ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 1

ພະເຈົ້າ​ເຊີນ​ທ່ານ​ໃຫ້​ມາ​ເປັນ​ເພື່ອນ​ຂອງ​ພະອົງ

ພະເຈົ້າ​ເຊີນ​ທ່ານ​ໃຫ້​ມາ​ເປັນ​ເພື່ອນ​ຂອງ​ພະອົງ

ພະເຈົ້າ​ປະສົງ​ໃຫ້​ທ່ານ​ເປັນ​ເພື່ອນ​ຂອງ​ພະອົງ. ທ່ານ​ເຄີຍ​ຄິດ​ບໍ​ວ່າ ທ່ານ​ສາມາດ​ເປັນ​ເພື່ອນ​ຂອງ​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ເອກະພົບ​ໄດ້? ອັບລາຫາມ ຜູ້​ຊຶ່ງ​ມີ​ຊີວິດ​ຢູ່​ດົນ​ນານ​ມາ​ແລ້ວ​ຖືກ​ເອີ້ນ​ວ່າ​ເປັນ​ມິດ​ສະຫາຍ​ຂອງ​ພະເຈົ້າ. (ຍາໂກໂບ 2:23) ຄົນ​ອື່ນໆ​ທີ່​ໄດ້​ຮັບ​ການ​ກ່າວ​ເຖິງ​ໃນ​ຄຳພີ​ໄບເບິນ​ມີ​ມິດຕະພາບ​ກັບ​ພະເຈົ້າ​ດ້ວຍ​ແລະ​ໄດ້​ຮັບ​ພະ​ພອນ​ຫຼາຍ​ຢ່າງ. ໃນ​ປັດຈຸບັນ​ນີ້ ຄົນ​ຈາກ​ທຸກ​ສ່ວນ​ຂອງ​ແຜ່ນດິນ​ໂລກ​ໄດ້​ເຂົ້າ​ມາ​ເປັນ​ເພື່ອນ​ຂອງ​ພະເຈົ້າ. ທ່ານ​ຈະ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ໄດ້​ຄື​ກັນ.

ການ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ດີ​ກວ່າ​ການ​ເປັນ​ເພື່ອນ​ຂອງ​ມະນຸດ​ຄົນ​ໃດ​ຄົນ​ໜຶ່ງ. ພະເຈົ້າ​ບໍ່​ເຄີຍ​ເຮັດ​ໃຫ້​ເພື່ອນ​ຜູ້​ສັດ​ຊື່​ຂອງ​ພະອົງ​ຜິດ​ຫວັງ. (ຄຳເພງ 18:25) ການ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ດີ​ກວ່າ​ມີ​ຄວາມ​ຮັ່ງມີ. ເມື່ອ​ຄົນ​ຮັ່ງມີ​ຕາຍ​ໄປ ເງິນ​ຄຳ​ຂອງ​ເຂົາ​ກໍ​ຕົກ​ໄປ​ເປັນ​ຂອງ​ຄົນ​ອື່ນ. ຢ່າງ​ໃດ​ກໍ​ຕາມ ຄົນ​ເຫຼົ່າ​ນັ້ນ​ທີ່​ມີ​ມິດຕະພາບ​ກັບ​ພະເຈົ້າ​ມີ​ຊັບ​ສົມບັດ​ຊຶ່ງ​ບໍ່​ມີ​ໃຜ​ຍາດ​ເອົາ​ໄປ​ໄດ້.—ມັດທາຍ 6:19.

ບາງ​ຄົນ​ອາດ​ພະຍາຍາມ​ໃຫ້​ທ່ານ​ຢຸດ​ຈາກ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ. ເພື່ອນ​ບາງ​ຄົນ​ແລະ​ຄອບຄົວ​ຂອງ​ທ່ານ​ອາດ​ເຮັດ​ຢ່າງ​ນີ້. (ມັດທາຍ 10:36, 37) ຫາກ​ຄົນ​ອື່ນ​ຫົວຂວັນ​ແລະ​ຂົ່ມ​ຂູ່​ທ່ານ ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຕ້ອງການ​ໃຫ້​ໃຜ​ພໍ​ໃຈ—ມະນຸດ​ຫຼື​ພະເຈົ້າ?’ ຂໍ​ໃຫ້​ພິຈາລະນາ​ສິ່ງ​ນີ້: ຖ້າ​ມີ​ຄົນ​ບອກ​ທ່ານ​ໃຫ້​ເຊົາ​ກິນ​ອາຫານ ທ່ານ​ຈະ​ເຊື່ອ​ຟັງ​ເຂົາ​ບໍ? ບໍ່​ແນ່ນອນ! ທ່ານ​ຕ້ອງການ​ກິນ​ອາຫານ​ເພື່ອ​ຈະ​ມີ​ຊີວິດ​ຢູ່. ແຕ່​ພະເຈົ້າ​ສາມາດ​ໃຫ້​ທ່ານ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ! ສະນັ້ນ ຢ່າ​ຍອມ​ໃຫ້​ຜູ້​ໜຶ່ງ​ຜູ້​ໃດ​ມາ​ຫ້າມ​ທ່ານ​ໃຫ້​ຢຸດ​ຈາກ​ການ​ຮຽນ​ຮູ້​ວິທີ​ທີ່​ທ່ານ​ສາມາດ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ໄດ້.—ໂຍຮັນ 17:3.