ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 6

ອຸທິຍານ​ໃກ້​ເຂົ້າ​ມາ​ແລ້ວ!

ອຸທິຍານ​ໃກ້​ເຂົ້າ​ມາ​ແລ້ວ!

ສິ່ງ​ຊົ່ວ​ຮ້າຍ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ​ດຽວ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ອຸທິຍານ​ໃກ້​ເຂົ້າ​ມາ​ແລ້ວ. ຄຳພີ​ໄບເບິນ​ກ່າວ​ວ່າ​ເຮົາ​ຈະ​ເຫັນ​ຍຸກ​ສະໄໝ​ອັນ​ໜ້າ​ຢ້ານ​ກົວ​ເມື່ອ​ອຸທິຍານ​ໃກ້​ຈະ​ມາ​ເຖິງ. ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນ​ຍຸກ​ສະໄໝ​ດັ່ງ​ກ່າວ! ນີ້​ແມ່ນ​ບາງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ເກີດ​ຂຶ້ນ:

ສົງຄາມ​ໃຫຍ່. “ຊາດ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ຊາດ ແລະ​ອານາຈັກ​ຕໍ່​ສູ້​ອານາຈັກ.” (ມັດທາຍ 24:7, ລ.ມ.) ຄຳ​ພະຍາກອນ​ນີ້​ໄດ້​ເກີດ​ຂຶ້ນ​ເປັນ​ຈິງ. ນັບ​ແຕ່​ປີ 1914 ເປັນ​ຕົ້ນ​ມາ ມີ​ສົງຄາມ​ໂລກ​ສອງ​ຄັ້ງ​ແລະ​ສົງຄາມ​ທີ່​ນ້ອຍ​ກວ່າ​ອີກ​ຫຼາຍ​ຄັ້ງ. ມີ​ຄົນ​ເປັນ​ຈຳນວນ​ລ້ານໆ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ສົງຄາມ​ເຫຼົ່າ​ນັ້ນ.

ການ​ແພ່​ລະ​ບາດ​ຂອງ​ພະຍາດ. ຈະ​ມີ “ໂລກ​ລະ​ບາດ​ໃນ​ບ່ອນ​ຕ່າງໆ.” (ລຶກາ 21:11, ລ.ມ.) ເຫດການ​ນີ້​ໄດ້​ເກີດ​ຂຶ້ນ​ຈິງ​ບໍ? ແມ່ນ​ແລ້ວ. ມະເຮັງ, ໂລກ​ຫົວໃຈ, ວັນ​ນະ​ໂລກ, ໄຂ້​ມາ​ເລ​ເລຍ, ໂລກ​ເອດ ແລະ​ພະຍາດ​ອື່ນໆ​ໄດ້​ສັງຫານ​ຄົນ​ເປັນ​ລ້ານໆ.

ການ​ຂາດແຄນ​ອາຫານ. ທຸກໆ​ແຫ່ງ​ຂອງ​ແຜ່ນດິນ​ໂລກ​ມີ​ຜູ້​ຄົນ​ມີ​ອາຫານ​ກິນ​ບໍ່​ພຽງ​ພໍ. ທຸກໆ​ປີ​ຄົນ​ເປັນ​ຈຳນວນ​ລ້ານໆ​ເສຍ​ຊີວິດ​ຍ້ອນ​ຄວາມ​ອຶດຢາກ. ອັນ​ນີ້​ແມ່ນ​ສັນຍະລັກ​ອີກ​ປະການ​ໜຶ່ງ​ທີ່​ສະແດງ​ວ່າ​ອຸທິຍານ​ໃກ້​ຈະ​ຮອດ​ແລ້ວ. ຄຳພີ​ໄບເບິນ​ກ່າວ​ວ່າ “ຄວາມ​ອຶດຢາກ​ຈະ​ບັງເກີດ​ມາ​ດ້ວຍ.”—ມາລະໂກ 13:8.

ແຜ່ນດິນ​ໄຫວ. “ຈະ​ບັງເກີດ ... ແຜ່ນດິນ​ຫວັ່ນ​ໄຫວ​ຢູ່​ບ່ອນ​ຕ່າງໆ.” (ມັດທາຍ 24:7) ເຫດການ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຮົາ​ເຊັ່ນ​ດຽວ​ກັນ. ມີ​ຫຼາຍ​ກວ່າ​ໜຶ່ງ​ລ້ານ​ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​ແຜ່ນດິນ​ໄຫວ​ນັບ​ຕັ້ງ​ແຕ່​ປີ 1914 ເປັນ​ຕົ້ນ​ມາ.

ຜູ້​ຄົນ​ຊົ່ວ​ຮ້າຍ. ຜູ້​ຄົນ​ຈະ “ມັກ​ເງິນ​ຄຳ” ແລະ “ຮັກ​ແຕ່​ຕົວ​ເອງ.” ພວກ​ເຂົາ​ຈະ “ຮັກ​ການ​ສະຫນຸກ​ສະໜານ​ຫຼາຍ​ກວ່າ​ຮັກ​ພະເຈົ້າ.” ເດັກ​ນ້ອຍ​ຈະ “ບໍ່​ຟັງ​ພໍ່​ແມ່.” (2 ຕີໂມເຕ 3:1-5) ທ່ານ​ເຫັນ​ດີ​ນຳ​ບໍ​ວ່າ ມີ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ເປັນ​ແບບ​ນີ້​ໃນ​ປັດຈຸບັນ? ພວກ​ເຂົາ​ບໍ່​ມີ​ຄວາມ​ນັບຖື​ຕໍ່​ພະເຈົ້າ ແລະ​ພວກ​ເຂົາ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຄົນ​ເຫຼົ່າ​ນັ້ນ​ຜູ້​ທີ່​ພະຍາຍາມ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ.

ອາດຊະຍາກຳ. ພ້ອມ​ກັນ​ນັ້ນ “ການ​ລະເມີດ​ກົດ​ໝາຍ​ຈະ​ທະວີ​ຂຶ້ນ.” (ມັດທາຍ 24:12, ລ.ມ.) ທ່ານ​ຄົງ​ຈະ​ເຫັນ​ດີ​ນຳ​ວ່າ​ອາດຊະຍາກຳ​ແມ່ນ​ຮຸນແຮງ​ຂຶ້ນ​ເມື່ອ​ທຽບ​ກັບ​ຫຼາຍ​ປີ​ຜ່ານ​ມາ. ປະຊາຊົນ​ຢູ່​ທຸກ​ແຫ່ງ​ແມ່ນ​ສ່ຽງ​ຕໍ່​ການ​ຖືກ​ປຸ້ນ, ຖືກ​ໂກງ, ຫຼື​ຖືກ​ທຳ​ຮ້າຍ.

ສິ່ງ​ເຫຼົ່າ​ນີ້​ທັງ​ໝົດ​ສະແດງ​ໃຫ້​ເຫັນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ໃກ້​ເຂົ້າ​ມາ​ແລ້ວ. ຄຳພີ​ໄບເບິນ​ກ່າວ​ວ່າ “ເມື່ອ​ທ່ານ​ທັງ​ຫຼາຍ​ຈະ​ເຫັນ​ສິ່ງ​ທັງ​ຫຼາຍ​ນັ້ນ​ພວມ​ບັງເກີດ​ມາ ຈົ່ງ​ຮູ້​ຈັກ​ວ່າ​ແຜ່ນດິນ​ຂອງ​ພະເຈົ້າ [“ລາຊະອານາຈັກ​ຂອງ​ພະເຈົ້າ,” ລ.ມ.] ມາ​ໃກ້​ແລ້ວ.” (ລຶກາ 21:31) ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ລັດຖະບານ​ທາງ​ພາກ​ສະຫວັນ​ທີ່​ຈະ​ນຳ​ອຸທິຍານ​ມາ​ສູ່​ແຜ່ນດິນ​ໂລກ. ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຂົ້າ​ມາ​ແທນ​ທີ່​ລັດຖະບານ​ຂອງ​ມະນຸດ.—ດານຽນ 2:44.