ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 10

ມີ​ພະ​ພອນ​ແນວ​ໃດ​ແດ່​ທີ່​ລໍ​ຖ້າ​ຄົນ​ເຫຼົ່າ​ນັ້ນ​ທີ່​ເຊື່ອ​ຟັງ​ພະເຈົ້າ?

ມີ​ພະ​ພອນ​ແນວ​ໃດ​ແດ່​ທີ່​ລໍ​ຖ້າ​ຄົນ​ເຫຼົ່າ​ນັ້ນ​ທີ່​ເຊື່ອ​ຟັງ​ພະເຈົ້າ?

ຄົນ​ສ່ວນ​ຫຼາຍ​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ. ກິດຈະການ 24:15

ລອງ​ຄິດ​ເຖິງ​ພະ​ພອນ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ໃນ​ອະນາຄົດ​ຖ້າ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ! ເຈົ້າ​ຈະ​ມີ​ສຸຂະພາບ​ທີ່​ສົມບູນ​ແບບ; ບໍ່​ມີ​ຜູ້​ໃດ​ເຈັບ​ປ່ວຍ​ຫຼື​ບໍ່​ແຂງແຮງ. ຈະ​ບໍ່​ມີ​ຄົນ​ຊົ່ວ ເຈົ້າ​ຈະ​ສາມາດ​ໄວ້​ວາງໃຈ​ທຸກ​ຄົນ​ໄດ້.

ຈະ​ບໍ່​ມີ​ຄວາມ​ເຈັບ​ປວດ ໂສກ​ເສົ້າ​ຫຼື​ຮ້ອງໄຫ້. ບໍ່​ມີ​ໃຜ​ເຖົ້າ​ລົງ​ແລະ​ຕາຍ​ໄປ.

ເຈົ້າ​ຈະ​ຢູ່​ນຳ​ກັນ​ກັບ​ໝູ່​ຄູ່​ແລະ​ຄົນ​ໃນ​ຄອບຄົວ. ຊີວິດ​ຢູ່​ໃນ​ອຸທິຍານ​ຈະ​ມີ​ແຕ່​ຄວາມ​ຍິນດີ.

ຈະ​ບໍ່​ມີ​ຄວາມ​ຢ້ານ. ຜູ້​ຄົນ​ຈະ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ.

ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ທໍລະມານ​ທັງ​ສິ້ນ​ໝົດ​ໄປ. ຄຳປາກົດ 21:3, 4