ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 7

ຄຳ​ເຕືອນ​ຈາກ​ເຫດການ​ໃນ​ອະດີດ

ຄຳ​ເຕືອນ​ຈາກ​ເຫດການ​ໃນ​ອະດີດ

ພະ​ເຢໂຫວາ​ຈະ​ບໍ່​ອະນຸຍາດ​ໃຫ້​ຄົນ​ຊົ່ວ​ທຳລາຍ​ອຸທິຍານ. ສະເພາະ​ແຕ່​ເພື່ອນ​ຂອງ​ພະອົງ​ເທົ່າ​ນັ້ນ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ອຸທິຍານ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຄົນ​ບໍ່​ດີ? ເພື່ອ​ຈະ​ຮູ້​ກ່ຽວ​ກັບ​ຄຳຕອບ ຂໍ​ໃຫ້​ພິຈາລະນາ​ເລື່ອງ​ຈິງ​ຂອງ​ໂນເອ. ໂນເອ​ມີ​ຊີວິດ​ຢູ່​ຫຼາຍ​ພັນ​ປີ​ກ່ອນ​ໜ້າ​ນີ້. ທ່ານ​ເປັນ​ຄົນ​ດີ​ແລະ​ເປັນ​ຜູ້​ທີ່​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ເຮັດ​ຕາມ​ພະ​ປະສົງ​ຂອງ​ພະ​ເຢໂຫວາ​ສະເໝີ. ແຕ່​ຄົນ​ອື່ນໆ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ເຮັດ​ສິ່ງ​ຊົ່ວ​ຮ້າຍ. ດັ່ງ​ນັ້ນ ພະ​ເຢໂຫວາ​ບອກ​ໃຫ້​ໂນເອ​ຮູ້​ວ່າ​ພະອົງ​ຈະ​ເຮັດ​ນໍ້າ​ຖ້ວມ​ເພື່ອ​ທຳລາຍ​ບັນດາ​ຄົນ​ເຫຼົ່າ​ນັ້ນ​ທີ່​ຊົ່ວ​ຮ້າຍ. ພະອົງ​ບອກ​ໃຫ້​ໂນເອ​ສ້າງ​ນາວາ​ຫຼື​ເຮືອ​ໃຫຍ່ ເພື່ອ​ທ່ານ​ແລະ​ຄອບຄົວ​ຂອງ​ທ່ານ​ຈະ​ບໍ່​ຕາຍ​ເມື່ອ​ເກີດ​ນໍ້າ​ຖ້ວມ.—ຕົ້ນເດິມ 6:9-18.

ໂນເອ​ແລະ​ຄອບຄົວ​ຂອງ​ທ່ານ​ສ້າງ​ນາວາ. ໂນເອ​ເຕືອນ​ປະຊາຊົນ​ກ່ຽວ​ກັບ​ນໍ້າ​ຖ້ວມ​ທີ່​ພວມ​ຈະ​ເກີດ​ຂຶ້ນ ແຕ່​ພວກ​ເຂົາ​ບໍ່​ຟັງ​ທ່ານ. ພວກ​ເຂົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ໄປ. ຫຼັງ​ຈາກ​ນາວາ​ໄດ້​ຖືກ​ສ້າງ​ສຳເລັດ​ແລ້ວ ໂນເອ​ໄດ້​ນຳ​ເອົາ​ສັດ​ຕ່າງໆ​ເຂົ້າ​ໄປ​ໃນ​ນາວາ ແລະ​ທ່ານ​ກັບ​ຄອບຄົວ​ກໍ​ເຂົ້າ​ໄປ​ທາງ​ໃນ​ເຊັ່ນ​ດຽວ​ກັນ. ຈາກ​ນັ້ນ ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ພາຍຸ​ແຮງ. ຝົນ​ຕົກ​ເປັນ​ເວລາ 40 ມື້​ແລະ 40 ຄືນ. ນໍ້າ​ໄດ້​ຖ້ວມ​ທົ່ວ​ທັງ​ແຜ່ນດິນ​ໂລກ.—ຕົ້ນເດິມ 7:7-12.

ຄົນ​ຊົ່ວ​ຮ້າຍ​ສູນ​ເສຍ​ຊີວິດ ແຕ່​ໂນເອ​ແລະ​ຄອບຄົວ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ໃຫ້​ລອດ. ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ເຂົາ​ລອດ​ຜ່ານ​ນໍ້າ​ຖ້ວມ​ເຂົ້າ​ສູ່​ແຜ່ນດິນ​ທີ່​ປາສະຈາກ​ຄວາມ​ຊົ່ວ​ຮ້າຍ. (ຕົ້ນເດິມ 7:22, 23) ຄຳພີ​ໄບເບິນ​ກ່າວ​ວ່າ ຍັງ​ມີ​ອີກ​ເວລາ​ໜຶ່ງ​ທີ່​ຈະ​ມາ​ເມື່ອ​ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ຍອມ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. ຄົນ​ດີ​ຈະ​ບໍ່​ຖືກ​ທຳລາຍ. ພວກ​ເຂົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ.—2 ເປໂຕ 2:5, 6, 9.

ໃນ​ປັດຈຸບັນ​ນີ້​ຫຼາຍ​ຄົນ​ເຮັດ​ສິ່ງ​ບໍ່​ດີ. ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ. ພະ​ເຢໂຫວາ​ສົ່ງ​ເຫຼົ່າ​ພະຍານ​ຂອງ​ພະອົງ​ເພື່ອ​ເຕືອນ​ຜູ້​ຄົນ​ເທື່ອ​ແລ້ວ​ເທື່ອ​ອີກ ແຕ່​ຫຼາຍ​ຄົນ​ບໍ່​ຕ້ອງການ​ຟັງ​ຄຳ​ຂອງ​ພະ​ເຢໂຫວາ. ພວກ​ເຂົາ​ບໍ່​ຕ້ອງການ​ປ່ຽນ​ແນວ​ທາງ​ຂອງ​ຕົນ. ພວກ​ເຂົາ​ບໍ່​ຕ້ອງການ​ຍອມ​ຮັບ​ສິ່ງ​ທີ່​ພະເຈົ້າ​ກ່າວ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ຕ້ອງ​ແລະ​ສິ່ງ​ທີ່​ຜິດ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຄົນ​ເຫຼົ່າ​ນີ້? ພວກ​ເຂົາ​ຈະ​ປ່ຽນ​ແປງ​ໃນ​ມື້​ໜ້າ​ບໍ? ຫຼາຍ​ຄົນ​ຈະ​ບໍ່​ປ່ຽນ​ແປງ​ເລີຍ. ໃກ້​ຈະ​ຮອດ​ເວລາ​ແລ້ວ​ເມື່ອ​ຄົນ​ຊົ່ວ​ຈະ​ຖືກ​ທຳລາຍ​ແລະ​ພວກ​ເຂົາ​ຈະ​ບໍ່​ມີ​ຊີວິດ​ອີກ​ເລີຍ.—ຄຳເພງ 92:7.

ແຜ່ນດິນ​ໂລກ​ຈະ​ບໍ່​ຖືກ​ທຳລາຍ; ຈະ​ມີ​ການ​ເຮັດ​ໃຫ້​ໂລກ​ເປັນ​ອຸທິຍານ. ຄົນ​ເຫຼົ່າ​ນັ້ນ​ຊຶ່ງ​ເຂົ້າ​ມາ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ຢູ່​ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ.—ຄຳເພງ 37:29.