ບົດທີ 16
“ເປັນຄົນຍຸຕິທຳ” ໂດຍໃຊ້ຊີວິດຕາມແນວທາງຂອງພະເຈົ້າ
1-3. (ກ) ເປັນຫຍັງເຮົາຈຶ່ງຮູ້ສຶກຂອບໃຈພະເຢໂຫວາ? (ຂ) ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຂອບໃຈພະເຢໂຫວາ?
ເຈົ້າຮູ້ສຶກແນວໃດຖ້າເຈົ້າຢູ່ໃນເຮືອສຳລານທີ່ກຳລັງຊິຈົມນ້ຳ? ໃນຕອນທີ່ເຈົ້າຄິດວ່າຄືຊິບໍ່ມີຫວັງທີ່ຈະລອດແລ້ວ ກໍມີຄົນມາຊ່ວຍເຈົ້າ. ເຈົ້າຄືຊິດີໃຈຫຼາຍຕອນທີ່ຄົນນັ້ນຊ່ວຍເຈົ້າໃຫ້ມາຢູ່ໃນເຮືອຊູຊີບ ແລ້ວລາວກໍເວົ້າວ່າ: “ຕອນນີ້ເຈົ້າປອດໄພແລ້ວເດີ້!” ເຈົ້າຈະຮູ້ສຶກແນວໃດ? ແນ່ນອນ ເຈົ້າຄືຊິຮູ້ສຶກເປັນໜີ້ບຸນຄຸນຜູ້ນັ້ນຫຼາຍແທ້ໆຍ້ອນລາວຊ່ວຍຊີວິດເຈົ້າ.
2 ຕົວຢ່າງນີ້ຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ພະເຢໂຫວາເຮັດເພື່ອເຮົາ. ເຮົາຮູ້ສຶກຂອບໃຈພະເຢໂຫວາຫຼາຍແທ້ໆຍ້ອນເພິ່ນຊ່ວຍເຮົາໃຫ້ພົ້ນຈາກບາບແລະຄວາມຕາຍໂດຍທາງຄ່າໄຖ່. ຖ້າເຮົາສະແດງຄວາມເຊື່ອໃນຄ່າໄຖ່ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະໃຫ້ອະໄພບາບຂອງເຮົາ ແລະເຮົາກໍຈະມີຊີວິດຕະຫຼອດໄປ. (1 ໂຢຮັນ 1:7; 4:9) ໃນບົດທີ 14 ເຮົາໄດ້ຮຽນວ່າຄ່າໄຖ່ເປັນຫຼັກຖານທີ່ສະແດງວ່າພະເຢໂຫວາເປັນພະເຈົ້າທີ່ຍຸຕິທຳແລະຮັກເຮົາຫຼາຍ. ແລ້ວເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຂອບໃຈສຳລັບຄ່າໄຖ່ທີ່ເພິ່ນໄດ້ເຮັດເພື່ອເຮົາ?
3 ຕອນນີ້ ເຮົາຈະມາເບິ່ງວ່າພະເຢໂຫວາຕ້ອງການໃຫ້ເຮົາເຮັດຫຍັງ? ເພິ່ນບອກເຮົາທາງຜູ້ພະຍາກອນມີກາວ່າ: “ພະເຢໂຫວາໄດ້ບອກພວກເຈົ້າແລ້ວວ່າອັນໃດດີ ແລະບອກພວກເຈົ້າແລ້ວວ່າເພິ່ນຕ້ອງການຫຍັງຈາກພວກເຈົ້າ. ເພິ່ນມີແຕ່ຂໍໃຫ້ພວກເຈົ້າເປັນຄົນຍຸຕິທຳ ເປັນຄົນສັດຊື່ ແລະໃຊ້ຊີວິດແບບຈຽມໂຕຕາມແນວທາງຂອງພະເຈົ້າ.” (ມີກາ 6:8) ຂໍໃຫ້ສັງເກດວ່າສິ່ງໜຶ່ງທີ່ພະເຢໂຫວາຕ້ອງການແມ່ນເພິ່ນຢາກໃຫ້ເຮົາ “ເປັນຄົນຍຸຕິທຳ.” ເຮົາຈະເຮັດແບບນັ້ນໄດ້ແນວໃດ?
ພະຍາຍາມເຮັດຕາມສິ່ງທີ່ຖືກຕ້ອງ
4. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາເຮັດຕາມມາດຕະຖານທີ່ຖືກຕ້ອງຂອງເພິ່ນ?
4 ພະເຢໂຫວາເປັນຜູ້ກຳນົດວ່າອັນໃດຖືກອັນໃດຜິດ. ເພິ່ນຢາກໃຫ້ເຮົາໃຊ້ຊີວິດຕາມມາດຕະຖານທີ່ຖືກຕ້ອງແລະຍຸຕິທຳຂອງເພິ່ນ. ເພິ່ນບອກເຮົາໃນເອຊາຢາ 1:17 ວ່າ: “ໃຫ້ຮຽນເຮັດສິ່ງທີ່ດີແລະຍຸຕິທຳ.” ພະເຢໂຫວາຍັງກະຕຸ້ນເຮົາໃຫ້ “ພະຍາຍາມເຮັດສິ່ງທີ່ຖືກຕ້ອງ” (ເຊຟານີຢາ 2:3) ແລະໃຫ້ “ປູກຝັງນິດໄສໃໝ່ທີ່ຖືກສ້າງຂຶ້ນຕາມທີ່ພະເຈົ້າຕ້ອງການເຊິ່ງເປັນໄປຕາມຄວາມຖືກຕ້ອງ.” (ເອເຟໂຊ 4:24) ເມື່ອເຮົາພະຍາຍາມເຮັດຕາມມາດຕະຖານຂອງພະເຢໂຫວາ ເຮົາກໍຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບຄວາມຮຸນແຮງ ຄວາມບໍ່ສະອາດ ແລະການເຮັດຜິດສິນລະທຳທາງເພດ ຍ້ອນສິ່ງເຫຼົ່ານີ້ຂັດກັບມາດຕະຖານທີ່ຖືກຕ້ອງຂອງພະເຢໂຫວາ.—ເພງສັນລະເສີນ 11:5; ເອເຟໂຊ 5:3-5
5, 6. (ກ) ເປັນຫຍັງການເຮັດຕາມມາດຕະຖານຂອງພະເຢໂຫວາຈຶ່ງບໍ່ຍາກເກີນໄປ? (ຂ) ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າການພະຍາຍາມເຮັດສິ່ງທີ່ຖືກຕ້ອງຄວນເຮັດຢ່າງຕໍ່ເນື່ອງ?
5 ການເຮັດຕາມມາດຕະຖານທີ່ຖືກຕ້ອງຂອງພະເຢໂຫວາເປັນເລື່ອງຍາກບໍ? ບໍ່ເລີຍ. ຄົນທີ່ຮັກພະເຢໂຫວາແລະຢາກໃກ້ຊິດກັບເພິ່ນຈະຮູ້ສຶກວ່າການເຮັດຕາມທີ່ພະເຢໂຫວາບອກບໍ່ແມ່ນເລື່ອງຍາກ. ເຮົາຮັກພະເຢໂຫວາແລະມັກຄຸນລັກສະນະທັງໝົດຂອງເພິ່ນ ເຮົາຈຶ່ງຢາກໃຊ້ຊີວິດໃນແບບທີ່ເຮັດໃຫ້ເພິ່ນມີຄວາມສຸກ. (1 ໂຢຮັນ 5:3) ຂໍໃຫ້ຈື່ໄວ້ວ່າພະເຢໂຫວາ “ມັກການເຮັດສິ່ງທີ່ຖືກຕ້ອງ.” (ເພງສັນລະເສີນ 11:7) ເຮົາຈະຮຽນແບບຄວາມຍຸຕິທຳແລະຄວາມຖືກຕ້ອງຂອງພະເຢໂຫວາໄດ້ໂດຍຮັກສິ່ງທີ່ເພິ່ນຮັກແລະຊັງສິ່ງທີ່ເພິ່ນຊັງ.—ເພງສັນລະເສີນ 97:10
6 ການເຮັດສິ່ງທີ່ຖືກຕ້ອງບໍ່ງ່າຍເລີຍຍ້ອນເຮົາເປັນຄົນບໍ່ສົມບູນແບບ. ເຮົາຕ້ອງປະຖິ້ມນິດໄສເກົ່າກັບສິ່ງຕ່າງໆທີ່ເຄີຍເຮັດແລ້ວເອົານິດໄສໃໝ່ມາໃສ່. ຄຳພີໄບເບິນບອກວ່ານິດໄສໃໝ່ “ຄ່ອຍໆຖືກສ້າງຂຶ້ນ” ໂດຍໃຊ້ຄວາມຮູ້ທີ່ຖືກຕ້ອງ. (ໂກໂລຊາຍ 3:9, 10) ຄຳທີ່ໄດ້ຮັບການແປວ່າ “ຄ່ອຍໆຖືກສ້າງຂຶ້ນ” ສະແດງໃຫ້ເຫັນວ່າການເອົານິດໄສໃໝ່ມາໃສ່ເປັນສິ່ງທີ່ຕ້ອງເຮັດຢ່າງຕໍ່ເນື່ອງແລະຕ້ອງໃຊ້ຄວາມພະຍາຍາມຫຼາຍ. ຍ້ອນເຮົາເປັນຄົນບໍ່ສົມບູນແບບ ເຖິງວ່າເຮົາ ຈະພະຍາຍາມເຮັດສິ່ງທີ່ຖືກຕ້ອງ ແຕ່ບາງເທື່ອເຮົາກໍຍັງຄິດ ເວົ້າ ຫຼືເຮັດສິ່ງທີ່ບໍ່ຖືກຕ້ອງຢູ່.—ໂຣມ 7:14-20; ຢາໂກໂບ 3:2
7. ເຮົາຄວນຮູ້ສຶກແນວໃດຖ້າເຮົາເຮັດຜິດທັງໆທີ່ເຮົາພະຍາຍາມເຕັມທີເພື່ອເຮັດຕາມມາດຕະຖານຂອງພະເຢໂຫວາ?
7 ເຮົາຄວນຮູ້ສຶກແນວໃດຖ້າເຮົາເຮັດຜິດເລື້ອຍໆທັງໆທີ່ພະຍາຍາມເຮັດດີທີ່ສຸດເພື່ອເຮັດຕາມມາດຕະຖານຂອງພະເຢໂຫວາແລ້ວ? ແນ່ນອນ ເຮົາຄືຊິບໍ່ຢາກແກ້ໂຕຫຼືຄິດວ່າຄວາມຜິດທີ່ເຮົາເຮັດນັ້ນບໍ່ແມ່ນເລື່ອງໃຫຍ່. ແຕ່ເຮົາບໍ່ຄວນຄິດວ່າໂຕເອງບໍ່ດີພໍສຳລັບພະເຢໂຫວາແລະເຊົາຮັບໃຊ້ເພິ່ນ. ພະເຢໂຫວາຈະໃຫ້ອະໄພເຮົາຖ້າເຮົາເສຍໃຈແທ້ໆໃນສິ່ງທີ່ໄດ້ເຮັດ. ອັກຄະສາວົກໂຢຮັນບອກວ່າ: “ຂ້ອຍຂຽນເລື່ອງເຫຼົ່ານີ້ເພື່ອພວກເຈົ້າຈະບໍ່ເຮັດຜິດ.” ແຕ່ລາວກໍເວົ້າຕໍ່ອີກວ່າ: “ແຕ່ຖ້າຜູ້ໃດເຮັດຜິດ ພວກເຮົາກໍມີຜູ້ຊ່ວຍທີ່ຢູ່ກັບພະເຈົ້າຜູ້ເປັນພໍ່. ຜູ້ຊ່ວຍຜູ້ນີ້ແມ່ນພະເຢຊູຄລິດ.” (1 ໂຢຮັນ 2:1) ພະເຢໂຫວາໄດ້ກຽມຄ່າໄຖ່ຂອງພະເຢຊູໃຫ້ເຮົາ ເຮົາຈຶ່ງເປັນຜູ້ຮັບໃຊ້ຂອງເພິ່ນໄດ້ທັງໆທີ່ເຮົາເປັນຄົນບໍ່ສົມບູນແບບ. ເຮົາຮູ້ສຶກແນວໃດທີ່ຮູ້ວ່າພະເຢໂຫວາໃຫ້ອະໄພເຮົາ? ນີ້ເຮັດໃຫ້ເຮົາຢາກພະຍາຍາມສຸດຄວາມສາມາດເພື່ອເຮັດໃຫ້ເພິ່ນພໍໃຈບໍ່ແມ່ນບໍ?
ຄວາມຍຸຕິທຳຂອງພະເຢໂຫວາແລະຂ່າວດີທີ່ມາຈາກເພິ່ນ
8, 9. ການປະກາດຂ່າວດີເຮັດໃຫ້ເຫັນວ່າພະເຢໂຫວາຍຸຕິທຳແນວໃດ?
8 ວິທີໜຶ່ງທີ່ເຮົາຈະເປັນຄົນຍຸຕິທຳແລະຮຽນແບບພະເຢໂຫວາໄດ້ແມ່ນການມີສ່ວນຮ່ວມຢ່າງເຕັມທີໃນການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໃຫ້ຄົນອື່ນຮູ້. ແຕ່ການປະກາດຂ່າວດີເຮັດໃຫ້ເຫັນແນວໃດວ່າພະເຢໂຫວາຍຸຕິທຳ?
9 ກ່ອນທີ່ໂລກຊົ່ວນີ້ຈະເຖິງຈຸດຈົບ ພະເຢໂຫວາຈະໃຫ້ມີການເຕືອນຄົນກ່ອນ. ຕອນທີ່ພະເຢຊູພະຍາກອນກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນໄລຍະສະໄໝສຸດທ້າຍ ເພິ່ນບອກວ່າ: “ຈະຕ້ອງມີການປະກາດຂ່າວດີກັບຄົນທຸກຊາດກ່ອນ.” (ມາຣະໂກ 13:10; ມັດທາຍ 24:3) ການໃຊ້ຄຳວ່າ “ກ່ອນ” ເຮັດໃຫ້ເຮົາເຂົ້າໃຈວ່າຈະມີເຫດການອື່ນໆຫຼັງຈາກມີການປະກາດຂ່າວດີໄປທົ່ວໂລກ. ເຫດການເຫຼົ່ານີ້ລວມເຖິງຄວາມທຸກລຳບາກຄັ້ງໃຫຍ່ທີ່ມີການບອກໄວ້ລ່ວງໜ້າວ່າພະເຈົ້າຈະທຳລາຍຄົນຊົ່ວ ແລະຫຼັງຈາກນັ້ນກໍຈະມີໂລກໃໝ່ທີ່ມີແຕ່ຄວາມຖືກຕ້ອງແລະຍຸຕິທຳ. (ມັດທາຍ 24:14, 21, 22) ດັ່ງນັ້ນຈະບໍ່ມີໃຜເວົ້າໄດ້ວ່າພະເຢໂຫວາບໍ່ຍຸຕິທຳກັບຄົນຊົ່ວ. ຍ້ອນເພິ່ນໃຫ້ມີການປະກາດຂ່າວດີກ່ອນ ເຂົາເຈົ້າຈຶ່ງມີໂອກາດໄດ້ຍິນຄຳເຕືອນເພື່ອຈະປ່ຽນແປງໂຕເອງແລະລອດຊີວິດໄດ້.—ໂຢນາ 3:1-10
10, 11. ເຮົາຈະຮຽນແບບຄວາມຍຸຕິທຳຂອງພະເຢໂຫວາແນວໃດຕອນທີ່ເຮົາປະກາດຂ່າວດີ?
10 ເຮົາຈະຮຽນແບບຄວາມຍຸຕິທຳຂອງພະເຢໂຫວາແນວໃດໃນການປະກາດຂ່າວດີ? ສິ່ງທຳອິດທີ່ເຮົາຈະສະແດງຄວາມຍຸຕິທຳແມ່ນການພະຍາຍາມເຕັມທີເພື່ອຊ່ວຍຄົນອື່ນໃຫ້ລອດ. ໃຫ້ເຮົາຄິດເຖິງຕົວຢ່າງໃນຕອນເລີ່ມຕົ້ນຂອງບົດນີ້ເລື່ອງການຊ່ວຍຄົນໃຫ້ລອດຈາກເຮືອທີ່ພວມຈະຈົມນ້ຳອີກເທື່ອໜຶ່ງ. ຫຼັງຈາກທີ່ມີຄົນຊ່ວຍເຈົ້າໃຫ້ມາຢູ່ເຮືອຊູຊີບຢ່າງປອດໄພແລ້ວ ເຈົ້າຄືຊິຢາກຊ່ວຍຄົນອື່ນທີ່ຍັງຢູ່ໃນນ້ຳ. ຄ້າຍຄືກັນ ເຮົາຕ້ອງຊ່ວຍຄົນອື່ນໃຫ້ຮູ້ຈັກຂ່າວດີເພື່ອເຂົາເຈົ້າຈະລອດຊີວິດ. ເຖິງວ່າຫຼາຍຄົນຈະບໍ່ຟັງຂ່າວດີທີ່ເຮົາປະກາດ ແຕ່ຖ້າພະເຢໂຫວາຍັງອົດທົນຢູ່ ເຮົາກໍຕ້ອງພະຍາຍາມເຕັມທີເພື່ອຊ່ວຍຜູ້ຄົນໃຫ້ “ກັບໃຈ” ເພື່ອເຂົາເຈົ້າຈະລອດຊີວິດໄດ້.—2 ເປໂຕ 3:9
11 ຖ້າເຮົາປະກາດຂ່າວດີກັບທຸກຄົນທີ່ເຮົາເຈິ ເຮົາກໍກຳລັງຮຽນແບບຄວາມຍຸຕິທຳຂອງພະເຢໂຫວາແລະສະແດງໃຫ້ເຫັນວ່າເຮົາບໍ່ລຳອຽງ. ຢ່າລືມວ່າ: “ພະເຈົ້າບໍ່ລຳອຽງ ເພິ່ນຍອມຮັບທຸກຄົນທີ່ຢ້ານຢຳເພິ່ນແລະເຮັດສິ່ງທີ່ຖືກຕ້ອງ ບໍ່ວ່າລາວຈະເປັນຄົນຊາດໃດກໍຕາມ.” (ກິດຈະການ 10:34, 35) ຖ້າເຮົາຮຽນແບບຄວາມຍຸຕິທຳຂອງພະເຢໂຫວາ ເຮົາຕ້ອງບໍ່ຕັດສິນຄົນລ່ວງໜ້າ. ແທນທີ່ຈະເຮັດແນວນັ້ນ ເຮົາຕ້ອງບອກຂ່າວດີກັບທຸກຄົນບໍ່ວ່າລາວຈະມາຈາກໃສ ຈະລວຍຫຼືທຸກ ຫຼືຄົນອື່ນຈະເບິ່ງລາວແນວໃດ. ຖ້າເຮົາເຮັດແບບນັ້ນ ເຮົາກໍກຳລັງໃຫ້ທຸກຄົນມີໂອກາດໄດ້ຍິນຂ່າວດີແລະເຊື່ອຟັງພະເຢໂຫວາ.—ໂຣມ 10:11-13
ວິທີທີ່ເຮົາເວົ້າແລະປະຕິບັດກັບຄົນອື່ນ
12, 13. (ກ) ເປັນຫຍັງເຮົາບໍ່ຄວນຟ້າວຕັດສິນຄົນອື່ນ? (ຂ) ຄຳແນະນຳຂອງພະເຢຊູທີ່ວ່າ “ໃຫ້ເຊົາຕັດສິນຄົນອື່ນ” ແລະ “ໃຫ້ເຊົາຕຳໜິຄົນອື່ນ” ມີຄວາມໝາຍແນວໃດ? (ເບິ່ງໄຂເງື່ອນ)
12 ເຮົາຍັງສະແດງໃຫ້ເຫັນວ່າເຮົາເປັນຄົນຍຸຕິທຳໄດ້ໂດຍການປະຕິບັດກັບຄົນອື່ນໃນແບບທີ່ພະເຢໂຫວາປະຕິບັດກັບເຮົາ. ມັນງ່າຍທີ່ເຮົາຈະເບິ່ງຄົນອື່ນໃນແງ່ລົບ ວິພາກວິຈານຄວາມຜິດ ແລະສົງໄສເຈຕະນາຂອງເຂົາເຈົ້າ. ແຕ່ຖ້າເຮົາເຮັດ ຜິດເຮົາກໍບໍ່ຢາກໃຫ້ພະເຢໂຫວາສົງໄສເຈຕະນາຂອງເຮົາຫຼືຕັດສິນເຮົາແບບທີ່ບໍ່ເມດຕາ. ພະເຢໂຫວາບໍ່ໄດ້ເຮັດກັບເຮົາແບບນັ້ນ. ຜູ້ຂຽນປຶ້ມເພງສັນລະເສີນບອກວ່າ: “ພະເຢໂຫວາເອີ້ຍ ພະເຢໂຫວາ ຖ້າພະອົງສົນໃຈແຕ່ຄວາມຜິດຂອງພວກເຮົາ ໃຜຈະລອດຈາກການລົງໂທດໄດ້.” (ເພງສັນລະເສີນ 130:3) ເຮົາຮູ້ສຶກຂອບໃຈພະເຢໂຫວາທີ່ເພິ່ນເມດຕາ ຍຸຕິທຳ ແລະບໍ່ໄດ້ເບິ່ງແຕ່ຂໍ້ຜິດພາດຂອງເຮົາ. (ເພງສັນລະເສີນ 103:8-10) ດັ່ງນັ້ນ ເຮົາຄວນປະຕິບັດກັບຄົນອື່ນແນວໃດ?
13 ເມື່ອຄົນອື່ນເຮັດຜິດພາດ ເຮົາຮຽນແບບພະເຢໂຫວາໃນການສະແດງຄວາມເມດຕາແລະຄວາມຍຸຕິທຳໄດ້ໂດຍບໍ່ຟ້າວຕັດສິນລາວ. ໂດຍສະເພາະຕອນທີ່ເຮົາບໍ່ຮູ້ຄວາມຈິງທັງໝົດ ຫຼືເລື່ອງນັ້ນເປັນແຕ່ຂໍ້ຜິດພາດເລັກໆນ້ອຍໆ. ໃນຄຳບັນລະຍາຍເທິງພູຂອງພະເຢຊູ ເພິ່ນເຕືອນວ່າ: “ໃຫ້ເຊົາຕັດສິນຄົນອື່ນ ເພື່ອພະເຈົ້າຈະບໍ່ຕັດສິນພວກເຈົ້າ.” (ມັດທາຍ 7:1) ໃນບັນທຶກຂອງລູກາ ພະເຢຊູບອກນຳວ່າ: “ໃຫ້ເຊົາຕຳໜິຄົນອື່ນ ແລ້ວພະເຈົ້າຈະບໍ່ຕຳໜິພວກເຈົ້າ.” a (ລູກາ 6:37) ພະເຢຊູຮູ້ວ່າມະນຸດບໍ່ສົມບູນແບບມັກຈະຕັດສິນຄົນອື່ນ. ຖ້າຄົນທີ່ຟັງເພິ່ນສອນມັກຕັດສິນຄົນອື່ນ ລາວຕ້ອງເຊົານິດໄສນີ້.
14. ເປັນຫຍັງເຮົາຕ້ອງ “ເຊົາຕັດສິນ” ຄົນອື່ນ?
14 ເປັນຫຍັງເຮົາຕ້ອງ “ເຊົາຕັດສິນ” ຄົນອື່ນ? ເຫດຜົນໜຶ່ງກໍແມ່ນເຮົາບໍ່ມີສິດທີ່ຈະເຮັດແບບນັ້ນ. ຢາໂກໂບເຕືອນເຮົາວ່າ: “ມີແຕ່ຜູ້ດຽວເທົ່ານັ້ນທີ່ເປັນທັງຜູ້ຕັ້ງກົດໝາຍແລະຜູ້ຕັດສິນ” ຜູ້ນັ້ນແມ່ນພະເຢໂຫວາ. ດັ່ງນັ້ນ ຢາໂກໂບຈຶ່ງຖາມຄຳຖາມທີ່ເຮົາຄວນຄິດທີ່ຖາມວ່າ: “ເຈົ້າແມ່ນໃຜຈຶ່ງຈະຕັດສິນຄົນອື່ນ?” (ຢາໂກໂບ 4:12; ໂຣມ 14:1-4) ອີກເຫດຜົນໜຶ່ງແມ່ນເຮົາເປັນຄົນທີ່ມີບາບຈຶ່ງຕັດສິນຄົນອື່ນແບບບໍ່ຍຸຕິທຳໄດ້ງ່າຍ. ເຮົາອາດບໍ່ຮູ້ວ່າລາວເປັນຄົນແນວໃດແທ້ໆຍ້ອນລາວມີບາງຢ່າງທີ່ເຮົາບໍ່ມັກ ເຮົາຮູ້ສຶກວ່າລາວເຮັດບໍ່ດີກັບເຮົາ. ເຮົາອາດຈະອິດສາຫຼືຄິດວ່າເຮົາດີກວ່າລາວ. ນອກຈາກນັ້ນ ເຮົາບໍ່ຮູ້ວ່າຄົນອື່ນຄິດແລະຮູ້ສຶກ ແນວໃດ ແລະບໍ່ຮູ້ສະພາບການທຸກຢ່າງໃນຊີວິດຂອງລາວນຳ. ເຫດຜົນເຫຼົ່ານີ້ຄວນເຮັດໃຫ້ເຮົາບໍ່ຟ້າວຕັດສິນຄົນອື່ນ ແລະຍອມຮັບວ່າເຮົາບໍ່ມີສິດທີ່ຈະເວົ້າວ່າພີ່ນ້ອງຂອງເຮົາຍັງຮັບໃຊ້ພະເຢໂຫວາໄດ້ບໍ່ດີເທົ່າທີ່ຄວນ ຫຼືບອກວ່າລາວເຮັດບາງຢ່າງດ້ວຍເຈຕະນາບໍ່ດີ. ຄືຊິດີກວ່າຫຼາຍຖ້າເຮົາຮຽນແບບພະເຢໂຫວາໂດຍຊອກຫາສ່ວນທີ່ດີຂອງພີ່ນ້ອງ ແທນທີ່ຈະສົນໃຈແຕ່ຂໍ້ເສຍຂອງລາວ.
15. ຜູ້ທີ່ນະມັດສະການພະເຈົ້າບໍ່ຄວນມີຄຳເວົ້າແລະການກະທຳແບບໃດ ແລະຍ້ອນຫຍັງ?
15 ເຮົາຄວນປະຕິບັດກັບຄົນໃນຄອບຄົວຂອງເຮົາແນວໃດ? ເຮືອນຄວນຈະເປັນບ່ອນທີ່ທຸກຄົນຮູ້ສຶກມີຄວາມສຸກແລະປອດໄພ. ແຕ່ເປັນເລື່ອງເສົ້າທີ່ໃນທຸກມື້ນີ້ ເຮືອນພັດເປັນບ່ອນທີ່ຄົນໃນຄອບຄົວໃຊ້ຄວາມຮຸນແຮງຕໍ່ກັນ. ບໍ່ແມ່ນເລື່ອງແປກທີ່ຈະໄດ້ຍິນວ່າຜົວເມຍຫຼືພໍ່ແມ່ໃຊ້ຄຳເວົ້າຫຍາບຄາຍແລະຕົບຕີກັນ. ແຕ່ຄົນທີ່ນະມັດສະການພະເຈົ້າບໍ່ຄວນໃຊ້ຄຳຫຍາບຄາຍ ເວົ້າດູຖູກ ແລະຕົບຕີຄົນໃນຄອບຄົວ. (ເອເຟໂຊ 4:29, 31; 5:33; 6:4) ຄຳແນະນຳຂອງພະເຢຊູທີ່ ວ່າ: “ໃຫ້ເຊົາຕັດສິນຄົນອື່ນ” ແລະ “ເຊົາຕຳໜິຄົນອື່ນ” ຄວນເອົາມາໃຊ້ຕອນທີ່ເຮົາຢູ່ເຮືອນນຳ. ຈື່ໄວ້ວ່າການເປັນຄົນຍຸຕິທຳໝາຍຄວາມວ່າເຮົາຕ້ອງເຮັດກັບຄົນອື່ນຄືກັບທີ່ພະເຢໂຫວາເຮັດກັບເຮົາ ແລະພະເຢໂຫວາບໍ່ເຄີຍຮຸນແຮງຫຼືໂຫດຫ້ຽມກັບເຮົາ. ແຕ່ເພິ່ນ “ມີຄວາມອີ່ຕົນແລະເຫັນອົກເຫັນໃຈຫຼາຍແທ້ໆ” ຕໍ່ຜູ້ທີ່ຮັກເພິ່ນ. (ຢາໂກໂບ 5:11) ພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດທີ່ເຮົາຄວນຮຽນແບບ!
ຜູ້ເບິ່ງແຍງຮັບໃຊ້ “ດ້ວຍຄວາມຍຸຕິທຳ”
16, 17. (ກ) ພະເຢໂຫວາຢາກໃຫ້ຜູ້ເບິ່ງແຍງເຮັດຫຍັງ? (ຂ) ຜູ້ເບິ່ງແຍງຕ້ອງເຮັດຫຍັງຖ້າຜູ້ທີ່ເຮັດຜິດບໍ່ໄດ້ກັບໃຈແທ້ໆ ແລະຍ້ອນຫຍັງ?
16 ເຮົາທຸກຄົນມີໜ້າທີ່ຮັບຜິດຊອບໃນການສະແດງຄວາມຍຸຕິທຳ ແຕ່ພວກຜູ້ເບິ່ງແຍງໃນປະຊາຄົມຄລິດສະຕຽນມີຄວາມຮັບຜິດຊອບຫຼາຍເປັນພິເສດໃນເລື່ອງນີ້. ຂໍໃຫ້ສັງເກດຄຳພະຍາກອນທີ່ບອກໄວ້ກ່ຽວກັບ “ພວກເຈົ້ານາຍ” ຫຼືຜູ້ເບິ່ງແຍງ. ເອຊາຢາໄດ້ບັນທຶກໄວ້ວ່າ: “ກະສັດອົງໜຶ່ງຈະປົກຄອງໃນວິທີທີ່ຖືກຕ້ອງ ແລະພວກເຈົ້ານາຍກໍຈະປົກຄອງຢ່າງຍຸຕິທຳ.” (ເອຊາຢາ 32:1) ແມ່ນແລ້ວ ພະເຢໂຫວາຄາດໝາຍໃຫ້ຜູ້ເບິ່ງແຍງຮັບໃຊ້ໃນແບບທີ່ສອດຄ່ອງກັບຄວາມຍຸຕິທຳ. ແຕ່ເຂົາເຈົ້າຈະເຮັດແບບນັ້ນໄດ້ແນວໃດ?
17 ຜູ້ເບິ່ງແຍງທີ່ມີຄຸນສົມບັດເຫຼົ່ານີ້ຮູ້ດີວ່າການສະແດງຄວາມຍຸຕິທຳກ່ຽວຂ້ອງກັບການຮັກສາປະຊາຄົມໃຫ້ສະອາດ. ບາງເທື່ອພວກຜູ້ເບິ່ງແຍງຕ້ອງຕັດສິນຄວາມເມື່ອມີການເຮັດຜິດຮ້າຍແຮງ. ຕອນທີ່ເຮັດແນວນັ້ນ ເຂົາເຈົ້າຕ້ອງຈື່ໄວ້ວ່າພະເຢໂຫວາຢາກໃຫ້ເຂົາເຈົ້າສະແດງຄວາມເມດຕາຖ້າເປັນໄປໄດ້. ດັ່ງນັ້ນ ເຂົາເຈົ້າຈຶ່ງພະຍາຍາມຊ່ວຍຜູ້ທີ່ເຮັດຜິດໃຫ້ກັບໃຈ. ແຕ່ຈະວ່າແນວໃດເມື່ອຜູ້ທີ່ເຮັດຜິດບໍ່ຍອມກັບໃຈທັງໆທີ່ຜູ້ເບິ່ງແຍງພະຍາຍາມຊ່ວຍຜູ້ເຮັດຜິດແລ້ວ? ຖ້າເປັນແນວນັ້ນ ຜູ້ເບິ່ງແຍງຈະເຮັດຕາມຄຳສັ່ງຂອງພະເຢໂຫວາທີ່ບອກວ່າ: “ພວກເຈົ້າຕ້ອງກຳຈັດຄົນທີ່ເຮັດຊົ່ວໃຫ້ອອກໄປຈາກພວກເຈົ້າ” ເຊິ່ງໝາຍເຖິງການໃຫ້ຜູ້ນັ້ນອອກຈາກປະຊາຄົມ. (1 ໂກຣິນໂທ 5:11-13; 2 ໂຢຮັນ 9-11) ເຖິງວ່າການເຮັດແບບນັ້ນເຮັດໃຫ້ຜູ້ເບິ່ງແຍງເສຍໃຈ ແຕ່ເຂົາເຈົ້າກໍຍອມຮັບວ່ານັ້ນເປັນສິ່ງຈຳເປັນເພື່ອປົກປ້ອງປະຊາຄົມໃຫ້ສະອາດທາງສິນລະທຳ ແລະຄວາມເຊື່ອ ແລະເຂົາເຈົ້າຍັງຫວັງວ່າຈະມີມື້ໜຶ່ງທີ່ຜູ້ເຮັດຜິດຈະສຳນຶກໂຕແລະກັບເຂົ້າມາໃນປະຊາຄົມອີກ.—ລູກາ 15:17, 18
18. ເມື່ອຜູ້ເບິ່ງແຍງຕ້ອງໃຫ້ຄຳແນະນຳຈາກຄຳພີໄບເບິນ ລາວຄວນຄິດເຖິງຫຍັງສະເໝີ?
18 ຜູ້ເບິ່ງແຍງຕ້ອງຮຽນແບບຄວາມຍຸຕິທຳຂອງພະເຈົ້າຕອນທີ່ໃຫ້ຄຳແນະນຳຈາກຄຳພີໄບເບິນ. ແນ່ນອນ ຜູ້ເບິ່ງແຍງບໍ່ຄວນຊອກຫາຂໍ້ຜິດພາດຂອງຄົນອື່ນ ແລະລາວຈະບໍ່ຟ້າວແກ້ໄຂພີ່ນ້ອງ. ແຕ່ອາດຈະມີພີ່ນ້ອງບາງຄົນ “ກຳລັງໄປຜິດທາງໂດຍບໍ່ຮູ້ໂຕ.” ການຈື່ໄວ້ສະເໝີວ່າຄວາມຍຸຕິທຳຂອງພະເຈົ້າບໍ່ໄດ້ໂຫດຫ້ຽມຈະກະຕຸ້ນຜູ້ເບິ່ງແຍງໃຫ້ “ພະຍາຍາມຊ່ວຍຜູ້ນັ້ນໃຫ້ກັບມາໃນທາງທີ່ຖືກຕ້ອງດ້ວຍຄວາມອ່ອນໂຍນ.” (ຄາລາເຕຍ 6:1) ດັ່ງນັ້ນ ຜູ້ເບິ່ງແຍງຈະບໍ່ຮ້າຍບໍ່ດ່າຜູ້ທີ່ເຮັດຜິດ ຫຼືເວົ້າໃຫ້ລາວເຈັບ ແຕ່ເຂົາເຈົ້າຈະໃຫ້ຄຳແນະນຳດ້ວຍຄວາມຮັກເພື່ອໃຫ້ຄົນທີ່ເຮັດຜິດໄດ້ຮັບກຳລັງໃຈ. ແຕ່ເມື່ອຕ້ອງໃຫ້ຄຳແນະນຳແບບກົງໆເພື່ອຊ່ວຍບາງຄົນໃຫ້ເຫັນວ່າລາວກຳລັງກ້າວໄປຜິດທາງ ຜູ້ເບິ່ງແຍງຈະຈື່ໄວ້ສະເໝີວ່າພີ່ນ້ອງຄົນນັ້ນເປັນແກະຂອງພະເຢໂຫວາ. b (ລູກາ 15:7) ຖ້າຜູ້ເບິ່ງແຍງໃຫ້ຄຳແນະນຳຫຼືແກ້ໄຂດ້ວຍຄວາມຮັກ ເຂົາເຈົ້າກໍຈະຊ່ວຍຜູ້ເຮັດຜິດໄດ້ສຳເລັດ.
19. ຜູ້ເບິ່ງແຍງຕ້ອງຕັດສິນໃຈໃນເລື່ອງໃດແດ່ ແລະເຂົາເຈົ້າໃຫ້ຫຍັງຊີ້ນຳການຕັດສິນໃຈຂອງເຂົາເຈົ້າ?
19 ຫຼາຍເທື່ອຜູ້ເບິ່ງແຍງຕ້ອງຕັດສິນໃຈເລື່ອງທີ່ມີຜົນຕໍ່ພີ່ນ້ອງ. ຕົວຢ່າງເຊັ່ນ ຄະນະຜູ້ເບິ່ງແຍງຕ້ອງປະຊຸມກັນເປັນບາງເທື່ອເພື່ອເບິ່ງວ່າມີພີ່ນ້ອງຊາຍຄົນໃດໃນປະຊາຄົມມີຄຸນສົມບັດທີ່ຈະໄດ້ຮັບການສະເໜີໃຫ້ເປັນຜູ້ເບິ່ງແຍງຫຼືຜູ້ຊ່ວຍວຽກຮັບໃຊ້. ຄະນະຜູ້ເບິ່ງແຍງຮູ້ວ່າເຂົາເຈົ້າຕ້ອງເປັນຄົນບໍ່ລຳອຽງ ບໍ່ເຮັດຕາມຄວາມຮູ້ສຶກສ່ວນໂຕ ແຕ່ໃຫ້ຄຳພີໄບເບິນຊີ້ນຳການຕັດສິນໃຈຂອງເຂົາເຈົ້າ. ຖ້າເຂົາເຈົ້າເຮັດແບບນັ້ນ ເຂົາເຈົ້າກໍຈະເຮັດກັບຄົນອື່ນແບບ “ບໍ່ມີອະຄະຕິກັບໃຜແລະບໍ່ລຳອຽງ.”—1 ຕີໂມທຽວ 5:21
20, 21. (ກ) ຜູ້ເບິ່ງແຍງພະຍາຍາມເຮັດຫຍັງ ແລະຍ້ອນຫຍັງ? (ຂ) ຜູ້ເບິ່ງແຍງຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍ “ຄົນທີ່ຊຶມເສົ້າ”?
20 ຜູ້ເບິ່ງແຍງຍັງເຮັດຕາມຄວາມຍຸຕິທຳຂອງພະເຈົ້າໃນວິທີອື່ນອີກ. ຫຼັງຈາກທີ່ບອກລ່ວງໜ້າວ່າຜູ້ເບິ່ງແຍງຈະຮັບໃຊ້ “ດ້ວຍຄວາມຍຸຕິທຳ” ແລ້ວ ເອຊາຢາບອກຕື່ມອີກວ່າ: “ທຸກຄົນຈະເປັນຄືກັບບ່ອນທີ່ບັງລົມ ເປັນຄືກັບບ່ອນທີ່ປົກປ້ອງຈາກພາຍຸຝົນ ເປັນຄືກັບແມ່ນ້ຳໃນແຜ່ນດິນທີ່ບໍ່ມີນ້ຳ ແລະເປັນຄືກັບເງົາຂອງຫີນຜາໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ.” (ເອຊາຢາ 32:1, 2) ຍ້ອນແນວນີ້ ຜູ້ເບິ່ງແຍງຈະພະຍາຍາມໃຫ້ກຳລັງໃຈພີ່ນ້ອງແລະຊ່ວຍເຂົາເຈົ້າໃຫ້ສົດຊື່ນ.
21 ທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນຕ້ອງການກຳລັງໃຈຍ້ອນເຈິກັບບັນຫາຫຼາຍຢ່າງທີ່ເຮັດໃຫ້ຮູ້ສຶກທໍ້ໃຈ. ຖ້າເຈົ້າເປັນຜູ້ເບິ່ງແຍງ ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍ “ຄົນທີ່ຊຶມເສົ້າ”? (1 ເທຊະໂລນິກ 5:14) ເຈົ້າອາດຈະຕ້ອງຟັງເຂົາເຈົ້າດ້ວຍຄວາມເຫັນອົກເຫັນໃຈ. (ຢາໂກໂບ 1:19) ເຂົາເຈົ້າອາດຈະ ຢາກເລົ່າເລື່ອງທີ່ເຂົາເຈົ້າອຸກໃຈໃຫ້ຄົນທີ່ໄວ້ໃຈຟັງ. (ສຸພາສິດ 12:25) ເຈົ້າຊ່ວຍເຂົາເຈົ້າໃຫ້ໝັ້ນໃຈວ່າເຂົາເຈົ້າມີຄ່າແລະເປັນທີ່ຮັກຂອງພະເຢໂຫວາແລະຂອງພີ່ນ້ອງໄດ້. (1 ເປໂຕ 1:22; 5:6, 7) ນອກຈາກນັ້ນ ຜູ້ເບິ່ງແຍງອາດຈະອະທິດຖານກັບເຂົາເຈົ້າແລະອະທິດຖານເພື່ອເຂົາເຈົ້າໄດ້ນຳ. ການໄດ້ຟັງຜູ້ເບິ່ງແຍງເວົ້າກ່ຽວກັບເຂົາເຈົ້າໃນຄຳອະທິດຖານຈະເຮັດໃຫ້ເຂົາເຈົ້າໄດ້ກຳລັງໃຈຫຼາຍ. (ຢາໂກໂບ 5:14, 15) ຖ້າເຈົ້າພະຍາຍາມຊ່ວຍພີ່ນ້ອງທີ່ຊຶມເສົ້າດ້ວຍຄວາມຮັກ ພະເຢໂຫວາພະເຈົ້າທີ່ຍຸຕິທຳຈະບໍ່ມີມື້ລືມສິ່ງທີ່ເຈົ້າເຮັດແນ່ນອນ.
ຜູ້ເບິ່ງແຍງຮຽນແບບຄວາມຍຸຕິທຳຂອງພະເຢໂຫວາເມື່ອເຂົາເຈົ້າໃຫ້ກຳລັງໃຈຄົນທີ່ທໍ້ໃຈ
22. ເຮົາຈະຮຽນແບບຢ່າງຄວາມຍຸຕິທຳຂອງພະເຢໂຫວາໄດ້ໃນທາງໃດແດ່ ແລະຜົນຈະເປັນແນວໃດ?
22 ການຮຽນແບບຄວາມຍຸຕິທຳຂອງພະເຢໂຫວາຈະເຮັດໃຫ້ເຮົາໃກ້ຊິດກັບເພິ່ນຫຼາຍຂຶ້ນເລື້ອຍໆ. ຖ້າເຮົາໃຊ້ຊີວິດຕາມມາດຕະຖານຂອງເພິ່ນ ຖ້າເຮົາປະກາດຂ່າວດີທີ່ຊ່ວຍຊີວິດໃຫ້ຄົນອື່ນຮູ້ ແລະຖ້າເຮົາເລືອກທີ່ຈະເບິ່ງສ່ວນດີຂອງຄົນອື່ນແທນທີ່ຈະເບິ່ງຂໍ້ຜິດພາດຂອງເຂົາເຈົ້າ ເຮົາກໍກຳລັງຮຽນແບບຄວາມຍຸຕິທຳຂອງພະເຈົ້າ. ຜູ້ເບິ່ງແຍງທຸກຄົນ ເມື່ອເຈົ້າປົກປ້ອງປະຊາຄົມໃຫ້ສະອາດ ໃຫ້ຄຳແນະນຳທີ່ໃຫ້ກຳລັງໃຈຈາກຄຳພີໄບເບິນ ຕັດສິນເລື່ອງຕ່າງໆແບບບໍ່ລຳອຽງ ແລະໃຫ້ກຳລັງໃຈຄົນທີ່ທໍ້ໃຈ ເຈົ້າກໍກຳລັງຮຽນແບບຄວາມຍຸຕິທຳຂອງພະເຈົ້າ. ພະເຢໂຫວາຄືຊິມີຄວາມສຸກຫຼາຍທີ່ເຫັນຄົນຂອງເພິ່ນພະຍາຍາມຢ່າງດີທີ່ສຸດເພື່ອຈະ “ເປັນຄົນຍຸຕິທຳ” ໂດຍໃຊ້ຊີວິດຕາມແນວທາງຂອງເພິ່ນ.
a ສະບັບແປບາງສະບັບໃຊ້ຄຳວ່າ “ຢ່າຕັດສິນ” ແລະ “ຢ່າກ່າວໂທດ.” ການແປແບບນັ້ນໝາຍຄວາມວ່າ “ຢ່າເລີ່ມຕັດສິນ” ແລະ “ຢ່າເລີ່ມກ່າວໂທດ.” ແຕ່ຄຳວ່າ “ຢ່າ” ໃນຂໍ້ຄຳພີເຫຼົ່ານີ້ທີ່ຜູ້ຂຽນຄຳພີໄບເບິນໃຊ້ເປັນຄຳທີ່ໃຊ້ກັບສິ່ງທີ່ກຳລັງເກີດຂຶ້ນໃນປັດຈຸບັນ. ດັ່ງນັ້ນ ພະເຢຊູສະແດງໃຫ້ເຫັນວ່າຄົນທີ່ຟັງເພິ່ນທີ່ກຳລັງຕັດສິນຄົນອື່ນຢູ່ຕ້ອງເຊົາເຮັດແບບນັ້ນ.
b ໃນ 2 ຕີໂມທຽວ 4:2 ຄຳພີໄບເບິນບອກວ່າບາງເທື່ອຜູ້ເບິ່ງແຍງຕ້ອງ “ວ່າກ່າວ ຕັກເຕືອນ ຕຳໜິ ແລະໂນ້ມນ້າວ.” ຄຳພາສາກຣີກທີ່ແປວ່າ “ໂນ້ມນ້າວ” (ພາຣາຄາເລໂອ) ອາດມີຄວາມໝາຍວ່າ “ໃຫ້ກຳລັງໃຈ” ນຳ. ຄຳພາສາກຣີກອີກຄຳໜຶ່ງທີ່ກ່ຽວຂ້ອງກັນອາດໝາຍເຖິງທະນາຍຄວາມທີ່ຊ່ວຍເວົ້າຄວາມໃຫ້ບາງຄົນໃນສານ. ດັ່ງນັ້ນ ເຖິງວ່າຜູ້ເບິ່ງແຍງຕ້ອງວ່າກ່າວຕັກເຕືອນຢ່າງໜັກແໜ້ນ ແຕ່ເຂົາເຈົ້າຕ້ອງຊ່ວຍພີ່ນ້ອງໃຫ້ກັບມາໃກ້ຊິດກັບພະເຢໂຫວາອີກ.