ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ນຳ

ຄຳ​ນຳ

ພະເຈົ້າ​ຄື​ກັບ​ພໍ່​ຜູ້​ທີ່​ມີ​ຄວາມ​ຮັກ. 1 ເປໂຕ 5:6, 7

ພະເຈົ້າ​ແມ່ນ​ຜູ້​ທີ່​ສ້າງ​ເຮົາ ພະອົງ​ເບິ່ງ​ແຍງ​ເຮົາ. ພະອົງ​ຄື​ກັບ​ພໍ່​ທີ່​ສະຫຼາດ​ແລະ​ຮັກ​ແພງ​ບອກ​ສອນ​ລູກໆຂອງ​ຕົນ ເພາະ​ສະນັ້ນ​ພະເຈົ້າ​ຈຶ່ງ​ສອນ​ຜູ້​ຄົນ​ທຸກ​ຫົນ​ທຸກ​ແຫ່ງ​ໃຫ້​ຮູ້ຈັກ​ການ​ດຳເນີນ​ຊີວິດ​ຢ່າງ​ດີ​ທີ່​ສຸດ.

ພະເຈົ້າ​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ລໍ້າ​ຄ່າ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ແລະ​ຄວາມ​ຫວັງ.

ຖ້າ​ເຈົ້າ​ເຊື່ອ​ຟັງ​ພະເຈົ້າ ພະອົງ​ກໍ​​ຈະ​ຊີ້​ນຳ​ແລະ​ປົກ​ປ້ອງ​ທັງ​ຍັງ​ຊ່ວຍ​​ເຈົ້າ​ໃຫ້​ຈັດການ​ກັບ​ບັນຫາ​ຕ່າງໆ.

ນອກ​ຈາກ​ນັ້ນ ເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ!

ພະເຈົ້າ​ບອກ​ເຮົາ​ວ່າ: “ຈົ່ງ​ມາ​ຫາ​ເຮົາ. ຈົ່ງ​ຟັງ . . . ແລະ . . . ທ່ານ​ຈະ​ມີ​ຊີວິດ​ຢູ່.” ເອຊາອີ 55:3