ບົດທີ 25
ພະເຈົ້າ “ອີ່ຕົນ” ເຮົາ
1, 2. (ກ) ປົກກະຕິແລ້ວຕອນທີ່ລູກໄຫ້ ແມ່ຈະເຮັດແນວໃດ? (ຂ) ໃຜມີຄວາມຮູ້ສຶກອີ່ຕົນຫຼາຍກວ່າແມ່?
ເມື່ອລູກນ້ອຍໄຫ້ໃນຕອນກາງຄືນ ແມ່ກໍຕື່ນທັນທີໂລດ. ຕັ້ງແຕ່ລູກເກີດມາ ແມ່ກໍນອນຫຼັບບໍ່ສະໜິດຄືກັບແຕ່ກ່ອນ. ຕອນນີ້ ລາວຮູ້ເລີຍວ່າລູກຢາກໄດ້ຫຍັງຕອນທີ່ໄດ້ຍິນລູກໄຫ້ ເຊັ່ນ: ລູກອາດຈະຫິວນົມ ຢາກໃຫ້ອູ້ມ ຫຼືຢາກໃຫ້ແມ່ສົນໃຈ. ແຕ່ບໍ່ວ່າລູກຈະໄຫ້ຍ້ອນຫຍັງກໍຕາມ ແມ່ກໍຈະຟ້າວລຸກຂຶ້ນມາເບິ່ງທັນທີຍ້ອນລາວຮັກແລະອີ່ຕົນລູກ.
2 ເຖິງວ່າຄວາມອີ່ຕົນທີ່ແມ່ມີຕໍ່ລູກທີ່ຫາກໍເກີດມາເປັນຄວາມຮູ້ສຶກທີ່ອ່ອນໂຍນທີ່ສຸດທີ່ມະນຸດມີ ແຕ່ພະເຢໂຫວາພະເຈົ້າຮູ້ສຶກອີ່ຕົນເຮົາຫຼາຍກວ່ານັ້ນອີກ. ຖ້າເຮົາເຂົ້າໃຈຄຸນລັກສະນະທີ່ດີແທ້ໆນີ້ ເຮົາກໍຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ຕອນນີ້ໃຫ້ເຮົາມາເບິ່ງວ່າຄວາມອີ່ຕົນແມ່ນຫຍັງ ແລະພະເຈົ້າສະແດງຄຸນລັກສະນະນີ້ແນວໃດ.
ຄວາມອີ່ຕົນໝາຍເຖິງຫຍັງ?
3. ຄຳພາສາເຮັບເຣີທີ່ແປວ່າ “ສະແດງຄວາມເມດຕາ” ຫຼື “ອີ່ຕົນ” ມີຄວາມໝາຍວ່າແນວໃດ?
3 ໃນຄຳພີໄບເບິນຄວາມອີ່ຕົນກັບຄວາມເມດຕາມີຄວາມກ່ຽວຂ້ອງກັນ. ຄຳໃນພາສາເຮັບເຣີແລະຄຳໃນພາສາກຣີກມີຫຼາຍຄຳທີ່ຖ່າຍທອດຄວາມຮູ້ສຶກກ່ຽວກັບຄວາມອີ່ຕົນ. ຕົວຢ່າງເຊັ່ນ ຄຳພາສາເຮັບເຣີຣາຄຳ ຫຼາຍເທື່ອແປວ່າ “ສະແດງຄວາມເມດຕາ” ຫຼື “ອີ່ຕົນ.” ວັດຈະນານຸກົມທີ່ອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງບອກວ່າ ຄຳກຳມະຣາຄຳ “ໝາຍເຖິງຄວາມຮູ້ສຶກອີ່ຕົນທີ່ເລິກເຊິ່ງແລະອ່ອນໂຍນ ເຊັ່ນ ຄວາມຮູ້ສຶກທີ່ເຮົາມີຕອນທີ່ເຫັນຄົນທີ່ເຮົາຮັກທົນທຸກແລະຕ້ອງການຄວາມຊ່ວຍເຫຼືອ.” ພະເຢໂຫວາໃຊ້ຄຳພາສາເຮັບເຣີນີ້ເພື່ອອະທິບາຍຄວາມຮູ້ສຶກຂອງເພິ່ນ. ຄຳນີ້ກ່ຽວຂ້ອງກັບຄຳວ່າ “ມົດລູກ ຫຼື ທ້ອງ” ແລະແປວ່າເປັນ “ຄວາມອີ່ຕົນຂອງແມ່” ໄດ້ນຳ. a—ອົບພະຍົບ 33:19; ເຢເຣມີຢາ 33:26
4, 5. ຄຳພີໄບເບິນໃຊ້ຄວາມຮູ້ສຶກທີ່ແມ່ມີຕໍ່ລູກເພື່ອສອນເຮົາກ່ຽວກັບຄວາມອີ່ຕົນຂອງພະເຢໂຫວາແນວໃດ?
4 ຄຳພີໄບເບິນໃຊ້ຄວາມຮູ້ສຶກທີ່ແມ່ມີຕໍ່ລູກນ້ອຍເພື່ອສອນເຮົາວ່າຄວາມອີ່ຕົນຂອງພະເຢໂຫວາໝາຍເຖິງຫຍັງ. ໃນເອຊາຢາ 49:15 ບອກວ່າ: “ແມ່ຈະລືມລູກທີ່ຍັງກິນນົມຢູ່ບໍແລະຈະບໍ່ອີ່ຕົນລູກທີ່ລາວເກີດອອກມາບໍ? ເຖິງວ່າແມ່ຈະລືມລູກໄດ້ ແຕ່ເຮົາຈະບໍ່ມີທາງລືມເຈົ້າ.” ຂໍ້ນີ້ສະແດງວ່າພະເຢໂຫວາອີ່ຕົນປະຊາຊົນຂອງເພິ່ນຫຼາຍ. ເປັນຫຍັງຈຶ່ງເວົ້າແນວນັ້ນ?
5 ເປັນເລື່ອງຍາກທີ່ຈະຄິດວ່າແມ່ຈະບໍ່ເບິ່ງແຍງແລະບໍ່ເອົາໃຈໃສ່ລູກທີ່ຍັງກິນນົມຢູ່. ທີ່ຈິງ ລູກຍັງຊ່ວຍໂຕເອງບໍ່ໄດ້ ແລະລູກຕ້ອງໄດ້ຮັບຄວາມຮັກແລະການເອົາໃຈໃສ່ຈາກແມ່ທັງເວັນທັງຄືນ. ເປັນເລື່ອງທີ່ໜ້າເສົ້າທີ່ແມ່ບາງຄົນປະຖິ້ມລູກຂອງໂຕເອງ ໂດຍສະເພາະໃນ “ໄລຍະທີ່ມີແຕ່ຄວາມຫຍຸ້ງຍາກລຳບາກ” ນີ້ທີ່ຫຼາຍຄົນ “ບໍ່ມີຄວາມຮັກຕາມທຳມະຊາດ.” (2 ຕີໂມທຽວ 3:1, 3, ໄຂເງື່ອນ) ແຕ່ພະເຢໂຫວາບອກວ່າ: “ເຮົາຈະບໍ່ມີທາງລືມເຈົ້າ.” ຄວາມອີ່ຕົນທີ່ພະເຢໂຫວາມີຕໍ່ຜູ້ຮັບໃຊ້ຂອງເພິ່ນຈະບໍ່ມີວັນປ່ຽນແປງ. ຄວາມອີ່ຕົນທີ່ເພິ່ນມີນັ້ນມີຫຼາຍກວ່າຄວາມຮູ້ສຶກຕາມທຳຊາດທີ່ແມ່ມີຕໍ່ລູກ. ບໍ່ແປກເລີຍທີ່ນັກວິຊາການດ້ານຄຳພີໄບເບິນຄົນໜຶ່ງອະທິບາຍກ່ຽວກັບເອຊາຢາ 49:15 ວ່າ: “ນີ້ເປັນການສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງຂອງພະເຈົ້າທີ່ເວົ້າເຖິງໃນພະຄຳພີພາກພາສາເຮັບເຣີ.”
6. ຫຼາຍຄົນຄິດແນວໃດກັບການສະແດງຄວາມອີ່ຕົນ ແຕ່ພະເຢໂຫວາຊ່ວຍເຮົາໃຫ້ໝັ້ນໃຈໃນເລື່ອງໃດ?
6 ຖ້າເຮົາສະແດງຄວາມອີ່ຕົນໝາຍຄວາມວ່າເຮົາເປັນຄົນອ່ອນແອບໍ? ຫຼາຍຄົນຄິດແບບນັ້ນ. ຕົວຢ່າງເຊັ່ນ ຕອນທີ່ພະເຢຊູຢູ່ໃນໂລກ ມີນັກ ປັດຊະຍາທີ່ມີຊື່ສຽງຄົນໜຶ່ງສອນວ່າ: “ຄວາມອີ່ຕົນເປັນຄວາມອ່ອນແອ.” ລາວເຊື່ອວ່າຄົນເຮົາຈະມີຊີວິດທີ່ດີທີ່ສຸດຖ້າບໍ່ຮູ້ສຶກດີໃຈຫຼືເສຍໃຈ. ລາວບອກວ່າຄົນສະຫຼາດອາດຈະຊ່ວຍເຫຼືອຄົນທີ່ກຳລັງລຳບາກໄດ້ ແຕ່ລາວຕ້ອງບໍ່ຮູ້ສຶກອີ່ຕົນ ຍ້ອນຄວາມຮູ້ສຶກແບບນັ້ນຈະເຮັດໃຫ້ລາວບໍ່ມີສັນຕິສຸກ. ຄົນແບບນັ້ນທີ່ຄິດເຖິງແຕ່ໂຕເອງຈະບໍ່ສາມາດສະແດງຄວາມອີ່ຕົນອອກມາໄດ້ແທ້ໆ ແຕ່ພະເຢໂຫວາບໍ່ເປັນແບບນັ້ນ! ໃນຄຳພີໄບເບິນພະເຢໂຫວາຊ່ວຍເຮົາໃຫ້ໝັ້ນໃຈວ່າເພິ່ນ “ມີຄວາມອີ່ຕົນແລະເຫັນອົກເຫັນໃຈຫຼາຍແທ້ໆ.” (ຢາໂກໂບ 5:11) ເຮົາຈະໄດ້ເຫັນວ່າຄວາມອີ່ຕົນບໍ່ແມ່ນຄວາມອ່ອນແອ ແຕ່ເປັນຄຸນລັກສະນະທີ່ເຂັ້ມແຂງແລະສຳຄັນຫຼາຍ. ໃຫ້ເຮົາມາເບິ່ງວ່າເຢໂຫວາເປັນຄືກັບພໍ່ທີ່ຮັກເຮົາ ແລະເພິ່ນອີ່ຕົນເຮົາແນວໃດ?
ພະເຢໂຫວາສະແດງຄວາມອີ່ຕົນຕໍ່ຊາດອິດສະຣາເອນ
7, 8. ພວກອິດສະຣາເອນຕ້ອງເຈິຄວາມລຳບາກຫຍັງແດ່ຕອນຢູ່ເອຢິບ ແລະພະເຢໂຫວາຮູ້ສຶກແນວໃດກັບສິ່ງທີ່ເຂົາເຈົ້າເຈິ?
7 ຄວາມອີ່ຕົນຂອງພະເຢໂຫວາເຫັນໄດ້ແຈ້ງໃນວິທີທີ່ເພິ່ນປະຕິບັດກັບຊາດອິດສະຣາເອນ. ຫຼັງຈາກໂຢເຊັບເສຍຊີວິດ ຊາດອິດສະຣາເອນຫຼາຍລ້ານຄົນໄດ້ຕົກເປັນທາດໃນປະເທດເອຢີບ ແລະເຂົາເຈົ້າມີຊີວິດທີ່ລຳບາກຫຼາຍ. ພວກເອຢີບ “ເຮັດໃຫ້ຊີວິດຂອງພວກອິດສະຣາເອນທຸກຍາກລຳບາກ. ເຂົາເຈົ້າຕ້ອງອອກແຮງງານໜັກ ຕ້ອງເຮັດດິນຈີ່ກັບດິນດາກທີ່ເປັນຄືກັບປູນ ແລະເຮັດວຽກທຸກຢ່າງ.” (ອົບພະຍົບ 1:11, 14) ເມື່ອເຈິເລື່ອງແບບນີ້ ພວກອິດສະຣາເອນຈຶ່ງຮ້ອງຂໍໃຫ້ພະເຢໂຫວາຊ່ວຍ. ພະເຢໂຫວາຮູ້ສຶກແນວໃດ ແລະເພິ່ນໄດ້ເຮັດຫຍັງ?
8 ພະເຢໂຫວາຮູ້ສຶກເສຍໃຈຫຼາຍທີ່ເຫັນເຂົາເຈົ້າຕ້ອງເຈິກັບຄວາມລຳບາກ. ເພິ່ນບອກວ່າ: “ເຮົາເຫັນແລ້ວວ່າຄົນຂອງເຮົາຢູ່ໃນເອຢິບທຸກລຳບາກສ່ຳໃດ. ເຮົາຮູ້ວ່າເຂົາເຈົ້າເຈັບປວດຫຼາຍແທ້ໆ. ເຮົາໄດ້ຍິນສຽງຮ້ອງຄາງຂອງເຂົາເຈົ້າ ຍ້ອນເຂົາເຈົ້າຖືກບັງຄັບໃຫ້ເຮັດວຽກໜັກ.” (ອົບພະຍົບ 3:7) ເປັນໄປບໍ່ໄດ້ທີ່ພະເຢໂຫວາຈະເຫັນຄວາມທຸກແລະໄດ້ຍິນສຽງຮ້ອງຂໍຂອງເຂົາເຈົ້າແລ້ວບໍ່ຮູ້ສຶກຫຍັງເລີຍ. ໃນບົດທີ 24 ເຮົາໄດ້ຮຽນວ່າພະເຢໂຫວາເປັນພະເຈົ້າທີ່ເຫັນອົກເຫັນໃຈ. ການເຫັນອົກເຫັນໃຈແມ່ນການຮ່ວມຄວາມຮູ້ສຶກກັບຄົນທີ່ເຈັບປວດ. ແຕ່ພະເຢໂຫວາບໍ່ພຽງແຕ່ຮູ້ສຶກກັບປະຊາຊົນຂອງເພິ່ນເທົ່ານັ້ນ ເພິ່ນຍັງຖືກກະຕຸ້ນໃຫ້ລົງມືເຮັດບາງຢ່າງເພື່ອຊ່ວຍເຂົາເຈົ້າ. ເອຊາຢາ 63:9 ບອກວ່າ: “ເພິ່ນໄຖ່ເຂົາເຈົ້າຄືນມາຍ້ອນເພິ່ນຮັກແລະອີ່ຕົນເຂົາເຈົ້າ.” ພະເຢໂຫວາຊ່ວຍພວກອິດສະຣາເອນອອກຈາກເອຢີບໂດຍໃຊ້ “ລິດເດດທີ່ຍິ່ງໃຫຍ່” ຂອງເພິ່ນ. (ພະບັນຍັດ 4:34) ຫຼັງຈາກນັ້ນ ເພິ່ນຍັງສະແດງຄວາມເມດຕາກັບເຂົາເຈົ້າໂດຍໃຫ້ເຂົາເຈົ້າມີມານາກິນຕອນຢູ່ບ່ອນກັນດານແລະພາເຂົາເຈົ້າເຂົ້າໄປໃນແຜ່ນດິນທີ່ເພິ່ນສັນຍາ.
9, 10. (ກ) ຫຼັງຈາກທີ່ພວກອິດສະຣາເອນເຂົ້າໄປຢູ່ໃນແຜ່ນດິນທີ່ພະເຢໂຫວາສັນຍາແລ້ວ ເປັນຫຍັງເພິ່ນຍັງຊ່ວຍເຫຼືອເຂົາເຈົ້າຢູ່ເລື້ອຍໆ? (ຂ) ໃນສະໄໝຂອງເຢັບທາ ພະເຢໂຫວາຊ່ວຍພວກອິດສະຣາເອນຈາກການກົດຂີ່ແນວໃດ ແລະແມ່ນຫຍັງກະຕຸ້ນເພິ່ນໃຫ້ເຮັດແບບນັ້ນ?
9 ຫຼັງຈາກພວກອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາແລ້ວ ເພິ່ນຍັງສະແດງຄວາມອີ່ຕົນຕໍ່ເຂົາເຈົ້າຕໍ່ໄປ. ເຖິງວ່າເຂົາເຈົ້າບໍ່ເຊື່ອຟັງເພິ່ນເລື້ອຍໆແລະຕ້ອງເຈິກັບຄວາມທຸກ ແຕ່ເມື່ອເຂົາເຈົ້າກັບໃຈແລະຮ້ອງຂໍໃຫ້ພະເຢໂຫວາຊ່ວຍ ເພິ່ນກໍຊ່ວຍເຂົາເຈົ້າທຸກເທື່ອ. ເປັນຫຍັງ? ເພິ່ນເຮັດແບບນັ້ນ “ຍ້ອນເພິ່ນອີ່ຕົນປະຊາຊົນຂອງເພິ່ນ.”—2 ຂ່າວຄາວ 36:15; ພວກຜູ້ຕັດສິນ 2:11-16
10 ເຮົາເຫັນເລື່ອງນີ້ໄດ້ຈາກຕົວຢ່າງຂອງເຢັບທາ. ຍ້ອນພວກອິດສະຣາເອນນະມັດສະການພະປອມ ພະເຢໂຫວາຈຶ່ງປ່ອຍໃຫ້ພວກອຳໂມນກົດຂີ່ເຂົາເຈົ້າດົນຮອດ 18 ປີ. ໃນທີ່ສຸດພວກອິດສະຣາເອນກໍກັບໃຈ. ຄຳພີໄບເບິນບອກເຮົາວ່າ: “ເຂົາເຈົ້າຈຶ່ງກຳຈັດຮູບພະຕ່າງໆໃຫ້ໝົດໄປແລະເລີ່ມນະມັດສະການພະເຢໂຫວາອີກ ເພື່ອເພິ່ນຈະທົນບໍ່ໄດ້ທີ່ເຫັນພວກອິດສະຣາເອນທຸກລຳບາກ.” (ພວກຜູ້ຕັດສິນ 10:6-16) ເມື່ອເຂົາເຈົ້າກັບໃຈແທ້ໆ ພະເຢໂຫວາກໍທົນບໍ່ໄດ້ອີກຕໍ່ໄປທີ່ຈະເຫັນເຂົາເຈົ້າຕ້ອງເຈິກັບຄວາມທຸກຢູ່. ພະເຢໂຫວາ ສະແດງຄວາມອີ່ຕົນຕໍ່ພວກອິດສະຣາເອນໂດຍໃຊ້ເຢັບທາຊ່ວຍເຂົາເຈົ້າໃຫ້ພົ້ນຈາກສັດຕູ.—ພວກຜູ້ຕັດສິນ 11:30-33
11. ເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາສະແດງຄວາມອີ່ຕົນຕໍ່ພວກອິດສະຣາເອນ?
11 ເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາສະແດງຄວາມອີ່ຕົນຕໍ່ພວກອິດສະຣາເອນ? ເຮົາໄດ້ຮຽນວ່າການສະແດງຄວາມອີ່ຕົນບໍ່ແມ່ນແຕ່ຄວາມຮູ້ສຶກເສຍໃຈເມື່ອເຫັນຄົນອື່ນເຈິຄວາມລຳບາກເທົ່ານັ້ນ. ໃຫ້ເຮົາຄິດເຖິງຕົວຢ່າງຂອງແມ່ທີ່ເວົ້າເຖິງໃນຕອນທຳອິດ. ເມື່ອລູກຮ້ອງໄຫ້ ລາວກໍເຂົ້າໄປຊ່ວຍຍ້ອນອີ່ຕົນລູກ. ຄ້າຍຄືກັນ ເມື່ອພະເຢໂຫວາໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນຂອງເພິ່ນ ເພິ່ນກໍຊ່ວຍຍ້ອນວ່າອີ່ຕົນເຂົາເຈົ້າ. ນອກຈາກນັ້ນ ເຮົາຍັງໄດ້ຮຽນອີກວ່າຄົນທີ່ສະແດງຄວາມອີ່ຕົນບໍ່ແມ່ນຄົນອ່ອນແອ. ຍ້ອນພະເຢໂຫວາຮູ້ສຶກອີ່ຕົນພວກອິດສະຣາເອນ ເພິ່ນເລີຍຕໍ່ສູ້ແລະຊ່ວຍເຂົາເຈົ້າໃຫ້ພົ້ນຈາກພວກສັດຕູ. ແຕ່ພະເຢໂຫວາສະແດງຄວາມອີ່ຕົນກັບຜູ້ຮັບໃຊ້ຂອງເພິ່ນເປັນກຸ່ມເທົ່ານັ້ນບໍ?
ພະເຢໂຫວາອີ່ຕົນເຮົາແຕ່ລະຄົນ
12. ກົດໝາຍທີ່ພະເຢໂຫວາໃຫ້ພວກອິດສະຣາເອນສະແດງວ່າເພິ່ນອີ່ຕົນປະຊາຊົນຂອງເພິ່ນເປັນແຕ່ລະຄົນແນວໃດ?
12 ກົດໝາຍທີ່ພະເຢໂຫວາໃຫ້ກັບພວກອິດສະຣາເອນສະແດງວ່າເພິ່ນສະແດງຄວາມອີ່ຕົນຕໍ່ປະຊາຊົນຂອງເພິ່ນເປັນແຕ່ລະຄົນນຳ. ຕົວຢ່າງເຊັ່ນ ຂໍໃຫ້ຄິດເບິ່ງວ່າພະເຢໂຫວາເປັນຫ່ວງຄົນທຸກຫຼາຍສ່ຳໃດ. ພະເຢໂຫວາຮູ້ວ່າອາດມີເຫດການທີ່ບໍ່ໄດ້ຄາດຄິດເກີດຂຶ້ນທີ່ເຮັດໃຫ້ບາງຄົນກາຍເປັນຄົນທຸກ. ພວກອິດສະຣາເອນຄວນປະຕິບັດກັບຄົນທຸກແນວໃດ? ພະເຢໂຫວາສັ່ງເຂົາເຈົ້າວ່າ: “ຢ່າໃຈດຳແລະບໍ່ຊ່ວຍເຫຼືອລາວ. ເຈົ້າຕ້ອງເອື້ອເຟື້ອ ໃຫ້ລາວຢືມໂດຍບໍ່ຄິດເສຍດາຍ. ຖ້າເຈົ້າເຮັດແນວນີ້ ພະເຢໂຫວາພະເຈົ້າຂອງເຈົ້າກໍຊິອວຍພອນທຸກສິ່ງທີ່ເຈົ້າເຮັດ.” (ພະບັນຍັດ 15:7, 10) ພະເຢໂຫວາຍັງສັ່ງເຂົາເຈົ້າບໍ່ໃຫ້ກ່ຽວເຂົ້າຢູ່ແຄມຄັນນາຈົນໝົດ ຫຼືເກັບສ່ວນທີ່ເຫຼືອຈາກການກ່ຽວເພື່ອຄົນທຸກຈະມີໂອກາດເກັບເຂົ້າທີ່ເຮ່ຍຫຼືເຂົ້າທີ່ເຫຼືອໄດ້. (ລະບຽບພວກ ເລວີ 23:22; ນາງຣຸດ 2:2-7) ເມື່ອພວກອິດສະຣາເອນເຊື່ອຟັງກົດໝາຍນີ້ ຄົນທຸກກໍບໍ່ຕ້ອງເປັນຂໍທານ. ເລື່ອງນີ້ສະແດງໃຫ້ເຫັນວ່າພະເຢໂຫວາອີ່ຕົນຄົນທີ່ກຳລັງລຳບາກ.
13, 14. (ກ) ຄຳເວົ້າຂອງດາວິດເຮັດໃຫ້ເຮົາໝັ້ນໃຈແນວໃດວ່າພະເຢໂຫວາເປັນຫ່ວງເຮົາແຕ່ລະຄົນຫຼາຍແທ້ໆ? (ຂ) ມີຕົວຢ່າງຫຍັງທີ່ສະແດງວ່າພະເຢໂຫວາຢູ່ໃກ້ຄົນທີ່ “ຫົວໃຈແຕກສະຫຼາຍ” ແລະ “ທໍ້ໃຈແຮງ”?
13 ໃນທຸກມື້ນີ້ ພະເຈົ້າກໍຍັງຮັກແລະເປັນຫ່ວງເຮົາແຕ່ລະຄົນນຳ. ເຮົາໝັ້ນໃຈໄດ້ວ່າເພິ່ນຮູ້ວ່າເຮົາຕ້ອງເຈິກັບບັນຫາຫຍັງແດ່. ດາວິດຜູ້ຂຽນປຶ້ມເພງສັນລະເສີນບອກວ່າ: “ພະເຢໂຫວາເຝົ້າເບິ່ງຄົນທີ່ເຮັດສິ່ງທີ່ຖືກຕ້ອງ ແລະເພິ່ນຟັງຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າ. ພະເຢໂຫວາຢູ່ໃກ້ຄົນທີ່ຫົວໃຈແຕກສະຫຼາຍ. ເພິ່ນຊ່ວຍຄົນທີ່ທໍ້ໃຈແຮງ.” (ເພງສັນລະເສີນ 34:15, 18) ນັກວິຊາການດ້ານຄຳພີໄບເບິນຄົນໜຶ່ງອະທິບາຍຄຳວ່າ: “ຫົວໃຈແຕກສະຫຼາຍ” ແລະ “ທໍ້ໃຈແຮງ” ໃຊ້ກັບຄົນທີ່ທໍ້ໃຈຍ້ອນຄວາມບໍ່ສົມບູນແບບຂອງໂຕເອງແລະຮູ້ສຶກວ່າໂຕເອງບໍ່ມີຄ່າ. ເຂົາເຈົ້າອາດຮູ້ສຶກວ່າພະເຢໂຫວາຢູ່ໄກແລະຄິດວ່າໂຕເອງບໍ່ມີຄ່າພໍທີ່ເພິ່ນຈະສົນໃຈ ແຕ່ເພິ່ນບໍ່ໄດ້ຄິດແບບນັ້ນ. ຄຳເວົ້າຂອງດາວິດເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາບໍ່ໄດ້ຖິ້ມຄົນທີ່ຮູ້ສຶກວ່າໂຕເອງບໍ່ມີຄ່າ. ພະເຈົ້າຜູ້ທີ່ມີຄວາມອີ່ຕົນຮູ້ວ່າຕອນນັ້ນແຫຼະເປັນເວລາທີ່ເຮົາຕ້ອງການເພິ່ນຫຼາຍທີ່ສຸດ ແລະເພິ່ນກໍຢູ່ໃກ້ເຮົາ.
14 ໃຫ້ເຮົາມາເບິ່ງປະສົບການໜຶ່ງນຳກັນ. ແມ່ຄົນໜຶ່ງໃນອາເມຣິກາຟ້າວພາລູກຊາຍອາຍຸ 2 ປີໄປໂຮງໝໍຍ້ອນຫາຍໃຈບໍ່ອອກ. ຫຼັງຈາກທີ່ໝໍກວດເບິ່ງອາການແລ້ວ ລາວບອກວ່າເດັກນ້ອຍຕ້ອງໄດ້ນອນໂຮງໝໍ. ເຈົ້າຄິດວ່າຄືນນັ້ນແມ່ຈະຢູ່ໃສ? ແນ່ນອນ ແມ່ຈະນັ່ງຢູ່ຂ້າງຕຽງລູກຊາຍຢູ່ໂຮງໝໍ. ລູກຂອງລາວບໍ່ສະບາຍແລະລາວກໍຢາກຢູ່ໃກ້ໆລູກ. ສິ່ງທີ່ແມ່ເຮັດເປັນການຮຽນແບບຄວາມອີ່ຕົນຂອງພະເຢໂຫວາຍ້ອນເຮົາຖືກສ້າງໃຫ້ຄ້າຍຄືກັບເພິ່ນ. (ປະຖົມມະການ 1:26) ເຮົາໝັ້ນໃຈໄດ້ວ່າພະເຢໂຫວາພໍ່ໃນສະຫວັນຮັກແລະເປັນຫ່ວງເຮົາຫຼາຍແທ້ໆ. ຄຳເວົ້າທີ່ໜ້າປະທັບໃຈໃນເພງສັນລະເສີນ 34:18 ບອກ ເຮົາວ່າ ເມື່ອເຮົາ “ຫົວໃຈແຕກສະຫຼາຍ” ຫຼື “ທໍ້ໃຈແຮງ” ພະເຢໂຫວາກໍ “ຢູ່ໃກ້” ເຮົາ. ເພິ່ນອີ່ຕົນເຮົາແລະພ້ອມຈະຊ່ວຍເຮົາສະເໝີຄືກັບພໍ່ທີ່ຮັກເຮົາ.
15. ພະເຢໂຫວາຊ່ວຍເຮົາແຕ່ລະຄົນແນວໃດ?
15 ແລ້ວພະເຢໂຫວາຊ່ວຍເຮົາແຕ່ລະຄົນແນວໃດ? ເພິ່ນບໍ່ໄດ້ເຮັດໃຫ້ບັນຫາທຸກຢ່າງຂອງເຮົາໝົດໄປ ແຕ່ເພິ່ນກຽມຫຼາຍຢ່າງເພື່ອຊ່ວຍຄົນທີ່ຂໍໃຫ້ເພິ່ນຊ່ວຍ. ຕົວຢ່າງເຊັ່ນ ເພິ່ນໃຫ້ຄຳແນະນຳໃນຄຳພີໄບເບິນທີ່ມີປະໂຫຍດເພື່ອຊ່ວຍເຮົາໃຫ້ຮັບມືກັບບັນຫາຕ່າງໆໄດ້ ແລະເພິ່ນຍັງໃຫ້ມີຜູ້ເບິ່ງແຍງໃນປະຊາຄົມທີ່ພ້ອມຈະຊ່ວຍເຫຼືອເຮົາຍ້ອນເຂົາເຈົ້າພະຍາຍາມເຕັມທີທີ່ຈະຮຽນແບບຄວາມອີ່ຕົນຂອງພະເຢໂຫວາ. (ຢາໂກໂບ 5:14, 15) ພະເຢໂຫວາເປັນ “ຜູ້ຟັງຄຳອະທິດຖານ” ແລະເພິ່ນກໍ “ເອົາພະລັງບໍລິສຸດໃຫ້ຄົນທີ່ຂໍນຳເພິ່ນ.” (ເພງສັນລະເສີນ 65:2; ລູກາ 11:13) ພະລັງບໍລິສຸດຈະຊ່ວຍເຮົາໃຫ້ມີ “ກຳລັງທີ່ຫຼາຍກວ່າປົກກະຕິ” ເພື່ອຈະອົດທົນຈົນກວ່າການປົກຄອງຂອງພະເຈົ້າຈະມາແກ້ໄຂບັນຫາທັງໝົດທີ່ເຮັດໃຫ້ເຮົາທຸກໃຈ. (2 ໂກຣິນໂທ 4:7) ເຮົາຮູ້ສຶກຂອບໃຈຫຼາຍແທ້ໆສຳລັບທຸກສິ່ງທີ່ພະເຢໂຫວາຈັດກຽມໃຫ້ເຮົາ. ຂໍໃຫ້ຈື່ວ່າທັງໝົດນີ້ເປັນວິທີທີ່ພະເຢໂຫວາສະແດງຄວາມອີ່ຕົນເຮົາ.
16. ຕົວຢ່າງຫຍັງທີ່ດີທີ່ສຸດທີ່ສະແດງວ່າພະເຢໂຫວາອີ່ຕົນເຮົາ ແລະເລື່ອງນີ້ສົ່ງຜົນແນວໃດຕໍ່ເຈົ້າ?
16 ຕົວຢ່າງທີ່ດີທີ່ສຸດທີ່ສະແດງວ່າພະເຢໂຫວາອີ່ຕົນເຮົາແມ່ນການໃຫ້ລູກຊາຍຜູ້ທີ່ເພິ່ນຮັກຫຼາຍທີ່ສຸດມາເປັນຄ່າໄຖ່ໃຫ້ເຮົາ. ພະເຢໂຫວາເສຍສະລະດ້ວຍຄວາມຮັກເພື່ອຊ່ວຍເຮົາໃຫ້ລອດຈາກບາບແລະຄວາມຕາຍ. ເຮົາຕ້ອງບໍ່ລືມວ່າຄ່າໄຖ່ເປັນຂອງຂວັນທີ່ພະເຢໂຫວາໃຫ້ກັບເຮົາເປັນສ່ວນໂຕ. ເຊຄາຣີຢາພໍ່ຂອງໂຢຮັນຜູ້ໃຫ້ຮັບບັບເຕມາເຂົ້າໃຈໃນເລື່ອງນີ້ແລະໄດ້ບອກລ່ວງໜ້າວ່າຄ່າໄຖ່ນີ້ເຮັດໃຫ້ເຫັນແຈ້ງວ່າ “ເພິ່ນ . . . ອີ່ຕົນເຂົາເຈົ້າ.”—ລູກາ 1:78
ຕອນທີ່ພະເຢໂຫວາບໍ່ອີ່ຕົນ
17-19. (ກ) ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າຄວາມອີ່ຕົນຂອງພະເຢໂຫວາມີຂີດຈຳກັດ? (ຂ) ແມ່ນຫຍັງເຮັດໃຫ້ພະເຢໂຫວາບໍ່ອີ່ຕົນປະຊາຊົນຂອງເພິ່ນອີກຕໍ່ໄປ?
17 ເຮົາຄວນຄິດບໍວ່າພະເຢໂຫວາຈະສະແດງຄວາມອີ່ຕົນແບບບໍ່ມີຂີດ ຈຳກັດ? ບໍ່. ກົງກັນຂ້າມ ຄຳພີໄບເບິນເຮັດໃຫ້ເຫັນວ່າພະເຢໂຫວາບໍ່ສະແດງຄວາມອີ່ຕົນຕໍ່ຄົນທີ່ຈົງໃຈເຮັດສິ່ງທີ່ເພິ່ນບໍ່ມັກ. (ເຮັບເຣີ 10:28) ເພື່ອຊ່ວຍເຮົາໃຫ້ເຂົ້າໃຈເລື່ອງນີ້ຫຼາຍຂຶ້ນ ໃຫ້ເຮົາມາເບິ່ງຕົວຢ່າງຂອງພວກອິດສະຣາເອນນຳກັນ.
18 ເຖິງວ່າພະເຢໂຫວາຈະຊ່ວຍພວກອິດສະຣາເອນຈາກພວກສັດຕູຫຼາຍເທື່ອ ແຕ່ໃນທີ່ສຸດເພິ່ນກໍບໍ່ໄດ້ອີ່ຕົນເຂົາເຈົ້າອີກຕໍ່ໄປ ຍ້ອນເຂົາເຈົ້າບໍ່ຍອມເຊົານົບຮູບບູຊາແລະເຖິງຂັ້ນເອົາຮູບບູຊາທີ່ເປັນຕາຂີ້ດຽດເຂົ້າໄປໃນວິຫານຂອງພະເຢໂຫວາ! (ເອເຊກຽນ 5:11; 8:17, 18) ນອກຈາກນັ້ນ ຄຳພີໄບເບິນຍັງບອກອີກວ່າ: “ເຂົາເຈົ້າເຍາະເຍີ້ຍຜູ້ສົ່ງຂ່າວຂອງພະເຈົ້າທ່ຽງແທ້ ດູຖູກຄຳເຕືອນຂອງເພິ່ນ ແລະດູຖູກຜູ້ພະຍາກອນຂອງເພິ່ນ. ພະເຢໂຫວາຈຶ່ງໃຈຮ້າຍໃຫ້ເຂົາເຈົ້າຫຼາຍຈົນບໍ່ມີວິທີທີ່ຈະຊ່ວຍເຂົາເຈົ້າໄດ້.” (2 ຂ່າວຄາວ 36:16) ພວກອິດສະຣາເອນເຮັດຜິດຈົນເຖິງຂັ້ນທີ່ພະເຢໂຫວາບໍ່ສາມາດຈະສະແດງຄວາມອີ່ຕົນຕໍ່ເຂົາເຈົ້າໄດ້ອີກ. ເຂົາເຈົ້າເຮັດໃຫ້ເພິ່ນໃຈຮ້າຍຫຼາຍ. ແລ້ວຜົນເປັນແນວໃດ?
19 ພະເຢໂຫວາບໍ່ອີ່ຕົນຄົນຂອງເພິ່ນອີກຕໍ່ໄປ. ເພິ່ນບອກວ່າ: “ເຮົາຈະບໍ່ຮູ້ສຶກເສຍໃຈ ບໍ່ອີ່ຕົນແລະບໍ່ເມດຕາເຂົາເຈົ້າເລີຍ ແລະຈະບໍ່ມີຫຍັງມາຢຸດເຮົາບໍ່ໃຫ້ທຳລາຍເຂົາເຈົ້າໄດ້.” (ເຢເຣມີຢາ 13:14) ດັ່ງນັ້ນ ເມືອງເຢຣູຊາເລັມແລະວິຫານຈຶ່ງຖືກທຳລາຍ ແລະພວກອິດສະຣາເອນກໍຖືກຈັບໄປເປັນຊະເລີຍຢູ່ປະເທດບາບີໂລນ. ເປັນເລື່ອງໜ້າເສຍດາຍແທ້ໆທີ່ມະນຸດບໍ່ຍອມເຊື່ອຟັງຈົນເຮັດໃຫ້ພະເຢໂຫວາບໍ່ອີ່ຕົນເຂົາເຈົ້າອີກຕໍ່ໄປ.—ເພງໂສກເສົ້າ 2:21
20, 21. (ກ) ຈະມີຫຍັງເກີດຂຶ້ນຖ້າພະເຢໂຫວາບໍ່ສະແດງຄວາມອີ່ຕົນອີກຕໍ່ໄປ? (ຂ) ໃນບົດຕໍ່ໄປເຮົາຈະເບິ່ງເລື່ອງຫຍັງທີ່ກ່ຽວກັບຄວາມເມດຕາທີ່ຍິ່ງໃຫຍ່ຂອງພະເຢໂຫວາ?
20 ແລ້ວໃນທຸກມື້ນີ້ເດ້ ພະເຢໂຫວາຍັງຮູ້ສຶກແບບນັ້ນບໍ? ພະເຢໂຫວາຍັງຄືເກົ່າ ເພິ່ນບໍ່ເຄີຍປ່ຽນ. ຍ້ອນອີ່ຕົນຄົນ ພະເຢໂຫວາຈຶ່ງໃຫ້ພະຍານຂອງເພິ່ນປະກາດ “ຂ່າວດີເລື່ອງການປົກຄອງ” ຂອງເພິ່ນໄປທົ່ວໂລກ. (ມັດທາຍ ) ເມື່ອຄົນທີ່ມີຫົວໃຈທີ່ດີຢາກຮຽນຮູ້ກ່ຽວກັບເພິ່ນ ເພິ່ນກໍຊ່ວຍເຂົາເຈົ້າໃຫ້ເຂົ້າໃຈຄວາມຈິງ. ( 24:14ກິດຈະການ 16:14) ແຕ່ວຽກປະກາດຈະບໍ່ໄດ້ເຮັດໄປຕະຫຼອດດອກ. ຖ້າພະເຢໂຫວາປ່ອຍໃຫ້ຄົນຊົ່ວເຮັດແນວບໍ່ດີແລະເຮັດໃຫ້ຄົນອື່ນລຳບາກຕໍ່ໄປກໍສ່ຳກັບວ່າເພິ່ນບໍ່ໄດ້ສະແດງຄວາມອີ່ຕົນ. ເມື່ອພະເຢໂຫວາຕັດສິນວ່າຈະບໍ່ອີ່ຕົນອີກຕໍ່ໄປ ເພິ່ນກໍຈະທຳລາຍໂລກຊົ່ວນີ້. ແຕ່ການທີ່ເພິ່ນເຮັດແບບນັ້ນກໍເປັນການສະແດງຄວາມອີ່ຕົນນຳ ເພາະເພິ່ນຈະເຮັດໃຫ້ “ຊື່ທີ່ບໍລິສຸດ” ຂອງເພິ່ນໄດ້ຮັບການຍົກຍ້ອງແລະຈະຊ່ວຍຄົນທີ່ຮັກເພິ່ນໃຫ້ລອດ. (ເອເຊກຽນ 36:20-23) ພະເຢໂຫວາຈະກຳຈັດຄວາມຊົ່ວແລະຈະເຮັດໃຫ້ທົ່ວໂລກມີແຕ່ສິ່ງທີ່ຖືກຕ້ອງ. ພະເຢໂຫວາບອກກັບຄົນຊົ່ວວ່າ: “ເຮົາຈະບໍ່ອີ່ຕົນແລະບໍ່ສົນໃຈເຂົາເຈົ້າ. ເຮົາຈະໃຫ້ເຂົາເຈົ້າໄດ້ຮັບຜົນຈາກການກະທຳຂອງໂຕເອງ.”—ເອເຊກຽນ 9:10
21 ກ່ອນຈະຮອດຕອນນັ້ນ ພະເຢໂຫວາຍັງຮູ້ສຶກອີ່ຕົນຄົນ ແມ່ນແຕ່ຄົນເຫຼົ່ານັ້ນທີ່ອາດຈະຖືກທຳລາຍໄປພ້ອມກັບໂລກຊົ່ວນີ້. ແຕ່ຄົນທີ່ກັບໃຈແທ້ໆຈະໄດ້ປະໂຫຍດຈາກຄວາມເມດຕາທີ່ຍິ່ງໃຫຍ່ຂອງພະເຢໂຫວາເຊິ່ງກໍແມ່ນການໃຫ້ອະໄພ. ໃນບົດຕໍ່ໄປເຮົາຈະເບິ່ງບາງຕົວຢ່າງທີ່ດີແທ້ໆໃນຄຳພີໄບເບິນທີ່ເຮັດໃຫ້ເຮົາເຫັນການໃຫ້ອະໄພຂອງພະເຢໂຫວາ.
a ໜ້າສົນໃຈຢູ່ເພງສັນລະເສີນ 103:13 ຄຳໃນພາສາເຮັບເຣີຣາຄຳ ໝາຍຄວາມວ່າຄວາມເມດຕາຫຼືຄວາມອີ່ຕົນທີ່ພໍ່ມີຕໍ່ລູກ.