ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 4

ເຂົາ​ເຈົ້າ​ໄດ້​ເຊື່ອ​ຟັງ​ຊາຕານ—ແລ້ວ​ຜົນ​ເປັນ​ແນວ​ໃດ?

ເຂົາ​ເຈົ້າ​ໄດ້​ເຊື່ອ​ຟັງ​ຊາຕານ—ແລ້ວ​ຜົນ​ເປັນ​ແນວ​ໃດ?

ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ເຂົາ​ເຈົ້າ​ຈຶ່ງ​ຕາຍ. ຕົ້ນເດີມ 3:6, 23

ເອວາ​ເຊື່ອ​ຟັງ​ງູ​ແລ້ວ​ກິນ​ໝາກ​ໄມ້. ຫຼັງ​ຈາກ​ນັ້ນ ລາວ​ໄດ້​ຍື່ນ​ໝາກ​ໄມ້​ໃຫ້​ອາດາມ ແລ້ວ​ອາດາມ​ໄດ້​ກິນ.

ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ນັ້ນ​ຜິດ—ເປັນ​ຄວາມ​ຜິດ​ບາບ. ພະເຈົ້າ​ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ໃຫ້​ອອກ​ຈາກ​ບ້ານ​ທີ່​ເປັນ​ອຸທິຍານ.

ອາດາມ ເອວາ​ແລະ​ລູກ​ຫຼານ​ມີ​ຊີວິດ​ທີ່​ຍາກ​ລຳບາກ. ເຂົາ​ເຈົ້າ​ເຖົ້າ​ແກ່​ລົງ​ແລ້ວ​ກໍ​ຕາຍ​ໄປ. ເມື່ອ​ຕາຍ​ເຂົາ​ເຈົ້າ​ບໍ່​ໄດ້​ໄປ​ໃນ​ໂລກ​ວິນຍານ; ເຂົາ​ເຈົ້າ​ພຽງ​ແຕ່​ບໍ່​ມີ​ຊີວິດ​ອີກ​ຕໍ່​ໄປ.

ຄົນ​ຕາຍ​ບໍ່​ມີ​ຊີວິດ​ຄື​ກັນ​ກັບ​ຂີ້ຝຸ່ນ​ດິນ. ຕົ້ນເດີມ 3:19

ເຮົາ​ຕາຍ​ເພາະ​ວ່າ​ເຮົາ​ທຸກ​ຄົນ​ມາ​ຈາກ​ອາດາມ​ແລະ​ເອວາ. ຄົນ​ຕາຍ​ແລ້ວ​ເບິ່ງ​ບໍ່​ເຫັນ ບໍ່​ໄດ້​ຍິນ​ຫຼື​ເຮັດ​ສິ່ງ​ໃດ​ກໍ​ບໍ່​ໄດ້.—ຜູ້​ເທສະໜາ​ປ່າວ​ປະກາດ 9:5, 10.

ພະ​ເຢໂຫວາ​ບໍ່​ໄດ້​ມຸ່ງ​ໝາຍ​ໃຫ້​ມະນຸດ​ຕາຍ. ອີກ​ບໍ່​ດົນ​ພະອົງ​ຈະ​ປຸກ​ຄົນ​ທີ່​ຕາຍ​ໃຫ້​ຟື້ນ​ຄືນ​ມາ. ຖ້າ​ຄົນ​ທີ່​ຖືກ​ປຸກ​ຄືນ​ມາ​ຈາກ​ຕາຍ​ເຊື່ອ​ຟັງ​ພະອົງ ເຂົາ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ.