ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ຫວັງ​ທີ່​ແນ່ນອນ​ສຳລັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ

ຄວາມ​ຫວັງ​ທີ່​ແນ່ນອນ​ສຳລັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ

ຜູ້​ຍິງ​ອາຍຸ 25 ປີ​ຄົນ​ໜຶ່ງ​ຂຽນ​ວ່າ “ໃນ​ປີ 1981 ແມ່​ລ້ຽງ​ຂອງ​ຂ້ອຍ​ຕາຍ​ດ້ວຍ​ໂລກ​ມະເຮັງ. ຄວາມ​ຕາຍ​ຂອງ​ແມ່​ລ້ຽງ​ເປັນ​ເລື່ອງ​ຮ້າຍແຮງ​ຫຼາຍ​ສຳລັບ​ຂ້ອຍ​ແລະ​ນ້ອງ​ຊາຍ​ທີ່​ເປັນ​ລູກ​ລ້ຽງ. ຕອນ​ນັ້ນ​ຂ້ອຍ​ອາຍຸ 17 ປີ​ແລະ​ນ້ອງ​ຊາຍ​ອາຍຸ 11 ປີ. ຂ້ອຍ​ຄິດ​ຮອດ​ແມ່​ລ້ຽງ​ຫຼາຍ. ຍ້ອນ​ໄດ້​ຮັບ​ການ​ສອນ​ວ່າ​ແມ່​ໄປ​ຢູ່​ສະຫວັນ ຂ້ອຍ​ຈຶ່ງ​ຢາກ​ຂ້າ​ຕົວ​ຕາຍ​ເພື່ອ​ຈະ​ໄດ້​ໄປ​ຢູ່​ນຳ​ແມ່. ແມ່​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ​ຂອງ​ຂ້ອຍ.”

ເບິ່ງ​ຄື​ວ່າ​ບໍ່​ຍຸຕິທຳ​ເລີຍ​ທີ່​ຄວາມ​ຕາຍ​ມີ​ອຳນາດ​ພາກ​ເອົາ​ຜູ້​ທີ່​ເຈົ້າ​ຮັກ​ໄປ​ຈາກ​ເຈົ້າ. ເມື່ອ​ເລື່ອງ​ນີ້​ເກີດ​ຂຶ້ນ ຄວາມ​ຄິດ​ທີ່​ວ່າ​ຈະ​ລົມ​ນຳ ຫົວ​ນຳ ຫຼື​ກອດ​ຄົນ​ທີ່​ເຈົ້າ​ຮັກ​ເຊິ່ງ​ຕາຍ​ແລ້ວ​ນັ້ນ​ບໍ່​ໄດ້​ອີກ​ແລ້ວ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ທີ່​ເຫຼືອ​ທົນ. ການ​ບອກ​ວ່າ​ຄົນ​ທີ່​ເຈົ້າ​ຮັກ​ໄປ​ຢູ່​ສະຫວັນ​ກໍ​ບໍ່​ອາດ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ເຈັບ​ປວດ​ນັ້ນ​ເບົາ​ບາງ​ລົງ.

ແຕ່​ຄຳພີ​ໄບເບິນ​ໃຫ້​ຄວາມ​ຫວັງ​ທີ່​ແຕກຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ. ດັ່ງ​ທີ່​ເຮົາ​ສັງເກດ​ໃນ​ຕອນ​ກ່ອນ ຂໍ້​ຄຳພີ​ສະແດງ​ວ່າ ເປັນ​ໄປ​ໄດ້​ທີ່​ອີກ​ເທື່ອ​ໜຶ່ງ​ໃນ​ອະນາຄົດ​ອັນ​ໃກ້​ນີ້​ເຈົ້າ​ຈະ​ໄດ້​ຢູ່​ນຳ​ຄົນ​ທີ່​ເຈົ້າ​ຮັກ​ເຊິ່ງ​ຕາຍ​ຈາກ​ໄປ​ແລ້ວ ບໍ່​ແມ່ນ​ຢູ່​ໃນ​ສະຫວັນ​ທີ່​ບໍ່​ຮູ້ຈັກ ແຕ່​ວ່າ​ຢູ່​ໃນ​ໂລກ​ນີ້​ທີ່​ມີ​ສະພາບ​ສະຫງົບ​ສຸກ​ແລະ​ຊອບທຳ. ໃນ​ເວລາ​ນັ້ນ​ມະນຸດ​ມີ​ໂອກາດ​ທີ່​ຈະ​ມີ​ສຸຂະພາບ​ສົມບູນ ແລະ​ພວກ​ເຂົາ​ຈະ​ບໍ່​ຕ້ອງ​ຕາຍ​ອີກ​ເລີຍ. ບາງ​ຄົນ​ອາດ​ບອກ​ວ່າ ‘ແຕ່​ນັ້ນ​ເປັນ​ຄວາມ​ຄິດ​ທີ່​ເພີ້​ຝັນ!’

ແມ່ນ​ຫຍັງ​ຈະ​ເຮັດ​ໃຫ້​ເຈົ້າ​ເຊື່ອ​ວ່າ ນັ້ນ​ແມ່ນ​ຄວາມ​ຫວັງ​ທີ່​ແນ່ນອນ? ເພື່ອ​ຈະ​ເຊື່ອ​ໃນ​ຄຳ​ສັນຍາ​ຢ່າງ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ແນ່​ໃຈ​ວ່າ ຜູ້​ທີ່​ສັນຍາ​ໄວ້​ນັ້ນ​ທັງ​ເຕັມ​ໃຈ​ເຮັດ​ແລະ​ສາມາດ​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ເປັນ​ຈິງ. ຖ້າ​ເປັນ​ແນວ​ນັ້ນ ແມ່ນ​ໃຜ​ສັນຍາ​ວ່າ​ຄົນ​ຕາຍ​ຈະ​ມີ​ຊີວິດ​ອີກ?

ໃນ​ລະດູ​ໃບ​ໄມ້​ປົ່ງ​ປີ 31 ສ.ສ. ພະ​ເຍຊູ​ຄລິດ​ສັນຍາ​ຢ່າງ​ໜັກ​ແໜ້ນ​ວ່າ “ຄົນ​ຕາຍ​ທັງ​ຫຼາຍ​ພະ​ບິດາ​ໃຫ້​ຄືນ​ມາ​ອີກ​ແລະ​ໃຫ້​ມີ​ຊີວິດ​ເໝືອນ​ຢ່າງ​ໃດ ພະ​ບຸດ​ໃຫ້​ມີ​ຊີວິດ​ແກ່​ຜູ້​ໃດ​ພະອົງ​ຢາກ​ໄດ້​ເໝືອນ​ຢ່າງ​ນັ້ນ​ດ້ວຍ. ຢ່າ​ປະຫຼາດ​ໃຈ​ດ້ວຍ​ສິ່ງ​ນັ້ນ ເພາະ​ວ່າ​ຄາວ​ມາ​ໃກ້​ແລ້ວ​ເວລາ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ​ກໍ​ຈະ​ຍິນ​ສຽງ​ປາກ​ຂອງ​ພະ​ບຸດ [ພະ​ເຍຊູ] ແລະ​ເຂົາ​ຈະ​ອອກ​ມາ.” (ໂຢຮັນ 5:21, 28, 29) ແມ່ນ​ແລ້ວ ພະ​ເຍຊູ​ຄລິດ​ສັນຍາ​ວ່າ​ລ້ານໆຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ອີກ ແລະ​ມີ​ໂອກາດ​ຈະ​ຢູ່​ຕະຫຼອດ​ໄປ​ໃນ​ສະພາບ​ອຸທິຍານ​ທີ່​ສະຫງົບ​ສຸກ. (ລືກາ 23:43; ໂຢຮັນ 3:16; 17:3; ທຽບ​ກັບ​ຄຳເພງ 37:29 ແລະ​ມັດທາຍ 5:5.) ເນື່ອງ​ຈາກ​ພະ​ເຍຊູ​ໄດ້​ສັນຍາ​ໄວ້ ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ເຕັມ​ໃຈ​ເຮັດ​ໃຫ້​ຄຳ​ສັນຍາ​ນີ້​ເປັນ​ຈິງ. ແຕ່​ພະອົງ​ຈະ​ສາມາດ​ເຮັດ​ເຊັ່ນ​ນັ້ນ​ໄດ້​ບໍ?

ບໍ່​ຮອດ​ສອງ​ປີ​ຫຼັງ​ຈາກ​ພະ​ເຍຊູ​ໃຫ້​ຄຳ​ສັນຍາ​ນີ້ ພະອົງ​ສະແດງ​ດ້ວຍ​ລິດເດດ​ອັນ​ຍິ່ງໃຫຍ່​ວ່າ ພະອົງ​ທັງ​ເຕັມ​ໃຈ​ແລະ​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ.

“ລາຊະໂລ​ເອີຍ ຈົ່ງ​ອອກ​ມາ​ທາງ​ນອກ​ເຖີ້ນ”

ເປັນ​ເຫດການ​ທີ່​ໜ້າ​ປະທັບ​ໃຈ. ລາຊະໂລ​ປ່ວຍ​ໜັກ​ເກືອບ​ຈະ​ຕາຍ. ເອື້ອຍ​ສອງ​ຄົນ​ຂອງ​ລາວ ມາລີ​ແລະ​ມາທາ​ສົ່ງ​ຂ່າວ​ໄປ​ຫາ​ພະ​ເຍຊູ​ເຊິ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຢູລະເດນ​ວ່າ “ພະອົງ​ເຈົ້າ​ຂ້າ​ເບິ່ງ​ເຖີ້ນ ຜູ້​ທີ່​ພະອົງ​ຮັກ​ນັ້ນ​ກໍ​ປ່ວຍ​ຢູ່.” (ໂຢຮັນ 11:3) ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຍຊູ​ຮັກ​ລາຊະໂລ. ພະ​ເຍຊູ​ຈະ​ບໍ່​ຢາກ​ເຫັນ​ເພື່ອນ​ທີ່​ປ່ວຍ​ຢູ່​ບໍ? ເປັນ​ເລື່ອງ​ແປກ​ປະຫຼາດ ແທນ​ທີ່​ຈະ​ໄປ​ທີ່​ບ້ານ​ເບທະນີ​ທັນທີ ພະ​ເຍຊູ​ພັດ​ພັກ​ຢູ່​ບ່ອນ​ທີ່​ພະອົງ​ຢູ່​ນັ້ນ​ຕໍ່​ອີກ​ສອງ​ມື້.—ໂຢຮັນ 11:5, 6.

ລາຊະໂລ​ຕາຍ​ຫຼັງ​ຈາກ​ຂ່າວ​ກ່ຽວ​ກັບ​ຄວາມ​ເຈັບ​ປ່ວຍ​ຂອງ​ລາວ​ຖືກ​ສົ່ງ​ອອກ​ໄປ​ບໍ່​ດົນ. ຕອນ​ທີ່​ລາຊະໂລ​ຕາຍ​ພະ​ເຍຊູ​ກໍ​ຮູ້ ແລະ​ພະອົງ​ຕັ້ງ​ໃຈ​ເຮັດ​ບາງ​ສິ່ງ​ກ່ຽວ​ກັບ​ເລື່ອງ​ນີ້. ເມື່ອ​ພະ​ເຍຊູ​ມາ​ເຖິງ​ບ້ານ​ເບທະນີ ສະຫາຍ​ທີ່​ຮັກ​ຂອງ​ພະອົງ​ຕາຍ​ໄປ​ແລ້ວ​ຕັ້ງ​ສີ່​ມື້. (ໂຢຮັນ 11:17, 39) ພະ​ເຍຊູ​ສາມາດ​ເອົາ​ຄົນ​ທີ່​ຕາຍ​ດົນ​ຂະໜາດ​ນັ້ນ​ໃຫ້​ມີ​ຊີວິດ​ອີກ​ໄດ້​ບໍ?

ເມື່ອ​ໄດ້​ຍິນ​ວ່າ​ພະ​ເຍຊູ​ພວມ​ມາ ມາທາ ຍິງ​ສາວ​ຜູ້​ວ່ອງໄວ​ໄດ້​ແລ່ນ​ອອກ​ໄປ​ເພື່ອ​ພົບ​ພະອົງ. (ທຽບ​ກັບ​ລືກາ 10:38-42.) ຄວາມ​ໂສກ​ເສົ້າ​ຂອງ​ມາທາ​ໄດ້​ກະຕຸ້ນ​ພະ​ເຍຊູ​ໃຫ້​ຮັບຮອງ​ກັບ​ລາວ​ວ່າ “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ຈາກ​ຕາຍ.” ເມື່ອ​ລາວ​ສະແດງ​ຄວາມ​ເຊື່ອ​ໃນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ ພະ​ເຍຊູ​ໄດ້​ກ່າວ​ແກ່​ລາວ​ຢ່າງ​ຊັດເຈນ​ວ່າ “ເຮົາ​ເປັນ​ການ​ຄືນ​ມາ​ຈາກ​ຕາຍ​ແລະ​ເປັນ​ຊີວິດ. ຜູ້​ທີ່​ເຊື່ອ​ໃນ​ເຮົາ​ແມ່ນ​ວ່າ​ເພິ່ນ​ຕາຍ​ແລ້ວ​ກໍ​ຈະ​ມີ​ຊີວິດ​ຢູ່.”—ໂຢຮັນ 11:20-25.

ເມື່ອ​ມາ​ເຖິງ​ບ່ອນ​ຝັງ​ສົບ ພະ​ເຍຊູ​ບອກ​ໃຫ້​ຍ້າຍ​ຫີນ​ທີ່​ຕັນ​ທາງ​ເຂົ້າ​ບ່ອນ​ຝັງ​ສົບ​ອອກ. ຫຼັງ​ຈາກ​ອະທິດຖານ​ດ້ວຍ​ສຽງ​ດັງ​ແລ້ວ ພະອົງ​ຈຶ່ງ​ສັ່ງ​ວ່າ “ລາຊະໂລ​ເອີຍ ຈົ່ງ​ອອກ​ມາ​ທາງ​ນອກ​ເຖີ້ນ.”—ໂຢຮັນ 11:38-43.

ຕາ​ທຸກ​ດວງ​ເພ່ງ​ເບິ່ງ​ບ່ອນ​ຝັງ​ສົບ. ແລ້ວ​ໃນ​ຄວາມ​ມືດ​ຮ່າງ​ໜຶ່ງ​ກໍ​ໄດ້​ປາກົດ​ອອກ​ມາ. ຕີນ​ມື​ຂອງ​ຮ່າງ​ນັ້ນ​ມີ​ແພ​ພັນ​ຢູ່ ແລະ​ມີ​ຜ້າ​ພັນ​ໜ້າ​ໄວ້. ພະ​ເຍຊູ​ບອກ​ວ່າ “ຈົ່ງ​ແກ້​ຜ້າ​ນັ້ນ​ແລະ​ໃຫ້​ເພິ່ນ​ໄປ​ເຖີ້ນ.” ຜ້າ​ພັນ​ສົບ​ຜືນ​ສຸດ​ທ້າຍ​ຕົກ​ໃສ່​ພື້ນ. ຮ່າງ​ນັ້ນ​ກໍ​ແມ່ນ​ລາຊະໂລ ຊາຍ​ທີ່​ຕາຍ​ໄປ​ຕັ້ງ​ສີ່​ມື້​ແລ້ວ!—ໂຢຮັນ 11:44.

ເຫດການ​ນັ້ນ​ໄດ້​ເກີດ​ຂຶ້ນ​ແທ້ໆບໍ?

ບັນທຶກ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ລາຊະໂລ​ທີ່​ຢູ່​ໃນ​ກິດຕິຄຸນ​ຂອງ​ໂຢຮັນ​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ແທ້ໆໃນ​ປະຫວັດສາດ. ລາຍ​ລະອຽດ​ຂອງ​ເລື່ອງ​ຊັດເຈນ​ເກີນ​ກວ່າ​ຈະ​ເປັນ​ພຽງ​ນິທານ​ປຽບ​ທຽບ. ຄັນ​ຈະ​ສົງໄສ​ເລື່ອງ​ນີ້​ກໍ​ຄື​ກັບ​ສົງໄສ​ການ​ອັດສະຈັນ​ທັງ​ໝົດ​ໃນ​ຄຳພີ​ໄບເບິນ ລວມ​ທັງ​ການ​ຄືນ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ຄລິດ​ດ້ວຍ. ແລະ​ການ​ປະຕິເສດ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ກໍ​ຄື​ກັບ​ການ​ປະຕິເສດ​ຄວາມ​ເຊື່ອ​ແບບ​ຄລິດສະຕຽນ​ທັງ​ໝົດ.—1 ໂກລິນໂທ 15:13-15.

ທີ່​ຈິງ​ແລ້ວ ຖ້າ​ເຈົ້າ​ເຊື່ອ​ວ່າ​ມີ​ພະເຈົ້າ ກໍ​ບໍ່​ມີ​ບັນຫາ​ທີ່​ເຈົ້າ​ຈະ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ເພື່ອ​ເປັນ​ຕົວຢ່າງ ຄົນ​ຜູ້​ໜຶ່ງ​ສາມາດ​ບັນທຶກ​ພາບ​ການ​ອ່ານ​ພິໄນກຳ​ຂອງ​ຕົນ​ໃສ່​ເ​ທັບ​ວີ​ດີ​ໂອ ແລະ​ຫຼັງ​ຈາກ​ລາວ​ຕາຍ​ໄປ ພີ່​ນ້ອງ​ແລະ​ຫມູ່​ເພື່ອນ​ຂອງ​ລາວ​ສາມາດ​ເຫັນ​ໜ້າ​ແລະ​ໄດ້​ຍິນ​ສຽງ​ຂອງ​ລາວ​ທີ່​ຊີ້​ແຈງ​ວ່າ ຄວນ​ຈະ​ຈັດການ​ກັບ​ຊັບ​ສິນ​ຂອງ​ລາວ​ແນວ​ໃດ. ເມື່ອ​ໜຶ່ງ​ຮ້ອຍ​ປີ​ກ່ອນ ການ​ບັນທຶກ​ພາບ​ແລະ​ສຽງ​ໃສ່​ເ​ທັບ​ວີ​ດີ​ໂອ​ເປັນ​ເລື່ອງ​ເຫຼືອ​ເຊື່ອ ແມ່ນ​ແຕ່​ໃນ​ຂະນະ​ນີ້ ສຳລັບ​ບາງ​ຄົນ​ທີ່​ຢູ່​ບ່ອນ​ໄກ​ຄວາມ​ຈະເລີນ​ແລ້ວ ວິຊາການ​ດ້ານ​ການ​ບັນທຶກ​ເ​ທັບ​ວີ​ດີ​ໂອ​ກໍ​ຍັງ​ເປັນ​ເລື່ອງ​ທີ່​ອັດສະຈັນ​ເກີນ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ. ຖ້າ​ຫາກ​ມະນຸດ​ຍັງ​ສາມາດ​ໃຊ້​ຫຼັກ​ວິທະຍາສາດ​ທີ່​ພະ​ຜູ້​ສ້າງ​ຕັ້ງ​ຂຶ້ນ ມາ​ບັນທຶກ​ພາບ​ເຫດການ​ທີ່​ເຫັນ​ໄດ້​ແລະ​ມີ​ສຽງ ພະ​ຜູ້​ສ້າງ​ແຮ່ງ​ຈະ​ເຮັດ​ໄດ້​ຫຼາຍ​ກວ່າ​ນັ້ນ​ແມ່ນ​ບໍ? ດັ່ງ​ນັ້ນ ມີ​ເຫດຜົນ​ທີ່​ວ່າ​ຜູ້​ສ້າງ​ຊີວິດ​ໃນ​ເບື້ອງ​ຕົ້ນ​ກໍ​ສາມາດ​ສ້າງ​ຊີວິດ​ໃໝ່ ແມ່ນ​ບໍ?

ການ​ອັດສະຈັນ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ລາຊະໂລ​ເສີມ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ແລະ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໃຫ້​ຫຼາຍ​ຂຶ້ນ. (ໂຢຮັນ 11:41, 42; 12:9-11, 17-19) ການ​ອັດສະຈັນ​ນັ້ນ​ຍັງ​ເຜີຍ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ບຸດ​ເຕັມ​ໃຈ​ແລະ​ປາຖະໜາ​ເຮັດ​ການ​ຄືນ​ມາ​ຈາກ​ຕາຍ.

‘ພະເຈົ້າ​ມີ​ຄວາມ​ປາຖະໜາ’

ອາການ​ທີ່​ພະ​ເຍຊູ​ມີ​ຕໍ່​ຄວາມ​ຕາຍ​ຂອງ​ລາຊະໂລ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ບຸດ​ຂອງ​ພະເຈົ້າ​ມີ​ຄວາມ​ຮູ້ສຶກ​ອັນ​ອ່ອນ​ລະມຸນ. ຄວາມ​ຮູ້ສຶກ​ອັນ​ເລິກ​ເຊິ່ງ​ໃນ​ໂອກາດ​ນັ້ນ​ສະແດງ​ຢ່າງ​ຊັດເຈນ​ວ່າ​ພະອົງ​ປາຖະໜາ​ຢ່າງ​ແຮງ​ກ້າ​ທີ່​ຈະ​ປຸກ​ຜູ້​ຕາຍ​ໃຫ້​ກັບ​ຄືນ​ມາ. ເຮົາ​ອ່ານ​ວ່າ “ເມື່ອ​ນາງ​ມາລີ​ໄດ້​ໄປ​ບ່ອນ​ທີ່​ພະ​ເຍຊູ​ຢູ່​ແລະ​ເຫັນ​ພະອົງ​ແລ້ວ ນາງ​ໄດ້​ຂາບ​ຕົວ​ລົງ​ທີ່​ຕີນ​ຂອງ​ພະອົງ​ແລະ​ກ່າວ​ແກ່​ພະອົງ​ວ່າ ‘ພະອົງ​ເຈົ້າ​ຂ້າ ຖ້າ​ພະອົງ​ໄດ້​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າພະເຈົ້າ​ຈະ​ບໍ່​ໄດ້​ຕາຍ.’ ເຫດ​ສັນນີ້​ເມື່ອ​ພະ​ເຍຊູ​ໄດ້​ເຫັນ​ນາງ​ຮ້ອງໄຫ້​ແລະ​ພວກ​ຊາວ​ຢູເດ​ທີ່​ໄດ້​ມາ​ນຳ​ນາງ​ນັ້ນ​ຮ້ອງໄຫ້​ດ້ວຍ ພະອົງ​ໄດ້​ສັ່ນ​ໃນ​ຈິດວິນຍານ​ແຫ່ງ​ຕົນ​ແລະ​ວຸ່ນວາຍ​ໄປ ແລະ​ກ່າວ​ວ່າ ‘ຫມູ່​ເຈົ້າ​ວາງ​ເພິ່ນ​ລົງ​ໃນ​ທີ່​ໃດ?’ ເຂົາ​ໄດ້​ກ່າວ​ແກ່​ພະອົງ​ວ່າ ‘ພະອົງ​ເຈົ້າ​ຂ້າ​ເຊີນ​ມາ​ເບິ່ງ.’ ແລະ​ພະ​ເຍຊູ​ໄດ້​ຮ້ອງໄຫ້​ນໍ້າ​ຕາ​ໄຫຼ​ອອກ. ເຫດ​ສັນນີ້​ພວກ​ຊາວ​ຢູເດ​ໄດ້​ກ່າວ​ວ່າ ‘ເບິ່ງ​ເຖີ້ນ ພະ​ອົງ​ໄດ້​ຮັກ​ທ່ານ​ລາຊະໂລ​ຫຼາຍ​ປານ​ນັ້ນ.’”—ໂຢຮັນ 11:32-36.

ຄວາມ​ເມດຕາ​ສົງສານ​ຈາກ​ໃຈ​ຂອງ​ພະ​ເຍຊູ​ສະແດງ​ໃນ​ທີ່​ນີ້​ໂດຍ​ຄຳ​ເວົ້າ​ສາມ​ຄຳ “ສັ່ນ​ໃນ​ຈິດວິນຍານ [“ສະເທືອນ​ໃຈ,” ລ.ມ.] “ວຸ່ນວາຍ​ໄປ” ແລະ “ນໍ້າ​ຕາ​ໄຫຼ​ອອກ” ຄຳ​ພາສາ​ເດີມ​ທີ່​ໂຢຮັນ​ໃຊ້​ບັນທຶກ​ເຫດການ​ທີ່​ຊາບ​ຊຶ້ງ​ໃຈ​ນັ້ນ​ສະແດງ​ວ່າ​ພະ​ເຍຊູ​ສະເທືອນ​ໃຈ​ຫຼາຍ​ຍ້ອນ​ຄວາມ​ຕາຍ​ຂອງ​ລາຊະໂລ​ເພື່ອນ​ຮັກ ແລະ​ການ​ເຫັນ​ເອື້ອຍ​ຂອງ​ລາຊະໂລ​ຮ້ອງໄຫ້​ຈຶ່ງ​ເຮັດ​ໃຫ້​ນໍ້າ​ຕາ​ຂອງ​ພະອົງ​ຫຼັ່ງ​ອອກ. *

ສິ່ງ​ທີ່​ໂດດ​ເດັ່ນ​ຫຼາຍ​ແມ່ນ ກ່ອນ​ໜ້າ​ນັ້ນ​ພະ​ເຍຊູ​ໄດ້​ເຮັດ​ໃຫ້​ສອງ​ຄົນ​ຄືນ​ມາ​ຈາກ​ຕາຍ. ແລະ​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ​ແບບ​ນີ້​ກັບ​ລາຊະໂລ. (ໂຢຮັນ 11:11, 23, 25) ເຖິງ​ປານ​ນັ້ນ ພະອົງ “ນໍ້າ​ຕາ​ໄຫຼ​ອອກ.” ດັ່ງ​ນັ້ນ ການ​ເຮັດ​ໃຫ້​ມະນຸດ​ຄືນ​ມາ​ຈາກ​ຕາຍ ບໍ່​ແມ່ນ​ຂັ້ນ​ຕອນ​ການ​ທຳ​ງານ​ຂອງ​ພະ​ເຍຊູ​ເທົ່າ​ນັ້ນ. ຄວາມ​ຮູ້ສຶກ​ອັນ​ອ່ອນ​ໂຍນ​ແລະ​ເລິກ​ເຊິ່ງ​ທີ່​ພະອົງ​ສະແດງ​ໃນ​ໂອກາດ​ນັ້ນ​ຊີ້​ຊັດ​ວ່າ​ພະອົງ​ປາຖະໜາ​ຢ່າງ​ແຮງ​ກ້າ​ທີ່​ຈະ​ກຳຈັດ​ຜົນ​ເສຍຫາຍ​ຂອງ​ຄວາມ​ຕາຍ.

ຄວາມ​ຮູ້ສຶກ​ອັນ​ອ່ອນ​ໂຍນ​ເມື່ອ​ປຸກ​ລາຊະໂລ​ໃຫ້​ຄືນ​ມາ​ຈາກ​ຕາຍ ໄດ້​ສະທ້ອນ​ເຖິງ​ຄວາມ​ປາຖະໜາ​ຂອງ​ພະອົງ​ທີ່​ຈະ​ກຳຈັດ​ຜົນ​ເສຍຫາຍ​ຂອງ​ຄວາມ​ຕາຍ

ເນື່ອງ​ຈາກ​ວ່າ​ພະ​ເຍຊູ ‘ເປັນ​ແບບ​ພະ​ສາຍ​ຂອງ​ພະເຈົ້າ’ ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ສາມາດ​ຄາດ​ໝາຍ​ເລື່ອງ​ນີ້​ຈາກ​ພະ​ບິດາ​ທາງ​ພາກ​ສະຫວັນ​ຂອງ​ເຮົາ​ໄດ້​ບໍ່​ໜ້ອຍ​ໄປ​ກວ່າ​ພະ​ເຍຊູ. (ເຫບເລີ 1:3) ໂຢບ​ບຸລຸດ​ຜູ້​ສັດ​ຊື່​ໄດ້​ບອກ​ກ່ຽວ​ກັບ​ຄວາມ​ເຕັມ​ໃຈ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ເຮັດ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໄວ້​ວ່າ “ຖ້າ​ຄົນ​ຜູ້​ໜຶ່ງ​ຕາຍ​ເພິ່ນ​ຈະ​ຄືນ​ມາ​ອີກ​ຫຼື? . . . ພະອົງ​ຈະ​ໄດ້​ຮ້ອງ​ເອີ້ນ​ແລະ​ຂ້າ​ນ້ອຍ​ຈະ​ໄດ້​ຕອບ. ພະອົງ​ຈະ​ໄດ້​ມີ​ຄວາມ​ປາຖະໜາ ສູ່​ກິດຈະການ​ແຫ່ງ​ມື​ພະອົງ.” (ໂຢບ 14:14, 15) ໃນ​ທີ່​ນີ້​ພາສາ​ເດີມ​ທີ່​ແປ​ວ່າ “ພະອົງ​ຈະ​ໄດ້​ມີ​ຄວາມ​ປາຖະໜາ” ສະແດງ​ເຖິງ​ຄວາມ​ປາຖະໜາ​ແລະ​ຄວາມ​ຕ້ອງການ​ຢ່າງ​ຈິງ​ຈັງ​ຂອງ​ພະເຈົ້າ. (ຕົ້ນເດີມ 31:30; ຄຳເພງ 84:2) ປາກົດ​ຊັດ​ວ່າ ພະ​ເຢໂຫວາ​ມຸ່ງ​ໝາຍ​ຢ່າງ​ແຮງ​ກ້າ​ໃນ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.

ພວກ​ເຮົາ​ຈະ​ເຊື່ອ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້​ບໍ? ເຊື່ອ​ໄດ້ ບໍ່​ມີ​ຂໍ້​ສົງໄສ​ວ່າ​ພະ​ເຢໂຫວາ​ແລະ​ພະ​ບຸດ​ຂອງ​ພະອົງ​ທັງ​ເຕັມ​ໃຈ​ແລະ​ຍັງ​ສາມາດ​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ເປັນ​ຈິງ. ນັ້ນ​ຈະ​ໝາຍ​ຄວາມ​ຢ່າງ​ໃດ​ສຳລັບ​ເຈົ້າ? ເຈົ້າ​ມີ​ໂອກາດ​ຈະ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຮ່ວມ​ກັນ​ກັບ​ຜູ້​ທີ່​ເຈົ້າ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ ແຕ່​ຈະ​ເປັນ​ໂລກ​ທີ່​ມີ​ສະພາບ​ທີ່​ແຕກຕ່າງ​ຈາກ​ຕອນ​ນີ້​ຫຼາຍ!

ພະ​ເຢໂຫວາ​ພະເຈົ້າ ຜູ້​ທີ່​ໄດ້​ເລີ່ມ​ຕົ້ນ​ສ້າງ​ມະນຸດ​ໃຫ້​ຢູ່​ໃນ​ສວນ​ທີ່​ສວຍ​ງາມ​ໜ້າ​ຢູ່ ພະອົງ​ໄດ້​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ​ອີກ ໂດຍ​ການ​ປົກຄອງ​ແຫ່ງ​ລາຊະອານາຈັກ​ຝ່າຍ​ສະຫວັນ​ພາຍ​ໃຕ້​ພະ​ເຍຊູ​ຄລິດ​ທີ່​ຊົງ​ສະຫງ່າ​ລາສີ​ຢູ່​ດຽວ​ນີ້. (ຕົ້ນເດີມ 2:7-9; ມັດທາຍ 6:10; ລືກາ 23:42, 43) ໃນ​ອຸທິຍານ​ທີ່​ຟື້ນຟູ​ແລ້ວ​ນັ້ນ ຄອບຄົວ​ມະນຸດ​ມີ​ໂອກາດ​ຈະ​ມີ​ຊີວິດ​ທີ່​ບໍ່​ສິ້ນ​ສຸດ ໂລກ​ໄພ​ໄຂ້​ເຈັບ​ທັງ​ໝົດ​ຈະ​ບໍ່​ມີ​ອີກ. (ຄຳປາກົດ 21:1-4; ທຽບ​ກັບ​ໂຢບ 33:25; ເອຊາອີ 35:5-7) ເຊັ່ນ​ດຽວ​ກັນ ຄວາມ​ກຽດ​ຊັງ ອະຄະຕິ​ທາງ​ເຊື້ອ​ຊາດ ຄວາມ​ຮຸນແຮງ​ລະຫວ່າງ​ເຜົ່າ​ພັນ ແລະ​ການ​ບີບ​ຄັ້ນ​ທາງ​ເສດຖະກິດ ກໍ​ຈະ​ໝົດ​ໄປ. ພະ​ເຢໂຫວາ​ພະເຈົ້າ ໂດຍ​ທາງ​ພະ​ເຍຊູ​ຄລິດ​ຈະ​ປຸກ​ຄົນ​ທີ່​ຕາຍ​ໄປ​ໃຫ້​ຄືນ​ມາ​ຈາກ​ຕາຍ ເຂົ້າ​ສູ່​ໂລກ​ທີ່​ໄດ້​ຊຳຮະ​ສະອາດ​ແລ້ວ.

ການ​ປຸກ​ໃຫ້​ຄືນ​ຈາກ​ຕາຍ​ເຊິ່ງ​ອາໄສ​ຄ່າໄຖ່​ຂອງ​ພະ​ເຍຊູ​ຄລິດ​ຈະ​ນຳ​ເອົາ​ຄວານ​ຍິນດີ​ມາ​ສູ່​ມະນຸດ​ຊາດ​ທັງ​ໝົດ

ບັດ​ນີ້​ຍິງ​ຄລິດສະຕຽນ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ຂອງ​ສ່ວນ​ນີ້​ມີ​ຄວາມ​ຫວັງ​ແບບ​ນີ້. ຫຼາຍ​ປີ​ຫຼັງ​ຈາກ​ແມ່​ຂອງ​ລາວ​ຕາຍ​ໄປ ພະຍານ​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ຖີ່​ຖ້ວນ. ລາວ​ຈື່​ວ່າ “ຫຼັງ​ຈາກ​ຮຽນ​ຮູ້​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ຂ້ອຍ​ຮ້ອງໄຫ້. ເປັນ​ເລື່ອງ​ດີ​ວິເສດ​ແທ້ໆທີ່​ຮູ້​ວ່າ​ຂ້ອຍ​ຈະ​ໄດ້​ເຫັນ​ແມ່​ອີກ.”

ຖ້າ​ຫາກ​ເຈົ້າ​ປາຖະໜາ​ຈະ​ເຫັນ​ຜູ້​ທີ່​ເຈົ້າ​ຮັກ​ອີກ ພະຍານ​ພະ​ເຢໂຫວາ​ຍິນດີ​ຊ່ວຍ​ເຈົ້າ​ຮຽນ​ຮູ້​ວິທີ​ເຮັດ​ໃຫ້​ຄວາມ​ຫວັງ​ແນ່ນອນ​ແບບ​ນີ້​ເປັນ​ຂອງ​ເຈົ້າ​ເອງ. ເຊີນ​ຕິດ​ຕໍ່​ກັບ​ເຂົາ​ເຈົ້າ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ​ທີ່​ໃກ້​ເຮືອນ​ຂອງ​ເຈົ້າ ຫຼື​ຕາມ​ທີ່​ຢູ່​ໃກ້​ທີ່​ສຸດ​ໃນ​ລາຍການ​ໜ້າ 32.

^ ຂໍ້ 20 ພາສາ​ກະເລັກ​ແປ​ຄຳ “ສະເທືອນ​ໃຈ” ມາ​ຈາກ​ຄຳ​ກິລິຍາ​ເຊິ່ງ​ໝາຍ​ຄວາມ​ວ່າ​ສະເທືອນ​ໃຈ​ດ້ວຍ​ຄວາມ​ເຈັບ​ປວດ​ຫຼື​ຢ່າງ​ເລິກ​ເຊິ່ງ. ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຜູ້​ໜຶ່ງ​ໃຫ້​ຂໍ້​ສັງເກດ​ວ່າ “ຄຳ​ນີ້​ໝາຍ​ຄວາມ​ໄດ້​ຢ່າງ​ດຽວ​ວ່າ ພະ​ເຍຊູ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງ​ແບບ​ນີ້​ຈົນ​ໄດ້​ຄໍ່າຄວນ​ອອກ​ມາ​ຢ່າງ​ບໍ່​ຕັ້ງ​ໃຈ.” ຄຳ​ທີ່​ແປ​ວ່າ “ວຸ່ນວາຍ​ໄປ” ມາ​ຈາກ​ຄຳ​ພາສາ​ກະເລັກ​ທີ່​ສະແດງ​ເຖິງ​ຄວາມ​ເດືອດຮ້ອນ​ໃຈ. ຕາມ​ຜູ້​ຮຽບ​ຮຽງ​ວັດຈະນານຸກົມ​ຄົນ​ໜຶ່ງ ຄຳ​ນີ້​ແປ​ວ່າ “ເຮັດ​ໃຫ້​ວຸ່ນວາຍ​ຢູ່​ພາຍ​ໃນ . . . ສະເທືອນ​ໃຈ​ຍ້ອນ​ຄວາມ​ເຈັບ​ປວດ​ແລະ​ຄວາມ​ເສົ້າ​ໂສກ​ຢ່າງ​ໜັກ. ຄຳ​ວ່າ “ນໍ້າ​ຕາ​ໄຫຼ​ອອກ” ມາ​ຈາກ​ພາສາ​ກະເລັກ​ເຊິ່ງ​ໝາຍ​ຄວາມ​ວ່າ “ນໍ້າ​ຕາ​ໄຫຼ ຮ້ອງໄຫ້​ບໍ່​ມີ​ສຽງ.”