ບົດທີ 23
“ພະເຈົ້າໄດ້ຮັກພວກເຮົາກ່ອນ”
1-3. ມີຫຍັງແດ່ທີ່ເຮັດໃຫ້ການຕາຍຂອງພະເຢຊູແຕກຕ່າງຈາກການຕາຍຂອງຄົນອື່ນ?
ມີມື້ໜຶ່ງໃນລະດູໃບໄມ້ປົ່ງເຊິ່ງເກືອບ 2.000 ປີມາແລ້ວ ມີຜູ້ຊາຍຄົນໜຶ່ງຖືກຕັດສິນວ່າມີຄວາມຜິດທັງໆທີ່ບໍ່ໄດ້ເຮັດຫຍັງຜິດ ແລ້ວລາວກໍຖືກຂ້າຢ່າງທໍລະມານ. ທີ່ຈິງ ບໍ່ໄດ້ມີແຕ່ລາວຄົນດຽວທີ່ເຈິເລື່ອງໂຫດຮ້າຍແລະບໍ່ຍຸຕິທຳແບບນີ້. ແຕ່ການຕາຍຂອງລາວມີບາງຢ່າງທີ່ບໍ່ຄືກັບຄົນອື່ນ.
2 ບໍ່ເທົ່າໃດຊົ່ວໂມງກ່ອນທີ່ຜູ້ຊາຍຄົນນີ້ຈະຕາຍ ມີບາງຢ່າງທີ່ແປກແທ້ໆເກີດຂຶ້ນຢູ່ທ້ອງຟ້າເຊິ່ງເຮັດໃຫ້ຄົນທີ່ຢູ່ຫັ້ນຮູ້ວ່າສິ່ງທີ່ເກີດຂຶ້ນນີ້ເປັນເຫດການທີ່ສຳຄັນ. ເຖິງວ່າຕອນນັ້ນເປັນຕອນທ່ຽງ ຢູ່ບໍ່ຢູ່ທ້ອງຟ້າກໍມືດຄືກັບຕອນກາງຄືນເລີຍ. ຜູ້ຂຽນຄຳພີໄບເບິນຄົນໜຶ່ງເວົ້າວ່າ: “ບໍ່ມີແສງຕາເວັນ.” (ລູກາ 23:44, 45) ແລ້ວກ່ອນທີ່ຜູ້ຊາຍຄົນນີ້ຈະຕາຍ ລາວໄດ້ເວົ້າຄຳໜຶ່ງທີ່ໜ້າສົນໃຈທີ່ວ່າ: “ສຳເລັດແລ້ວ”! ທີ່ຈິງ ການເສຍສະລະຊີວິດຂອງລາວເຮັດໃຫ້ມີສິ່ງດີໆເກີດຂຶ້ນແລະເປັນການສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ມະນຸດເຄີຍໄດ້ເຮັດ.—ໂຢຮັນ 15:13; 19:30
3 ຜູ້ຊາຍຄົນນີ້ແມ່ນພະເຢຊູຄລິດ. ຄົນທົ່ວໂລກຮູ້ວ່າພະເຢຊູທົນຄວາມທຸກທໍລະມານແລະຕາຍໃນວັນທີ 14 ເດືອນນີຊານ ປີ 33. ແຕ່ມີສິ່ງທີ່ສຳຄັນຢ່າງໜຶ່ງທີ່ເຂົາເຈົ້າບໍ່ຮູ້. ເຖິງວ່າພະເຢຊູຕ້ອງທົນທຸກ ແຕ່ມີອີກຜູ້ໜຶ່ງທີ່ທົນທຸກຫຼາຍກວ່າອີກ. ຜູ້ນັ້ນໄດ້ເສຍສະລະຫຼາຍແທ້ໆແລະໄດ້ສະແດງຄວາມຮັກຫຼາຍກວ່າທຸກຄົນ. ເພິ່ນໄດ້ເຮັດຫຍັງ? ຄຳຕອບຂອງຄຳຖາມນີ້ຈະສອນເຮົາກ່ຽວກັບຄຸນລັກສະນະທີ່ສຳຄັນທີ່ສຸດຂອງພະເຢໂຫວາເຊິ່ງກໍແມ່ນຄວາມຮັກ.
ການສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ
4. ແມ່ນຫຍັງຊ່ວຍໃຫ້ທະຫານໂຣມເຂົ້າໃຈວ່າພະເຢຊູບໍ່ແມ່ນຄົນທຳມະດາ ແລະລາວເວົ້າແນວໃດ?
4 ທະຫານໂຣມຄົນໜຶ່ງທີ່ເຝົ້າເບິ່ງພະເຢຊູຕອນທີ່ເພິ່ນຈະເສຍຊີວິດຮູ້ສຶກຕົກໃຈ ແລະຢ້ານຫຼາຍທີ່ເຫັນທ້ອງຟ້າມືດແລະແຜ່ນດິນໄຫວທີ່ເກີດຂຶ້ນຫຼັງຈາກນັ້ນ. ລາວເວົ້າວ່າ: “ຜູ້ນີ້ເປັນລູກຂອງພະເຈົ້າແທ້ໆ.” (ມັດທາຍ 27:54) ເຫັນໄດ້ແຈ້ງວ່າພະເຢຊູບໍ່ແມ່ນຄົນທຳມະດາ. ທະຫານຄົນນັ້ນມີສ່ວນໃນການຂ້າລູກຄົນດຽວຂອງພະເຈົ້າສູງສຸດ! ແລ້ວພະເຈົ້າຮັກລູກຂອງເພິ່ນຫຼາຍສ່ຳໃດ?
5. ກ່ອນທີ່ພະເຢຊູຈະມາໂລກເພິ່ນຢູ່ກັບພະເຢໂຫວາດົນປານໃດ?
5 ຄຳພີໄບເບິນເອີ້ນພະເຢຊູວ່າ: “ເປັນຜູ້ທຳອິດທີ່ຖືກສ້າງກ່ອນທຸກສິ່ງ.” (ໂກໂລຊາຍ 1:15) ນີ້ໝາຍຄວາມວ່າພະເຢຊູເຄີຍມີຊີວິດຢູ່ກ່ອນທີ່ຈະມີການສ້າງເອກະພົບຂຶ້ນມາ. ຖ້າເປັນແນວນັ້ນ ເພິ່ນຢູ່ກັບພໍ່ຂອງເພິ່ນດົນປານໃດກ່ອນທີ່ຈະມາຢູ່ໂລກ? ນັກວິທະຍາສາດບາງຄົນເຊື່ອວ່າເອກະພົບມີອາຍຸ 13 ພັນລ້ານປີ. ເຮົານຶກພາບອອກບໍວ່າເວລານັ້ນດົນສ່ຳໃດ? ເພື່ອຊ່ວຍໃຫ້ເຂົ້າໃຈກ່ຽວກັບອາຍຸຂອງເອກະພົບຕາມທີ່ພວກນັກວິທະຍາສາດໄດ້ຄິດໄລ່ໄວ້ ຫໍເບິ່ງດາວແຫ່ງໜຶ່ງໄດ້ຕິດແຜນພູມສະແດງລຳດັບເວລາທີ່ຍາວ 110 ແມັດໄວ້ຕາມທາງຍ່າງ. ຕອນທີ່ຜູ້ມາທ່ຽວຊົມຍ່າງເບິ່ງແຜນພູມນັ້ນ ແຕ່ລະບາດກ້າວທີ່ລາວຍ່າງຈະເທົ່າກັບອາຍຸເອກະພົບປະມານ 75 ລ້ານປີ. ໃນສ່ວນທ້າຍຂອງແຜນພູມນັ້ນ ມີການສະແດງໃຫ້ເຫັນປະຫວັດສາດທັງໝົດຂອງມະນຸດດ້ວຍເສັ້ນຂີດແຕ່ຂີດດຽວເຊິ່ງໜາເທົ່າກັບເສັ້ນຜົມເສັ້ນໜຶ່ງ! ຖ້າການຄິດໄລ່ນີ້ຖືກຕ້ອງກໍໝາຍຄວາມວ່າພະເຢຊູມີຊີວິດຢູ່ໃນສະຫວັນກັບພະເຢໂຫວາກ່ອນທີ່ເພິ່ນຈະມາຢູ່ໂລກດົນກວ່າ 13 ພັນລ້ານປີ ແລະໃນໄລຍະເວລານັ້ນເພິ່ນໄດ້ເຮັດຫຍັງແດ່?
6. (ກ) ກ່ອນທີ່ຈະມາຢູ່ໂລກ ລູກຊາຍຂອງພະເຢໂຫວາເຮັດຫຍັງຢູ່ສະຫວັນ? (ຂ) ພະເຢໂຫວາກັບລູກຊາຍຂອງເພິ່ນຜູກພັນກັນຫຼາຍສ່ຳໃດ?
6 ພະເຢຊູມີຄວາມສຸກທີ່ໄດ້ເຮັດວຽກເປັນ “ນາຍຊ່າງ” ໃຫ້ພໍ່ຂອງເພິ່ນ. (ສຸພາສິດ 8:30) ຄຳພີໄບເບິນບອກວ່າ: “ບໍ່ມີຫຍັງເລີຍທີ່ເກີດຂຶ້ນໂດຍທີ່ພະເຈົ້າບໍ່ໄດ້ໃຊ້ໃຫ້ເພິ່ນ [ລູກຊາຍ] ສ້າງ.” (ໂຢຮັນ 1:3) ດັ່ງນັ້ນ ພະເຢໂຫວາແລະລູກຂອງເພິ່ນເຮັດວຽກຮ່ວມກັນເພື່ອສ້າງທຸກສິ່ງ. ພະເຢໂຫວາກັບພະເຢຊູມີຄວາມສຸກຫຼາຍທີ່ໄດ້ເຮັດວຽກນຳກັນ. ເຮົາຮູ້ວ່າຄວາມຮັກລະຫວ່າງພໍ່ກັບລູກແໜ້ນແຟ້ນຫຼາຍ ແລະຄວາມຮັກ “ຜູກພັນຄົນເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນ.” (ໂກໂລຊາຍ 3:14) ຄວາມຮັກລະຫວ່າງພະເຢໂຫວາກັບລູກຂອງເພິ່ນແໜ້ນແຟ້ນຫຼາຍກວ່າທີ່ເຮົາຈະເຂົ້າໃຈໄດ້ ຍ້ອນທັງສອງຢູ່ນຳກັນເປັນເວລາດົນແທ້ໆ. ເຫັນໄດ້ແຈ້ງວ່າ ພະເຢໂຫວາພະເຈົ້າແລະລູກຂອງເພິ່ນເປັນອັນໜຶ່ງອັນດຽວກັນດ້ວຍຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ.
7. ພະເຢໂຫວາຮູ້ສຶກແນວໃດຕອນທີ່ພະເຢຊູຮັບບັບເຕມາ?
7 ເຖິງວ່າພະເຢໂຫວາຮັກລູກຂອງເພິ່ນຫຼາຍ ແຕ່ເພິ່ນກໍໄດ້ສົ່ງລູກຜູ້ນີ້ໃຫ້ມາເກີດຢູ່ໂລກ. ການເຮັດແນວນັ້ນເຮັດໃຫ້ພະເຢໂຫວາບໍ່ໄດ້ຢູ່ໃກ້ຊິດກັບລູກທີ່ຮັກຂອງເພິ່ນເປັນເວລາດົນຫຼາຍສິບປີ. ຕະຫຼອດໄລຍະນັ້ນພະເຢໂຫວາໄດ້ເຝົ້າເບິ່ງພະເຢຊູຈາກສະຫວັນ ຕັ້ງແຕ່ເພິ່ນຍັງເປັນແອນ້ອຍຈົນໃຫຍ່ຂຶ້ນເປັນມະນຸດສົມບູນແບບ. ແລ້ວພະເຢຊູກໍຮັບບັບເຕມາຕອນອາຍຸ 30 ປີ. ພະເຢໂຫວາຮູ້ສຶກແນວໃດກັບລູກຂອງເພິ່ນ? ພະເຢໂຫວາເວົ້າຈາກສະຫວັນວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ. ເຮົາພໍໃຈລາວຫຼາຍ.” (ມັດທາຍ 3:17) ເມື່ອເຫັນວ່າພະເຢຊູໄດ້ເຮັດທຸກຢ່າງຕາມທີ່ພະຍາກອນໄວ້ ແລະເຮັດທຸກຢ່າງຕາມທີ່ພໍ່ຕ້ອງການ ພະເຢໂຫວາຕ້ອງມີຄວາມສຸກຫຼາຍແທ້ໆ!—ໂຢຮັນ 5:36; 17:4
8, 9. (ກ) ພະເຢຊູຕ້ອງເຈິຫຍັງແດ່ໃນວັນທີ 14 ເດືອນນີຊານ ປີ 33 ແລະພໍ່ຂອງເພິ່ນຮູ້ສຶກແນວໃດ? (ຂ) ເປັນຫຍັງພະເຢໂຫວາຍອມໃຫ້ລູກຂອງເພິ່ນຖືກທໍລະມານແລະຖືກຂ້າ?
8 ແລ້ວພະເຢໂຫວາຮູ້ສຶກແນວໃດໃນວັນທີ 14 ເດືອນນີຊານ ປີ 33? ເພິ່ນຮູ້ສຶກແນວໃດຕອນທີ່ພະເຢຊູຖືກທໍລະຍົດແລະຖືກຈັບໃນຄືນນັ້ນ? ຕອນທີ່ພະເຢຊູຖືກພວກໝູ່ຖິ້ມແລະຖືກພິຈາລະນາຄະດີແບບບໍ່ຍຸຕິທຳ? ຕອນທີ່ຖືກເຍາະເຍີ້ຍ ຖືກຖົ່ມນ້ຳລາຍໃສ່ ແລະຖືກຕີ? ຕອນທີ່ຖືກຂ້ຽນຈົນຫຼັງຈີກແລະເລືອດອອກ? ຕອນທີ່ມືແລະຕີນຂອງພະເຢຊູຖືກຕອກຕິດກັບເສົາໄມ້ແລະປ່ອຍໃຫ້ແຂວນຢູ່ເທິງເສົາແລ້ວຄົນກໍເວົ້າເຍາະເຍີ້ຍເພິ່ນ? ພະເຢໂຫວາຮູ້ສຶກແນວໃດຕອນທີ່ລູກທີ່ເພິ່ນຮັກຮ້ອງສຽງດັງຫາພໍ່ດ້ວຍຄວາມເຈັບປວດ? ພະເຢໂຫວາຮູ້ສຶກແນວໃດເມື່ອເຫັນພະເຢຊູຫາຍໃຈບາດສຸດທ້າຍ ແລະນີ້ເປັນເທື່ອທຳອິດທີ່ພະເຢຊູຈະບໍ່ມີຊີວິດຢູ່ອີກແລ້ວຕັ້ງແຕ່ມີການສ້າງທຸກສິ່ງ?—ມັດທາຍ 26:14-16, 46, 47, 56, 59, 67; 27:38-44, 46; ໂຢຮັນ 19:1
9 ເຮົາບໍ່ສາມາດເຂົ້າໃຈໄດ້ເລີຍວ່າພະເຢໂຫວາຮູ້ສຶກເຈັບປວດສ່ຳໃດຕອນທີ່ເຫັນລູກຂອງເພິ່ນຖືກຂ້າຢ່າງທໍລະມານ. ແຕ່ເຮົາສາມາດເຂົ້າໃຈໄດ້ວ່າເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ເລື່ອງນີ້ເກີດຂຶ້ນ. ເປັນຫຍັງເພິ່ນຈຶ່ງຍອມທົນກັບເລື່ອງນີ້? ພະເຢໂຫວາບອກໃຫ້ເຮົາຮູ້ບາງຢ່າງທີ່ດີແທ້ໆໃນໂຢຮັນ 3:16. ຂໍ້ ຄຳພີນີ້ສຳຄັນຫຼາຍຈົນບາງຄົນບອກວ່າເປັນຂໍ້ທີ່ສະຫຼຸບຂ່າວດີເລື່ອງພະເຢຊູ. ຂໍ້ນີ້ບອກວ່າ: “ພະເຈົ້າຮັກຄົນໃນໂລກຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.” ດັ່ງນັ້ນ ສິ່ງທີ່ກະຕຸ້ນໃຫ້ພະເຢໂຫວາເຮັດແບບນັ້ນກໍແມ່ນຄວາມຮັກ. ພະເຢໂຫວາໄດ້ໃຫ້ລູກຊາຍຂອງເພິ່ນມາທົນທຸກທໍລະມານແລະຕາຍເພື່ອເຮົາ. ຂອງຂວັນນີ້ພະເຢໂຫວາໃຫ້ກັບເຮົາກໍເພື່ອສະແດງໃຫ້ເຫັນຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດຂອງເພິ່ນເຊິ່ງບໍ່ເຄີຍມີຜູ້ໃດເຮັດແບບນີ້ມາກ່ອນ.
“ພະເຈົ້າ . . . ຍອມສະລະລູກຄົນດຽວຂອງເພິ່ນ”
ຄວາມຮັກແມ່ນຫຍັງ?
10. ຄົນເຮົາຢາກໄດ້ຫຍັງ ແລະເກີດຫຍັງຂຶ້ນກັບຄວາມໝາຍຂອງ “ຄວາມຮັກ”?
10 ຄຳວ່າ “ຄວາມຮັກ” ໝາຍເຖິງຫຍັງ? ຫຼາຍຄົນບອກວ່າຄວາມຮັກເປັນສິ່ງສຳຄັນທີ່ສຸດສຳລັບມະນຸດ. ຕັ້ງແຕ່ເກີດຈົນຮອດຕາຍ ຄົນເຮົາຢາກໄດ້ຄວາມຮັກ. ເມື່ອໄດ້ຮັບຄວາມຮັກ ເຮົາກໍມີຄວາມສຸກ ແລະຖ້າບໍ່ມີຄວາມຮັກ ເຮົາກໍຢູ່ບໍ່ໄດ້. ເຖິງວ່າຄວາມຮັກຈະເປັນສິ່ງທີ່ສຳຄັນ ແຕ່ກໍບໍ່ງ່າຍເລີຍທີ່ຈະອະທິບາຍວ່າຄວາມຮັກໝາຍເຖິງຫຍັງແທ້ໆ. ແມ່ນຢູ່ທີ່ຄົນເຮົາເວົ້າເຖິງຄວາມຮັກຢູ່ເລື້ອຍໆ ມີການຂຽນປຶ້ມ ແຕ່ງເພງ ແລະແຕ່ງກອນກ່ຽວກັບຄວາມຮັກ ແຕ່ທັງໝົດນີ້ກໍບໍ່ໄດ້ຊ່ວຍໃຫ້ເຂົ້າໃຈວ່າຄວາມຮັກໝາຍເຖິງຫຍັງແທ້ໆ. ຫຼາຍຄົນເວົ້າເຖິງຄວາມຮັກເລື້ອຍໆແລະໃຊ້ກັບຫຼາຍຢ່າງ ເລີຍເຮັດໃຫ້ຄວາມໝາຍຂອງຄຳນີ້ເຂົ້າໃຈຍາກຂຶ້ນ.
11, 12. (ກ) ຄຳພີໄບເບິນສອນເຮົາແນວໃດເລື່ອງຄວາມໝາຍຂອງຄວາມຮັກ? (ຂ) ໃນພາສາກຣີກບູຮານມີຄຳຫຍັງແດ່ທີ່ໝາຍເຖິງຄວາມຮັກ ແລະຄຳໃດທີ່ມັກໃຊ້ເລື້ອຍໆໃນພະຄຳພີຄລິດສະຕຽນພາກພາສາກຣີກ? (ເບິ່ງໄຂເງື່ອນ) (ຄ) ໃນຄຳພີໄບເບິນຄຳວ່າອະກາເປ ໝາຍເຖິງຫຍັງ?
11 ແຕ່ຄຳພີໄບເບິນສອນຢ່າງຈະແຈ້ງວ່າຄວາມຮັກໝາຍເຖິງຫຍັງ. ວັດຈະນານຸກົມທີ່ອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງບອກວ່າ “ຄົນທີ່ມີຄວາມຮັກຈະສະແດງອອກດ້ວຍການກະທຳ.” ຄຳພີໄບເບິນບອກໃຫ້ຮູ້ວ່າພະເຢໂຫວາສະແດງຄວາມຮັກແລະຄວາມເມດຕາກັບມະນຸດແນວໃດ. ລອງຄິດເບິ່ງ ພະເຢໂຫວາໄດ້ສະແດງຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດຕໍ່ເຮົາໂດຍໃຫ້ລູກຊາຍຂອງເພິ່ນມາຕາຍເພື່ອເຮົາ. ເລື່ອງນີ້ສອນໃຫ້ເຮົາຮູ້ແຈ້ງເລີຍວ່າຄວາມຮັກແມ່ນຫຍັງ. ໃນບົດຕໍ່ໆໄປເຮົາຈະເຫັນຕົວຢ່າງອີກຫຼາຍເລື່ອງວ່າພະເຢໂຫວາສະແດງຄວາມຮັກແນວໃດ. ນອກຈາກນັ້ນ ເຮົາຈະໄດ້ຮຽນນຳວ່າຄຳພາສາດັ້ງເດີມທີ່ແປວ່າ “ຄວາມ ຮັກ” ທີ່ໃຊ້ໃນຄຳພີໄບເບິນໝາຍເຖິງຫຍັງ. ໃນພາສາກຣີກບູຮານມີ 4 ຄຳທີ່ແປວ່າ “ຄວາມຮັກ.” a ແຕ່ມີຄຳໜຶ່ງທີ່ໃຊ້ເລື້ອຍໆໃນພະຄຳພີຄລິດສະຕຽນພາກພາສາກຣີກແມ່ນອະກາເປ. ວັດຈະນານຸກົມອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງບອກວ່າຄຳນີ້ “ອະທິບາຍຄວາມຮັກໃນແບບທີ່ມີພະລັງຫຼາຍທີ່ສຸດ.” ເປັນຫຍັງຈຶ່ງເປັນແນວນັ້ນ?
12 ໃນຄຳພີໄບເບິນຄຳວ່າອະກາເປ ໝາຍເຖິງຄວາມຮັກທີ່ບໍ່ເຫັນແກ່ໂຕທີ່ມີພື້ນຖານຈາກຫຼັກການຂອງພະເຈົ້າ. ດັ່ງນັ້ນ ຄວາມຮັກນີ້ຈຶ່ງບໍ່ໄດ້ເປັນແຕ່ຄວາມຮູ້ສຶກທີ່ເຮົາມີກັບບາງຄົນທີ່ໜ້າຮັກຫຼືເຮັດດີກັບເຮົາເທົ່ານັ້ນ. ມີການໃຊ້ຄຳນີ້ໃນຄວາມໝາຍທີ່ກວ້າງກວ່າເຊິ່ງກໍແມ່ນຄວາມຮັກທີ່ເກີດຈາກຄວາມຄິດແລະຄວາມຕັ້ງໃຈຂອງເຮົາ. ດັ່ງນັ້ນ ຄລິດສະຕຽນຄວນສະແດງຄວາມຮັກທີ່ບໍ່ເຫັນແກ່ໂຕໂດຍຮັກຄົນອື່ນຫຼາຍກວ່າຮັກໂຕເອງ. ໃຫ້ເຮົາມາເບິ່ງໂຢຮັນ 3:16 ອີກເທື່ອໜຶ່ງ. ຄຳວ່າ “ໂລກ” ທີ່ພະເຈົ້າຮັກຫຼາຍຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນໃນຂໍ້ນີ້ໝາຍເຖິງຫຍັງ? ໂລກໃນຂໍ້ນີ້ໝາຍເຖິງມະນຸດທຸກຄົນທີ່ອາດໄດ້ຮັບປະໂຫຍດຈາກຄ່າໄຖ່ຂອງພະເຢຊູເຊິ່ງລວມເຖິງຄົນຈຳນວນຫຼາຍທີ່ຍັງໃຊ້ຊີວິດໃນແບບທີ່ພະເຈົ້າບໍ່ພໍໃຈ. ພະເຢໂຫວາຮັກມະນຸດແຕ່ລະຄົນຄືໝູ່ສະໜິດແບບທີ່ເພິ່ນຮັກອັບຣາຮາມຜູ້ສັດຊື່ບໍ? (ຢາໂກໂບ 2:23) ບໍ່. ແຕ່ພະເຢໂຫວາສະແດງຄວາມເມດຕາກັບເຮົາທຸກຄົນເຖິງວ່າເພິ່ນເອງຕ້ອງເສຍສະລະຫຼາຍອີ່ຫຼີ. ພະເຢໂຫວາຢາກໃຫ້ທຸກຄົນກັບໃຈແລະປ່ຽນແປງໂຕເອງ. (2 ເປໂຕ 3:9) ຫຼາຍຄົນໄດ້ເຮັດແບບນັ້ນ ແລະເພິ່ນກໍຍິນດີໃຫ້ເຂົາເຈົ້າມາເປັນໝູ່ກັບເພິ່ນ.
13, 14. ແມ່ນຫຍັງສະແດງວ່າຄວາມຮັກທີ່ຄລິດສະຕຽນມີຕໍ່ກັນເປັນຄວາມຮູ້ສຶກອົບອຸ່ນ?
13 ບາງຄົນເຂົ້າໃຈຜິດວ່າອະກາເປ ທີ່ໃຊ້ໃນຄຳພີໄບເບິນໝາຍເຖິງຄວາມຮັກແບບເຢັນຊາແລະບໍ່ມີຄວາມຮູ້ສຶກ. ແຕ່ຄວາມຮັກທີ່ຄລິດສະຕຽນມີຕໍ່ກັນເປັນຄວາມຮູ້ສຶກທີ່ອົບອຸ່ນ. ຕົວຢ່າງເຊັ່ນ ເມື່ອໂຢຮັນຂຽນວ່າ: “ພະເຈົ້າຜູ້ເປັນພໍ່ ຮັກລູກຂອງເພິ່ນ” ລາວໄດ້ໃຊ້ຄຳອະກາເປ. ຄຳນີ້ເປັນຄວາມຮັກທີ່ບໍ່ມີຄວາມຮູ້ສຶກບໍ? ບໍ່ແມ່ນ. ຂໍໃຫ້ສັງເກດຄຳເວົ້າຂອງພະເຢຊູໃນໂຢຮັນ 5:20 ທີ່ວ່າ: “ເພິ່ນຮັກລູກຂອງເພິ່ນຫຼາຍ.” ຄຳທີ່ໃຊ້ໃນຂໍ້ນີ້ແມ່ນຟິເລໂອ ທີ່ໝາຍເຖິງຄວາມຮັກທີ່ອົບອຸ່ນແລະເລິກເຊິ່ງຕໍ່ກັນ. (ໂຢຮັນ 3:35; 5:20) ຄວາມຮັກຂອງພະເຢໂຫວາບໍ່ໄດ້ເປັນແຕ່ຄວາມຮູ້ສຶກເທົ່ານັ້ນ ແຕ່ມີພື້ນຖານຈາກຫຼັກການທີ່ສະຫຼາດແລະຍຸຕິທຳສະເໝີ.
14 ຄືກັບທີ່ເຮົາໄດ້ລົມກັນແລ້ວ ຄຸນລັກສະນະທັງໝົດຂອງພະເຢໂຫວານັ້ນດີແທ້ໆ ສົມບູນແບບ ແລະເຮັດໃຫ້ເຮົາຢາກໃກ້ຊິດກັບເພິ່ນ. ຄວາມຮັກຍັງເປັນຄຸນລັກສະນະທີ່ເດັ່ນທີ່ສຸດຂອງເພິ່ນນຳ. ເຮົາຮູ້ເລື່ອງນີ້ໄດ້ແນວໃດ?
“ພະເຈົ້າເປັນຄວາມຮັກ”
15. ຄຳພີໄບເບິນເວົ້າເຖິງຄວາມຮັກຂອງພະເຢໂຫວາໃນແບບທີ່ແຕກຕ່າງຈາກຄຸນລັກສະນະອື່ນໆຂອງເພິ່ນແນວໃດ? (ເບິ່ງໄຂເງື່ອນ)
15 ຄຳພີໄບເບິນເວົ້າເຖິງຄວາມຮັກໃນແບບທີ່ແຕກຕ່າງຈາກຄຸນລັກສະນະອື່ນໆຂອງພະເຢໂຫວາ. ຄຳພີໄບເບິນບໍ່ໄດ້ບອກວ່າພະເຈົ້າເປັນລິດເດດ ເປັນຄວາມຍຸຕິທຳ ຫຼືເປັນສະຕິປັນຍາ ແຕ່ບອກວ່າເພິ່ນມີຄຸນລັກສະນະທັງສາມຢ່າງນີ້. ຄຸນລັກສະນະເຫຼົ່ານີ້ມາຈາກເພິ່ນ ແລະບໍ່ມີໃຜສະແດງຄຸນລັກສະນະທັງໝົດນີ້ໄດ້ດີເທົ່າກັບເພິ່ນ. ແຕ່ຄຳພີໄບເບິນບອກໃຫ້ເຮົາຮູ້ບາງຢ່າງທີ່ພິເສດກ່ຽວກັບຄຸນລັກສະນະທີ 4 ວ່າ: “ພະເຈົ້າເປັນຄວາມຮັກ.” b (1 ໂຢຮັນ 4:8) ນີ້ໝາຍຄວາມວ່າແນວໃດ?
16-18. (ກ) ເປັນຫຍັງຄຳພີໄບເບິນຈຶ່ງເວົ້າວ່າ: “ພະເຈົ້າເປັນຄວາມຮັກ”? (ຂ) ເປັນຫຍັງຈຶ່ງເໝາະສົມທີ່ໃຊ້ມະນຸດເປັນສັນຍະລັກໃນການສະແດງເຖິງຄວາມຮັກຂອງພະເຢໂຫວາ?
16 ຄຳວ່າ “ພະເຈົ້າເປັນຄວາມຮັກ” ບໍ່ໄດ້ໝາຍຄວາມວ່າຄວາມຮັກແລະພະເຈົ້າເປັນສິ່ງດຽວກັນ. ເຮົາເວົ້າບໍ່ໄດ້ວ່າ “ຄວາມຮັກເປັນພະເຈົ້າ” ຍ້ອນພະເຢໂຫວາ ເປັນຫຼາຍກວ່ານັ້ນ. ເພິ່ນເປັນພະເຈົ້າທີ່ມີຄວາມຄິດ ມີຄວາມຮູ້ສຶກ ແລະມີຄຸນລັກສະນະຫຼາຍຢ່າງ ບໍ່ໄດ້ມີແຕ່ຄວາມຮັກຢ່າງດຽວ. ເຖິງວ່າຈະເປັນແນວນັ້ນ ຄວາມຮັກກໍເປັນຄຸນລັກສະນະເດັ່ນຂອງເພິ່ນ. ວັດຈະນານຸກົມທີ່ອະທິບາຍຄຳພີໄບເບິນເຫຼັ້ມໜຶ່ງເວົ້າກ່ຽວກັບຂໍ້ນີ້ວ່າ: “ພະເຈົ້າເປັນຄວາມຮັກແລະທຸກສິ່ງກ່ຽວກັບເພິ່ນກໍເປັນຄວາມຮັກ.” ນີ້ໝາຍຄວາມວ່າທີ່ພະເຢໂຫວາສາມາດເຮັດສິ່ງຕ່າງໆໄດ້ກໍຍ້ອນເພິ່ນມີລິດເດດ ມີຄວາມຍຸຕິທຳ ແລະມີສະຕິປັນຍາຊີ້ນຳວິທີທີ່ເພິ່ນລົງມືເຮັດທຸກຢ່າງ. ແຕ່ຄວາມຮັກເປັນສິ່ງທີ່ກະຕຸ້ນໃຫ້ເພິ່ນເຮັດສິ່ງເຫຼົ່ານັ້ນ. ດັ່ງນັ້ນ ເມື່ອເພິ່ນສະແດງຄຸນລັກສະນະອື່ນໆ ເພິ່ນກໍສະແດງຄວາມຮັກນຳ.
17 ຄຳພີໄບເບິນບອກວ່າພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດໃນການສະແດງຄວາມຮັກ. ດັ່ງນັ້ນ ຖ້າເຮົາຢາກຮຽນຮູ້ກ່ຽວກັບຄວາມຮັກ ເຮົາກໍຕ້ອງຮູ້ຈັກພະເຢໂຫວາ ແລະເຮົາທຸກຄົນສະແດງຄຸນລັກສະນະນີ້ໄດ້. ຍ້ອນຫຍັງ? ຕອນທີ່ພະເຢໂຫວາສ້າງມະນຸດ ເພິ່ນເວົ້າກັບພະເຢຊູວ່າ: “ໃຫ້ພວກເຮົາສ້າງມະນຸດຄ້າຍຄືກັບພວກເຮົາ.” (ປະຖົມມະການ 1:26) ຈາກສິ່ງຕ່າງໆທີ່ພະເຢໂຫວາສ້າງໃນໂລກ ມີແຕ່ມະນຸດເທົ່ານັ້ນທີ່ຮຽນແບບພະເຢໂຫວາໃນການສະແດງຄວາມຮັກໄດ້. ຢ່າລືມວ່າພະເຢໂຫວາໃຊ້ສັດຕ່າງໆເພື່ອເປັນສັນຍະລັກສະແດງເຖິງຄຸນລັກສະນະທີ່ສຳຄັນຂອງເພິ່ນ. ແຕ່ເມື່ອພະເຢໂຫວາເວົ້າເຖິງຄວາມຮັກ ເພິ່ນໃຊ້ມະນຸດເປັນສັນຍະລັກສະແດງເຖິງຄຸນລັກສະນະທີ່ເດັ່ນທີ່ສຸດນີ້ຂອງເພິ່ນ.—ເອເຊກຽນ 1:10
18 ຖ້າເຮົາສະແດງຄວາມຮັກທີ່ບໍ່ເຫັນແກ່ໂຕກັບຄົນອື່ນ ເຮົາກໍກຳລັງຮຽນແບບຄຸນລັກສະນະເດັ່ນທີ່ສຸດຂອງພະເຢໂຫວາ. ຄືກັບທີ່ອັກຄະສາວົກໂຢຮັນຂຽນໄວ້ວ່າ: “ພວກເຮົາສະແດງຄວາມຮັກກໍຍ້ອນພະເຈົ້າຮັກພວກເຮົາກ່ອນ.” (1 ໂຢຮັນ 4:19) ແຕ່ພະເຢໂຫວາຮັກພວກເຮົາກ່ອນແນວໃດ?
ພະເຢໂຫວາຮັກພວກເຮົາກ່ອນ
19. ແມ່ນຫຍັງກະຕຸ້ນພະເຢໂຫວາໃຫ້ສ້າງສິ່ງທີ່ມີຊີວິດ?
19 ຄວາມຮັກມີຢູ່ດົນແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ລອງຄິດເບິ່ງວ່າແມ່ນຫຍັງກະຕຸ້ນພະເຢໂຫວາໃຫ້ສ້າງສິ່ງທີ່ມີຊີວິດ? ບໍ່ແມ່ນຍ້ອນເພິ່ນຮູ້ສຶກເຫງົາແລະຕ້ອງມີໝູ່ດອກ. ພະເຢໂຫວາມີທຸກຢ່າງແລະບໍ່ຂາດຫຍັງເລີຍ. ຍ້ອນ ຄວາມຮັກເປັນຄຸນລັກສະນະທີ່ກະຕຸ້ນໃຫ້ຜູ້ໃດຜູ້ໜຶ່ງເຮັດດີກັບຄົນອື່ນ ແລະພະເຢໂຫວາກໍເປັນຄວາມຮັກ ເພິ່ນເລີຍໃຫ້ຊີວິດກັບທູດສະຫວັນແລະມະນຸດເພື່ອເຂົາເຈົ້າຈະມີຄວາມສຸກຄືກັນ. ຄຳພີໄບເບິນບອກວ່າ: “ຜູ້ທຳອິດທີ່ພະເຈົ້າສ້າງ” ແມ່ນພະເຢຊູລູກຊາຍຄົນດຽວຂອງເພິ່ນ. (ພະນິມິດ 3:14) ຕໍ່ມາພະເຢໂຫວາໃຊ້ພະເຢຊູໃຫ້ເປັນນາຍຊ່າງແລະສ້າງສິ່ງອື່ນໆທັງໝົດໂດຍສ້າງພວກທູດສະຫວັນກ່ອນ. (ໂຢບ 38:4, 7; ໂກໂລຊາຍ 1:16) ພະເຢໂຫວາສ້າງເຂົາເຈົ້າໃຫ້ມີອິດສະຫຼະທີ່ຈະເລືອກ ມີສະຕິປັນຍາ ແລະມີຄວາມຮູ້ສຶກ. ເຂົາເຈົ້າເລີຍສະແດງຄວາມຮັກຕໍ່ກັນແລະເປັນໝູ່ກັນໄດ້ ແລະສິ່ງສຳຄັນທີ່ສຸດເຂົາເຈົ້າຮັກພະເຢໂຫວາໄດ້ນຳ. (2 ໂກຣິນໂທ 3:17) ດັ່ງນັ້ນ ເຂົາເຈົ້າສະແດງຄວາມຮັກໄດ້ກໍຍ້ອນພະເຢໂຫວາຮັກເຂົາເຈົ້າກ່ອນ.
20, 21. ແມ່ນຫຍັງເຮັດໃຫ້ເຫັນວ່າພະເຢໂຫວາຮັກອາດາມກັບເອວາຫຼາຍ ແຕ່ເຂົາເຈົ້າພັດເຮັດຫຍັງ?
20 ເປັນແນວນັ້ນກັບມະນຸດນຳ. ພະເຢໂຫວາສະແດງຄວາມຮັກກັບອາດາມແລະເອວາຕັ້ງແຕ່ຕອນທຳອິດທີ່ເພິ່ນສ້າງເຂົາເຈົ້າ. ບໍ່ວ່າເຂົາເຈົ້າຈະຫຼຽວໄປບ່ອນໃດໃນສວນເອເດັນເຊິ່ງເປັນບ້ານຂອງເຂົາເຈົ້າ ເຂົາເຈົ້າກໍເຫັນແຈ້ງວ່າພະເຢໂຫວາຮັກເຂົາເຈົ້າຫຼາຍ. ຂໍໃຫ້ສັງເກດທີ່ຄຳພີໄບເບິນບອກວ່າ: “ພະເຢໂຫວາພະເຈົ້າໄດ້ສ້າງສວນໜຶ່ງຊື່ເອເດັນໄວ້ທາງທິດຕາເວັນອອກ ແລະໃຫ້ມະນຸດຢູ່ຫັ້ນ.” (ປະຖົມມະການ 2:8) ເຈົ້າເຄີຍຢູ່ສວນທີ່ງາມໆບໍ? ແມ່ນຫຍັງເຮັດໃຫ້ເຈົ້າມີຄວາມສຸກທີ່ສຸດ? ຍ້ອນແສງແດດທີ່ສ່ອງຜ່ານໃບໄມ້ລົງມາບໍ? ຫຼືວ່າຍ້ອນມີດອກໄມ້ທີ່ຫຼາກຫຼາຍສີສັນ? ຫຼືວ່າຍ້ອນສຽງນ້ຳຫ້ວຍໄຫຼ ສຽງນົກຮ້ອງເພງ ຫຼືສຽງຂອງແມງໄມ້? ຫຼືວ່າຍ້ອນກິ່ນຫອມໆຂອງດອກໄມ້ ໝາກໄມ້ ແລະຕົ້ນໄມ້ຕ່າງໆ? ເຖິງວ່າໃນທຸກມື້ນີ້ຈະມີສວນທີ່ສວຍງາມໆ ແຕ່ກໍບໍ່ມີສວນໃດທີ່ທຽບໄດ້ກັບສວນເອເດັນ. ເປັນຫຍັງຈຶ່ງເວົ້າແນວນັ້ນ?
21 ກໍຍ້ອນວ່າພະເຢໂຫວາສ້າງສວນນັ້ນດ້ວຍໂຕເພິ່ນເອງ! ສວນນັ້ນຕ້ອງງາມຫຼາຍແທ້ໆຍ້ອນມີຕົ້ນໄມ້ຫຼາຍຊະນິດທີ່ສວຍງາມແລະມີໝາກທີ່ແຊບໆ. ສວນນັ້ນຊຸ່ມຊື່ນ ກວ້າງຂວາງ ແລະມີສັດຫຼາຍຊະນິດທີ່ເຮັດໃຫ້ໜ້າສົນໃຈແລະຕື່ນເຕັ້ນ. ອາດາມກັບເອວາມີທຸກຢ່າງທີ່ເຮັດໃຫ້ມີຄວາມສຸກ ມີວຽກທີ່ເຮັດໃຫ້ອີ່ມໃຈພໍໃຈແລະໃກ້ຊິດກັນຫຼາຍ. ພະເຢໂຫວາສະແດງຄວາມຮັກຕໍ່ເຂົາເຈົ້າກ່ອນ ແລະ ເຂົາເຈົ້າກໍຄວນຈະຮັກເພິ່ນນຳ. ແຕ່ເຂົາເຈົ້າບໍ່ໄດ້ເຮັດແບບນັ້ນ. ແທນທີ່ຈະເຊື່ອຟັງພໍ່ທີ່ຢູ່ໃນສະຫວັນ ເຂົາເຈົ້າພັດເຫັນແກ່ໂຕແລະກະບົດເພິ່ນ.—ປະຖົມມະການບົດ 2
22. ພະເຢໂຫວາເຮັດໃຫ້ເຫັນແນວໃດວ່າເພິ່ນມີຄວາມຮັກທີ່ໝັ້ນຄົງ?
22 ພະເຢໂຫວາຕ້ອງຮູ້ສຶກເສຍໃຈຫຼາຍແທ້ໆ! ແຕ່ສິ່ງນັ້ນເຮັດໃຫ້ເພິ່ນເຊົາຮັກມະນຸດບໍ? ບໍ່! ຍ້ອນ “ເພິ່ນດີແທ້ໆ. ເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.” (ເພງສັນລະເສີນ 136:1) ພະເຢໂຫວາສະແດງຄວາມຮັກກັບລູກຫຼານຂອງອາດາມແລະເອວາໂດຍຊ່ວຍທຸກຄົນທີ່ຢາກຮູ້ຈັກແລະຮັກເພິ່ນໃຫ້ມີໂອກາດລອດ. ເຮົາໄດ້ຮຽນໄປແລ້ວວ່າວິທີໜຶ່ງທີ່ພະເຢໂຫວາເຮັດເພື່ອຊ່ວຍຊີວິດພວກເຮົາແມ່ນໃຫ້ລູກທີ່ຮັກຂອງເພິ່ນມາເປັນຄ່າໄຖ່ ເຖິງວ່າເພິ່ນຕ້ອງເຈັບປວດຫຼາຍກໍຕາມ.—1 ໂຢຮັນ 4:10
23. ແມ່ນຫຍັງເປັນເຫດຜົນຢ່າງໜຶ່ງທີ່ເຮັດໃຫ້ພະເຢໂຫວາເປັນ “ພະເຈົ້າຜູ້ມີຄວາມສຸກ” ແລະບົດຕໍ່ໄປຈະຕອບຄຳຖາມຫຍັງແດ່?
23 ພະເຢໂຫວາສະແດງຄວາມຮັກຕໍ່ມະນຸດຕັ້ງແຕ່ທຳອິດ. ເຮົາເຫັນຫຼັກຖານຫຼາຍຢ່າງທີ່ສະແດງວ່າ “ພະເຈົ້າຮັກພວກເຮົາກ່ອນ.” ຄວາມຮັກເຮັດໃຫ້ເປັນນ້ຳໜຶ່ງໃຈດຽວກັນແລະມີຄວາມສຸກ. ດັ່ງນັ້ນຈຶ່ງບໍ່ແປກທີ່ຄຳພີໄບເບິນບອກວ່າພະເຢໂຫວາເປັນ “ພະເຈົ້າຜູ້ມີຄວາມສຸກ.” (1 ຕີໂມທຽວ 1:11) ແຕ່ເຈົ້າອາດສົງໄສວ່າພະເຢໂຫວາຮັກເຈົ້າແທ້ໆບໍ? ບົດຕໍ່ໄປຈະຕອບຄຳຖາມທີ່ສຳຄັນນີ້.
a ຄຳຟິເລໂອ ໃຊ້ກັບຄວາມຮັກລະຫວ່າງໝູ່ສະໜິດຫຼືພີ່ນ້ອງ. ມີການໃຊ້ຄຳນີ້ເລື້ອຍໆໃນພະຄຳພີຄລິດສະຕຽນພາກພາສາກຣີກ. ຄຳວ່າສະຕໍເຈ ເປັນຄວາມຮັກລະຫວ່າງຄົນໃນຄອບຄົວທີ່ໃຊ້ໃນ 2 ຕີໂມທຽວ 3:3 ເພື່ອບອກວ່າໃນສະໄໝສຸດທ້າຍຫຼາຍຄົນຈະບໍ່ຮັກຍາດຕິພີ່ນ້ອງ. ຄຳວ່າເອຣອດ ໃຊ້ກັບຄວາມຮັກລະຫວ່າງຊາຍແລະຍິງ. ເຖິງວ່າບໍ່ມີການໃຊ້ຄຳນີ້ໃນພະຄຳພີຄລິດສະຕຽນພາກພາສາກຣີກ ແຕ່ຄຳພີໄບເບິນກໍເວົ້າເຖິງຄວາມຮັກແບບນີ້.—ສຸພາສິດ 5:15-20
b ຂໍ້ອື່ນໆໃນຄຳພີໄບເບິນກໍໃຊ້ຄຳທີ່ຄ້າຍໆກັນນີ້ ເຊັ່ນ “ພະເຈົ້າເປັນຄວາມສະຫວ່າງ” ແລະ “ພະເຈົ້າ . . . ເປັນຄືກັບໄຟທີ່ເຜົາຜານ.” (1 ໂຢຮັນ 1:5; ເຮັບເຣີ 12:29) ນີ້ເປັນການປຽບທຽບພະເຢໂຫວາກັບບາງຢ່າງເທົ່ານັ້ນ. ພະເຢໂຫວາເປັນຄືກັບຄວາມສະຫວ່າງຍ້ອນເພິ່ນບໍລິສຸດແລະເຮັດທຸກຢ່າງຖືກຕ້ອງສະເໝີ. ເພິ່ນບໍ່ມີ “ຄວາມມືດ” ຫຼືຄວາມບໍ່ສະອາດເລີຍ ແລະອາດທຽບເພິ່ນເປັນຄືກັບໄຟຍ້ອນເພິ່ນໃຊ້ລິດເດດໃນການທຳລາຍ.