ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ທີ 1

ເຮົາ​ຈະ​ເຊື່ອ​ຟັງ​ພະເຈົ້າ​ໄດ້​ແນວ​ໃດ?

ເຮົາ​ຈະ​ເຊື່ອ​ຟັງ​ພະເຈົ້າ​ໄດ້​ແນວ​ໃດ?

ພະເຈົ້າ​ເວົ້າ​ກັບ​ພວກ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. 2 ຕີໂມເຕ 3:16

ພະເຈົ້າ​ອົງ​ທ່ຽງ​ແທ້​ໄດ້​ຊີ້​ນຳ​ມະນຸດ​ໃຫ້​ຂຽນ​ຄວາມ​ຄິດ​ຂອງ​ພະອົງ​ໃສ່​ໃນ​ປຶ້ມ​ສັກສິດ​ຫົວ​ໜຶ່ງ. ປຶ້ມ​ນັ້ນ​ແມ່ນ​ຄຳພີ​ໄບເບິນ​ເຊິ່ງ​ມີ​ຂ່າວ​ສານ​ສຳຄັນ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ຮູ້.

ພະເຈົ້າ​ຮູ້​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຮົາ​ແລະ​ພະອົງ​ເປັນ​ແຫຼ່ງ​ກຳເນີດ​ຂອງ​ສະຕິ​ປັນຍາ​ທັງ​ໝົດ. ໂດຍ​ການ​ເຊື່ອ​ຟັງ​ພະອົງ ເຈົ້າ​ຈະ​ເປັນ​ຄົນ​ທີ່​ສະຫຼາດ​ສຸຂຸມ​ຢ່າງ​ແທ້​ຈິງ.—ສຸພາສິດ 1:5.

ພະເຈົ້າ​ປະສົງ​ໃຫ້​ທຸກ​ຄົນ​ໃນ​ໂລກ​ໄດ້​ອ່ານ​ຄຳພີ​ໄບເບິນ. ຕອນ​ນີ້​ຄຳພີ​ໄບເບິນ​ມີ​ຢູ່​ຫຼາຍ​ພາສາ.

ຖ້າ​ເຈົ້າ​ຢາກ​ຮູ້​ສິ່ງ​ທີ່​ພະອົງ​ບອກ ເຈົ້າ​ຕ້ອງ​ອ່ານ​ແລະ​ເຂົ້າ​ໃຈ​ສິ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.

ຜູ້​ຄົນ​ຈາກ​ທຸກ​ຫົນ​ທຸກ​ແຫ່ງ​ເຊື່ອ​ຟັງ​ພະອົງ. ມັດທາຍ 28:19

ພະຍານ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ.

ເຂົາ​ເຈົ້າ​ສອນ​ຄວາມ​ຈິງ​ເລື່ອງ​ພະເຈົ້າ​ທົ່ວ​ໂລກ.

ເຈົ້າ​ບໍ່​ຕ້ອງ​ເສຍ​ເງິນ​ເພື່ອ​ຮຽນ​ຮູ້​ຄວາມ​ຈິງ​ນີ້. ເຈົ້າ​ຍັງ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ໄດ້​ອີກ​ຢູ່​ທີ່​ຫໍ​ປະຊຸມ​ໃກ້​ບ້ານ​ຂອງ​ເຈົ້າ.