ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 5

ວິທີ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ

ວິທີ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ

“ທ່ານ​ບໍ່​ຢູ່​ຝ່າຍ . . . ໂລກ.”—ໂຢຮັນ 15:19.

1. ລະຫວ່າງ​ຄືນ​ສຸດ​ທ້າຍ​ທີ່​ເປັນ​ມະນຸດ​ຢູ່​ແຜ່ນດິນ​ໂລກ ພະ​ເຍຊູ​ເນັ້ນ​ເຖິງ​ເລື່ອງ​ໃດ?

ລະຫວ່າງ​ຄືນ​ສຸດ​ທ້າຍ​ທີ່​ເປັນ​ມະນຸດ​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ໄດ້​ສະແດງ​ຄວາມ​ຫ່ວງໃຍ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສະຫວັດດີພາບ​ໃນ​ອະນາຄົດ​ຂອງ​ພວກ​ລູກ​ສິດ. ພະອົງ​ເຖິງ​ຂັ້ນ​ວ່າ​ໄດ້​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້​ໂດຍ​ເວົ້າ​ກັບ​ຜູ້​ເປັນ​ພໍ່​ວ່າ “ຂ້າພະເຈົ້າ​ບໍ່​ຂໍ​ໃຫ້​ພະເຈົ້າ​ເອົາ​ເຂົາ​ອອກ​ຈາກ​ໂລກ ແຕ່​ວ່າ​ໃຫ້​ພະເຈົ້າ​ຮັກສາ​ເຂົາ​ຈາກ​ການ​ຊົ່ວ​ຮ້າຍ. ເຂົາ​ບໍ່​ເປັນ​ຝ່າຍ​ໂລກ​ເຫມືອນ​ດັ່ງ​ຂ້າພະເຈົ້າ​ບໍ່​ເປັນ​ຝ່າຍ​ໂລກ.” (ໂຢຮັນ 17:15, 16) ໃນ​ຄຳ​ອ້ອນ​ວອນ​ທີ່​ຈິງ​ໃຈ​ນີ້ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ທັງ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ທີ່​ມີ​ຕໍ່​ລູກ​ສິດ​ແລະ​ຄວາມ​ສຳຄັນ​ຂອງ​ຖ້ອຍຄຳ​ທີ່​ພະອົງ​ກ່າວ​ກັບ​ເຂົາ​ເຈົ້າ​ບາງ​ຄົນ​ກ່ອນ​ຫນ້າ​ນີ້​ໃນ​ຄືນ​ນັ້ນ​ວ່າ “ທ່ານ​ບໍ່​ຢູ່​ຝ່າຍ . . . ໂລກ.” (ໂຢຮັນ 15:19) ເຫັນ​ໄດ້​ແຈ້ງ​ວ່າ ການ​ທີ່​ພວກ​ລູກ​ສິດ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ​ເປັນ​ເລື່ອງ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ພະ​ເຍຊູ!

2. “ໂລກ” ທີ່​ພະ​ເຍຊູ​ຫມາຍ​ເຖິງ​ແມ່ນ​ຫຍັງ?

2 “ໂລກ” ທີ່​ພະ​ເຍຊູ​ກ່າວ​ເຖິງ​ນັ້ນ​ຫມາຍ​ເຖິງ​ມະນຸດ​ຊາດ​ທຸກ​ຄົນ​ທີ່​ເຫີນ​ຫ່າງ​ຈາກ​ພະເຈົ້າ ທີ່​ປົກຄອງ​ໂດຍ​ຊາຕານ ແລະ​ເປັນ​ທາດ​ນໍ້າໃຈ​ທີ່​ຍິ່ງ​ແລະ​ເຫັນ​ແກ່​ຕົວ​ເຊິ່ງ​ເກີດ​ມາ​ຈາກ​ຊາຕານ. (ໂຢຮັນ 14:30; ເອເຟດ 2:2; 1 ໂຢຮັນ 5:19) ທີ່​ຈິງ “ການ​ເປັນ​ສ່ຽວ​ກັນ​ກັບ​ໂລກ​ກໍ​ເປັນ . . . ສັດຕູ​ຕໍ່​ພະເຈົ້າ.” (ຢາໂກໂບ 4:4) ເຖິງ​ຢ່າງ​ນັ້ນ ທຸກ​ຄົນ​ທີ່​ຕ້ອງການ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ​ທີ່​ຍັງ​ຢູ່​ໃນ​ໂລກ​ນີ້​ຈະ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ​ໄດ້​ໂດຍ​ວິທີ​ໃດ? ເຮົາ​ຈະ​ພິຈາລະນາ​ຫ້າ​ແນວ​ທາງ​ຄື ໂດຍ​ຮັກສາ​ຄວາມ​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ຄລິດ​ແລະ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ເລື່ອງ​ການ​ເມືອງ​ຂອງ​ໂລກ ໂດຍ​ຕ້ານ​ທານ​ນໍ້າໃຈ​ຂອງ​ໂລກ ໂດຍ​ການ​ແຕ່ງ​ຕົວ​ແລະ​ເຄື່ອງ​ນຸ່ງ​ທີ່​ສຸພາບ ໂດຍ​ໃຫ້​ຕາ​ຂອງ​ເຮົາ​ເບິ່ງ​ແຕ່​ສິ່ງ​ດຽວ​ສະເຫມີ ແລະ​ໂດຍ​ການ​ໃສ່​ຍຸດທະພັນ​ຝ່າຍ​ວິນຍານ​ທີ່​ຄົບ​ຊຸດ.

ຮັກສາ​ຄວາມ​ພັກດີ​ແລະ​ຄວາມ​ເປັນ​ກາງ

3. (ກ) ພະ​ເຍຊູ​ມີ​ທັດສະນະ​ແນວ​ໃດ​ຕໍ່​ເລື່ອງ​ການ​ເມືອງ​ໃນ​ສະໄຫມ​ຂອງ​ພະອົງ? (ຂ) ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ສາວົກ​ຜູ້​ຖືກ​ເຈີມ​ຂອງ​ພະ​ເຍຊູ​ຮັບໃຊ້​ຖານະ​ເປັນ​ລາຊະທູດ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ​ນຳ.)

3 ແທນ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ການ​ເມືອງ​ໃນ​ສະໄຫມ​ຂອງ​ພະອົງ ພະ​ເຍຊູ​ສຸມ​ໃສ່​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ລັດຖະບານ​ທາງ​ພາກ​ສະຫວັນ​ທີ່​ພະອົງ​ຈະ​ເປັນ​ກະສັດ​ໃນ​ອະນາຄົດ. (ດານຽນ 7:13, 14; ລືກາ 4:43; 17:20, 21) ດັ່ງ​ນັ້ນ ເມື່ອ​ຢູ່​ຕໍ່​ຫນ້າ​ປົນເຊພີລາດ​ເຈົ້າ​ແຂວງ​ຄົນ​ໂລມ ພະ​ເຍຊູ​ຈຶ່ງ​ກ່າວ​ໄດ້​ວ່າ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້.” (ໂຢຮັນ 18:36) ພວກ​ລູກ​ສິດ​ທີ່​ສັດ​ຊື່​ຮຽນ​ແບບ​ຕົວຢ່າງ​ຂອງ​ພະອົງ​ໂດຍ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ຄລິດ​ແລະ​ລາຊະອານາຈັກ​ຂອງ​ພະອົງ ແລະ​ໂດຍ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ນັ້ນ​ແກ່​ໂລກ. (ມັດທາຍ 24:14) ອັກຄະສາວົກ​ໂປໂລ​ຂຽນ​ວ່າ “ເຫດ​ສັນນີ້​ພວກ​ເຮົາ​ເປັນ​ລາຊະທູດ​ແຫ່ງ​ພະ​ຄລິດ . . . ເຮົາ​ຂໍ​ເຊີນ​ແທນ​ພະ​ຄລິດ​ວ່າ ‘ຈົ່ງ​ເປັນ​ໄມຕີ​ກັນ​ກັບ​ພະເຈົ້າ.’” *2 ໂກລິນໂທ 5:20.

4. ຄລິດສະຕຽນ​ແທ້​ທຸກ​ຄົນ​ສະແດງ​ຄວາມ​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ​ໂດຍ​ວິທີ​ໃດ? (ເບິ່ງ​ຂອບ “ ຄລິດສະຕຽນ​ໃນ​ສະໄຫມ​ທຳອິດ​ຮັກສາ​ຄວາມ​ເປັນ​ກາງ”.)

4 ເນື່ອງ​ຈາກ​ລາຊະທູດ​ເປັນ​ຕົວ​ແທນ​ຂອງ​ກະສັດ​ຫລື​ຂອງ​ອີກ​ປະເທດ​ຫນຶ່ງ ເຂົາ​ເຈົ້າ​ບໍ່​ເຂົ້າ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະເທດ​ທີ່​ເຂົາ​ເຈົ້າ​ປະຕິບັດ​ຫນ້າທີ່​ຢູ່ ເຂົາ​ເຈົ້າ​ຮັກສາ​ຄວາມ​ເປັນ​ກາງ. ແນວ​ໃດ​ກໍ​ຕາມ ລາຊະທູດ​ສົ່ງເສີມ​ຜົນ​ປະໂຫຍດ​ຂອງ​ລັດຖະບານ​ຂອງ​ປະເທດ​ທີ່​ເຂົາ​ເຈົ້າ​ເປັນ​ຕົວ​ແທນ. ສາວົກ​ຜູ້​ຖືກ​ເຈີມ​ຂອງ​ພະ​ຄລິດ​ເຊິ່ງ​ເປັນ “ພົນລະເມືອງ​ໃນ​ສະຫວັນ” ກໍ​ເປັນ​ແບບ​ນັ້ນ​ດ້ວຍ. (ຟີລິບ 3:20, ລ.ມ.) ທີ່​ຈິງ ເນື່ອງ​ຈາກ​ເຂົາ​ເຈົ້າ​ປະກາດ​ເລື່ອງ​ລາຊະອານາຈັກ​ຢ່າງ​ກະຕືລືລົ້ນ ເຂົາ​ເຈົ້າ​ໄດ້​ຊ່ວຍ “ແກະ​ອື່ນ” ຂອງ​ພະ​ຄລິດ​ຈຳນວນ​ຫລາຍ​ລ້ານ​ຄົນ​ໃຫ້ “ເປັນ​ໄມຕີ​ກັນ​ກັບ​ພະເຈົ້າ.” (ໂຢຮັນ 10:16; ມັດທາຍ 25:31-40) ກຸ່ມ​ຄົນ​ທີ່​ເປັນ “ແກະ​ອື່ນ” ຮັບໃຊ້​ໃນ​ຖານະ​ເປັນ​ອຸປະທູດ​ຂອງ​ພະ​ຄລິດ ສະຫນັບສະຫນູນ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ຂອງ​ພະ​ເຍຊູ. ໃນ​ຖານະ​ເປັນ​ຝູງ​ດຽວ​ທີ່​ມີ​ເອກະພາບ​ໃນ​ການ​ສະຫນັບສະຫນູນ​ລາຊະອານາຈັກ​ເມຊີ ທັງ​ສອງ​ກຸ່ມ​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ​ໃນ​ເລື່ອງ​ການ​ເມືອງ​ຂອງ​ໂລກ.—ເອຊາອີ 2:2-4.

5. ປະຊາຄົມ​ຄລິດສະຕຽນ​ແຕກຕ່າງ​ແນວ​ໃດ​ຈາກ​ຊາດ​ອິດສະລາແອນ​ບູຮານ ແລະ​ຄວາມ​ແຕກຕ່າງ​ນີ້​ປາກົດ​ໃຫ້​ເຫັນ​ໃນ​ທາງ​ໃດ?

5 ຄວາມ​ພັກດີ​ຕໍ່​ພະ​ຄລິດ​ບໍ່​ແມ່ນ​ເຫດຜົນ​ດຽວ​ທີ່​ຄລິດສະຕຽນ​ແທ້​ຮັກສາ​ຕົວ​ເປັນ​ກາງ. ຕ່າງ​ຈາກ​ຊາດ​ອິດສະລາແອນ​ບູຮານ​ເຊິ່ງ​ພະເຈົ້າ​ໄດ້​ປະທານ​ແຜ່ນດິນ​ຕອນ​ຫນຶ່ງ​ໃຫ້​ຢູ່​ຮ່ວມ​ກັນ ເຮົາ​ເປັນ​ສ່ວນ​ຂອງ​ສັງຄົມ​ແຫ່ງ​ຄວາມ​ເປັນ​ພີ່​ນ້ອງ​ກັນ​ທົ່ວ​ໂລກ. (ມັດທາຍ 28:19; 1 ເປໂຕ 2:9) ດັ່ງ​ນັ້ນ ຖ້າ​ເຮົາ​ເຂົ້າ​ຮ່ວມ​ກັບ​ພັກ​ການ​ເມືອງ​ຕ່າງໆໃນ​ທ້ອງຖິ່ນ ຄົງ​ເປັນ​ຜົນ​ເສຍຫາຍ​ຢ່າງ​ຮ້າຍແຮງ​ຕໍ່​ການ​ເວົ້າ​ເຖິງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຢ່າງ​ເຕັມ​ປາກ​ແລະ​ຄວາມ​ເປັນ​ເອກະພາບ​ຂອງ​ເຮົາ​ແບບ​ຄລິດສະຕຽນ. (1 ໂກລິນໂທ 1:10) ນອກ​ຈາກ​ນີ້ ໃນ​ຍາມ​ສົງຄາມ​ເຮົາ​ຄົງ​ຈະ​ຕໍ່​ສູ້​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຜູ້​ເຊິ່ງ​ເຮົາ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຮັກ​ເຂົາ​ເຈົ້າ. (ໂຢຮັນ 13:34, 35; 1 ໂຢຮັນ 3:10-12) ດັ່ງ​ນັ້ນ ດ້ວຍ​ເຫດຜົນ​ທີ່​ສົມຄວນ​ພະ​ເຍຊູ​ບອກ​ເຫລົ່າ​ສາວົກ​ໃຫ້​ເກັບ​ດາບ​ໄວ້. ແລະ​ພະອົງ​ຍັງ​ໄດ້​ບອກ​ເຂົາ​ເຈົ້າ​ໃຫ້​ຮັກ​ສັດຕູ​ດ້ວຍ​ຊໍ້າ.—ມັດທາຍ 5:44; 26:52; ເບິ່ງ​ຂອບ “ ຂ້ອຍ​ຮັກສາ​ຄວາມ​ເປັນ​ກາງ​ບໍ?

6. ການ​ທີ່​ເຈົ້າ​ອຸທິດ​ຕົວ​ແກ່​ພະເຈົ້າ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ເຊຊາ?

6 ໃນ​ຖານະ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ອຸທິດ​ຊີວິດ​ຂອງ​ເຮົາ​ໃຫ້​ກັບ​ພະເຈົ້າ ບໍ່​ແມ່ນ​ອຸທິດ​ໃຫ້​ມະນຸດ ອົງການ​ຂອງ​ມະນຸດ ຫລື​ຊາດ​ໃດໆ. 1 ໂກລິນໂທ 6:19, 20 ກ່າວ​ວ່າ “ທ່ານ​ທັງ​ຫລາຍ​ບໍ່​ເປັນ​ເຈົ້ານາຍ​ຂອງ​ຕົນ​ເອງ ເຫດ​ວ່າ​ທ່ານ​ທັງ​ຫລາຍ​ເປັນ​ທີ່​ໄຖ່​ໄວ້​ແລ້ວ​ດ້ວຍ​ລາຄາ.” ດັ່ງ​ນັ້ນ ໃນ​ຂະນະ​ທີ່​ໃຫ້​ແກ່ “ເຊຊາ” ຕາມ​ທີ່​ລາວ​ຄວນ​ໄດ້​ຮັບ​ໃນ​ຮູບ​ແບບ​ຂອງ​ການ​ໃຫ້​ກຽດ ການ​ເສຍ​ພາສີ ແລະ​ການ​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຢ່າງ​ມີ​ຂອບ​ເຂດ ລູກ​ສິດ​ຂອງ​ພະ​ເຍຊູ​ໃຫ້ “ສິ່ງ​ຂອງ​ພະເຈົ້າ . . . ຄືນ​ແກ່​ພະເຈົ້າ.” (ມາລະໂກ 12:17; ໂລມ 13:1-7) ສິ່ງ​ນີ້​ລວມ​ເຖິງ​ການ​ນະມັດສະການ ຄວາມ​ຮັກ​ແບບ​ສຸດ​ຊີວິດ ແລະ​ການ​ເຊື່ອ​ຟັງ​ດ້ວຍ​ຄວາມ​ພັກດີ​ຂອງ​ເຂົາ​ເຈົ້າ. ຖ້າ​ຈຳເປັນ ເຂົາ​ເຈົ້າ​ພ້ອມ​ທີ່​ຈະ​ສະລະ​ຊີວິດ​ຂອງ​ຕົນ​ເພື່ອ​ພະເຈົ້າ.—ລືກາ 4:8; 10:27; ກິດຈະການ 5:29; ໂລມ 14:8.

ຕ້ານ​ທານ “ນໍ້າໃຈ​ຂອງ​ໂລກ”

7, 8. “ນໍ້າໃຈ​ຂອງ​ໂລກ” ແມ່ນ​ຫຍັງ ແລະ​ນໍ້າໃຈ​ດັ່ງ​ກ່າວ “ຄຸ້ມຄອງ” ແນວ​ໃດ​ໃນ​ຕົວ​ບຸກຄົນ?

7 ອີກ​ວິທີ​ຫນຶ່ງ​ທີ່​ຄລິດສະຕຽນ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ​ແມ່ນ​ໂດຍ​ຕ້ານ​ທານ​ນໍ້າໃຈ​ທີ່​ຊົ່ວ​ຂອງ​ໂລກ. ໂປໂລ​ຂຽນ​ວ່າ “ເຮົາ​ທັງ​ຫລາຍ​ບໍ່​ໄດ້​ຮັບ​ວິນຍານ [“ນໍ້າໃຈ,” ລ.ມ.] ຂອງ​ໂລກ ແຕ່​ວ່າ​ໄດ້​ຮັບ​ພະ​ວິນຍານ​ທີ່​ເປັນ​ແຕ່​ພະເຈົ້າ.” (1 ໂກລິນໂທ 2:12) ລາວ​ເວົ້າ​ກັບ​ຊາວ​ເອເຟດ​ວ່າ “ເມື່ອ​ກ່ອນ​ທ່ານ​ທັງ​ຫລາຍ​ໄດ້​ເຄີຍ​ກະທຳ . . . ຕາມ​ທຳນຽມ​ໂລກ​ນີ້ ຕາມ​ເຈົ້ານາຍ​ແຫ່ງ​ອຳນາດ​ໃນ​ຟ້າ​ອາກາດ ເປັນ​ວິນຍານ​ທີ່​ຄຸ້ມຄອງ​ຢູ່​ໃນ​ຄົນ​ທັງ​ຫລາຍ​ຜູ້​ເປັນ​ລູກ​ແຫ່ງ​ຄວາມ​ດື້.”—ເອເຟດ 2:2, 3.

8 “ອາກາດ” ຫລື​ນໍ້າໃຈ​ຂອງ​ໂລກ​ເປັນ​ພະລັງ​ກະຕຸ້ນ​ທີ່​ບໍ່​ປາກົດ​ແກ່​ຕາ​ເຊິ່ງ​ຍຸ​ເຍົ້າ​ໃຫ້​ເກີດ​ການ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ສົ່ງເສີມ “ຄວາມ​ຄຶດ​ຢາກ​ໄດ້​ຂອງ​ເນື້ອ​ຫນັງ . . . ແລະ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ຕາ.” (1 ໂຢຮັນ 2:16; 1 ຕີໂມເຕ 6:9, 10) ນໍ້າໃຈ​ນີ້​ມີ “ອຳນາດ” ໃນ​ແງ່​ທີ່​ວ່າ​ມັນ​ດຶງ​ດູດ​ໃຈ​ເນື້ອ​ຫນັງ​ທີ່​ຜິດ​ບາບ ມັນ​ເຮັດ​ແບບ​ແນບ​ນຽນ ບໍ່​ລົດ​ລະ ແລະ​ມີ​ຢູ່​ທຸກ​ຫົນ​ແຫ່ງ​ເຊັ່ນ​ດຽວ​ກັບ​ອາກາດ. ຍິ່ງ​ກວ່າ​ນັ້ນ ນໍ້າໃຈ​ນີ້ “ຄຸ້ມຄອງ” ຫລື​ດຳເນີນ​ການ​ຢູ່​ໃນ​ຄົນ​ໂດຍ​ຄ່ອຍໆປູກ​ຝັງ​ຄຸນ​ລັກສະນະ​ທີ່​ບໍ່​ດີ​ເຊັ່ນ ຄວາມ​ເຫັນ​ແກ່​ຕົວ ຄວາມ​ຈອງຫອງ ຄວາມ​ທະເຍີທະຍານ​ແບບ​ໂລບ​ມາກ ລວມ​ທັງ​ທ່າ​ອ່ຽງ​ທີ່​ຈະ​ຕັ້ງ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ຕົວ​ເອງ​ແລະ​ການ​ຂັດຂືນ​ຜູ້​ທີ່​ມີ​ສິດ​ອຳນາດ. * ເວົ້າ​ງ່າຍໆ ນໍ້າໃຈ​ຂອງ​ໂລກ​ເຮັດ​ໃຫ້​ລັກສະນະ​ນິດໄສ​ແບບ​ພະຍາມານ​ມີ​ເພີ່ມ​ຂຶ້ນ​ເລື້ອຍໆໃນ​ຫົວໃຈ​ຂອງ​ມະນຸດ.—ໂຢຮັນ 8:44; ກິດຈະການ 13:10; 1 ໂຢຮັນ 3:8, 10.

9. ນໍ້າໃຈ​ຂອງ​ໂລກ​ສາມາດ​ເຂົ້າ​ສູ່​ຈິດ​ໃຈ​ແລະ​ຫົວໃຈ​ຂອງ​ຄົນ​ເຮົາ​ໂດຍ​ວິທີ​ໃດ​ແດ່?

9 ນໍ້າໃຈ​ຂອງ​ໂລກ​ອາດ​ຢັ່ງ​ຮາກ​ເລິກ​ໃນ​ຈິດ​ໃຈ​ແລະ​ຫົວໃຈ​ຂອງ​ເຈົ້າ​ໄດ້​ບໍ? ໄດ້ ຖ້າ​ເຈົ້າ​ປ່ອຍ​ໃຫ້​ເປັນ​ເຊັ່ນ​ນັ້ນ​ໂດຍ​ບໍ່​ໄດ້​ລະ​ມັດ​ລະວັງ​ຕົວ. (ສຸພາສິດ 4:23) ອິດທິພົນ​ຈາກ​ນໍ້າໃຈ​ຂອງ​ໂລກ​ມັກ​ເລີ່ມ​ຕົ້ນ​ແບບ​ແນບ​ນຽນ ບາງ​ເທື່ອ​ໂດຍ​ຄົນ​ທີ່​ເຮົາ​ຄົບຫາ​ເຊິ່ງ​ອາດ​ເບິ່ງ​ຄື​ເປັນ​ຄົນ​ດີ ແຕ່​ທີ່​ຈິງ​ແລ້ວ​ບໍ່​ມີ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ. (ສຸພາສິດ 13:20; 1 ໂກລິນໂທ 15:33) ນອກ​ຈາກ​ນີ້ ເຈົ້າ​ອາດ​ຊຶມ​ຊັບ​ນໍ້າໃຈ​ທີ່​ບໍ່​ດີ​ນັ້ນ​ໂດຍ​ທາງ​ສິ່ງ​ພິມ​ທີ່​ບໍ່​ເຫມາະ​ສົມ ເວັບໄຊ​ລາມົກ​ຫລື​ເວັບໄຊ​ຂອງ​ຜູ້​ອອກ​ຫາກ ຄວາມ​ບັນເທີງ​ທີ່​ບໍ່​ດີ ແລະ​ກິລາ​ທີ່​ແຂ່ງ​ຂັນ​ດ້ວຍ​ນໍ້າໃຈ​ທີ່​ຢາກ​ຊະນະ​ແທ້ໆ—ໃນ​ຕົວ​ຈິງ​ແລ້ວ ໂດຍ​ທາງ​ຜູ້​ໃດ​ກໍ​ຕາມ​ຫລື​ສິ່ງ​ໃດ​ກໍ​ຕາມ​ທີ່​ສະທ້ອນ​ເຖິງ​ຄວາມ​ຄິດ​ຂອງ​ຊາຕານ​ຫລື​ລະບົບ​ຂອງ​ມັນ.

10. ເຮົາ​ຈະ​ຕ້ານ​ທານ​ນໍ້າໃຈ​ຂອງ​ໂລກ​ໂດຍ​ວິທີ​ໃດ?

10 ເຮົາ​ຈະ​ຕ້ານ​ທານ​ນໍ້າໃຈ​ຂອງ​ໂລກ​ທີ່​ເປັນ​ອັນຕະລາຍ​ແລະ​ຮັກສາ​ຕົວ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ໄດ້​ໂດຍ​ວິທີ​ໃດ? ສະເພາະ​ແຕ່​ໂດຍ​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ການ​ຈັດ​ຕຽມ​ທາງ​ຝ່າຍ​ວິນຍານ​ຈາກ​ພະ​ເຢໂຫວາ ແລະ​ໂດຍ​ການ​ອະທິດຖານ​ຢ່າງ​ສະຫມໍ່າ​ສະເຫມີ​ເພື່ອ​ຈະ​ໄດ້​ພະ​ວິນຍານ​ບໍລິສຸດ. ພະ​ເຢໂຫວາ​ຍິ່ງໃຫຍ່​ກວ່າ​ພະຍາມານ​ຫລື​ໂລກ​ຊົ່ວ​ທີ່​ຢູ່​ໃຕ້​ການ​ຄວບຄຸມ​ຂອງ​ຊາຕານ. (1 ໂຢຮັນ 4:4) ສຳຄັນ​ແທ້ໆທີ່​ເຮົາ​ຈະ​ຕິດ​ສະຫນິດ​ກັບ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ!

ການ​ແຕ່ງ​ຕົວ​ແລະ​ເຄື່ອງ​ນຸ່ງ​ທີ່​ສຸພາບ

11. ນໍ້າໃຈ​ຂອງ​ໂລກ​ມີ​ອິດທິພົນ​ແນວ​ໃດ​ຕໍ່​ມາດຕະຖານ​ການ​ແຕ່ງ​ຕົວ?

11 ລັກສະນະ​ພາຍ​ນອກ​ເຊິ່ງ​ບົ່ງ​ບອກ​ນໍ້າໃຈ​ທີ່​ກະຕຸ້ນ​ຢູ່​ພາຍ​ໃນ​ຕົວ​ຄົນ​ເຮົາ​ຄື ເຄື່ອງ​ນຸ່ງ ການ​ແຕ່ງ​ຕົວ ແລະ​ສຸຂະ​ອະນາໄມ. ໃນ​ຫລາຍ​ດິນແດນ ມາດຕະຖານ​ການ​ແຕ່ງ​ຕົວ​ຕົກ​ຕໍ່າ​ເຖິງ​ຂັ້ນ​ທີ່​ພິທີ​ກອນ​ໂທລະພາບ​ຄົນ​ຫນຶ່ງ​ຊີ້​ບອກ​ວ່າ ອີກ​ບໍ່​ດົນ​ຈະ​ແຍກ​ບໍ່​ອອກ​ເລີຍ​ວ່າ​ຜູ້​ຍິງ​ຄົນ​ໃດ​ເປັນ​ໂສເພນີ. ລາຍງານ​ໃນ​ຫນັງສື​ພິມ​ສະບັບ​ຫນຶ່ງ​ກ່າວ​ວ່າ ແມ່ນ​ແຕ່​ເດັກ​ຍິງ​ທີ່​ຍັງ​ບໍ່​ທັນ​ຢູ່​ໃນ​ໄວຮຸ່ນ​ກໍ​ໄດ້​ຮັບ​ອິດທິພົນ​ຈາກ​ແນວ​ທາງ​ການ​ແຕ່ງ​ກາຍ​ດັ່ງ​ກ່າວ ນັ້ນ​ຄື “ໂຊ​ເນື້ອ​ຫນັງ​ຕົນ​ໂຕ​ຫລາຍ ແຕ່​ຄວາມ​ຈຽມ​ໂຕ​ເກືອບ​ບໍ່​ເຫັນ.” ກະແສ​ອີກ​ຢ່າງ​ຫນຶ່ງ​ແມ່ນ​ການ​ແຕ່ງ​ຕົວ​ແບບ​ຫລົມ​ຕ່າມ​ຍ່າມ​ເຊິ່ງ​ສະທ້ອນ​ເຖິງ​ນໍ້າໃຈ​ຂອງ​ການ​ຂືນ​ອຳນາດ ທັງ​ບໍ່​ມີ​ຄວາມ​ສະຫງ່າ​ງາມ​ແລະ​ຄວາມ​ນັບຖື​ຕົນ​ເອງ.

12, 13. ຫລັກ​ການ​ອັນ​ໃດ​ທີ່​ຊີ້​ນຳ​ໃນ​ເລື່ອງ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ຂອງ​ເຮົາ?

12 ໃນ​ຖານະ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ ເຮົາ​ຕ້ອງການ​ປາກົດ​ຕົວຢ່າງ​ເຫມາະ​ສົມ​ເຊິ່ງ​ຫມາຍ​ເຖິງ​ການ​ແຕ່ງ​ຕົວ​ແບບ​ທີ່​ສຸພາບ ສະອາດ ສະແດງ​ເຖິງ​ລົດ​ນິຍົມ​ທີ່​ດີ ແລະ​ເຫມາະ​ກັບ​ກາລະ​ເທ​ສະ. ຕະຫລອດ​ເວລາ ການ​ປາກົດ​ຕົວ​ຂອງ​ເຮົາ​ຄວນ​ສະທ້ອນ​ໃຫ້​ເຫັນ ‘ຄວາມ​ສຸພາບ ແລະ​ສະຕິ​ອັນ​ດີ’ ພ້ອມ​ກັບ “ການ​ດີ” ເຊິ່ງ​ເຫມາະ​ກັບ​ໃຜ​ກໍ​ຕາມ ບໍ່​ວ່າ​ຊາຍ​ຫລື​ຍິງ​ທີ່ “ປະກາດ​ຕົວ​ວ່າ​ເປັນ​ຄົນ​ນັບຖື​ພະເຈົ້າ.” ແນ່ນອນ ເລື່ອງ​ທີ່​ເຮົາ​ເປັນ​ຫ່ວງ​ອັນ​ດັບ​ທຳອິດ​ຄື ບໍ່​ແມ່ນ​ການ​ດຶງ​ຄວາມ​ສົນ​ໃຈ​ມາ​ສູ່​ຕົວ​ເອງ ແຕ່​ເພື່ອ “ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.” (1 ຕີໂມເຕ 2:9, ລ.ມ.; 10; ຢູເດ 21) ແມ່ນ​ແລ້ວ ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ມີ​ການ​ປະດັບ​ຢ່າງ​ສວຍ​ງາມ​ທີ່​ສຸດ ນັ້ນ​ຄື “ຕົວ​ຕົນ​ທີ່​ຢູ່​ໃນ​ໃຈ . . . ເຊິ່ງ​ມີ​ຄ່າ​ຫລາຍ​ໃນ​ສາຍ​ຕາ​ພະເຈົ້າ.”—1 ເປໂຕ 3:3, 4, ລ.ມ.

13 ຂໍ​ໃຫ້​ຈື່​ໄວ້​ດ້ວຍ​ວ່າ ແບບ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ຂອງ​ເຮົາ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ວິທີ​ທີ່​ຄົນ​ອື່ນ​ເບິ່ງ​ການ​ນະມັດສະການ​ແທ້. ຄຳ​ພາສາ​ກະເລັກ​ທີ່​ແປ​ວ່າ “ສຸພາບ” ເມື່ອ​ໃຊ້​ໃນ​ແງ່​ສິນລະທຳ ສະແດງ​ເຖິງ​ແນວ​ຄິດ​ກ່ຽວ​ກັບ​ຄວາມ​ເຄົາລົບ​ນັບຖື ຄວາມ​ເກງ​ຂາມ ແລະ​ຄວາມ​ນັບຖື​ຕໍ່​ຄວາມ​ຮູ້ສຶກ​ຫລື​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ. ສະນັ້ນ ສິ່ງ​ທີ່​ຄວນ​ເປັນ​ເປົ້າ​ຫມາຍ​ຂອງ​ເຮົາ​ກໍ​ຄື ຖື​ວ່າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ​ສຳຄັນ​ກວ່າ​ສິດທິ​ຂອງ​ເຮົາ​ທີ່​ຈະ​ແຕ່ງ​ຕົວ​ແບບ​ທີ່​ເຮົາ​ມັກ. ເຫນືອ​ສິ່ງ​ອື່ນ​ໃດ ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ​ໄດ້​ຮັບ​ກຽດ ແລະ​ເຮົາ​ຢາກ​ແນະນຳ​ຕົວ​ເອງ​ວ່າ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ ໂດຍ​ເຮັດ “ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດສະຫມີ​ແກ່​ພະເຈົ້າ.”—1 ໂກລິນໂທ 4:9; 10:31; 2 ໂກລິນໂທ 6:3, 4; 7:1.

ການ​ປາກົດ​ຕົວ​ຂອງ​ຂ້ອຍ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ​ບໍ?

14. ໃນ​ເລື່ອງ​ການ​ປາກົດ​ຕົວ​ແລະ​ສຸຂະ​ອະນາໄມ ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

14 ເຄື່ອງ​ນຸ່ງ ການ​ແຕ່ງ​ຕົວ ແລະ​ສຸຂະ​ອະນາໄມ​ຂອງ​ເຮົາ​ແຮ່ງ​ສຳຄັນ​ກວ່າ​ອີກ​ເມື່ອ​ເຮົາ​ເຂົ້າ​ຮ່ວມ​ວຽກ​ປະກາດ​ຕາມ​ບ້ານ​ເຮືອນ​ຫລື​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ. ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ການ​ປາກົດ​ຕົວ​ແລະ​ສຸຂະ​ອະນາໄມ​ສ່ວນ​ຕົວ​ເຮັດ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ທີ່​ເກີນ​ຄວນ​ຕໍ່​ຕົວ​ຂ້ອຍ​ບໍ? ການ​ປາກົດ​ຕົວ​ແບບ​ນັ້ນ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ບໍ? ຂ້ອຍ​ຖື​ວ່າ​ສິດ​ຂອງ​ຂ້ອຍ​ໃນ​ເລື່ອງ​ດັ່ງ​ກ່າວ​ສຳຄັນ​ກວ່າ​ການ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ເອົາ​ຫນ້າທີ່​ມອບ​ຫມາຍ​ໃນ​ປະຊາຄົມ​ບໍ?’—ຄຳເພງ 68:6; ຟີລິບ 4:5; 1 ເປໂຕ 5:6.

15. ເປັນ​ຫຍັງ​ພະ​ຄຳ​ຂອງ​ພະເຈົ້າ​ຈຶ່ງ​ບໍ່​ໄດ້​ບົ່ງ​ກົດ​ລະບຽບ​ຕ່າງໆເລື່ອງ​ເຄື່ອງ​ນຸ່ງ ການ​ແຕ່ງ​ຕົວ ແລະ​ສຸຂະ​ອະນາໄມ?

15 ຄຳພີ​ໄບເບິນ​ບໍ່​ໄດ້​ບົ່ງ​ກົດ​ລະບຽບ​ຕ່າງໆໄວ້​ສຳລັບ​ຄລິດສະຕຽນ​ໃນ​ເລື່ອງ​ເຄື່ອງ​ນຸ່ງ ການ​ແຕ່ງ​ຕົວ ແລະ​ສຸຂະ​ອະນາໄມ. ພະ​ເຢໂຫວາ​ບໍ່​ປາຖະຫນາ​ທີ່​ຈະ​ຈຳກັດ​ເສລີ​ພາບ​ໃນ​ການ​ເລືອກ​ຫລື​ການ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄິດ​ຂອງ​ເຮົາ. ກົງ​ກັນ​ຂ້າມ ພະອົງ​ຢາກ​ໃຫ້​ເຮົາ​ເປັນ​ຜູ້​ໃຫຍ່​ໃນ​ການ​ໃຊ້​ຫລັກ​ການ​ຂອງ​ຄຳພີ​ໄບເບິນ​ເພື່ອ​ຫາ​ເຫດຜົນ​ແລະ​ເປັນ​ຜູ້​ທີ່ “ໂດຍ​ທາງ​ການ​ເຝິກ​ແອບ​ສາມາດ​ໃຊ້​ເຫດຜົນ ໄຈ້​ແຍກ​ຄວາມ​ດີ​ແລະ​ຄວາມ​ຊົ່ວ.” (ເຫບເລີ 5:14, ທ.ປ.) ເຫນືອ​ສິ່ງ​ອື່ນ​ໃດ ພະອົງ​ຢາກ​ໃຫ້​ຄວາມ​ຮັກ​ຊີ້​ນຳ​ເຮົາ ທັງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລະ​ຕໍ່​ເພື່ອນ​ບ້ານ. (ມາລະໂກ 12:30, 31) ພາຍ​ໃນ​ຂອບ​ເຂດ​ເຫລົ່າ​ນັ້ນ ກໍ​ຍັງ​ເປັນ​ໄປ​ໄດ້​ທີ່​ຈະ​ເລືອກ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ໄດ້​ຫລາຍ​ແບບ. ຫລັກຖານ​ໃນ​ເລື່ອງ​ນີ້​ເຫັນ​ໄດ້​ຈາກ​ກຸ່ມ​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ທີ່​ມີ​ຄວາມ​ຍິນດີ​ເຊິ່ງ​ແຕ່ງ​ຕົວ​ດ້ວຍ​ເຄື່ອງ​ນຸ່ງ​ທີ່​ມີ​ຫລາຍ​ສີ​ສັນ​ບໍ່​ວ່າ​ເຂົາ​ເຈົ້າ​ຊຸມນຸມ​ກັນ​ຢູ່​ບ່ອນ​ໃດ​ກໍ​ຕາມ​ເທິງ​ແຜ່ນດິນ​ໂລກ.

ໃຫ້​ຕາ​ຂອງ​ເຮົາ “ເບິ່ງ​ທີ່​ສິ່ງ​ດຽວ” ສະເຫມີ

16. ນໍ້າໃຈ​ຂອງ​ໂລກ​ຂັດ​ກັບ​ຄຳ​ສອນ​ຂອງ​ພະ​ເຍຊູ​ແນວ​ໃດ ແລະ​ຄຳຖາມ​ອັນ​ໃດ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

16 ນໍ້າໃຈ​ຂອງ​ໂລກ​ເປັນ​ສິ່ງ​ຫລອກ​ລວງ​ແລະ​ກະຕຸ້ນ​ຫລາຍ​ລ້ານ​ຄົນ​ໃຫ້​ຫມາຍ​ເພິ່ງ​ເງິນ​ແລະ​ສິ່ງ​ຝ່າຍ​ວັດຖຸ​ເພື່ອ​ຈະ​ມີ​ຄວາມ​ສຸກ. ແຕ່​ພະ​ເຍຊູ​ກ່າວ​ວ່າ “ແມ່ນ​ຄົນ​ຜູ້​ຫນຶ່ງ​ມັ່ງ​ມີ​ຫລາຍ ຊີວິດ​ແຫ່ງ​ຕົນ​ບໍ່​ເປັນ​ດ້ວຍ​ເຂົ້າ​ຂອງ​ທີ່​ເພິ່ນ​ມີ​ຢູ່​ນັ້ນ.” (ລືກາ 12:15) ໃນ​ຂະນະ​ທີ່​ບໍ່​ເຫັນ​ດີ​ກັບ​ລັດທິ​ຖື​ສັນໂດດ ຫລື​ການ​ຫັກ​ຫ້າມ​ໃຈ​ຕົນ​ເອງ​ຢ່າງ​ສຸດ​ຂີດ ພະ​ເຍຊູ​ສອນ​ວ່າ​ຊີວິດ​ແລະ​ຄວາມ​ສຸກ​ແທ້​ເປັນ​ຂອງ​ຜູ້​ທີ່ “ສຳນຶກ​ເຖິງ​ຄວາມ​ຈຳເປັນ​ຝ່າຍ​ວິນຍານ.” ແລະ​ຜູ້​ທີ່​ໃຫ້​ຕາ “ເບິ່ງ​ທີ່​ສິ່ງ​ດຽວ” ສະເຫມີ ຄື​ຕາ​ທີ່​ຈ້ອງ​ເບິ່ງ​ຊື່​ດີ​ແລະ​ໃຫ້​ຄວາມ​ສົນ​ໃຈ​ກັບ​ສາຍ​ສຳພັນ​ກັບ​ພະເຈົ້າ​ເປັນ​ອັນ​ດັບ​ທຳອິດ. (ມັດທາຍ 5:3, ລ.ມ.; 6:22, 23, ລ.ມ.) ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ເຊື່ອ​ແທ້ໆບໍ​ໃນ​ສິ່ງ​ທີ່​ພະ​ເຍຊູ​ສອນ ຫລື​ວ່າ​ຂ້ອຍ​ໄດ້​ຮັບ​ອິດທິພົນ​ຈາກ “ພໍ່​ແຫ່ງ​ຄວາມ​ຕົວະ”? (ໂຢຮັນ 8:44) ຄຳ​ເວົ້າ ເປົ້າ​ຫມາຍ ລຳດັບ​ຄວາມ​ສຳຄັນ ແລະ​ແນວ​ທາງ​ຊີວິດ​ຂອງ​ຂ້ອຍ​ເຜີຍ​ໃຫ້​ເຫັນ​ຫຍັງ’?—ລືກາ 6:45; 21:34-36; 2 ໂຢຮັນ 6.

17. ຈົ່ງ​ບອກ​ປະໂຫຍດ​ບາງ​ຢ່າງ​ເຊິ່ງ​ຄົນ​ທີ່​ໃຫ້​ຕາ​ເບິ່ງ​ແຕ່​ສິ່ງ​ດຽວ​ໄດ້​ຮັບ.

17 ພະ​ເຍຊູ​ກ່າວ​ວ່າ ‘ສະຕິ​ປັນຍາ​ກໍ​ຖືກ​ເປີດ​ເຜີຍ​ໃຫ້​ເຫັນ​ເປັນ​ຈິງ ໂດຍ​ຜົນ​ຂອງ​ພະ​ປັນຍາ​ນັ້ນ.’ (ມັດທາຍ 11:19, ທ.ປ.) ຂໍ​ໃຫ້​ພິຈາລະນາ​ປະໂຫຍດ​ບາງ​ຢ່າງ​ເຊິ່ງ​ຄົນ​ທີ່​ໃຫ້​ຕາ​ຂອງ​ຕົນ​ເບິ່ງ​ແຕ່​ສິ່ງ​ດຽວ​ສະເຫມີ​ໄດ້​ຮັບ. ເຂົາ​ເຈົ້າ​ພົບ​ຄວາມ​ສົດ​ຊື່ນ​ແທ້​ໃນ​ວຽກ​ຮັບໃຊ້​ເລື່ອງ​ລາຊະອານາຈັກ. (ມັດທາຍ 11:29, 30) ເຂົາ​ເຈົ້າ​ຫລີກ​ລ່ຽງ​ຄວາມ​ກະວົນກະວາຍ​ເກີນ​ຄວນ​ແລະ​ນັ້ນ​ຈຶ່ງ​ປ້ອງກັນ​ຕົນ​ເອງ​ຈາກ​ຄວາມ​ທຸກ​ມາກ​ມາຍ​ທາງ​ຈິດ​ໃຈ​ແລະ​ທາງ​ອາລົມ. (1 ຕີໂມເຕ 6:9, 10) ເນື່ອງ​ຈາກ​ອີ່ມ​ໃຈ​ກັບ​ສິ່ງ​ຕ່າງໆທີ່​ມີ​ເທົ່າ​ທີ່​ຈຳເປັນ​ໃນ​ຊີວິດ ເຂົາ​ເຈົ້າ​ຈຶ່ງ​ມີ​ເວລາ​ຫລາຍ​ຂຶ້ນ​ໃຫ້​ກັບ​ຄອບຄົວ​ແລະ​ເພື່ອນ​ຄລິດສະຕຽນ. ຜົນ​ກໍ​ຄື​ເຂົາ​ເຈົ້າ​ອາດ​ນອນ​ຫລັບ​ດີ​ກວ່າ. (ຜູ້ເທສະໜາປ່າວປະກາດ 5:12) ເຂົາ​ເຈົ້າ​ປະສົບ​ຄວາມ​ຍິນດີ​ຫລາຍ​ຂຶ້ນ​ຈາກ​ການ​ໃຫ້ ບໍ່​ວ່າ​ໃນ​ວິທີ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້. (ກິດຈະການ 20:35) ແລະ​ເຂົາ​ເຈົ້າ “ມີ​ຄວາມ​ໄວ້​ໃຈ [“ຄວາມ​ຫວັງ,” ລ.ມ.] ເປັນ​ບໍລິບູນ” ແລະ​ມີ​ສັນຕິສຸກ​ພາຍ​ໃນ​ໃຈ​ແລະ​ມີ​ຄວາມ​ອີ່ມ​ອົກ​ອີ່ມ​ໃຈ. (ໂລມ 15:13; ມັດທາຍ 6:31, 32) ພະ​ພອນ​ເຫລົ່າ​ນີ້​ລໍ້າ​ຄ່າ​ແທ້ໆ!

ສວມ​ໃສ່ “ຍຸດທະພັນ​ຄົບ​ຊຸດ”

18. ຄຳພີ​ໄບເບິນ​ພັນລະນາ​ແນວ​ໃດ​ເຖິງ​ສັດຕູ​ຂອງ​ເຮົາ ວິທີ​ການ​ຂອງ​ມັນ ແລະ​ລັກສະນະ​ການ​ຕໍ່​ສູ້​ຂອງ​ເຮົາ?

18 ຜູ້​ທີ່​ຮັກສາ​ຕົວ​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ສະເຫມີ​ຍັງ​ໄດ້​ຮັບ​ການ​ປົກ​ປ້ອງ​ໃຫ້​ພົ້ນ​ຈາກ​ຊາຕານ​ເຊິ່ງ​ພະຍາຍາມ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊົາ​ຮັບໃຊ້​ພະເຈົ້າ. ຊາຕານ​ບໍ່​ພຽງ​ແຕ່​ຕ້ອງການ​ໃຫ້​ຄລິດສະຕຽນ​ຂາດ​ຄວາມ​ສຸກ​ເທົ່າ​ນັ້ນ ແຕ່​ບໍ່​ຕ້ອງການ​ໃຫ້​ໄດ້​ຮັບ​ຊີວິດ​ຕະຫລອດ​ໄປ​ນຳ​ອີກ. (1 ເປໂຕ 5:8) ໂປໂລ​ກ່າວ​ວ່າ “ການ​ເລວເສິກ [“ປໍ້າ​ສູ້,” ລ.ມ.] ຂອງ​ເຮົາ​ທັງ​ຫລາຍ​ບໍ່​ເປັນ​ຕໍ່​ສູ້​ເລືອດ​ແລະ​ເນື້ອ​ຫນັງ ແຕ່​ວ່າ​ຕໍ່​ສູ້​ເຈົ້ານາຍ​ຜູ້​ໃຫຍ່​ທັງ​ຫລາຍ ແລະ​ຕໍ່​ສູ້​ຜູ້​ມີ​ອຳນາດ​ທັງ​ຫລາຍ ແລະ​ຕໍ່​ສູ້​ຜູ້​ຄຸ້ມຄອງ​ທັງ​ຫລາຍ​ແຫ່ງ​ທີ່​ມືດ​ນີ້ ແລະ​ຕໍ່​ສູ້​ລິດເດດ ເປັນ​ວິນຍານ​ອັນ​ຊົ່ວ​ທີ່​ຢູ່​ໃນ​ຟ້າ​ອາກາດ.” (ເອເຟດ 6:12) ຄຳ​ວ່າ “ປໍ້າ​ສູ້” ຊີ້​ບອກ​ວ່າ​ການ​ຕໍ່​ສູ້​ຂອງ​ເຮົາ​ບໍ່​ໄດ້​ຢູ່​ໃນ​ໄລຍະ​ຫ່າງ​ຄື​ກັບ​ການ​ຕໍ່​ສູ້​ທີ່​ມີ​ບ່ອນ​ຫລົບ​ຊ້ອນ ແຕ່​ເປັນ​ການ​ຕໍ່​ສູ້​ແບບ​ໃກ້ໆຕົວ. ນອກ​ຈາກ​ນັ້ນ ວະລີ​ທີ່​ວ່າ “ເຈົ້ານາຍ​ຜູ້​ໃຫຍ່” “ຜູ້​ມີ​ອຳນາດ” ແລະ “ຜູ້​ຄຸ້ມຄອງ” ຊີ້​ບອກ​ວ່າ​ການ​ໂຈມຕີ​ທີ່​ມາ​ຈາກ​ແດນ​ຂອງ​ພວກ​ວິນຍານ​ມີ​ການ​ຈັດ​ລະບຽບ​ຢ່າງ​ດີ​ແລະ​ວາງ​ແຜນ​ໄວ້​ແລ້ວ.

19. ຈົ່ງ​ພັນລະນາ​ເຖິງ​ຍຸດທະພັນ​ຝ່າຍ​ວິນຍານ​ຄົບ​ຊຸດ​ຂອງ​ຄລິດສະຕຽນ.

19 ແນວ​ໃດ​ກໍ​ຕາມ ເຖິງ​ວ່າ​ຈະ​ເປັນ​ມະນຸດ​ທີ່​ມີ​ຂໍ້​ບົກ​ພ່ອງ​ແລະ​ມີ​ຂີດ​ຈຳກັດ ເຮົາ​ສາມາດ​ໄດ້​ຮັບ​ໄຊ​ຊະນະ. ໂດຍ​ວິທີ​ໃດ? ໂດຍ​ການ​ສວມ​ໃສ່ “ຍຸດທະພັນ​ຄົບ​ຊຸດ​ຂອງ​ພະເຈົ້າ.” (ເອເຟດ 6:13, ທ.ປ.) ເອເຟດ 6:14-18 ພັນລະນາ​ເຖິງ​ຍຸດທະພັນ​ດັ່ງ​ກ່າວ​ວ່າ “ເຫດ​ສັນນີ້​ທ່ານ​ທັງ​ຫລາຍ​ຈົ່ງ​ຢັ້ງຢືນ ເອົາ​ຄວາມ​ຈິງ​ຄາດ​ແອວ​ໄວ້ ແລະ​ເອົາ​ຄວາມ​ຊອບທຳ​ເປັນ​ເຄື່ອງ​ເຫລັກ​ອັດ​ປ້ອງ​ອົກ​ໄວ້ ແລະ​ຈົ່ງ​ເອົາ​ຄວາມ​ຈັດແຈ່ງ​ໃນ​ຄຳ​ປະເສີດ​ແຫ່ງ​ຄວາມ​ສຸກ​ສຳລານ​ເປັນ​ເກີບ​ສົບ​ໃສ່​ຕີນ. ແລະ​ຈະ​ຕື່ມ​ສິ່ງ​ທັງ​ຫລາຍ​ນັ້ນ​ອີກ ຈົ່ງ​ເອົາ​ຄວາມ​ເຊື່ອ​ເປັນ​ໂລ້ ດ້ວຍ​ໂລ້​ນັ້ນ​ທ່ານ​ທັງ​ຫລາຍ​ຈະ​ອາດ​ກະທຳ​ລູກ​ສອນ​ອັນ​ຕິດ​ໄຟ​ຂອງ​ຜູ້​ຮ້າຍ​ນັ້ນ​ໃຫ້​ມອດ​ເສຍ. ແລະ​ຈົ່ງ​ເອົາ​ຫມວກ​ເຫລັກ [ຫລື​ຄວາມ​ຫວັງ] ແຫ່ງ​ຄວາມ​ພົ້ນ​ສົບ​ຫົວ​ໄວ້​ດ້ວຍ ແລະ​ຈົ່ງ​ຖື​ດາບ​ຂອງ​ພະ​ວິນຍານ​ທີ່​ເປັນ​ພະ​ຄຳ​ຂອງ​ພະເຈົ້າ ແລະ​ອ້ອນ​ວອນ​ໃນ​ພະ​ວິນຍານ​ທຸກ​ເວລາ​ດ້ວຍ​ຄຳ​ອ້ອນ​ວອນ​ແລະ​ຄຳ​ວອນ​ຂໍ​ເຊີນ​ທຸກ​ຢ່າງ.”

20. ສະພາບການ​ຂອງ​ເຮົາ​ຕ່າງ​ຈາກ​ທະຫານ​ແທ້ໆແນວ​ໃດ?

20 ເນື່ອງ​ຈາກ​ເປັນ​ການ​ຈັດ​ຕຽມ​ຈາກ​ພະເຈົ້າ ຍຸດທະພັນ​ຝ່າຍ​ວິນຍານ​ທີ່​ຄົບ​ຊຸດ​ຈະ​ປົກ​ປ້ອງ​ເຮົາ​ໄວ້​ຢ່າງ​ແນ່ນອນ ຕາບ​ໃດ​ທີ່​ເຮົາ​ສວມ​ໃສ່​ຍຸດທະພັນ​ນັ້ນ​ຕະຫລອດ​ເວລາ. ບໍ່​ຄື​ກັບ​ທະຫານ​ແທ້ໆທີ່​ອາດ​ຈະ​ພັກ​ເປັນ​ເວລາ​ດົນ​ນານ​ລະຫວ່າງ​ການ​ສູ້​ຮົບ ຄລິດສະຕຽນ​ຢູ່​ໃນ​ການ​ຕໍ່​ສູ້​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ຄວາມ​ຕາຍ​ເຊິ່ງ​ຈະ​ຢຸດ​ພັກ​ບໍ່​ໄດ້ ຈົນ​ກວ່າ​ພະເຈົ້າ​ຈະ​ທຳລາຍ​ໂລກ​ຂອງ​ຊາຕານ​ແລະ​ຖິ້ມ​ກາຍ​ວິນຍານ​ຊົ່ວ​ທັງ​ຫມົດ​ລົງ​ໃນ​ເຫວ​ເລິກ. (ຄຳປາກົດ 12:17; 20:1-3) ດັ່ງ​ນັ້ນ ຢ່າ​ເລີກ​ລາ​ຖ້າ​ເຈົ້າ​ກຳລັງ​ຕໍ່​ສູ້​ກັບ​ຄວາມ​ອ່ອນແອ​ຫລື​ຄວາມ​ປາຖະຫນາ​ທີ່​ຜິດ ເພາະ​ເຮົາ​ທຸກ​ຄົນ​ຕ້ອງ “ທຸບ​ຕີ” ຕົວ​ເອງ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. (1 ໂກລິນໂທ 9:27, ລ.ມ.) ທີ່​ຈິງ ຕອນ​ທີ່​ເຮົາ​ບໍ່​ໄດ້​ປໍ້າ​ສູ້​ນັ້ນ​ແຫລະ​ທີ່​ເຮົາ​ຕ້ອງ​ເປັນ​ຫ່ວງ!

21. ເຮົາ​ຈະ​ໄດ້​ໄຊ​ຊະນະ​ໃນ​ການ​ຕໍ່​ສູ້​ທາງ​ຝ່າຍ​ວິນຍານ​ໂດຍ​ວິທີ​ໃດ​ເທົ່າ​ນັ້ນ?

21 ນອກ​ຈາກ​ນັ້ນ ເຮົາ​ບໍ່​ສາມາດ​ຊະນະ​ໃນ​ການ​ຕໍ່​ສູ້​ນີ້​ໄດ້​ດ້ວຍ​ກຳລັງ​ຂອງ​ເຮົາ​ເອງ. ດ້ວຍ​ເຫດ​ນີ້ ໂປໂລ​ເຕືອນ​ເຮົາ​ເຖິງ​ຄວາມ​ຈຳເປັນ​ທີ່​ຈະ​ອະທິດຖານ​ເຖິງ​ພະ​ເຢໂຫວາ “ໃນ​ພະ​ວິນຍານ​ທຸກ​ເວລາ.” ໃນ​ຂະນະ​ດຽວ​ກັນ ເຮົາ​ຄວນ​ຟັງ​ພະ​ເຢໂຫວາ​ໂດຍ​ການ​ສຶກສາ​ພະ​ຄຳ​ຂອງ​ພະອົງ​ແລະ​ຄົບຫາ​ກັບ​ເພື່ອນ “ທະຫານ” ໃນ​ທຸກ​ໂອກາດ ເນື່ອງ​ຈາກ​ເຮົາ​ບໍ່​ໄດ້​ຕໍ່​ສູ້​ຄົນ​ດຽວ! (ຟີເລໂມນ 2; ເຫບເລີ 10:24, 25) ຜູ້​ທີ່​ຮັກສາ​ຕົວ​ສັດ​ຊື່​ໃນ​ຂອບ​ເຂດ​ຕ່າງໆທີ່​ກ່າວ​ມາ​ແລ້ວ​ຈະ​ບໍ່​ພຽງ​ແຕ່​ໄດ້​ໄຊ​ຊະນະ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ຕົນ​ຢ່າງ​ເຂັ້ມແຂງ​ເມື່ອ​ປະເຊີນ​ການ​ຄັດ​ຄ້ານ.

ພ້ອມ​ສະເຫມີ​ທີ່​ຈະ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ

22, 23. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ກຽມ​ພ້ອມ​ຕະຫລອດ​ເວລາ​ເພື່ອ​ປົກ​ປ້ອງ​ຄວາມ​ເຊື່ອ ແລະ​ຄຳຖາມ​ອັນ​ໃດ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ? (ຂ) ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຕໍ່​ໄປ?

22 ພະ​ເຍຊູ​ກ່າວ​ວ່າ ‘ເພາະ​ທ່ານ​ບໍ່​ຢູ່​ຝ່າຍ​ໂລກ ໂລກ​ກຽດ​ຊັງ​ພວກ​ທ່ານ.’ (ໂຢຮັນ 15:19) ດັ່ງ​ນັ້ນ ຄລິດສະຕຽນ​ຕ້ອງ​ພ້ອມ​ສະເຫມີ​ທີ່​ຈະ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ຕົນ ແລະ​ເຮັດ​ເຊັ່ນ​ນັ້ນ​ດ້ວຍ​ທ່າທີ​ທີ່​ອ່ອນ​ໂຍນ​ແລະ​ສະແດງ​ຄວາມ​ນັບຖື. (1 ເປໂຕ 3:15) ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ເຂົ້າ​ໃຈ​ເຫດຜົນ​ທີ່​ວ່າ ບາງ​ເທື່ອ​ພະຍານ​ພະ​ເຢໂຫວາ​ຍຶດ​ຈຸດ​ຢືນ​ທີ່​ກົງ​ກັນ​ຂ້າມ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ສ່ວນ​ຫລາຍ​ບໍ? ເມື່ອ​ປະເຊີນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຍຶດ​ຢູ່​ຈຸດ​ຢືນ​ດັ່ງ​ກ່າວ ຂ້ອຍ​ຫມັ້ນ​ໃຈ​ຢ່າງ​ເຕັມທີ​ບໍ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ແລະ​ຊົນ​ຊັ້ນ​ຂ້າ​ໃຊ້​ຜູ້​ສັດ​ຊື່​ເວົ້າ​ນັ້ນ​ຖືກຕ້ອງ? (ມັດທາຍ 24:45; ໂຢຮັນ 17:17) ແລະ​ເມື່ອ​ຕ້ອງ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ ຂ້ອຍ​ບໍ່​ພຽງ​ແຕ່​ພ້ອມ​ທີ່​ຈະ​ແຕກຕ່າງ​ຈາກ​ຄົນ​ອື່ນ ແຕ່​ຍັງ​ພູມ​ໃຈ​ທີ່​ເປັນ​ເຊັ່ນ​ນັ້ນ​ບໍ?’—ຄຳເພງ 34:2; ມັດທາຍ 10:32, 33.

23 ຫລາຍ​ຄັ້ງ ຄວາມ​ປາຖະຫນາ​ຂອງ​ເຮົາ​ທີ່​ຈະ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ​ຖືກ​ທົດລອງ​ໃນ​ວິທີ​ທີ່​ແນບ​ນຽນ​ກວ່າ. ຕົວຢ່າງ ດັ່ງ​ທີ່​ກ່າວ​ມາ​ແລ້ວ ພະຍາມານ​ພະຍາຍາມ​ລໍ້​ລວງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃຫ້​ເຂົ້າ​ໄປ​ຫມົກມຸ້ນ​ກັບ​ໂລກ​ໂດຍ​ຄວາມ​ບັນເທີງ​ແບບ​ໂລກ. ເຮົາ​ຈະ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ​ເຊິ່ງ​ຈະ​ເຮັດ​ໃຫ້​ສົດ​ຊື່ນ​ແລະ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ​ໄດ້​ແນວ​ໃດ? ຈະ​ພິຈາລະນາ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

^ ຂໍ້ 3 ຕັ້ງ​ແຕ່​ວັນ​ເພນເຕກອດ​ປີ 33 ສ.ສ. ພະ​ຄລິດ​ໄດ້​ປະຕິບັດ​ຫນ້າທີ່​ໃນ​ຖານະ​ເປັນ​ກະສັດ​ຂອງ​ປະຊາຄົມ​ຂອງ​ພະອົງ​ເຊິ່ງ​ປະກອບ​ດ້ວຍ​ສາວົກ​ທີ່​ຖືກ​ເຈີມ​ເຊິ່ງ​ຢູ່​ແຜ່ນດິນ​ໂລກ. (ໂກໂລດ 1:13) ໃນ​ປີ 1914 ພະ​ຄລິດ​ໄດ້​ຮັບ​ສິດ​ອຳນາດ​ຖານະ​ກະສັດ​ເຫນືອ “ລາຊະອານາຈັກ​ຂອງ​ໂລກ.” ດ້ວຍ​ເຫດ​ນີ້ ໃນ​ຕອນ​ນີ້​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຈຶ່ງ​ຮັບໃຊ້​ໃນ​ຖານະ​ເປັນ​ລາຊະທູດ​ຂອງ​ລາຊະອານາຈັກ​ເມຊີ.—ຄຳປາກົດ 11:15, ລ.ມ.

^ ຂໍ້ 8 ເບິ່ງ​ປຶ້ມ​ການ​ຫາ​ເຫດຜົນ​ຈາກ​ພະ​ຄຳພີ (ພາສາ​ອັງກິດ) ຫນ້າ 389-393 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

^ ຂໍ້ 65 ເບິ່ງ​ພາກ​ຜະຫນວກ​ຫນ້າ 212-214.