ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 9

ເມື່ອ​ໃດ​ໂລກ​ນີ້​ຈະ​ເປັນ​ອຸທິຍານ?

ເມື່ອ​ໃດ​ໂລກ​ນີ້​ຈະ​ເປັນ​ອຸທິຍານ?

ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ພິສູດ​ວ່າ​ອີກ​ບໍ່​ດົນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ດຳເນີນ​ການ. ລືກາ 21:10, 11; 2 ຕີໂມເຕ 3:1-5

ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເຖິງ​ຫຼາຍ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້. ຄຳພີ​ໄບເບິນ​ໄດ້​ກ່າວ​ໄວ້​ວ່າ​ຜູ້​ຄົນ​ຈະ​ເປັນ​ຄົນ​ຮັກ​ເງິນ​ຄຳ ລູກ​ຈະ​ບໍ່​ເຊື່ອ​ຟັງ​ພໍ່​ແມ່ ໂຫດ​ຮ້າຍ​ແລະ​ຮັກ​ຄວາມ​ສະໜຸກ​ສະໜານ.

ຈະ​ມີ​ແຜ່ນດິນ​ໄຫວ​ຮຸນແຮງ​ໃນ​ສ່ວນ​ຕ່າງໆຂອງ​ໂລກ ການ​ສູ້​ຮົບ​ກັນ ການ​ຂາດແຄນ​ອາຫານ ແລະ​ໂລກ​ລະ​ບາດ. ສິ່ງ​ຕ່າງໆເຫຼົ່າ​ນີ້​ກຳລັງ​ເກີດ​ຂຶ້ນ​ໃນ​ສະໄໝ​ນີ້.

ພະ​ເຍຊູ​ຍັງ​ບອກ​ວ່າ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ໂລກ.—ມັດທາຍ 24:14.

ລາຊະອານາຈັກ​ຈະ​ກຳຈັດ​ຄົນ​ຊົ່ວ​ທັງ​ໝົດ​ໃຫ້​ສາບ​ສູນ​ໄປ. 2 ເປໂຕ 3:13

ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ.

ຊາຕານ​ແລະ​ພວກ​ຜີ​ປີສາດ​ຈະ​ຖືກ​ລົງໂທດ.

ຄົນ​ເຫຼົ່າ​ນັ້ນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ຈະ​ລອດ​ຊີວິດ​ເຂົ້າ​ໄປ​ໃນ​ໂລກ​ທີ່​ຊອບທຳ ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມ​ຢ້ານ​ອີກ ເປັນ​ໂລກ​ທີ່​ຜູ້​ຄົນ​ໄວ້​ວາງໃຈ​ກັນ​ແລະ​ຮັກ​ກັນ​ແລະ​ກັນ.