ບົດທີ 19
ໃກ້ຊິດແລະສະໜິດກັບພະເຢໂຫວາສະເໝີ
1, 2. ໃນທຸກມື້ນີ້ ເຮົາຈະຊອກຫາທີ່ເພິ່ງໄດ້ຈາກໃສ?
ລອງນຶກພາບວ່າເຈົ້າກຳລັງຍ່າງຢູ່ທາງນອກ. ທັນໃດນັ້ນຟ້າກໍມືດຄຶ້ມ ແລ້ວກໍມີຟ້າແມບຟ້າຮ້ອງ ຈາກນັ້ນພາຍຸຝົນຫ່າໃຫຍ່ກໍເທລົງມາ. ເຈົ້າຟ້າວແລ່ນຊອກຫາບ່ອນລີ້ຝົນ ແລ້ວກໍເຫັນບ່ອນໜຶ່ງທີ່ຈະລີ້ຝົນໄດ້. ເຈົ້າຄືຊິດີໃຈຫຼາຍທີ່ໄດ້ລີ້ພາຍຸຝົນໃນບ່ອນທີ່ປອດໄພແບບນີ້!
2 ຄ້າຍຄືກັນ ເຮົາມີຊີວິດຢູ່ໃນໂລກທີ່ສະພາບການຮ້າຍແຮງຂຶ້ນເລື້ອຍໆ. ເຈົ້າອາດສົງໄສວ່າ: ‘ຂ້ອຍຈະຊອກຫາທີ່ເພິ່ງໄດ້ຈາກໃສ?’ ຜູ້ຂຽນຄຳເພງຂຽນວ່າ: “ຂ້ອຍຈະເວົ້າກັບພະເຢໂຫວາວ່າ ‘ພະອົງເປັນທີ່ຫຼົບໄພແລະເປັນປ້ອມປາການຂອງຂ້ອຍ ເປັນພະເຈົ້າຂອງຂ້ອຍທີ່ຂ້ອຍວາງໃຈ.’” (ຄຳເພງ 91:2, ລ.ມ.) ເຖິງວ່າເຮົາຕ້ອງເຈິກັບບັນຫາຫຼາຍຢ່າງໃນຕອນນີ້ ແຕ່ພະເຢໂຫວາເປັນທີ່ເພິ່ງໃຫ້ເຮົາໄດ້ ແລະພະອົງຍັງໃຫ້ເຮົາມີຄວາມຫວັງທີ່ດີເລີດໃນອະນາຄົດນຳອີກ.
3. ເຮົາຈະໃຫ້ພະເຢໂຫວາເປັນທີ່ເພິ່ງຂອງເຮົາໄດ້ແນວໃດ?
3 ພະເຢໂຫວາເປັນທີ່ເພິ່ງໃຫ້ເຮົາແນວໃດ? ພະອົງສາມາດຊ່ວຍເຮົາໃຫ້ຮັບມືກັບບັນຫາຕ່າງໆໄດ້ ແລະພະອົງມີລິດເດດຫຼາຍກວ່າຄົນໃດໆຫຼືສິ່ງໃດໆກໍຕາມທີ່ອາດພະຍາຍາມທຳຮ້າຍເຮົາ. ເຖິງວ່າຕອນນີ້ຈະມີເລື່ອງທີ່ບໍ່ດີເກີດຂຶ້ນກັບເຮົາ ແຕ່ເຮົາໝັ້ນໃຈໄດ້ວ່າໃນອະນາຄົດພະເຢໂຫວາຈະແກ້ໄຂຄວາມເສຍຫາຍນັ້ນ. ເພື່ອຈະໄດ້ຮັບຄວາມຊ່ວຍເຫຼືອແລະໃຫ້ພະອົງເປັນທີ່ເພິ່ງຂອງເຮົາໃນໄລຍະທີ່ເຈິຄວາມຫຍຸ້ງຍາກລຳບາກ ເຮົາຕ້ອງໃກ້ຊິດແລະສະໜິດກັບພະເຢໂຫວາສະເໝີ. ຄຳພີໄບເບິນກະຕຸ້ນເຮົາວ່າຕ້ອງ “ເຮັດໃຫ້ພະເຈົ້າຮັກພວກເຈົ້າຢູ່ສະເໝີ.” (ຢູດາ 21) ແຕ່ເຮົາຈະໃກ້ຊິດແລະສະໜິດກັບພະອົງໄດ້ແນວໃດ?
ເຫັນຄຸນຄ່າຄວາມຮັກຂອງພະເຈົ້າ
4, 5. ພະເຢໂຫວາສະແດງຄວາມຮັກຕໍ່ເຮົາແນວໃດແດ່?
4 ເພື່ອຈະໃກ້ຊິດແລະສະໜິດກັບພະເຢໂຫວາ ເຮົາຕ້ອງຄິດຢູ່ສະເໝີວ່າພະອົງຮັກເຮົາຫຼາຍສ່ຳໃດ. ລອງຄິດເຖິງທຸກສິ່ງທີ່ພະເຢໂຫວາເຮັດເພື່ອເຮົາແມ້. ພະອົງໃຫ້ເຮົາຢູ່ໃນໂລກທີ່ສວຍງາມເຊິ່ງເຕັມໄປດ້ວຍພືດພັນແລະສັດຫຼາກຫຼາຍຊະນິດ ໃຫ້ເຮົາມີອາຫານທີ່ແຊບໆກິນແລະມີນ້ຳທີ່ສະອາດດື່ມ. ພະເຢໂຫວາຍັງໃຫ້ເຮົາມີຄຳພີໄບເບິນເຊິ່ງບອກເຮົາໃຫ້ຮູ້ຊື່ຂອງພະອົງແລະຄຸນລັກສະນະທີ່ດີເລີດຂອງພະອົງ. ສຳຄັນທີ່ສຸດ ພະອົງຮັກເຮົາຫຼາຍຈົນເຖິງຂັ້ນສົ່ງພະເຢຊູລູກທີ່ພະອົງຮັກທີ່ສຸດມາໃນໂລກເພື່ອສະລະຊີວິດໃຫ້ເຮົາ. (ໂຢຮັນ 3:16) ຍ້ອນການເສຍສະລະນີ້ແຫຼະເຮົາຈຶ່ງມີຄວາມຫວັງທີ່ດີເລີດໃນອະນາຄົດ.
5 ພະເຢໂຫວາຕັ້ງການປົກຄອງທີ່ຢູ່ໃນສະຫວັນ ລັດຖະບານນີ້ປົກຄອງໂດຍເມຊີອາຫຼືພະເຢຊູຄລິດ. ອີກບໍ່ດົນລັດຖະບານນີ້ຈະເຮັດໃຫ້ຄວາມທຸກລຳບາກຕ່າງໆໝົດໄປແລະຈະເຮັດໃຫ້ໂລກກາຍເປັນສວນທີ່ສວຍງາມ. ທຸກຄົນຈະຢູ່ຢ່າງປອດໄພແລະມີຄວາມສຸກຕະຫຼອດໄປ. (ຄຳເພງ 37:29) ອີກວິທີໜຶ່ງທີ່ສະແດງວ່າພະເຢໂຫວາຮັກເຮົາກໍຄື ພະອົງສອນເຮົາໃຫ້ຮູ້ວິທີໃຊ້ຊີວິດໃນແບບທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້ໃນຕອນນີ້. ພະອົງຍັງເຊີນເຮົາໃຫ້ອະທິດຖານເຖິງພະອົງນຳອີກ ແລະພະອົງກໍພ້ອມຈະຟັງເຮົາສະເໝີ. ເຮົາເຫັນໄດ້ວ່າພະເຢໂຫວາຮັກເຮົາທຸກຄົນແທ້ໆ.
6. ເຈົ້າຈະສະແດງແນວໃດວ່າເຫັນຄຸນຄ່າຄວາມຮັກຂອງພະເຢໂຫວາ?
6 ເຈົ້າຈະເຮັດແນວໃດທີ່ສະແດງວ່າເຫັນຄຸນຄ່າຄວາມຮັກຂອງພະເຢໂຫວາ? ເຈົ້າຕ້ອງສະແດງໃຫ້ພະອົງເຫັນວ່າເຈົ້າຂອບໃຈສຳລັບທຸກສິ່ງທີ່ພະອົງເຮັດເພື່ອເຈົ້າ. ແຕ່ໜ້າເສຍດາຍ ຜູ້ຄົນຈຳນວນຫຼາຍໃນທຸກມື້ນີ້ບໍ່ສຳນຶກບຸນຄຸນພະເຢໂຫວາ. ຕອນທີ່ພະເຢຊູຢູ່ໃນໂລກ ຫຼາຍຄົນກໍບໍ່ສຳນຶກບຸນຄຸນເພິ່ນຄືກັນ ເຊັ່ນ: ຕອນທີ່ພະເຢຊູປິ່ນປົວຄົນທີ່ເປັນຂີ້ທູດ 10 ຄົນໃຫ້ເຊົາ ມີແຕ່ຄົນດຽວທີ່ກັບມາຂອບໃຈເພິ່ນ. (ລູກາ 17:12-17) ເຮົາຢາກເປັນຄືຄົນທີ່ກັບມາຂອບໃຈພະເຢຊູ. ດັ່ງນັ້ນ ເຮົາຈຶ່ງຢາກຂອບໃຈພະເຢໂຫວາສະເໝີສຳລັບທຸກສິ່ງທີ່ພະອົງເຮັດເພື່ອເຮົາ.
7. ເຮົາຄວນຮັກພະເຢໂຫວາຫຼາຍສ່ຳໃດ?
ມັດທາຍ 22:37) ນີ້ໝາຍຄວາມວ່າແນວໃດ?
7 ນອກຈາກນັ້ນ ເຮົາຕ້ອງສະແດງໃຫ້ເຫັນວ່າເຮົາຮັກພະເຢໂຫວານຳອີກ. ພະເຢຊູບອກລູກສິດຂອງເພິ່ນວ່າພວກເຂົາຕ້ອງຮັກພະເຢໂຫວາສຸດຫົວໃຈ ສຸດຊີວິດ ແລະສຸດຄວາມຄິດ. (ອ່ານ8, 9. ເຮົາຈະເຮັດແນວໃດເພື່ອໃຫ້ພະເຢໂຫວາເຫັນວ່າເຮົາຮັກພະອົງ?
8 ພຽງແຕ່ບອກວ່າເຮົາຮັກພະເຢໂຫວາກໍພໍແລ້ວບໍ? ຍັງບໍ່ພໍ. ຖ້າເຮົາຮັກພະເຢໂຫວາສຸດຫົວໃຈ ສຸດຊີວິດ ແລະສຸດຄວາມຄິດຂອງເຮົາ ເຮົາກໍຈະສະແດງໃຫ້ເຫັນໂດຍສິ່ງທີ່ເຮົາເຮັດ. (ມັດທາຍ 7:16-20) ຄຳພີໄບເບິນສອນຢ່າງຊັດເຈນວ່າ ຖ້າເຮົາຮັກພະເຈົ້າ ເຮົາຈະເຊື່ອຟັງຄຳສັ່ງຂອງພະອົງ ແລະເຮົາທຸກຄົນກໍເຮັດໄດ້ເພາະ “ຄຳສັ່ງຂອງພະອົງບໍ່ຍາກເກີນໄປ.”—ອ່ານ 1 ໂຢຮັນ 5:3
9 ເມື່ອເຮົາເຊື່ອຟັງພະເຢໂຫວາ ເຮົາກໍຈະມີຊີວິດທີ່ມີຄວາມສຸກແລະອີ່ມໃຈພໍໃຈ. (ເອຊາອີ 48:17, 18) ຕອນນີ້ ໃຫ້ເຮົາມາເບິ່ງວ່າເຮົາຈະສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ.
ສະໜິດກັບພະເຢໂຫວາຫຼາຍຂຶ້ນເລື້ອຍໆ
10. ເປັນຫຍັງເຈົ້າຄວນຮຽນຮູ້ກ່ຽວກັບພະເຢໂຫວາຕໍ່ໆໄປ?
10 ເຈົ້າມາເປັນໝູ່ກັບພະເຢໂຫວາໄດ້ແນວໃດ? ເມື່ອຮຽນຄຳພີໄບເບິນເຈົ້າກໍເລີ່ມຮູ້ຈັກພະເຢໂຫວາແລະຄ່ອຍໆສະໜິດກັບພະອົງຫຼາຍຂຶ້ນ. ລອງນຶກພາບກ່ຽວກັບກອງໄຟ ຖ້າເຈົ້າຢາກໃຫ້ໄຟລຸກຢູ່ຕະຫຼອດເວລາ ເຈົ້າກໍຕ້ອງເອົາຟືນໃສ່ເປັນໄລຍະໆ. ຖ້າບໍ່ເອົາຟືນໃສ່ ໄຟກໍຈະຄ່ອຍໆມອດ. ສາຍສຳພັນຂອງເຈົ້າກັບພະເຢໂຫວາກໍເປັນຄືກັບກອງໄຟ ເຈົ້າຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາຕໍ່ໆໄປ. ເມື່ອເຈົ້າຮຽນຮູ້ກ່ຽວກັບພະອົງ ເຈົ້າກໍແຮ່ງຈະສະໜິດກັບພະອົງຫຼາຍຂຶ້ນເລື້ອຍໆ.—ສຸພາສິດ 2:1-5
11. ຖ້າເຈົ້າຮຽນຄຳພີໄບເບິນຕໍ່ໄປເລື້ອຍໆ ເຈົ້າຈະຮູ້ສຶກແນວໃດ?
11 ເມື່ອເຈົ້າຮຽນຄຳພີໄບເບິນຕໍ່ໄປເລື້ອຍໆ ເຈົ້າກໍຈະຮູ້ອີກຫຼາຍສິ່ງທີ່ເຮັດໃຫ້ເຈົ້າປະທັບໃຈຫຼາຍ. ຕອນທີ່ພະເຢຊູອະທິບາຍຄຳພະຍາກອນໃນຄຳພີໄບເບິນໃຫ້ລູກສິດສອງຄົນຟັງ ຂໍໃຫ້ສັງເກດວ່າພວກເຂົາຮູ້ສຶກແນວໃດ? ພວກເຂົາເວົ້າວ່າ: “ສົມພໍດອກ ພວກເຮົາຈຶ່ງຮູ້ສຶກປະທັບໃຈແທ້ໆຕອນທີ່ເພິ່ນເວົ້າລູກາ 24:32
ກັບພວກເຮົາໃນຂະນະທີ່ເດີນທາງ ແລະຕອນທີ່ເພິ່ນອະທິບາຍໃຫ້ພວກເຮົາເຂົ້າໃຈຂໍ້ພະຄຳພີຢ່າງລະອຽດ.”—12, 13. (ກ) ອາດເກີດຫຍັງຂຶ້ນກັບຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາ? (ຂ) ເຮົາຕ້ອງເຮັດຫຍັງເພື່ອບໍ່ໃຫ້ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຫຼຸດໜ້ອຍລົງ?
12 ຕອນທີ່ເຈົ້າເລີ່ມເຂົ້າໃຈຄຳພີໄບເບິນ ເຈົ້າຮູ້ສຶກປະທັບໃຈຫຼາຍຄືກັບລູກສິດສອງຄົນນັ້ນ. ຄວາມຮູ້ສຶກແບບນັ້ນແຫຼະທີ່ເຮັດໃຫ້ເຈົ້າຢາກຮຽນຮູ້ກ່ຽວກັບພະເຢໂຫວາແລະຮັກພະອົງ. ແຕ່ຄວາມຮັກຂອງເຈົ້າທີ່ມີຕໍ່ພະເຢໂຫວາອາດຫຼຸດໜ້ອຍລົງໄດ້. ແນ່ນອນ ເຈົ້າຄືຊິບໍ່ຢາກໃຫ້ເລື່ອງແບບນີ້ເກີດຂຶ້ນ.—ມັດທາຍ 24:12
13 ເມື່ອເຈົ້າໄດ້ມາເປັນໝູ່ກັບພະເຈົ້າແລ້ວ ເຈົ້າຕ້ອງພະຍາຍາມບໍ່ໃຫ້ຄວາມຮັກທີ່ເຈົ້າມີຕໍ່ພະອົງຫຼຸດໜ້ອຍລົງ. ເຈົ້າຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາແລະພະເຢຊູຕໍ່ໄປເລື້ອຍໆ ແລະຕ້ອງຄິດກ່ຽວກັບສິ່ງທີ່ໄດ້ຮຽນ ແລະຄິດນຳວ່າຈະເອົາສິ່ງນັ້ນໄປໃຊ້ໃນຊີວິດແນວໃດ. (ໂຢຮັນ 17:3) ເມື່ອເຈົ້າອ່ານຫຼືສຶກສາຄຳພີໄບເບິນໃຫ້ຖາມຕົວເອງວ່າ: ‘ເລື່ອງນີ້ສອນຫຍັງຂ້ອຍກ່ຽວ ກັບພະເຢໂຫວາ? ມີເຫດຜົນຫຍັງແດ່ທີ່ຂ້ອຍຄວນຮັກພະອົງຢ່າງສຸດຫົວໃຈແລະສຸດຊີວິດ?’—1 ຕີໂມທຽວ 4:15
14. ການອະທິດຖານຈະຊ່ວຍເຮົາໃຫ້ຮັກແລະສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
14 ຖ້າເຈົ້າມີໝູ່ທີ່ຮັກແລະລົມກັນທຸກໆມື້ ເຈົ້າກໍຈະສະໜິດກັນຫຼາຍຂຶ້ນ. ຄ້າຍຄືກັນ ຖ້າເຈົ້າອະທິດຖານເວົ້າລົມກັບພະເຢໂຫວາທຸກໆມື້ ເຈົ້າກໍຈະຮັກແລະສະໜິດກັບພະອົງຫຼາຍຂຶ້ນ. (ອ່ານ 1 ເທຊະໂລນິກ 5:17) ການອະທິດຖານເປັນຂອງຂວັນທີ່ດີເລີດທີ່ເຮົາໄດ້ຮັບຈາກພະເຈົ້າຜູ້ເປັນພໍ່ໃນສະຫວັນ. ດັ່ງນັ້ນ ເຮົາຄວນເວົ້າລົມກັບພະອົງເລື້ອຍໆ. (ຄຳເພງ 62:8) ເຮົາບໍ່ຄວນອະທິດຖານແບບທ່ອງເອົາ ແຕ່ເຮົາຄວນບອກພະອົງວ່າເຮົາຄິດແນວໃດແລະຮູ້ສຶກຈັ່ງໃດ. ຖ້າເຮົາຮຽນຄຳພີໄບເບິນຕໍ່ໄປເລື້ອຍໆແລະອະທິດຖານຈາກໃຈຈິງ ເຮົາກໍຈະຮັກແລະສະໜິດກັບພະເຢໂຫວາຫຼາຍຂຶ້ນ.
ບອກຄົນອື່ນເລື່ອງພະເຢໂຫວາ
15, 16. ເຈົ້າຮູ້ສຶກແນວໃດຕໍ່ວຽກປະກາດ?
15 ຖ້າເຮົາຢາກໃກ້ຊິດແລະສະໜິດກັບພະເຢໂຫວາສະເໝີ ເຮົາກໍຕ້ອງບອກຄົນອື່ນກ່ຽວກັບສິ່ງທີ່ເຮົາຮຽນໃນຄຳພີໄບເບິນ. ເປັນສິດທິພິເສດແທ້ໆທີ່ເຮົາໄດ້ຮັບໃຊ້ພະເຢໂຫວາໂດຍເວົ້າກັບຄົນອື່ນເລື່ອງພະອົງ. (ລູກາ 1:74) ພະເຢຊູມອບໜ້າທີ່ນີ້ໃຫ້ຄລິດສະຕຽນແທ້ທຸກຄົນ ເຮົາທຸກຄົນຈຶ່ງຄວນປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ. ເຈົ້າໄປປະກາດແລ້ວບໍ?—ມັດທາຍ 24:14; 28:19, 20
16 ອັກຄະສາວົກໂປໂລຖືວ່າວຽກປະກາດເປັນວຽກທີ່ “ພິເສດ” ແລະ “ມີຄ່າ.” (2 ໂກຣິນໂທ 4:7) ການບອກຄົນອື່ນກ່ຽວກັບພະເຢໂຫວາແລະຄວາມຕ້ອງການຂອງພະອົງເປັນວຽກສຳຄັນທີ່ສຸດທີ່ເຈົ້າຈະເຮັດໄດ້. ນີ້ເປັນວິທີທີ່ເຈົ້າຈະຮັບໃຊ້ພະເຢໂຫວາ ແລະພະອົງກໍເຫັນຄ່າສິ່ງທີ່ເຈົ້າເຮັດເພື່ອພະອົງ. (ເຮັບເຣີ 6:10) ການປະກາດຍັງເປັນປະໂຫຍດທັງຕໍ່ຕົວເຈົ້າເອງແລະຄົນທີ່ຟັງເຈົ້າ ເພາະຈະຊ່ວຍເຈົ້າແລະຄົນອື່ນໆໃຫ້ໃກ້ຊິດກັບພະເຢໂຫວາແລະໄດ້ ຮັບຊີວິດຕະຫຼອດໄປ. (ອ່ານ 1 ໂກຣິນໂທ 15:58) ມີວຽກຫຍັງອີກບໍທີ່ຈະເຮັດໃຫ້ເຈົ້າມີຄວາມສຸກຫຼາຍກວ່າວຽກນີ້?
17. ເປັນຫຍັງການປະກາດຈຶ່ງເປັນວຽກທີ່ຮີບດ່ວນ?
17 ວຽກປະກາດເປັນວຽກທີ່ຮີບດ່ວນຫຼາຍ ເຮົາຄວນ “ປະກາດຖ້ອຍຄຳຂອງພະເຈົ້າຢ່າງຈິງຈັງ.” (2 ຕີໂມທຽວ 4:2) ຜູ້ຄົນຈຳເປັນຕ້ອງໄດ້ຍິນເລື່ອງການປົກຄອງຂອງພະເຈົ້າ. ຄຳພີໄບເບິນບອກວ່າ: “ວັນໃຫຍ່ຂອງເຮົາເຢໂຫວາໃກ້ເຂົ້າມາແລ້ວ! ມັນໃກ້ຫຼາຍແລະໃກ້ຈະເຖິງຢູ່ແລ້ວ!” ອະວະສານຂອງໂລກ “ຈະເກີດຂຶ້ນແນ່ນອນ ຈະບໍ່ຊ້າເກີນໄປ.” (ໂຊໂຟນີ 1:14, ລ.ມ.; ຫາບາກຸກ 2:3, ລ.ມ.) ອີກບໍ່ດົນພະເຢໂຫວາຈະທຳລາຍໂລກຊົ່ວຂອງຊາຕານ ແລະກ່ອນທີ່ເຫດການນີ້ຈະເກີດຂຶ້ນ ເຮົາຕ້ອງໄປເຕືອນຜູ້ຄົນເພື່ອພວກເຂົາຈະໄດ້ເລືອກຮັບໃຊ້ພະເຢໂຫວາ.
18. ເປັນຫຍັງເຮົາຄວນນະມັດສະການພະເຢໂຫວາຮ່ວມກັບຄລິດສະຕຽນແທ້ຄົນອື່ນໆ?
18 ພະເຢໂຫວາຢາກໃຫ້ເຮົານະມັດສະການພະອົງຮ່ວມກັບຄລິດສະຕຽນແທ້ຄົນອື່ນໆ. ຄຳພີໄບເບິນບອກວ່າ: “ໃຫ້ພວກເຮົາສົນໃຈກັນ ເພື່ອພວກເຮົາຈະກະຕຸ້ນກັນໃຫ້ມີຄວາມຮັກແລະເຮັດຄວາມດີ ຢ່າຂາດການປະຊຸມຄືກັບທີ່ຫຼາຍຄົນເຮັດເປັນນິດໄສ ແຕ່ໃຫ້ກຳລັງໃຈກັນ ແລະເຮັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນເມື່ອເຫັນວ່າວັນນັ້ນໃກ້ຈະມາຮອດແລ້ວ.” (ເຮັບເຣີ 10:24, 25) ເຮົາຄວນພະຍາຍາມເຕັມທີເພື່ອຈະເຂົ້າຮ່ວມການປະຊຸມທຸກລາຍການ. ການປະຊຸມເຮັດໃຫ້ເຮົາມີໂອກາດໃຫ້ກຳລັງໃຈແລະເສີມຄວາມເຊື່ອຂອງກັນແລະກັນ.
19. ອັນໃດຈະຊ່ວຍເຮົາໃຫ້ຮັກພີ່ນ້ອງຮ່ວມຄວາມເຊື່ອ?
19 ເມື່ອໄປປະຊຸມ ເຈົ້າຈະເຈິໝູ່ດີໆທີ່ຊ່ວຍເຈົ້າໃຫ້ນະມັດສະການພະເຢໂຫວາ. ເຈົ້າຈະເຈິພີ່ນ້ອງຊາຍຍິງຫຼາຍຄົນທີ່ມີພູມຫຼັງແລະນິດໄສໃຈຄໍທີ່ແຕກຕ່າງກັນເຊິ່ງພະຍາຍາມເຕັມທີເພື່ອຈະນະມັດສະການພະເຢໂຫວາຄືກັນກັບເຈົ້າ. ພວກເຂົາບໍ່ແມ່ນຄົນສົມບູນແບບ ແລະບາງຄັ້ນກໍເຮັດຜິດພາດຄືກັບເຈົ້າ. ດັ່ງນັ້ນ ຖ້າພວກເຂົາເຮັດຜິດພາດເຈົ້າກໍຄວນຍົກໂທດໃຫ້ພວກເຂົາ. (ອ່ານໂກໂລຊາຍ 3:13) ພະຍາຍາມເບິ່ງຈຸດດີຂອງພີ່ນ້ອງຮ່ວມຄວາມເຊື່ອຢູ່ສະເໝີ ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ຮັກພວກເຂົາແລະໃກ້ຊິດພະເຢໂຫວາຫຼາຍຂຶ້ນ.
ຊີວິດແທ້
20, 21. “ຊີວິດແທ້” ແມ່ນຊີວິດແບບໃດ?
20 ພະເຢໂຫວາຢາກໃຫ້ໝູ່ທຸກຄົນຂອງພະອົງມີຊີວິດທີ່ດີທີ່ສຸດ. ຄຳພີໄບເບິນສອນວ່າ ຊີວິດຂອງເຮົາໃນອະນາຄົດຈະແຕກຕ່າງຫຼາຍແທ້ໆກັບຊີວິດໃນຕອນນີ້.
21 ໃນອະນາຄົດ ເຮົາຈະມີຊີວິດຢູ່ບໍ່ພຽງແຕ່ 70 ຫຼື 80 ປີ ແຕ່ເຮົາຈະມີຊີວິດຕະຫຼອດໄປ. “ຊີວິດຕະຫຼອດໄປ” ແມ່ນ “ຊີວິດແທ້” ທີ່ບອກໄວ້ໃນຄຳພີໄບເບິນ ເຊິ່ງເປັນຊີວິດທີ່ສົມບູນແບບ ບໍ່ເຈັບປ່ວຍ ມີຄວາມສຸກ ແລະມີຄວາມສະຫງົບສຸກຢູ່ໃນສວນທີ່ສວຍງາມ. ເພື່ອເຮົາຈະມີຊີວິດແທ້ທີ່ພະເຢໂຫວາສັນຍາໄວ້ ເຮົາຕ້ອງເຮັດທຸກສິ່ງທີ່ເຮັດໄດ້ຕັ້ງແຕ່ຕອນນີ້ເພື່ອຈະ “ຍຶດໝັ້ນກັບຄວາມຫວັງເລື່ອງຊີວິດຕະຫຼອດໄປ.”—1 ຕີໂມທຽວ 6:12, 19
22. (ກ) ເຮົາຈະ “ຍຶດໝັ້ນກັບຄວາມຫວັງເລື່ອງຊີວິດຕະຫຼອດໄປ” ໄດ້ແນວໃດ? (ຂ) ເຮົາຈະໄດ້ຮັບຊີວິດແທ້ດ້ວຍຄວາມສາມາດຂອງເຮົາເອງບໍ?
22 ເຮົາຈະ “ຍຶດໝັ້ນກັບຄວາມຫວັງເລື່ອງຊີວິດຕະຫຼອດໄປ” ໄດ້ແນວໃດ? ເຮົາຕ້ອງ “ເຮັດຄວາມດີຫຼາຍໆ.” (1 ຕີໂມທຽວ 6:18) ນີ້ໝາຍຄວາມວ່າ ເຮົາຕ້ອງເອົາສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນໄປໃຊ້ໃນຊີວິດ. ແຕ່ຢ່າລືມວ່າ ຊີວິດແທ້ທີ່ເຮົາຈະໄດ້ຮັບບໍ່ໄດ້ມາຈາກຄວາມສາມາດຂອງເຮົາເອງ. ບໍ່ວ່າຈະເຮັດດີສ່ຳໃດ ເຮົາກໍບໍ່ສົມຄວນກັບຊີວິດແທ້. ຊີວິດແທ້ເປັນຂອງຂວັນທີ່ພະເຢໂຫວາໃຫ້ເຮົາ ເພາະພະອົງມີ “ຄວາມກະລຸນາທີ່ຍິ່ງໃຫຍ່.” (ໂຣມ 5:15) ພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນຢາກໃຫ້ຊີວິດແທ້ກັບທຸກຄົນທີ່ຮັບໃຊ້ພະອົງຢ່າງສັດຊື່.
23. ເປັນຫຍັງເຈົ້າຕ້ອງເລືອກທາງທີ່ຖືກຕ້ອງຕັ້ງແຕ່ຕອນນີ້?
23 ຂໍໃຫ້ເຈົ້າຖາມຕົວເອງວ່າ ‘ຂ້ອຍນະມັດສະການພະເຈົ້າໃນແບບທີ່ພະອົງຍອມຮັບບໍ?’ ຖ້າເຈົ້າເຫັນວ່າມີບາງຢ່າງທີ່ຕ້ອງປ່ຽນແປງ ເຈົ້າຄວນເຮັດທັນທີ. ເລື່ອງນີ້ສຳຄັນຫຼາຍເພາະຖ້າເຈົ້າວາງໃຈໃນພະເຢໂຫວາແລະເຮັດທຸກສິ່ງທີ່ເຮັດໄດ້ເພື່ອເຊື່ອຟັງພະອົງ ພະອົງກໍຈະເປັນທີ່ເພິ່ງຂອງເຈົ້າ. ພະເຢໂຫວາຈະເບິ່ງແຍງແລະປົກປ້ອງຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງໃນໄລຍະສະໄໝສຸດ
ທ້າຍຂອງໂລກຊົ່ວຂອງຊາຕານ. ຫຼັງຈາກນັ້ນ ພະເຢໂຫວາຈະໃຫ້ເຮົາໄດ້ຢູ່ໃນສວນທີ່ສວຍງາມຕະຫຼອດໄປຢ່າງແນ່ນອນຕາມທີ່ພະອົງສັນຍາໄວ້. ເຈົ້າຈະມີຊີວິດແທ້ໄດ້ຖ້າເຈົ້າເລືອກທາງທີ່ຖືກຕ້ອງຕັ້ງແຕ່ຕອນນີ້!