ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ເປັນ​ໄປ​ບໍ່​ໄດ້!”

“ເປັນ​ໄປ​ບໍ່​ໄດ້!”

ຄົນ​ນິວຢອກ (ສະຫະລັດ​ອະເມລິກາ) ຜູ້​ໜຶ່ງ​ເລົ່າ​ວ່າ “ລູກ​ຊາຍ​ຂອງ​ຂ້ອຍ​ໂຢນາທານ​ໄປ​ຫາ​ຫມູ່​ທີ່​ຢູ່​ຫ່າງ​ຈາກ​ເຮືອນ​ບໍ່​ຫຼາຍ​ກິໂລແມັດ. ເມຍ​ຂອງ​ຂ້ອຍ​ວາ​ເລັນ​ຕິ​ນາ​ບໍ່​ຢາກ​ໃຫ້​ລູກ​ໄປ​ທີ່​ນັ້ນ. ລາວ​ວິຕົກ​ກັງວົນ​ຕະຫຼອດ​ກ່ຽວ​ກັບ​ການ​ສັນ​ຈອນ. ແຕ່​ວ່າ​ໂຢນາທານ​ມັກ​ວິຊາ​ເອເລັກໂຕ​ຫຼາຍ ແລະ​ຫມູ່​ຂອງ​ລາວ​ມີ​ຮ້ານ​ສ້ອມ​ແປງ​ເຊິ່ງ​ລາວ​ຈະ​ໄດ້​ປະສົບການ​ທີ່​ດີໆ. ຂ້ອຍ​ຢູ່​ບ້ານ​ໃນ​ເມືອງ​ມານ​ອັດ​ຕັນ​ຕາເວັນ​ຕົກ​ຂອງ​ເມືອງ​ນິວຢອກ. ເມຍ​ຂອງ​ຂ້ອຍ​ໄປ​ຢາມ​ພີ່​ນ້ອງ​ຂອງ​ລາວ​ຢູ່​ປອກໂຕຣິກໂກ. ຂ້ອຍ​ຄິດ​ວ່າ ‘ອີກ​ບໍ່​ດົນ​ໂຢນາທານ​ຄົງ​ຈະ​ກັບ​ມາ’. ແລ້ວ​ກະດິງ​ປະຕູ​ເຮືອນ​ກໍ​ດັງ​ຂຶ້ນ. ‘ແມ່ນ​ລູກ​ແນ່ນອນ.’ ແຕ່​ວ່າ​ມັນ​ບໍ່​ແມ່ນ. ແມ່ນ​ຕຳ​ຫຼວດ​ແລະ​ຜູ້​ຊ່ວຍ​ແພດ. ນາຍ​ຕຳ​ຫຼວດ​ນັ້ນ​ຖາມ​ວ່າ ‘ເຈົ້າ​ຈື່​ໃບ​ຂັບ​ຂີ່​ນີ້​ໄດ້​ບໍ?’ ‘ຈື່​ໄດ້ ມັນ​ແມ່ນ​ໃບ​ຂັບ​ຂີ່​ຂອງ​ໂຢນາທານ​ລູກ​ຊາຍ​ຂອງ​ຂ້ອຍ.’ ‘ພວກ​ເຮົາ​ມີ​ຂ່າວ​ຮ້າຍ​ຈະ​ບອກ​ເຈົ້າ. ເກີດ​ອຸບັດ​ເຫດ​ຂຶ້ນ ແລະ . . . ລູກ​ເຈົ້າ . . . ລູກ​ຊາຍ​ຂອງ​ເຈົ້າ​ເສຍ​ຊີວິດ​ແລ້ວ.’ ການ​ຕອບ​ສະໜອງ​ໃນ​ຕອນ​ທຳອິດ​ຂອງ​ຂ້ອຍ​ແມ່ນ ‘ເປັນ​ໄປ​ບໍ່​ໄດ້!’ ເຫດການ​ສະເທືອນ​ໃຈ​ເທື່ອ​ນັ້ນ​ຍັງ​ຄົງ​ເປັນ​ບາດ​ແຜ​ໃນ​ຫົວໃຈ​ຂອງ​ພວກ​ເຮົາ​ຢູ່ ແມ່ນ​ວ່າ​ຫຼາຍ​ປີ​ແລ້ວ.””

‘ພວກ​ເຮົາ​ມີ​ຂ່າວ​ຮ້າຍ​ຈະ​ບອກ​ເຈົ້າ. ເກີດ​ອຸບັດ​ເຫດ​ຂຶ້ນ ແລະ. . . ລູກ​ເຈົ້າ. . . ລູກ​ຊາຍ​ຂອງ​ເຈົ້າ​ເສຍ​ຊີວິດ​ແລ້ວ’

ພໍ່​ຜູ້​ໜຶ່ງ​ໃນ​ເມືອງ​ປາ​ເຊີ​ໂລ​ນາ (ແອ​ດ​ສະ​ປາຍ) ຂຽນ​ວ່າ “ຫວນ​ກັບ​ຄືນ​ໄປ​ໃນ​ຕອນ​ທົດສະວັດ 1960 ທີ່​ປະເທດ​ແອ​ດ​ສະ​ປາຍ ຄອບຄົວ​ຂອງ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ. ຄອບຄົວ​ຂອງ​ເຮົາ​ມີ ເມຍ​ຂ້ອຍ​ມາ​ເລຍ​ແລະ​ລູກ​ສາມ​ຄົນ ທ້າວ​ດາວິດ ທ້າວ​ປາ​ກີ​ໂຕ​ແລະ​ນາງ​ອີ​ຊາ​ເບນ ອາຍຸ​ຕັ້ງ​ແຕ່ 13 11 ແລະ 9 ປີ​ຕາມ​ລຳດັບ.

“ມື້​ໜຶ່ງ​ໃນ​ເດືອນ​ມີ​ນາ​ປີ 1963 ທ້າວ​ປາ​ກີ​ໂຕ​ກັບ​ຈາກ​ໂຮງ​ຮຽນ ພໍ​ເຂົ້າ​ໄປ​ໃນ​ເຮືອນ​ກໍ​ຈົ່ມ​ວ່າ​ເຈັບ​ຫົວ​ຫຼາຍ. ພວກ​ເຮົາ​ຮູ້ສຶກ​ງົງ​ວ່າ​ຄວາມ​ເຈັບ​ນັ້ນ​ເກີດ​ຂຶ້ນ​ຍ້ອນ​ຫຍັງ—ແຕ່​ບໍ່​ດົນ​ກໍ​ພົບ​ສາເຫດ. ສາມ​ຊົ່ວ​ໂມງ​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ສິ້ນ​ຊີວິດ. ອາການ​ເສັ້ນ​ເລືອດ​ແຕກ​ໃນ​ສະໝອງ​ເຮັດ​ໃຫ້​ລາວ​ເສຍ​ຊີວິດ​ທັນທີ.

“ປາ​ກີ​ໂຕ​ຕາຍ​ໄປ​ຕັ້ງ 30 ກວ່າ​ປີ​ແລ້ວ. ແຕ່​ວ່າ​ຄວາມ​ເຈັບ​ປວດ​ຈາກ​ການ​ສູນ​ເສຍ​ລູກ​ໃນ​ຄັ້ງ​ນັ້ນ​ຍັງ​ຄົງ​ຝັງ​ເລິກ​ຢູ່​ໃນ​ຫົວໃຈ​ພວກ​ເຮົາ​ຮອດ​ທຸກ​ມື້​ນີ້. ເປັນ​ໄປ​ບໍ່​ໄດ້​ທີ່​ພໍ່​ແມ່​ຜູ້​ທີ່​ສູນ​ເສຍ​ລູກ​ຈະ​ບໍ່​ຮູ້ສຶກ​ວ່າ ເຂົາ​ໄດ້​ສູນ​ເສຍ​ສ່ວນ​ໜຶ່ງ​ຂອງ​ຕົນ​ເອງ—ບໍ່​ວ່າ​ຈະ​ດົນ​ປານ​ໃດ​ຫຼື​ເຂົາ​ເຈົ້າ​ຈະ​ມີ​ລູກ​ອີກ​ທໍ່​ໃດ​ຄົນ.

ປະສົບການ​ທັງ​ສອງ​ນີ້​ສະແດງ​ວ່າ ພໍ່​ແມ່​ທີ່​ສູນ​ເສຍ​ລູກ​ນັ້ນ​ຈະ​ມີ​ບາດ​ແຜ​ທີ່​ຢູ່​ໃນ​ຫົວໃຈ​ທັງ​ເລິກ​ແລະ​ດົນ​ນານ​ສໍ່າ​ໃດ. ເປັນ​ຈິງ​ດັ່ງ​ແພດ​ຜູ້​ໜຶ່ງ​ໄດ້​ຂຽນ​ວ່າ “ຕາມ​ປົກກະຕິ​ຄວາມ​ຕາຍ​ຂອງ​ເດັກ​ນ້ອຍ​ນັ້ນ​ເສົ້າ​ສະ​ຫຼົດ​ແລະ​ຊອກ​ຊໍ້າ​ຫຼາຍ​ກວ່າ​ຄວາມ​ຕາຍ​ຂອງ​ຜູ້​ທີ່​ອາຍຸ​ຫຼາຍ ເພາະ​ມັກ​ຈະ​ຄິດ​ກັນ​ວ່າ​ເດັກ​ນ້ອຍ​ຄວນ​ຈະ​ເປັນ​ຜູ້​ທີ່​ຕາຍ​ລຸນ​ຫມູ່​ໃນ​ຄອບຄົວ. . . . ຄວາມ​ຕາຍ​ຂອງ​ເດັກ​ນ້ອຍ​ໝາຍ​ເຖິງ​ການ​ສູນ​ເສຍ​ຄວາມ​ຝັນ​ໃນ​ເລື່ອງ​ອະນາຄົດ ຄວາມ​ສຳພັນ [ແບບ​ລູກ​ຊາຍ ລູກໃພ້ ຫຼານ] ປະສົບການ​ຫຼາຍໆຢ່າງ . . . ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ​ມາ ແລະ​ຄວາມ​ຮູ້ສຶກ​ໃນ​ການ​ສູນ​ເສຍ​ຢ່າງ​ແສນ​ຈະ​ເຈັບ​ປວດ​ແບບ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ກັບ​ຜູ້​ຍິງ​ທີ່​ຫລຸ​ລູກ​ດ້ວຍ.

ເມຍ​ຜູ້​ໜຶ່ງ​ທີ່​ຜົວ​ຕາຍ​ຊີ້​ແຈງ​ວ່າ “ຣັດເຊນ​ຜົວ​ຂອງ​ຂ້ອຍ​ເຄີຍ​ຮັບໃຊ້​ໃນ​ຕຳແໜ່ງ​ຜູ້​ຊ່ວຍ​ແພດ​ປະຈຳ​ສະ​ໜາມ​ຮົບ​ປາ​ຊີຟີ​ກ​ໃນ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ລາວ​ເຄີຍ​ປະເຊີນ​ແລະ​ລອດ​ຕາຍ​ຈາກ​ການ​ສູ້​ຮົບ​ທີ່​ຮ້າຍແຮງ​ຫຼາຍ​ເທື່ອ​ໃນ​ສົງຄາມ. ເມື່ອ​ກັບ​ມາ​ຢູ່​ສະຫະລັດ​ລາວ​ໄດ້​ໃຊ້​ຊີວິດ​ແບບ​ສະຫງົບ​ສຸກ​ຫຼາຍ​ຂຶ້ນ. ຕໍ່​ມາ​ລາວ​ໄດ້​ເປັນ​ຜູ້​ຮັບໃຊ້​ພະເຈົ້າ. ຕອນ​ທີ່​ລາວ​ອາຍຸ​ໄດ້ 60 ກວ່າ​ປີ ກໍ​ເລີ່ມ​ມີ​ອາການ​ເປັນ​ໂລກ​ຫົວໃຈ. ລາວ​ພະຍາຍາມ​ດຳເນີນ​ຊີວິດ​ແບບ​ມີ​ຊີວິດ​ຊີວາ. ແລ້ວ​ມື້​ໜຶ່ງ​ໃນ​ເດືອນ​ກໍລະກົດ​ປີ 1988 ລາວ​ເກີດ​ອາການ​ຫົວໃຈ​ວາຍ​ຢ່າງ​ກະທັນຫັນ​ແລ້ວ​ກໍ​ເສຍ​ຊີວິດ. ການ​ຕາຍ​ຂອງ​ລາວ​ຈຶ່ງ​ເປັນ​ການ​ສູນ​ເສຍ​ທີ່​ຮ້າຍແຮງ. ຂ້ອຍ​ບໍ່​ທັນ​ໄດ້​ບອກ​ລາ​ລາວ​ຊໍ້າ. ລາວ​ບໍ່​ພຽງ​ແຕ່​ເປັນ​ຜົວ ແລະ​ຍັງ​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ​ຂອງ​ຂ້ອຍ​ອີກ. ພວກ​ເຮົາ​ໃຊ້​ຊີວິດ​ຮ່ວມ​ກັນ​ມາ​ຕັ້ງ 40 ປີ. ຕອນ​ນີ້​ຂ້ອຍ​ຕ້ອງ​ປະເຊີນ​ກັບ​ສະພາບ​ທີ່​ສຸດ​ແສນ​ຈະ​ປ່ຽວ​ພອຍ.”

ນີ້​ເປັນ​ພຽງ​ຄວາມ​ເສົ້າ​ສະ​ຫຼົດ​ບາງ​ສ່ວນ​ໃນ​ຫຼາຍໆພັນ​ກໍລະນີ​ທີ່​ມີ​ຜົນ​ກະທົບ​ຢ່າງ​ຮ້າຍແຮງ​ຕໍ່​ຄອບຄົວ​ຕ່າງໆທົ່ວ​ໂລກ​ໃນ​ແຕ່​ລະ​ວັນ. ດັ່ງ​ທີ່​ຜູ້​ໂສກ​ເສົ້າ​ສ່ວນ​ຫຼາຍ​ບອກ​ວ່າ ເມື່ອ​ຄວາມ​ຕາຍ​ພາກ​ເອົາ​ລູກ ຜົວ ເມຍ ພໍ່​ແມ່ ເພື່ອນ​ຂອງ​ເຈົ້າ​ໄປ ມັນ​ເປັນ​ຈິງ​ດັ່ງ​ໂປໂລ​ນັກ​ຂຽນ​ຄລິດສະຕຽນ​ໄດ້​ເອີ້ນ​ຄວາມ​ຕາຍ​ວ່າ “ສັດຕູ​ອັນ​ທີ່​ສຸດ.” ອາການ​ໃນ​ຕອນ​ທຳອິດ​ຕໍ່​ຂ່າວ​ຮ້າຍ​ມັກ​ຈະ​ເປັນ​ການ​ບໍ່​ຍອມ​ຮັບ “ເປັນ​ໄປ​ບໍ່​ໄດ້! ຂ້ອຍ​ບໍ່​ເຊື່ອ.” ແລ້ວ​ປະຕິກິລິຍາ​ຢ່າງ​ອື່ນ​ກໍ​ຕາມ​ມາ​ດັ່ງ​ທີ່​ເຮົາ​ຈະ​ເຫັນ.—1 ໂກລິນໂທ 15:25, 26.

ຢ່າງ​ໃດ​ກໍ​ຕາມ ກ່ອນ​ເຮົາ​ຈະ​ພິ​ຈະ​ລາ​ນາ​ເຖິງ​ຄວາມ​ຮູ້ສຶກ​ໂສກ​ເສົ້າ ໃຫ້​ເຮົາ​ຕອບ​ຄຳຖາມ​ທີ່​ສຳຄັນ​ບາງ​ຂໍ້. ຄວາມ​ຕາຍ​ໝາຍ​ເຖິງ​ຈຸດ​ຈົບ​ຂອງ​ຄົນໆນັ້ນ​ບໍ? ມີ​ຄວາມ​ຫວັງ​ທີ່​ຈະ​ເຫັນ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ​ອີກ​ບໍ?

ມີ​ຄວາມ​ຫວັງ​ແທ້

ໂປໂລ​ຜູ້​ຂຽນ​ຄຳພີ​ໄບເບິນ​ໄດ້​ສະເໜີ​ຄວາມ​ຫວັງ​ເລື່ອງ​ການ​ຊ່ວຍ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ຕາຍ “ສັດຕູ​ອັນ​ທີ່​ສຸດ.” ທ່ານ​ຂຽນ​ວ່າ “ສັດຕູ​ອັນ​ທີ່​ສຸດ​ທີ່​ພະອົງ​ຈະ​ໃຫ້​ສູນ​ເສຍ​ນັ້ນ​ເປັນ​ຄວາມ​ຕາຍ.” (1 ໂກລິນໂທ 15:26) ເປັນ​ຫຍັງ​ໂປໂລ​ຈຶ່ງ​ໝັ້ນ​ໃຈ​ສໍ່າ​ນັ້ນ? ເພາະ​ວ່າ​ທ່ານ​ໄດ້​ຮັບ​ການ​ສອນ​ໂດຍ​ພະ​ເຍຊູ​ຄລິດ​ຜູ້​ທີ່​ໄດ້​ຮັບ​ການ​ປຸກ​ຂຶ້ນ​ຈາກ​ຕາຍ. (ກິດຈະການ 9:3-19) ນັ້ນ​ຍັງ​ເປັນ​ອີກ​ເຫດຜົນ​ໜຶ່ງ​ທີ່​ໂປໂລ​ໄດ້​ຂຽນ​ວ່າ “ດ້ວຍ​ວ່າ​ມະນຸດ​ຕ້ອງ​ຕາຍ ໂດຍ​ການ​ກະທຳ​ຂອງ​ມະນຸດ​ຄົນ​ໜຶ່ງ [ອາດາມ] ສັນ​ໃດ ມະນຸດ​ເປັນ​ຄືນ​ມາ​ຈາກ​ຕາຍ ກໍ​ໂດຍ​ການ​ກະທຳ​ຂອງ​ມະນຸດ​ຄົນ​ໜຶ່ງ [ພະ​ເຍຊູ​ຄລິດ] ສັນ​ນັ້ນ. ມະນຸດ​ທຸກ​ຄົນ​ຕາຍ​ຍ້ອນ​ການ​ຮ່ວມ​ເຂົ້າ​ກັບ​ອາດາມ​ສັນ​ໃດ ມະນຸດ​ທຸກ​ຄົນ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ຍ້ອນ​ການ​ຮ່ວມ​ເຂົ້າ​ກັບ​ພະ​ຄິດ​ສັນ​ນັ້ນ.”—1 ໂກລິນໂທ 15:21, 22, ທ.ປ.

ພະ​ເຍຊູ​ມີ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ໜັກ​ເມື່ອ​ພະອົງ​ພົບ​ຍິງ​ໝ້າຍ​ຊາວ​ເມືອງ​ນາ​ອິນ​ແລະ​ເຫັນ​ວ່າ​ລູກ​ຊາຍ​ຂອງ​ລາວ​ຕາຍ​ແລ້ວ. ບັນທຶກ​ໃນ​ຄຳພີ​ໄບເບິນ​ບອກ​ວ່າ “ເມື່ອ [ພະ​ເຍຊູ] ໄດ້​ມາ​ໃກ້​ປະຕູ​ເມືອງ [ນາອີນ] ຈົ່ງ​ເບິ່ງ ເຂົາ​ພວມ​ຫາມ​ຄົນ​ຕາຍ​ຜູ້​ໜຶ່ງ​ໄປ​ທາງ​ນອກ ເປັນ​ລູກ​ຊາຍ​ລູກ​ໂທນ​ຂອງ​ແມ່​ແຫ່ງ​ຕົນ ແລະ​ແມ່​ນັ້ນ​ເປັນ​ແມ່​ໝ້າຍ. ແລະ​ຝູງ​ຄົນ​ຫຼາຍ​ຄົນ​ແຕ່​ຊາວ​ເມືອງ​ໄດ້​ໄປ​ນຳ​ເພິ່ນ. ແລະ​ເມື່ອ​ໄດ້​ເຫັນ​ແມ່​ໝ້າຍ​ນັ້ນ​ແລ້ວ ພະອົງ​ເຈົ້າ​ມີ​ໃຈ​ຄຶດ​ສັງເວດ​ເພິ່ນ​ຫຼາຍ ແລະ​ກ່າວ​ແກ່​ເພິ່ນ​ວ່າ ‘ຢ່າຊູ່​ຮ້ອງໄຫ້.’ ແລະ​ພະອົງ​ໄດ້​ຫຍັບ​ໄປ​ໃກ້​ແລະ​ບາຍ​ຫີບ​ຄົນ​ຕາຍ​ຢູ່ ແລະ​ຄົນ​ທີ່​ຫາມ​ນັ້ນ​ໄດ້​ເຊົາ​ຢູ່​ແລະ​ພະອົງ​ໄດ້​ກ່າວ​ວ່າ ‘ຊາຍ​ຫນຸ່ມ​ເອີຍ ເຮົາ​ບອກ​ເຈົ້າ​ວ່າ​ຈົ່ງ​ລຸກ​ຂຶ້ນ​ເຖີ້ນ.’ ແລະ​ຄົນ​ຕາຍ​ນັ້ນ​ໄດ້​ລຸກ​ຂຶ້ນ​ນັ່ງ​ຢູ່​ແລະ​ຕັ້ງ​ຕົ້ນ​ປາກ ແລະ​ພະອົງ​ໄດ້​ເອົາ​ເພິ່ນ​ໄປ​ສົ່ງ​ໃຫ້​ແມ່​ແຫ່ງ​ຕົນ. ແລະ​ເຂົາ​ທັງ​ປວງ​ໄດ້​ຕົກໃຈ​ແລະ​ເຂົາ​ສັນລະເສີນ​ພະເຈົ້າ​ວ່າ ‘ຜູ້​ທຳນວາຍ​ຜູ້​ໃຫຍ່​ໄດ້​ເກີດ​ມາ​ໃນ​ທ່າມກາງ​ຫມູ່​ເຮົາ’ ແລະ ‘ພະເຈົ້າ​ໄດ້​ມາ​ຢາມ​ພວກ​ຂອງ​ພະອົງ.’” ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຍຊູ​ຖືກ​ກະຕຸ້ນ​ດ້ວຍ​ຄວາມ​ອີ​ດູ ຈຶ່ງ​ໄດ້​ປຸກ​ລູກ​ຊາຍ​ຂອງ​ຍິງ​ໝ້າຍ​ນັ້ນ​ຂຶ້ນ​ຈາກ​ຕາຍ! ລອງ​ນຶກ​ພາບ​ວ່າ​ເລື່ອງ​ນີ້​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວ​ກັບ​ອະນາຄົດ!—ລືກາ 7:12-16.

ຕໍ່​ໜ້າ​ພະຍານ​ທີ່​ເຫັນ​ເຫດການ ພະ​ເຍຊູ​ໄດ້​ເຮັດ​ການ​ປຸກ​ຂຶ້ນ​ຈາກ​ຕາຍ​ທີ່​ບໍ່​ອາດ​ຈະ​ລືມ​ໄດ້. ເຊິ່ງ​ເປັນ​ຕົວຢ່າງ​ຂອງ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ພະອົງ​ໄດ້​ບອກ​ລ່ວງ​ໜ້າ​ກ່ອນ​ເຫດການ​ນີ້​ໄລຍະ​ໜຶ່ງ​ແລ້ວ ນັ້ນ​ແມ່ນ​ການ​ກັບ​ຄືນ​ຈາກ​ຕາຍ​ເທິງ​ແຜ່ນດິນ​ໂລກ​ນີ້​ພາຍ​ໃຕ້ “ຟ້າ​ອາກາດ​ໃໝ່.” ໃນ​ໂອກາດ​ນັ້ນ ພະ​ເຍຊູ​ກ່າວ​ວ່າ “ຢ່າ​ປະຫຼາດ​ໃຈ​ດ້ວຍ​ສິ່ງ​ນັ້ນ ເພາະ​ວ່າ​ຄາວ​ມາ​ໃກ້​ແລ້ວ​ເວລາ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ​ກໍ​ຈະ​ຍິນ​ສຽງ​ປາກ​ຂອງ​ພະ​ບຸດ ແລະ​ເຂົາ​ຈະ​ອອກ​ມາ.”—ຄຳປາກົດ 21:1, 3, 4; ໂຢຮັນ 5:28 29; 2 ເປໂຕ 3:13.

ພະຍານ​ເຫດການ​ຄົນ​ອື່ນໆທີ່​ເຫັນ​ການ​ຟື້ນ​ຄືນ​ຈາກ​ຕາຍ​ນັ້ນ​ກໍ​ມີ​ເປໂຕ​ພ້ອມ​ທັງ​ລາງ​ຄົນ​ໃນ 12 ຄົນ​ທີ່​ໄດ້​ເດີນ​ທາງ​ນຳ​ກັນ​ກັບ​ພະ​ເຍຊູ. ເຂົາ​ເຈົ້າ​ໄດ້​ຍິນ​ພະ​ເຍຊູ​ຜູ້​ທີ່​ຮັບ​ການ​ປຸກ​ຂຶ້ນ​ຈາກ​ຕາຍ​ແທ້ໆກ່າວ​ທີ່​ທະເລ​ຄາລິເລ. ບັນທຶກ​ນັ້ນ​ບອກ​ພວກ​ເຮົາ​ວ່າ “ພະ​ເຍຊູ​ໄດ້​ກ່າວ​ແກ່​ເຂົາ​ວ່າ ‘ທ່ານ​ທັງ​ຫຼາຍ​ຈົ່ງ​ມາ​ກິນ​ງາຍ​ເຖີ້ນ.’ ແລະ​ໃນ​ພວກ​ລູກ​ສິດ​ບໍ່​ມີ​ໃຜ​ຫານ​ຖາມ​ພະອົງ​ວ່າ ‘ທ່ານ​ເປັນ​ຜູ້​ໃດ?’ ເພາະ​ເຂົາ​ຮູ້ຈັກ​ວ່າ​ເປັນ​ພະອົງ​ເຈົ້າ. ພະ​ເຍຊູ​ມາ​ແລະ​ເອົາ​ເຂົ້າຈີ່​ປະທານ​ໃຫ້​ແກ່​ເຂົາ​ກັບ​ປາ. ຕັ້ງ​ແຕ່​ພະອົງ​ເປັນ​ຄືນ​ມາ​ຈາກ​ຫມູ່​ຄົນ​ຕາຍ ເປັນ​ເທື່ອ​ທີ 3 ແລ້ວ​ທີ່​ພະ​ເຍຊູ​ໃຫ້​ພວກ​ລູກ​ສິດ​ເຫັນ​ພະອົງ.”—ໂຢຮັນ 21:12-14.

ສະນັ້ນ ເປໂຕ​ຈຶ່ງ​ຂຽນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມທີ​ວ່າ “ຄວາມ​ສັນລະເສີນ​ຈົ່ງ​ມີ​ແກ່​ພະເຈົ້າ​ແລະ​ພະ​ບິດາ​ແຫ່ງ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ ດ້ວຍ​ຄວາມ​ອີ່ດູ​ອັນ​ໃຫຍ່​ຂອງ​ພະອົງ ພະອົງ​ໄດ້​ໂຜດ​ໃຫ້​ເຮົາ​ທັງ​ຫຼາຍ​ໄດ້​ເກີດ​ໃໝ່​ສຳລັບ​ຄວາມ​ໄວ້​ໃຈ​ອັນ​ມີ​ຊີວິດ​ຢູ່​ດ້ວຍ​ພະ​ເຍຊູ​ຄລິດ​ໄດ້​ຄືນ​ມາ​ຈາກ​ຫມູ່​ຄົນ​ຕາຍ.”—1 ເປໂຕ 1:3.

ອັກຄະສາວົກ​ໂປໂລ​ໄດ້​ສະແດງ​ເຖິງ​ຄວາມ​ຫວັງ​ທີ່​ທ່ານ​ໝັ້ນ​ໃຈ​ເມື່ອ​ກ່າວ​ວ່າ “ຂ້າພະເຈົ້າ​ໄດ້​ເຊື່ອ​ສິ່ງ​ທັງ​ປວງ​ທີ່​ເປັນ​ຕາມ​ພະບັນຍັດ​ແລະ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ໜັງສື​ແຫ່ງ​ຜູ້​ທຳນວາຍ​ທັງ​ຫຼາຍ ຂ້າພະເຈົ້າ​ມີ​ຄວາມ​ຄອງ​ຫາ​ໃນ​ພະເຈົ້າ​ຕາມ​ທີ່​ເຂົາ​ຫມູ່​ນີ້​ເອງ​ໄດ້​ຖື ຄື​ວ່າ​ຄົນ​ທັງ​ປວງ​ທັງ​ຜູ້​ຊອບທຳ​ແລະ​ຜູ້​ບໍ່​ຊອບທຳ​ຈະ​ຄືນ​ມາ​ຈາກ​ຕາຍ.”—ກິດຈະການ 24:14, 15.

ດັ່ງ​ນັ້ນ​ຫຼາຍ​ລ້ານ​ຄົນ​ຈຶ່ງ​ມີ​ຄວາມ​ຫວັງ​ອັນ​ໝັ້ນ​ຄົງ​ທີ່​ຈະ​ໄດ້​ເຫັນ​ຜູ້​ເຊິ່ງ​ເຂົາ​ເຈົ້າ​ຮັກ​ກັບ​ມາ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ອີກ​ໃນ​ສະພາບ​ແວດ​ລ້ອມ​ທີ່​ແຕກຕ່າງ​ຫຼາຍ. ສະພາບການ​ຕອນ​ນັ້ນ​ຈະ​ເປັນ​ຢ່າງ​ໃດ? ລາຍ​ລະອຽດ​ເພີ່ມ​ຂຶ້ນ​ຈາກ​ຄຳພີ​ໄບເບິນ​ເລື່ອງ​ຄວາມ​ຫວັງ​ຂອງ​ຜູ້​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ​ຈະ​ມີ​ການ​ພິຈາລະນາ​ໃນ​ຕອນ​ທ້າຍ​ຂອງ​ຈຸນລະສານ​ນີ້ ຕອນ​ນັ້ນ​ມີ​ຊື່​ວ່າ “ຄວາມ​ຫວັງ​ທີ່​ແນ່ນອນ​ສຳລັບ​ຜູ້​ທີ່​ຕາຍ​ໄປ​ແລ້ວ.

ແຕ່​ທຳອິດ​ໃຫ້​ເຮົາ​ພິຈາລະນາ​ຄຳຖາມ​ທີ່​ເຈົ້າ​ອາດ​ຢາກ​ຮູ້ ຫາກ​ວ່າ​ເຈົ້າ​ຍັງ​ໂສກ​ເສົ້າ​ເນື່ອງ​ຈາກ​ການ​ສູນ​ເສຍ​ຄົນ​ທີ່​ເຈົ້າ​ຮັກ ຄວາມ​ຮູ້ສຶກ​ໂສກ​ເສົ້າ​ແບບ​ນີ້​ເປັນ​ເລື່ອງ​ທຳມະດາ​ບໍ? ຂ້ອຍ​ຈະ​ທົນ​ກັບ​ຄວາມ​ຮູ້ສຶກ​ເສົ້າ​ແບບ​ນີ້​ໄດ້​ຢ່າງ​ໃດ? ຄົນ​ອື່ນ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ຮັບ​ມື​ໄດ້​ຢ່າງ​ໃດ? ຂ້ອຍ​ຈະ​ຊ່ວຍ​ຄົນ​ທີ່​ຍັງ​ທຸກ​ໂສກ​ຢູ່​ໄດ້​ຢ່າງ​ໃດ? ສິ່ງ​ສຳຄັນ​ຢ່າງ​ຍິ່ງ​ແມ່ນ ຄຳພີ​ໄບເບິນ​ເວົ້າ​ຢ່າງ​ໃດ​ກ່ຽວ​ກັບ​ຄວາມ​ຫວັງ​ທີ່​ແນ່ນອນ​ສຳລັບ​ຄົນ​ຕາຍ? ຂ້ອຍ​ຈະ​ເຫັນ​ຄົນ​ທີ່​ຂ້ອຍ​ຮັກ​ອີກ​ບໍ? ແລະ​ຈະ​ເຫັນ​ເຂົາ​ຢູ່​ໃສ?