ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 9

ໃຜ​ແມ່ນ​ເພື່ອນ​ຂອງ​ພະເຈົ້າ?

ໃຜ​ແມ່ນ​ເພື່ອນ​ຂອງ​ພະເຈົ້າ?

ພະ​ເຍຊູ​ຄລິດ​ແມ່ນ​ພະ​ບຸດ​ຂອງ​ພະ​ເຢໂຫວາ​ແລະ​ແມ່ນ​ເພື່ອນ​ທີ່​ໃກ້​ຊິດ​ທີ່​ສຸດ​ແລະ​ຜູ້​ທີ່​ພະອົງ​ຮັກ​ທີ່​ສຸດ. ກ່ອນ​ທີ່​ພະ​ເຍຊູ​ມີ​ຊີວິດ​ໃນ​ຖານະ​ເປັນ​ມະນຸດ​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ມີ​ຊີວິດ​ຢູ່​ເທິງ​ສະຫວັນ​ໃນ​ຖານະ​ບຸກຄົນ​ກາຍ​ວິນຍານ​ທີ່​ມີ​ອຳນາດ. (ໂຍຮັນ 17:5) ຈາກ​ນັ້ນ​ພະອົງ​ສະເດັດ​ມາ​ແຜ່ນດິນ​ໂລກ​ເພື່ອ​ສອນ​ປະຊາຊົນ​ກ່ຽວ​ກັບ​ພະເຈົ້າ. (ໂຍຮັນ 18:37) ພະອົງ​ຍັງ​ໄດ້​ປະທານ​ຊີວິດ​ມະນຸດ​ຂອງ​ພະອົງ​ເພື່ອ​ຊ່ວຍ​ມະນຸດ​ທີ່​ເຊື່ອ​ຟັງ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ແລະ​ຄວາມ​ຕາຍ. (ໂລມ 6:23) ປັດຈຸບັນ​ນີ້​ພະ​ເຍຊູ​ເປັນ​ພະ​ມະຫາ​ກະສັດ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ ຊຶ່ງ​ເປັນ​ລັດຖະບານ​ທາງ​ພາກ​ສະຫວັນ​ທີ່​ຈະ​ນຳ​ເອົາ​ອຸທິຍານ​ມາ​ສູ່​ແຜ່ນດິນ​ໂລກ.—ຄຳປາກົດ 19:16.

ເຫຼົ່າ​ທູດ​ສະຫວັນ​ແມ່ນ​ເພື່ອນ​ຂອງ​ພະເຈົ້າ​ດ້ວຍ. ເຫຼົ່າ​ທູດ​ສະຫວັນ​ບໍ່​ໄດ້​ເລີ່ມ​ຕົ້ນ​ຊີວິດ​ຂອງ​ພວກ​ເຂົາ​ໃນ​ຖານະ​ມະນຸດ​ຢູ່​ເທິງ​ແຜ່ນດິນ​ໂລກ. ພວກ​ເຂົາ​ຖືກ​ສ້າງ​ຂຶ້ນ​ຢູ່​ເທິງ​ສະຫວັນ​ກ່ອນ​ທີ່​ພະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ. (ໂຢບ 38:4-7) ມີ​ທູດ​ສະຫວັນ​ຈຳນວນ​ລ້ານໆ​ອົງ. (ດານຽນ 7:10) ເພື່ອນ​ຂອງ​ພະເຈົ້າ​ທາງ​ພາກ​ສະຫວັນ​ເຫຼົ່າ​ນີ້​ຕ້ອງ​ການ​ໃຫ້​ຜູ້​ຄົນ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ.—ຄຳປາກົດ 14:6, 7.

ພະເຈົ້າ​ມີ​ເພື່ອນ​ຢູ່​ເທິງ​ແຜ່ນດິນ​ໂລກ​ດ້ວຍ. ພະອົງ​ເອີ້ນ​ພວກ​ເຂົາ​ວ່າ​ເຫຼົ່າ​ພະຍານ​ຂອງ​ພະອົງ. ພະຍານ​ຢູ່​ໃນ​ສານ​ບອກ​ສິ່ງ​ທີ່​ເຂົາ​ຮູ້​ກ່ຽວ​ກັບ​ບາງ​ຄົນ​ຫຼື​ບາງ​ສິ່ງ. ພະຍານ​ພະ​ເຢໂຫວາ​ບອກ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ປະສົງ​ຂອງ​ພະອົງ. (ເອຊາອີ 43:10) ຄື​ກັນ​ກັບ​ເຫຼົ່າ​ທູດ​ສະຫວັນ ເຫຼົ່າ​ພະຍານ​ຕ້ອງການ​ຊ່ວຍ​ທ່ານ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ. ພວກ​ເຂົາ​ຢາກ​ໃຫ້​ທ່ານ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ເຊັ່ນ​ກັນ.