ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 11

“ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື”

“ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື”

“ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ເມຍ​ທີ່​ເຈົ້າ​ໄດ້​ເອົາ​ເວລາ​ຍັງ​ຫນຸ່ມ​ຢູ່.”—ສຸພາສິດ 5:18.

1, 2. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ແດ່ ແລະ​ເພາະ​ເຫດ​ໃດ?

ເຈົ້າ​ແຕ່ງ​ດອງ​ແລ້ວ​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ ຊີວິດ​ສົມລົດ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ບໍ ຫລື​ເຈົ້າ​ກຳລັງ​ປະສົບ​ກັບ​ບັນຫາ​ຮ້າຍແຮງ​ໃນ​ຊີວິດ​ຄູ່? ເຈົ້າ​ແລະ​ຄູ່​ສົມລົດ​ຫ່າງ​ເຫີນ​ກັນ​ບໍ? ເຈົ້າ​ກຳລັງ​ທົນ​ກັບ​ຊີວິດ​ສົມລົດ​ທີ່​ຂັດ​ແຍ່ງ​ກັນ​ແລະ​ບໍ່​ປະສົບ​ຄວາມ​ຍິນດີ​ບໍ? ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຄົງ​ຮູ້ສຶກ​ເສົ້າໃຈ​ທີ່​ຄວາມ​ຜູກ​ພັນ​ອັນ​ອົບອຸ່ນ​ໃນ​ຊີວິດ​ສົມລົດ​ເຊິ່ງ​ເຈົ້າ​ເຄີຍ​ມີ​ນັ້ນ​ໄດ້​ຫລຸດ​ຫນ້ອຍ​ລົງ. ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ແນ່ນອນ​ວ່າ​ເຈົ້າ​ປາຖະຫນາ​ຢ່າງ​ຍິ່ງ​ທີ່​ຈະ​ໃຫ້​ຊີວິດ​ສົມລົດ​ຂອງ​ເຈົ້າ​ນຳ​ຄຳ​ສັນລະເສີນ​ມາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຈົ້າ​ຮັກ. ດັ່ງ​ນັ້ນ ສະພາບການ​ຂອງ​ເຈົ້າ​ໃນ​ປັດຈຸບັນ​ອາດ​ຈະ​ເປັນ​ສາເຫດ​ທີ່​ເຈົ້າ​ກັງວົນ​ແລະ​ເຈັບ​ປວດ​ໃຈ. ເຖິງ​ຈະ​ເປັນ​ເຊັ່ນ​ນັ້ນ ຂໍ​ຢ່າ​ສະຫລຸບ​ວ່າ​ເຈົ້າ​ຢູ່​ໃນ​ສະພາບ​ທີ່​ສິ້ນ​ຫວັງ.

2 ທຸກ​ມື້​ນີ້ ມີ​ຄູ່​ສົມລົດ​ຄລິດສະຕຽນ​ທີ່​ດີ​ບາງ​ຄູ່​ເຊິ່ງ​ເຄີຍ​ມີ​ຊີວິດ​ສົມລົດ​ທີ່​ເປັນ​ພຽງ​ການ​ທົນ​ຢູ່​ນຳ​ກັນ​ໂດຍ​ບໍ່​ມີ​ສາຍ​ສຳພັນ​ອັນ​ແຫນ້ນແຟ້ນ​ຕໍ່​ກັນ. ເຖິງ​ຢ່າງ​ນັ້ນ ເຂົາ​ເຈົ້າ​ໄດ້​ພົບ​ວິທີ​ທີ່​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ຕົນ​ແຫນ້ນແຟ້ນ​ຂຶ້ນ. ເຈົ້າ​ກໍ​ເຊັ່ນ​ກັນ​ສາມາດ​ພົບ​ຄວາມ​ພໍ​ໃຈ​ຫລາຍ​ຂຶ້ນ​ໃນ​ຊີວິດ​ສົມລົດ. ໂດຍ​ວິທີ​ໃດ?

ການ​ເຂົ້າ​ໃກ້​ຊິດ​ພະເຈົ້າ​ແລະ​ຄູ່​ສົມລົດ​ຂອງ​ເຈົ້າ​ໃຫ້​ຫລາຍ​ຂຶ້ນ

3, 4. ເປັນ​ຫຍັງ​ຄູ່​ສົມລົດ​ຈຶ່ງ​ເຂົ້າ​ໃກ້​ຊິດ​ກັນ​ຫລາຍ​ຂຶ້ນ​ຖ້າ​ທັງ​ສອງ​ພະຍາຍາມ​ຈະ​ເຂົ້າ​ໃກ້​ພະເຈົ້າ​ຫລາຍ​ຂຶ້ນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ເຈົ້າ​ແລະ​ຄູ່​ສົມລົດ​ຈະ​ເຂົ້າ​ໃກ້​ຊິດ​ກັນ​ຫລາຍ​ຂຶ້ນ​ຫາກ​ທັງ​ສອງ​ພະຍາຍາມ​ຈະ​ເຂົ້າ​ໃກ້​ພະເຈົ້າ​ຫລາຍ​ຂຶ້ນ. ເພາະ​ເຫດ​ໃດ? ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ສົມ​ທຽບ ຂໍ​ໃຫ້​ນຶກ​ພາບ​ພູເຂົາ​ຮູບ​ຈວຍ​ເຊິ່ງ​ຕີນ​ພູ​ກວ້າງ​ແລະ​ຈອມ​ພູ​ແຫລມ. ຜູ້​ຊາຍ​ຢືນ​ຢູ່​ຕີນ​ພູ​ທາງ​ເຫນືອ​ແລະ​ຜູ້​ຍິງ​ຢືນ​ຢູ່​ຕີນ​ພູ​ທາງ​ໃຕ້. ທັງ​ສອງ​ເລີ່ມ​ປີນ​ພູ. ເມື່ອ​ຍັງ​ຢູ່​ຕີນ​ພູ ທັງ​ສອງ​ຄົນ​ຢູ່​ຫ່າງ​ຈາກ​ກັນ​ຫລາຍ. ແຕ່​ເມື່ອ​ຕ່າງ​ຄົນ​ຕ່າງ​ປີນ​ຂຶ້ນ​ໄປ​ຫາ​ຈອມ​ພູ ທັງ​ສອງ​ກໍ​ຈະ​ເຂົ້າ​ໃກ້​ກັນ​ຫລາຍ​ຂຶ້ນ. ເຈົ້າ​ເຫັນ​ບົດຮຽນ​ທີ່​ເຮັດ​ໃຫ້​ຫມັ້ນ​ໃຈ​ຈາກ​ຕົວຢ່າງ​ສົມ​ທຽບ​ນີ້​ບໍ?

4 ການ​ທີ່​ເຈົ້າ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ອາດ​ທຽບ​ໄດ້​ກັບ​ການ​ພະຍາຍາມ​ປີນ​ພູ. ເນື່ອງ​ຈາກ​ເຈົ້າ​ຮັກ​ພະ​ເຢໂຫວາ ຈຶ່ງ​ເວົ້າ​ໄດ້​ວ່າ​ເຈົ້າ​ໄດ້​ພະຍາຍາມ​ຢ່າງ​ຫນັກ​ຢູ່​ແລ້ວ​ທີ່​ຈະ​ປີນ​ພູ. ແນວ​ໃດ​ກໍ​ຕາມ ຖ້າ​ເຈົ້າ​ກັບ​ຄູ່​ສົມລົດ​ຫ່າງ​ເຫີນ​ກັນ​ຢູ່ ເຈົ້າ​ທັງ​ສອງ​ອາດ​ກຳລັງ​ປີນ​ພູ​ຄົນ​ລະ​ເບື້ອງ. ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຈົ້າ​ຍັງ​ປີນ​ຕໍ່​ໄປ​ອີກ? ແມ່ນ​ຢູ່ ໄລຍະ​ທີ່​ຫ່າງ​ຫລາຍ​ອາດ​ເຮັດ​ໃຫ້​ເຈົ້າ​ທັງ​ສອງ​ແຍກ​ຈາກ​ກັນ​ໃນ​ຕອນ​ທຳອິດ. ແຕ່​ແຮ່ງ​ເຈົ້າ​ພະຍາຍາມ​ເຂົ້າ​ໃກ້​ຊິດ​ພະເຈົ້າ​ຫລາຍ​ຂຶ້ນ ຄື​ກັບ​ການ​ປີນ​ພູ​ສູງ​ຂຶ້ນ ເຈົ້າ​ກັບ​ຄູ່​ສົມລົດ​ກໍ​ແຮ່ງ​ເຂົ້າ​ໃກ້​ຊິດ​ກັນ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ທີ່​ຈິງ ການ​ເຂົ້າ​ໃກ້​ຊິດ​ພະເຈົ້າ​ຫລາຍ​ຂຶ້ນ​ເປັນ​ປັດໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ເຈົ້າ​ຫຍັບ​ເຂົ້າ​ໃກ້​ຄູ່​ສົມລົດ​ຫລາຍ​ຂຶ້ນ. ແຕ່​ໃນ​ຕົວ​ຈິງ​ແລ້ວ​ເຈົ້າ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

ເມື່ອ​ເອົາ​ມາ​ໃຊ້ ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຍ່ອມ​ມີ​ພະລັງ​ທີ່​ຈະ​ເສີມ​ສ້າງ​ຊີວິດ​ສົມລົດ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ

5. (ກ) ອັນ​ໃດ​ເປັນ​ວີ​ທີ​ຫນຶ່ງ​ທີ່​ຈະ​ເຂົ້າ​ໃກ້​ພະ​ເຢໂຫວາ​ແລະ​ຄູ່​ສົມລົດ​ໃຫ້​ຫລາຍ​ຂຶ້ນ? (ຂ) ພະ​ເຢໂຫວາ​ເບິ່ງ​ສາຍ​ສົມລົດ​ວ່າ​ເປັນ​ແນວ​ໃດ?

5 ວິທີ​ສຳຄັນ​ອີກ​ຢ່າງ​ຫນຶ່ງ​ທີ່​ເປັນ​ຄື​ການ​ປີນ​ພູ​ສຳລັບ​ເຈົ້າ​ແລະ​ຄູ່​ສົມລົດ​ແມ່ນ​ໂດຍ​ເອົາໃຈໃສ່​ຄຳ​ແນະນຳ​ໃນ​ເລື່ອງ​ຊີວິດ​ສົມລົດ​ຕາມ​ທີ່​ພົບ​ໃນ​ພະ​ຄຳ​ຂອງ​ພະເຈົ້າ. (ຄຳເພງ 25:4; ເອຊາອີ 48:17, 18) ດັ່ງ​ນັ້ນ ຂໍ​ໃຫ້​ພິຈາລະນາ​ຈຸດ​ສຳຄັນ​ຈຸດ​ຫນຶ່ງ​ໃນ​ຄຳ​ແນະນຳ​ທີ່​ອັກຄະສາວົກ​ໂປໂລ​ກ່າວ​ໄວ້. ລາວ​ກ່າວ​ວ່າ “ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື​ແຕ່​ຄົນ​ທັງ​ປວງ.” (ເຫບເລີ 13:4) ຂໍ້​ຄວາມ​ນີ້​ຫມາຍ​ຄວາມ​ວ່າ​ແນວ​ໃດ? ຄຳ​ວ່າ “ເປັນ​ທີ່​ນັບຖື” ເປັນ​ຄຳ​ທີ່​ບອກ​ເປັນ​ໄນ​ເຖິງ​ອັນ​ໃດ​ບາງ​ຢ່າງ​ທີ່​ໄດ້​ຮັບ​ການ​ຍົກຍ້ອງ​ແລະ​ຖື​ວ່າ​ມີ​ຄ່າ. ພະ​ເຢໂຫວາ​ເບິ່ງ​ສາຍ​ສົມລົດ​ແບບ​ນີ້​ແຫລະ—ພະອົງ​ຖື​ວ່າ​ເປັນ​ສິ່ງ​ທີ່​ມີ​ຄ່າ.

ຄວາມ​ຮັກ​ແບບ​ຈິງ​ໃຈ​ຕໍ່​ພະ​ເຢໂຫວາ​ເປັນ​ແຮງ​ກະຕຸ້ນ

6. ເນື້ອ​ໃນ​ຄຳ​ແນະນຳ​ຂອງ​ໂປໂລ​ໃນ​ເລື່ອງ​ຊີວິດ​ສົມລົດ​ສະແດງ​ໃຫ້​ເຫັນ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຄິດ​ເຖິງ​ເລື່ອງ​ນັ້ນ?

6 ແນ່ນອນ ໃນ​ຖານະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ ເຈົ້າ​ແລະ​ຄູ່​ສົມລົດ​ຮູ້​ແລ້ວ​ວ່າ​ສາຍ​ສົມລົດ​ເປັນ​ສິ່ງ​ທີ່​ມີ​ຄ່າ ເຖິງ​ຂັ້ນ​ວ່າ​ສັກສິດ​ດ້ວຍ​ຊໍ້າ. ພະ​ເຢໂຫວາ​ເອງ​ເປັນ​ຜູ້​ເລີ່ມ​ຕົ້ນ​ຈັດ​ກຽມ​ການ​ແຕ່ງ​ດອງ. (ມັດທາຍ 19:4-6) ແນວ​ໃດ​ກໍ​ຕາມ ຖ້າ​ຕອນ​ນີ້​ເຈົ້າ​ກຳລັງ​ປະສົບ​ບັນຫາ​ໃນ​ຊີວິດ​ສົມລົດ ພຽງ​ແຕ່​ຮູ້​ວ່າ​ສາຍ​ສົມລົດ​ເປັນ​ສິ່ງ​ທີ່​ຫນ້າ​ນັບຖື​ອາດ​ຍັງ​ບໍ່​ພໍ​ທີ່​ຈະ​ກະຕຸ້ນ​ເຈົ້າ​ແລະ​ຄູ່​ສົມລົດ​ໃຫ້​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ນັບຖື. ຖ້າ​ເຊັ່ນ​ນັ້ນ ສິ່ງ​ໃດ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ປະຕິບັດ​ໃນ​ແບບ​ດັ່ງ​ກ່າວ? ຂໍ​ໃຫ້​ສັງເກດ​ຢ່າງ​ລະອຽດ​ວ່າ​ໂປໂລ​ເວົ້າ​ແນວ​ໃດ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ນັບຖື. ລາວ​ບໍ່​ໄດ້​ກ່າວ​ວ່າ “ການ​ເອົາ​ຜົວ​ເອົາ​ເມຍ​ເປັນ ທີ່​ນັບຖື” ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ລາວ​ກ່າວ​ວ່າ “ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ ທີ່​ນັບຖື.” ໂປໂລ​ບໍ່​ພຽງ​ແຕ່​ໃຫ້​ຄຳ​ຄິດ​ເຫັນ ແຕ່​ລາວ​ກຳລັງ​ໃຫ້​ຄຳ​ກະຕຸ້ນ​ເຕືອນ. * ການ​ຄິດ​ເຖິງ​ຄວາມ​ແຕກຕ່າງ​ດັ່ງ​ກ່າວ​ອາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ແຮງ​ກະຕຸ້ນ​ຫລາຍ​ຂຶ້ນ​ເພື່ອ​ຟື້ນຟູ​ຄວາມ​ນັບຖື​ຕໍ່​ຄູ່​ສົມລົດ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

7. (ກ) ເຮົາ​ປະຕິບັດ​ຕາມ​ຄຳ​ສັ່ງ​ອັນ​ໃດ​ແດ່​ໃນ​ພະ​ຄຳພີ ແລະ​ເພາະ​ເຫດ​ໃດ? (ຂ) ການ​ເຊື່ອ​ຟັງ​ກໍ່​ຜົນ​ດີ​ແນວ​ໃດ?

7 ຂໍ​ໃຫ້​ພິຈາລະນາ​ບຶດ​ຫນຶ່ງ​ວ່າ​ເຈົ້າ​ເບິ່ງ​ຂໍ້​ຄຳ​ສັ່ງ​ອື່ນໆແນວ​ໃດ​ເຊິ່ງ​ເປັນ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ ເຊັ່ນ ວຽກ​ມອບ​ຫມາຍ​ທີ່​ໃຫ້​ສອນ​ຄົນ​ເປັນ​ສາວົກ​ຫລື​ຄຳ​ເຕືອນ​ໃຈ​ທີ່​ໃຫ້​ປະຊຸມ​ກັນ​ເພື່ອ​ນະມັດສະການ. (ມັດທາຍ 28:19; ເຫບເລີ 10:24, 25) ຕ້ອງ​ຍອມ​ຮັບ​ວ່າ​ການ​ປະຕິບັດ​ຕາມ​ຄຳ​ສັ່ງ​ເຫລົ່າ​ນີ້​ອາດ​ເປັນ​ເລື່ອງ​ທ້າທາຍ. ຄົນ​ທີ່​ເຈົ້າ​ປະກາດ​ໃຫ້​ຟັງ​ອາດ​ບໍ່​ໄດ້​ຕອບ​ສະຫນອງ​ໃນ​ແບບ​ທີ່​ຫນ້າ​ພໍ​ໃຈ ຫລື​ວຽກ​ອາຊີບ​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ຫມົດ​ແຮງ​ຈົນ​ຍາກ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຈົ້າ​ກໍ​ຍັງ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຕໍ່ໆໄປ ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ສະເຫມີ. ບໍ່​ມີ​ໃຜ​ສາມາດ​ຢຸດ​ເຈົ້າ​ໄດ້ ແມ່ນ​ແຕ່​ຊາຕານ​ກໍ​ເຮັດ​ບໍ່​ໄດ້! ເພາະ​ເຫດ​ໃດ? ເພາະ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ເຈົ້າ​ໃຫ້​ເຊື່ອ​ຟັງ​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ພະອົງ. (1 ໂຢຮັນ 5:3) ນັ້ນ​ເກີດ​ຜົນ​ດີ​ຄື​ແນວ​ໃດ? ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບ​ໃຈ​ແລະ​ມີ​ຄວາມ​ຍິນດີ​ຢ່າງ​ແທ້​ຈິງ​ເພາະ​ເຈົ້າ​ຮູ້​ວ່າ​ຕົນ​ເອງ​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ຜົນ​ກໍ​ຄື ຄວາມ​ຮູ້ສຶກ​ດັ່ງ​ກ່າວ​ຟື້ນ​ກຳລັງ​ຂອງ​ເຈົ້າ​ຄືນ​ມາ​ໃຫມ່. (ເນເຫມີ 8:10) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

8, 9. (ກ) ສິ່ງ​ໃດ​ອາດ​ກະຕຸ້ນ​ເຮົາ​ໃຫ້​ເຊື່ອ​ຟັງ​ຄຳ​ກະຕຸ້ນ​ເຕືອນ​ທີ່​ໃຫ້​ເຮັດ​ຊີວິດ​ສົມລົດ​ໃຫ້​ເປັນ​ຕາ​ນັບຖື ແລະ​ເພາະ​ເຫດ​ໃດ? (ຂ) ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຈຸດ​ສຳຄັນ​ສອງ​ຈຸດ​ໃດ​ແດ່?

8 ເຊັ່ນ​ດຽວ​ກັບ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ທີ່​ເຈົ້າ​ມີ​ຕໍ່​ພະເຈົ້າ​ກະຕຸ້ນ​ເຈົ້າ​ໃຫ້​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ໃຫ້​ປະກາດ​ແລະ​ປະຊຸມ​ນຳ​ກັນ​ເຖິງ​ແມ່ນ​ວ່າ​ຈະ​ມີ​ອຸປະສັກ​ຕ່າງໆ ດັ່ງ​ນັ້ນ ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ສາມາດ​ກະຕຸ້ນ​ເຈົ້າ​ໃຫ້​ເຊື່ອ​ຟັງ​ຄຳ​ແນະນຳ​ທີ່​ເປັນ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ​ທີ່​ວ່າ “ການ​ເອົາ​ຜົວ​ເອົາ​ເມຍ [ຂອງ​ເຈົ້າ] ຈົ່ງ​ໃຫ້​ເປັນ​ທີ່​ນັບຖື” ເຖິງ​ແມ່ນ​ຈະ​ເບິ່ງ​ວ່າ​ເປັນ​ເລື່ອງ​ຍາກ. (ເຫບເລີ 13:4; ຄຳເພງ 18:29; ຜູ້ເທສະໜາປ່າວປະກາດ 5:4) ນອກ​ຈາກ​ນັ້ນ ເຊັ່ນ​ດຽວ​ກັບ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກາດ​ແລະ​ໃນ​ການ​ປະຊຸມ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ພະ​ພອນ​ຫລາຍ​ຢ່າງ​ຈາກ​ພະເຈົ້າ ພະ​ເຢໂຫວາ​ກໍ​ຈະ​ສັງເກດ​ເຫັນ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ສົມລົດ​ຂອງ​ເຈົ້າ​ເປັນ​ຕາ​ນັບຖື ແລະ​ຈະ​ປະທານ​ບຳເຫນັດ​ໃຫ້​ເຈົ້າ​ເຊັ່ນ​ກັນ.—1 ເທຊະໂລນີກ 1:3; ເຫບເລີ 6:10.

9 ເຈົ້າ​ຈະ​ເຮັດ​ໃຫ້​ຊີວິດ​ສົມລົດ​ເປັນ​ຕາ​ນັບຖື​ໄດ້​ແນວ​ໃດ? ເຈົ້າ​ຕ້ອງ​ຫລີກ​ລ່ຽງ​ການ​ປະພຶດ​ທີ່​ກໍ່​ຄວາມ​ເສຍຫາຍ​ແກ່​ຊີວິດ​ສົມລົດ. ນອກ​ຈາກ​ນັ້ນ​ແລ້ວ ເຈົ້າ​ຕ້ອງ​ປະຕິບັດ​ຕາມ​ຂັ້ນ​ຕອນ​ຕ່າງໆທີ່​ເສີມ​ຄວາມ​ຜູກ​ພັນ​ໃນ​ສາຍ​ສົມລົດ​ໃຫ້​ແຫນ້ນແຟ້ນ​ຂຶ້ນ.

ຫລີກ​ລ່ຽງ​ຄຳ​ເວົ້າ​ແລະ​ການ​ກະທຳ ທີ່​ເຮັດ​ໃຫ້​ຊີວິດ​ສົມລົດ​ບໍ່​ເປັນ​ຕາ​ນັບຖື

10, 11. (ກ) ການ​ກະທຳ​ແບບ​ໃດ​ທີ່​ເຮັດ​ໃຫ້​ຊີວິດ​ສົມລົດ​ບໍ່​ເປັນ​ຕາ​ນັບຖື? (ຂ) ຄຳຖາມ​ອັນ​ໃດ​ທີ່​ເຮົາ​ຄວນ​ຖາມ​ຄູ່​ຂອງ​ເຮົາ?

10 ເມຍ​ຄົນ​ຫນຶ່ງ​ເຊິ່ງ​ເປັນ​ຄລິດສະຕຽນ​ໄດ້​ກ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ “ຂ້ອຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ອົດ​ທົນ.” ອົດ​ທົນ​ກັບ​ຫຍັງ? ລາວ​ອະທິບາຍ​ວ່າ “ຜົວ​ເຮັດ​ໃຫ້​ຂ້ອຍ​ເຈັບ​ຊໍ້າ​ດ້ວຍ​ຄຳ​ເວົ້າ. ຂ້ອຍ​ອາດ​ບໍ່​ມີ​ຮອຍ​ຊໍ້າ​ໃຫ້​ເຫັນ ແຕ່​ຄຳ​ເວົ້າ​ສຽດ​ສີ​ທີ່​ບໍ່​ລົດ​ລະ​ຂອງ​ລາວ​ເຮັດ​ໃຫ້​ຂ້ອຍ​ມີ​ບາດ​ແຜ​ໃນ​ໃຈ ເຊັ່ນ​ຄຳ​ເວົ້າ​ທີ່​ວ່າ ‘ເຈົ້າ​ເປັນ​ພາລະ!’ ແລະ ‘ເຈົ້າ​ບໍ່​ມີ​ຫຍັງ​ດີ​ຈັກ​ແນວ!’” ຜູ້​ເປັນ​ເມຍ​ຄົນ​ນີ້​ເວົ້າ​ເຖິງ​ສິ່ງ​ຫນຶ່ງ​ທີ່​ຫນ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ ນັ້ນ​ຄື​ການ​ເວົ້າ​ຫຍາບ​ຄາຍ​ໃນ​ຊີວິດ​ສົມລົດ.

11 ເປັນ​ເລື່ອງ​ເສົ້າໃຈ​ພຽງ​ໃດ​ເມື່ອ​ຄູ່​ສົມລົດ​ໃນ​ຄອບຄົວ​ຄລິດສະຕຽນ​ໃຊ້​ຄຳ​ເວົ້າ​ທີ່​ສຽບ​ແທງ​ຕໍ່​ກັນ ເຮັດ​ໃຫ້​ເກີດ​ບາດ​ແຜ​ທາງ​ໃຈ​ເຊິ່ງ​ບໍ່​ສາມາດ​ປິ່ນປົວ​ໄດ້​ງ່າຍໆ! ເຫັນ​ໄດ້​ແຈ້ງ​ວ່າ ຊີວິດ​ສົມລົດ​ທີ່​ຕ່າງ​ຝ່າຍ​ຕ່າງ​ໃຊ້​ຄຳ​ເວົ້າ​ທີ່​ກໍ່​ຄວາມ​ເສຍຫາຍ​ຕໍ່​ກັນ​ນັ້ນ​ບໍ່​ແມ່ນ​ຊີວິດ​ສົມລົດ​ທີ່​ເປັນ​ຕາ​ນັບຖື. ຊີວິດ​ສົມລົດ​ຂອງ​ເຈົ້າ​ເປັນ​ແນວ​ໃດ​ໃນ​ເລື່ອງ​ນີ້? ວິທີ​ຫນຶ່ງ​ທີ່​ຈະ​ຮູ້​ໄດ້​ກໍ​ໂດຍ​ການ​ຖາມ​ຄູ່​ສົມລົດ​ຂອງ​ເຈົ້າ​ຢ່າງ​ຖ່ອມ​ໃຈ​ວ່າ “ຄຳ​ເວົ້າ​ຂອງ​ຂ້ອຍ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ເຈົ້າ?” ຖ້າ​ຄູ່​ຂອງ​ເຈົ້າ​ຮູ້ສຶກ​ວ່າ​ມີ​ຫລາຍ​ຄັ້ງ​ທີ່​ຄຳ​ເວົ້າ​ຂອງ​ເຈົ້າ​ເຮັດ​ໃຫ້​ເກີດ​ບາດ​ແຜ​ໃນ​ໃຈ ເຈົ້າ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ປ່ຽນ​ແປງ​ການ​ປະພຶດ​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ສະພາບການ​ດີ​ຂຶ້ນ.—ຄາລາຊີ 5:15; ເອເຟດ 4:31.

12. ການ​ນະມັດສະການ​ຂອງ​ຄົນ​ຜູ້​ຫນຶ່ງ​ອາດ​ບໍ່​ມີ​ຄ່າ​ແນວ​ໃດ​ໃນ​ທັດສະນະ​ຂອງ​ພະເຈົ້າ?

12 ຈົ່ງ​ຈື່​ໄວ້​ສະເຫມີ​ວ່າ​ໃນ​ຊີວິດ​ສົມລົດ ວິທີ​ທີ່​ເຈົ້າ​ໃຊ້​ລີ້ນ​ກະທົບ​ໃສ່​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ກ່າວ​ວ່າ “ຖ້າ​ຜູ້​ຫນຶ່ງ​ຜູ້​ໃດ​ຖື​ວ່າ​ຕົວ​ເປັນ​ຄົນ​ຂັບ​ຕາມ​ສາສະໜາ [“ນະມັດສະການ​ພະເຈົ້າ​ຢ່າງ​ຖືກ​ວິທີ,” ..] ແລະ​ບໍ່​ໄດ້​ລະວັງ​ຫ້າມ​ລີ້ນ​ແຫ່ງ​ຕົນ​ໄວ້ ແຕ່​ວ່າ​ໄດ້​ລໍ້​ລວງ​ໃຈ​ແຫ່ງ​ຕົນ ສາສະໜາ [“ການ​ນະມັດສະການ,” ..] ຂອງ​ຄົນ​ນັ້ນ​ເປັນ​ການ​ເປົ່າໆ.” (ຢາໂກໂບ 1:26) ຄຳ​ເວົ້າ​ແລະ​ການ​ນະມັດສະການ​ຂອງ​ເຈົ້າ​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ. ຄຳພີ​ໄບເບິນ​ບໍ່​ໄດ້​ສະຫນັບສະຫນູນ​ແນວ​ຄິດ​ທີ່​ວ່າ ຕາບ​ໃດ​ທີ່​ອ້າງ​ວ່າ​ຮັບໃຊ້​ພະເຈົ້າ ຈະ​ເຮັດ​ອັນ​ໃດ​ຢູ່​ເຮືອນ​ກໍ​ບໍ່​ສຳຄັນ. ຢ່າ​ລໍ້​ລວງ​ຕົວ​ເອງ. ນີ້​ເປັນ​ເລື່ອງ​ສຳຄັນ. (1 ເປໂຕ 3:7) ເຈົ້າ​ອາດ​ມີ​ຄວາມ​ສາມາດ​ແລະ​ຄວາມ​ກະຕືລືລົ້ນ ແຕ່​ຖ້າ​ເຈົ້າ​ຕັ້ງ​ໃຈ​ທຳ​ຮ້າຍ​ຄູ່​ສົມລົດ​ຂອງ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ທີ່​ສຽບ​ແທງ ເຈົ້າ​ກໍ​ເຮັດ​ໃຫ້​ຊີວິດ​ສົມລົດ​ບໍ່​ເປັນ​ຕາ​ນັບຖື​ແລະ​ພະເຈົ້າ​ອາດ​ມອງ​ວ່າ​ການ​ນະມັດສະການ​ຂອງ​ເຈົ້າ​ບໍ່​ມີ​ຄ່າ.

13. ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ອາດ​ເຮັດ​ໃຫ້​ຄູ່​ຂອງ​ຕົນ​ຮູ້ສຶກ​ເຈັບ​ປວດ​ໄດ້​ແນວ​ໃດ?

13 ຄູ່​ສົມລົດ​ຕ້ອງ​ຕື່ນ​ຕົວ​ດ້ວຍ​ເຊັ່ນ​ດຽວ​ກັນ​ທີ່​ຈະ​ບໍ່​ເຮັດ​ໃຫ້​ອີກ​ຝ່າຍ​ຫນຶ່ງ​ເກີດ​ຄວາມ​ຮູ້ສຶກ​ເຈັບ​ປວດ​ໂດຍ​ທາງ​ອ້ອມ. ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ສອງ​ເລື່ອງ ແມ່​ທີ່​ໄຮ້​ຄູ່​ໂທ​ລະ​ສັບ​ລົມ​ກັນ​ເລື້ອຍໆກັບ​ຊາຍ​ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ​ທີ່​ຢູ່​ໃນ​ປະຊາຄົມ​ເພື່ອ​ຂໍ​ຄຳ​ແນະນຳ ແລະ​ທັງ​ສອງ​ລົມ​ກັນ​ຢ່າງ​ຍືດ​ຍາວ; ພີ່​ນ້ອງ​ຊາຍ​ຄລິດສະຕຽນ​ທີ່​ເປັນ​ໂສດ​ໃຊ້​ເວລາ​ຫລາຍ​ໃນ​ແຕ່​ລະ​ອາທິດ​ໄປ​ປະກາດ​ນຳ​ກັນ​ກັບ​ພີ່​ນ້ອງ​ຍິງ​ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ. ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ໃນ​ສອງ​ຕົວຢ່າງ​ນີ້​ອາດ​ມີ​ເຈຕະນາ​ທີ່​ຖືກຕ້ອງ; ແນວ​ໃດ​ກໍ​ຕາມ ຄວາມ​ປະພຶດ​ຂອງ​ເຂົາ​ເຈົ້າ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄູ່​ຂອງ​ຕົນ? ເມຍ​ທີ່​ປະສົບ​ກັບ​ສະພາບການ​ແບບ​ນັ້ນ​ກ່າວ​ວ່າ “ການ​ສັງເກດ​ເຫັນ​ຜົວ​ຂອງ​ຂ້ອຍ​ໃຫ້​ເວລາ​ແລະ​ຄວາມ​ສົນ​ໃຈ​ຫລາຍ​ຕໍ່​ພີ່​ນ້ອງ​ຍິງ​ອີກ​ຄົນ​ຫນຶ່ງ​ໃນ​ປະຊາຄົມ​ເຮັດ​ໃຫ້​ຂ້ອຍ​ເຈັບ​ປວດ. ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ດ້ອຍ​ຄ່າ.”

14. (ກ) ຕົ້ນເດີມ 2:24 ເນັ້ນ​ພັນທະ​ຫນ້າທີ່​ອັນ​ໃດ​ໃນ​ຊີວິດ​ສົມລົດ? (ຂ) ຄຳຖາມ​ອັນ​ໃດ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

14 ເປັນ​ທີ່​ເຂົ້າ​ໃຈ​ໄດ້​ວ່າ​ຜູ້​ທີ່​ແຕ່ງ​ດອງ​ແລ້ວ​ດັ່ງ​ທີ່​ກ່າວ​ມາ​ນີ້​ແລະ​ຄົນ​ອື່ນ​ທີ່​ປະເຊີນ​ສະພາບການ​ທີ່​ຄ້າຍ​ກັນ​ໃນ​ຊີວິດ​ສົມລົດ​ຮູ້ສຶກ​ເຈັບ​ປວດ. ຄູ່​ສົມລົດ​ຂອງ​ເຂົາ​ເຈົ້າ​ລະເລີຍ​ຄຳ​ສັ່ງ​ພື້ນຖານ​ຂອງ​ພະເຈົ້າ​ໃນ​ເລື່ອງ​ການ​ແຕ່ງ​ດອງ​ທີ່​ວ່າ “ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ​ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ​.” (ຕົ້ນເດີມ 2:24) ແນ່ນອນ ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ຍັງ​ນັບຖື​ພໍ່​ແມ່​ຂອງ​ຕົນ; ແນວ​ໃດ​ກໍ​ຕາມ ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ກໍ​ຄື​ວ່າ​ຜູ້​ຊາຍ​ມີ​ພັນທະ​ຫນ້າທີ່​ຕໍ່​ຄູ່​ຂອງ​ຕົນ​ເປັນ​ອັນ​ດັບ​ທຳອິດ. ຄ້າຍ​ກັນ ຄລິດສະຕຽນ​ຮັກ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຢ່າງ​ຍິ່ງ ແຕ່​ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄູ່​ຂອງ​ຕົນ​ເປັນ​ອັນ​ດັບ​ທຳອິດ. ດັ່ງ​ນັ້ນ ເມື່ອ​ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ​ໃຊ້​ເວລາ​ແບບ​ບໍ່​ສົມຄວນ​ຫລື​ສະຫນິດ​ສະຫນົມ​ກັນ​ຫລາຍ​ໂພດ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໂດຍ​ສະເພາະ​ແລ້ວ​ກັບ​ເພດ​ກົງ​ກັນ​ຂ້າມ ເຂົາ​ເຈົ້າ​ເຮັດ​ໃຫ້​ສາຍ​ສຳພັນ​ໃນ​ຊີວິດ​ສົມລົດ​ເຄັ່ງ​ຕຶງ. ເລື່ອງ​ນີ້​ອາດ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ສາຍ​ສຳພັນ​ໃນ​ຊີວິດ​ສົມລົດ​ຂອງ​ເຈົ້າ​ເຄັ່ງ​ຕຶງ​ບໍ? ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ໄດ້​ໃຫ້​ເວລາ ຄວາມ​ເອົາໃຈໃສ່ ແລະ​ຄວາມ​ຮັກ​ໄຄ່​ແກ່​ຄູ່​ຂອງ​ຂ້ອຍ​ຢ່າງ​ແທ້​ຈິງ​ແລ້ວ​ບໍ​ເຊິ່ງ​ເປັນ​ສິດ​ທີ່​ລາວ​ຄວນ​ໄດ້​ຮັບ?’

15. ຕາມ​ມັດທາຍ 5:28 ເປັນ​ຫຍັງ​ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ​ຄວນ​ຫລີກ​ລ່ຽງ​ການ​ໃຫ້​ຄວາມ​ເອົາໃຈໃສ່​ຢ່າງ​ບໍ່​ເຫມາະ​ສົມ​ຕໍ່​ຄົນ​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ?

15 ຍິ່ງ​ກວ່າ​ນັ້ນ ຄລິດສະຕຽນ​ທີ່​ແຕ່ງ​ດອງ​ແລ້ວ​ທີ່​ໃຫ້​ຄວາມ​ເອົາໃຈໃສ່​ຢ່າງ​ບໍ່​ເຫມາະ​ສົມ​ກັບ​ເພດ​ກົງ​ກັນ​ຂ້າມ​ເຊິ່ງ​ບໍ່​ແມ່ນ​ຄູ່​ຂອງ​ຕົນ​ເຮັດ​ໃຫ້​ຕົນ​ເອງ​ສ່ຽງ​ຕໍ່​ອັນຕະລາຍ​ຢ່າງ​ບໍ່​ສຸຂຸມ. ຫນ້າ​ເສົ້າໃຈ​ທີ່​ຄລິດສະຕຽນ​ບາງ​ຄົນ​ເຊິ່ງ​ແຕ່ງ​ດອງ​ແລ້ວ​ໄດ້​ເກີດ​ມີ​ຄວາມ​ຮູ້ສຶກ​ຮັກ​ໄຄ່​ຕໍ່​ຄົນ​ທີ່​ຕົນ​ເອງ​ສະຫນິດ​ສະຫນົມ​ຫລາຍ​ເກີນ​ໄປ. (ມັດທາຍ 5:28) ຜົນ​ກໍ​ຄື ຄວາມ​ຮູ້ສຶກ​ຜູກ​ພັນ​ດັ່ງ​ກ່າວ​ໄດ້​ນຳ​ໄປ​ສູ່​ການ​ປະພຶດ​ທີ່​ເຮັດ​ໃຫ້​ຊີວິດ​ສົມລົດ​ບໍ່​ເປັນ​ຕາ​ນັບຖື​ຍິ່ງ​ຂຶ້ນ​ອີກ. ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ອັກຄະສາວົກ​ໂປໂລ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້.

“ບ່ອນ​ນອນ​ຈົ່ງ​ໃຫ້ . . . ປາສະຈາກ​ການ​ຖ່ອຍ​ຮ້າຍ”

16. ໂປໂລ​ໃຫ້​ຄຳ​ສັ່ງ​ອັນ​ໃດ​ກ່ຽວ​ກັບ​ຊີວິດ​ສົມລົດ?

16 ທັນທີ​ຫລັງ​ຈາກ​ທີ່​ໂປໂລ​ໃຫ້​ຄຳ​ກະຕຸ້ນ​ເຕືອນ​ທີ່​ວ່າ “ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື” ລາວ​ໄດ້​ໃຫ້​ຄຳ​ເຕືອນ​ຕື່ມ​ອີກ​ວ່າ “ບ່ອນ​ນອນ​ຈົ່ງ​ໃຫ້ . . . ປາສະຈາກ​ການ​ຖ່ອຍ​ຮ້າຍ ເຫດ​ວ່າ​ຄົນ​ຜິດ​ຊາຍ​ຍິງ​ແລະ​ຄົນ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ທ່ານ ພະເຈົ້າ​ຈະ​ຕັດສິນ.” (ເຫບເລີ 13:4) ໂປໂລ​ໃຊ້​ຄຳ “ບ່ອນ​ນອນ” ເພື່ອ​ກ່າວ​ເຖິງ​ຄວາມ​ສຳພັນ​ທາງ​ເພດ. ຄວາມ​ສຳພັນ​ເຊັ່ນ​ນັ້ນ​ຈະ “ປາສະຈາກ​ການ​ຖ່ອຍ​ຮ້າຍ” ຫລື​ສະອາດ​ທາງ​ດ້ານ​ສິນລະທຳ ຖ້າ​ຈຳກັດ​ໄວ້​ສະເພາະ​ກັບ​ຄົນ​ທີ່​ແຕ່ງ​ດອງ​ກັນ​ແລ້ວ​ເທົ່າ​ນັ້ນ. ດັ່ງ​ນັ້ນ ຄລິດສະຕຽນ​ເອົາໃຈໃສ່​ຖ້ອຍຄຳ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ທີ່​ວ່າ “ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ເມຍ​ທີ່​ເຈົ້າ​ໄດ້​ເອົາ​ເວລາ​ຍັງ​ຫນຸ່ມ​ຢູ່.”—ສຸພາສິດ 5:18.

17. (ກ) ເປັນ​ຫຍັງ​ທັດສະນະ​ຂອງ​ໂລກ​ເລື່ອງ​ການ​ຫລິ້ນ​ຊູ້​ຈຶ່ງ​ບໍ່​ຄວນ​ມີ​ອິດທິພົນ​ຕໍ່​ຄລິດສະຕຽນ? (ຂ) ເຮົາ​ຈະ​ຕິດ​ຕາມ​ຕົວຢ່າງ​ຂອງ​ໂຢບ​ແນວ​ໃດ?

17 ຜູ້​ທີ່​ມີ​ເພດ​ສຳພັນ​ກັບ​ຄົນ​ອື່ນ​ນອກ​ຈາກ​ຄູ່​ສົມລົດ​ຂອງ​ຕົນ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ນັບຖື​ກົດ​ດ້ານ​ສິນລະທຳ​ຂອງ​ພະເຈົ້າ​ຈັກດີ້. ແມ່ນ​ຢູ່ ຫລາຍ​ຄົນ​ໃນ​ທຸກ​ມື້​ນີ້​ຖື​ວ່າ​ການ​ຫລິ້ນ​ຊູ້​ເປັນ​ການ​ປະພຶດ​ທີ່​ທຳມະດາ. ແຕ່​ບໍ່​ວ່າ​ຄົນ​ອື່ນ ອາດ​ເບິ່ງ​ການ​ຫລິ້ນ​ຊູ້​ແນວ​ໃດ​ກໍ​ຕາມ ນັ້ນ​ກໍ​ບໍ່​ຄວນ​ມີ​ອິດທິພົນ​ຕໍ່​ທັດສະນະ​ຂອງ​ຄລິດສະຕຽນ​ໃນ​ເລື່ອງ​ນີ້. ເຂົາ​ເຈົ້າ​ສຳນຶກ​ວ່າ​ໃນ​ທີ່​ສຸດ “ຄົນ​ຜິດ​ຊາຍ​ຍິງ​ແລະ​ຄົນ​ຫລິ້ນ​ຊູ້ . . . ພະເຈົ້າ ຈະ​ຕັດສິນ” ບໍ່​ແມ່ນ​ມະນຸດ. (ເຫບເລີ 10:31; 12:29) ດັ່ງ​ນັ້ນ ຄລິດສະຕຽນ​ແທ້​ຍຶດ​ຫມັ້ນ​ກັບ​ທັດສະນະ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ນີ້. (ໂລມ 12:9) ຂໍ​ໃຫ້​ຈື່​ໄວ້​ວ່າ​ໂຢບ​ບຸລຸດ​ຕົ້ນ​ຕະກູນ​ໄດ້​ກ່າວ​ວ່າ “ຂ້ອຍ​ໄດ້​ທຳ​ສັນຍາ​ກັບ​ຕາ [ຕົນ] ເອງ.” (ໂຢບ 31:1) ແມ່ນ​ແລ້ວ ເພື່ອ​ຈະ​ຫລີກ​ລ່ຽງ​ແມ່ນ​ແຕ່​ບາດ​ກ້າວ​ດຽວ​ທີ່​ອາດ​ນຳ​ໄປ​ສູ່​ການ​ຫລິ້ນ​ຊູ້ ຄລິດສະຕຽນ​ແທ້​ຄວບຄຸມ​ຕາ​ຂອງ​ຕົນ​ເອງ​ແລະ​ບໍ່​ຍອມ​ເບິ່ງ​ຜູ້​ທີ່​ບໍ່​ແມ່ນ​ຄູ່​ຂອງ​ຕົນ​ດ້ວຍ​ຄວາມ​ປາຖະຫນາ​ໃນ​ຕົວ​ຄົນ​ນັ້ນ.—ເບິ່ງ​ພາກ​ຜະຫນວກ “ທັດສະນະ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ຢ່າ​ຮ້າງ​ແລະ​ການ​ແຍກ​ກັນ​ຢູ່.”

18. (ກ) ຕາມ​ທັດສະນະ​ຂອງ​ພະ​ເຢໂຫວາ ການ​ຫລິ້ນ​ຊູ້​ເປັນ​ເລື່ອງ​ຮ້າຍແຮງ​ເຖິງ​ຂະຫນາດ​ໃດ? (ຂ) ການ​ຫລິ້ນ​ຊູ້​ແລະ​ການ​ບູຊາ​ຮູບ​ປັ້ນ​ຄ້າຍ​ຄື​ກັນ​ແນວ​ໃດ?

18 ໃນ​ທັດສະນະ​ຂອງ​ພະ​ເຢໂຫວາ ການ​ຫລິ້ນ​ຊູ້​ເປັນ​ເລື່ອງ​ຮ້າຍແຮງ​ເຖິງ​ຂະຫນາດ​ໃດ? ພະບັນຍັດ​ຂອງ​ໂມເຊ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ນີ້. ໃນ​ອິດສະລາແອນ ການ​ຫລິ້ນ​ຊູ້​ແລະ​ການ​ບູຊາ​ຮູບ​ປັ້ນ​ແມ່ນ​ຢູ່​ໃນ​ບັນດາ​ຄວາມ​ຜິດ​ທີ່​ມີ​ໂທດ​ປະຫານ​ຊີວິດ. (ພວກເລວີ 20:2, 10) ເຈົ້າ​ເຫັນ​ຄວາມ​ຄ້າຍ​ກັນ​ລະຫວ່າງ​ການ​ກະທຳ​ສອງ​ຢ່າງ​ນີ້​ບໍ? ຂໍ​ໃຫ້​ພິຈາລະນາ​ກໍລະນີ​ຕໍ່​ໄປ​ນີ້ ຖ້າ​ຊາວ​ອິດສະລາແອນ​ນະມັດສະການ​ຮູບ​ປັ້ນ ລາວ​ລະເມີດ​ຄຳ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ພະ​ເຢໂຫວາ. ໃນ​ທຳນອງ​ດຽວ​ກັນ ຊາວ​ອິດສະລາແອນ​ທີ່​ຫລິ້ນ​ຊູ້​ກໍ​ລະເມີດ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ຄູ່​ຂອງ​ຕົນ. ການ​ກະທຳ​ທັງ​ສອງ​ຢ່າງ​ເປັນ​ການ​ທໍລະຍົດ. (ອົບພະຍົບ 19:5, 6; ພະບັນຍັດ 5:9; ມາລາກີ 2:14) ດັ່ງ​ນັ້ນ ການ​ກະທຳ​ທັງ​ສອງ​ສົມຄວນ​ໄດ້​ຮັບ​ໂທດ​ຈາກ​ພະ​ເຢໂຫວາ ພະເຈົ້າ​ຜູ້​ສັດ​ຊື່​ແລະ​ໄວ້​ໃຈ​ໄດ້.—ຄຳເພງ 33:4.

19. ອັນ​ໃດ​ອາດ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ຄົນ​ເຮົາ​ໃຫ້​ປະຕິເສດ​ການ​ຫລິ້ນ​ຊູ້ ແລະ​ເພາະ​ເຫດ​ໃດ?

19 ແນ່ນອນ​ວ່າ​ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ພະບັນຍັດ​ຂອງ​ໂມເຊ. ເຖິງ​ຢ່າງ​ນັ້ນ ການ​ຈື່​ໄວ້​ວ່າ​ໃນ​ອິດສະລາແອນ​ບູຮານ​ການ​ຫລິ້ນ​ຊູ້​ຖື​ວ່າ​ເປັນ​ບາບ​ທີ່​ຮ້າຍແຮງ​ອາດ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ຄລິດສະຕຽນ​ບໍ່​ໃຫ້​ເຮັດ​ບາບ​ດັ່ງ​ກ່າວ. ເພາະ​ເຫດ​ໃດ? ຂໍ​ໃຫ້​ພິຈາລະນາ​ການ​ສົມ​ທຽບ​ນີ້ ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ໂບດ ຄູ້​ເຂົ່າ​ລົງ ແລະ​ອະທິດຖານ​ເຖິງ​ຮູບ​ປັ້ນ​ບໍ? ເຈົ້າ​ຈະ​ຕອບ​ວ່າ ‘ບໍ່​ເຮັດ​ດອກ!’ ແຕ່​ຖ້າ​ມີ​ການ​ສະເຫນີ​ເງິນ​ຈຳນວນ​ຫລາຍ​ໃຫ້​ເຈົ້າ ເຈົ້າ​ຈະ​ເຮັດ​ບໍ? ເຈົ້າ​ຈະ​ຕອບ​ວ່າ ‘ບໍ່​ເຮັດ​ດອກ!’ ທີ່​ຈິງ ພຽງ​ແຕ່​ຄິດ​ເຖິງ​ການ​ທໍລະຍົດ​ຕໍ່​ພະ​ເຢໂຫວາ​ໂດຍ​ນະມັດສະການ​ຮູບ​ປັ້ນ​ກໍ​ເປັນ​ເລື່ອງ​ທີ່​ຫນ້າ​ລັງກຽດ​ສຳລັບ​ຄລິດສະຕຽນ​ແທ້. ໃນ​ລັກສະນະ​ຄ້າຍ​ກັນ ຄລິດສະຕຽນ​ຄວນ​ຈະ​ຮູ້ສຶກ​ລັງກຽດ​ຄວາມ​ຄິດ​ກ່ຽວ​ກັບ​ການ​ທໍລະຍົດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຕົນ ອີກ​ທັງ​ການ​ທໍລະຍົດ​ຕໍ່​ຄູ່​ສົມລົດ​ໂດຍ​ການ​ຫລິ້ນ​ຊູ້ ບໍ່​ວ່າ​ແຮງ​ກະຕຸ້ນ​ໃຫ້​ເຮັດ​ບາບ​ແບບ​ນັ້ນ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ. (ຄຳເພງ 51:1, 4; ໂກໂລດ 3:5) ເຮົາ​ບໍ່​ຕ້ອງການ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ຊາຕານ​ຍິນດີ ແຕ່​ຈະ​ນຳ​ຄວາມ​ເສື່ອມ​ເສຍ​ມາ​ສູ່​ພະ​ເຢໂຫວາ​ແລະ​ການ​ຈັດ​ຕຽມ​ທີ່​ສັກສິດ​ກ່ຽວ​ກັບ​ຊີວິດ​ສົມລົດ.

ວິທີ​ເສີມ​ສ້າງ​ຄວາມ​ຜູກ​ພັນ​ໃນ​ຊີວິດ​ສົມລົດ​ຂອງ​ເຈົ້າ​ໃຫ້​ແຫນ້ນແຟ້ນ​ຂຶ້ນ

20. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຊີວິດ​ສົມລົດ​ຂອງ​ບາງ​ຄົນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

20 ນອກ​ຈາກ​ຈະ​ຫລີກ​ລ່ຽງ​ການ​ປະພຶດ​ທີ່​ເຮັດ​ໃຫ້​ຊີວິດ​ສົມລົດ​ບໍ່​ເປັນ​ຕາ​ນັບຖື​ແລ້ວ ມີ​ຂັ້ນ​ຕອນ​ອັນ​ໃດ​ແດ່​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ເພື່ອ​ຟື້ນຟູ​ຄວາມ​ນັບຖື​ຕໍ່​ຄູ່​ສົມລົດ​ຂອງ​ເຈົ້າ? ເພື່ອ​ຕອບ​ຄຳຖາມ​ນີ້ ຂໍ​ໃຫ້​ສົມ​ທຽບ​ຊີວິດ​ສົມລົດ​ວ່າ​ເປັນ​ຄື​ກັບ​ເຮືອນ. ຕໍ່​ຈາກ​ນັ້ນ​ກໍ​ໃຫ້​ຄິດ​ເຖິງ​ຄຳ​ເວົ້າ​ທີ່​ສະແດງ​ຄວາມ​ກະລຸນາ ການ​ກະທຳ​ທີ່​ຄຳນຶງ​ເຖິງ​ຄົນ​ອື່ນ ແລະ​ຄຳ​ເວົ້າ​ທີ່​ຫນ້າ​ນັບຖື​ລະຫວ່າງ​ຄູ່​ສົມລົດ​ວ່າ​ເປັນ​ຄື​ກັບ​ເຄື່ອງ​ທີ່​ຕົກແຕ່ງ​ເຮືອນ​ໃຫ້​ສວຍ​ງາມ​ຂຶ້ນ. ຖ້າ​ເຈົ້າ​ຮູ້ສຶກ​ໃກ້​ຊິດ​ກັນ​ແລະ​ກັນ ຊີວິດ​ສົມລົດ​ຂອງ​ເຈົ້າ​ກໍ​ປຽບ​ຄື​ກັບ​ເຮືອນ​ທີ່​ຕົກແຕ່ງ​ດ້ວຍ​ເຄື່ອງ​ເຮືອນ​ທີ່​ມີ​ສີ​ສັນ​ແລະ​ຕື່ມ​ຄວາມ​ອົບອຸ່ນ. ຖ້າ​ຄວາມ​ຮັກ​ໄຄ່​ຂອງ​ເຈົ້າ​ຫລຸດ​ຫນ້ອຍ​ລົງ ເຄື່ອງ​ຕົກແຕ່ງ​ດັ່ງ​ກ່າວ​ກໍ​ຄ່ອຍໆຫາຍ​ໄປ ເຮັດ​ໃຫ້​ຊີວິດ​ສົມລົດ​ຂອງ​ເຈົ້າ​ບໍ່​ສົດ​ໃສ​ຄື​ກັບ​ເຮືອນ​ທີ່​ບໍ່​ມີ​ເຄື່ອງ​ຕົກແຕ່ງ​ໃດໆເລີຍ. ເນື່ອງ​ຈາກ​ເຈົ້າ​ປາຖະຫນາ​ທີ່​ຈະ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ວ່າ “ການ​ເອົາ​ຜົວ​ເອົາ​ເມຍ​ຈົ່ງ​ໃຫ້​ເປັນ​ທີ່​ນັບຖື” ເຈົ້າ​ຄົງ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ປັບ​ປຸງ​ສະພາບການ​ໃຫ້​ດີ​ຂຶ້ນ. ທີ່​ຈິງ​ແລ້ວ ສິ່ງ​ທີ່​ມີ​ຄ່າ​ແລະ​ເປັນ​ຕາ​ນັບຖື​ຍ່ອມ​ຄູ່​ຄວນ​ທີ່​ຈະ​ປົວ​ແປງ ຫລື​ເຮັດ​ໃຫ້​ດີ​ຄື​ເກົ່າ. ເຈົ້າ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ວ່າ “ເຂົາ​ກໍ່​ສ້າງ​ເຮືອນ​ໄວ້​ດ້ວຍ​ຄວາມ​ປັນຍາ​ແລະ​ເຂົາ​ໃຫ້​ເຮືອນ​ຕັ້ງ​ຫມັ້ນຄົງ​ຢູ່​ດ້ວຍ​ຄວາມ​ເຂົ້າ​ໃຈ. ແລະ​ດ້ວຍ​ຄວາມ​ຮູ້​ເຂົາ​ໂຮມ​ສິ່ງ​ຂອງ​ປະເສີດ​ກັບ​ຂອງ​ທີ່​ຊອບ​ໃຈ​ທຸກ​ຢ່າງ​ໃຫ້​ຫ້ອງ​ທັງ​ຫລາຍ​ເຕັມ.” (ສຸພາສິດ 24:3, 4) ຂໍ​ໃຫ້​ພິຈາລະນາ​ເຖິງ​ວິທີ​ທີ່​ຖ້ອຍຄຳ​ເຫລົ່າ​ນີ້​ສາມາດ​ໃຊ້​ໄດ້​ກັບ​ຊີວິດ​ສົມລົດ.

21. ເຮົາ​ຈະ​ຄ່ອຍໆເສີມ​ສ້າງ​ຊີວິດ​ສົມລົດ​ຂອງ​ເຮົາ​ໃຫ້​ຫມັ້ນຄົງ​ຂຶ້ນ​ໄດ້​ໂດຍ​ວິທີ​ໃດ? (ເບິ່ງ​ຂອບ “ ຂ້ອຍ​ຈະ​ເຮັດ​ໃຫ້​ຊີວິດ​ສົມລົດ​ດີ​ຂຶ້ນ​ໄດ້​ແນວ​ໃດ?”)

21 ໃນ​ບັນດາ “ສິ່ງ​ຂອງ​ປະເສີດ” ທີ່​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ໄດ້​ແກ່​ຄຸນ​ລັກສະນະ​ຕ່າງໆເຊັ່ນ ຄວາມ​ຮັກ​ແທ້ ຄວາມ​ຢ້ານຢຳ​ພະເຈົ້າ ແລະ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ສຸພາສິດ 15:16, 17; 1 ເປໂຕ 1:7) ຄຸນ​ລັກສະນະ​ດັ່ງ​ກ່າວ​ເສີມ​ສ້າງ​ສາຍ​ສົມລົດ​ໃຫ້​ຫມັ້ນຄົງ. ແຕ່​ເຈົ້າ​ສັງເກດ​ບໍ​ວ່າ​ຫ້ອງ​ທັງ​ຫລາຍ​ທີ່​ກ່າວ​ໃນ​ສຸພາສິດ​ຂ້າງ​ເທິງ​ເຕັມ​ໄປ​ດ້ວຍ​ສິ່ງ​ຂອງ​ປະເສີດ​ໂດຍ​ວິທີ​ໃດ? ໂດຍ​ອາໄສ “ຄວາມ​ຮູ້.” ແມ່ນ​ແລ້ວ ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ ເມື່ອ​ເອົາ​ມາ​ໃຊ້​ຍ່ອມ​ມີ​ພະລັງ​ທີ່​ຈະ​ເຮັດ​ໃຫ້​ຄົນ​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຟື້ນຟູ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ. (ໂລມ 12:2; ຟີລິບ 1:9) ດັ່ງ​ນັ້ນ ເມື່ອ​ໃດ​ກໍ​ຕາມ​ທີ່​ເຈົ້າ​ແລະ​ຄູ່​ສົມລົດ​ໃຊ້​ເວລາ​ລົມ​ກັນ​ແລະ​ພິຈາລະນາ​ຂໍ້​ຄວາມ​ຕອນ​ຫນຶ່ງ​ຈາກ​ພະ​ຄຳພີ​ແບບ​ໃຈ​ເຢັນໆ ເຊັ່ນ​ຂໍ້​ພະ​ຄຳພີ​ປະຈຳ​ວັນ ຫລື​ຫົວ​ເລື່ອງ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫລັກ​ໃນ​ຫໍສັງເກດການ ແລະ​ຕື່ນ​ເຖີດ! (ພາສາ​ໄທ) ເຊິ່ງ​ກ່ຽວ​ຂ້ອງ​ກັບ​ຊີວິດ​ສົມລົດ ກໍ​ເປັນ​ຄື​ກັບ​ວ່າ​ເຈົ້າ​ກຳລັງ​ພິຈາລະນາ​ເບິ່ງ​ເຄື່ອງ​ຕົກແຕ່ງ​ເຮືອນ​ທີ່​ງົດງາມ​ເຊິ່ງ​ອາດ​ເຮັດ​ໃຫ້​ເຮືອນ​ຂອງ​ເຈົ້າ​ງາມ​ຂຶ້ນ. ເມື່ອ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ເຈົ້າ​ໃຫ້​ເອົາ​ຄຳ​ແນະນຳ​ທີ່​ຫາ​ກໍ​ພິຈາລະນາ​ມາ​ໃຊ້​ໃນ​ຊີວິດ​ສົມລົດ ກໍ​ຄື​ກັບ​ວ່າ​ເຈົ້າ​ກຳລັງ​ເອົາ​ເຄື່ອງ​ຕົກແຕ່ງ​ເຮືອນ​ນັ້ນ​ເຂົ້າ​ມາ​ໃນ “ຫ້ອງ​ທັງ​ຫລາຍ.” ຜົນ​ກໍ​ຄື ຄວາມ​ເບີກບານ​ຍິນດີ​ແລະ​ຄວາມ​ອົບອຸ່ນ​ທີ່​ເຈົ້າ​ເຄີຍ​ມີ​ໃນ​ຊີວິດ​ສົມລົດ​ອາດ​ກັບ​ຄືນ​ມາ​ໄດ້.

22. ເຮົາ​ຈະ​ມີ​ຄວາມ​ພໍ​ໃຈ​ຫຍັງ​ຫາກ​ເຮົາ​ພະຍາຍາມ​ເຮັດ​ສ່ວນ​ຂອງ​ຕົນ​ເອງ​ໃນ​ການ​ເສີມ​ສ້າງ​ຊີວິດ​ສົມລົດ?

22 ແມ່ນ​ຢູ່ ອາດ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ຫລາຍ​ເພື່ອ​ຈະ​ເອົາ​ເຄື່ອງ​ຕົກແຕ່ງ​ດັ່ງ​ກ່າວ​ກັບ​ຄືນ​ມາ​ເທື່ອ​ລະ​ຢ່າງ. ຖ້າ​ເຈົ້າ​ພະຍາຍາມ​ເຮັດ​ສ່ວນ​ຂອງ​ຕົນ​ເອງ ເຈົ້າ​ຈະ​ມີ​ຄວາມ​ພໍ​ໃຈ​ຢ່າງ​ຍິ່ງ​ທີ່​ຮູ້​ວ່າ​ຕົນ​ເອງ​ກຳລັງ​ເຊື່ອ​ຟັງ​ຄຳ​ສັ່ງ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ “ຝ່າຍ​ການ​ທີ່​ນັບຖື​ກັນ​ແລະ​ກັນ​ນັ້ນ​ຈົ່ງ​ເປັນ​ຕົ້ນ.” (ໂລມ 12:10; ຄຳເພງ 147:11) ເຫນືອ​ສິ່ງ​ອື່ນ​ໃດ​ທັງ​ຫມົດ ການ​ທີ່​ເຈົ້າ​ພະຍາຍາມ​ຢ່າງ​ຈິງ​ຈັງ​ເພື່ອ​ໃຫ້​ຊີວິດ​ສົມລົດ​ເປັນ​ຕາ​ນັບຖື​ຈະ​ເຮັດ​ໃຫ້​ເຈົ້າ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.

^ ຂໍ້ 6 ເນື້ອ​ໃນ​ສະແດງ​ວ່າ​ຄຳ​ແນະນຳ​ຂອງ​ໂປໂລ​ໃນ​ເລື່ອງ​ຊີວິດ​ສົມລົດ​ເປັນ​ສ່ວນ​ຫນຶ່ງ​ຂອງ​ຄຳ​ກະຕຸ້ນ​ເຕືອນ​ຫລາຍໆຢ່າງ.—ເຫບເລີ 13:1-5.