ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 28

“ພະອົງ​ຜູ້​ດຽວ​ພັກດີ”

“ພະອົງ​ຜູ້​ດຽວ​ພັກດີ”

1, 2. ກະສັດ​ດາວິດ​ເຈິ​ຄວາມ​ບໍ່​ພັກດີ​ຫຍັງ​ແດ່?

 ກະສັດ​ດາວິດ​ເຈິ​ຄົນ​ທີ່​ບໍ່​ພັກດີ​ກັບ​ລາວ​ເລື້ອຍໆ. ຕົວຢ່າງ​ເຊັ່ນ ມີ​ເທື່ອ​ໜຶ່ງ​ລາວ​ຖືກ​ຄົນ​ຊາດ​ດຽວ​ກັນ​ຫັກ​ຫຼັງ​ແລະ​ພະຍາຍາມ​ກຳຈັດ​ລາວ​ເພື່ອ​ຈະ​ໄດ້​ເປັນ​ກະສັດ​ແທນ​ລາວ. ນອກ​ຈາກນັ້ນ ດາວິດ​ຍັງ​ຖືກ​ຄົນ​ສະໜິດ​ຫັກ​ຫຼັງ ເຊັ່ນ ນາງ​ມີການ​ທີ່​ເຄີຍ “ມັກ​ດາວິດ” ແລະ​ກໍ​ໄດ້​ມາ​ເປັນ​ເມຍ​ຜູ້​ທຳອິດ​ຂອງ​ລາວ. ທຳອິດ ນາງ​ມີການ​ໄດ້​ສະໜັບ​ສະໜູນ​ດາວິດ. ແຕ່​ຕໍ່​ມາ​ລາວ​ກໍ “ດູຖູກ​ດາວິດ​ໃນ​ໃຈ” ແລະ​ເຖິງ​ຂັ້ນ​ເວົ້າ​ໃຫ້​ດາວິດ​ວ່າ: “ຄື​ຄົນ​ຜີ​ບ້າ.”—1 ຊາມູເອນ 18:20; 2 ຊາມູເອນ 6:16, 20

2 ໃນ​ສະໄໝ​ນັ້ນ​ມີ​ຄົນ​ນັບຖື​ອາຮີໂທເຟັນ​ຫຼາຍ​ແລະ​ຖື​ວ່າ​ຄຳ​ແນະນຳ​ຂອງ​ລາວ​ມາ​ຈາກ​ພະ​ເຢໂຫວາ. (2 ຊາມູເອນ 16:23) ລາວ​ເປັນ​ທີ່​ປຶກສາ​ແລະ​ເປັນ​ໝູ່​ສະໜິດ​ຂອງ​ດາວິດ. ແຕ່​ຕໍ່​ມາ​ລາວ​ກໍ​ຫັກ​ຫຼັງ​ດາວິດ​ແລະ​ໄປ​ຮ່ວມ​ມື​ກັບ​ພວກ​ທີ່​ກະບົດ​ຕໍ່​ດາວິດ. ຜູ້​ນຳ​ໃນ​ການ​ກໍ່​ກະບົດ​ເທື່ອ​ນີ້​ກໍ​ແມ່ນ​ອັບຊາໂລມ​ລູກ​ຊາຍ​ຂອງ​ດາວິດ. ອັບຊາໂລມ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ມັກ​ລາວ​ຫຼາຍ​ຍ້ອນ​ລາວ​ໃຊ້​ວິທີ​ທີ່​ມີ​ເລ່ລ່ຽມ. ລາວ​ແຕ່ງຕັ້ງ​ໂຕເອງ​ເປັນ​ກະສັດ​ແທນ​ດາວິດ. ຫຼາຍ​ຄົນ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ກະບົດ​ກັບ​ລາວ​ຈົນ​ເຮັດ​ໃຫ້​ກະສັດ​ດາວິດ​ຕ້ອງ​ໜີ​ເອົາ​ຊີວິດ​ລອດ.—2 ຊາມູເອນ 15:1-6, 12-17

3. ດາວິດ​ໝັ້ນໃຈ​ໃນ​ເລື່ອງ​ຫຍັງ?

3 ມີ​ໃຜ​ບໍ​ທີ່​ຍັງ​ພັກດີ​ຕໍ່​ດາວິດ? ດາວິດ​ຮູ້​ວ່າ​ຍັງ​ມີ​ຜູ້​ໜຶ່ງ​ທີ່​ພັກດີ​ຕໍ່​ລາວ​ສະເໝີ​ບໍ່​ວ່າ​ລາວ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ສ່ຳ​ໃດ​ໃນ​ຊິ​ວິດ. ຜູ້​ນັ້ນ​ແມ່ນ​ພະ​ເຢໂຫວາ. ດາວິດ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ສັດຊື່ [ຫຼື​ພັກດີ] ຕໍ່​ຜູ້​ທີ່​ສັດຊື່ [ຫຼື​ພັກດີ].” (2 ຊາມູເອນ 22:26) ຄວາມ​ພັກດີ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ພັກດີ?

ຄວາມ​ພັກດີ​ແມ່ນ​ຫຍັງ?

4, 5. (ກ) “ຄວາມ​ພັກດີ” ແມ່ນ​ຫຍັງ? (ຂ) ຄວາມ​ພັກດີ​ແຕກຕ່າງ​ຈາກ​ຄວາມ​ສັດຊື່​ແນວ​ໃດ?

4 “ຄວາມ​ພັກດີ” ທີ່​ໃຊ້​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ແມ່ນ​ຄວາມ​ສັດຊື່​ທີ່​ຄົນ​ໜຶ່ງ​ສະແດງ​ອອກ​ກັບ​ຄົນ​ທີ່​ລາວ​ຮັກ. ລາວ​ຈະ​ຊ່ວຍ​ເຫຼືອ​ແລະ​ສະໜັບ​ສະໜູນ​ຄົນ​ນັ້ນ​ສະເໝີ. ລາວ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ຮູ້ສຶກ​ວ່າ​ຕ້ອງ​ເຮັດ ແຕ່​ລາວ​ເຮັດ​ຍ້ອນ​ລາວ​ຮັກ​ຄົນ​ນັ້ນ​ແທ້ໆ. ດັ່ງນັ້ນ ຄວາມ​ພັກດີ​ເປັນ​ຫຼາຍ​ກວ່າ​ຄວາມ​ສັດຊື່. ນອກ​ຈາກນັ້ນ ຄຳ​ວ່າ “ສັດຊື່” ອາດ​ນຳ​ມາ​ໃຊ້​ກັບ​ສິ່ງ​ທີ່​ບໍ່​ມີ​ຊີວິດ​ໄດ້​ນຳ. ຕົວຢ່າງ​ເຊັ່ນ ຜູ້​ຂຽນ​ເພງ​ສັນລະເສີນ​ບອກ​ວ່າ​ດວງ​ເດືອນ “ຢູ່​ເທິງ​ຟ້າ​ສະເໝີ.” ໃນ​ພາສາ​ຕົ້ນ​ສະບັບ​ຜູ້​ຂຽນ​ເພງ​ສັນລະເສີນ​ເອີ້ນ​ດວງ​ເດືອນ​ວ່າ​ເປັນ​ພະຍານ​ທີ່​ສັດຊື່​ໃນ​ທ້ອງຟ້າ ຍ້ອນ​ດວງ​ເດືອນ​ມີ​ໃຫ້​ເຫັນ​ທຸກ​ຄືນ. (ເພງ​ສັນລະເສີນ 89:37) ແຕ່​ບໍ່​ເຄີຍ​ເວົ້າ​ວ່າ​ດວງ​ເດືອນ​ພັກດີ. ຍ້ອນຫຍັງ? ກໍ​ຍ້ອນ​ວ່າ​ຄວາມ​ພັກດີ​ສະແດງ​ອອກ​ເຖິງ​ຄວາມ​ຮັກ ເຊິ່ງ​ສິ່ງ​ທີ່​ບໍ່​ມີ​ຊີວິດ​ບໍ່​ສາມາດ​ສະແດງ​ຄວາມ​ຮັກ​ໄດ້.

ດວງ​ເດືອນ​ຖືກ​ເອີ້ນ​ວ່າ​ພະຍານ​ທີ່​ສັດຊື່ ແຕ່​ມີ​ພຽງ​ສິ່ງ​ທີ່​ມີ​ຊີວິດ​ເທົ່າ​ນັ້ນ​ທີ່​ສະແດງ​ຄວາມ​ພັກດີ​ຄື​ກັບ​ພະ​ເຢໂຫວາ​ໄດ້

5 ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ຄວາມ​ພັກດີ​ຍັງ​ລວມ​ເຖິງ​ຄວາມ​ຮັກ​ທີ່​ຈິງໃຈ. ເມື່ອ​ຄົນ​ໜຶ່ງ​ພັກດີ​ຕໍ່​ອີກ​ຄົນ​ໜຶ່ງ​ກໍ​ສະແດງ​ວ່າ​ລາວ​ເປັນ​ຫ່ວງ​ຄົນ​ນັ້ນ​ແທ້ໆ. ຄວາມ​ພັກດີ​ຫຼື​ຄວາມ​ຮັກ​ທີ່​ໝັ້ນຄົງ​ແບບ​ນັ້ນ​ຈະ​ບໍ່​ປ່ຽນແປງ. ເຖິງ​ວ່າ​ຈະ​ເຈິ​ບັນຫາ​ທີ່​ຍາກ​ທີ່​ສຸດ​ຫຼາຍ​ຢ່າງ ແຕ່​ຄວາມ​ພັກດີ​ຈະ​ໝັ້ນຄົງ​ຢູ່​ຕະຫຼອດ​ໄປ.

6. (ກ) ເຮົາ​ເຫັນ​ວ່າ​ໃນ​ທຸກ​ມື້​ນີ້​ຄວາມ​ພັກດີ​ມີ​ໜ້ອຍ​ລົງ​ແນວ​ໃດ ແລະ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນີ້? (ຂ) ອັນ​ໃດ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຄວາມ​ພັກດີ ແລະ​ຍ້ອນຫຍັງ?

6 ໜ້າ​ເສຍດາຍ ທຸກ​ມື້​ນີ້​ຄົນ​ທີ່​ພັກ​ດີ​ມີ​ໜ້ອຍ​ອີ່ຫຼີ. ເຮົາ​ມັກ​ໄດ້​ຍິນ​ເລື້ອຍໆ​ວ່າ​ໝູ່​ສະໜິດ “ພ້ອມ​ທີ່​ຈະ​ທຳລາຍ​ໝູ່​ຂອງ​ໂຕເອງ” ແລະ​ມັກ​ໄດ້​ຍິນ​ວ່າ​ຜົວ​ເມຍ​ປະກັນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. (ສຸພາສິດ 18:24; ມາລາກີ 2:14-16) ເມື່ອ​ເຫັນ​ວ່າ​ຫຼາຍ​ຄົນ​ໃນ​ສະໄໝ​ຂອງ​ເຮົາ​ເປັນ​ຄົນ​ທໍລະຍົດ ເຮົາ​ອາດຈະ​ເວົ້າ​ຄື​ກັບ​ຜູ້​ພະຍາກອນ​ມີກາ​ທີ່​ເວົ້າ​ກ່ຽວກັບ​ຄົນ​ໃນ​ສະໄໝ​ຂອງ​ລາວ​ວ່າ: “ຄົນ​ທີ່​ສັດຊື່​ຕາຍ​ໄປ​ຈາກ​ໂລກ​ນີ້​ໝົດ​ແລ້ວ.” (ມີກາ 7:2) ກົງ​ກັນ​ຂ້າມ ພະ​ເຢໂຫວາ​ສະແດງ​ຄວາມ​ພັກດີ​ໄດ້​ຢ່າງ​ສົມບູນ​ແບບ. ຖ້າ​ເຮົາ​ຢາກ​ເຂົ້າໃຈ​ວ່າ​ຄວາມ​ພັກດີ​ໝາຍເຖິງ​ຫຍັງ​ແທ້ໆ ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ເຮົາ​ຕ້ອງ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ສະແດງ​ຄຸນລັກສະນະ​ທີ່​ສຳຄັນ​ນີ້​ແນວ​ໃດ​ໂດຍ​ເບິ່ງ​ຈາກ​ວິທີ​ທີ່​ເພິ່ນ​ສະແດງ​ຄວາມ​ຮັກ.

ບໍ່​ມີ​ໃຜ​ພັກດີ​ຄື​ກັບ​ພະ​ເຢໂຫວາ

7, 8. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ພັກດີ?

7 ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ຜູ້​ດຽວ​ພັກດີ.” (ພະ​ນິມິດ 15:4) ແຕ່​ກໍ​ມີ​ມະນຸດ​ແລະ​ທູດສະຫວັນ​ທີ່​ພັກດີ​ຄື​ກັນ. (ໂຢບ 1:1; ພະ​ນິມິດ 4:8) ພະ​ເຢຊູ​ຄລິດ​ກໍ​ຖືກ​ເອີ້ນ​ວ່າ​ເປັນ “ຄົນ​ທີ່​ສັດຊື່ [ຫຼື​ພັກດີ]” ຕໍ່​ພະເຈົ້າ​ຫຼາຍ​ທີ່​ສຸດ. (ເພງ​ສັນລະເສີນ 16:10) ຖ້າ​ເປັນ​ແນວ​ນັ້ນ ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ພັກດີ?

8 ຂໍ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ພັກດີ​ເປັນ​ການ​ສະແດງ​ອອກ​ເຖິງ​ຄວາມ​ຮັກ. ເນື່ອງ​ຈາກ “ພະເຈົ້າ​ເປັນ​ຄວາມ​ຮັກ” ເພິ່ນ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສະແດງ​ຄວາມ​ຮັກ ແລະ​ບໍ່​ມີ​ໃຜ​ຈະ​ພັກດີ​ໄດ້​ສ່ຳ​ກັບ​ພະ​ເຢໂຫວາ​ອີກ​ແລ້ວ. (1 ໂຢຮັນ 4:8) ແມ່ນ​ຢູ່​ທີ່​ທູດສະຫວັນ​ແລະ​ມະນຸດ​ສາມາດ​ສະແດງ​ຄຸນລັກສະນະ​ຕ່າງໆ​ຂອງພະ​ເຢໂຫວາ​ພະເຈົ້າ​ໄດ້ ແຕ່​ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ພັກດີ​ຫຼາຍ​ທີ່​ສຸດ. ເພິ່ນ​ເປັນ “ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ” ເພິ່ນ​ຈຶ່ງ​ສະແດງ​ຄວາມ​ພັກດີ​ມາ​ດົນ​ຫຼາຍ​ກວ່າ​ທູດສະຫວັນ​ແລະ​ມະນຸດ. (ດານີເອນ 7:9) ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ຄວາມ​ພັກດີ ແລະ​ບໍ່​ມີ​ໃຜ​ສະແດງ​ຄຸນລັກສະນະ​ນີ້​ໄດ້​ຄື​ກັບ​ເພິ່ນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

9. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ແນວ​ໃດ?

9 ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ໃນ​ຫຼາຍ​ວິທີ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ໃນ​ເພງ​ສັນລະເສີນ​ບົດ 136. ບົດ​ນັ້ນ​ເວົ້າ​ເຖິງ​ເຫດການ​ຫຼາຍ​ຢ່າງ​ທີ່​ໜ້າ​ປະທັບໃຈ​ກ່ຽວກັບ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ ຕົວຢ່າງ​ເຊັ່ນ ຕອນ​ທີ່​ເພິ່ນ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ຂ້າມ​ທະເລ​ແດງ. ໜ້າສົນໃຈ ແຕ່​ລະ​ຂໍ້​ໃນ​ເພງ​ສັນລະເສີນ​ບົດ​ນີ້​ຈົບ​ດ້ວຍ​ຄຳເວົ້າ​ທີ່​ວ່າ: “ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ.” ເພງ​ສັນລະເສີນ​ບົດ​ນີ້​ລວມ​ຢູ່​ໃນ “ ຄຳ​ຖາມ​ເພື່ອ​ຄິດ​ຕຶກຕອງ” ໜ້າ 289 ນຳ. ຕອນ​ທີ່​ເຈົ້າ​ອ່ານ​ຂໍ້​ເຫຼົ່າ​ນັ້ນ ເຈົ້າ​ຈະ​ຮູ້ສຶກ​ປະທັບໃຈ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ຫຼາຍ​ວິທີ. ແມ່ນ​ແລ້ວ ພະ​ເຢໂຫວາ​ສະແດງ​ຄວາມ​ພັກດີ​ຕໍ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ໂດຍ​ຟັງ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ເຂົາເຈົ້າ​ແລະ​ຊ່ວຍ​ເຂົາເຈົ້າ​ໃນ​ເວລາ​ທີ່​ເໝາະສົມ. (ເພງ​ສັນລະເສີນ 34:6) ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ພັກດີ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ສະເໝີ​ຖ້າ​ເຂົາເຈົ້າ​ຍັງ​ພັກດີ​ຕໍ່​ເພິ່ນ​ຕໍ່ໆ​ໄປ.

10. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ພັກດີ​ຕໍ່​ມາດຕະຖານ​ຂອງ​ເພິ່ນ?

10 ນອກ​ຈາກນັ້ນ ພະ​ເຢໂຫວາ​ສະແດງ​ຄວາມ​ພັກດີ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໂດຍ​ບໍ່​ເຄີຍ​ປ່ຽນ​ມາດຕະຖານ​ຂອງ​ເພິ່ນ​ໃນ​ເລື່ອງ​ອັນ​ໃດ​ຖືກ​ອັນ​ຜິດ. ມະນຸດ​ບາງ​ຄົນ​ໃຊ້​ອາລົມ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ໃນ​ການ​ຕັດສິນໃຈ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແຕ່​ພະ​ເຢໂຫວາ​ບໍ່​ເປັນ​ແນວ​ນັ້ນ ຕົວຢ່າງ​ເຊັ່ນ ເພິ່ນ​ຍັງ​ຖື​ວ່າ​ການ​ຫຼິ້ນ​ໄສຍະສາດ ການ​ບູຊາ​ຮູບປັ້ນ ແລະ​ການ​ຂ້າ​ຄົນ​ເປັນ​ສິ່ງ​ທີ່​ບໍ່​ດີ. ເພິ່ນ​ເວົ້າ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາຢາ​ວ່າ: “ຈົນ​ຮອດ​ຕອນ​ທີ່​ພວກ​ເຈົ້າ​ເຖົ້າ ເຮົາ​ກໍ​ຈະ​ເຮັດ​ຄື​ເກົ່າ.” (ເອຊາຢາ 46:4) ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ ຖ້າ​ເຮົາ​ເຊື່ອຟັງ​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ໃນ​ເລື່ອງ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ໃນ​ຄຳພີ​ໄບເບິນ.—ເອຊາຢາ 48:17-19

11. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ​ສະເໝີ?

11 ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ພັກດີ​ໂດຍ​ເຮັດ​ຕາມ​ຄຳ​ສັນຍາ​ຕ່າງໆ​ຂອງ​ເພິ່ນ​ສະເໝີ. ເມື່ອ​ເພິ່ນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ໃນ​ອະນາຄົດ ສິ່ງ​ນັ້ນ​ກໍ​ເກີດ​ຂຶ້ນ​ແທ້ໆ. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ: “ຄຳເວົ້າ​ທີ່​ອອກ​ຈາກ​ປາກ​ຂອງ​ເຮົາ​ຈະ​ບໍ່​ກັບຄືນມາ​ຫາ​ເຮົາ ຖ້າ​ມັນ​ຍັງ​ບໍ່​ສຳເລັດ. ທຸກ​ຢ່າງ​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້ໆ​ຕາມ​ທີ່​ເຮົາ​ຕ້ອງການ. ເຮົາ​ເວົ້າ​ໄວ້​ແນວ​ໃດ ມັນ​ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.” (ເອຊາຢາ 55:11) ບໍ່​ມີ​ຄຳ​ສັນຍາ​ໃດ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ແລ້ວ​ຈະ​ບໍ່​ເຮັດ​ຕາມ ຍ້ອນ​ເພິ່ນ​ພັກດີ​ຕໍ່​ປະຊາຊົນ​ຂອງ​ເພິ່ນ​ສະເໝີ. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ໄວ້ໃຈ​ໄດ້​ຈົນ​ໂຢຊວຍ​ເວົ້າ​ເຖິງ​ເພິ່ນ​ວ່າ: “ຄຳ​ສັນຍາ​ດີໆ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ພວກ​ອິດສະຣາເອນ ບໍ່​ມີ​ຈັກ​ເລື່ອງ​ທີ່​ບໍ່​ສຳເລັດ. ຄຳ​ສັນຍາ​ຂອງ​ເພິ່ນ​ທຸກ​ຢ່າງ​ໄດ້​ເກີດ​ຂຶ້ນ​ແທ້.” (ໂຢຊວຍ 21:45) ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ ເພາະ​ເພິ່ນ​ເຮັດ​ຕາມ​ທີ່​ເພິ່ນ​ສັນຍາ​ສະເໝີ.—ເອຊາຢາ 49:23; ໂຣມ 5:5

12, 13. ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ຈະ “ໝັ້ນຄົງ​ຕະຫຼອດ​ໄປ” ໃນ​ແງ່​ໃດ?

12 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໄປ​ແລ້ວ ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ຈະ “ໝັ້ນຄົງ​ຕະຫຼອດ​ໄປ.” (ເພງ​ສັນລະເສີນ 136:1) ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຫດຜົນ​ໜຶ່ງ​ກໍ​ແມ່ນ​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ໃຫ້​ເຮົາ​ຕະຫຼອດ​ໄປ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 26 ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແລ້ວ ເພິ່ນ​ກໍ​ຈະ​ບໍ່​ເອົາ​ເລື່ອງ​ນັ້ນ​ມາ​ລົງໂທດ​ເຮົາ​ອີກ. ຍ້ອນ “ທຸກ​ຄົນ​ເປັນ​ຄົນ​ບາບ​ແລະ​ບໍ່​ໄດ້​ສະແດງ​ຄຸນລັກສະນະ​ທີ່​ດີໆ​ຂອງ​ພະເຈົ້າ​ຢ່າງ​ຄົບ​ຖ້ວນ” ເຮົາ​ແຕ່​ລະ​ຄົນ​ຄວນ​ຂອບໃຈ​ພະ​ເຢໂຫວາ​ທີ່​ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ກັບ​ເຮົາ​ສະເໝີ.—ໂຣມ 3:23

13 ແຕ່​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ຍັງ​ໝັ້ນຄົງ​ຕະຫຼອດ​ໄປ​ໃນ​ອີກ​ແງ່​ໜຶ່ງ​ນຳ. ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ “ຈະ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ປູກ​ໄວ້​ຢູ່​ແຄມ​ນ້ຳ​ເຊິ່ງ​ເປັນ​ຕົ້ນໄມ້​ທີ່​ເກີດ​ໝາກ​ຕາມ​ລະດູ ແລະ​ໃບ​ກໍ​ບໍ່​ຫ່ຽວ​ບໍ່​ແຫ້ງ​ຈັກ​ເທື່ອ. ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຈະ​ສຳເລັດ​ໝົດ.” (ເພງ​ສັນລະເສີນ 1:3) ຖ້າ​ເຮົາ​ມັກ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ຂຽວ​ອຸ່ມທຸ່ມ​ແລະ​ມີ​ໃບ​ທີ່​ບໍ່​ເຄີຍ​ຫ່ຽວ​ແຫ້ງ​ຈັກ​ເທື່ອ. ຊີວິດ​ຂອງ​ເຮົາ​ຈະ​ຍືນ​ຍາວ ສະຫງົບສຸກ ແລະ​ສິ່ງ​ຕ່າງໆ​ທີ່​ເຮົາ​ເຮັດ​ກໍ​ຈະ​ສຳເລັດ. ພະ​ເຢໂຫວາ​ຈະ​ໃຫ້​ພອນ​ກັບ​ຄົນ​ທີ່​ຮັບໃຊ້​ເພິ່ນ​ຕະຫຼອດ​ໄປ. ທີ່ຈິງ ໃນ​ໂລກ​ໃໝ່​ທີ່​ມີ​ແຕ່​ຄວາມ​ຖືກຕ້ອງ​ເຊິ່ງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເກີດຂຶ້ນ​ນັ້ນ ມະນຸດ​ທຸກ​ຄົນ​ທີ່​ເຊື່ອຟັງ​ຈະ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ເພິ່ນ​ຕະຫຼອດ​ໄປ.—ພະ​ນິມິດ 21:3, 4

ພະ​ເຢໂຫວາ​ຈະ “ບໍ່​ປະຖິ້ມ​ຄົນ​ທີ່​ສັດຊື່ [ຫຼື​ພັກດີ] ຕໍ່​ເພິ່ນ”

14. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເຫັນຄ່າ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ເພິ່ນ?

14 ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ພະ​ເຢໂຫວາ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພັກດີ​ສະເໝີ. ຍ້ອນ​ເພິ່ນ​ບໍ່​ເຄີຍ​ປ່ຽນ ເພິ່ນ​ຈຶ່ງ​ບໍ່​ເຊົາ​ພັກດີ​ຕໍ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ. ຜູ້​ຂຽນ​ເພງ​ສັນລະເສີນ​ໄດ້​ຂຽນ​ວ່າ: “ຕັ້ງແຕ່​ຂ້ອຍ​ຍັງ​ໜຸ່ມ​ຈົນ​ຮອດ​ຕອນນີ້​ທີ່​ຂ້ອຍ​ເຖົ້າ​ແລ້ວ ຂ້ອຍ​ຍັງ​ບໍ່​ເຄີຍ​ເຫັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຖືກ​ປະຖິ້ມ​ຈັກ​ເທື່ອ ແລະ​ບໍ່​ເຄີຍ​ເຫັນ​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ໄປ​ເປັນ​ຂໍ​ທານ. ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ ແລະ​ເພິ່ນ​ຈະ​ບໍ່​ປະຖິ້ມ​ຄົນ​ທີ່​ສັດຊື່ [ຫຼື​ພັກດີ] ຕໍ່​ເພິ່ນ.” (ເພງ​ສັນລະເສີນ 37:25, 28) ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ເປັນ​ຜູ້​ສ້າງ. (ພະ​ນິມິດ 4:11) ແຕ່​ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍ​ຖື​ວ່າ​ຄວາມ​ສັດຊື່​ຂອງ​ເຮົາ​ມີ​ຄ່າ​ຫຼາຍ​ຍ້ອນ​ເພິ່ນ​ພັກດີ.—ມາລາກີ 3:16, 17

15. ຂໍ​ໃຫ້​ອະທິບາຍ​ວ່າ​ພະ​ເຢໂຫວາ​ພັກດີ​ຕໍ່​ຊາດ​ອິດສະຣາເອນ​ແນວ​ໃດ.

15 ຍ້ອນ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ ເພິ່ນ​ເລີຍ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ບັກ​ຫຼາຍໆ​ເທື່ອ​ເມື່ອ​ເຂົາເຈົ້າ​ເຈິ​ກັບ​ຄວາມ​ທຸກ. ຜູ້​ຂຽນ​ເພງ​ສັນລະເສີນ​ບອກ​ເຮົາ​ວ່າ: “ເພິ່ນ​ປົກປ້ອງ​ຊີວິດ​ຂອງ​ຄົນ​ທີ່​ສັດຊື່ [ຫຼື​ພັກດີ] ຕໍ່​ເພິ່ນ. ເພິ່ນ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ​ຈາກ​ອຳນາດ​ຂອງ​ຄົນ​ຊົ່ວ.” (ເພງ​ສັນລະເສີນ 97:10) ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ເພິ່ນ​ໄດ້​ຊ່ວຍ​ຊາດ​ອິດສະຣາເອນ​ແນວ​ໃດ. ຫຼັງ​ຈາກ​ທີ່ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ​ຜ່ານ​ທະເລ​ແດງ​ຢ່າງ​ອັດສະຈັນ​ແລ້ວ ເຂົາເຈົ້າ​ກໍ​ຮ້ອງ​ເພງ​ສັນລະເສີນ​ເພິ່ນ​ໃນ​ບົດ​ເພງ​ທີ່​ວ່າ: “ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ ພະອົງ​ໄດ້​ນຳໜ້າ​ປະຊາຊົນ​ທີ່​ພະອົງ​ໄຖ່​ແລ້ວ.” (ອົບພະຍົບ 15:13) ການ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ລອດ​ຢູ່​ທະເລ​ແດງ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ພັກດີ​ຕໍ່​ເຂົາເຈົ້າ​ແທ້ໆ. ຍ້ອນ​ແນວ​ນີ້ ໂມເຊ​ຈຶ່ງ​ບອກ​ພວກ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ​ຮັກ​ພວກ​ເຈົ້າ​ຫຼາຍ​ແລະ​ໄດ້​ເລືອກ​ພວກ​ເຈົ້າ​ອອກ​ມາ​ຈາກ​ຊາດ​ຕ່າງໆ​ບໍ່​ແມ່ນ​ຍ້ອນ​ພວກ​ເຈົ້າ​ມີ​ຄົນ​ຫຼາຍ​ທີ່​ສຸດ ແທ້ໆ​ແລ້ວ​ພວກ​ເຈົ້າ​ມີ​ຄົນ​ໜ້ອຍ​ທີ່​ສຸດ. ແຕ່​ຍ້ອນ​ພະ​ເຢໂຫວາ​ຮັກ​ພວກ​ເຈົ້າ ແລະ​ຍ້ອນ​ເພິ່ນ​ເຮັດ​ຕາມ​ສັນຍາ​ທີ່​ໃຫ້​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ພະ​ເຢໂຫວາ​ຈຶ່ງ​ໃຊ້​ລິດເດດ​ທີ່​ຍິ່ງໃຫຍ່​ພາ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ ປົດ​ປ່ອຍ​ພວກ​ເຈົ້າ​ອອກ​ຈາກ​ການ​ເປັນ​ທາດ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຟາໂຣ​ກະສັດ​ຂອງ​ເອຢິບ.”—ພະ​ບັນຍັດ 7:7, 8

16, 17. (ກ) ຊາດ​ອິດສະຣາເອນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ບໍ່​ເຫັນຄ່າ​ຄວາມ​ພັກດີ​ຂອງ​ພະ​ເຢໂຫວາ ແຕ່​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຂົາເຈົ້າ​ແນວ​ໃດ? (ຂ) ຄົນ​ອິດສະຣາເອນ​ສ່ວນ​ຫຼາຍ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ເຮັດ​ຜິດ “ຈົນ​ບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້” ແລະ​ເລື່ອງ​ນີ້​ສອນ​ຫຍັງ​ເຮົາ?

16 ແຕ່​ໜ້າ​ເສຍດາຍ​ທີ່​ຊາດ​ອິດສະຣາເອນ​ບໍ່​ໄດ້​ເຫັນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ ເພາະ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ແລ້ວ “ເຂົາເຈົ້າ​ກໍ​ຍັງ​ເຮັດ​ຜິດ​ຕໍ່ [ພະ​ເຢໂຫວາ] ອີກ​ໂດຍ​ກະບົດ​ຕໍ່​ພະເຈົ້າ​ສູງ​ສຸດ.” (ເພງ​ສັນລະເສີນ 78:17) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ເຂົາເຈົ້າ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ​ຫຼາຍ​ເທື່ອ ໄດ້​ຖິ້ມ​ເພິ່ນ ແລະ​ຫັນ​ໄປ​ນະມັດສະການ​ພະ​ປອມ ຍ້ອນ​ແນວ​ນີ້​ເຂົາເຈົ້າ​ຈຶ່ງ​ບໍ່​ໄດ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ອີກ​ຕໍ່​ໄປ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍ​ບໍ່​ລືມ​ຄຳ​ສັນຍາ​ທີ່​ໄດ້​ສັນຍາ​ກັບ​ເຂົາເຈົ້າ. ເພິ່ນ​ພະຍາຍາມ​ບອກ​ເຂົາເຈົ້າ​ໂດຍ​ຜ່ານ​ທາງ​ຜູ້​ພະຍາກອນ​ເຢເຣມີຢາ​ວ່າ: “ອິດສະຣາເອນ​ທີ່​ຫັກ​ຫຼັງ​ເຮົາ​ເອີ້ຍ ໃຫ້​ກັບ​ມາ​ສະ. ເຮົາ​ຈະ​ບໍ່​ເບິ່ງ​ເຈົ້າ​ແບບ​ໃຈ​ຮ້າຍ​ແລ້ວ ຍ້ອນ​ເຮົາ​ສັດຊື່ [ຫຼື​ພັກດີ] ຕໍ່​ເຈົ້າ.” (ເຢເຣມີຢາ 3:12) ແນວ​ໃດ​ກໍ​ຕາມ ຄື​ກັບ​ທີ່​ເຮົາ​ໄດ້​ເຫັນ​ໃນ​ບົດ​ທີ 25 ຄົນ​ອິດສະຣາເອນ​ສ່ວນ​ຫຼາຍ​ບໍ່​ຍອມ​ກັບໃຈ​ແລະ “ເຂົາເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ ແລະ​ດູຖູກ​ຜູ້​ພະຍາກອນ​ຂອງ​ເພິ່ນ.” ຜົນ​ເປັນ​ແນວ​ໃດ? ໃນ​ທີ່​ສຸດ “ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາເຈົ້າ​ຫຼາຍ​ຈົນ​ບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້.”—2 ຂ່າວຄາວ 36:15, 16

17 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ໄດ້​ຮຽນ​ວ່າ​ຄວາມ​ພັກດີ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພິ່ນ​ບໍ່​ໄດ້​ສົນໃຈ​ສິ່ງ​ຊົ່ວ​ທີ່​ເຂົາເຈົ້າ​ເຮັດ. ແມ່ນ​ຢູ່ ພະ​ເຢໂຫວາ “ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ” ແລະ​ສະແດງ​ຄວາມ​ເມດຕາ​ເມື່ອ​ມີ​ເຫດຜົນ​ທີ່​ຕ້ອງ​ເຮັດ​ແບບ​ນັ້ນ. ແຕ່​ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄົນ​ທີ່​ເຮັດ​ຜິດ​ບໍ່​ສະແດງ​ໃຫ້​ເຫັນ​ວ່າ​ກັບໃຈ? ຖ້າ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ຍຶດ​ໝັ້ນ​ກັບ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ​ແລະ​ຕັດສິນ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ. ພະ​ເຢໂຫວາ​ບອກ​ໂມເຊ​ວ່າ​ເພິ່ນ “ຊິ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ບໍ່​ຖືກ​ລົງໂທດ.”—ອົບພະຍົບ 34:6, 7

18, 19. (ກ) ການ​ທີ່​ພະ​ເຢໂຫວາ​ລົງໂທດ​ຄົນ​ຊົ່ວ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ພັກດີ? (ຂ) ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ພັກດີ​ແນວ​ໃດ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ຖືກ​ຄົນ​ທີ່​ຂົ່ມເຫງ​ຂ້າ?

18 ການ​ທີ່​ພະເຈົ້າ​ລົງໂທດ​ຄົນ​ທີ່​ເຮັດ​ຊົ່ວ​ຍັງ​ເປັນ​ການ​ສະແດງ​ວ່າ​ພະ​ເຢໂຫວາ​ພັກດີ​ນຳ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ບອກ​ກັບ​ທູດສະຫວັນ 7 ອົງ​ໃນ​ປຶ້ມ​ພະ​ນິມິດ​ວ່າ: “ໄປ​ເທ​ຂັນ 7 ໜ່ວຍ​ທີ່​ມີ​ຄວາມ​ໃຈ​ຮ້າຍ​ຂອງ​ພະເຈົ້າ​ລົງ​ໃສ່​ໂລກ.” ເມື່ອ​ທູດສະຫວັນ​ອົງ​ທີ 3 ເທ​ຂັນ “ລົງ​ໃສ່​ແມ່​ນ້ຳ​ແລະ​ນ້ຳ​ພຸ​ຕ່າງໆ” ນ້ຳ​ນັ້ນ​ກໍ​ກາຍ​ເປັນ​ເລືອດ. ແລ້ວ​ທູດສະຫວັນ​ອົງ​ນີ້​ກໍ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ຂອງ​ພວກ​ເຮົາ ຜູ້​ມີ​ຊີວິດ​ຢູ່​ຕອນນີ້ ມີ​ຊີວິດ​ຢູ່​ໃນ​ອະດີດ ແລະ​ເປັນ​ຜູ້​ພັກດີ ພະອົງ​ເຮັດ​ຖືກຕ້ອງ​ແລ້ວ​ທີ່​ຕັດສິນ​ແບບ​ນັ້ນ. ເຂົາເຈົ້າ​ເຮັດ​ໃຫ້​ຜູ້​ບໍລິສຸດ​ແລະ​ຜູ້​ພະຍາກອນ​ຕ້ອງ​ເສຍ​ເລືອດ ພະອົງ​ຈຶ່ງ​ໃຫ້​ເຂົາເຈົ້າ​ກິນ​ເລືອດ​ເຊິ່ງ​ກໍ​ສົມຄວນ​ແລ້ວ.”—ພະ​ນິມິດ 16:1-6

19 ຂໍ​ໃຫ້​ສັງເກດ​ວ່າ​ຕອນ​ທີ່​ສົ່ງ​ຂ່າວ​ສານ​ເລື່ອງ​ການ​ຕັດສິນ​ນັ້ນ ເປັນ​ຫຍັງ​ທູດສະຫວັນ​ຈຶ່ງ​ເວົ້າ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ພັກດີ”? ກໍ​ຍ້ອນ​ການ​ທຳລາຍ​ຄົນ​ຊົ່ວ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ວ່າ​ພັກດີ​ຕໍ່​ຄົນ​ຂອງ​ເພິ່ນ. ຜ່ານ​ມາ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ຖືກ​ຄົນ​ທີ່​ຂົ່ມເຫງ​ຂ້າ ແຕ່​ພະ​ເຢໂຫວາ​ຖື​ວ່າ​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ເພິ່ນ. ເພິ່ນ​ຍັງ​ຄິດ​ເຖິງ​ແລະ​ຢາກ​ຈະ​ເຫັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ​ອີກ. ຄຳພີ​ໄບເບິນ​ຢືນຢັນ​ວ່າ​ເພິ່ນ​ຈະ​ໃຫ້​ລາງວັນ​ເຂົາເຈົ້າ​ໂດຍ​ປຸກ​ເຂົາເຈົ້າ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ໂຢບ 14:14, 15) ພະ​ເຢໂຫວາ​ບໍ່​ລືມ​ຜູ້​ຮັບໃຊ້​ທີ່​ພັກດີ​ຂອງ​ເພິ່ນ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ຕາຍ​ໄປ​ແລ້ວ. ທີ່ຈິງ ເພິ່ນ​ເຫັນ​ວ່າ: “ເຂົາເຈົ້າ​ທຸກ​ຄົນ​ມີ​ຊີວິດ​ຢູ່.” (ລູກາ 20:37, 38) ການ​ທີ່​ພະ​ເຢໂຫວາ​ຢາກ​ປຸກ​ຄົນ​ທີ່​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ເພິ່ນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ນັ້ນ​ເປັນ​ຫຼັກຖານ​ທີ່​ຈະ​ແຈ້ງ​ວ່າ​ເພິ່ນ​ພັກດີ.

ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ພັກດີ​ຕໍ່​ຄົນ​ທີ່​ພັກດີ​ທີ່​ຕາຍ​ໄປ​ໂດຍ​ປຸກ​ເຂົາເຈົ້າ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ

ເບີນາດ ລຸຍເມດ (ເທິງ) ແລະ​ໂວກັງ ຄຸດເຊີໂລ (ກາງ) ຖືກ​ພວກ​ນາຊີ​ປະຫານ​ຊີວິດ

ໂມເຊດ ນາຍາມຸດຊົວ ຖືກ​ຜູ້​ເຄື່ອນ​ໄຫວ​ທາງ​ການເມືອງ​ເອົາ​ຫອກ​ແທງ​ຈົນ​ຕາຍ

ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ

20. ໃຜ​ເປັນ “ເຄື່ອງ​ໃຊ້​ທີ່​ມີ​ກຽດ” ແລະ​ພະ​ເຢໂຫວາ​ສະແດງ​ຄວາມ​ພັກດີ​ຕໍ່​ເຂົາເຈົ້າ​ແນວ​ໃດ?

20 ພະ​ເຢໂຫວາ​ສະແດງ​ຄວາມ​ພັກດີ​ສະເໝີ​ກັບ​ຄົນ​ທີ່​ສັດຊື່​ຕໍ່​ເພິ່ນ. ທີ່ຈິງ ເປັນ​ເວລາ​ຫຼາຍ​ພັນ​ປີ​ແລ້ວ​ທີ່​ພະ​ເຢໂຫວາ “ຍອມ​ອົດທົນ​ກັບ​ຄົນ​ທີ່​ສົມຄວນ​ຖືກ​ລົງໂທດ​ເຊິ່ງ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ຈະ​ຖືກ​ທຳລາຍ.” ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຍອມ​ເຮັດ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ “ເພື່ອ​ໃຫ້​ຄົນ​ທີ່​ເພິ່ນ​ເມດຕາ​ເຊິ່ງ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ມີ​ກຽດ​ໄດ້​ເຫັນ​ກຽດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.” (ໂຣມ 9:22, 23) “ເຄື່ອງ​ໃຊ້​ທີ່​ມີ​ກຽດ” ເຫຼົ່າ​ນີ້​ແມ່ນ​ຄລິດສະຕຽນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ດ້ວຍ​ພະລັງ​ບໍລິສຸດ​ເພື່ອ​ເປັນ​ຜູ້​ຮ່ວມ​ປົກຄອງ​ກັບ​ພະຄລິດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ. (ມັດທາຍ 19:28) ໂດຍ​ການ​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ ພະ​ເຢໂຫວາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ພັກດີ​ຕໍ່​ອັບຣາຮາມ. ເພິ່ນ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໄດ້​ສັນຍາ​ກັບ​ລາວ​ວ່າ: “ຄົນ​ຈາກ​ທຸກ​ຊາດ​ຈະ​ໄດ້​ຮັບ​ພອນ​ໂດຍ​ທາງ​ລູກ​ຫຼານ​ຂອງ​ເຈົ້າ.”—ປະຖົມມະການ 22:18

ຄວາມ​ພັກດີ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຮັບໃຊ້​ທີ່​ພັກດີ​ທຸກ​ຄົນ​ຂອງ​ເພິ່ນ​ມີ​ຄວາມ​ຫວັງ​ທີ່​ໝັ້ນຄົງ​ກ່ຽວກັບ​ອະນາຄົດ

21. (ກ) ພະ​ເຢໂຫວາ​ສະແດງ​ຄວາມ​ພັກດີ​ແນວ​ໃດ​ຕໍ່ “ຄົນ​ກຸ່ມ​ໃຫຍ່” ເຊິ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ລອດ​ຜ່ານ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່”? (ຂ) ຄວາມ​ພັກດີ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເຈົ້າ​ໃຫ້​ເຮັດ​ຫຍັງ?

21 ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ພັກດີ​ແບບ​ນັ້ນ​ຕໍ່ “ຄົນ​ກຸ່ມ​ໃຫຍ່” ນຳ ເຊິ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ລອດ​ຜ່ານ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ແລະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ. (ພະ​ນິມິດ 7:9, 10, 14) ເຖິງ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ແຕ່​ເພິ່ນກໍ​ຍັງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ໂດຍ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ. ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ​ໂດຍ​ໃຫ້​ມີ​ຄ່າໄຖ່​ເຊິ່ງ​ເປັນ​ການ​ສະແດງ​ຄວາມ​ພັກດີ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ເພິ່ນ. (ໂຢຮັນ 3:16; ໂຣມ 5:8) ຄວາມ​ພັກດີ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ຄົນ​ທີ່​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃຫ້​ມາ​ໃກ້ຊິດ​ກັບ​ເພິ່ນ. (ເຢເຣມີຢາ 31:3) ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ພັກດີ​ຕະຫຼອດ​ແລະ​ຈະ​ພັກດີ​ຕະຫຼອດ​ໄປ? ໃຫ້​ເຮົາ​ຂອບໃຈ​ແລະ​ເຫັນຄ່າ​ຄວາມ​ພັກດີ​ຂອງ​ພະ​ເຢໂຫວາ​ໂດຍ​ຕັ້ງໃຈ​ຮັບໃຊ້​ເພິ່ນ​ຢ່າງ​ພັກດີ​ຕໍ່ໆ​ໄປ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ.