ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 15

ພະ​ເຢຊູ “ຈະ​ເຮັດ​ໃຫ້​ໂລກ​ໄດ້​ຮັບ​ຄວາມ​ຍຸຕິທຳ”

ພະ​ເຢຊູ “ຈະ​ເຮັດ​ໃຫ້​ໂລກ​ໄດ້​ຮັບ​ຄວາມ​ຍຸຕິທຳ”

1, 2. ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ມີ​ຫຍັງ​ທີ່​ເຮັດ​ໃຫ້​ພະ​ເຢຊູ​ໃຈ​ຮ້າຍ?

 ຕອນ​ທີ່​ພະ​ເຢຊູ​ມາ​ຮອດ​ວິຫານ​ເພື່ອ​ນະມັດສະການ​ພະ​ເຢໂຫວາ ເພິ່ນ​ໄດ້​ເຫັນ​ແນວ​ທີ່​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ. ເຈົ້າ​ອາດຈະ​ບໍ່​ເຊື່ອ​ວ່າ​ພະ​ເຢຊູ​ຈະ​ເປັນ​ແບບ​ນັ້ນ​ຍ້ອນ​ເພິ່ນ​ເປັນ​ຄົນ​ທີ່​ອ່ອນໂຍນ. (ມັດທາຍ 21:5) ແນ່ນອນ​ວ່າ​ເພິ່ນ​ຄວບຄຸມ​ອາລົມ​ຄວາມ​ຮູ້ສຶກ​ໄດ້​ດີ ແຕ່​ທີ່​ເພິ່ນ​ໃຈ​ຮ້າຍ​ກໍ​ຍ້ອນ​ເພິ່ນ​ມີ​ຄວາມ​ຮັກ​ທີ່​ແຮງ​ກ້າ​ຕໍ່​ວິຫານ​ຂອງ​ພະເຈົ້າ. a ຖ້າ​ຈັ່ງ​ຊັ້ນ ມີ​ສິ່ງ​ທີ່​ບໍ່​ດີ​ຫຍັງ​ເກີດຂຶ້ນ​ທີ່​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ​ຂະໜາດ​ນັ້ນ?

2 ພະ​ເຢຊູ​ຮັກ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ​ຫຼາຍ. ວິຫານ​ເປັນ​ບ່ອນ​ສັກສິດ​ບ່ອນ​ດຽວ​ທີ່​ເປັນ​ບ່ອນ​ນະມັດສະການ​ພໍ່​ຂອງ​ເພິ່ນ​ໃນ​ສະຫວັນ. ຄົນ​ຢິວ​ຈາກ​ຫຼາຍ​ດິນແດນ​ເດີນທາງ​ໄກ​ຫຼາຍ​ແທ້ໆ​ເພື່ອ​ມາ​ນະມັດສະການ​ຢູ່​ຫັ້ນ. ແມ່ນ​ແຕ່​ຄົນ​ຕ່າງ​ຊາດ​ທີ່​ຢ້ານຢຳ​ພະເຈົ້າ​ກໍ​ເດີນທາງ​ມາ​ບ່ອນ​ນີ້​ແລະ​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ວິຫານ​ທີ່​ຈັດ​ໄວ້​ໃຫ້​ເຂົາເຈົ້າ. ແຕ່​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ຮັບໃຊ້ ພະ​ເຢຊູ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ​ແລະ​ໄດ້​ເຫັນ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ຕົກໃຈ. ຢູ່​ຫັ້ນ​ບໍ່​ຄື​ກັບ​ບ່ອນ​ນະມັດສະການ​ພະເຈົ້າ​ເລີຍ ມັນ​ຄື​ກັບ​ຕະຫຼາດ​ຫຼາຍ​ກວ່າ. ມັນ​ມີ​ພວກ​ພໍ່​ຄ້າ​ແລະ​ຄົນ​ຮັບ​ແລກ​ປ່ຽນ​ເງິນ​ບັກ​ຫຼາຍໆ. ເປັນ​ຫຍັງ​ການ​ເຮັດ​ແບບ​ນັ້ນ​ຈຶ່ງ​ບໍ່​ຖືກຕ້ອງ? ກໍ​ຍ້ອນ​ຄົນ​ເຫຼົ່າ​ນີ້​ໃຊ້​ວິຫານ​ຂອງ​ພະເຈົ້າ​ເອົາ​ປຽບ​ແລະ​ຫາ​ຜົນ​ປະໂຫຍດ​ຈາກ​ຄົນ​ອື່ນ. ເຂົາເຈົ້າ​ເຮັດ​ຫຍັງ​ແດ່?—ໂຢຮັນ 2:14

3, 4. ເກີດ​ຫຍັງ​ຂຶ້ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ພະ​ເຢຊູ​ລົງມື​ເຮັດ​ຫຍັງ?

3 ພວກ​ຫົວໜ້າ​ສາສະໜາ​ໄດ້​ຕັ້ງ​ກົດ​ໄວ້​ວ່າ​ເງິນ​ຫຼຽນ​ທີ່​ຈະ​ໃຊ້​ເສຍ​ພາສີ​ບຳລຸງ​ວິຫານ​ຕ້ອງ​ເປັນ​ຫຼຽນ​ຊະນິດ​ໜຶ່ງ​ໂດຍ​ສະເພາະ ແລະ​ຄົນ​ທີ່​ມາ​ຕ້ອງ​ແລກ​ປ່ຽນ​ເງິນ​ເພື່ອ​ຈະ​ໄດ້​ຫຼຽນ​ແບບ​ນັ້ນ. ດັ່ງນັ້ນ ຄົນ​ທີ່​ຮັບ​ແລກ​ປ່ຽນ​ເງິນ​ຈຶ່ງ​ຕັ້ງ​ໂຕະ​ຢູ່​ທາງ​ຂ້າງ​ໃນ​ວິຫານ ແລະ​ຄິດ​ໄລ່​ຄ່າ​ທຳນຽມ​ສຳລັບ​ການ​ແລກ​ປ່ຽນ​ແຕ່​ລະ​ເທື່ອ. ພໍ່​ຄ້າ​ບາງ​ຄົນ​ກໍ​ຂາຍ​ສັດ​ໃນ​ວິຫານ​ແລະ​ໄດ້​ກຳໄລ​ຫຼາຍ​ຄື​ກັນ. ທີ່ຈິງ ຜູ້​ທີ່​ຕ້ອງການ​ເອົາ​ສັດ​ໃຫ້​ເປັນ​ເຄື່ອງ​ບູຊາ​ຈະ​ຊື້​ສັດ​ຈາກ​ພໍ່​ຄ້າ​ຢູ່​ໃນ​ເມືອງ​ກັບ​ຄົນ​ໃດ​ກໍ​ໄດ້ ແຕ່​ພວກ​ຄົນ​ທີ່​ເບິ່ງແຍງ​ວິຫານ​ພັດ​ບອກ​ວ່າ​ເຄື່ອງ​ບູຊາ​ຂອງ​ເຂົາເຈົ້າ​ໃຊ້​ບໍ່​ໄດ້. ຄັນ​ເຂົາເຈົ້າ​ຊື້​ສັດ​ຈາກ​ພໍ່​ຄ້າ​ທີ່​ຢູ່​ວິຫານ​ກໍ​ຈະ​ໃຊ້​ໄດ້​ແນ່ນອນ. ຄົນ​ທີ່​ມາ​ວິຫານ​ຈຶ່ງ​ຕ້ອງ​ໄດ້​ຊື້​ສັດ​ທີ່​ແພງ​ຫຼາຍ​ແທ້ໆ. b ພວກ​ພໍ່​ຄ້າ​ເອົາ​ກຳໄລ​ຫຼາຍ​ໂພດ ສ່ຳ​ກັບ​ວ່າ​ເຂົາເຈົ້າ​ປຸ້ນ​ເອົາ​ເລີຍ.

4 ພະ​ເຢຊູ​ຍອມ​ບໍ່​ໄດ້​ທີ່​ມີ​ຄົນ​ເຮັດ​ແບບ​ນັ້ນ. ວິຫານ​ເປັນ​ເຮືອນ​ຂອງ​ພໍ່​ເພິ່ນ! ເພິ່ນ​ຈຶ່ງ​ເອົາ​ເຊືອກ​ມາ​ເຮັດ​ເປັນ​ແສ້​ແລ້ວ​ໄລ່​ງົວ​ກັບ​ແກະ​ອອກ​ໄປ​ຈາກ​ວິຫານ. ແລ້ວ​ເພິ່ນ​ກໍ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ປ່ຽນ​ເງິນ. ເງິນ​ຫຼຽນ​ທັງໝົດ​ກິ້ງ​ຊະ​ຢູ່​ຕາມ​ພື້ນ​ຫີນ​ອ່ອນ! ເພິ່ນ​ສັ່ງ​ຄົນ​ຂາຍ​ນົກ​ກາງແກ​ຢ່າງ​ເດັດຂາດ​ວ່າ: “ເອົາ​ເຄື່ອງ​ເຫຼົ່າ​ນີ້​ອອກ​ໄປ​ໃຫ້​ໝົດ.” (ໂຢຮັນ 2:15, 16) ພະ​ເຢຊູ​ສະແດງ​ຄວາມ​ກ້າຫານ​ແທ້ໆ ແລະ​ບໍ່​ມີ​ໃຜ​ກ້າ​ຫ້າມ​ເພິ່ນ​ເລີຍ.

“ເອົາ​ເຄື່ອງ​ເຫຼົ່າ​ນີ້​ອອກ​ໄປ​ໃຫ້​ໝົດ!”

ພໍ່​ເປັນ​ແນວ​ໃດ ລູກ​ກໍ​ເປັນ​ແນວ​ນັ້ນ

5-7. (ກ) ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ຢູ່​ໂລກ​ເພິ່ນ​ໄດ້​ຮຽນ​ຫຍັງ​ກ່ຽວກັບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເພິ່ນ? (ຂ) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຂໍ້​ກ່າວຫາ​ຂອງ​ຊາຕານ​ບໍ່​ແມ່ນ​ຄວາມ​ຈິງ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເຫັນ​ແຈ້ງ​ແນວ​ໃດ​ໃນ​ອະນາຄົດ?

5 ແນ່ນອນ​ວ່າ​ພວກ​ພໍ່​ຄ້າ​ໄດ້​ພາກັນ​ກັບ​ມາ​ອີກ. ປະມານ 3 ປີ​ຕໍ່​ມາ ພະ​ເຢຊູ​ໄດ້​ໄລ່​ເຂົາເຈົ້າ​ອອກ​ຈາກ​ວິຫານ​ອີກ. ເທື່ອ​ນີ້​ເພິ່ນ​ໃຊ້​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ເພື່ອ​ຕຳໜິ​ຜູ້​ທີ່​ເຮັດ​ໃຫ້​ເຮືອນ​ຂອງ​ພໍ່​ເພິ່ນ​ເປັນ “ຖ້ຳ​ໂຈນ.” (ເຢເຣມີຢາ 7:11; ມັດທາຍ 21:13) ພະ​ເຢຊູ​ຮູ້ສຶກ​ແບບ​ດຽວ​ກັບ​ພໍ່​ຂອງ​ເພິ່ນ​ເມື່ອ​ເຫັນ​ເຂົາເຈົ້າ​ເອົາ​ປຽບ​ຄົນ​ອື່ນ​ແລະ​ເຮັດ​ໃຫ້​ວິຫານ​ຂອງ​ພະເຈົ້າ​ເສື່ອມ​ເສຍ. ເລື່ອງ​ນີ້​ບໍ່​ເປັນ​ຕາ​ແປກໃຈ​ເລີຍ​ຍ້ອນ​ຕອນ​ທີ່​ຢູ່​ສະຫວັນ ພໍ່​ຂອງ​ເພິ່ນ​ໄດ້​ສອນ​ເພິ່ນ​ເປັນ​ເວລາ​ຫຼາຍ​ລ້ານ​ປີ. ເພິ່ນ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ແລະ​ສາມາດ​ຮຽນ​ແບບ​ຄວາມ​ຮູ້ສຶກ​ຂອງ​ພໍ່​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ. ນີ້​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ຄຳເວົ້າ​ທີ່​ວ່າ ພໍ່​ເປັນ​ແນວ​ໃດ ລູກ​ກໍ​ເປັນ​ແນວ​ນັ້ນ. ດັ່ງນັ້ນ ເພື່ອ​ຈະ​ເຂົ້າໃຈ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ໄດ້​ດີ​ທີ່​ສຸດ ເຮົາ​ຕ້ອງ​ຮຽນ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ​ຄລິດ.—ໂຢຮັນ 14:9, 10

6 ລູກ​ຊາຍ​ຄົນ​ດຽວ​ຂອງ​ພະ​ເຢໂຫວາ​ກໍ​ຢູ່​ນຳ​ຕອນ​ທີ່​ຊາຕານ​ກ່າວຫາ​ວ່າ​ພະ​ເຢໂຫວາ​ຕົວະ ແລະ​ຕັ້ງ​ຂໍ້​ສົງໄສ​ວ່າ​ການ​ປົກຄອງ​ຂອງ​ເພິ່ນ​ບໍ່​ດີ. ນີ້​ເປັນ​ການ​ໃສ່​ຮ້າຍ​ແທ້ໆ! ພະ​ເຢຊູ​ຍັງ​ໄດ້​ຍິນ​ຊາຕານ​ກ່າວຫາ​ວ່າ​ບໍ່​ມີ​ໃຜ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ຮັກ​ເພິ່ນ​ແທ້ໆ​ດອກ. ພະ​ເຢຊູ​ຕ້ອງ​ເຈັບ​ປວດ​ຫຼາຍ​ທີ່​ໄດ້​ຍິນ​ຂໍ້​ກ່າວຫາ​ທີ່​ບໍ່​ແມ່ນ​ຄວາມ​ຈິງ​ນີ້ ແຕ່​ເພິ່ນ​ຄື​ຊິ​ດີ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ເພິ່ນ​ມີ​ສ່ວນ​ສຳຄັນ​ໃນ​ການ​ພິສູດ​ວ່າ​ຂໍ້​ກ່າວຫາ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. (2 ໂກຣິນໂທ 1:20) ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

7 ຄື​ກັບ​ທີ່​ໄດ້​ຮຽນ​ໃນ​ບົດ​ທີ 14 ພະ​ເຢຊູ​ຄລິດ​ໄດ້​ໃຫ້​ຄຳ​ຕອບ​ທີ່​ຈະ​ແຈ້ງ​ແລະ​ດີ​ທີ່​ສຸດ​ເລື່ອງ​ທີ່​ຊາຕານ​ກ່າວຫາ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ. ພະ​ເຢຊູ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ແລະ​ເຮັດ​ໃຫ້​ພົ້ນ​ຈາກ​ການ​ໃສ່​ຮ້າຍ​ທັງໝົດ ລວມ​ທັງ​ຄຳ​ຕົວະ​ທີ່​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ. ພະ​ເຢຊູ​ຜູ້​ນຳ​ຄົນ​ສຳຄັນ​ຈະ​ເຮັດ​ໃຫ້​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ມີ​ທົ່ວ​ເອກະພົບ. (ກິດຈະການ 5:31) ຕອນ​ທີ່​ມີ​ຊີວິດ​ຢູ່​ໂລກ​ເພິ່ນ​ສອນ​ແລະ​ເຮັດ​ຕາມ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ສະເໝີ. ພະ​ເຢໂຫວາ​ບອກ​ກ່ຽວກັບ​ພະ​ເຢຊູ​ວ່າ: “ເຮົາ​ຈະ​ເອົາ​ພະລັງ​ຂອງ​ເຮົາ​ໃຫ້​ລາວ ແລະ​ລາວ​ຈະ​ປະກາດ​ໃຫ້​ທຸກ​ຊາດ​ຮູ້​ເລື່ອງ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ.” (ມັດທາຍ 12:18) ພະ​ເຢຊູ​ເຮັດ​ໃຫ້​ຄຳເວົ້າ​ເຫຼົ່າ​ນີ້​ເປັນ​ຈິງ​ແນວ​ໃດ?

ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ຫຍັງ

8-10. (ກ) ກົດໝາຍ​ສືບ​ປາກ​ຂອງ​ພວກ​ຫົວໜ້າ​ສາສະໜາ​ຄົນ​ຢິວ​ດູຖູກ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຢິວ​ແລະ​ຜູ້​ຍິງ​ແນວ​ໃດ? (ຂ) ກົດໝາຍ​ເຫຼົ່າ​ນີ້​ເຮັດ​ໃຫ້​ກົດ​ວັນ​ຊະບາໂຕ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ເຮັດ​ໄດ້​ຍາກ​ແນວ​ໃດ?

8 ພະ​ເຢຊູ​ຮັກ​ກົດໝາຍ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ກົດໝາຍ​ນັ້ນ​ສະເໝີ. ແຕ່​ພວກ​ຫົວໜ້າ​ສາສະໜາ​ໃນ​ຕອນ​ນັ້ນ​ບໍ່​ໄດ້​ສອນ​ກົດໝາຍ​ຂອງ​ພະເຈົ້າ​ຢ່າງ​ຖືກຕ້ອງ​ແລະ​ຍັງ​ເອົາ​ໄປ​ໃຊ້​ແບບ​ຜິດໆ​ນຳ. ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້ໆ . . . ພວກ​ເຈົ້າ​ເບິ່ງ​ຂ້າມ​ສິ່ງ​ທີ່​ສຳຄັນ​ກວ່າ​ໃນ​ກົດໝາຍ​ຂອງ​ໂມເຊ​ໃນ​ເລື່ອງ​ຄວາມ​ຍຸຕິທຳ ຄວາມ​ເມດຕາ ແລະ​ຄວາມ​ສັດຊື່.” (ມັດທາຍ 23:23) ເຫັນ​ໄດ້​ແຈ້ງ​ວ່າ​ຜູ້​ສອນ​ກົດໝາຍ​ຂອງ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ຄົນ​ເຮົາ​ເຂົ້າໃຈ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ຫຍັງ. ເຂົາເຈົ້າ​ເຮັດ​ຫຍັງ? ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

9 ພະ​ເຢໂຫວາ​ສັ່ງ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ແຍກ​ໂຕ​ຈາກ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ. (1 ກະສັດ 11:1, 2) ພວກ​ຫົວໜ້າ​ສາສະໜາ​ບາງ​ຄົນ​ສອນ​ປະຊາຊົນ​ໃຫ້​ຊັງ​ແລະ​ດູຖູກ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຢິວ. ປຶ້ມ​ມິດນານ​ມີ​ກົດ​ຂໍ້​ໜຶ່ງ​ທີ່​ບອກ​ວ່າ: “ຢ່າ​ປ່ອຍ​ສັດ​ຂອງ​ເຈົ້າ​ໄວ້​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄົນ​ຢິວ ຍ້ອນ​ວ່າ​ເຂົາເຈົ້າ​ຮ່ວມ​ເພດ​ກັບ​ສັດ​ຂອງ​ເຈົ້າ.” ຄວາມ​ຄິດ​ແບບ​ນີ້​ບໍ່​ຖືກຕ້ອງ​ແລະ​ຂັດ​ກັບ​ກົດໝາຍ​ຂອງ​ໂມເຊ. (ລະບຽບ​ພວກ​ເລວີ 19:34) ພວກ​ຫົວໜ້າ​ສາສະໜາ​ຍັງ​ສອນ​ໃຫ້​ດູຖູກ​ຜູ້​ຍິງ​ນຳ. ຕົວຢ່າງ​ເຊັ່ນ ກົດໝາຍ​ສືບ​ປາກ​ບອກ​ວ່າ​ເມຍ​ຄວນ​ຍ່າງ​ນຳ​ຫຼັງ​ຜົວ ບໍ່​ແມ່ນ​ຍ່າງ​ຢູ່​ຂ້າງ​ຜົວ. ມີ​ການ​ເຕືອນ​ຜູ້​ຊາຍ​ບໍ່​ໃຫ້​ເວົ້າ​ກັບ​ຜູ້​ຍິງ​ຢູ່​ບ່ອນ​ສາທາລະນະ​ລວມ​ທັງ​ເມຍ​ຂອງ​ໂຕເອງ​ນຳ. ຜູ້​ຍິງ​ເປັນ​ຄື​ກັບ​ທາດ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເປັນ​ພະຍານ​ໃນ​ສານ. ນອກ​ຈາກນັ້ນ​ຍັງ​ມີ​ຄຳ​ອະທິດຖານ​ເປັນ​ທາງ​ການ​ໃຫ້​ຜູ້​ຊາຍ​ຂອບໃຈ​ພະເຈົ້າ​ທີ່​ເຂົາເຈົ້າ​ບໍ່​ໄດ້​ເກີດ​ມາ​ເປັນ​ຜູ້​ຍິງ.

10 ພວກ​ຫົວໜ້າ​ສາສະໜາ​ຕັ້ງ​ກົດ​ບັກ​ຫຼາຍໆ​ທີ່​ເຮັດ​ໃຫ້​ປະຊາຊົນ​ບໍ່​ເຂົ້າໃຈ​ວ່າ​ກົດໝາຍ​ຂອງ​ພະເຈົ້າ​ສອນ​ຫຍັງ​ແທ້ໆ. ຕົວຢ່າງ​ເຊັ່ນ ກົດ​ວັນ​ຊະບາໂຕ​ມີ​ແຕ່​ຫ້າມ​ບໍ່​ໃຫ້​ເຮັດ​ວຽກ​ໃນ​ມື້​ນັ້ນ ໃຫ້​ກັນ​ມື້​ນັ້ນ​ໄວ້​ເພື່ອ​ນະມັດສະການ​ພະເຈົ້າ ເພື່ອ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ ແລະ​ເພື່ອ​ພັກຜ່ອນ. ແຕ່​ພວກ​ຟາຣີຊາຍ​ເຮັດ​ໃຫ້​ກົດ​ນັ້ນ​ເປັນ​ເລື່ອງ​ທີ່​ເຮັດ​ໄດ້​ຍາກ. ເຂົາເຈົ້າ​ຕັດສິນ​ເອົາ​ເອງ​ວ່າ​ມີ​ຫຍັງ​ແດ່​ທີ່​ເປັນ “ວຽກ.” ເຂົາເຈົ້າ​ກຳນົດ​ສິ່ງ​ຕ່າງໆ 39 ຢ່າງ​ທີ່​ຖື​ວ່າ​ເປັນ​ວຽກ ເຊັ່ນ ການ​ເກັບ​ກ່ຽວ​ຫຼື​ການ​ລ່າ​ສັດ. ຂໍ້​ກຳນົດ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ປະຊາຊົນ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ເຮັດ​ໄດ້​ແລະ​ແມ່ນ​ຫຍັງ​ເຮັດ​ບໍ່​ໄດ້. ຖ້າ​ມີ​ຄົນ​ໜຶ່ງ​ຂ້າ​ໂຕ​ໝັດ​ໃນ​ວັນ​ຊະບາໂຕ ຖື​ວ່າ​ລາວ​ລ່າ​ສັດ​ບໍ? ຖ້າ​ລາວ​ເດັດ​ຮວງ​ເຂົ້າ​ກຳ​ມື​ໜຶ່ງ​ມາ​ກິນ​ຕອນ​ທີ່​ຍ່າງ​ຕາມ​ທາງ ຖື​ວ່າ​ລາວ​ກຳລັງ​ເກັບ​ກ່ຽວ​ບໍ? ຖ້າ​ລາວ​ປົວ​ຄົນ​ທີ່​ເຈັບ​ປ່ວຍ ລາວ​ກຳລັງ​ເຮັດ​ວຽກ​ບໍ? ພວກ​ຫົວໜ້າ​ສາສະໜາ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້​ດ້ວຍ​ກົດ​ທີ່​ເຂັ້ມ​ງວດ​ແລະ​ເຂົ້າໃຈ​ຍາກ.

11, 12. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ກົດໝາຍ​ຂອງ​ພວກ​ຟາຣີຊາຍ​ບໍ່​ຖືກຕ້ອງ?

11 ແລ້ວ​ພະ​ເຢຊູ​ຈະ​ຊ່ວຍ​ປະຊາຊົນ​ແນວ​ໃດ​ໃຫ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຄວາມ​ຍຸຕິທຳ? ສິ່ງ​ທີ່​ພະ​ເຢຊູ​ສອນ​ແລະ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ຫົວໜ້າ​ສາສະໜາ​ສອນ​ຜິດ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳສອນ​ບາງ​ຢ່າງ​ຂອງ​ເພິ່ນ. ເພິ່ນ​ຕຳໜິ​ຢ່າງ​ກົງ​ໄປ​ກົງ​ມາ​ທີ່​ເຂົາເຈົ້າ​ຕັ້ງ​ກົດ​ຂຶ້ນ​ມາ​ເອງ​ບັກ​ຫຼາຍໆ. ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຫັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ຄຳສອນ​ຂອງ​ພະເຈົ້າ​ບໍ່​ມີ​ຄວາມ​ໝາຍ​ຍ້ອນ​ທຳນຽມ​ຂອງ​ພວກ​ເຈົ້າ​ເອງ.”—ມາຣະໂກ 7:13

12 ພະ​ເຢຊູ​ສອນ​ຢ່າງ​ຈະ​ແຈ້ງ​ວ່າ​ພວກ​ຟາຣີຊາຍ​ມີ​ຄວາມ​ຄິດ​ບໍ່​ຖືກຕ້ອງ​ເລື່ອງ​ກົດ​ວັນ​ຊະບາໂຕ ແລະ​ເຂົາເຈົ້າ​ບໍ່​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ໃຫ້​ກົດໝາຍ​ນີ້​ເພື່ອ​ຫຍັງ. ພະ​ເຢຊູ​ບອກ​ວ່າ​ເມຊີອາ​ເປັນ “ນາຍ​ເໜືອ​ວັນ​ຊະບາໂຕ” ແລະ​ມີ​ສິດ​ປົວ​ຄົນ​ໃນ​ວັນ​ຊະບາໂຕ. (ມັດທາຍ 12:8) ເພື່ອ​ເຮັດ​ໃຫ້​ເລື່ອງ​ນີ້​ຈະ​ແຈ້ງ​ຫຼາຍ​ຂຶ້ນ ເພິ່ນ​ໄດ້​ປົວ​ຄົນ​ເຈັບ​ປ່ວຍ​ຢ່າງ​ເປີດເຜີຍ​ໃນ​ວັນ​ຊະບາໂຕ. (ລູກາ 6:7-10) ການ​ປິ່ນປົວ​ຂອງ​ເພິ່ນ​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ເພິ່ນ​ຈະ​ເຮັດ​ໃນ​ໄລຍະ 1.000 ປີ​ທີ່​ເພິ່ນ​ປົກຄອງ. ໃນ​ໄລຍະ​ນັ້ນ​ຈະ​ເປັນ​ວັນ​ຊະບາໂຕ​ທີ່​ຍິ່ງໃຫຍ່​ທີ່​ສຸດ ຍ້ອນ​ທຸກ​ຄົນ​ທີ່​ສັດຊື່​ຈະ​ບໍ່​ຕ້ອງ​ເຈິ​ຄວາມ​ທຸກ​ແລະ​ຄວາມ​ເຈັບ​ປວດ​ທີ່​ເກີດ​ຈາກ​ບາບ​ແລະ​ຄວາມ​ຕາຍ.

13. ພະ​ເຢຊູ​ໃຫ້​ກົດໝາຍ​ຫຍັງ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ ແລະ​ກົດໝາຍ​ນີ້​ບໍ່​ຄື​ກັບ​ກົດໝາຍ​ຂອງ​ໂມເຊ​ແນວ​ໃດ?

13 ພະ​ເຢຊູ​ຍັງ​ເຮັດ​ໃຫ້​ເຫັນ​ໄດ້​ແຈ້ງ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ຫຍັງ​ໂດຍ​ທາງ​ກົດໝາຍ​ໃໝ່ ເຊິ່ງ​ແມ່ນ “ກົດໝາຍ​ຂອງ​ພະຄລິດ” ທີ່​ເລີ່ມ​ມີ​ຜົນ​ຫຼັງ​ຈາກ​ເພິ່ນ​ເຮັດ​ວຽກ​ຢູ່​ໂລກ​ແລ້ວໆ. (ຄາລາເຕຍ 6:2) ກົດໝາຍ​ໃໝ່​ນີ້​ສ່ວນ​ຫຼາຍ​ເປັນ​ຫຼັກການ ແລະ​ບໍ່​ຄື​ກັບ​ກົດໝາຍ​ຂອງ​ໂມເຊ​ທີ່​ມີ​ຄຳ​ສັ່ງ​ບັກ​ຫຼາຍໆ​ຂໍ້ ແຕ່​ກົດໝາຍ​ນີ້​ມີ​ຄຳ​ສັ່ງ​ບາງ​ຢ່າງ​ທີ່​ເຈາະຈົງ​ນຳ. ພະ​ເຢຊູ​ເອີ້ນ​ຄຳ​ສັ່ງ​ຂໍ້​ໜຶ່ງ​ວ່າ​ເປັນ “ກົດໝາຍ​ໃໝ່.” ເພິ່ນ​ສອນ​ລູກສິດ​ທຸກ​ຄົນ​ໃຫ້​ຮັກ​ກັນ​ແລະ​ກັນ​ຄື​ກັບ​ທີ່​ເພິ່ນ​ຮັກ​ເຂົາເຈົ້າ. (ໂຢຮັນ 13:34, 35) ດັ່ງນັ້ນ ທຸກ​ຄົນ​ທີ່​ເຊື່ອຟັງ “ກົດໝາຍ​ຂອງ​ພະຄລິດ” ຈະ​ຕ້ອງ​ຮັກ​ກັນ​ແບບ​ບໍ່​ເຫັນ​ແກ່​ໂຕ.

ຕົວຢ່າງ​ຂອງ​ພະ​ເຢຊູ​ສອນ​ເລື່ອງ​ຄວາມ​ຍຸຕິທຳ

14, 15. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ບໍ່​ໄດ້​ຮັບ​ອຳນາດ​ໃຫ້​ເຮັດ​ທຸກ​ຢ່າງ ແລະ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ເລື່ອງ​ຫຍັງ?

14 ພະ​ເຢຊູ​ບໍ່​ພຽງ​ແຕ່​ສອນ​ເລື່ອງ​ຄວາມ​ຮັກ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ເຮັດ​ຕາມ “ກົດໝາຍ​ຂອງ​ພະຄລິດ” ນຳ. ໃຫ້​ເຮົາ​ມາ​ເບິ່ງ 3 ຕົວຢ່າງ​ທີ່​ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ຫຍັງ.

15 ຕົວຢ່າງ​ທຳອິດ ພະ​ເຢຊູ​ຫຼີກລ່ຽງ​ການ​ກະທຳ​ທຸກ​ຢ່າງ​ທີ່​ບໍ່​ຍຸຕິທຳ. ບາງ​ເທື່ອ​ເຈົ້າ​ອາດ​ເຫັນ​ວ່າ​ຄົນ​ເຮົາ​ເຮັດ​ຫຼາຍ​ຢ່າງ​ທີ່​ບໍ່​ຍຸຕິທຳ​ແລະ​ເຮັດ​ເກີນ​ສິດ​ເມື່ອ​ເຂົາເຈົ້າ​ເປັນ​ຄົນ​ຍິ່ງ ແຕ່​ພະ​ເຢຊູ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ມີ​ເທື່ອ​ໜຶ່ງ​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ເຂົ້າ​ມາ​ຫາ​ພະ​ເຢຊູ​ແລະ​ເວົ້າ​ວ່າ: “ອາຈານ​ເອີ້ຍ ບອກ​ອ້າຍ​ຂ້ອຍ​ໃຫ້​ແບ່ງ​ມໍລະດົກ​ໃຫ້​ຂ້ອຍ​ແດ່.” ພະ​ເຢຊູ​ຕອບ​ລາວ​ວ່າ: “ໃຜ​ຕັ້ງ​ຂ້ອຍ​ໃຫ້​ເປັນ​ຜູ້​ຕັດສິນ​ຫຼື​ເປັນ​ຜູ້​ໄກ່ເກ່ຍ​ໃຫ້​ພວກ​ເຈົ້າ?” (ລູກາ 12:13, 14) ເລື່ອງ​ນີ້​ສອນ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ເພິ່ນ? ເຖິງ​ວ່າ​ພະ​ເຢຊູ​ຈະ​ສະຫຼາດ​ຫຼາຍ ມີ​ສະຕິ​ປັນຍາ ແລະ​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ​ຫຼາຍ​ກວ່າ​ຄົນ​ອື່ນ​ໃນ​ໂລກ. ແຕ່​ເພິ່ນ​ກໍ​ບໍ່​ຍອມ​ໄກ່ເກ່ຍ​ໃຫ້​ເຂົາເຈົ້າ ຍ້ອນ​ເພິ່ນ​ບໍ່​ໄດ້​ຮັບ​ອຳນາດ​ໃຫ້​ເຮັດ​ແບບ​ນັ້ນ. ພະ​ເຢຊູ​ຈຽມໂຕ​ສະເໝີ​ແລະ​ຍອມຮັບ​ວ່າ​ເພິ່ນ​ບໍ່​ມີ​ອຳນາດ​ທີ່​ຈະ​ເຮັດ​ທຸກ​ຢ່າງ ແມ່ນ​ແຕ່​ຫຼາຍ​ພັນ​ປີ​ກ່ອນ​ມີ​ຊີວິດ​ເປັນ​ມະນຸດ​ຊ້ຳ. ເພິ່ນ​ບໍ່​ເຄີຍ​ເຮັດ​ຫຍັງ​ທີ່​ເພິ່ນ​ບໍ່​ມີ​ສິດ​ທີ່​ຈະ​ເຮັດ. (ຢູດາ 9) ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ຖ່ອມ​ແລະ​ໄວ້ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕັດສິນ​ເລື່ອງ​ຕ່າງໆ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ​ສະເໝີ.

16, 17. (ກ) ພະ​ເຢຊູ​ສະແດງ​ຄວາມ​ຍຸຕິທຳ​ແນວ​ໃດ​ຕອນ​ທີ່​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ? (ຂ) ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ແນວ​ໃດ​ໂດຍ​ເມດຕາ​ຄົນ​ອື່ນ?

16 ຕົວຢ່າງ​ທີ 2 ພະ​ເຢຊູ​ສະແດງ​ຄວາມ​ຍຸຕິທຳ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ເພິ່ນ​ບໍ່​ລຳອຽງ ແຕ່​ເພິ່ນ​ພະຍາຍາມ​ປະກາດ​ກັບ​ຄົນ​ທຸກ​ປະເພດ​ບໍ່​ວ່າ​ຈະ​ເປັນ​ຄົນ​ລວຍ​ຫຼື​ຄົນ​ທຸກ. ເພິ່ນ​ບໍ່​ຄື​ກັບ​ພວກ​ຟາຣີຊາຍ​ທີ່​ເບິ່ງ​ຄົນ​ທຸກ​ແລະ​ຄົນ​ທຳມະດາ​ວ່າ​ບໍ່​ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລະ​ເອີ້ນ​ເຂົາເຈົ້າ​ວ່າ ອຳຮາອາເຣັດສ໌ ຫຼື “ຄົນ​ບ້ານ​ນອກ.” ພະ​ເຢຊູ​ບອກ​ເຂົາເຈົ້າ​ຢ່າງ​ກ້າຫານ​ວ່າ​ຄວາມ​ຄິດ​ຂອງ​ເຂົາເຈົ້າ​ບໍ່​ຖືກຕ້ອງ. ເພິ່ນ​ສອນ​ຂ່າວ​ດີ​ກັບ​ທຸກ​ຄົນ ລ້ຽງ​ເຂົ້າ​ເຂົາເຈົ້າ ປົວ​ເຂົາເຈົ້າ​ໃຫ້​ດີ​ພະຍາດ ແລະ​ຍັງ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ. ເພິ່ນ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ​ຜູ້​ທີ່​ຕ້ອງການ​ຊ່ວຍ “ຄົນ​ທຸກ​ປະເພດ” ໃຫ້​ລອດ. c1 ຕີໂມທຽວ 2:4

17 ຕົວຢ່າງ​ທີ 3 ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ໂດຍ​ເມດຕາ​ຄົນ​ອື່ນ. ເພິ່ນ​ຫາ​ໂອກາດ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ທີ່​ມັກ​ເຮັດ​ຜິດ. (ມັດທາຍ 9:11-13) ເພິ່ນ​ພ້ອມ​ຊ່ວຍ​ເຫຼືອ​ຄົນ​ທີ່​ປົກປ້ອງ​ໂຕເອງ​ບໍ່​ໄດ້. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ບໍ່​ໄດ້​ເຫັນດີ​ກັບ​ຄວາມ​ຄິດ​ຂອງ​ພວກ​ຫົວໜ້າ​ສາສະໜາ​ທີ່​ສອນ​ປະຊາຊົນ​ໃຫ້​ຊັງ​ຄົນ​ຕ່າງ​ຊາດ. ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ສົ່ງ​ເພິ່ນ​ໃຫ້​ມາ​ຊ່ວຍ​ແຕ່​ຄົນ​ຢິວ ແຕ່​ເພິ່ນ​ກໍ​ຊ່ວຍ​ເຫຼືອ​ແລະ​ສອນ​ຄົນ​ຕ່າງ​ຊາດ​ບາງ​ຄົນ​ດ້ວຍ​ຄວາມ​ເມດຕາ. ເພິ່ນ​ຍິນດີ​ປົວ​ຄົນ​ຮັບໃຊ້​ຂອງ​ທະຫານ​ຄົນ​ໂຣມ​ໃຫ້​ດີ​ພະຍາດ​ໂດຍ​ການ​ອັດສະຈັນ. ເພິ່ນ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ເຫັນ​ຄົນ​ອິດສະຣາເອນ​ຄົນ​ໃດ​ມີ​ຄວາມ​ເຊື່ອ​ຫຼາຍ​ສ່ຳ​ນີ້.”—ມັດທາຍ 8:5-13

18, 19. (ກ) ພະ​ເຢຊູ​ໃຫ້​ກຽດ​ຜູ້​ຍິງ​ແນວ​ໃດ? (ຂ) ຕົວຢ່າງ​ຂອງ​ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຫັນ​ວ່າ​ຄວາມ​ກ້າຫານ​ກັບ​ຄວາມ​ຍຸຕິທຳ​ກ່ຽວ​ຂ້ອງ​ກັນ?

18 ພະ​ເຢຊູ​ບໍ່​ໄດ້​ເຫັນດີ​ກັບ​ຄວາມ​ຄິດ​ທີ່​ຄົນ​ທົ່ວໄປ​ມີ​ຕໍ່​ຜູ້​ຍິງ. ເພິ່ນ​ກ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຄົນ​ຢິວ​ຖື​ວ່າ​ຜູ້​ຍິງ​ຄົນ​ຊາມາເຣຍ​ບໍ່​ສະອາດ​ຄື​ກັບ​ຄົນ​ຕ່າງ​ຊາດ ແລະ​ເປັນ​ເລື່ອງ​ຜິດ​ທີ່​ຈະ​ຄົບຫາ​ກັບ​ເຂົາເຈົ້າ. ແຕ່​ພະ​ເຢຊູ​ບໍ່​ໄດ້​ລັງເລ​ໃຈ​ທີ່​ຈະ​ປະກາດ​ກັບ​ຜູ້​ຍິງ​ຄົນ​ຊາມາເຣຍ​ຢູ່​ນ້ຳ​ສ້າງ​ໃນ​ເມືອງ​ຊີຂາ. ທີ່ຈິງ ພະ​ເຢຊູ​ບອກ​ກັບ​ຜູ້​ຍິງ​ຄົນ​ນີ້​ເປັນ​ຄົນ​ທຳອິດ​ວ່າ​ເພິ່ນ​ເປັນ​ເມຊີອາ​ຕາມ​ຄຳ​ສັນຍາ​ທີ່​ບອກ​ໄວ້. (ໂຢຮັນ 4:6, 25, 26) ພວກ​ຟາຣີຊາຍ​ບອກ​ວ່າ​ບໍ່​ຄວນ​ສອນ​ກົດໝາຍ​ໃຫ້​ພວກ​ຜູ້​ຍິງ ແຕ່​ພະ​ເຢຊູ​ພັດ​ສອນ​ເຂົາເຈົ້າ. (ລູກາ 10:38-42) ເຖິງ​ວ່າ​ພວກ​ຫົວໜ້າ​ສາສະໜາ​ສອນ​ວ່າ​ຜູ້​ຍິງ​ບໍ່​ສາມາດ​ເປັນ​ພະຍານ​ທີ່​ເຊື່ອຖື​ໄດ້ ແຕ່​ພະ​ເຢຊູ​ໃຫ້​ກຽດ​ຜູ້​ຍິງ​ໂດຍ​ໃຫ້​ເຂົາເຈົ້າ​ໄດ້​ເຫັນ​ເພິ່ນ​ກ່ອນ​ຄົນ​ອື່ນໆ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ. ເພິ່ນ​ເຖິງຂັ້ນ​ສັ່ງ​ໃຫ້​ເຂົາເຈົ້າ​ໄປ​ບອກ​ພວກ​ລູກສິດ​ຄົນ​ອື່ນໆ​ເລື່ອງ​ເຫດການ​ສຳຄັນ​ນີ້!—ມັດທາຍ 28:1-10

19 ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄວາມ​ຍຸຕິທຳ​ໝາຍເຖິງ​ຫຍັງ. ຫຼາຍ​ເທື່ອ​ເພິ່ນ​ເຮັດ​ແບບ​ນັ້ນ​ທັງໆ​ທີ່​ຕ້ອງ​ສ່ຽງ​ອັນຕະລາຍ​ຫຼາຍ. ຕົວຢ່າງ​ຂອງ​ພະ​ເຢຊູ​ຊ່ວຍ ເຮົາ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຍຸຕິທຳ. ດັ່ງນັ້ນ​ຈຶ່ງ​ເໝາະສົມ​ແລ້ວ​ທີ່​ຄຳພີ​ໄບເບິນ​ເອີ້ນ​ເພິ່ນ​ວ່າ: “ສິງ​ຈາກ​ຕະກູນ​ຢູດາ.” (ພະ​ນິມິດ 5:5) ຂໍ​ໃຫ້​ຈື່​ໄວ້​ວ່າ​ຫຼາຍ​ເທື່ອ​ໂຕ​ສິງ​ທີ່​ກ້າຫານ​ເປັນ​ພາບ​ປຽບທຽບ​ເຖິງ​ຄວາມ​ຍຸຕິທຳ. ອີກ​ບໍ່​ດົນ ພະ​ເຢຊູ​ຈະ​ເຮັດ​ອີກ​ຫຼາຍ​ຢ່າງ​ເພື່ອ “ຈະ​ເຮັດ​ໃຫ້​ໂລກ​ໄດ້​ຮັບ​ຄວາມ​ຍຸຕິທຳ.”—ເອຊາຢາ 42:4

ກະສັດ​ເມຊີອາ “ຈະ​ເຮັດ​ໃຫ້​ໂລກ​ໄດ້​ຮັບ​ຄວາມ​ຍຸຕິທຳ”

20, 21. ທຸກ​ມື້​ນີ້ ກະສັດ​ເມຊີອາ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ຍຸຕິທຳ​ຢູ່​ໂລກ​ແລະ​ໃນ​ປະຊາຄົມ​ຄລິດສະຕຽນ​ແນວ​ໃດ?

20 ນັບ​ຕັ້ງແຕ່​ພະ​ເຢຊູ​ເລີ່ມ​ເປັນ​ກະສັດ​ເມຊີອາ​ໃນ​ປີ 1914 ເພິ່ນ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ຍຸຕິທຳ​ໃນ​ໂລກ. ເພິ່ນ​ເຮັດ​ຫຍັງ​ແດ່? ເພິ່ນ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ມັດທາຍ 24:14 ເກີດຂຶ້ນ​ແທ້. ລູກສິດ​ຂອງ​ເພິ່ນ​ໄດ້​ສອນ​ຄວາມ​ຈິງ​ເລື່ອງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ກັບ​ຄົນ​ຢູ່​ທົ່ວ​ໂລກ. ຄື​ກັບ​ພະ​ເຢຊູ ເຂົາເຈົ້າ​ໄດ້​ປະກາດ​ກັບ​ຄົນ​ທຸກ​ປະເພດ​ບໍ່​ວ່າ​ຈະ​ເປັນ​ຄົນ​ໜຸ່ມ​ສາວ​ຫຼື​ຄົນ​ສູງ​ອາຍຸ ຄົນ​ລວຍ​ຫຼື​ຄົນ​ທຸກ ຜູ້​ຍິງ​ຫຼື​ຜູ້​ຊາຍ​ໃຫ້​ມາ​ຮູ້​ຈັກ​ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ຄວາມ​ຍຸຕິທຳ.

21 ນອກ​ຈາກນັ້ນ ພະ​ເຢຊູ​ຍັງ​ເຮັດ​ໃຫ້​ມີ​ຄວາມ​ຍຸຕິທຳ​ໃນ​ປະຊາຄົມ​ຄລິດສະຕຽນ​ທີ່​ເພິ່ນ​ເປັນ​ຜູ້​ນຳ. ຄື​ກັບ​ທີ່​ມີ​ການ​ພະຍາກອນ​ໄວ້ ເພິ່ນ​ໄດ້​ໃຫ້ “ຂອງຂວັນ​ທີ່​ເປັນ​ມະນຸດ” ເຊິ່ງ​ແມ່ນ​ຄລິດສະຕຽນ​ຜູ້​ເບິ່ງແຍງ​ທີ່​ສັດຊື່​ທີ່​ນຳໜ້າ​ໃນ​ປະຊາຄົມ. (ເອເຟໂຊ 4:8-12) ເຂົາເຈົ້າ​ເບິ່ງແຍງ​ແກະ​ທີ່​ມີ​ຄ່າ​ຂອງ​ພະເຈົ້າ​ໂດຍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ຄລິດ​ໃນ​ເລື່ອງ​ຄວາມ​ຍຸຕິທຳ. ເຂົາເຈົ້າ​ຄິດ​ຢູ່​ສະເໝີ​ວ່າ​ພະ​ເຢຊູ​ຢາກ​ໃຫ້​ເຂົາເຈົ້າ​ປະຕິບັດ​ຕໍ່​ແກະ​ຂອງ​ເພິ່ນ​ແບບ​ບໍ່​ລຳອຽງ ບໍ່​ວ່າ​ຄົນ​ເຫຼົ່າ​ນັ້ນ​ຈະ​ລວຍ​ຫຼື​ທຸກ ຫຼື​ມີ​ຖານະ​ຫຍັງ​ທາງ​ສັງຄົມ.

22. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ບໍ່​ຍຸຕິທຳ​ທີ່​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ​ໃນ​ທຸກ​ມື້​ນີ້ ແລະ​ເພິ່ນ​ໄດ້​ແຕ່ງຕັ້ງ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເຮັດ​ຫຍັງ​ກັບ​ເລື່ອງ​ນີ້?

22 ອີກ​ບໍ່​ດົນ​ພະ​ເຢຊູ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຍຸຕິທຳ​ໃນ​ໂລກ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ໃນ​ທຸກ​ມື້​ນີ້​ຄວາມ​ບໍ່​ຍຸຕິທຳ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ. ເປັນ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ທີ່​ເດັກນ້ອຍ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ອຶດຢາກ​ຕອນ​ທີ່​ຫຼາຍ​ປະເທດ​ໃຊ້​ເງິນ​ບັກ​ຫຼາຍໆ​ໄປ​ກັບ​ການ​ຊື້​ອາວຸດ​ສົງຄາມ ແລະ​ຫຼາຍ​ຄົນ​ໃຊ້​ເງິນ​ແບບ​ເຫັນ​ແກ່​ໂຕ​ເພື່ອ​ຫາ​ຄວາມ​ສຸກ​ໃຫ້​ກັບ​ໂຕເອງ. ໃນ​ແຕ່ລະປີ ມີ​ຫຼາຍ​ລ້ານ​ຄົນ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ບໍ່​ຍຸຕິທຳ ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ແຮງ. ເພິ່ນ​ໄດ້​ແຕ່ງຕັ້ງ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເຮັດ​ສົງຄາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກັບ​ໂລກ​ຊົ່ວ​ນີ້​ເພື່ອ​ເຮັດ​ໃຫ້​ຄວາມ​ບໍ່​ຍຸຕິທຳ​ໝົດ​ໄປ​ຢ່າງ​ຖາວອນ.—ພະ​ນິມິດ 16:14, 16; 19:11-15

23. ຫຼັງ​ຈາກ​ສົງຄາມ​ອາມາເຄໂດນ ພະຄລິດ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຍຸຕິທຳ​ຕະຫຼອດ​ໄປ​ແນວ​ໃດ?

23 ແຕ່​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ໝາຍເຖິງ​ແຕ່​ການ​ທຳລາຍ​ຄົນ​ຊົ່ວ​ເທົ່າ​ນັ້ນ. ເພິ່ນ​ຍັງ​ໄດ້​ແຕ່ງຕັ້ງ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເປັນ​ກະສັດ​ໃນ​ຖານະ​ເປັນ “ຜູ້​ປົກຄອງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສະຫງົບສຸກ” ນຳ. ຫຼັງ​ຈາກ​ສົງຄາມ​ອາມາເຄໂດນ ການ​ປົກຄອງ​ຂອງ​ພະ​ເຢຊູ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ມີ​ຄວາມ​ສະຫງົບສຸກ ແລະ​ການ​ປົກຄອງ​ຂອງ​ເພິ່ນ​ຈະ​ເຮັດ​ໃຫ້​ມີ “ຄວາມ​ຍຸຕິທຳ” ຕະຫຼອດ​ໄປ. (ເອຊາຢາ 9:6, 7) ພະ​ເຢຊູ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຫັນ​ຄວາມ​ບໍ່​ຍຸຕິທຳ​ໝົດ​ໄປ​ເຊິ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ມະນຸດ​ຕ້ອງ​ທຸກຍາກ​ແລະ​ລຳບາກ​ຫຼາຍ. ເພິ່ນ​ຈະ​ສະໜັບສະໜູນ​ຄວາມ​ຍຸຕິທຳ​ທີ່​ສົມບູນແບບ​ຂອງ​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕະຫຼອດ​ໄປ. ດັ່ງນັ້ນ ສຳຄັນ​ຫຼາຍ​ແທ້ໆ​ທີ່​ເຮົາ​ຈະ​ພະຍາຍາມ​ຮຽນ​ແບບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ຕັ້ງແຕ່​ຕອນນີ້. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

a ພະ​ເຢຊູ​ໃຈ​ຮ້າຍ​ຍ້ອນ​ມີ​ສິ່ງ​ທີ່​ບໍ່​ຍຸຕິທຳ​ເກີດຂຶ້ນ ເພິ່ນ​ຮູ້ສຶກ​ຄື​ກັບ​ພະ​ເຢໂຫວາ​ທີ່​ຕ້ອງການ​ຈະ “ເທ​ຄວາມ​ໃຈ​ຮ້າຍ​ໃສ່​ເຂົາເຈົ້າ.” (ນາຮູມ 1:2) ຕົວຢ່າງ​ເຊັ່ນ ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ບອກ​ປະຊາຊົນ​ທີ່​ຫົວ​ແຂງ​ຂອງ​ເພິ່ນ​ວ່າ​ເຂົາເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ເພິ່ນ “ເປັນ​ຖ້ຳ​ໂຈນ​ໄປ​ແລ້ວ” ເພິ່ນ​ຍັງ​ບອກ​ວ່າ: “ເຮົາ​ຈະ​ເທ​ຄວາມ​ໃຈ​ຮ້າຍ​ຂອງ​ເຮົາ​ໃສ່​ແຜ່ນດິນ​ນີ້.”—ເຢເຣມີຢາ 7:11, 20

b ປຶ້ມ​ມິດນານ​ບອກ​ວ່າ ຫຼາຍ​ປີ​ຕໍ່​ມາ​ມີ​ການ​ປະທ້ວງ​ຍ້ອນ​ລາຄາ​ຂອງ​ນົກ​ກາງແກ​ຢູ່​ວິຫານ​ມັນ​ແພງ​ໂພດ. ຫຼັງ​ຈາກນັ້ນ ລາຄາ​ຂອງ​ນົກ​ກໍ​ຫຼຸດ​ລົງ​ທັນທີ​ປະມານ 99 ເປີເຊັນ. ແທ້ໆ​ແລ້ວ​ໃຜ​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ຄ້າຂາຍ​ທີ່​ໄດ້​ກຳໄລ​ແບບ​ນີ້? ນັກ​ປະຫວັດສາດ​ບາງ​ຄົນ​ບອກ​ວ່າ ຄອບຄົວ​ຂອງ​ປະໂລຫິດ​ໃຫຍ່​ອັນນາ​ເປັນ​ເຈົ້າ​ຂອງ​ທຸລະກິດ​ຄ້າ​ຂາຍ​ໃນ​ວິຫານ ແລະ​ນັ້ນ​ເຮັດ​ໃຫ້​ຄອບຄົວ​ຂອງ​ລາວ​ລວຍ​ຫຼາຍ.—ໂຢຮັນ 18:13

c ພວກ​ຟາຣີຊາຍ​ຖື​ວ່າ​ຄົນ​ທຳມະດາ​ທີ່​ບໍ່​ເຂົ້າໃຈ​ກົດ​ໝາຍ​ຂອງ​ພະເຈົ້າ​ເປັນ​ຄົນ​ທີ່ “ຖືກ​ສາບແຊ່ງ.” (ໂຢຮັນ 7:49) ພວກ​ຟາຣີຊາຍ​ບອກ​ວ່າ​ບໍ່​ຄວນ​ສອນ​ຄົນ​ເຫຼົ່າ​ນັ້ນ ບໍ່​ຄວນ​ເຮັດ​ທຸລະກິດ​ນຳ ບໍ່​ຄວນ​ກິນ​ເຂົ້າ​ນຳ ຫຼື​ແມ່ນ​ແຕ່​ບໍ່​ຄວນ​ອະທິດຖານ​ນຳ​ເຂົາເຈົ້າ. ການ​ຍອມ​ໃຫ້​ລູກ​ສາວ​ແຕ່ງດອງ​ກັບ​ຄົນ​ເຫຼົ່າ​ນັ້ນ​ເປັນ​ເລື່ອງ​ຊົ່ວ​ຮ້າຍ​ກວ່າ​ການ​ປ່ອຍ​ໃຫ້​ສັດ​ປ່າ​ທຳຮ້າຍ​ລາວ. ເຂົາເຈົ້າ​ຍັງ​ເຊື່ອ​ວ່າ​ຄົນ​ເຫຼົ່າ​ນັ້ນ​ບໍ່​ດີ​ພໍ​ທີ່​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.