ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 4

ວິທີ​ທີ່​ທ່ານ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ

ວິທີ​ທີ່​ທ່ານ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ

ທ່ານ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ໂດຍ​ການ​ອ່ານ​ຄຳພີ​ໄບເບິນ. ດົນ​ມາ​ແລ້ວ​ພະເຈົ້າ​ໄດ້​ເລືອກ​ເອົາ​ມະນຸດ​ບາງ​ຄົນ​ເພື່ອ​ຂຽນ​ຄວາມ​ຄິດ​ຂອງ​ພະອົງ​ໄວ້. ຂໍ້​ຂຽນ​ເຫຼົ່າ​ນັ້ນ​ໄດ້​ຖືກ​ເອີ້ນ​ວ່າ​ຄຳພີ​ໄບເບິນ. ໃນ​ປັດຈຸບັນ​ນີ້​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ​ໂດຍ​ການ​ອ່ານ​ຄຳພີ​ໄບເບິນ. ເນື່ອງ​ຈາກ​ຄຳພີ​ໄບເບິນ​ບັນຈຸ​ຖ້ອຍ​ຄຳ​ຫຼື​ຂ່າວ​ສານ​ຂອງ​ພະ​ເຢໂຫວາ​ຢູ່ ຄຳພີ​ໄບເບິນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ພະ​ຄຳ​ຂອງ​ພະເຈົ້າ. ເຮົາ​ສາມາດ​ເຊື່ອ​ຖື​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ ເພາະ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ຕົວະ. “ພະເຈົ້າ​ຈະ​ເວົ້າ​ຕົວະ​ບໍ່​ໄດ້.” (ເຫບເ​ລິ 6:18) ພະ​ຄຳ​ຂອງ​ພະເຈົ້າ​ມີ​ຄວາມ​ຈິງ​ຢູ່.—ໂຍຮັນ 17:17.

ຄຳພີ​ໄບເບິນ​ເປັນ​ໜຶ່ງ​ໃນ​ຂອງ​ປະທານ​ອັນ​ລໍ້າ​ຄ່າ​ທີ່​ສຸດ​ຈາກ​ພະເຈົ້າ. ຄຳພີ​ໄບເບິນ​ຄື​ກັບ​ຈົດ​ໝາຍ​ຈາກ​ພໍ່​ທີ່​ມີ​ຄວາມ​ຮັກ​ເຖິງ​ລູກໆ​ຂອງ​ເຂົາ. ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ຈະ​ປ່ຽນ​ແຜ່ນດິນ​ໂລກ​ໃຫ້​ກາຍ​ເປັນ​ສະຖານ​ທີ່​ສວຍ​ງາມ​ເພື່ອ​ຢູ່​ອາໄສ​ຄື​ອຸທິຍານ. ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ໃນ​ອະດີດ, ສິ່ງ​ທີ່​ພະອົງ​ພວມ​ເຮັດ​ໃນ​ປັດຈຸບັນ, ແລະ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ໃນ​ອະນາຄົດ​ສຳລັບ​ລູກໆ​ທີ່​ສັດ​ຊື່​ຂອງ​ພະອົງ. ຄຳພີ​ໄບເບິນ​ຍັງ​ຊ່ວຍ​ເຮົາ​ແກ້ໄຂ​ປັນ​ຫາ​ຕ່າງໆ​ແລະ​ພົບ​ຄວາມ​ສຸກ.—2 ຕີໂມເຕ 3:16, 17.

ພະຍານ​ພະ​ເຢໂຫວາ​ແມ່ນ​ມິດ​ສະຫາຍ​ຂອງ​ພະເຈົ້າ; ພວກ​ເຂົາ​ຈະ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ພຽງ​ແຕ່​ບອກ​ເຂົາ​ວ່າ​ທ່ານ​ຕ້ອງການ​ສຶກສາ​ຄຳພີ​ໄບເບິນ. ພວກ​ເຂົາ​ບໍ່​ຄິດ​ໄລ່​ເງິນ​ສຳລັບ​ຄ່າ​ສອນ. (ມັດທາຍ 10:8) ນອກ​ຈາກ​ນັ້ນ ທ່ານ​ສາມາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆ​ຂອງ​ຄລິດສະຕຽນ. ການ​ປະຊຸມ​ເຫຼົ່າ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​ສະຖານ​ທີ່​ຂອງ​ການ​ນະມັດສະການ​ຊຶ່ງ​ເອີ້ນ​ວ່າ​ຫໍ​ປະຊຸມ​ລາຊະອານາຈັກ. ຫາກ​ທ່ານ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ ທ່ານ​ຈະ​ກ້າວ​ໜ້າ​ໄວ​ໃນ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ.

ທ່ານ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ​ຈາກ​ສິ່ງ​ທີ່​ພະອົງ​ຊົງ​ສ້າງ. ຍົກ​ຕົວຢ່າງ ຄຳພີ​ໄບເບິນ​ກ່າວ​ວ່າ “ພະເຈົ້າ​ໄດ້​ນິລະມິດ​ສ້າງ​ຟ້າ​ທັງ​ຫຼາຍ [“ຟ້າ​ສະຫວັນ,” ລ.ມ.] ແລະ​ແຜ່ນດິນ​ໂລກ.” (ຕົ້ນເດິມ 1:1) ເມື່ອ​ພະ​ເຢໂຫວາ​ໄດ້​ສ້າງ “ຟ້າ​ສະຫວັນ” ພະອົງ​ໄດ້​ສ້າງ​ດວງ​ຕາເວັນ. ເລື່ອງ​ນີ້​ບອກ​ຫຍັງ​ແກ່​ເຮົາ​ແດ່​ກ່ຽວ​ກັບ​ພະເຈົ້າ? ສິ່ງ​ນີ້​ບອກ​ເຮົາ​ວ່າ​ພະ​ເຢໂຫວາ​ມີ​ອຳນາດ​ມະຫາສານ. ມີ​ແຕ່​ພະອົງ​ເທົ່າ​ນັ້ນ​ທີ່​ສາມາດ​ສ້າງ​ສິ່ງ​ທີ່​ມີ​ພະລັງ​ຄື​ກັນ​ກັບ​ດວງ​ຕາເວັນ. ສິ່ງ​ນີ້​ຍັງ​ບອກ​ເຮົາ​ອີກ​ວ່າ​ພະ​ເຢໂຫວາ​ແມ່ນ​ສະຫຼາດ​ຮອບ​ຮູ້ ເນື່ອງ​ຈາກ​ຕ້ອງ​ໃຊ້​ສະຕິ​ປັນຍາ​ໃນ​ການ​ສ້າງ​ດວງ​ຕາເວັນ​ຊຶ່ງ​ໃຫ້​ຄວາມ​ຮ້ອນ​ແລະ​ແສງ​ສະຫວ່າງ​ທີ່​ບໍ່​ເຄີຍ​ດັບ​ມອດ.

ສິ່ງ​ທີ່​ພະ​ເຢໂຫວາ​ຊົງ​ສ້າງ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ເຮົາ. ຂໍ​ໃຫ້​ຄິດ​ເຖິງ​ໝາກ​ໄມ້​ຊະນິດ​ຕ່າງໆ​ທີ່​ມີ​ຢູ່​ເທິງ​ແຜ່ນດິນ​ໂລກ. ພະ​ເຢໂຫວາ​ອາດ​ຈັດ​ຕຽມ​ໝາກ​ໄມ້​ພຽງ​ແຕ່​ຊະນິດ​ດຽວ​ໃຫ້​ເຮົາ ຫຼື​ບໍ່​ໃຫ້​ມີ​ເລີຍ​ກໍ​ໄດ້. ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ ພະ​ເຢໂຫວາ​ປະທານ​ໝາກ​ໄມ້​ຫຼາຍ​ຊະນິດ​ໃຫ້​ເຮົາ​ພ້ອມ​ດ້ວຍ​ຮູບ​ຊົງ, ຂະໜາດ, ສີ​ແລະ​ລົດ​ຊາດ​ຫຼາຍ​ແບບ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍ່​ພຽງ​ປ່ຽມ​ດ້ວຍ​ຄວາມ​ຮັກ​ເທົ່າ​ນັ້ນ ແຕ່​ຍັງ​ເອື້ອເຟື້ອ ເຫັນ​ອົກ​ເຫັນ​ໃຈ ແລະ​ມີ​ຄວາມ​ເມດຕາ​ອີກ​ດ້ວຍ.—ຄຳເພງ 104:24.