ບົດທີ 13
ເຫັນຄຸນຄ່າຊີວິດທີ່ເປັນຂອງຂວັນຈາກພະເຈົ້າ
1. ໃຜເປັນຜູ້ໃຫ້ຊີວິດເຮົາ?
ພະເຢໂຫວາ “ເປັນພະເຈົ້າຜູ້ມີຊີວິດຢູ່.” (ເຢເຣມີ 10:10, ລ.ມ.) ພະອົງເປັນຜູ້ສ້າງແລະໃຫ້ຊີວິດເຮົາ. ຄຳພີໄບເບິນບອກວ່າ: “ພະອົງໄດ້ສ້າງທຸກສິ່ງ ທຸກສິ່ງມີຢູ່ແລະຖືກສ້າງຕາມຄວາມຕ້ອງການຂອງພະອົງ.” (ພະນິມິດ 4:11) ພະເຢໂຫວາຢາກໃຫ້ເຮົາມີຊີວິດ ແລະຊີວິດກໍເປັນຂອງຂວັນທີ່ມີຄ່າຫຼາຍຈາກພະອົງ.—ອ່ານກິດຈະການ 17:24, 25
2. ເຮົາຈະມີຄວາມສຸກແທ້ໃນຊີວິດໄດ້ແນວໃດ?
2 ພະເຢໂຫວາໃຫ້ທຸກສິ່ງທີ່ຈຳເປັນເພື່ອເຮົາຈະມີຊີວິດຢູ່ໄດ້ ເຊັ່ນ: ໃຫ້ມີອາຫານແລະນ້ຳ. (ກິດຈະການ 17:28) ບໍ່ພຽງແຕ່ເທົ່ານັ້ນ ພະອົງຢາກໃຫ້ເຮົາມີຄວາມສຸກກັບຊີວິດນຳອີກ. (ກິດຈະການ 14:15-17) ເພື່ອເຮົາຈະມີຄວາມສຸກແທ້ໃນຊີວິດ ເຮົາຕ້ອງເຊື່ອຟັງກົດໝາຍຂອງພະເຈົ້າ.—ເອຊາອີ 48:17, 18
ພະເຈົ້າຖືວ່າຊີວິດເປັນແນວໃດ?
3. ພະເຢໂຫວາເຮັດຫຍັງເມື່ອກາອິນຂ້າອາເບັນ?
3 ຄຳພີໄບເບິນສອນວ່າຊີວິດຂອງເຮົາແລະຂອງຄົນອື່ນມີຄ່າຫຼາຍສຳລັບພະເຢໂຫວາ. ຕົວຢ່າງເຊັ່ນ: ອາດາມກັບເອວາມີລູກຊື່ກາອິນແລະອາເບັນ ຕອນທີ່ກາອິນໃຈຮ້າຍໃຫ້ອາເບັນ ພະເຢໂຫວາເຕືອນກາອິນວ່າໃຫ້ຄວບຄຸມຄວາມໃຈຮ້າຍ. ແຕ່ກາອິນບໍ່ຟັງ ລາວໃຈຮ້າຍຫຼາຍຈົນລົງມື “ທຳຮ້າຍແລະຂ້າອາເບັນນ້ອງຂອງຕົວເອງ.” (ຕົ້ນເດີມ 4:3-8, ລ.ມ.) ພະເຢໂຫວາໄດ້ລົງໂທດກາອິນທີ່ຂ້າອາເບັນ. (ຕົ້ນເດີມ 4:9-13) ດັ່ງນັ້ນ ຄວາມໃຈຮ້າຍແລະຄວາມກຽດຊັງເປັນອັນຕະລາຍຫຼາຍ ເພາະສາມາດເຮັດໃຫ້ເຮົາກາຍເປັນ ຄົນໃຈຄໍໂຫດຫ້ຽມແລະໃຊ້ຄວາມຮຸນແຮງເຊິ່ງຄົນແບບນັ້ນຈະບໍ່ໄດ້ຮັບຊີວິດຕະຫຼອດໄປ. (ອ່ານ 1 ໂຢຮັນ 3:15) ຖ້າເຮົາຢາກເຮັດໃຫ້ພະເຢໂຫວາພໍໃຈ ເຮົາຕ້ອງຮຽນຮູ້ທີ່ຈະຮັກທຸກຄົນ.—1 ໂຢຮັນ 3:11, 12
4. ກົດໝາຍຂໍ້ໜຶ່ງໃນບັນຍັດ 10 ຂໍ້ທີ່ພະເຈົ້າໃຫ້ຊາວອິດສະຣາເອນສອນຫຍັງເຮົາກ່ຽວກັບຄວາມສຳຄັນຂອງຊີວິດ?
4 ຫຼາຍພັນປີຕໍ່ມາ ພະເຢໂຫວາໃຫ້ບັນຍັດ 10 ຂໍ້ແກ່ໂມເຊ ເຊິ່ງຊ່ວຍເຮົາໃຫ້ຮູ້ວ່າພະອົງຍັງເຫັນວ່າຊີວິດມີຄ່າ. ໃນບັນຍັດນັ້ນມີກົດໝາຍຂໍ້ໜຶ່ງທີ່ບອກວ່າ: “ຢ່າຂ້າຄົນ.” (ພະບັນຍັດ 5:17) ຖ້າຜູ້ໃດຂ້າຄົນໂດຍເຈຕະນາ ລາວກໍຕ້ອງຖືກຂ້າຄືກັນ.
5. ພະເຈົ້າຮູ້ສຶກແນວໃດຕໍ່ການເອົາລູກອອກ?
5 ພະເຈົ້າຮູ້ສຶກແນວໃດຕໍ່ການເອົາລູກອອກ? ແມ່ນແຕ່ຊີວິດຂອງລູກອ່ອນທີ່ຢູ່ໃນທ້ອງກໍມີຄ່າສຳລັບພະເຢໂຫວາ. ພະເຢໂຫວາບອກໃນກົດໝາຍທີ່ພະອົງໃຫ້ຊາດອິດສະຣາເອນວ່າ ຖ້າໃຜເຮັດໃຫ້ຜູ້ຍິງທີ່ຖືພາບາດເຈັບຈົນເຮັດໃຫ້ລາວຫຼຸລູກ ຄົນນັ້ນຈະຕ້ອງຖືກຂ້າ. ກົດໝາຍນັ້ນບອກວ່າ “ຖ້າມີຄົນຕໍ່ສູ້ກັນ ແລະບັງເອີນໄປຖືກຜູ້ຍິງຖືພາຈົນເດັກໃນທ້ອງເກີດກ່ອນກຳນົດ ແຕ່ແມ່ກັບລູກບໍ່ເຖິງຕາຍ ຄົນທີ່ເຮັດຜິດຈະຕ້ອງຈ່າຍຄ່າເສຍຫາຍຕາມທີ່ສາມີຂອງລາວຈະຮຽກຮ້ອງ ແຕ່ຕ້ອງໃຫ້ຜູ້ພິພາກສາເຫັນຊອບດ້ວຍ. ແຕ່ຖ້າເຖິງຕາຍ ຕ້ອງໃຫ້ຊີວິດແທນຊີວິດ.” (ອົບພະຍົບ 21:22, 23, ລ.ມ.; ຄຳເພງ 127:3) ເລື່ອງນີ້ສອນເຮົາວ່າການເອົາລູກອອກເປັນສິ່ງທີ່ຜິດ.—ເບິ່ງຄຳອະທິບາຍເພີ່ມເຕີມ 28
6, 7. ເຮົາຈະເຮັດໃຫ້ພະເຢໂຫວາເຫັນໄດ້ແນວໃດວ່າຊີວິດມີຄ່າສຳລັບເຮົາ?
6 ເຮົາຈະເຮັດໃຫ້ພະເຢໂຫວາເຫັນໄດ້ແນວໃດວ່າຊີວິດຂອງເຮົາແລະຂອງຄົນອື່ນມີຄ່າ? ໂດຍທີ່ເຮົາບໍ່ເຮັດສິ່ງໃດກໍຕາມທີ່ເປັນອັນຕະລາຍຕໍ່ຊີວິດຂອງເຮົາແລະຂອງຄົນອື່ນ. ດັ່ງນັ້ນ ເຮົາຈຶ່ງບໍ່ສູບຢາ ບໍ່ຄ້ຽວໝາກ ແລະບໍ່ໃຊ້ຢາເສບຕິດ ເພາະສິ່ງເຫຼົ່ານີ້ເປັນອັນຕະລາຍຕໍ່ຊີວິດແລະອາດເຮັດໃຫ້ເຮົາຕາຍໄດ້.
7 ຊີວິດແລະຮ່າງກາຍມາຈາກພະເຈົ້າ ເຮົາຄວນໃຊ້ຊີວິດໃນແບບທີ່ໂຣມ 6:19; 12:1; 2 ໂກຣິນໂທ 7:1) ພະເຢໂຫວາເປັນຜູ້ໃຫ້ຊີວິດເຮົາ ພະອົງຈະບໍ່ຍອມຮັບການນະມັດສະການຂອງເຮົາຖ້າເຮົາບໍ່ໄດ້ຖືວ່າຊີວິດມີຄ່າ. ດັ່ງນັ້ນ ເມື່ອເຮົາຖືວ່າຊີວິດມີຄ່າ ເຮົາກໍຈະພະຍາຍາມເຊົານິດໄສທີ່ບໍ່ດີບາງຢ່າງ ເຖິງວ່າການເຮັດແບບນັ້ນເປັນເລື່ອງຍາກຫຼາຍ ແຕ່ພະເຢໂຫວາຈະຊ່ວຍຖ້າເຮົາພະຍາຍາມແທ້ໆ.
ພະອົງຢາກໃຫ້ເຮົາໃຊ້. ດັ່ງນັ້ນ ເຮົາຕ້ອງເບິ່ງແຍງຮ່າງກາຍຂອງເຮົາໃຫ້ດີ ຖ້າບໍ່ເຮັດແນວນັ້ນ ເຮົາຈະເປັນຄົນທີ່ບໍ່ສະອາດໃນສາຍຕາຂອງພະເຈົ້າ. (8. ເຮົາຕ້ອງເຮັດຫຍັງເພື່ອບໍ່ໃຫ້ຊີວິດຂອງເຮົາຫຼືຂອງຄົນອື່ນຕົກຢູ່ໃນອັນຕະລາຍ?
8 ເຮົາໄດ້ຮຽນວ່າຊີວິດເປັນຂອງຂວັນທີ່ມາຈາກພະເຈົ້າ. ພະເຢໂຫວາໝັ້ນໃຈວ່າເຮົາຈະພະຍາຍາມເຕັມທີເພື່ອບໍ່ໃຫ້ຊີວິດຂອງເຮົາຫຼືຂອງຄົນອື່ນຕົກຢູ່ໃນອັນຕະລາຍ. ເຮົາຄວນຂັບລົດໃຫຍ່ ລົດຈັກ ຫຼືຍານພາຫະນະອື່ນໆດ້ວຍຄວາມລະມັດລະວັງ ແລະຫຼີກລ່ຽງກິລາທີ່ສ່ຽງອັນຕະລາຍ. (ຄຳເພງ 11:5) ນອກຈາກນັ້ນ ເຮົາຄວນເບິ່ງແຍງເຮືອນຂອງເຮົາໃຫ້ເປັນບ່ອນທີ່ປອດໄພນຳອີກ. ພະເຢໂຫວາສັ່ງຊາວອິດສະຣາເອນວ່າ: “ເມື່ອສ້າງເຮືອນໃໝ່ ເຈົ້າຈະຕ້ອງເຮັດແນວກັ້ນຮອບດາດຟ້າປ້ອງກັນບໍ່ໃຫ້ຄົນຕົກລົງໄປ ເພື່ອເຈົ້າແລະຄອບຄົວຈະໄດ້ບໍ່ມີຄວາມຜິດຖານຂ້າຄົນ.”—ພະບັນຍັດ 22:8, ລ.ມ.
9. ເຮົາຄວນເຮັດແນວໃດເພື່ອສະແດງວ່າຊີວິດສັດມີຄ່າ?
9 ຊີວິດຂອງສັດກໍສຳຄັນຕໍ່ພະເຢໂຫວາຄືກັນ. ພະອົງອະນຸຍາດໃຫ້ຂ້າສັດເພື່ອເປັນອາຫານແລະເຄື່ອງນຸ່ງຫົ່ມ ແລະຖ້າສັດຈະທຳຮ້າຍເຮົາ ພະອົງກໍອະນຸຍາດໃຫ້ຂ້າມັນໄດ້. (ຕົ້ນເດີມ 3:21; 9:3; ອົບພະຍົບ 21:28) ແຕ່ເຮົາຈະບໍ່ທາລຸນສັດ ບໍ່ຂ້າພວກມັນຫຼືເອົາມາສູ້ກັນເພື່ອຄວາມມ່ວນຊື່ນຫຼືເປັນກິລາ.—ສຸພາສິດ 12:10
ນັບຖືຄວາມສັກສິດຂອງຊີວິດ
10. ເຮົາຮູ້ໄດ້ແນວໃດວ່າເລືອດໝາຍເຖິງຊີວິດ?
10 ພະເຢໂຫວາຖືວ່າເລືອດສັກສິດ ເພາະເລືອດໝາຍເຖິງຊີວິດ. ຫຼັງຈາກທີ່ກາອິນຂ້າອາເບັນ ພະເຢໂຫວາເວົ້າກັບກາອິນວ່າ: “ເລືອດຂອງຕົ້ນເດີມ 4:10, ລ.ມ.) ເລືອດຂອງອາເບັນໝາຍເຖິງຊີວິດຂອງລາວ ແລະພະເຢໂຫວາໄດ້ລົງໂທດກາອິນທີ່ຂ້າອາເບັນ. ຫຼັງຈາກນ້ຳຖ້ວມໂລກໃນສະໄໝໂນອາ ພະເຢໂຫວາເຮັດໃຫ້ເຫັນຊັດເຈນອີກເທື່ອໜຶ່ງວ່າ ເລືອດໝາຍເຖິງຊີວິດ. ຕອນທີ່ພະເຢໂຫວາອະນຸຍາດໃຫ້ໂນອາແລະຄອບຄົວກິນຊີ້ນໄດ້ ພະອົງບອກວ່າ: “ສັດທີ່ມີຊີວິດທັງໝົດຈະເປັນອາຫານຂອງພວກເຈົ້າ ເຮົາຍົກສັດທັງໝົດນັ້ນໃຫ້ພວກເຈົ້າຄືກັບທີ່ເຮົາໄດ້ຍົກພືດສີຂຽວທັງໝົດໃຫ້ພວກເຈົ້າແລ້ວ.” ແຕ່ມີສິ່ງໜຶ່ງທີ່ພະເຢໂຫວາສັ່ງພວກເຂົາບໍ່ໃຫ້ກິນ ພະອົງບອກວ່າ: “ແຕ່ຊີ້ນທີ່ຍັງມີເລືອດຢູ່ນັ້ນພວກເຈົ້າຢ່າກິນ ເພາະເລືອດໝາຍເຖິງຊີວິດ.”—ຕົ້ນເດີມ 1:29; 9:3, 4, ລ.ມ.
ນ້ອງເຈົ້າທີ່ໄຫຼລົງໄປໃນດິນກຳລັງຮ້ອງຂໍຄວາມຍຸຕິທຳຈາກເຮົາ.” (11. ພະເຢໂຫວາສັ່ງຊາວອິດສະຣາເອນແນວໃດກ່ຽວກັບເລືອດ?
11 ປະມານ 800 ປີ ຫຼັງຈາກທີ່ພະເຢໂຫວາສັ່ງໂນອາວ່າຫ້າມກິນເລືອດ ພະອົງກໍສັ່ງປະຊາຊົນຂອງພະອົງອີກເທື່ອໜຶ່ງວ່າ: “ຖ້າຊາວອິດສະຣາເອນຄົນໃດ ຫຼືຄົນຕ່າງຊາດທີ່ຢູ່ໃນແຜ່ນດິນຂອງພວກເຈົ້າຄົນໃດໄປລ່າສັດ ແລະຈັບສັດປ່າຫຼືນົກທີ່ກິນໄດ້ມາ ລາວຕ້ອງເຮັດໃຫ້ເລືອດຂອງມັນໄຫຼອອກ ແລ້ວເອົາດິນປົກໄວ້.” ຈາກນັ້ນ ພະອົງກໍບອກວ່າ: “ພວກເຈົ້າຢ່າກິນເລືອດ.” (ພວກເລວີ 17:13, 14, ລ.ມ.) ໃນຂໍ້ນີ້ເຮັດໃຫ້ເຮົາເຫັນວ່າ ພະເຢໂຫວາຍັງຢາກໃຫ້ປະຊາຊົນຂອງພະອົງຖືວ່າເລືອດສັກສິດ. ພວກເຂົາກິນຊີ້ນສັດໄດ້ແຕ່ຫ້າມກິນເລືອດ ແລະເມື່ອຂ້າສັດເປັນອາຫານກໍຕ້ອງເຮັດໃຫ້ເລືອດໄຫຼລົງດິນກ່ອນ.
12. ຄລິດສະຕຽນຖືວ່າເລືອດເປັນແນວໃດ?
12 ບໍ່ດົນຫຼັງຈາກພະເຢຊູຕາຍ ພວກອັກຄະສາວົກແລະພວກຜູ້ດູແລປະຊາຄົມຄລິດສະຕຽນໃນເມືອງເຢຣູຊາເລັມກໍມາປະຊຸມກັນເພື່ອຕັດສິນວ່າກົດໝາຍທີ່ພະເຈົ້າໃຫ້ຊາວອິດສະຣາເອນຂໍ້ໃດທີ່ຄລິດສະຕຽນຍັງຕ້ອງເຮັດຕາມຢູ່. (ອ່ານກິດຈະການ 15:28, 29; 21:25) ພະເຢໂຫວາຊ່ວຍພວກເຂົາໃຫ້ເຂົ້າໃຈວ່າເລືອດມີຄ່າ ແລະພວກເຂົາກໍຄວນຖືວ່າເລືອດສັກສິດຄື ກັນ. ຄລິດສະຕຽນໃນຍຸກທຳອິດຕ້ອງບໍ່ກິນຫຼືບໍ່ດື່ມເລືອດ ແລະບໍ່ກິນຊີ້ນສັດທີ່ບໍ່ໄດ້ເອົາເລືອດອອກ. ຖ້າພວກເຂົາບໍ່ເຮັດຕາມກໍຈະມີຄວາມຜິດເທົ່າກັບການຂາບໄຫວ້ຮູບບູຊາຫຼືເຮັດຜິດສິນລະທຳທາງເພດ. ຄລິດສະຕຽນແທ້ໃນສະໄໝນັ້ນບໍ່ກິນຫຼືບໍ່ດື່ມເລືອດ. ແລ້ວທຸກມື້ນີ້ເດເປັນແນວໃດ? ຕອນນີ້ພະເຢໂຫວາກໍຍັງຢາກໃຫ້ເຮົາຖືວ່າເລືອດສັກສິດ.
13. ເປັນຫຍັງຄລິດສະຕຽນຈຶ່ງບໍ່ໃສ່ເລືອດ?
13 ນີ້ໝາຍຄວາມວ່າຄລິດສະຕຽນບໍ່ຄວນໃສ່ເລືອດນຳແມ່ນບໍ? ແມ່ນແລ້ວ. ເຮົາຮູ້ແລ້ວວ່າພະເຢໂຫວາສັ່ງບໍ່ໃຫ້ກິນຫຼືບໍ່ໃຫ້ດື່ມເລືອດ. ຖ້າທ່ານໝໍສັ່ງເຈົ້າບໍ່ໃຫ້ດື່ມເຫຼົ້າ ເຈົ້າຈະສັກເຫຼົ້າເຂົ້າໄປໃນຮ່າງກາຍແທນບໍ? ເຈົ້າຈະບໍ່ເຮັດແບບນັ້ນດອກ! ດັ່ງນັ້ນ ຄຳສັ່ງທີ່ບໍ່ໃຫ້ກິນຫຼືບໍ່ໃຫ້ດື່ມເລືອດກໍລວມເຖິງການບໍ່ໃສ່ເລືອດແລະບໍ່ເອົາເລືອດຂອງເຮົາໄປໃສ່ໃຫ້ຄົນອື່ນ.—ເບິ່ງຄຳອະທິບາຍເພີ່ມເຕີມ 29
14, 15. ຄລິດສະຕຽນຈະສະແດງໃຫ້ເຫັນແນວໃດວ່າຊີວິດມີຄ່າແຕ່ໃນຂະນະດຽວກັນກໍເຊື່ອຟັງພະເຈົ້າ?
14 ສົມມຸດທ່ານໝໍບອກວ່າເຈົ້າຈະຕາຍຖ້າບໍ່ໃສ່ເລືອດ ເຈົ້າຈະເຮັດແນວໃດ? ແຕ່ລະຄົນຕ້ອງຕັດສິນໃຈເອງວ່າຈະເຊື່ອຟັງກົດໝາຍຂອງພະເຈົ້າໃນເລື່ອງເລືອດຫຼືບໍ່. ຄລິດສະຕຽນຖືວ່າຊີວິດເປັນຄືກັບຂອງຂວັນທີ່ມີຄ່າແທ້ໆຈາກພະເຈົ້າ ດັ່ງນັ້ນ ເຮົາຈຶ່ງພະຍາຍາມຊອກຫາວິທີປິ່ນປົວໃນແບບອື່ນແທນ ແຕ່ເຮົາຈະບໍ່ຍອມໃສ່ເລືອດເດັດຂາດ.
15 ເຮົາພະຍາຍາມເຮັດທຸກຢ່າງເພື່ອຈະມີສຸຂະພາບທີ່ດີ ເພາະເຮົາບໍ່ຢາກຕາຍ. ແຕ່ເນື່ອງຈາກເລືອດໝາຍເຖິງຊີວິດແລະສັກສິດຫຼາຍສຳລັບພະເຈົ້າ ເຮົາຈຶ່ງບໍ່ໃສ່ເລືອດ. ຖ້າເຮົາເຊື່ອຟັງພະເຢໂຫວາແລ້ວເສຍຊີວິດກໍຍັງດີກວ່າທີ່ເຮົາລອດຊີວິດໂດຍທີ່ບໍ່ເຊື່ອຟັງພະອົງ. ພະເຢຊູບອກວ່າ: “ຄົນທີ່ພະຍາຍາມເອົາຕົວລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍ ລາວຈະໄດ້ຊີວິດ.” (ມັດທາຍ 16:25) ເຮົາຢາກເຊື່ອຟັງພະເຢໂຫວາເພາະເຮົາຮັກພະອົງ. ພະອົງຜູ້ດຽວຮູ້ວ່າອັນໃດດີທີ່ສຸດສຳລັບເຮົາ ເຮົາຈຶ່ງຖືວ່າຊີວິດມີຄ່າແລະສັກສິດຄືກັບພະເຢໂຫວາເບິ່ງ.—ເຮັບເຣີ 11:6
16. ເປັນຫຍັງຜູ້ຮັບໃຊ້ຂອງພະເຈົ້າຈຶ່ງເຊື່ອຟັງພະອົງ?
* ແຕ່ພວກເຂົາຈະຊອກຫາວິທີປິ່ນປົວແບບອື່ນແທນເພື່ອຮັກສາຊີວິດໄວ້. ເນື່ອງຈາກພະເຈົ້າເປັນຜູ້ສ້າງແລະຜູ້ໃຫ້ຊີວິດ ພວກເຂົາຈຶ່ງໝັ້ນໃຈວ່າພະອົງຮູ້ວ່າອັນໃດດີທີ່ສຸດສຳລັບພວກເຂົາ. ແລ້ວເຈົ້າເດ ເຈົ້າໝັ້ນໃຈບໍວ່າພະອົງຮູ້ວ່າອັນໃດດີທີ່ສຸດສຳລັບເຈົ້າ?
16 ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າຕັ້ງໃຈແນ່ວແນ່ທີ່ຈະເຊື່ອຟັງກົດໝາຍຂອງພະອົງກ່ຽວກັບເລືອດ. ພວກເຂົາຈະບໍ່ກິນຫຼືບໍ່ດື່ມເລືອດ ແລະບໍ່ຮັບການປິ່ນປົວທີ່ໃຊ້ເລືອດວິທີດຽວທີ່ພະເຢໂຫວາອະນຸຍາດໃຫ້ໃຊ້ເລືອດໄດ້
17. ວິທີດຽວທີ່ພະເຢໂຫວາອະນຸຍາດໃຫ້ຊາວອິດສະຣາເອນໃຊ້ເລືອດແມ່ນຫຍັງ?
17 ໃນກົດໝາຍທີ່ພະເຢໂຫວາໃຫ້ໂມເຊ ພະອົງບອກຊາວອິດສະຣາເອນວ່າ: “ຊີວິດຢູ່ໃນເລືອດ ແລະເຮົາໃຫ້ໃຊ້ເລືອດກັບແທ່ນບູຊາເພື່ອການໄຖ່ບາບ [ຫຼືການຂໍອະໄພບາບ] ຂອງພວກເຈົ້າ ເລືອດນີ້ຈະໃຊ້ເພື່ອການໄຖ່ບາບເທົ່ານັ້ນ.” (ພວກເລວີ 17:11, ລ.ມ.) ເມື່ອຊາວອິດສະຣາເອນເຮັດບາບ ພວກເຂົາສາມາດຂໍພະເຢໂຫວາໃຫ້ອະໄພພວກເຂົາໂດຍການຖວາຍສັດເປັນເຄື່ອງບູຊາ ແລະປະໂລຫິດຈະເທເລືອດບາງສ່ວນຂອງສັດນັ້ນໃສ່ແທ່ນບູຊາໃນວິຫານຂອງພະເຈົ້າ. ນີ້ເປັນວິທີດຽວເທົ່ານັ້ນທີ່ພະເຢໂຫວາອະນຸຍາດໃຫ້ຊາວອິດສະຣາເອນໃຊ້ເລືອດ.
18. ການສະລະຊີວິດຂອງພະເຢຊູເຮັດໃຫ້ເຮົາມີໂອກາດໄດ້ຮັບຫຍັງ?
18 ເມື່ອພະເຢຊູມາໃນໂລກ ເພິ່ນໄດ້ສະລະຊີວິດຫຼືເລືອດຂອງເພິ່ນເພື່ອໄຖ່ບາບໃຫ້ເຮົາ ກົດໝາຍເລື່ອງການຖວາຍສັດເປັນເຄື່ອງບູຊາຈຶ່ງບໍ່ຈຳເປັນອີກຕໍ່ໄປ. (ມັດທາຍ 20:28; ເຮັບເຣີ 10:1) ເນື່ອງຈາກເລືອດຂອງພະເຢຊູມີຄ່າຫຼາຍກວ່າເລືອດສັດ ການສະລະຊີວິດຂອງເພິ່ນເປັນຄ່າໄຖ່ຈຶ່ງເຮັດໃຫ້ມະນຸດມີໂອກາດໄດ້ຮັບຊີວິດຕະຫຼອດໄປຈາກພະເຢໂຫວາ.—ໂຢຮັນ 3:16; ເຮັບເຣີ 9:11, 12; 1 ເປໂຕ 1:18, 19
19. ເຮົາຕ້ອງເຮັດແນວໃດເພື່ອຈະ ‘ບໍ່ມີຜູ້ໃດໂທດເຮົາໄດ້’?
ເອເຊກຽນ 3:17-21) ຖ້າເຮັດແບບນັ້ນ ເຮົາກໍຈະເວົ້າໄດ້ເຕັມປາກຄືກັບອັກຄະສາວົກໂປໂລທີ່ເວົ້າວ່າ: “ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້ ເພາະຂ້ອຍໄດ້ທຸ່ມເທຕົວບອກພວກເຈົ້າທຸກສິ່ງທີ່ພະເຈົ້າຢາກໃຫ້ເຮັດ.” (ກິດຈະການ 20:26, 27) ເມື່ອເຮົາບອກຄົນອື່ນກ່ຽວກັບພະເຢໂຫວາແລະເລື່ອງທີ່ວ່າຊີວິດມີຄ່າສຳລັບພະອົງ ນີ້ສະແດງວ່າເຮົາເຫັນຄ່າຊີວິດແລະນັບຖືຄວາມສັກສິດຂອງເລືອດ.
19 ເຮົາຂອບໃຈພະເຢໂຫວາທີ່ໃຫ້ຊີວິດເຮົາ ແລະເຮົາຢາກບອກຄົນອື່ນວ່າຖ້າພວກເຂົາເຊື່ອໃນພະເຢຊູ ພວກເຂົາຈະມີຊີວິດຕະຫຼອດໄປໄດ້. ເຮົາຮັກຜູ້ຄົນ ແລະເຮົາຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອສອນພວກເຂົາວ່າຕ້ອງເຮັດແນວໃດຈຶ່ງຈະໄດ້ຊີວິດ. (^ ຂໍ້ 16 ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການໃຊ້ເລືອດທາງການແພດໃນປຶ້ມ “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ” ໜ້າ 76-79 ຈັດພິມໂດຍພະຍານພະເຢໂຫວາ.