ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 11

ພະ​ເຢໂຫວາ​ຮັບ​ຟັງ​ເຮົາ​ບໍ?

ພະ​ເຢໂຫວາ​ຮັບ​ຟັງ​ເຮົາ​ບໍ?

ພະເຈົ້າ​ຮັບ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ແທ້ໆ. 1 ເປໂຕ 3:12

ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄວາມ​ອ້ອນ​ວອນ.” (ຄຳເພງ 65:2) ພະອົງ​ຢາກ​ໃຫ້​ເຮົາ​ເວົ້າ​ກັບ​ພະອົງ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ໃຈ​ຂອງ​ເຮົາ.

ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ ຢ່າ​ອະທິດຖານ​ເຖິງ​ຜູ້​ອື່ນ.

ເຮົາ​ສາມາດ​ອະທິດຖານ​ກ່ຽວ​ກັບ​ຫຼາຍໆເລື່ອງ. 1 ໂຢຮັນ 5:14

ຈົ່ງ​ອະທິດຖານ​ຂໍ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ.

ຈົ່ງ​ອະທິດຖານ​ໃນ​ນາມ​ຂອງ​ພະ​ເຍຊູ ເພື່ອ​ສະແດງ​ວ່າ​ເຈົ້າ​ຖື​ວ່າ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຈົ້າ​ນັ້ນ​ມີ​ຄ່າ.

ຈົ່ງ​ຂໍ​ພະ​ເຢໂຫວາ​ເພື່ອ​ໃຫ້​ພະອົງ​ຊ່ອຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເຮົາ​ກໍ​ຍັງ​ສາມາດ​ອະທິດຖານ​ເຖິງ​ພະອົງ​ກ່ຽວ​ກັບ​ອາຫານ ງານ​ອາຊີບ ທີ່​ພັກ​ອາໄສ ເຄື່ອງ​ນຸ່ງ​ຫົ່ມ ແລະ​ໃຫ້​ມີ​ຮ່າງ​ກາຍ​ທີ່​ແຂງແຮງ​ໄດ້.