ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 15

ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ

ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ

“ມະນຸດ​ທຸກ​ຄົນ​ຄວນ . . . ເຫັນ​ຜົນ​ດີ ຈາກ​ວຽກ​ຫນັກ​ທັງ​ສິ້ນ​ຂອງ​ຕົນ.”—ຜູ້ເທສະໜາປ່າວປະກາດ 3:13, ລ.ມ.

1-3. (ກ) ຫລາຍ​ຄົນ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ວຽກ​ອາຊີບ​ຂອງ​ຕົນ? (ຂ) ຄຳພີ​ໄບເບິນ​ສະຫນັບສະຫນູນ​ໃຫ້​ມີ​ທັດສະນະ​ແນວ​ໃດ​ຕໍ່​ວຽກ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ນີ້?

ສຳລັບ​ຫລາຍ​ຄົນ​ໃນ​ໂລກ​ທຸກ​ມື້​ນີ້ ວຽກ​ບໍ່​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຍິນດີ. ເນື່ອງ​ຈາກ​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ​ເຮັດ​ວຽກ​ທີ່​ຕົນ​ເອງ​ບໍ່​ມັກ ເຂົາ​ເຈົ້າ​ຈຶ່ງ​ເບື່ອ​ທີ່​ຈະ​ໄປ​ເຮັດ​ວຽກ​ໃນ​ແຕ່​ລະ​ມື້. ຄົນ​ທີ່​ຮູ້ສຶກ​ເຊັ່ນ​ນັ້ນ​ຈະ​ໄດ້​ຮັບ​ການ​ກະຕຸ້ນ​ແນວ​ໃດ​ໃຫ້​ສົນ​ໃຈ​ວຽກ​ຂອງ​ຕົນ​ເອງ ໂດຍ​ຍັງ​ບໍ່​ຕ້ອງ​ເວົ້າ​ເຖິງ​ການ​ປະສົບ​ຄວາມ​ພໍ​ໃຈ​ໃນ​ວຽກ​ນັ້ນ?

2 ຄຳພີ​ໄບເບິນ​ສະຫນັບສະຫນູນ​ໃຫ້​ມີ​ທັດສະນະ​ທີ່​ເຫມາະ​ສົມ​ກ່ຽວ​ກັບ​ວຽກ​ທີ່​ຫນັກ. ຄຳພີ​ໄບເບິນ​ກ່າວ​ວ່າ​ວຽກ​ແລະ​ຜົນ​ທີ່​ໄດ້​ຮັບ​ຈາກ​ວຽກ​ນັ້ນ​ເປັນ​ພະ​ພອນ. ຊາໂລໂມນ​ຂຽນ​ວ່າ “ມະນຸດ​ທຸກ​ຄົນ​ຄວນ​ກິນ​ແລະ​ດື່ມ​ແລະ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ທັງ​ສິ້ນ​ຂອງ​ຕົນ. ນັ້ນ​ເປັນ​ຂອງ​ປະທານ​ຈາກ​ພະເຈົ້າ.” (ຜູ້ເທສະໜາປ່າວປະກາດ 3:13, ລ.ມ.) ພະ​ເຢໂຫວາ​ຜູ້​ເຊິ່ງ​ຮັກ​ເຮົາ​ແລະ​ຢາກ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ເຮົາ​ສະເຫມີ ຢາກ​ໃຫ້​ເຮົາ​ພົບ​ຄວາມ​ພໍ​ໃຈ​ໃນ​ວຽກ​ຂອງ​ເຮົາ​ແລະ​ຊື່ນຊົມ​ຍິນດີ​ໃນ​ຜົນ​ງານ​ທີ່​ເຮົາ​ເຮັດ. ເພື່ອ​ຈະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ດຳເນີນ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ທັດສະນະ​ແລະ​ຫລັກ​ການ​ຂອງ​ພະອົງ​ໃນ​ເລື່ອງ​ວຽກ.—ຜູ້ເທສະໜາປ່າວປະກາດ 2:24; 5:18.

3 ໃນ​ບົດ​ນີ້ ເຮົາ​ຈະ​ພິຈາລະນາ​ສີ່​ຄຳຖາມ ເຮົາ​ຈະ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ​ໄດ້​ໂດຍ​ວິທີ​ໃດ? ວຽກ​ອາຊີບ​ແບບ​ໃດ​ທີ່​ບໍ່​ເຫມາະ​ສຳລັບ​ຄລິດສະຕຽນ​ແທ້? ເຮົາ​ຈະ​ເຮັດ​ໃຫ້​ວຽກ​ອາຊີບ​ສົມດຸນ​ກັບ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ຂອງ​ເຮົາ​ໄດ້​ໂດຍ​ວິທີ​ໃດ? ອັນ​ໃດ​ເປັນ​ວຽກ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້? ແຕ່​ທຳອິດ​ຂໍ​ໃຫ້​ເຮົາ​ພິຈາລະນາ​ຕົວຢ່າງ​ຂອງ​ຜູ້​ເຮັດ​ວຽກ​ອົງ​ຍິ່ງໃຫຍ່​ທີ່​ສຸດ​ສອງ​ອົງ ນັ້ນ​ຄື​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ.

ຜູ້​ເຮັດ​ວຽກ​ອົງ​ຍອດ​ຢ້ຽມ ກັບ​ນາຍ​ຊ່າງ

4, 5. ຄຳພີ​ໄບເບິນ​ຢືນຢັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ເຮັດ​ວຽກ​ທີ່​ບັງເກີດ​ຜົນ?

4 ພະ​ເຢໂຫວາ​ເປັນ​ຜູ້​ເຮັດ​ວຽກ​ອົງ​ຍອດ​ຢ້ຽມ. ຕົ້ນເດີມ 1:1 ກ່າວ​ວ່າ “ເມື່ອ​ຕົ້ນເດີມ ພະເຈົ້າ​ໄດ້​ນິລະມິດ​ສ້າງ​ຟ້າ​ທັງ​ຫລາຍ​ແລະ​ແຜ່ນດິນ​ໂລກ.” ເມື່ອ​ພະເຈົ້າ​ເຮັດ​ວຽກ​ສ້າງ​ສັນ​ກ່ຽວ​ກັບ​ແຜ່ນດິນ​ໂລກ​ເສັດ​ສິ້ນ​ແລ້ວ ພະອົງ​ຖະແຫລງ​ວ່າ “ວິເສດ​ດີ​ແທ້ໆ.” (ຕົ້ນເດີມ 1:31) ເວົ້າ​ອີກ​ຢ່າງ​ຫນຶ່ງ​ກໍ​ຄື ພະອົງ​ພໍ​ໃຈ​ຢ່າງ​ຍິ່ງ​ກັບ​ວຽກ​ທັງ​ສິ້ນ​ທີ່​ເຮັດ​ກ່ຽວ​ກັບ​ແຜ່ນດິນ​ໂລກ. ແນ່ນອນ​ວ່າ​ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ປະສົບ​ຄວາມ​ຍິນດີ​ຢ່າງ​ຍິ່ງ​ໃນ​ການ​ເປັນ​ຜູ້​ເຮັດ​ວຽກ​ທີ່​ບັງເກີດ​ຜົນ.—1 ຕີໂມເຕ 1:11.

5 ພະເຈົ້າ​ຜູ້​ດຸ​ຫມັ່ນ​ຂອງ​ເຮົາ​ບໍ່​ເຄີຍ​ເຊົາ​ເຮັດ​ວຽກ. ພາຍ​ຫລັງ​ການ​ສ້າງ​ແຜ່ນດິນ​ໂລກ​ແລະ​ທຸກ​ສິ່ງ​ເທິງ​ແຜ່ນດິນ​ໂລກ​ສຳເລັດ​ໄປ​ດົນ​ນານ​ແລ້ວ ພະ​ເຍຊູ​ກ່າວ​ວ່າ “ພະ​ບິດາ​ຂອງ​ເຮົາ​ກະທຳ​ການ​ຈົນ​ເຖິງ​ດຽວ​ນີ້.” (ໂຢຮັນ 5:17) ຜູ້​ເປັນ​ພໍ່​ເຮັດ​ວຽກ​ຫຍັງ? ຢູ່​ໃນ​ສະຫວັນ ແນ່ນອນ​ວ່າ​ພະອົງ​ປະຕິບັດ​ງານ​ຢ່າງ​ຂະຫຍັນ​ຂັນແຂງ​ໃນ​ການ​ຊີ້​ນຳ​ແລະ​ເອົາໃຈໃສ່​ມະນຸດ​ຊາດ. ພະອົງ​ໄດ້​ໃຫ້​ກຳເນີດ​ສິ່ງ “ນິລະມິດ​ສ້າງ​ອັນ​ໃຫມ່” ເຊິ່ງ​ກໍ​ຄື​ຄລິດສະຕຽນ​ຜູ້​ກຳເນີດ​ໂດຍ​ພະ​ວິນຍານ​ບໍລິສຸດ​ເຊິ່ງ​ໃນ​ທີ່​ສຸດ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ. (2 ໂກລິນໂທ 5:17) ພະອົງ​ເຮັດ​ວຽກ​ຕໍ່​ໄປ​ເພື່ອ​ໃຫ້​ໃຈ​ປະສົງ​ທີ່​ມີ​ຕໍ່​ມະນຸດ​ຊາດ​ສຳເລັດ​ທີ່​ວ່າ ຜູ້​ທີ່​ຮັກ​ພະອົງ​ຈະ​ໄດ້​ຮັບ​ຊີວິດ​ຕະຫລອດ​ໄປ​ໃນ​ໂລກ​ໃຫມ່. (ໂລມ 6:23) ພະ​ເຢໂຫວາ​ຕ້ອງ​ພໍ​ໃຈ​ແທ້ໆກັບ​ຜົນ​ງານ​ນີ້. ເນື່ອງ​ຈາກ​ໄດ້​ຮັບ​ການ​ຊັກ​ນຳ​ຈາກ​ພະເຈົ້າ ຫລາຍ​ລ້ານ​ຄົນ​ໄດ້​ຕອບ​ຮັບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ແລະ​ປັບ​ປ່ຽນ​ຊີວິດ​ຂອງ​ຕົວ​ເອງ​ເພື່ອ​ຈະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.—ໂຢຮັນ 6:44.

6, 7. ພະ​ເຍຊູ​ມີ​ປະຫວັດ​ອັນ​ຍາວ​ນານ​ແບບ​ໃດ​ໃນ​ການ​ເຮັດ​ວຽກ​ຢ່າງ​ຂະຫຍັນ​ຂັນແຂງ?

6 ພະ​ເຍຊູ​ມີ​ປະຫວັດ​ອັນ​ຍາວ​ນານ​ໃນ​ການ​ເຮັດ​ວຽກ​ຢ່າງ​ຂະຫຍັນ​ຂັນແຂງ. ກ່ອນ​ມາ​ເປັນ​ມະນຸດ​ຢູ່​ແຜ່ນດິນ​ໂລກ ພະອົງ​ຮັບໃຊ້​ໃນ​ຖານະ​ເປັນ “ນາຍ​ຊ່າງ” ໃນ​ການ​ສ້າງ​ສັບພະ​ທຸກ​ສິ່ງ “ໃນ​ຟ້າ​ສະຫວັນ . . . [ແລະ] ທີ່​ແຜ່ນດິນ​ໂລກ.” (ສຸພາສິດ 8:22-31, ລ.ມ.; ໂກໂລດ 1:15-17) ເມື່ອ​ຢູ່​ແຜ່ນດິນ​ໂລກ ພະ​ເຍຊູ​ສືບ​ຕໍ່​ເປັນ​ຜູ້​ເຮັດ​ວຽກ​ທີ່​ດຸ​ຫມັ່ນ​ຕໍ່​ໄປ. ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ ພະອົງ​ໄດ້​ຮຽນ​ອາຊີບ​ຊ່າງ​ກໍ່​ສ້າງ ແລ້ວ​ກາຍ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ “ຊ່າງ​ໄມ້.” * (ມາລະໂກ 6:3) ອາຊີບ​ນີ້​ກ່ຽວ​ຂ້ອງ​ກັບ​ວຽກ​ທີ່​ຕ້ອງ​ໃຊ້​ແຮງ​ແລະ​ທັກສະ​ຫລາຍ​ຢ່າງ ໂດຍ​ສະເພາະ​ໃນ​ຍຸກ​ກ່ອນ​ທີ່​ຈະ​ມີ​ໂຮງ​ເລື່ອຍ ຮ້ານ​ຂາຍ​ເຄື່ອງ​ກໍ່​ສ້າງ ແລະ​ເຄື່ອງ​ມື​ທີ່​ໃຊ້​ໄຟ​ຟ້າ. ເຈົ້າ​ນຶກ​ພາບ​ອອກ​ບໍ​ທີ່​ພະ​ເຍຊູ​ໄປ​ຫາ​ໄມ້​ມາ​ເອງ ບາງ​ທີ​ຕ້ອງ​ໄດ້​ຕັດ​ຕົ້ນ​ໄມ້​ແລ້ວ​ເອົາ​ໄປ​ບ່ອນ​ທີ່​ພະອົງ​ເຮັດ​ວຽກ? ເຈົ້າ​ນຶກ​ເຫັນ​ພາບ​ພະອົງ​ປຸກ​ເຮືອນ​ບໍ ໂດຍ​ການ​ຕຽມ​ຄານ​ຫລັງຄາ​ແລະ​ຕິດ​ຕັ້ງ ເຮັດ​ປະຕູ ແລະ​ຍັງ​ເຮັດ​ເຄື່ອງ​ເຮືອນ​ບາງ​ຢ່າງ​ນຳ? ແນ່ນອນ​ວ່າ​ພະ​ເຍຊູ​ເອງ​ປະສົບ​ຄວາມ​ພໍ​ໃຈ​ຍິນດີ​ຈາກ​ການ​ເຮັດ​ວຽກ​ຫນັກ​ຢ່າງ​ຊຳນິ​ຊຳນານ.

7 ພະ​ເຍຊູ​ເປັນ​ຜູ້​ເຮັດ​ວຽກ​ທີ່​ຂະຫຍັນ​ຂັນແຂງ​ຢ່າງ​ໂດດ​ເດັ່ນ​ໃນ​ວຽກ​ງານ​ຮັບໃຊ້. ຕະຫລອດ​ໄລຍະ​ສາມ​ປີ​ເຄິ່ງ ພະອົງ​ຫມົກມຸ້ນ​ເອົາ​ຈິງ​ເອົາ​ຈັງ​ກັບ​ວຽກ​ນີ້​ທີ່​ສຳຄັນ​ຫລາຍ. ເນື່ອງ​ຈາກ​ຕ້ອງການ​ໄປ​ເຖິງ​ຜູ້​ຄົນ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ພະອົງ​ເຮັດ​ວຽກ​ຢ່າງ​ເຕັມທີ​ຕັ້ງ​ແຕ່​ເຊົ້າ​ຈົນ​ຮອດ​ຄໍ່າ. (ລືກາ 21:37, 38; ໂຢຮັນ 3:2) ພະອົງ​ເດີນ​ທາງ “ໄປ​ຕາມ​ເມືອງ​ແລະ​ຕາມ​ບ້ານ​ຕ່າງໆເພື່ອ​ປະກາດ​ຂ່າວ​ປະເສີດ​ເລື່ອງ​ອານາຈັກ​ຂອງ​ພະເຈົ້າ.” (ລືກາ 8:1, ທ.ປ.) ພະອົງ​ຍ່າງ​ເດີນ​ທາງ​ຫລາຍ​ຮ້ອຍ​ກິໂລແມັດ​ຕາມ​ຖະຫນົນ​ທີ່​ເຕັມ​ດ້ວຍ​ຝຸ່ນ​ເພື່ອ​ເອົາ​ຂ່າວ​ດີ​ໄປ​ບອກ​ປະຊາຊົນ.

8, 9. ພະ​ເຍຊູ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ພະອົງ​ຢ່າງ​ໃດ?

8 ພະ​ເຍຊູ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ຕົນ​ໃນ​ງານ​ປະກາດ​ບໍ? ແມ່ນ​ແລ້ວ! ພະອົງ​ໄດ້​ຫວ່ານ​ເມັດ​ແຫ່ງ​ຄວາມ​ຈິງ​ໃນ​ເລື່ອງ​ລາຊະອານາຈັກ​ໄວ້ ເຊິ່ງ​ຕໍ່​ມາ​ກາຍ​ເປັນ​ທົ່ງ​ນາ​ທີ່​ເຫລືອງ​ອຸ່ຍຮຸ່ຍ​ພ້ອມ​ທີ່​ຈະ​ເກັບ​ກ່ຽວ​ໄດ້. ການ​ເຮັດ​ວຽກ​ທີ່​ພະເຈົ້າ​ມອບ​ຫມາຍ​ໃຫ້​ເຮັດ ພາ​ໃຫ້​ພະ​ເຍຊູ​ມີ​ກຳລັງ​ແລະ​ຄໍ້າຈູນ​ພະອົງ​ຈົນ​ເຖິງ​ຂັ້ນ​ວ່າ​ງົດ​ກິນ​ອາຫານ​ເພື່ອ​ເຮັດ​ວຽກ​ນັ້ນ​ໃຫ້​ແລ້ວ. (ໂຢຮັນ 4:31-38) ຄຶດ​ເບິ່ງ​ວ່າ​ພະ​ເຍຊູ​ຄົງ​ຕ້ອງ​ພໍ​ໃຈ​ສໍ່າ​ໃດ​ໃນ​ຕອນ​ຈົບ​ຂອງ​ງານ​ຮັບໃຊ້​ເທິງ​ແຜ່ນດິນ​ໂລກ​ເມື່ອ​ພະອົງ​ລາຍງານ​ຕໍ່​ພໍ່​ຕາມ​ຄວາມ​ເປັນ​ຈິງ​ທີ່​ວ່າ “ຂ້າພະເຈົ້າ​ໄດ້​ໃຫ້​ພະເຈົ້າ​ມີ​ລັດສະຫມີ​ເທິງ​ແຜ່ນດິນ​ໂລກ ການ​ທີ່​ພະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ກະທຳ​ນັ້ນ​ຂ້າພະເຈົ້າ​ໄດ້​ກະທຳ​ເສັດ​ແລ້ວ.”—ໂຢຮັນ 17:4.

9 ແນ່ນອນ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເປັນ​ຕົວຢ່າງ​ຍອດ​ຢ້ຽມ​ທີ່​ສຸດ​ຂອງ​ຜູ້​ທີ່​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ເຮົາ​ໃຫ້​ເປັນ “ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ.” (ເອເຟດ 5:1) ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຍຊູ​ກະຕຸ້ນ​ເຮົາ​ໃຫ້ “ຕິດ​ຕາມ​ຮອຍ​ຕີນ​ຂອງ​ພະອົງ [ຢ່າງ​ໃກ້​ຊິດ].” (1 ເປໂຕ 2:21) ດັ່ງ​ນັ້ນ ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ວິທີ​ທີ່​ເຮົາ​ສາມາດ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ​ດ້ວຍ​ເຊັ່ນ​ກັນ.

ວິທີ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ

ການ​ເອົາ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ຈະ​ຊ່ວຍ​ເຈົ້າ ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ທີ່​ເຈົ້າ​ເຮັດ

10, 11. ສິ່ງ​ໃດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ເຈຕະຄະຕິ​ໃນ​ແງ່​ບວກ​ຕໍ່​ວຽກ​ງານ​ຂອງ​ເຮົາ?

10 ວຽກ​ອາຊີບ​ເປັນ​ສ່ວນ​ຫນຶ່ງ​ໃນ​ຊີວິດ​ຂອງ​ຄລິດສະຕຽນ​ແທ້. ເຮົາ​ຕ້ອງການ​ປະສົບ​ຄວາມ​ອີ່ມ​ໃຈ​ແລະ​ພໍ​ໃຈ​ໃນ​ລະດັບ​ໃດ​ຫນຶ່ງ​ກັບ​ວຽກ​ຂອງ​ເຮົາ ແຕ່​ມັນ​ອາດ​ເປັນ​ເລື່ອງ​ຍາກ​ຫລາຍ​ຖ້າ​ເຮົາ​ຕ້ອງ​ເຮັດ​ວຽກ​ທີ່​ຕົນ​ເອງ​ບໍ່​ມັກ. ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຈະ​ເຫັນ​ຜົນ​ດີ​ຈາກ​ວຽກ​ທີ່​ເຮົາ​ບໍ່​ມັກ?

11 ໂດຍ​ການ​ປູກ​ຝັງ​ເຈຕະຄະຕິ​ໃນ​ແງ່​ບວກ. ເຮົາ​ບໍ່​ອາດ​ປ່ຽນ​ແປງ​ສະພາບການ​ຂອງ​ເຮົາ​ໄດ້​ຕະຫລອດ ແຕ່​ເຮົາ​ສາມາດ​ປ່ຽນ​ແປງ​ເຈຕະຄະຕິ. ການ​ຄຶດ​ຕຶກຕອງ​ທັດສະນະ​ຂອງ​ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ເຈຕະຄະຕິ​ໃນ​ແງ່​ບວກ​ຕໍ່​ກັບ​ວຽກ. ຕົວຢ່າງ ຖ້າ​ເຈົ້າ​ເປັນ​ຫົວຫນ້າ​ຄອບຄົວ ຈົ່ງ​ຄຳນຶງ​ເຖິງ​ຂໍ້​ຄວາມ​ຈິງ​ທີ່​ວ່າ ເຖິງ​ວຽກ​ຂອງ​ເຈົ້າ​ອາດ​ເບິ່ງ​ຄື​ວ່າ​ຕໍ່າ​ຕ້ອຍ​ພຽງ​ໃດ​ກໍ​ຕາມ ວຽກ​ນັ້ນ​ສາມາດ​ເຮັດ​ໃຫ້​ເຈົ້າ​ຈັດ​ຫາ​ສິ່ງ​ຈຳເປັນ​ດ້ານ​ວັດຖຸ​ໃຫ້​ຄອບຄົວ. ການ​ເອົາໃຈໃສ່​ເບິ່ງ​ແຍງ​ຄົນ​ທີ່​ເຈົ້າ​ຮັກ​ບໍ່​ແມ່ນ​ເລື່ອງ​ເລັກ​ນ້ອຍ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. ພະ​ຄຳ​ຂອງ​ພະອົງ​ກ່າວ​ວ່າ​ຄົນ​ທີ່​ບໍ່​ຫາ​ລ້ຽງ​ຄອບຄົວ ເປັນ​ຄົນ “ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ.” (1 ຕີໂມເຕ 5:8) ການ​ສຳນຶກ​ວ່າ​ວຽກ​ອາຊີບ​ຂອງ​ເຈົ້າ​ເປັນ​ວິທີ​ບັນລຸ​ເປົ້າ​ຫມາຍ​ທີ່​ຕັ້ງ​ໄວ້ ກໍ​ຄື​ອຳນວຍ​ໃຫ້​ເຈົ້າ​ປະຕິບັດ​ຫນ້າທີ່​ຮັບ​ຜິດ​ຊອບ​ທີ່​ພະເຈົ້າ​ມອບ​ຫມາຍ​ໄວ້​ໃຫ້​ສຳເລັດ ອາດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ອີ່ມ​ໃຈ​ແລະ​ພົບ​ຄວາມ​ສຳເລັດ​ໃນ​ວຽກ​ງານ​ໃນ​ລະດັບ​ໃດ​ຫນຶ່ງ​ເຊິ່ງ​ເພື່ອນ​ຮ່ວມ​ງານ​ອາດ​ບໍ່​ໄດ້​ປະສົບ​ເລີຍ.

12. ການ​ເປັນ​ຄົນ​ດຸ​ຫມັ່ນ​ແລະ​ສັດ​ຊື່​ໃນ​ການ​ເຮັດ​ວຽກ​ໃຫ້​ຜົນ​ຕອບ​ແທນ​ໃນ​ທາງ​ໃດ​ແດ່?

12 ໂດຍ​ເປັນ​ຄົນ​ດຸ​ຫມັ່ນ​ແລະ​ສັດ​ຊື່. ການ​ດຸ​ຫມັ່ນ​ເຮັດ​ວຽກ​ແລະ​ຮຽນ​ຮູ້​ວິທີ​ເຮັດ​ວຽກ​ໃຫ້​ດີ​ອາດ​ກໍ່​ຜົນ​ທີ່​ດີ. ຫລາຍ​ຄັ້ງ​ນາຍ​ຈ້າງ​ຖື​ວ່າ​ພະນັກງານ​ທີ່​ດຸ​ຫມັ່ນ​ແລະ​ຊຳນິ​ຊຳນານ​ມີ​ຄ່າ​ຢ່າງ​ຍິ່ງ. (ສຸພາສິດ 12:24; 22:29) ໃນ​ຖານະ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຍັງ​ຕ້ອງ​ສັດ​ຊື່​ໃນ​ການ​ເຮັດ​ວຽກ—ບໍ່​ລັກ​ເງິນ ສິ່ງ​ຂອງ ແລະ​ເວລາ​ຈາກ​ນາຍ​ຈ້າງ. (ເອເຟດ 4:28) ດັ່ງ​ທີ່​ໄດ້​ເຫັນ​ໃນ​ບົດ​ກ່ອນ​ນີ້ ຄວາມ​ສັດ​ຊື່​ໃຫ້​ຜົນ​ຕອບ​ແທນ. ລູກ​ຈ້າງ​ທີ່​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ສັດ​ຊື່​ມີ​ທາງ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ໄດ້​ຮັບ​ຄວາມ​ເຊື່ອ​ໃຈ. ບໍ່​ວ່າ​ນາຍ​ຈ້າງ​ຈະ​ສັງເກດ​ເຫັນ​ຕົວຢ່າງ​ຂອງ​ເຮົາ​ໃນ​ການ​ເປັນ​ຄົນ​ງານ​ທີ່​ຂະຫຍັນ​ຂັນແຂງ​ຫລື​ບໍ່​ກໍ​ຕາມ ເຮົາ​ກໍ​ຍັງ​ມີ​ຄວາມ​ພໍ​ໃຈ​ໄດ້​ເນື່ອງ​ຈາກ “ມີ​ໃຈ​ຮູ້​ຜິດ​ແລະ​ຊອບ​ເປັນ​ອັນ​ດີ” ແລະ​ຮູ້​ວ່າ​ເຮົາ​ເຮັດ​ໃຫ້​ພະເຈົ້າ​ທີ່​ເຮົາ​ຮັກ​ພໍ​ໃຈ.—ເຫບເລີ 13:18; ໂກໂລດ 3:22-24.

13. ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຢູ່​ບ່ອນ​ເຮັດ​ວຽກ​ອາດ​ມີ​ຜົນ​ດີ​ແນວ​ໃດ?

13 ໂດຍ​ສຳນຶກ​ວ່າ​ການ​ປະພຶດ​ຂອງ​ເຮົາ​ອາດ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ຄຳ​ສັນລະເສີນ. ເມື່ອ​ເຮົາ​ຮັກສາ​ມາດຕະຖານ​ອັນ​ສູງ​ສົ່ງ​ກ່ຽວ​ກັບ​ການ​ປະພຶດ​ແບບ​ຄລິດສະຕຽນ​ໃນ​ບ່ອນ​ເຮັດ​ວຽກ ແນ່ນອນ​ວ່າ​ຄົນ​ອື່ນ​ຈະ​ສັງເກດ​ເຫັນ​ເລື່ອງ​ນີ້. ຜົນ​ເປັນ​ແນວ​ໃດ? ໂດຍ​ວິທີ​ນີ້​ເຮົາ​ອາດ “ປະດັບ​ຄຳ​ສັ່ງ​ສອນ​ຂອງ​ພະເຈົ້າ ຜູ້​ເປັນ​ຜູ້​ຊ່ອຍ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ.” (ຕິໂຕ 2:9, 10) ແມ່ນ​ແລ້ວ ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ສາມາດ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ຄວາມ​ງົດງາມ​ແຫ່ງ​ແນວ​ທາງ​ການ​ນະມັດສະການ​ຂອງ​ເຮົາ ເປັນ​ການ​ດຶງ​ດູດ​ໃຈ​ເຂົາ​ເຈົ້າ​ຫລາຍ​ຂຶ້ນ. ຄຶດ​ເບິ່ງ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເພື່ອນ​ຮ່ວມ​ງານ​ສົນ​ໃຈ​ຄວາມ​ຈິງ​ເນື່ອງ​ຈາກ​ການ​ປະພຶດ​ທີ່​ດີ​ຂອງ​ເຈົ້າ​ຢູ່​ບ່ອນ​ເຮັດ​ວຽກ! ສຳຄັນ​ທີ່​ສຸດ ຂໍ​ໃຫ້​ຄຶດ​ແນວ​ນີ້ ມີ​ສິ່ງ​ໃດ​ບໍ​ທີ່​ຈະ​ໃຫ້​ຜົນ​ຕອບ​ແທນ​ຫລາຍ​ກວ່າ​ການ​ຮູ້​ວ່າ​ການ​ປະພຶດ​ທີ່​ດີ​ຂອງ​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ແລະ​ເຮັດ​ໃຫ້​ຫົວໃຈ​ຂອງ​ພະອົງ​ຍິນດີ?—ສຸພາສິດ 27:11; 1 ເປໂຕ 2:12.

ມີ​ຄວາມ​ສັງເກດ​ເຂົ້າ​ໃຈ​ໃນ​ການ​ເລືອກ​ວຽກ

14-16. ເມື່ອ​ປະເຊີນ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ວຽກ​ອາຊີບ ຄຳຖາມ​ສຳຄັນ​ຂໍ້​ໃດ​ແດ່​ທີ່​ເຮົາ​ຈຳເປັນ​ຕ້ອງ​ພິຈາລະນາ?

14 ຄຳພີ​ໄບເບິນ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ວ່າ​ວຽກ​ອາຊີບ​ແບບ​ໃດ​ເຮັດ​ໄດ້​ແລະ​ແບບ​ໃດ​ເຮັດ​ບໍ່​ໄດ້. ນີ້​ກໍ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ເຮົາ​ສາມາດ​ເຮັດ​ວຽກ​ປະເພດ​ໃດ​ກໍ​ໄດ້​ບໍ່​ວ່າ​ຈະ​ກ່ຽວ​ຂ້ອງ​ກັບ​ອັນ​ໃດ​ກໍ​ຕາມ. ພະ​ຄຳພີ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເລືອກ​ວຽກ​ທີ່​ເກີດ​ຜົນ​ແລະ​ສັດ​ຊື່​ເຊິ່ງ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ແລະ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ່ຽງ​ວຽກ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ. (ສຸພາສິດ 2:6) ເມື່ອ​ປະເຊີນ​ກັບ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ວຽກ​ອາຊີບ ມີ​ຄຳຖາມ​ສອງ​ຂໍ້​ທີ່​ສຳຄັນ​ທີ່​ເຮົາ​ຄວນ​ພິຈາລະນາ.

15 ການ​ເຮັດ​ວຽກ​ນີ້​ເທົ່າ​ກັບ​ວ່າ​ເປັນ​ການ​ເຮັດ​ສິ່ງ​ທີ່​ຄຳພີ​ໄບເບິນ​ຕຳຫນິ​ບໍ? ພະ​ຄຳ​ຂອງ​ພະເຈົ້າ​ຕຳຫນິ​ຢ່າງ​ຈະ​ແຈ້ງ​ໃນ​ເລື່ອງ​ການ​ລັກ ການ​ຕົວະ ແລະ​ການ​ເຮັດ​ຮູບ​ປັ້ນ. (ອົບພະຍົບ 20:4; ກິດຈະການ 15:29; ເອເຟດ 4:28; ຄຳປາກົດ 21:8) ເຮົາ​ຈະ​ປະຕິເສດ​ວຽກ​ອາຊີບ​ໃດໆກໍ​ຕາມ​ທີ່​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ​ສິ່ງ​ດັ່ງ​ກ່າວ​ນັ້ນ. ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ວຽກ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຂົ້າ​ຮ່ວມ​ໃນ​ກິດ​ປະຕິບັດ​ທີ່​ລະເມີດ​ພະບັນຍັດ​ຂອງ​ພະເຈົ້າ.—1 ໂຢຮັນ 5:3.

16 ການ​ເຮັດ​ວຽກ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຫລື​ສະຫນັບສະຫນູນ​ຢ່າງ​ຈະ​ແຈ້ງ​ຕໍ່​ກິດ​ປະຕິບັດ​ທີ່​ຜິດ​ບໍ? ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຫນຶ່ງ. ການ​ເຮັດ​ວຽກ​ເປັນ​ພະນັກງານ​ຕ້ອນຮັບ​ໃນ​ຕົວ​ມັນ​ເອງ​ແລ້ວ​ບໍ່​ມີ​ຫຍັງ​ຜິດ. ຈະ​ວ່າ​ແນວ​ໃດ​ຖ້າ​ຄລິດສະຕຽນ​ໄດ້​ຮັບ​ການ​ສະເຫນີ​ໃຫ້​ເຮັດ​ວຽກ​ດັ່ງ​ກ່າວ​ຢູ່​ຄລິນິກ​ທີ່​ບໍລິການ​ເອົາ​ລູກ​ອອກ? ແມ່ນ​ຢູ່ ຕຳແຫນ່ງ​ຂອງ​ລາວ​ຄົງ​ຈະ​ບໍ່​ຮຽກ​ຮ້ອງ​ໂດຍ​ກົງ​ໃຫ້​ມີ​ສ່ວນ​ຊ່ວຍ​ໃນ​ຂັ້ນ​ຕອນ​ການ​ເອົາ​ລູກ​ອອກ. ເຖິງ​ຢ່າງ​ນັ້ນ ວຽກ​ປະຈຳ​ຂອງ​ລາວ​ຢູ່​ຫັ້ນ​ຄົງ​ຈະ​ສະຫນັບສະຫນູນ​ການ​ດຳເນີນ​ງານ​ຂອງ​ຄລິນິກ​ທີ່​ເປີດ​ເພື່ອ​ບໍລິການ​ເອົາ​ລູກ​ອອກ ເຊິ່ງ​ເປັນ​ການ​ກະທຳ​ທີ່​ຂັດ​ກັບ​ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ແມ່ນ​ບໍ? (ອົບພະຍົບ 21:22-24, ລ.ມ.) ຖານະ​ເປັນ​ຜູ້​ທີ່​ຮັກ​ພະ​ເຢໂຫວາ ເຮົາ​ບໍ່​ຕ້ອງການ​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ກັບ​ກິດ​ປະຕິບັດ​ທີ່​ບໍ່​ເປັນ​ໄປ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ.

17. (ກ) ເຮົາ​ອາດ​ພິຈາລະນາ​ປັດໄຈ​ອັນ​ໃດ​ແດ່​ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ວຽກ​ອາຊີບ? (ເບິ່ງ​ຂອບ “ ຂ້ອຍ​ຄວນ​ເຮັດ​ວຽກ​ນັ້ນ​ບໍ?.”) (ຂ) ສະຕິ​ຮູ້ສຶກ​ຜິດ​ຊອບ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ແບບ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ?

17 ຈະ​ແກ້ໄຂ​ບັນຫາ​ຫລາຍ​ຢ່າງ​ກ່ຽວ​ກັບ​ເລື່ອງ​ວຽກ​ອາຊີບ​ໂດຍ​ການ​ວິເຄາະ​ຢ່າງ​ຮອບຄອບ​ໃນ​ຄຳຕອບ​ຂອງ​ຄຳຖາມ​ສຳຄັນ​ສອງ​ຂໍ້​ທີ່​ຍົກ​ຂຶ້ນ​ມາ​ໃນ​ວັກ​ທີ 15 ແລະ 16. ນອກ​ຈາກ​ນັ້ນ ມີ​ປັດໄຈ​ອື່ນໆທີ່​ເຮົາ​ຄວນ​ຊັ່ງ​ຊາ​ຢ່າງ​ຖີ່​ຖ້ວນ​ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ວຽກ​ອາຊີບ. * ເຮົາ​ບໍ່​ອາດ​ຄາດ​ຫມາຍ​ໃຫ້​ຊົນ​ຊັ້ນ​ຂ້າ​ໃຊ້​ຕັ້ງ​ກົດ​ທີ່​ກວມ​ລວມ​ທຸກ​ສະຖານະການ​ທີ່​ອາດ​ເກີດ​ຂຶ້ນ. ໃນ​ເລື່ອງ​ນີ້​ເຮົາ​ຕ້ອງ​ມີ​ຄວາມ​ສັງເກດ​ເຂົ້າ​ໃຈ. ດັ່ງ​ທີ່​ຮຽນ​ໃນ​ບົດ​ທີ 2 ເຮົາ​ຕ້ອງ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ໂດຍ​ການ​ສຶກສາ​ວິທີ​ນຳ​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ. ໂດຍ “ຝຶກ​ແອບ [ຄວາມ] ສາມາດ​ໃຊ້​ເຫດຜົນ” ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ສາມາດ​ຊ່ວຍ​ໃນ​ການ​ຕັດສິນ​ໃຈ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ແລະ​ຊ່ວຍ​ເຮົາ​ໃຫ້​ຢັ້ງຢືນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະອົງ.—ເຫບເລີ 5:14, ທ.ປ.

ຮັກສາ​ທັດສະນະ​ທີ່​ສົມດຸນ​ໃນ​ເລື່ອງ​ວຽກ

18. ເປັນ​ຫຍັງ​ການ​ຮັກສາ​ຄວາມ​ສົມດຸນ​ທາງ​ຝ່າຍ​ວິນຍານ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ງ່າຍ?

18 ການ​ຮັກສາ​ຄວາມ​ສົມດຸນ​ທາງ​ຝ່າຍ​ວິນຍານ​ບໍ່​ແມ່ນ​ເລື່ອງ​ງ່າຍ​ໃນ “ຍຸກ​ສຸດ​ທ້າຍ” ເຊິ່ງ​ມີ “ຄວາມ​ລຳບາກ​ຢ່າງ​ຮ້າຍແຮງ.” (2 ຕີໂມເຕ 3:1, ທ.ປ.) ການ​ຊອກ​ວຽກ​ແລະ​ມີ​ວຽກ​ນັ້ນ​ເຮັດ​ຕໍ່ໆໄປ​ເປັນ​ເລື່ອງ​ຍາກ​ແທ້ໆ. ເຮົາ​ທີ່​ເປັນ​ຄລິດສະຕຽນ​ແທ້​ສຳນຶກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ດຸ​ຫມັ່ນ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຄອບຄົວ. ແຕ່​ຖ້າ​ບໍ່​ລະວັງ ຄວາມ​ກົດ​ດັນ​ໃນ​ບ່ອນ​ເຮັດ​ວຽກ​ຫລື​ແນວ​ຄິດ​ຂອງ​ໂລກ​ທີ່​ເນັ້ນ​ດ້ານ​ວັດຖຸ​ເຊິ່ງ​ເປັນ​ຄື​ພະຍາດ​ຕິດ​ແປດ​ອາດ​ຂັດ​ຂວາງ​ການ​ຮັບໃຊ້​ແລະ​ການ​ນະມັດສະການ​ຂອງ​ເຮົາ. (1 ຕີໂມເຕ 6:9, 10) ຂໍ​ໃຫ້​ພິຈາລະນາ​ວິທີ​ທີ່​ເຮົາ​ສາມາດ​ຮັກສາ​ຄວາມ​ສົມດຸນ ໂດຍ​ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ “ສິ່ງ​ໃດ​ສຳຄັນ​ກວ່າ.”—ຟີລິບ 1:10, ລ.ມ.

19. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສົມຄວນ​ໄດ້​ຮັບ​ຄວາມ​ໄວ້​ວາງໃຈ​ຈາກ​ເຮົາ​ຢ່າງ​ເຕັມທີ ແລະ​ການ​ໄວ້​ວາງໃຈ​ເຊັ່ນ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ່ຽງ​ຫຍັງ?

19 ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ເຕັມທີ. (ສຸພາສິດ 3:5, 6) ພະອົງ​ສົມຄວນ​ໄດ້​ຮັບ​ຄວາມ​ໄວ້​ວາງໃຈ​ເຊັ່ນ​ນັ້ນ​ບໍ່​ແມ່ນ​ບໍ? ທີ່​ຈິງ ພະອົງ​ໃຝ່​ໃຈ​ເຮົາ. (1 ເປໂຕ 5:7) ພະອົງ​ຮູ້​ຄວາມ​ຈຳເປັນ​ຂອງ​ເຮົາ​ດີ​ກວ່າ​ຕົວ​ເຮົາ​ເອງ ແລະ​ພະອົງ​ຍື່ນ​ມື​ເຂົ້າ​ຊ່ວຍເຫລືອ​ສະເຫມີ. (ຄຳເພງ 37:25) ດັ່ງ​ນັ້ນ ເຮົາ​ຄວນ​ຟັງ​ເມື່ອ​ພະ​ຄຳ​ຂອງ​ພະອົງ​ເຕືອນ​ເຮົາ​ວ່າ “ທ່ານ​ທັງ​ຫລາຍ​ຈົ່ງ​ກະທຳ [“ໃຫ້​ການ​ດຳເນີນ​ຊີວິດ,” ທ.ປ.] ປາສະຈາກ​ຄວາມ​ໂລບ ພວກ​ທ່ານ​ມີ​ສິ່ງ​ຂອງ​ມາກ​ຫນ້ອຍ​ເທົ່າ​ໃດ​ຈົ່ງ​ມີ​ອີ່ມ​ໃຈ​ດ້ວຍ​ເທົ່າ​ນັ້ນ​ເຖີ້ນ. ເພາະ​ວ່າ [ພະເຈົ້າ] ເອງ​ໄດ້​ບອກ​ແລ້ວ​ວ່າ ‘ເຮົາ​ຈະ​ບໍ່​ປະ​ເຈົ້າ​ເສຍ​ສັກ​ເທື່ອ ແລະ​ເຮົາ​ຈະ​ບໍ່​ຖິ້ມ​ເຈົ້າ​ເສຍ​ສັກ​ເທື່ອ.’” (ເຫບເລີ 13:5) ຜູ້​ຮັບໃຊ້​ເຕັມ​ເວລາ​ຫລາຍ​ຄົນ​ຈະ​ຢືນຢັນ​ໄດ້​ເຖິງ​ຄວາມ​ສາມາດ​ຂອງ​ພະເຈົ້າ​ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳເປັນ​ໃນ​ຊີວິດ​ໃຫ້​ເຂົາ​ເຈົ້າ. ຖ້າ​ເຮົາ​ໄວ້​ວາງໃຈ​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຮົາ ເຮົາ​ຈະ​ຫລີກ​ລ່ຽງ​ການ​ວິຕົກ​ກັງວົນ​ເກີນ​ຄວນ​ໃນ​ເລື່ອງ​ການ​ຫາ​ລ້ຽງ​ຄອບຄົວ. (ມັດທາຍ 6:25-32) ເຮົາ​ຈະ​ບໍ່​ຍອມ​ໃຫ້​ວຽກ​ອາຊີບ​ເຮັດ​ໃຫ້​ເຮົາ​ປະ​ລະ​ກິດຈະກຳ​ຝ່າຍ​ຄລິດສະຕຽນ ເຊັ່ນ ການ​ປະກາດ​ຂ່າວ​ດີ​ແລະ​ການ​ເຂົ້າ​ຮ່ວມ​ປະຊຸມ.—ມັດທາຍ 24:14; ເຫບເລີ 10:24, 25.

20. ການ​ໃຫ້​ຕາ​ເບິ່ງ​ທີ່​ສິ່ງ​ດຽວ​ຫມາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເຮົາ​ຈະ​ຮັກສາ​ທັດສະນະ​ແບບ​ນັ້ນ​ໄວ້​ໄດ້​ແນວ​ໃດ?

20 ໃຫ້​ຕາ​ເບິ່ງ​ທີ່​ສິ່ງ​ດຽວ​ສະເຫມີ. (ມັດທາຍ 6:22, 23) ການ​ໃຫ້​ຕາ​ເບິ່ງ​ທີ່​ສິ່ງ​ດຽວ​ຫມາຍ​ເຖິງ​ການ​ລະວັງ​ບໍ່​ໃຫ້​ຊີວິດ​ຂອງ​ເຮົາ​ຫຍຸ້ງຍາກ​ສັບສົນ. ຕາ​ຂອງ​ຄລິດສະຕຽນ​ເລັງ​ໃສ່​ຈຸດ​ປະສົງ​ດຽວ ນັ້ນ​ຄື​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ຖ້າ​ຕາ​ຂອງ​ເຮົາ​ເລັງ​ເປົ້າ​ຢ່າງ​ຖືກຕ້ອງ ເຮົາ​ຈະ​ບໍ່​ຫມົກມຸ້ນ​ກັບ​ການ​ມຸ່ງ​ຕິດ​ຕາມ​ວຽກ​ທີ່​ມີ​ລາຍ​ຮັບ​ສູງ​ແລະ​ຮູບ​ແບບ​ຊີວິດ​ທີ່​ຫລູຫລາ​ຫລາຍ​ຂຶ້ນ. ອີກ​ທັງ​ເຮົາ​ຈະ​ບໍ່​ຫມົກມຸ້ນ​ໃນ​ການ​ສະແຫວງ​ຫາ​ທີ່​ບໍ່​ຈົບ​ສິ້ນ​ເພື່ອ​ຈະ​ໄດ້​ວັດຖຸ​ສິ່ງ​ຂອງ​ຮຸ່ນ​ຫລ້າ​ສຸດ​ແລະ​ດີ​ທີ່​ສຸດ​ເຊິ່ງ​ນັກ​ໂຄສະນາ​ພະຍາຍາມ​ເຮັດ​ໃຫ້​ເຊື່ອ​ຫມັ້ນ​ວ່າ​ເປັນ​ສິ່ງ​ຈຳເປັນ​ເພື່ອ​ຈະ​ມີ​ຄວາມ​ສຸກ. ເຮົາ​ຈະ​ໃຫ້​ຕາ​ເບິ່ງ​ທີ່​ສິ່ງ​ດຽວ​ໄດ້​ແນວ​ໃດ? ຈົ່ງ​ຫລີກ​ລ່ຽງ​ການ​ສ້າງ​ພາລະ​ໃຫ້​ຕົນ​ເອງ​ໂດຍ​ມີ​ຫນີ້​ສິນ​ແບບ​ບໍ່​ຈຳເປັນ. ຢ່າ​ປ່ອຍ​ໃຫ້​ຊີວິດ​ວຸ່ນວາຍ​ຢູ່​ກັບ​ຊັບ​ສົມບັດ​ທີ່​ເຮັດ​ໃຫ້​ເຈົ້າ​ຕ້ອງ​ສິ້ນ​ເປືອງ​ເວລາ​ແລະ​ການ​ເອົາໃຈໃສ່​ເບິ່ງ​ແຍງ​ຫລາຍ​ເກີນ​ໄປ. ຈົ່ງ​ເອົາໃຈໃສ່​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ອີ່ມ​ໃຈ​ກັບ “ອາຫານ​ລ້ຽງ​ຕົວ​ແລະ​ມີ​ທີ່​ອາໄສ.” (1 ຕີໂມເຕ 6:8) ຈົ່ງ​ພະຍາຍາມ​ເຮັດ​ໃຫ້​ຊີວິດ​ຮຽບ​ງ່າຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

21. ເປັນ​ຫຍັງ​ເຮົາ​ຈຳເປັນ​ຕ້ອງ​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ສິ່ງ​ຕ່າງໆ ແລະ​ໃນ​ຊີວິດ​ຂອງ​ເຮົາ​ສິ່ງ​ໃດ​ຄວນ​ມາ​ກ່ອນ?

21 ຈັດ​ເລື່ອງ​ຝ່າຍ​ວິນຍານ​ໄວ້​ເປັນ​ລຳດັບ​ທຳອິດ ແລະ​ຍຶດ​ຫມັ້ນ​ກັບ​ລຳດັບ​ນັ້ນ. ເນື່ອງ​ຈາກ​ມີ​ເວລາ​ແລະ​ກຳລັງ​ຈຳກັດ​ທີ່​ເຮົາ​ຈະ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ສິ່ງ​ຕ່າງໆ. ຖ້າ​ບໍ່​ດັ່ງ​ນັ້ນ​ສິ່ງ​ທີ່​ສຳຄັນ​ຫນ້ອຍ​ກວ່າ​ອາດ​ເຮັດ​ໃຫ້​ເຮົາ​ເສຍ​ເວລາ​ທີ່​ມີ​ຄ່າ​ໄປ ແລະ​ບົດ​ບັງ​ສິ່ງ​ທີ່​ສຳຄັນ​ກວ່າ. ອັນ​ໃດ​ຄວນ​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຮົາ? ຫລາຍ​ຄົນ​ໃນ​ໂລກ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ສຶກສາ​ສູງ​ເປັນ​ອັນ​ດັບ​ທຳອິດ​ເພື່ອ​ຈະ​ມີ​ອາຊີບ​ທີ່​ມີ​ລາຍ​ໄດ້​ດີ​ໃນ​ລະບົບ​ນີ້. ແຕ່​ພະ​ເຍຊູ​ກະຕຸ້ນ​ເຕືອນ​ພວກ​ສາວົກ​ໃຫ້ “ຊອກ​ຫາ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] . . . ກ່ອນ.” (ມັດທາຍ 6:33) ແມ່ນ​ແລ້ວ ໃນ​ຖານະ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຈັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ. ຮູບ​ແບບ​ຊີວິດ​ຂອງ​ເຮົາ ບໍ່​ວ່າ​ຈະ​ເປັນ​ການ​ຕັດສິນ​ໃຈ​ເລືອກ​ຂອງ​ເຮົາ ເປົ້າ​ຫມາຍ​ທີ່​ເຮົາ​ຕັ້ງ​ໄວ້ ແລະ​ກິດຈະກຳ​ທີ່​ເຮົາ​ມຸ່ງ​ຕິດ​ຕາມ ຄວນ​ສະແດງ​ວ່າ​ຜົນ​ປະໂຫຍດ​ຂອງ​ລາຊະອານາຈັກ​ແລະ​ໃຈ​ປະສົງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ຕໍ່​ເຮົາ​ຫລາຍ​ກວ່າ​ການ​ມຸ່ງ​ຕິດ​ຕາມ​ວັດຖຸ​ແລະ​ຜົນ​ປະໂຫຍດ​ຝ່າຍ​ໂລກ.

ເຮັດ​ວຽກ​ຢ່າງ​ຂະຫຍັນ​ຂັນແຂງ​ໃນ​ການ​ປະກາດ

ເຮົາ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ​ການ​ຈັດ​ໃຫ້​ງານ​ປະກາດ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ

22, 23. (ກ) ອັນ​ໃດ​ເປັນ​ວຽກ​ຫລັກ​ຂອງ​ຄລິດສະຕຽນ​ແທ້ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໄດ້​ແນວ​ໃດ​ວ່າ​ວຽກ​ນີ້​ສຳຄັນ​ຕໍ່​ເຮົາ? (ເບິ່ງ​ຂອບ “ ການ​ຕັດສິນ​ໃຈ​ຂອງ​ຂ້ອຍ​ເຮັດ​ໃຫ້​ຊີວິດ ມີ​ຄວາມ​ຍິນດີ​ແລະ​ຄວາມ​ອີ່ມ​ໃຈ.”) (ຂ) ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ແນວ​ໃດ​ໃນ​ເລື່ອງ​ວຽກ​ອາຊີບ?

22 ເນື່ອງ​ຈາກ​ຮູ້​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ສະໄຫມ​ອະວະສານ ເຮົາ​ຈຶ່ງ​ສຸມ​ໃສ່​ວຽກ​ຫລັກ​ຂອງ​ຄລິດສະຕຽນ​ແທ້ ນັ້ນ​ຄື​ການ​ປະກາດ​ແລະ​ການ​ສອນ​ຄົນ​ໃຫ້​ເປັນ​ສາວົກ. (ມັດທາຍ 24:14; 28:19, 20) ເຊັ່ນ​ດຽວ​ກັບ​ພະ​ເຍຊູ​ຜູ້​ເປັນ​ແບບ​ຢ່າງ​ຂອງ​ເຮົາ ເຮົາ​ຄວນ​ທຸ່ມ​ເທ​ຕົວຢ່າງ​ຈິງ​ຈັງ​ໃນ​ວຽກ​ນີ້​ທີ່​ຊ່ວຍ​ຊີວິດ​ຄົນ​ໃຫ້​ລອດ. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ວຽກ​ນີ້​ສຳຄັນ​ສຳລັບ​ເຮົາ? ປະຊາຊົນ​ຂອງ​ພະເຈົ້າ​ສ່ວນ​ຫລາຍ​ໄດ້​ທຸ່ມ​ເທ​ຕົວ​ເອງ​ເພື່ອ​ວຽກ​ປະກາດ​ຢ່າງ​ສຸດ​ຫົວໃຈ​ໃນ​ຖານະ​ຜູ້​ປະກາດ​ປະຈຳ​ປະຊາຄົມ. ບາງ​ຄົນ​ໄດ້​ຈັດແຈ່ງ​ເລື່ອງ​ສ່ວນ​ຕົວ​ເພື່ອ​ຈະ​ຮັບໃຊ້​ເປັນ​ໄພໂອເນຍ​ຫລື​ມິດຊັນນາລີ. ເນື່ອງ​ຈາກ​ສຳນຶກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຕັ້ງ​ເປົ້າ​ຫມາຍ​ຮັບໃຊ້​ພະ​ເຢໂຫວາ ພໍ່​ແມ່​ຫລາຍ​ຄົນ​ໄດ້​ສະຫນັບສະຫນູນ​ລູກ​ໃຫ້​ຖື​ເອົາ​ວຽກ​ຮັບໃຊ້​ເຕັມ​ເວລາ​ເປັນ​ວຽກ​ປະຈຳ. ຜູ້​ປະກາດ​ລາຊະອານາຈັກ​ທີ່​ມີ​ໃຈ​ແຮງ​ກ້າ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ທີ່​ເຂົາ​ເຈົ້າ​ເຮັດ​ໃນ​ງານ​ຮັບໃຊ້​ບໍ? ແມ່ນ​ແລ້ວ ເຂົາ​ເຈົ້າ​ເຫັນ​ແທ້ໆ! ການ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຊີວິດ​ເປັນ​ແນວ​ທາງ​ທີ່​ແນ່ນອນ​ເຊິ່ງ​ນຳ​ໄປ​ສູ່​ຊີວິດ​ທີ່​ມີ​ຄວາມ​ຍິນດີ ອີ່ມ​ໃຈ​ພໍ​ໃຈ ແລະ​ພະ​ພອນ​ທີ່​ນັບ​ບໍ່​ຖ້ວນ.—ສຸພາສິດ 10:22.

23 ພວກ​ເຮົາ​ຫລາຍ​ຄົນ​ຕ້ອງ​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ​ໃນ​ງານ​ອາຊີບ​ເພື່ອ​ຫາ​ລ້ຽງ​ຄອບຄົວ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ. ໂດຍ​ເຮັດ​ໃຫ້​ເຈຕະຄະຕິ​ແລະ​ການ​ກະທຳ​ຂອງ​ເຮົາ​ສອດຄ່ອງ​ກັບ​ທັດສະນະ​ແລະ​ຫລັກ​ການ​ຂອງ​ພະອົງ ເຮົາ​ຈະ​ພົບ​ຄວາມ​ພໍ​ໃຈ​ໃນ​ວຽກ​ຂອງ​ເຮົາ. ແນວ​ໃດ​ກໍ​ຕາມ ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ໃຫ້​ວຽກ​ອາຊີບ​ດຶງ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ໄປ​ຈາກ​ວຽກ​ຫລັກ ນັ້ນ​ຄື​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ໂດຍ​ການ​ຈັດ​ໃຫ້​ວຽກ​ນີ້​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ເຮົາ​ສະແດງ​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ ແລະ​ໂດຍ​ວິທີ​ນີ້​ເຮົາ​ຈຶ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະອົງ​ຕໍ່ໆໄປ.

^ ຂໍ້ 6 ມີ​ການ​ເວົ້າ​ກັນ​ວ່າ​ຄຳ​ພາສາ​ກະເລັກ​ທີ່​ແປ​ຄຳ​ວ່າ “ຊ່າງ​ໄມ້” ເປັນ “ຄຳ​ທົ່ວໄປ​ທີ່​ໃຊ້​ກັບ​ຄົນ​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ໄມ້ ບໍ່​ວ່າ​ຈະ​ປຸກ​ເຮືອນ​ຫລື​ເຮັດ​ເຄື່ອງ​ເຮືອນ​ຫລື​ເຄື່ອງ​ໃຊ້​ຂອງ​ສອຍ​ທີ່​ເຮັດ​ດ້ວຍ​ໄມ້.”

^ ຂໍ້ 17 ສຳລັບ​ການ​ພິຈາລະນາ​ທີ່​ລະອຽດ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ປັດໄຈ​ຕ່າງໆໃນ​ການ​ຕັດສິນ​ໃຈ​ເລື່ອງ​ວຽກ​ອາຊີບ ຂໍ​ໃຫ້​ເບິ່ງ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ເມສາ ປີ 1999 ຫນ້າ 28-30 ແລະ​ສະບັບ​ວັນ​ທີ 15 ເດືອນ​ກໍລະກົດ ປີ 1982 ຫນ້າ 26 (ພາສາ​ໄທ).