ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 18

ຂ້ອຍ​ຄວນ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ຮັບ​ບັບເຕມາ​ບໍ?

ຂ້ອຍ​ຄວນ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ຮັບ​ບັບເຕມາ​ບໍ?

1. ຫຼັງ​ຈາກ​ທີ່​ໄດ້​ຮຽນ​ມາ​ຮອດ​ຕອນ​ນີ້ ເຈົ້າ​ອາດ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

ເຈົ້າ​ໄດ້​ຮຽນ​ຄວາມ​ຈິງ​ຫຼາຍ​ຢ່າງ​ຈາກ​ປຶ້ມ​ຫົວ​ນີ້​ແລ້ວ ເຊັ່ນ: ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ຊີວິດ​ຕະຫຼອດ​ໄປ ຕາຍ​ແລ້ວ​ເປັນ​ແນວ​ໃດ ແລະ​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. (ຜູ້​ເທສະໜາ​ປ່າວ​ປະກາດ 9:5; ລູກາ 23:43; ໂຢຮັນ 5:28, 29; ພະນິມິດ 21:3, 4) ເຈົ້າ​ອາດ​ເລີ່ມ​ໄປ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ​ແລ້ວ ແລະ​ເຊື່ອ​ວ່າ​ພວກ​ເຂົາ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ຖືກຕ້ອງ. (ໂຢຮັນ 13:35) ເຈົ້າ​ອາດ​ເລີ່ມ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ຕັດສິນ​ໃຈ​ແລ້ວ​ວ່າ​ຢາກ​ຮັບໃຊ້​ພະອົງ. ຕອນ​ນີ້​ເຈົ້າ​ອາດ​ຄິດ​ວ່າ ‘ຂ້ອຍ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຢາກ​ຮັບໃຊ້​ພະເຈົ້າ?’

2. ເປັນ​ຫຍັງ​ຜູ້​ຊາຍ​ຊາວ​ເອທິໂອເປຍ​ຈຶ່ງ​ຢາກ​ຮັບ​ບັບເຕມາ?

2 ຜູ້​ຊາຍ​ຊາວ​ເອທິໂອເປຍ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ສະໄໝ​ພະ​ເຢຊູ​ກໍ​ຄິດ​ແບບ​ນັ້ນ​ຄື​ກັນ. ບໍ່​ດົນ​ຫຼັງ​ຈາກ​ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ ຟີລິບ​ລູກສິດ​ຂອງ​ພະ​ເຢຊູ​ປະກາດ​ກັບ​ຜູ້​ຊາຍ​ຄົນ​ນີ້​ແລະ​ຊ່ວຍ​ລາວ​ໃຫ້​ເຫັນ​ຫຼັກ​ຖານ​ວ່າ​ພະ​ເຢຊູ​ແມ່ນ​ເມຊີອາ. ລາວ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ຈົນ​ເວົ້າ​ວ່າ: “ເບິ່ງ​ແມ້! ຢູ່​ນີ້​ມີ​ນ້ຳ ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?”—ກິດຈະການ 8:26-36

3. (ກ) ພະ​ເຢຊູ​ສັ່ງ​ໃຫ້​ລູກສິດ​ເຮັດ​ຫຍັງ? (ຂ) ການ​ຮັບ​ບັບເຕມາ​ຕ້ອງ​ເຮັດ​ແນວ​ໃດ?

3 ຄຳພີ​ໄບເບິນ​ສອນ​ຢ່າງ​ຈະ​ແຈ້ງ​ວ່າ​ຖ້າ​ເຈົ້າ​ຢາກ​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ຕ້ອງ​ຮັບ​ບັບເຕມາ. ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ.” (ມັດທາຍ 28:19) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ໃນ​ເລື່ອງ​ນີ້​ໂດຍ​ທີ່​ເພິ່ນ​ເອງ​ກໍ​ຮັບ​ບັບເຕມາ​ຄື​ກັນ. ເພິ່ນ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ ບໍ່​ພຽງ​ແຕ່​ເອົາ​ນ້ຳ​ມາ​ລູບ​ຫຼື​ຫົດ​ໃສ່​ຫົວ​ເທົ່າ​ນັ້ນ. (ມັດທາຍ 3:16) ທຸກ​ມື້​ນີ້​ກໍ​ຄື​ກັນ ເມື່ອ​ຄລິດສະຕຽນ​ຮັບ​ບັບເຕມາ ລາວ​ຕ້ອງ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ.

4. ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ຫຍັງ?

4 ການ​ຮັບ​ບັບເຕມາ​ເປັນ​ການ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ​ແລະ​ຢາກ​ຮັບໃຊ້​ພະອົງ​ແທ້ໆ. (ຄຳເພງ 40:7, 8) ແຕ່​ເຈົ້າ​ອາດ​ສົງໄສ​ວ່າ ‘ຂ້ອຍ​ຕ້ອງ​ເຮັດ​ແນວ​ໃດ​ຖ້າ​ຢາກ​ຮັບ​ບັບເຕມາ?’

ເຮົາ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ຄວາມ​ເຊື່ອ

5. (ກ) ເພື່ອ​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ກ່ອນ? (ຂ) ເປັນ​ຫຍັງ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ຈຶ່ງ​ສຳຄັນ?

5 ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກ່ອນ ແລະ​ເຈົ້າ​ກໍ​ໄດ້​ເຮັດ​ຂັ້ນ​ຕອນ​ນີ້​ແລ້ວ​ເມື່ອ​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ. (ອ່ານ​ໂຢຮັນ 17:3) ແຕ່​ເທົ່າ​ນີ້​ຍັງ​ບໍ່​ພໍ. ຄຳພີ​ໄບເບິນ​ບອກ​ວ່າ​ເຈົ້າ​ຕ້ອງ “ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ” ກ່ຽວ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. (ໂກໂລຊາຍ 1:9) ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້ຈັກ​ແລະ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ນີ້​ເປັນ​ເຫດຜົນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຈົ້າ​ຕ້ອງ​ປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ​ເປັນ​ປະຈຳ.—ເຮັບເຣີ 10:24, 25

ກ່ອນ​ຮັບ​ບັບເຕມາ​ເຈົ້າ​ຕ້ອງ​ຮຽນ​ຄຳພີ​ໄບເບິນ

6. ເຈົ້າ​ຕ້ອງ​ຮູ້​ເລື່ອງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ໜ້ອຍ​ສ່ຳ​ໃດ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້?

6 ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ເຈົ້າ​ຕ້ອງ​ຮູ້​ທຸກ​ຢ່າງ​ໃນ​ຄຳພີ​ໄບເບິນ​ກ່ອນ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້. ຄື​ກັບ​ທີ່​ພະອົງ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ຜູ້​ຊາຍ​ຊາວ​ເອທິໂອເປຍ​ຄົນ​ນັ້ນ​ຈະ​ຕ້ອງ​ຮູ້​ທຸກ​ຢ່າງ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ. (ກິດຈະການ 8:30, 31) ທີ່​ຈິງ ເຮົາ​ບໍ່​ມີ​ທາງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໄດ້​ທັງ​ໝົດ. (ຜູ້​ເທສະໜາ​ປ່າວ​ປະກາດ 3:11) ແຕ່​ກ່ອນ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ຮູ້​ແລະ​ຍອມ​ຮັບ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ.—ເຮັບເຣີ 5:12

7. ກ່ອນ​ທີ່​ຈະ​ຮັບ​ບັບເຕມາ​ເຈົ້າ​ຕ້ອງ​ມີ​ຫຍັງ​ອີກ? ແລະ​ການ​ຮຽນ​ຄຳພີ​ໄບເບິນ​ຊ່ວຍ​ເຈົ້າ​ແນວ​ໃດ?

7 ຄຳພີ​ໄບເບິນ​ບອກ​ວ່າ: “ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ທາງ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ໄດ້.” (ເຮັບເຣີ 11:6) ດັ່ງ​ນັ້ນ ກ່ອນ​ທີ່​ຈະ​ຮັບ​ບັບເຕມາ​ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ນຳ​ອີກ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ບາງ​ຄົນ​ໃນ​ເມືອງ​ໂກຣິນໂທ​ສະໄໝ​ກ່ອນ​ໄດ້​ຟັງ​ລູກສິດ​ຂອງ​ພະ​ເຢຊູ​ສອນ “ແລ້ວ​ກໍ​ເຊື່ອ​ແລະ​ຮັບ​ບັບເຕມາ.” (ກິດຈະການ 18:8) ຄ້າຍ​ຄື​ກັນ ການ​ຮຽນ​ຄຳພີ​ໄບເບິນ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ແລະ​ເຊື່ອ​ວ່າ​ຄ່າໄຖ່​ຂອງ​ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້.—ໂຢຊວຍ 23:14; ກິດຈະການ 4:12; 2 ຕີໂມທຽວ 3:16, 17

ບອກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ຮູ້

8. ເປັນ​ຫຍັງ​ເຈົ້າ​ຢາກ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ?

8 ເມື່ອ​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ແລະ​ເຫັນ​ວ່າ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ຊີວິດ​ເຈົ້າ​ດີ​ຂຶ້ນ ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ຈະ​ເພີ່ມ​ຂຶ້ນ. ເຈົ້າ​ຄື​ຊິ​ຢາກ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ. (ເຢເຣມີ 20:9; 2 ໂກຣິນໂທ 4:13) ແຕ່​ເຈົ້າ​ຈະ​ບອກ​ໃຜ​ໄດ້​ແດ່?

ເມື່ອ​ເຈົ້າ​ມີ​ຄວາມ​ເຊື່ອ​ເຈົ້າ​ກໍ​ຢາກ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ

9, 10. (ກ) ເຈົ້າ​ຈະ​ບອກ​ໃຜ​ໄດ້​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ? (ຂ) ເຈົ້າ​ຕ້ອງ​ເຮັດ​ແນວ​ໃດ​ຖ້າ​ຢາກ​ໄປ​ປະກາດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ?

9 ເຈົ້າ​ອາດ​ຢາກ​ບອກ​ຄົນ​ໃນ​ຄອບຄົວ ຍາດ​ພີ່ນ້ອງ ໝູ່​ຄູ່ ເພື່ອນ​ບ້ານ ຫຼື​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ. ດີ​ແລ້ວ​ທີ່​ເຈົ້າ​ຢາກ​ເຮັດ​ແບບ​ນັ້ນ ແຕ່​ເຈົ້າ​ຕ້ອງ​ເວົ້າ​ກັບ​ພວກ​ເຂົາ​ດີໆແລະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ວ່າ​ການ​ທີ່​ເຈົ້າ​ບອກ​ກໍ​ຍ້ອນ​ວ່າ​ຮັກ​ພວກ​ເຂົາ. ເມື່ອ​ເຈົ້າ​ຮູ້ສຶກ​ວ່າ​ພ້ອມ​ແລ້ວ​ທີ່​ຈະ​ໄປ​ປະກາດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ກໍ​ໃຫ້​ບອກ​ຄົນ​ທີ່​ສອນ​ຄຳພີ​ໄບເບິນ​ໃຫ້​ເຈົ້າ​ວ່າ​ເຈົ້າ​ຢາກ​ໄປ​ປະກາດ. ຖ້າ​ລາວ​ເຫັນ​ວ່າ​ເຈົ້າ​ພ້ອມ​ແລ້ວ​ແລະ​ໄດ້​ປ່ຽນ​ແປງ​ຊີວິດ​ໃຫ້​ກົງ​ກັບ​ມາດຕະຖານ​ໃນ​ຄຳພີ​ໄບເບິນ ຈາກ​ນັ້ນ​ເຈົ້າ​ກັບ​ລາວ​ຈະ​ໄປ​ລົມ​ກັບ​ຜູ້​ດູ​ແລ 2 ຄົນ.

10 ຜູ້​ດູ​ແລ​ຈະ​ລົມ​ຫຍັງ​ກັບ​ເຈົ້າ? ພວກ​ເຂົາ​ຈະ​ລົມ​ກັບ​ເຈົ້າ​ເພື່ອ​ເບິ່ງ​ວ່າ​ເຈົ້າ​ເຂົ້າ​ໃຈ​ແລະ​ເຊື່ອ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ຫຼື​ບໍ່ ເຈົ້າ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ຊີວິດ​ຫຼື​ບໍ່ ແລະ​ເຈົ້າ​ຢາກ​ເປັນ​ພະຍານ​ພະ​ເຢໂຫວາ​ແທ້ໆບໍ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຜູ້​ດູ​ແລ​ມີ​ໜ້າ​ທີ່​ເບິ່ງ​ແຍງ​ທຸກ​ຄົນ​ໃນ​ປະຊາຄົມ​ເຊິ່ງ​ລວມ​ເຖິງ​ເຈົ້າ​ນຳ. ດັ່ງ​ນັ້ນ ເຈົ້າ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ລົມ​ກັບ​ພວກ​ເຂົາ. (ກິດຈະການ 20:28; 1 ເປໂຕ 5:2, 3) ຫຼັງ​ຈາກ​ທີ່​ໄດ້​ລົມ​ກັບ​ຜູ້​ດູ​ແລ​ແລ້ວ ພວກ​ເຂົາ​ຈະ​ບອກ​ເຈົ້າ​ວ່າ​ເຈົ້າ​ພ້ອມ​ແທ້ໆບໍ​ທີ່​ຈະ​ໄປ​ປະກາດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ.

11. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຈົ້າ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ກ່ອນ​ຈະ​ໄປ​ປະກາດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ?

11 ຜູ້​ດູ​ແລ​ອາດ​ບອກ​ວ່າ​ຍັງ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ຕ້ອງ​ປ່ຽນ​ແປງ​ກ່ອນ​ທີ່​ຈະ​ໄປ​ປະກາດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ໄດ້. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຈົ້າ​ຕ້ອງ​ປ່ຽນ​ແປງ? ຍ້ອນ​ວ່າ​ເມື່ອ​ເຮົາ​ໄປ​ເວົ້າ​ກັບ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ ເຮົາ​ເປັນ​ຕົວ​ແທນ​ຂອງ​ພະອົງ​ແລະ​ເຮົາ​ຕ້ອງ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະອົງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນລະເສີນ.—1 ໂກຣິນໂທ 6:9, 10; ຄາລາເຕຍ 5:19-21

ກັບ​ໃຈ​ແລະ​ປ່ຽນ​ແປງ​ຊີວິດ​ໃໝ່

12. ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຕ້ອງ​ກັບ​ໃຈ?

12 ຍັງ​ມີ​ສິ່ງ​ອື່ນ​ອີກ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ​ໄດ້. ອັກຄະສາວົກ​ໂປໂລ​ບອກ​ວ່າ: “ໃຫ້​ກັບ​ໃຈ​ແລະ​ປ່ຽນ​ແປງ​ຊີວິດ​ໃໝ່ ເພື່ອ​ບາບ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ລົບ​ລ້າງ.” (ກິດຈະການ 3:19) ການ​ກັບ​ໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຈົ້າ​ຮູ້ສຶກ​ເສຍໃຈ​ແທ້ໆກັບ​ຄວາມ​ຜິດ​ທຸກ​ຢ່າງ​ທີ່​ເຄີຍ​ເຮັດ. ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ເຄີຍ​ໃຊ້​ຊີວິດ​ແບບ​ຜິດສິນລະທຳ​ທາງ​ເພດ ເຈົ້າ​ຕ້ອງ​ກັບ​ໃຈ ແລະ​ເຖິງ​ເຈົ້າ​ຈະ​ຄິດ​ວ່າ​ຕະຫຼອດ​ຊີວິດ​ທີ່​ຜ່ານ​ມາ​ເຈົ້າ​ບໍ່​ເຄີຍ​ເຮັດ​ຫຍັງ​ຜິດ ເຈົ້າ​ກໍ​ຍັງ​ຕ້ອງ​ກັບ​ໃຈ ເພາະ​ເຮົາ​ທຸກ​ຄົນ​ມີ​ບາບ​ມາ​ຕັ້ງ​ແຕ່​ເກີດ​ແລະ​ຕ້ອງ​ຂໍ​ພະເຈົ້າ​ໃຫ້​ອະໄພ​ເຮົາ.—ໂຣມ 3:23; 5:12

13. ການ “ປ່ຽນ​ແປງ​ຊີວິດ​ໃໝ່” ໝາຍ​ຄວາມ​ວ່າ​ແນວ​ໃດ?

13 ພຽງ​ແຕ່​ຮູ້ສຶກ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ໄດ້​ເຮັດ​ກໍ​ພໍ​ແລ້ວ​ບໍ? ຍັງ​ບໍ່​ພໍ. ເປໂຕ​ບອກ​ວ່າ​ເຈົ້າ​ຕ້ອງ “ປ່ຽນ​ແປງ​ຊີວິດ​ໃໝ່” ນຳ​ອີກ. ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ເຊົາ​ໃຊ້​ຊີວິດ​ແບບ​ຜິດໆ ແລະ​ຕັ້ງ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ເຈົ້າ​ຈະ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເພື່ອ​ໃຫ້​ເຂົ້າ​ໃຈ​ແຈ້ງ​ຂຶ້ນ ລອງ​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຂັບ​ລົດ​ໄປ​ບ່ອນ​ໜຶ່ງ​ທີ່​ບໍ່​ເຄີຍ​ໄປ​ຈັກ​ເທື່ອ ເມື່ອ​ຂັບ​ລົດ​ໄປ​ໄດ້​ໄລຍະ​ໜຶ່ງ​ເຈົ້າ​ກໍ​ຮູ້ສຶກ​ວ່າ​ໄປ​ຜິດ​ທາງ. ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ຈະ​ຂັບ​ລົດ​ຊ້າ​ລົງ ແລ້ວ​ກໍ​ຈອດ ຈາກ​ນັ້ນ​ກໍ​ລ້ຽວ​ກັບ ແລ້ວ​ຂັບ​ລົດ​ໄປ​ຕາມ​ເສັ້ນ​ທາງ​ໃໝ່​ທີ່​ຖືກຕ້ອງ. ຄ້າຍ​ຄື​ກັນ ເມື່ອ​ເຈົ້າ​ຮຽນ​ຄຳພີ​ໄບເບິນ ເຈົ້າ​ອາດ​ຮູ້​ວ່າ​ຍັງ​ມີ​ນິດໄສ​ບາງ​ຢ່າງ​ທີ່​ຕ້ອງ​ປ່ຽນ​ແປງ​ຫຼື​ຍັງ​ເຮັດ​ຜິດ​ບາງ​ຢ່າງ​ຢູ່. ດັ່ງ​ນັ້ນ ໃຫ້​ພະຍາຍາມ “ປ່ຽນ​ແປງ​ຊີວິດ​ໃໝ່” ໂດຍ​ການ​ກັບ​ຕົວ​ກັບ​ໃຈ​ແລະ​ຕັ້ງ​ໃຈ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ.

ການ​ອຸທິດ​ຕົວ

ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ​ບໍ ໂດຍ​ສັນຍາ​ວ່າ​ຈະ​ຮັບໃຊ້​ພະອົງ?

14. ເຈົ້າ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ໂດຍ​ເຮັດ​ແນວ​ໃດ?

14 ຂັ້ນ​ຕອນ​ສຳຄັນ​ອີກ​ຂັ້ນ​ຕອນ​ໜຶ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຈະ​ຮັບ​ບັບເຕມາ​ແມ່ນ​ການ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ. ເຈົ້າ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ບອກ​ພະອົງ​ວ່າ ເຈົ້າ​ສັນຍາ​ວ່າ​ຈະ​ນະມັດສະການ​ພະອົງ​ເທົ່າ​ນັ້ນ​ແລະ​ຈະ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະອົງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຈົ້າ.—ລູກາ 4:8

15, 16. ອັນ​ໃດ​ຈະ​ກະຕຸ້ນ​ເຮົາ​ໃຫ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ?

15 ການ​ສັນຍາ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ອົງ​ດຽວ​ເທົ່າ​ນັ້ນ​ກໍ​ຄື​ກັບ​ການ​ສັນຍາ​ວ່າ ຕັ້ງ​ແຕ່​ນີ້​ຕໍ່​ໄປ​ເຈົ້າ​ຈະ​ໃຊ້​ຊີວິດ​ທີ່​ເຫຼືອ​ກັບ​ຄົນ​ທີ່​ເຈົ້າ​ຮັກ. ລອງ​ນຶກ​ພາບ​ຜູ້​ຊາຍ​ກັບ​ຜູ້​ຍິງ​ທີ່​ກຳລັງ​ຄົບຫາ​ເບິ່ງ​ໃຈ​ກັນ. ເມື່ອ​ລາວ​ຮູ້ຈັກ​ຜູ້​ຍິງ​ຄົນ​ນັ້ນ​ຫຼາຍ​ເທົ່າ​ໃດ ລາວ​ກໍ​ແຮ່ງ​ຮັກ​ຜູ້​ຍິງ​ຄົນ​ນັ້ນ​ຫຼາຍ​ຂຶ້ນ​ແລະ​ຢາກ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຄົນ​ນັ້ນ ເຖິງ​ລາວ​ຈະ​ຮູ້​ວ່າ​ນີ້​ເປັນ​ການ​ຕັດສິນ​ໃຈ​ຄັ້ງ​ໃຫຍ່​ໃນ​ຊີວິດ ແລະ​ລາວ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ຕັດສິນ​ໃຈ​ຄັ້ງ​ນີ້ ແຕ່​ລາວ​ກໍ​ເຕັມ​ໃຈ​ຍ້ອນ​ລາວ​ຮັກ​ຜູ້​ຍິງ​ຄົນ​ນັ້ນ.

16 ເມື່ອ​ເຈົ້າ​ໄດ້​ຮູ້ຈັກ​ພະ​ເຢໂຫວາ ເຈົ້າ​ກໍ​ຈະ​ຮັກ​ພະອົງ​ແລະ​ຢາກ​ຮັບໃຊ້​ພະອົງ​ໃຫ້​ດີ​ທີ່​ສຸດ. ຄວາມ​ຮູ້ສຶກ​ນີ້​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ອຸທິດ​ຕົວ​ໂດຍ​ການ​ອະທິດຖານ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ເຈົ້າ​ຈະ​ຮັບໃຊ້​ພະອົງ. ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ຢາກ​ຕິດ​ຕາມ​ພະ​ເຢຊູ​ຕ້ອງ “ເຊົາ​ໃຊ້​ຊີວິດ​ເພື່ອ​ຕົວ​ເອງ.” (ມາຣະໂກ 8:34) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ໃຫ້​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ສຳຄັນ​ຫຼາຍ​ກວ່າ​ເປົ້າ​ໝາຍ​ໃນ​ຊີວິດ​ຂອງ​ເຈົ້າ​ຫຼື​ຄວາມ​ຕ້ອງການ​ຂອງ​ເຈົ້າ​ເອງ.—ອ່ານ 1 ເປໂຕ 4:2

ຢ່າ​ຢ້ານ​ວ່າ​ຈະ​ເຮັດ​ບໍ່​ໄດ້

17. ເປັນ​ຫຍັງ​ບາງ​ຄົນ​ບໍ່​ກ້າ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ?

17 ບາງ​ຄົນ​ບໍ່​ກ້າ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ຍ້ອນ​ຢ້ານ​ວ່າ​ຈະ​ຮັບໃຊ້​ພະອົງ​ຕາມ​ທີ່​ສັນຍາ​ໄວ້​ບໍ່​ໄດ້. ພວກ​ເຂົາ​ບໍ່​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ຜິດ​ຫວັງ ຫຼື​ພວກ​ເຂົາ​ອາດ​ຄິດ​ວ່າ​ຖ້າ​ບໍ່​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ພວກ​ເຂົາ​ກໍ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ຫຍັງ​ຕໍ່​ພະອົງ.

18. ເປັນ​ຫຍັງ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຜິດ​ຫວັງ?

18 ຖ້າ​ເຈົ້າ​ຮັກ​ພະ​ເຢໂຫວາ ເຈົ້າ​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮັກສາ​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ພະອົງ ແລະ​ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ພະອົງ​ຜິດ​ຫວັງ. (ຜູ້​ເທສະໜາ​ປ່າວ​ປະກາດ 5:4; ໂກໂລຊາຍ 1:10) ນອກ​ຈາກ​ນັ້ນ ເຈົ້າ​ຈະ​ບໍ່​ຄິດ​ວ່າ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ຍາກ​ເກີນ​ໄປ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ການ​ຮັກ​ພະເຈົ້າ​ໝາຍ​ເຖິງ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ ແລະ​ຄຳ​ສັ່ງ​ຂອງ​ພະອົງ​ບໍ່​ຍາກ​ເກີນ​ໄປ.”—1 ໂຢຮັນ 5:3

19. ເປັນ​ຫຍັງ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ?

19 ເຈົ້າ​ບໍ່​ຕ້ອງ​ຖ້າ​ໃຫ້​ຕົວ​ເອງ​ດີ​ພ້ອມ​ທຸກ​ຢ່າງ​ກ່ອນ ແລ້ວ​ຈຶ່ງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ. ພະອົງ​ບໍ່​ເຄີຍ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. (ຄຳເພງ 103:14) ພະອົງ​ສັນຍາ​ວ່າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ເອຊາອີ 41:10) ຂໍ​ໃຫ້​ເຈົ້າ​ວາງໃຈ​ໃນ​ພະ​ເຢໂຫວາ​ສຸດ​ຫົວໃຈ ແລະ “ພະອົງ​ຈະ​ເຮັດ​ໃຫ້​ຊີວິດ​ລາບ​ລື່ນ.”—ສຸພາສິດ 3:5, 6, ລ.ມ.

ການ​ປະກາດ​ຢ່າງ​ເປີດ​ເຜີຍ​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ແລ້ວ

20. ຫຼັງ​ຈາກ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ ຂັ້ນ​ຕອນ​ຕໍ່​ໄປ​ແມ່ນ​ຫຍັງ?

20 ເຈົ້າ​ຄິດ​ວ່າ​ເຈົ້າ​ພ້ອມ​ຈະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ​ບໍ? ຫຼັງ​ຈາກ​ທີ່​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ ເຈົ້າ​ກໍ​ພ້ອມ​ສຳລັບ​ຂັ້ນ​ຕອນ​ຕໍ່​ໄປ ນັ້ນ​ແມ່ນ​ການ​ຮັບ​ບັບເຕມາ.

21, 22. ເຈົ້າ​ຈະ “ປະກາດ​ຄວາມ​ເຊື່ອ​ດ້ວຍ​ປາກ​ຢ່າງ​ເປີດ​ເຜີຍ” ຕອນ​ໃດ?

21 ຖ້າ​ເຈົ້າ​ຢາກ​ຮັບ​ບັບເຕມາ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ຕ້ອງ​ໄປ​ບອກ​ຜູ້​ປະສານ​ງານ​ຄະນະ​ຜູ້​ດູ​ແລ​ໃນ​ປະຊາຄົມ​ຂອງ​ເຈົ້າ​ວ່າ ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ​ແລະ​ຢາກ​ຮັບ​ບັບເຕມາ. ຈາກ​ນັ້ນ ລາວ​ຈະ​ໃຫ້​ຜູ້​ດູ​ແລ​ບາງ​ຄົນ​ທົບ​ທວນ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ກັບ​ເຈົ້າ. ຖ້າ​ພວກ​ເຂົາ​ເຫັນ​ວ່າ​ເຈົ້າ​ພ້ອມ​ແລ້ວ ພວກ​ເຂົາ​ຈະ​ບອກ​ວ່າ​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້​ໃນ​ການ​ປະຊຸມ​ໃຫຍ່​ຄັ້ງ​ຕໍ່​ໄປ. ຢູ່​ການ​ປະຊຸມ​ໃຫຍ່​ຈະ​ມີ​ຄຳ​ບັນລະຍາຍ​ທີ່​ອະທິບາຍ​ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ ແລະ​ຜູ້​ບັນລະຍາຍ​ຈະ​ຖາມ​ຄຳຖາມ 2 ຂໍ້​ກັບ​ຄົນ​ທີ່​ຈະ​ຮັບ​ບັບເຕມາ. ຕອນ​ທີ່​ເຈົ້າ​ຕອບ​ຄຳຖາມ ເຈົ້າ​ກໍ​ກຳລັງ “ປະກາດ​ຄວາມ​ເຊື່ອ​ດ້ວຍ​ປາກ​ຢ່າງ​ເປີດ​ເຜີຍ.”—ໂຣມ 10:10

22 ຫຼັງ​ຈາກ​ນັ້ນ​ເຈົ້າ​ກໍ​ຈະ​ຮັບ​ບັບເຕມາ. ເຈົ້າ​ຈະ​ຖືກ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ. ການ​ຮັບ​ບັບເຕມາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ເຫັນ​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ ແລະ​ຕອນ​ນີ້​ເຈົ້າ​ກໍ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ.

ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ

23. ການ​ຮັບ​ບັບເຕມາ “ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ພະອົງ ແລະ​ໃນ​ນາມ​ພະລັງ​ບໍລິສຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ?

23 ພະ​ເຢຊູ​ບອກ​ວ່າ​ລູກສິດ​ຂອງ​ເພິ່ນ​ຕ້ອງ​ຮັບ​ບັບເຕມາ “ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ພະອົງ ແລະ​ໃນ​ນາມ​ພະລັງ​ບໍລິສຸດ.” (ອ່ານ​ມັດທາຍ 28:19) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຈົ້າ​ຍອມ​ຮັບ​ອຳນາດ​ຂອງ​ພະ​ເຢໂຫວາ ຍອມ​ຮັບ​ວ່າ​ພະ​ເຢຊູ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳເລັດ ແລະ​ຍອມ​ຮັບ​ວ່າ​ພະລັງ​ບໍລິສຸດ​ເປັນ​ພະລັງ​ທີ່​ພະເຈົ້າ​ໃຊ້​ເພື່ອ​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ຕາມ​ທີ່​ພະອົງ​ຕ້ອງການ.—ຄຳເພງ 83:18; ມັດທາຍ 28:18; ຄາລາເຕຍ 5:22, 23; 2 ເປໂຕ 1:21

ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຢາກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ

24, 25. (ກ) ສິ່ງ​ທີ່​ເຮັດ​ຕອນ​ຮັບ​ບັບເຕມາ​ມີ​ຄວາມ​ໝາຍ​ແນວ​ໃດ? (ຂ) ໃນ​ບົດ​ສຸດ​ທ້າຍ​ເຮົາ​ຈະ​ເວົ້າ​ເລື່ອງ​ຫຍັງ?

24 ສິ່ງ​ທີ່​ເຮັດ​ຕອນ​ຮັບ​ບັບເຕມາ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ບາງ​ຢ່າງ​ນຳ​ອີກ. ການ​ທີ່​ເຈົ້າ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ​ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ຕາຍ​ຫຼື​ປະ​ຖິ້ມ​ຮູບ​ແບບ​ຊີວິດ​ເກົ່າ​ແລ້ວ. ເມື່ອ​ເຈົ້າ​ຂຶ້ນ​ມາ​ຈາກ​ນ້ຳ​ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ຊີວິດ​ໃໝ່​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ຕັ້ງ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ. ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ເຈົ້າ​ບໍ່​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ມະນຸດ ອົງກອນ​ຫຼື​ວຽກ​ງານ​ໃດໆ ແຕ່​ເຈົ້າ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ.

25 ການ​ອຸທິດ​ຕົວ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ເລື້ອຍໆ. (ຄຳເພງ 25:14) ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເມື່ອ​ຮັບ​ບັບເຕມາ​ແລ້ວ​ເຈົ້າ​ຈະ​ລອດ​ໂດຍ​ອັດຕະໂນມັດ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຂໍ​ໃຫ້​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ນັບຖື​ແລະ​ຄວາມ​ຢຳເກງ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ.” (ຟີລິບປອຍ 2:12) ການ​ຮັບ​ບັບເຕມາ​ເປັນ​ພຽງ​ຂັ້ນ​ຕອນ​ເລີ່ມ​ຕົ້ນ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ. ແຕ່​ເຈົ້າ​ຈະ​ເຮັດ​ໃຫ້​ຕົວ​ເອງ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ​ໄດ້​ແນວ​ໃດ? ບົດ​ສຸດ​ທ້າຍ​ຈະ​ໃຫ້​ຄຳຕອບ​ໃນ​ເລື່ອງ​ນີ້.