ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 15

ເພື່ອນ​ຂອງ​ພະເຈົ້າ​ເຮັດ​ສິ່ງ​ທີ່​ດີ

ເພື່ອນ​ຂອງ​ພະເຈົ້າ​ເຮັດ​ສິ່ງ​ທີ່​ດີ

ເມື່ອ​ທ່ານ​ມີ​ເພື່ອນ​ຜູ້​ໜຶ່ງ​ຊຶ່ງ​ທ່ານ​ນິຍົມ​ແລະ​ນັບຖື ທ່ານ​ພະຍາຍາມ​ທີ່​ຈະ​ເປັນ​ຄື​ເຂົາ. ຄຳພີ​ໄບເບິນ​ກ່າວ​ວ່າ “ພະ​ເຢ​ໂ​ຫວາ​ເປັນ​ຜູ້​ດີ​ແລະ​ສັດ​ຊື່.” (ຄຳເພງ 25:8) ເພື່ອ​ຈະ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ເຮົາ​ຕ້ອງ​ເປັນ​ຄົນ​ດີ​ແລະ​ຊື່​ຕົງ. ຄຳພີ​ໄບເບິນ​ກ່າວ​ວ່າ “ຈົ່ງ​ເປັນ​ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ​ເໝືອນ​ເປັນ​ລູກ​ທີ່​ຮັກ​ຂອງ​ພະເຈົ້າ​ແລະ​ຈົ່ງ​ທຽວ​ໄປ​ໃນ​ຄວາມ​ຮັກ.” (ເອເຟດ 5:1, 2) ຕໍ່​ໄປ​ນີ້​ແມ່ນ​ບາງ​ແນວ​ທາງ​ທີ່​ຈະ​ເຮັດ​ສິ່ງ​ດັ່ງ​ກ່າວ:

ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຄົນ​ອື່ນ. “ຈົ່ງ​ກະທຳ​ການ​ດີ​ແກ່​ຄົນ​ທັງ​ປວງ.”—ຄາລາຊີ 6:10.

ດຸ​ໝັ່ນ​ໃນ​ການ​ເຮັດ​ວຽກ. “ຄົນ​ທີ່​ເຄີຍ​ລັກ​ຂອງ ຢ່າ​ຊູ່​ລັກ​ຕໍ່​ໄປ​ອີກ ແຕ່​ວ່າ​ໃຫ້​ເພິ່ນ​ກະທຳ​ການ​ດີ​ດ້ວຍ​ມື​ກໍ​ຊອບ​ກວ່າ.”—ເອເຟດ 4:28.

ຮັກສາ​ຮ່າງ​ກາຍ​ແລະ​ສິນທຳ​ໃຫ້​ສະອາດ. “ເຮົາ​ທັງ​ຫຼາຍ​ຕ້ອງ​ຊຳຮະ​ຕົວ​ໃຫ້​ປາສະຈາກ​ການ​ຖ່ອຍ​ຮ້າຍ​ແຫ່ງ​ເນື້ອ​ໜັງ​ແລະ​ຈິດວິນຍານ [“ວິນຍານ,” ລ.ມ.] ທຸກ​ຢ່າງ ແລະ​ກະທຳ​ຄວາມ​ບໍລິສຸດ​ໃຫ້​ສຳເລັດ​ໃນ​ຄວາມ​ຢ້ານຢຳ​ພະເຈົ້າ.”—2 ໂກລິນໂທ 7:1.

ປະຕິບັດ​ຕໍ່​ສະມາຊິກ​ຄອບຄົວ​ຂອງ​ທ່ານ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ນັບຖື. “ທ່ານ​ທັງ​ຫຼາຍ​ທັງ​ມວນ​ທຸກ​ຄົນ​ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ຕົວ​ເອງ ແລະ​ຝ່າຍ​ເມຍ​ນັ້ນ​ຈົ່ງ​ຢ້ານຢຳ​ຜົວ​ແຫ່ງ​ຕົນ. ລູກ​ທັງ​ຫຼາຍ​ເອີຍ ຈົ່ງ​ຟັງ​ພໍ່​ແມ່.”—ເອເຟດ 5:33-6:1.

ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ. “ເຮົາ​ທັງ​ຫຼາຍ​ຈົ່ງ​ຮັກ​ກັນ​ແລະ​ກັນ ເພາະ​ວ່າ​ຄວາມ​ຮັກ​ມາ​ແຕ່​ພະເຈົ້າ.”—1 ໂຍຮັນ 4:7.

ເຊື່ອ​ຟັງ​ກົດ​ໝາຍ​ບ້ານ​ເມືອງ. “ໃຫ້​ຄົນ​ທັງ​ຫຼາຍ​ທຸກ​ຄົນ​ຍອມ​ຢູ່​ໃຕ້​ບັງຄັບ [ລັດຖະບານ] . . . ຈົ່ງ​ໃຫ້​ແກ່​ຄົນ​ທຸກ​ຄົນ​ຕາມ​ທີ່​ສົມຄວນ​ກັບ​ເຂົາ ເງິນ​ສ່ວຍ​ສົມຄວນ​ແກ່​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.”—ໂລມ 13:​1, 7.