ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 3

ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?

ຊີວິດ​ໃນ​ອຸທິຍານ​ເຄີຍ​ເປັນ​ແນວ​ໃດ?

ພະ​ເຢໂຫວາ​ໄດ້​ປະທານ​ສິ່ງ​ດີ​ຫຼາຍໆສິ່ງ​ໃຫ້​ກັບ​ອາດາມ​ແລະ​ເອວາ. ຕົ້ນເດີມ 1:28

ພະ​ເຢໂຫວາ​ໄດ້​ສ້າງ​ເອວາ​ຍິງ​ຄົນ​ທຳອິດ ແລະ​ພະອົງ​ໄດ້​ຍົກ​ລາວ​ໃຫ້​ເປັນ​ເມຍ​ອາດາມ.—ຕົ້ນເດີມ 2:21, 22.

ພະ​ເຢໂຫວາ​ສ້າງ​ເຂົາ​ທັງ​ສອງ​ໃຫ້​ມີ​ຈິດ​ໃຈ​ແລະ​ຮ່າງກາຍ​ທີ່​ສົມບູນ​ແບບ ບໍ່​ມີ​ຂໍ້​ບົກ​ພ່ອງ​ເລີຍ.

ບ້ານ​ຂອງ​ເຂົາ​ເຈົ້າ​ແມ່ນ​ສວນ​ເອເດນ—ສວນ​ນີ້​ເປັນ​ບ່ອນ​ຢູ່​ທີ່​ສວຍ​ງາມ​ມີ​ທັງ​ແມ່ນໍ້າ ຕົ້ນ​ໝາກ​ໄມ້​ແລະ​ຝູງ​ສັດ​ຊະນິດ​ຕ່າງໆ.

ພະ​ເຢໂຫວາ​ເວົ້າ​ນຳ​ເຂົາ​ເຈົ້າ; ພະອົງ​ສອນ​ເຂົາ​ເຈົ້າ. ຫາກ​ວ່າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະອົງ ເຂົາ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ.

ພະເຈົ້າ​ສັ່ງ​ວ່າ​ຢ່າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ. ຕົ້ນເດີມ 2:16, 17

ພະ​ເຢໂຫວາ​ໃຫ້​ອາດາມ​ແລະ​ເອວາ​ເບິ່ງ​ຕົ້ນ​ໝາກ​ໄມ້​ຕົ້ນ​ໜຶ່ງ​ໃນ​ສວນ ແລະ​ບອກ​ວ່າ​ຖ້າ​ເຂົາ​ເຈົ້າ​ກິນ​ໝາກ​ຈາກ​ຕົ້ນ​ນັ້ນ ເຂົາ​ເຈົ້າ​ຈະ​ຕາຍ.

ມີ​ທູດ​ສະຫວັນ​ຕົນ​ໜຶ່ງ​ໄດ້​ຂືນ​ອຳນາດ​ຂອງ​ພະເຈົ້າ. ທູດ​ສະຫວັນ​ຊົ່ວ​ນີ້​ແມ່ນ​ຊາຕານ​ພະຍາມານ.

ຊາຕານ​ບໍ່​ຢາກ​ໃຫ້​ອາດາມ​ແລະ​ເອວາ​ເຊື່ອ​ຟັງ​ພະ​ເຢໂຫວາ. ດັ່ງ​ນັ້ນ ມັນ​ຈຶ່ງ​ໃຊ້​ງູ​ໃຫ້​ໄປ​ບອກ​ເອວາ​ວ່າ​ຖ້າ​ລາວ​ກິນ​ໝາກ​ໄມ້​ທີ່​ຖືກ​ຫ້າມ​ນັ້ນ ລາວ​ຈະ​ບໍ່​ຕາຍ​ແຕ່​ຈະ​ເປັນ​ຄື​ພະເຈົ້າ. ແນ່ນອນ​ນັ້ນ​ເປັນ​ຄຳ​ຕົວະ.—ຕົ້ນເດີມ 3:1-5.