະຍົດ
10. (ກ) ລັດທິຜີປີສາດແມ່ນຫຍັງ? (ຂ) ພະເຢໂຫວາມີທັດສະນະແນວໃດຕໍ່ລັດທິຜີປີສາດ ແລະເຈົ້າເດມີທັດສະນະແນວໃດຕໍ່ເລື່ອງນີ້?
10 ໂດຍການກ່ຽວຂ້ອງກັບລັດທິຜີປີສາດ ຄົນເຮົາຕິດຕໍ່ໂດຍກົງກັບພວກກາຍວິນຍານຊົ່ວ. ລັດທິຜີປີສາດບາງຮູບແບບໄດ້ແກ່ ການສ່ຽງທາຍ ໄສຍະສາດ ການໃສ່ສະເຫນ ແລະການຕິດຕໍ່ກັບຄົນຕາຍ. ດັ່ງທີ່ເຮົາຮູ້ແລ້ວ ພະເຢໂຫວາມອງວ່າລັດທິຜີປີສາດ “ເປັນທີ່ຫນ່າຍແຫນງ.” (ພະບັນຍັດ 18:10-12; ຄຳປາກົດ 21:8) ເນື່ອງຈາກເຮົາກໍຄືກັນຕ້ອງ “ກຽດຊັງການຊົ່ວ” ມັນຈຶ່ງເປັນໄປບໍ່ໄດ້ທີ່ເຮົາຈະພະຍາຍາມຕິດຕໍ່ກັບພວກກາຍວິນຍານຊົ່ວ. (ໂລມ 12:9) ນັ້ນຄົງຈະເປັນການກະທຳທີ່ທໍລະຍົດເຊິ່ງເປັນຕາຫນ້າລັງກຽດຕໍ່ພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນ!
11. ຖ້າຊາຕານສາມາດຈູງໃຈເຮົາໃຫ້ເຂົ້າໄປພົວພັນກັບລັດທິຜີປີສາດ ເພາະເຫດໃດຈຶ່ງເປັນໄຊຊະນະອັນຍິ່ງໃຫຍ່ສຳລັບມັນ? ຂໍໃຫ້ຍົກຕົວຢ່າງ.
11 ແນວໃດກໍຕາມ ຍ້ອນເຫດຜົນທີ່ວ່າການກະທຳຫລິ້ນໆໃນເລື່ອງລັດທິຜີປີສາດເປັນການກະທຳທີ່ທໍລະຍົດເຊິ່ງພະເຢໂຫວາລັງກຽດ ຊາຕານຈຶ່ງຕັ້ງໃຈແນ່ວແນ່ທີ່ຈະເຮັດໃຫ້ເຮົາບາງຄົນເຂົ້າໄປກ່ຽວຂ້ອງກັບການກະທຳນັ້ນ. ແຕ່ລະຄັ້ງທີ່ຊາຕານສາມາດລໍ້ໃຫ້ຄລິດສະຕຽນເຂົ້າໄປກ່ຽວຂ້ອງກັບລັດທິຜີປີສາດ ມັນໄດ້ໄຊຊະນະອັນຍິ່ງໃຫຍ່. ເປັນຫຍັງ? ຂໍໃຫ້ຄິດກ່ຽວກັບການສົມທຽບນີ້ ຖ້າຫາກຈອບອອຍເອົາທະຫານຄົນຫນຶ່ງໃຫ້ປະຖິ້ມແລະທໍລະຍົດຕໍ່ກອງກຳລັງຂອງຕົນ ແລ້ວ
ໄປເຂົ້າຝ່າຍກອງກຳລັງຂອງສັດຕູ ຜູ້ບັນຊາການຂອງຝ່າຍສັດຕູຍ່ອມຈະດີໃຈແທ້ໆ. ຜູ້ບັນຊາການນັ້ນອາດເຖິງຂັ້ນຈັດຂະບວນແຫ່ຄົນທໍລະຍົດນັ້ນຄືກັບວ່າເປັນຖ້ວຍລາງວັນ ເພື່ອເຮັດໃສ່ອະດີດຜູ້ບັນຊາການກອງທັບຂອງທະຫານຄົນນັ້ນ. ຄ້າຍກັນ ຖ້າຄລິດສະຕຽນເຂົ້າໄປພົວພັນກັບລັດທິຜີປີສາດ ລາວຄົງເຕັມໃຈແລະຕັ້ງໃຈປະຖິ້ມພະເຢໂຫວາ ແລະມອບຕົວຢູ່ພາຍໃຕ້ການບັນຊາຂອງຊາຕານໂດຍກົງ. ລອງຄິດເບິ່ງວ່ານັ້ນຈະເຮັດໃຫ້ຊາຕານຍິນດີສໍ່າໃດຈຶ່ງຈັດໃຫ້ມີຂະບວນແຫ່ຄົນທີ່ປະຖິ້ມພະເຈົ້າຄືກັບວ່າເປັນຖ້ວຍລາງວັນຂອງໄຊຊະນະໃນສົງຄາມ! ມີໃຜໃນພວກເຮົາບໍທີ່ຕ້ອງການຍື່ນໄຊຊະນະແບບນັ້ນໃຫ້ພະຍາມານ? ບໍ່ມີດອກ! ເຮົາບໍ່ແມ່ນຄົນທໍລະຍົດ.ການໃຊ້ຄຳຖາມເພື່ອກໍ່ໃຫ້ເກີດຂໍ້ສົງໄສ
12. ຊາຕານໃຊ້ວິທີໃດເພື່ອປ່ຽນທັດສະນະຂອງເຮົາຕໍ່ເລື່ອງລັດທິຜີປີສາດ?
12 ຕາບໃດທີ່ເຮົາກຽດຊັງລັດທິຜີປີສາດ ຊາຕານຈະບໍ່ປະສົບໄຊຊະນະໃນການເຮັດໃຫ້ເຮົາເຂົ້າໄປພົວພັນນຳ. ດັ່ງນັ້ນ ມັນສຳນຶກວ່າຕ້ອງປ່ຽນຄວາມຄິດຂອງເຮົາ. ປ່ຽນໂດຍວິທີໃດ? ມັນຊອກຫາວິທີທີ່ຈະເຮັດໃຫ້ຄລິດສະຕຽນສັບສົນເຖິງຂັ້ນວ່າບາງຄົນຈະເຫັນ “ການຮ້າຍວ່າເປັນການດີແລະການດີເປັນການຮ້າຍ.” (ເອຊາອີ 5:20) ເພື່ອຈະເຮັດເຊັ່ນນັ້ນ ຫລາຍຄັ້ງຊາຕານອາໄສວິທີຫນຶ່ງທີ່ຜ່ານການທົດສອບມາດົນແລ້ວວ່າໄດ້ຜົນ ນັ້ນຄືມັນໃຊ້ຄຳຖາມເພື່ອກໍ່ໃຫ້ເກີດຂໍ້ສົງໄສ.
13. ຊາຕານໄດ້ໃຊ້ວິທີຕັ້ງຄຳຖາມແນວໃດເພື່ອກໍ່ໃຫ້ມີຂໍ້ສົງໄສ?
13 ຂໍໃຫ້ສັງເກດວິທີການນີ້ທີ່ຊາຕານໃຊ້ໃນອະດີດ. ໃນສວນເອເດນມັນຖາມເອວາວ່າ “ຈິງຫລື ພະເຈົ້າໄດ້ບອກຫ້າມວ່າພວກເຈົ້າຢ່າຊູ່ກິນຫມາກໄມ້ທຸກຢ່າງໃນສວນນີ້?” ໃນສະໄຫມຂອງໂຢບ ໃນລະຫວ່າງການປະຊຸມຂອງພວກທູດສະຫວັນ ຊາຕານໄດ້ຕັ້ງຄຳຖາມວ່າ “ທ່ານໂຢບຢ້ານຢຳພະເຈົ້າດີດອກຫລື?” ແລະໃນຕອນເລີ່ມຕົ້ນການຮັບໃຊ້ຂອງພະເຍຊູຢູ່ແຜ່ນດິນໂລກ ຊາຕານໄດ້ທ້າທາຍພະຄລິດວ່າ “ຖ້າພະອົງເປັນ ພະບຸດແຫ່ງພະເຈົ້າ ຈົ່ງບອກກ້ອນຫີນທັງຫລາຍນີ້ໃຫ້ກາຍເປັນເຂົ້າຈີ່ເຖີ້ນ.” ຄິດເບິ່ງ ໃນກໍລະນີຂອງພະເຍຊູ ຊາຕານບັງອາດເຍາະເຍີ້ຍຖ້ອຍຄຳທີ່ພະເຢໂຫວາໄດ້ກ່າວປະມານຫົກອາທິດກ່ອນຫນ້ານັ້ນທີ່ວ່າ “ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນພະອົງ.”—ຕົ້ນເດີມ 3:1; ໂຢບ 1:9; ມັດທາຍ 3:17; 4:3.
14. (ກ) ຊາຕານໃຊ້ກົນອຸບາຍຂອງມັນແນວໃດໃນການກໍ່ໃຫ້ເກີດຂໍ້ສົງໄສໃນເລື່ອງລັດທິຜີປີສາດ? (ຂ) ຕອນນີ້ເຮົາຈະພິຈາລະນາຫຍັງ?
2 ໂກລິນໂທ 11:3) ເຮົາຈະຊ່ວຍຄົນແບບນັ້ນໃຫ້ປ່ຽນທັດສະນະຂອງຕົນໄດ້ແນວໃດ? ເຮົາຈະເຮັດໃຫ້ແນ່ໃຈໄດ້ແນວໃດວ່າກົນອຸບາຍຂອງຊາຕານບໍ່ສາມາດເຮັດໃຫ້ເຮົາອຽງເອນໄດ້? ເພື່ອຕອບຄຳຖາມນັ້ນ ຂໍໃຫ້ພິຈາລະນາສອງຂອບເຂດໃນຊີວິດເຊິ່ງຊາຕານເຮັດໃຫ້ເປັນມົນທິນຢ່າງມີເລ່ຫລ່ຽມດ້ວຍແງ່ມຸມທີ່ກ່ຽວຂ້ອງກັບລັດທິຜີປີສາດ. ຂອບເຂດເຫລົ່ານັ້ນຄືຄວາມບັນເທີງແລະການເບິ່ງແຍງຮັກສາສຸຂະພາບ.
14 ໃນທຸກມື້ນີ້ ພະຍາມານໃຊ້ອຸບາຍທີ່ຄ້າຍກັນໂດຍພະຍາຍາມທີ່ຈະກໍ່ໃຫ້ເກີດຂໍ້ສົງໄສໃນເລື່ອງຄວາມຊົ່ວຮ້າຍຂອງລັດທິຜີປີສາດ. ຫນ້າເສົ້າໃຈ ມັນໄດ້ປະສົບຜົນສຳເລັດໃນການກໍ່ໃຫ້ເກີດຂໍ້ສົງໄສໃນຈິດໃຈຂອງຜູ້ທີ່ມີຄວາມເຊື່ອບາງຄົນ. ເຂົາເຈົ້າເລີ່ມສົງໄສວ່າລັດທິຜີປີສາດບາງຮູບແບບຊົ່ວຮ້າຍທັງຫມົດແທ້ໆບໍ. ທີ່ແທ້ແລ້ວ ເປັນຄືກັບເຂົາເຈົ້າຖາມວ່າ ‘ເປັນແນວນັ້ນແທ້ໆບໍ?’ (ສວຍໃຊ້ຄວາມປາຖະຫນາແລະຄວາມຈຳເປັນຂອງເຮົາ
15. (ກ) ຫລາຍຄົນໃນໂລກຕາເວັນຕົກມີທັດສະນະແນວໃດຕໍ່ລັດທິຜີປີສາດ? (ຂ) ຄລິດສະຕຽນບາງຄົນໄດ້ຮັບຜົນກະທົບແນວໃດຈາກທັດສະນະຂອງໂລກໃນເລື່ອງລັດທິຜີປີສາດ?
15 ໂດຍສະເພາະຢ່າງຍິ່ງໃນໂລກຕາເວັນຕົກ ນັບມື້ນັບຫລາຍຂຶ້ນທີ່ມີການມອງວ່າເລື່ອງອຳນາດເລິກລັບ ເວດມົນຄາຖາ ແລະຮູບແບບອື່ນໆຂອງລັດທິຜີປີສາດເປັນເລື່ອງທີ່ບໍ່ມີຫຍັງເສຍຫາຍ. ພາບພະຍົນ ປຶ້ມເລື່ອງ ລາຍການໂທລະພາບ ແລະເກມຄອມພິວເຕີສະແດງໃຫ້ເຫັນຫລາຍຂຶ້ນເລື້ອຍໆວ່າກິດປະຕິບັດກ່ຽວກັບລັດທິຜີປີສາດເປັນເລື່ອງມ່ວນຊື່ນ ສະຫລາດ ແລະບໍ່ມີພິດມີໄພ. ພາບພະຍົນແລະປຶ້ມບາງເລື່ອງທີ່ມີໂຄງເລື່ອງເນັ້ນເລື່ອງອຳນາດເລິກລັບໄດ້ກາຍເປັນທີ່ນິຍົມຫລາຍເຖິງຂັ້ນວ່າບັນດາຜູ້ທີ່ຫລົງໄຫລໄດ້ຕັ້ງສະໂມສອນຂຶ້ນ. ເຫັນໄດ້ແຈ້ງວ່າພວກຜີປີສາດໄດ້ປະສົບຜົນສຳເລັດໃນການເຮັດໃຫ້ພິດໄພຂອງອຳນາດເລິກລັບເປັນເລື່ອງເລັກນ້ອຍ. ຄວາມໂນ້ມອ່ຽງໃນການຖືວ່າລັດທິຜີປີສາດເປັນເລື່ອງຫລິ້ນໆເຊັ່ນນີ້ມີຜົນກະທົບຕໍ່ຄລິດສະຕຽນບໍ? ບາງຄົນໄດ້ຮັບຜົນກະທົບທາງຄວາມຄິດ. ໃນທາງໃດແດ່? ຂໍຍົກຕົວຢ່າງທີ່ເຫັນໄດ້ທົ່ວໄປ ຫລັງຈາກທີ່ຄລິດສະຕຽນຄົນຫນຶ່ງໄດ້ເບິ່ງພາບພະຍົນທີ່ເນັ້ນເລື່ອງອຳນາດເລິກລັບ ລາວເວົ້າວ່າ “ຂ້ອຍພຽງແຕ່ເບິ່ງພາບພະຍົນ ແຕ່ຂ້ອຍບໍ່ໄດ້ເຮັດສິ່ງທີ່ກ່ຽວຂ້ອງກັບລັດທິຜີປີສາດ.” ເປັນຫຍັງການຫາເຫດຜົນແບບນັ້ນຈຶ່ງເປັນອັນຕະລາຍ?
16. ເປັນຫຍັງຈຶ່ງເປັນອັນຕະລາຍທີ່ຈະເລືອກຄວາມບັນເທີງເຊິ່ງເນັ້ນໃນເລື່ອງກິດປະຕິບັດຂອງອຳນາດເລິກລັບ?
* ດັ່ງນັ້ນ ຕາມທີ່ກ່າວກ່ອນຫນ້ານີ້ ເພື່ອຈະຮູ້ວ່າເຮົາຄິດຫຍັງແລະສິ່ງໃດແດ່ທີ່ຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະເຈົ້າຢ່ອນຍານ ພວກກາຍວິນຍານຊົ່ວຕ້ອງສັງເກດການກະທຳຂອງເຮົາຢ່າງໃກ້ຊິດ ເຊິ່ງລວມເຖິງການເລືອກຄວາມບັນເທີງຂອງເຮົາ. ເມື່ອຄລິດສະຕຽນມີການປະພຶດທີ່ສະແດງວ່າລາວມັກພາບພະຍົນຫລືປຶ້ມທີ່ເນັ້ນເລື່ອງຄົນຊົງ ເວດມົນຄາຖາ ການຖືກຜີເຂົ້າສິງ ຫລືເລື່ອງທີ່ຄ້າຍກັນເຊິ່ງກ່ຽວຂ້ອງກັບຜີປີສາດ ລາວກຳລັງສົ່ງຂໍ້ມູນບາງຢ່າງໃຫ້ພວກຜີປີສາດ. ທີ່ແທ້ແລ້ວ ລາວກຳລັງບອກພວກມັນໃຫ້ຮູ້ຈຸດອ່ອນຂອງຕົນ! ເມື່ອໄດ້ໂອກາດ ພວກຜີປີສາດສາມາດຮັດຄລິດສະຕຽນໃຫ້ແຫນ້ນຂຶ້ນເຊິ່ງເປັນການສວຍໂອກາດຈາກຈຸດອ່ອນທີ່ເຫັນໄດ້ ຈົນກະທັ່ງຄືກັບວ່າພວກມັນສາມາດກົດລາວໃຫ້ແນບຢູ່ພື້ນແລະໄດ້ໄຊຊະນະໃນການປໍ້າ. ທີ່ຈິງ ບາງຄົນທີ່ຖືກກະຕຸ້ນໃຫ້ສົນໃຈໃນເລື່ອງລັດທິຜີປີສາດເປັນຄັ້ງທຳອິດແມ່ນຍ້ອນຄວາມບັນເທີງທີ່ເນັ້ນເລື່ອງອຳນາດເລິກລັບນັ້ນ ໃນທີ່ສຸດກໍໄດ້ເຂົ້າໄປຫຍຸ້ງກ່ຽວແທ້ໆກັບລັດທິຜີປີສາດ.—ຄາລາຊີ 6:7.
16 ເຖິງແມ່ນວ່າມີຄວາມແຕກຕ່າງລະຫວ່າງການພົວພັນກັບລັດທິຜີປີສາດແທ້ໆກັບການເບິ່ງສື່ບັນເທີງທີ່ກ່ຽວຂ້ອງກັບເລື່ອງນັ້ນ ແນ່ນອນ ນີ້ບໍ່ໄດ້ຫມາຍຄວາມວ່າການເບິ່ງກິດປະຕິບັດກ່ຽວກັບອຳນາດເລິກລັບບໍ່ມີອັນຕະລາຍຫຍັງ. ເພາະເຫດໃດ? ຂໍໃຫ້ພິຈາລະນາເລື່ອງນີ້ ພະຄຳຂອງພະເຈົ້າຊີ້ບອກວ່າທັງຊາຕານແລະພວກຜີປີສາດຂອງມັນບໍ່ມີຄວາມສາມາດທີ່ຈະອ່ານຄວາມຄິດຂອງເຮົາໄດ້.17. ຊາຕານອາດໃຊ້ກົນອຸບາຍອັນໃດເພື່ອສວຍປະໂຫຍດຈາກຄົນທີ່ເຈັບປ່ວຍ?
17 ຊາຕານພະຍາຍາມສວຍໃຊ້ບໍ່ພຽງແຕ່ຄວາມປາຖະຫນາຂອງເຮົາໃນເລື່ອງຄວາມບັນເທີງເທົ່ານັ້ນ ແຕ່ໃຊ້ຄວາມຈຳເປັນໃນການເບິ່ງແຍງສຸຂະພາບນຳອີກ. ໂດຍວິທີໃດ? ຄລິດສະຕຽນທີ່ມີສຸຂະພາບຊຸດໂຊມອາດຮູ້ສຶກຫມົດຫວັງທັງໆທີ່ພະຍາຍາມຫລາຍແລ້ວໃນການຊອກຫາວິທີປິ່ນປົວ. (ມາລະໂກ 5:25, 26) ນັ້ນອາດເປີດທາງໃຫ້ຊາຕານແລະພວກຜີປີສາດມີໂອກາດທີ່ຈະສວຍປະໂຫຍດ ຈາກບຸກຄົນນັ້ນ. ພວກມັນຮູ້ດີວ່າພະຄຳຂອງພະເຈົ້າເຕືອນບໍ່ໃຫ້ສະແຫວງຫາ “ຄວາມຊ່ອຍຂອງຄົນທັງຫລາຍທີ່ຂັບຕາມຄວາມອະທຳ.” (ເອຊາອີ 31:2) ເພື່ອເຮັດໃຫ້ຄລິດສະຕຽນຂັດຂືນຄຳເຕືອນນັ້ນ ພວກຜີປີສາດອາດພະຍາຍາມລໍ້ໃຈຜູ້ເຈັບປ່ວຍທີ່ຫມົດຫວັງໃຫ້ຫັນໄປເພິ່ງວິທີຫລືຂັ້ນຕອນການຮັກສາທີ່ກ່ຽວຂ້ອງກັບການໃຊ້ “ອຳນາດເລິກລັບ” ຫລືລັດທິຜີປີສາດ ເຊິ່ງເປັນສິ່ງທີ່ກໍ່ຄວາມເສຍຫາຍຫລາຍ. ຖ້າກົນອຸບາຍຂອງພວກຜີປີສາດປະສົບຜົນສຳເລັດ ນັ້ນອາດເຮັດໃຫ້ສາຍສຳພັນທີ່ຜູ້ເຈັບປ່ວຍມີຕໍ່ພະເຈົ້າຢ່ອນຍານໄດ້. ໃນທາງໃດ?
18. ຄລິດສະຕຽນປະຕິເສດວິທີການປິ່ນປົວແບບໃດ ແລະເພາະເຫດໃດ?
18 ພະເຢໂຫວາເຕືອນຊາວອິດສະລາແອນທີ່ອາໄສ “ອຳນາດເລິກລັບ” ວ່າ “ເມື່ອທ່ານທັງຫລາຍຈະຢຽດມືອອກເຮົາຈະບັງຕາເຮົາຈາກພວກທ່ານ. ມາດແມ່ນທ່ານທັງຫລາຍຈະອ້ອນວອນຕື່ມມາກຫລາຍເຮົາຈະບໍ່ຟັງ.” (ເອຊາອີ 1:13, ລ.ມ.; 15) ແນ່ນອນ ເຮົາຄວນຈະຫລີກລ່ຽງສະເຫມີໃນສິ່ງໃດກໍຕາມທີ່ອາດຂັດຂວາງຄຳອະທິດຖານຂອງເຮົາ ແລະເຮັດໃຫ້ເຮົາບໍ່ໄດ້ຮັບການສະຫນັບສະຫນູນຈາກພະເຢໂຫວາ ເຊິ່ງຈຳເປັນຢ່າງຍິ່ງໃນໄລຍະທີ່ເຮົາເຈັບປ່ວຍ. (ຄຳເພງ 41:3) ດັ່ງນັ້ນ ຖ້າມີຂໍ້ບົ່ງຊີ້ວ່າວິທີການກວດພະຍາດຫລືການປິ່ນປົວບາງຢ່າງມີສ່ວນກ່ຽວຂ້ອງກັບລັດທິຜີປີສາດ ຄລິດສະຕຽນແທ້ຄວນຫລີກເວັ້ນການປິ່ນປົວແບບນັ້ນ. * (ມັດທາຍ 6:13) ໂດຍວິທີນີ້ ລາວຈຶ່ງຈະແນ່ໃຈໄດ້ວ່າຍັງຄົງໄດ້ຮັບການສະຫນັບສະຫນູນຈາກພະເຢໂຫວາຢູ່.—ເບິ່ງຂອບ “ ນີ້ເປັນລັດທິຜີປີສາດແທ້ໆບໍ?”.
ເມື່ອເລື່ອງລາວກ່ຽວກັບພວກຜີປີສາດມີມາກມາຍ
19. (ກ) ພະຍາມານໄດ້ລໍ້ລວງຜູ້ຄົນມາກມາຍໃຫ້ເຊື່ອແນວໃດໃນເລື່ອງອຳນາດຂອງມັນ? (ຂ) ເລື່ອງແບບໃດທີ່ຄລິດສະຕຽນແທ້ຄວນຫລີກລ່ຽງ?
19 ໃນຂະນະທີ່ຫລາຍຄົນໃນໂລກຕາເວັນຕົກຖືວ່າອຳນາດຂອງຊາຕານເປັນເລື່ອງທີ່ບໍ່ເປັນອັນຕະລາຍ ແຕ່ມັນພັດກົງກັນຂ້າມກັນໃນພູມິພາກອື່ນຂອງໂລກ. ໃນຫລາຍແຫ່ງຊາຕານໄດ້ລໍ້ລວງຜູ້ຄົນມາກມາຍໃຫ້ເຊື່ອວ່າມັນມີອຳນາດຫລາຍກວ່າທີ່ມັນມີແທ້ໆ. ບາງຄົນດຳລົງຊີວິດ ກິນ ເຮັດວຽກ ແລະໄປນອນດ້ວຍຄວາມຢ້ານກົວຫລາຍຕໍ່ວິນຍານທີ່ຊົ່ວຮ້າຍ. ມີເລື່ອງມາກມາຍກ່ຽວກັບອິດທິລິດຂອງພວກຜີປີສາດ. ຫລາຍເທື່ອມີການເລົ່າເລື່ອງດັ່ງກ່າວດ້ວຍຄວາມສະຫນຸກສະໜານ ຜູ້ຄົນຈຶ່ງຫລົງໄຫລເລື່ອງເຫລົ່ານັ້ນ. ເຮົາຄວນມີສ່ວນຮ່ວມໃນການແພ່ເລື່ອງເຊັ່ນນັ້ນບໍ? ບໍ່ຄວນ ຜູ້ຮັບໃຊ້ຂອງພະເຈົ້າອົງທ່ຽງແທ້ຫລີກລ່ຽງການເຮັດເຊັ່ນນັ້ນດ້ວຍເຫດຜົນສອງຢ່າງທີ່ສຳຄັນ.
20. ເປັນໄປໄດ້ແນວໃດທີ່ບາງທີຄົນເຮົາອາດເຜີຍແພ່ຄຳໂຄສະນາຊວນເຊື່ອຂອງຊາຕານໂດຍບໍ່ຕັ້ງໃຈ?
20 ເຫດຜົນທຳອິດ ການເລົ່າຕໍ່ກ່ຽວກັບເລື່ອງທີ່ພວກຜີປີສາດໄດ້ເຮັດ ເປັນການສົ່ງເສີມຜົນປະໂຫຍດຂອງຊາຕານ. ເປັນເຊັ່ນນັ້ນໄດ້ແນວໃດ? ພະຄຳຂອງ2 ເທຊະໂລນີກ 2:9, 10) ເນື່ອງຈາກຊາຕານເປັນຈອມຫລອກລວງ ມັນຈຶ່ງຮູ້ວິທີຊັກຈູງຈິດໃຈຂອງຜູ້ຄົນທີ່ມີທ່າອ່ຽງໃນທາງລັດທິຜີປີສາດແລະເຮັດໃຫ້ເຂົາເຈົ້າເຊື່ອສິ່ງຕ່າງໆທີ່ບໍ່ເປັນຄວາມຈິງ. ຄົນເຊັ່ນນັ້ນອາດເຊື່ອຢ່າງຈິງໃຈວ່າເຂົາເຈົ້າເຫັນແລະໄດ້ຍິນບາງສິ່ງບາງຢ່າງແລະອາດເລົ່າວ່າປະສົບການຂອງຕົນເອງເປັນຄວາມຈິງ. ຕໍ່ມາ ມີການເລົ່າຕໍ່ເລື່ອງນັ້ນຕໍ່ໆໄປຈົນກາຍເປັນເລື່ອງທີ່ເວົ້າເກີນຄວາມຈິງ. ຖ້າຄລິດສະຕຽນແພ່ເລື່ອງແບບນັ້ນອອກໄປ ທີ່ແທ້ແລ້ວ ລາວຄົງເຮັດຕາມຈຸດປະສົງຂອງພະຍາມານຜູ້ເປັນ “ພໍ່ແຫ່ງຄວາມຕົວະ.” ບຸກຄົນນັ້ນຄົງຈະເຜີຍແພ່ຄຳໂຄສະນາຊວນເຊື່ອຂອງຊາຕານ.—ໂຢຮັນ 8:44; 2 ຕີໂມເຕ 2:16.
ພະເຈົ້າຢືນຢັນວ່າຊາຕານສາມາດເຮັດອິດທິລິດໄດ້ ແຕ່ກໍເຕືອນດ້ວຍວ່າມັນໃຊ້ ‘ການສຳຄັນອັນເປັນຕົວະ’ ແລະ “ຄວາມອຸບາຍ.” (21. ເຮົາຄວນໃຫ້ການສົນທະນາຂອງເຮົາມຸ່ງໄປທີ່ເລື່ອງໃດ?
21 ເຫດຜົນທີສອງ ແມ່ນວ່າໃນອະດີດຄລິດສະຕຽນເຄີຍປະເຊີນຫນ້າແທ້ໆກັບວິນຍານຊົ່ວ ລາວຄວນຈະລະເວັ້ນຈາກການເຮັດໃຫ້ເພື່ອນຮ່ວມຄວາມເຊື່ອເພີດເພີນດ້ວຍການເລົ່າເລື່ອງດັ່ງກ່າວຊໍ້າແລ້ວຊໍ້າອີກ. ເພາະເຫດໃດ? ເຮົາໄດ້ຮັບການເຕືອນໃຫ້ “ເພ່ງຕາແກ່ພະເຍຊູຜູ້ເປັນຫົວຫນ້າແລະຜູ້ກະທຳໃຫ້ຄວາມເຊື່ອສຳເລັດ.” (ເຫບເລີ 12:2) ແມ່ນແລ້ວ ເຮົາຕ້ອງມຸ່ງສົນໃຈພະຄລິດ ບໍ່ແມ່ນຊາຕານ. ຫນ້າສັງເກດທີ່ວ່າ ຕອນຢູ່ແຜ່ນດິນໂລກພະເຍຊູບໍ່ເຄີຍເຮັດໃຫ້ພວກສາວົກເພີດເພີນດ້ວຍການເລົ່າເລື່ອງກ່ຽວກັບພວກວິນຍານຊົ່ວ ເຖິງແມ່ນວ່າພະອົງອາດເວົ້າໄດ້ຫລາຍກ່ຽວກັບຄວາມສາມາດຂອງຊາຕານ. ແທນທີ່ຈະເຮັດເຊັ່ນນັ້ນ ພະເຍຊູເນັ້ນກ່ຽວກັບຂ່າວສານເລື່ອງລາຊະອານາຈັກ. ດັ່ງນັ້ນ ໃນການຮຽນແບບພະເຍຊູແລະພວກອັກຄະສາວົກ ເຮົາຢາກໃຫ້ການສົນທະນາຂອງເຮົາມຸ່ງໄປທີ່ “ການອິດທິລິດແຫ່ງພະເຈົ້າ.”—ກິດຈະການ 2:11; ລືກາ 8:1; ໂລມ 1:11, 12.
22. ເຮົາຈະເຮັດໃຫ້ມີ “ຄວາມຍິນດີໃນສະຫວັນ” ຕໍ່ໆໄປໄດ້ແນວໃດ?
22 ແມ່ນຢູ່ ຊາຕານໃຊ້ການກະທຳທີ່ມີເລ່ຫລ່ຽມຫລາຍວິທີ ລວມເຖິງລັດທິຜີປີສາດ ເພື່ອທຳລາຍສາຍສຳພັນຂອງເຮົາກັບພະເຢໂຫວາ. ແນວໃດກໍຕາມ ໂດຍການກຽດຊັງສິ່ງທີ່ຊົ່ວຮ້າຍແລະຍຶດຫມັ້ນກັບສິ່ງທີ່ດີ ເຮົາເຮັດໃຫ້ພະຍາມານຫມົດໂອກາດທີ່ຈະເຮັດໃຫ້ຄວາມຕັ້ງໃຈຂອງເຮົາອ່ອນລົງໃນການປະຕິເສດລັດທິຜີປີສາດທຸກຮູບແບບ. (ເອເຟດ 4:27) ຄິດເບິ່ງດູວ່າຈະມີ “ຄວາມຍິນດີໃນສະຫວັນ” ຫລາຍສໍ່າໃດ ຖ້າເຮົາ “ຢັ້ງຢືນຕໍ່ສູ້ການອຸບາຍຂອງພະຍາມານ” ຢູ່ສະເຫມີ ຈົນກະທັ່ງບໍ່ມີມັນຢູ່ອີກຕໍ່ໄປ!—ເອເຟດ 6:11.
^ ຂໍ້ 16 ຊື່ທີ່ຕັ້ງໃຫ້ແກ່ຊາຕານ (ຜູ້ຕໍ່ຕ້ານ ຜູ້ຫມິ່ນປະຫມາດ ຜູ້ຫລອກລວງ ຜູ້ລໍ້ໃຈ ຜູ້ເວົ້າຕົວະ) ບໍ່ໄດ້ຫມາຍຄວາມວ່າມັນສາມາດກວດຄົ້ນເບິ່ງຫົວໃຈແລະຈິດໃຈຂອງເຮົາ. ແຕ່ທາງກົງກັນຂ້າມ ມີການພັນລະນາເຖິງພະເຢໂຫວາວ່າເປັນຜູ້ “ລອງເບິ່ງໃຈທັງຫລາຍ” ແລະພະເຍຊູເປັນຜູ້ “ລອງເບິ່ງທັງຫມາກໄຂ່ຫລັງທັງໃຈ.”—ສຸພາສິດ 17:3; ຄຳປາກົດ 2:23.
^ ຂໍ້ 18 ຂໍໃຫ້ເບິ່ງຂໍ້ມູນເພີ່ມເຕີມໃນບົດຄວາມ “ການກວດສຸຂະພາບວິທີນີ້ເຫມາະສຳລັບເຈົ້າບໍ?” ໃນຫໍສັງເກດການ ສະບັບວັນທີ 15 ເດືອນທັນວາ ປີ 1994 ຫນ້າ 19-22 (ພາສາໄທ) ແລະບົດຄວາມ “ທັດສະນະຂອງຄຳພີໄບເບິນ: ທາງເລືອກຂອງເຈົ້າໃນການປິ່ນປົວພະຍາດ—ສຳຄັນບໍ?” ໃນຕື່ນເຖີດ ສະບັບວັນທີ 8 ເດືອນມັງກອນ ປີ 2001 (ພາສາໄທ).