ພາກຜະຫນວກ
ສ່ວນປະກອບຍ່ອຍຂອງເລືອດ ແລະວິທີການລະຫວ່າງການຜ່າຕັດ
ສ່ວນປະກອບຍ່ອຍຂອງເລືອດ. ສ່ວນປະກອບຍ່ອຍໄດ້ມາຈາກສ່ວນປະກອບຫລັກສີ່ຢ່າງຂອງເລືອດ ຄືເມັດເລືອດແດງ ເມັດເລືອດຂາວ ເກັດເລືອດ ແລະປລາດສະມາ (ເລືອດລາຍ). ຍົກຕົວຢ່າງ ເມັດເລືອດແດງມີໂປລຕີນເຮໂມກະໂລບີນ. ມີການໃຊ້ຜະລິດຕະພັນທີ່ຜະລິດຈາກເຮໂມກະໂລບີນຂອງມະນຸດແລະສັດເພື່ອຮັກສາຄົນເຈັບທີ່ເກີດພາວະເລືອດຈາງກະທັນຫັນຫລືເສຍເລືອດໃນປະລິມານຫລາຍ.
ປລາດສະມາ ເຊິ່ງ 90 ສ່ວນຮ້ອຍເປັນນໍ້າ ປະກອບດ້ວຍຮອກໂມນ ເກືອອະນົງຄະທາດ ແອນຊາຍ ແລະສານອາຫານຫລາຍຢ່າງ ລວມທັງແຮ່ທາດແລະນໍ້າຕານ. ປລາດສະມາຍັງປະກອບດ້ວຍສານທີ່ເຮັດໃຫ້ເລືອດກ້າມ ພູມຕ້ານທານທີ່ຕໍ່ສູ້ກັບພະຍາດ ແລະໂປລຕີນຕ່າງໆເຊັ່ນ ອານບູມິນ. ຖ້າບຸກຄົນຫນຶ່ງສ່ຽງຕໍ່ການຕິດເຊື້ອພະຍາດບາງຊະນິດ ທ່ານຫມໍອາດສັ່ງໃຫ້ສັກກາມມາ ກະລໍບູລິນ ເຊິ່ງສະກັດຈາກປລາດສະມາໃນເລືອດຂອງຄົນທີ່ມີພູມຕ້ານທານນີ້ຢູ່ແລ້ວ. ເມັດເລືອດຂາວອາດເປັນແຫລ່ງກຳເນີດຂອງອິນເຕີເຟໂຣນແລະອິນເຕີລູຄິນ ເຊິ່ງໃຊ້ຮັກສາການຕິດເຊື້ອວິລຸດແລະມະເຮັງບາງຊະນິດ.
ຄລິດສະຕຽນຄວນຮັບການຮັກສາທີ່ນຳໃຊ້ສ່ວນປະກອບຍ່ອຍຂອງເລືອດບໍ? ຄຳພີໄບເບິນບໍ່ໄດ້ໃຫ້ລາຍລະອຽດທີ່ເຈາະຈົງ ດັ່ງນັ້ນ ແຕ່ລະຄົນຕ້ອງຕັດສິນໃຈເອົາເອງຕາມສະຕິຮູ້ສຶກຜິດຊອບຂອງຕົນຕໍ່ຫນ້າພະເຈົ້າ. ບາງຄົນອາດປະຕິເສດສ່ວນປະກອບຍ່ອຍທັງຫມົດຂອງເລືອດ ໂດຍຫາເຫດຜົນວ່າກົດຫມາຍທີ່ພະເຈົ້າປະທານໃຫ້ແກ່ຊາດອິດສະລາແອນຮຽກຮ້ອງໃຫ້ເອົາເລືອດທີ່ອອກຈາກສິ່ງມີຊີວິດ “ຖອກທີ່ດິນ.” (ພະບັນຍັດ 12:22-24) ສ່ວນຄົນອື່ນໆ ເຖິງແມ່ນວ່າປະຕິເສດການໃສ່ເລືອດຄົບສ່ວນຫລືສ່ວນປະກອບຫລັກຂອງເລືອດ ແຕ່ອາດຍອມຮັບການປິ່ນປົວທີ່ກ່ຽວຂ້ອງກັບສ່ວນປະກອບຍ່ອຍຂອງເລືອດ. ເຂົາເຈົ້າອາດຫາເຫດຜົນວ່າເມື່ອເຖິງຈຸດຫນຶ່ງສ່ວນປະກອບຍ່ອຍທີ່ສະກັດຈາກເລືອດບໍ່ໄດ້ຫມາຍເຖິງຊີວິດຂອງສິ່ງມີຊີວິດນັ້ນອີກຕໍ່ໄປ.
ເມື່ອຕັດສິນໃຈໃນເລື່ອງສ່ວນປະກອບຍ່ອຍຂອງເລືອດ ຂໍໃຫ້ພິຈາລະນາຄຳຖາມຕໍ່ໄປນີ້ ຂ້ອຍເຂົ້າໃຈບໍວ່າການປະຕິເສດສ່ວນປະກອບຍ່ອຍຂອງເລືອດທຸກຢ່າງຫມາຍຄວາມວ່າຂ້ອຍຈະບໍ່ຮັບການປິ່ນປົວບາງຢ່າງທີ່ກ່ຽວຂ້ອງກັບການໃຊ້ຜະລິດຕະພັນທີ່ມາຈາກເລືອດເພື່ອຕ້ານພະຍາດຫລືທີ່ອາດຊ່ວຍໃຫ້ເລືອດກ້າມ
ເພື່ອໃຫ້ເລືອດເຊົາໄຫລ? ຂ້ອຍສາມາດອະທິບາຍກັບທ່ານຫມໍໄດ້ບໍວ່າເປັນຫຍັງຂ້ອຍຈຶ່ງປະຕິເສດຫລືຍອມຮັບສ່ວນປະກອບຍ່ອຍຂອງເລືອດຢ່າງຫນຶ່ງຫລືຫລາຍກວ່ານັ້ນ?ວິທີການລະຫວ່າງການຜ່າຕັດ. ສິ່ງເຫລົ່ານີ້ລວມເຖິງການຫລຸດຄວາມເຂັ້ມຂອງເລືອດແລະການເກັບຮັກສາເລືອດ. ໃນການຫລຸດຄວາມເຂັ້ມຂອງເລືອດນັ້ນ ເລືອດບາງສ່ວນຈະຖືກເຮັດໃຫ້ໄຫລອອກຈາກຮ່າງກາຍ ແລ້ວປ່ຽນແທນດ້ວຍສານຂະຫຍາຍບໍລິມາດ ແລະພາຍຫລັງກໍໃຫ້ເລືອດນັ້ນໄຫລກັບເຂົ້າໄປໃນຮ່າງກາຍຂອງຄົນເຈັບອີກ. ການເກັບຮັກສາເລືອດທີ່ໄຫລອອກເປັນການເກັບເລືອດທີ່ເສຍໄປໃນລະຫວ່າງການຜ່າຕັດແລ້ວໃສ່ຄືນເຂົ້າໄປໃນຮ່າງກາຍອີກ. ເລືອດທີ່ໄຫລອອກຈາກບາດແຜຫລືຈາກປ່ອງພາຍໃນຮ່າງກາຍຖືກນຳໄປເຮັດໃຫ້ສະອາດຫລືຖືກຕອງ ແລະຈາກນັ້ນກໍໃສ່ຄືນເຂົ້າໄປໃນຮ່າງກາຍຂອງຄົນເຈັບ. ເນື່ອງຈາກແພດແຕ່ລະຄົນມີວິທີການໃຊ້ເຕັກນິກເຫລົ່ານີ້ແຕກຕ່າງກັນ ຄລິດສະຕຽນຄວນກວດສອບເບິ່ງວ່າວິທີການແບບໃດທີ່ແພດຕັ້ງໃຈຈະໃຊ້.
ເມື່ອຕັດສິນໃຈກ່ຽວກັບວິທີການເຫລົ່ານີ້ ຂໍໃຫ້ຖາມຕົວເອງດັ່ງນີ້ ‘ຖ້າມີການເຮັດໃຫ້ເລືອດສ່ວນຫນຶ່ງຂອງຂ້ອຍໄຫລອອກຈາກຮ່າງກາຍແລ້ວໄຫລກັບເຂົ້າມາໃນຮ່າງກາຍອີກແລະການໄຫລນັ້ນອາດຢຸດໄລຍະຫນຶ່ງ ສະຕິຮູ້ສຶກຜິດຊອບຂອງຂ້ອຍຈະຍອມໃຫ້ຂ້ອຍມອງວ່າເລືອດນັ້ນຍັງເປັນສ່ວນຫນຶ່ງຂອງໂຕຂ້ອຍຢູ່ບໍ ເຊິ່ງຖ້າເປັນແນວນັ້ນກໍບໍ່ຈຳເປັນຕ້ອງ “ຖອກທີ່ດິນ”? (ພະບັນຍັດ 12:23, 24) ຖ້າໃນຂັ້ນຕອນຫນຶ່ງຂອງການຮັກສາ ເລືອດບາງສ່ວນຂອງຂ້ອຍຖືກເອົາອອກໄປແລະດັດແປງແລ້ວໃສ່ຄືນເຂົ້າໄປໃນຮ່າງກາຍ ສະຕິຮູ້ສຶກຜິດຊອບທີ່ໄດ້ຮັບການຝຶກຝົນຕາມຫລັກການໃນຄຳພີໄບເບິນຈະລົບກວນຂ້ອຍບໍ? ຂ້ອຍຮູ້ບໍວ່າການບໍ່ຍອມຮັບວິທີການແພດທຸກຢ່າງທີ່ກ່ຽວຂ້ອງກັບການໃຊ້ເລືອດຂອງຕົວເອງຫມາຍຄວາມວ່າ ຂ້ອຍຈະບໍ່ຍອມຮັບການກວດເລືອດ ການຟອກເລືອດ ຫລືການໃຊ້ເຄື່ອງຫົວໃຈຫລືປອດທຽມ?’
ຄລິດສະຕຽນຕ້ອງຕັດສິນໃຈດ້ວຍຕົວເອງວ່າຈະຍອມຮັບເອົາວິທີການໃດໃນການໃຊ້ເລືອດຂອງຕົນເອງໃນລະຫວ່າງຜ່າຕັດ. ຫລັກການດຽວກັນນີ້ເອົາມາໃຊ້ກັບການທົດລອງທາງການແພດແລະການຮັກສາໃນປັດຈຸບັນທີ່ກ່ຽວຂ້ອງກັບການເອົາເລືອດປະລິມານເລັກຫນ້ອຍອອກຈາກຮ່າງກາຍຂອງເຮົາເອງ ບາງທີເອົາໄປດັດແປງໃນບາງວິທີ ແລະຈາກນັ້ນກໍສັກຄືນເຂົ້າໄປໃນຮ່າງກາຍອີກ.