ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 26

ພະເຈົ້າ “ພ້ອມ​ຈະ​ໃຫ້​ອະໄພ”

ພະເຈົ້າ “ພ້ອມ​ຈະ​ໃຫ້​ອະໄພ”

1-3. (ກ) ແມ່ນ​ຫຍັງ​ທີ່​ເປັນ​ຄື​ກັບ​ພາລະ​ໜັກ​ສຳລັບ​ດາວິດ ແລະ​ແມ່ນ​ຫຍັງ​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ໃຈ? (ຂ) ແມ່ນ​ຫຍັງ​ເປັນ​ຄື​ກັບ​ພາລະ​ໜັກ​ສຳລັບ​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ແລະ​ພະ​ເຢໂຫວາ​ຮັບຮອງ​ກັບ​ເຮົາ​ແນວ​ໃດ?

 ດາວິດ​ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ໄດ້​ຂຽນ​ວ່າ: “ຄວາມ​ຜິດ​ຂອງ​ລູກ​ຖ້ວມ​ຫົວ​ລູກ​ແລ້ວ. ມັນ​ເປັນ​ຄື​ກັບ​ພາລະ​ໜັກ​ຫຼາຍ​ໂພດ​ຈົນ​ລູກ​ແບກ​ບໍ່​ໄຫວ. ລູກ​ທຸກໃຈ​ຫຼາຍ​ຈົນ​ຊາ​ໄປ​ໝົດ​ໂຕ​ແລ້ວ ລູກ​ເຈັບ​ປວດ​ໃຈ​ຫຼາຍ​ຈົນ​ຮ້ອງ​ຄາງ​ອອກ​ມາ.” (ເພງ​ສັນລະເສີນ 38:4, 8) ດາວິດ​ຮູ້​ວ່າ​ເມື່ອ​ຮູ້ສຶກ​ຜິດ​ຍ້ອນ​ເຮັດ​ຜິດ​ຮ້າຍ​ແຮງ ມັນ​ກໍ​ເປັນ​ຄື​ກັບ​ພາລະ​ໜັກ​ທີ່​ລາວ​ກຳລັງ​ແບກ​ໄວ້ ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ລາວ​ໄດ້​ຮັບ​ກຳລັງ​ໃຈ. ລາວ​ເຂົ້າໃຈ​ວ່າ​ເຖິງ​ວ່າ​ພະ​ເຢໂຫວາ​ຊັງ​ການ​ເຮັດ​ຜິດ​ຮ້າຍ​ແຮງ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຊັງ​ຄົນ​ທີ່​ເຮັດ​ຜິດ​ຖ້າ​ຄົນ​ນັ້ນ​ກັບໃຈ​ແທ້ໆ​ແລະ​ເຊົາ​ເຮັດ​ຜິດ. ຍ້ອນ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເຕັມໃຈ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ທີ່​ກັບໃຈ​ແທ້ໆ ດາວິດ​ຈຶ່ງ​ເວົ້າ​ໄດ້​ວ່າ: “ພະ​ເຢໂຫວາ . . . ພ້ອມ​ທີ່​ຈະ​ໃຫ້​ອະໄພ.”—ເພງ​ສັນລະເສີນ 86:5

2 ເມື່ອ​ເຮັດ​ຜິດ​ຮ້າຍ​ແຮງ ເຮົາ​ກໍ​ອາດ​ຮູ້ສຶກ​ຜິດ​ເຊິ່ງ​ເປັນ​ຄື​ກັບ​ພາລະ​ໜັກ​ທີ່​ເຮົາ​ແບກ​ໄວ້. ທີ່ຈິງ ຄວາມ​ຮູ້ສຶກ​ແບບ​ນີ້​ເປັນ​ສິ່ງ​ທີ່​ດີ​ຍ້ອນ​ມັນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ພະຍາຍາມ​ແກ້ໄຂ​ສິ່ງ​ທີ່​ເຮົາ​ເຮັດ​ຜິດ​ພາດ​ໄປ. ແຕ່​ຖ້າ​ເຮົາ​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ຜິດ​ນັ້ນ​ບໍ່​ເຊົາ ມັນ​ກໍ​ອັນຕະລາຍ ຍ້ອນ​ເຮົາ​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ທາງ​ໃຫ້​ອະໄພ​ເຮົາ​ເຖິງ​ວ່າ​ເຮົາ​ຈະ​ກັບໃຈ​ແລ້ວ​ກໍ​ຕາມ. ຖ້າ​ເຮົາ “ຈົມ​ຢູ່​ກັບ​ຄວາມ​ໂສກເສົ້າ​ຫຼາຍ​ໂພດ” ຊາຕານ​ກໍ​ອາດ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ແລະ​ຮູ້ສຶກ​ເອົາ​ເອງ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ພໍ​ຫຼື​ບໍ່​ດີ​ພໍ​ທີ່​ຈະ​ຮັບໃຊ້​ເພິ່ນ.—2 ໂກຣິນໂທ 2:5-11

3 ພະ​ເຢໂຫວາ​ຄິດ​ແບບ​ນັ້ນ​ແທ້ໆ​ບໍ? ບໍ່! ການ​ໃຫ້​ອະໄພ​ເປັນ​ວິທີ​ໜຶ່ງ​ທີ່​ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຕໍ່​ເຮົາ. ໃນ​ຄຳພີ​ໄບເບິນ​ເພິ່ນ​ຮັບຮອງ​ກັບ​ເຮົາ​ວ່າ​ຖ້າ​ເຮົາ​ກັບໃຈ​ແທ້ໆ ເພິ່ນ​ກໍ​ເຕັມໃຈ​ໃຫ້​ອະໄພ​ເຮົາ. (ສຸພາສິດ 28:13) ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ໃນ​ເລື່ອງ​ນີ້ ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ອະໄພ​ແລະ​ເພິ່ນ​ເຮັດ​ແບບ​ນັ້ນ​ແນວ​ໃດ.

ເຫດຜົນ​ທີ່​ພະ​ເຢໂຫວາ “ພ້ອມ​ຈະ​ໃຫ້​ອະໄພ”

4. ພະ​ເຢໂຫວາ​ບໍ່​ລືມ​ຫຍັງ​ກ່ຽວກັບ​ໂຕ​ພວກ​ເຮົາ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເພິ່ນ​ປະຕິບັດ​ຕໍ່​ພວກ​ເຮົາ​ແນວ​ໃດ?

4 ພະ​ເຢໂຫວາ​ຮູ້​ວ່າ​ພວກ​ເຮົາ​ມີ​ຂີດ​ຈຳກັດ​ຫຼາຍ​ຢ່າງ. ເພງ​ສັນລະເສີນ 103:14 ບອກ​ວ່າ: “ເພິ່ນ​ຮູ້​ວ່າ​ພວກ​ເຮົາ​ຖືກ​ສ້າງ​ມາ​ແບບ​ໃດ ແລະ​ຈື່​ວ່າ​ພວກ​ເຮົາ​ເປັນ​ແຕ່​ຂີ້​ດິນ.” ເພິ່ນ​ບໍ່​ໄດ້​ລືມ​ວ່າ​ພວກ​ເຮົາ​ຖືກ​ສ້າງ​ມາ​ຈາກ​ຂີ້​ດິນ ແລະ​ພວກ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ຈຶ່ງ​ມີ​ທ່າອ່ຽງ​ທີ່​ຈະ​ເຮັດ​ຜິດ. ຄຳເວົ້າ​ທີ່​ວ່າ​ເພິ່ນ​ຮູ້​ວ່າ “ພວກ​ເຮົາ​ຖືກ​ສ້າງ​ມາ​ແບບ​ໃດ” ເຮັດ​ໃຫ້​ພວກ​ເຮົາ​ຄິດ​ເຖິງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ປຽບ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຊ່າງ​ປັ້ນ​ໝໍ້ ແລະ​ພວກ​ເຮົາ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ເປັນ​ດິນ​ດາກ​ທີ່​ເພິ່ນ​ປັ້ນ​ຂຶ້ນ​ມາ. (ເຢເຣມີຢາ 18:2-6) ພະ​ເຢໂຫວາ​ຮູ້​ວ່າ​ບາບ​ເຮັດ​ໃຫ້​ພວກ​ເຮົາ​ອ່ອນແອ ແລະ​ບາງ​ເທື່ອ​ພວກ​ເຮົາ​ອາດຈະ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ ແຕ່​ເພິ່ນ​ກໍ​ຍັງ​ເຮັດ​ດີ​ກັບ​ພວກ​ເຮົາ​ສະເໝີ.

5. ປຶ້ມ​ໂຣມ​ເວົ້າ​ເຖິງ​ອຳນາດ​ຂອງ​ບາບ​ແນວ​ໃດ?

5 ພະ​ເຢໂຫວາ​ເຂົ້າໃຈ​ດີ​ວ່າ​ບາບ​ມີ​ພະລັງ​ຫຼາຍ​ສ່ຳ​ໃດ. ຄຳພີ​ໄບເບິນ​ອະທິບາຍ​ວ່າ​ບາບ​ມີ​ອຳນາດ​ຄວບຄຸມ​ຄົນ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ຕາຍ​ໄດ້. ໃນ​ປຶ້ມ​ໂຣມ​ອັກຄະສາວົກ​ໂປໂລ​ບອກ​ວ່າ​ພວກ​ເຮົາ “ຢູ່​ໃຕ້​ອຳນາດ​ຂອງ​ບາບ” ຄື​ກັບ​ທະຫານ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ບັນຊາການ. (ໂຣມ 3:9) ບາບ​ມີ “ອຳນາດ” ປົກຄອງ​ມະນຸດ​ຄື​ກັບ​ກະສັດ. (ໂຣມ 5:21) ບາບ “ຢູ່​ໃນ” ໂຕ​ເຮົາ. (ໂຣມ 7:17, 20) ເຮົາ​ຢູ່​ໃຕ້ “ກົດ​ຂອງ​ບາບ” ທີ່​ພະຍາຍາມ​ຄວບຄຸມ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. (ໂຣມ 7:23, 25) ເຫັນ​ໄດ້​ແຈ້ງ​ວ່າ​ບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ມີ​ອຳນາດ​ຫຼາຍ​ແທ້ໆ!—ໂຣມ 7:21, 24

6, 7. (ກ) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄົນ​ທີ່​ກັບໃຈ? (ຂ) ເປັນ​ຫຍັງ​ຈຶ່ງ​ບໍ່​ຖືກຕ້ອງ​ທີ່​ເຮົາ​ຈະ​ຄິດ​ເອົາ​ເອງ​ວ່າ​ພະເຈົ້າ​ຈະ​ໃຫ້​ອະໄພ​ທຸກ​ເທື່ອ​ທີ່​ເຮົາ​ເຮັດ​ຜິດ?

6 ແມ່ນ​ແລ້ວ ພະ​ເຢໂຫວາ​ຮູ້​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ພວກ​ເຮົາ​ຈະ​ເຊື່ອຟັງ​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ ເຖິງ​ວ່າ​ພວກ​ເຮົາ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ. ເພິ່ນ​ຮັບຮອງ​ດ້ວຍ​ຄວາມ​ຮັກ​ວ່າ​ຖ້າ​ເຮົາ​ກັບໃຈ​ແທ້ໆ​ແລະ​ຂໍ​ໃຫ້​ເພິ່ນ​ຍົກໂທດ​ໃຫ້​ເຮົາ ເພິ່ນ​ກໍ​ຈະ​ຍົກໂທດ​ໃຫ້​ເຮົາ. ເພງ​ສັນລະເສີນ 51:17 ບອກ​ວ່າ: “ເຄື່ອງ​ບູຊາ​ທີ່​ພະເຈົ້າ​ພໍໃຈ​ແມ່ນ​ຫົວໃຈ​ທີ່​ສຳນຶກ​ຜິດ. ພະອົງ​ຕ້ອນຮັບ​ຄົນ​ຖ່ອມ​ທີ່​ເຈັບ​ປວດ​ໃຈ.” ພະ​ເຢໂຫວາ​ຈະ​ບໍ່​ມີ​ທາງ​ປະຕິເສດ “ຄົນ​ຖ່ອມ​ທີ່​ເຈັບ​ປວດ​ໃຈ” ຍ້ອນ​ລາວ​ຮູ້ສຶກ​ຜິດ.

7 ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ໃຊ້​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ມາ​ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຜິດ. ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ຂ້າມ​ຄວາມ​ຜິດ​ທີ່​ເຮົາ​ເຮັດ ແລະ​ຄວາມ​ເມດຕາ​ຂອງ​ເພິ່ນ​ກໍ​ມີ​ຂີດ​ຈຳກັດ. ເພິ່ນ​ຈະ​ບໍ່​ມີ​ທາງ​ໃຫ້​ອະໄພ​ຄົນ​ທີ່​ຕັ້ງໃຈ​ເຮັດ​ຜິດ​ແລະ​ບໍ່​ກັບໃຈ. (ເຮັບເຣີ 10:26) ແຕ່​ຖ້າ​ເພິ່ນ​ເຫັນ​ຄົນ​ໜຶ່ງ​ກັບໃຈ​ແທ້ໆ ເພິ່ນ​ກໍ​ພ້ອມ​ທີ່​ຈະ​ໃຫ້​ອະໄພ. ຕອນນີ້ ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບທຽບ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.

ພະ​ເຢໂຫວາ​ໃຫ້​ອະໄພ​ຫຼາຍ​ສ່ຳ​ໃດ?

8. ຈາກ​ເພງ​ສັນລະເສີນ 32:5 ພະ​ເຢໂຫວາ​ເຮັດ​ຫຍັງ​ເມື່ອ​ເພິ່ນ​ຍົກໂທດ​ໃຫ້​ເຮົາ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

8 ຫຼັງ​ຈາກ​ດາວິດ​ໄດ້​ກັບໃຈ​ແລ້ວ ລາວ​ບອກ​ວ່າ: “ໃນ​ທີ່​ສຸດ ລູກ​ກໍ​ສາລະພາບ​ຄວາມ​ຜິດ​ຂອງ​ລູກ​ໃຫ້​ພະອົງ​ຟັງ. ລູກ​ບໍ່​ໄດ້​ປົກ​ປິດ​ຄວາມ​ຜິດ​ຂອງ​ລູກ​ເລີຍ . . . ແລະ​ພະອົງ​ກໍ​ຍົກໂທດ​ໃຫ້​ລູກ.” (ເພງ​ສັນລະເສີນ 32:5) ຄຳ​ວ່າ “ຍົກໂທດ” ໃນ​ພາສາ​ເຮັບເຣີ​ໝາຍເຖິງ “ຍົກ​ຂຶ້ນ” ຫຼື “ເອົາ​ໄປ.” ການ​ໃຊ້​ຄຳ​ນີ້​ໃນ​ຂໍ້​ນີ້​ສະແດງ​ເຖິງ​ການ​ເອົາ “ຄວາມ​ຜິດ ຫຼື​ບາບ” ອອກ​ໄປ. ຄວາມ​ຈິງ​ແລ້ວ ດາວິດ​ຮູ້ສຶກ​ຄື​ກັບ​ວ່າ​ພະ​ເຢໂຫວາ​ຍົກ​ບາບ​ອອກ​ໄປ. ເລື່ອງ​ນີ້​ຄື​ຊິ​ເຮັດ​ໃຫ້​ດາວິດ​ຮູ້ສຶກ​ດີ​ຂຶ້ນ​ແທ້ໆ. (ເພງ​ສັນລະເສີນ 32:3) ເຮົາ​ກໍ​ຄື​ກັນ ເຮົາ​ໝັ້ນໃຈ​ໄດ້​ວ່າ​ຖ້າ​ເຮົາ​ຂໍ​ໃຫ້​ພະເຈົ້າ​ຍົກໂທດ​ໃຫ້​ເຮົາ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຢຊູ ພະເຈົ້າ​ກໍ​ຈະ​ຍົກໂທດ​ໃຫ້​ເຮົາ.—ມັດທາຍ 20:28

9. ພະ​ເຢໂຫວາ​ໃຫ້​ອະໄພ​ຄວາມ​ຜິດ​ຂອງ​ເຮົາ​ຫຼາຍ​ສ່ຳ​ໃດ?

9 ດາວິດ​ໃຊ້​ອີກ​ຕົວຢ່າງ​ໜຶ່ງ​ທີ່​ໃຫ້​ເຫັນ​ພາບ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ຫຼາຍ​ສ່ຳ​ໃດ ລາວ​ເວົ້າ​ວ່າ: “ທິດ​ຕາເວັນ​ອອກ​ໄກ​ຈາກ​ທິດ​ຕາເວັນ​ຕົກ​ຫຼາຍ​ສ່ຳ​ໃດ ເພິ່ນ​ກໍ​ເອົາ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ໄປ​ໄກ​ຫຼາຍ​ສ່ຳ​ນັ້ນ.” (ເພງ​ສັນລະເສີນ 103:12) ແລ້ວ​ທິດ​ຕາເວັນ​ອອກ​ໄກ​ຈາກ​ທິດ​ຕາເວັນ​ຕົກ​ຫຼາຍ​ສ່ຳ​ໃດ? ສອງ​ທິດ​ນີ້​ຢູ່​ໄກ​ກັນ​ຫຼາຍ​ຈົນ​ເຮົາ​ນຶກພາບ​ບໍ່​ອອກ​ແລະ​ບໍ່​ມີ​ທາງ​ທີ່​ຈະ​ມາ​ເຈິ​ກັນ​ໄດ້. ນັກ​ວິຊາການ​ຄົນ​ໜຶ່ງ​ໃຫ້​ຂໍ້​ສັງເກດ​ວ່າ​ຂໍ້​ຄວາມ​ນີ້​ໝາຍເຖິງ “ໄລຍະ​ທາງ​ທີ່​ໄກ​ກັນ​ຫຼາຍ​ຈົນ​ເຮົາ​ນຶກພາບ​ບໍ່​ໄດ້.” ພະ​ເຢໂຫວາ​ດົນໃຈ​ໃຫ້​ດາວິດ​ຂຽນ​ແບບ​ນີ້​ເພື່ອ​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ວ່າ ເມື່ອ​ເພິ່ນ​ໃຫ້​ອະໄພ ເພິ່ນ​ກໍ​ເອົາ​ຄວາມ​ຜິດ​ຂອງ​ເຮົາ​ໄປ​ບັກ​ໄກໆ​ເລີຍ.

‘ຄວາມ​ຜິດ​ຂອງ​ພວກ​ເຈົ້າ . . . ຈະ​ຖືກ​ເຮັດ​ໃຫ້​ມັນ​ຂາວ​ຄື​ກັບ​ຫິມະ’

10. ເມື່ອ​ພະ​ເຢໂຫວາ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຮົາ​ແລ້ວ ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຮູ້ສຶກ​ຜິດ​ໄປ​ຕະຫຼອດ​ຊີວິດ?

10 ເຈົ້າ​ເຄີຍ​ພະຍາຍາມ​ຊັກ​ຜ້າ​ສີ​ຂາວ​ທີ່​ມີ​ຮອຍ​ເປື້ອນ​ອອກ​ບໍ? ເຖິງ​ວ່າ​ເຈົ້າ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ເພື່ອ​ໃຫ້​ຮອຍ​ເປື້ອນ​ອອກ ແຕ່​ມັນ​ກໍ​ບໍ່​ອອກ. ຂໍ​ໃຫ້​ສັງເກດ​ເບິ່ງ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແນວ​ໃດ ເພິ່ນ​ບອກ​ວ່າ: “ເຖິງ​ວ່າ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ເປັນ​ສີ​ແດງ​ຄື​ກັບ​ເລືອດ. ເຮົາ​ກໍ​ຈະ​ເຮັດ​ໃຫ້​ມັນ​ຂາວ​ຄື​ກັບ​ຫິມະ. ເຖິງ​ວ່າ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ເປັນ​ຄື​ກັບ​ຜ້າ​ສີ​ແດງ​ສົດ ເຮົາ​ກໍ​ຈະ​ເຮັດ​ໃຫ້​ມັນ​ຂາວ​ຄື​ກັບ​ຂົນ​ແກະ.” (ເອຊາຢາ 1:18) ຄຳ​ວ່າ “ສີ​ແດງ​ສົດ” ໝາຍເຖິງ​ສີ​ແດງ​ແຈດ​ເຊິ່ງ​ເປັນ​ສີ​ທີ່​ໃຊ້​ຍ້ອມ​ຜ້າ. a (ນາຮູມ 2:3) ເຮົາ​ບໍ່​ມີ​ທາງ​ລຶບ​ຮອຍ​ເປື້ອນ​ຂອງ​ຄວາມ​ຜິດ​ໄດ້​ດ້ວຍ​ໂຕເອງ. ແຕ່​ພະ​ເຢໂຫວາ​ສາມາດ​ເອົາ​ຄວາມ​ຜິດ​ທີ່​ເປັນ​ຄື​ກັບ​ສີ​ແດງ​ສົດ​ແລະ​ສີ​ແດງ​ເຂັ້ມ​ທີ່​ຄື​ກັບ​ເລືອດ​ອອກ​ໄປ​ໄດ້ ແລະ​ເພິ່ນ​ຍັງ​ເຮັດ​ໃຫ້​ຄວາມ​ຜິດ​ນັ້ນ​ຂາວ​ຄື​ກັບ​ຫິມະ​ຫຼື​ຂົນ​ແກະ​ໄດ້. ເມື່ອ​ພະ​ເຢໂຫວາ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຮົາ​ແລ້ວ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ຮູ້ສຶກ​ຜິດ​ໄປ​ຕະຫຼອດ​ຊີວິດ.

11. ພະ​ເຢໂຫວາ​ໂຍນ​ຄວາມ​ຜິດ​ຂອງ​ເຮົາ​ໄປ​ທາງ​ຫຼັງ​ຂອງ​ເພິ່ນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

11 ຫຼັງ​ຈາກ​ທີ່​ເຮເຊກີຢາ​ເຊົາ​ປ່ວຍ​ຈາກ​ພະຍາດ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ ລາວ​ກໍ​ແຕ່ງ​ເພງ​ຂອບໃຈ​ພະ​ເຢໂຫວາ. ລາວ​ບອກ​ເພິ່ນ​ວ່າ: “ພະອົງ​ໂຍນ​ຄວາມ​ຜິດ​ທັງໝົດ​ຂອງ​ລູກ​ໄປ​ທາງ​ຫຼັງ​ພະອົງ.” (ເອຊາຢາ 38:17) ໃນ​ຂໍ້​ນີ້​ເຮເຊກີຢາ​ເວົ້າ​ຄື​ກັບ​ວ່າ​ພະ​ເຢໂຫວາ​ເອົາ​ຄວາມ​ຜິດ​ຂອງ​ລາວ​ຖິ້ມ​ໄປ​ທາງ​ຫຼັງ​ຂອງ​ເພິ່ນ. ເພິ່ນ​ຈຶ່ງ​ເບິ່ງ​ບໍ່​ເຫັນ​ແລະ​ບໍ່​ຄິດ​ເຖິງ​ຄວາມ​ຜິດ​ນັ້ນ​ອີກ​ຕໍ່​ໄປ. ວັດຈະນານຸກົມ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ​ຂໍ້​ນີ້​ອາດ​ແປ​ໄດ້​ວ່າ “ພະອົງ​ໄດ້​ເຮັດ​ຄື​ກັບ​ວ່າ [ຄວາມ​ຜິດ​ຂອງ​ລູກ] ບໍ່​ໄດ້​ເກີດຂຶ້ນ.” ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ​ແມ່ນ​ບໍ?

12. ຜູ້​ພະຍາກອນ​ມີກາ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ແນວ​ໃດ​ວ່າ​ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ແລ້ວ ເພິ່ນ​ກໍ​ໂຍນ​ຄວາມ​ຜິດ​ຂອງ​ເຮົາ​ຖິ້ມ​ໄປ​ເລີຍ?

12 ໃນ​ຄຳ​ສັນຍາ​ເລື່ອງ​ການ​ຟື້ນຟູ ຜູ້​ພະຍາກອນ​ມີກາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ປະຊາຊົນ​ຂອງ​ເພິ່ນ​ທີ່​ກັບໃຈ. ລາວ​ຂຽນ​ວ່າ: “ບໍ່​ມີ​ພະເຈົ້າ​ອົງ​ໃດ​ທຽບ​ກັບ​ພະອົງ​ໄດ້ . . . ບໍ່​ຈື່​ຄວາມ​ຜິດ​ຂອງ​ປະຊາຊົນ​ຂອງ​ພະອົງ​ທີ່​ຍັງ​ເຫຼືອ​ຢູ່ . . . ພະອົງ​ຈະ​ໂຍນ​ຄວາມ​ຜິດ​ທັງໝົດ​ຂອງ​ພວກ​ເຮົາ​ຖິ້ມ​ລົງ​ທະເລ​ທີ່​ເລິກໆ.” (ມີກາ 7:18, 19) ລອງ​ຄິດ​ເບິ່ງ​ແມ້ ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ເຂົ້າໃຈ​ຂໍ້​ນີ້​ໄດ້​ແນວ​ໃດ. ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເອົາ​ສິ່ງ​ທີ່​ຖິ້ມ “ລົງ​ທະເລ​ທີ່​ເລິກໆ” ກັບຄືນມາ​ອີກ? ເປັນ​ໄປ​ບໍ່​ໄດ້​ດອກ. ດັ່ງນັ້ນ ຄຳເວົ້າ​ຂອງ​ມີກາ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ ເພິ່ນ​ກໍ​ໂຍນ​ຄວາມ​ຜິດ​ຂອງ​ເຮົາ​ຖິ້ມ​ໄປ​ເລີຍ.

13. ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ “ຂໍ​ພະອົງ​ຍົກໂທດ​ໃຫ້​ພວກ​ເຮົາ” ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

13 ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ເລື່ອງ​ເຈົ້າ​ໜີ້​ກັບ​ລູກ​ໜີ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແນວ​ໃດ. ເພິ່ນ​ສອນ​ເຮົາ​ໃຫ້​ອະທິດຖານ​ວ່າ: “ຂໍ​ພະອົງ​ຍົກໂທດ​ໃຫ້​ພວກ​ເຮົາ.” (ມັດທາຍ 6:12) ໃນ​ຂໍ້​ນີ້​ພະ​ເຢຊູ​ປຽບທຽບ​ຄວາມ​ຜິດ​ເປັນ​ຄື​ກັບ​ໜີ້. (ລູກາ 11:4) ເມື່ອ​ເຮົາ​ເຮັດ​ຜິດ ເຮົາ​ກໍ​ເປັນ “ລູກ​ໜີ້” ຂອງ​ພະ​ເຢໂຫວາ. ວັດຈະນານຸກົມ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ​ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ຍົກໂທດ” ໝາຍເຖິງ “ປ່ອຍ​ໄປ ຍົກ​ໜີ້​ໃຫ້​ໂດຍ​ບໍ່​ທວງ​ຄືນ.” ດັ່ງນັ້ນ ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ ເພິ່ນ​ກໍ​ຍົກ​ໜີ້​ໃຫ້​ເຮົາ. ພະ​ເຢໂຫວາ​ຈະ​ບໍ່​ທວງ​ໜີ້​ທີ່​ເພິ່ນ​ຍົກ​ໃຫ້​ເຮົາ​ແລ້ວ. ນີ້​ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ແທ້ໆ​ສຳລັບ​ຄົນ​ທີ່​ກັບໃຈ.—ເພງ​ສັນລະເສີນ 32:1, 2

14. ຄຳເວົ້າ​ທີ່​ວ່າ “ເພື່ອ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ລົບລ້າງ” ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແນວ​ໃດ?

14 ກິດຈະການ 3:19 ກໍ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ກ່ຽວກັບ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຂໍ້​ນີ້​ເວົ້າ​ວ່າ: “ໃຫ້​ກັບໃຈ​ແລະ​ປ່ຽນແປງ​ຊີວິດ​ໃໝ່ ເພື່ອ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ລົບລ້າງ.” ໃນ​ພາສາ​ດັ້ງເດີມ​ຄຳ​ວ່າ “ລົບລ້າງ” ອາດ​ໝາຍເຖິງ “ເຊັດ​ອອກ ຍົກ​ເລີກ ຫຼື​ທຳລາຍ.” ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ບາງ​ຄົນ​ບອກ​ວ່າ​ຄຳ​ນີ້​ເຮັດ​ໃຫ້​ຄິດ​ເຖິງ​ການ​ລຶບ​ສິ່ງ​ທີ່​ຂຽນ​ດ້ວຍ​ມື. ນ້ຳມຶກ​ທີ່​ໃຊ້​ທົ່ວໄປ​ໃນ​ສະໄໝ​ນັ້ນ​ເຮັດ​ຈາກ​ສ່ວນ​ປະສົມ​ທີ່​ມີ​ຝຸ່ນ​ຖ່ານ​ດັງ​ໄຟ ຢາງ​ໄມ້ ແລະ​ນ້ຳ. ຫຼັງ​ຈາກ​ຂຽນ​ດ້ວຍ​ນ້ຳມຶກ​ຊະນິດ​ນີ້​ແລະ​ປະ​ໄວ້​ບໍ່​ດົນ ຜູ້​ຂຽນ​ສາມາດ​ໃຊ້​ຟອງ​ນ້ຳ​ທີ່​ປຽກ​ເຊັດ​ສິ່ງ​ທີ່​ຂຽນ​ນັ້ນ​ອອກ​ໄດ້. ນີ້​ເປັນ​ການ​ປຽບທຽບ​ທີ່​ເຮັດ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ​ແທ້ໆ. ຖ້າ​ເພິ່ນ​ໃຫ້​ອະໄພ​ຄວາມ​ຜິດ​ຂອງ​ເຮົາ​ແລ້ວ ກໍ​ຄື​ກັບ​ວ່າ​ເພິ່ນ​ເອົາ​ຟອງ​ນ້ຳ​ມາ​ເຊັດ​ຄວາມ​ຜິດ​ຂອງ​ເຮົາ​ອອກ​ໄປ.

15. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໝັ້ນໃຈ​ຫຍັງ​ກ່ຽວກັບ​ເພິ່ນ?

15 ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວກັບ​ຕົວຢ່າງ​ປຽບທຽບ​ຕ່າງໆ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຮົາ​ແທ້ໆ. ຖ້າ​ເພິ່ນ​ເຫັນ​ວ່າ​ເຮົາ​ກັບໃຈ​ອີ່ຫຼີ ເຮົາ​ກໍ​ບໍ່​ຕ້ອງ​ຢ້ານ​ວ່າ​ເພິ່ນ​ຈະ​ລົງໂທດ​ເຮົາ​ຍ້ອນ​ຄວາມ​ຜິດ​ທີ່​ເຮົາ​ເຄີຍ​ເຮັດ. ຍັງ​ມີ​ແງ່​ມຸມ​ອື່ນ​ອີກ​ທີ່​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ​ຫຼາຍ​ແທ້ໆ. ຖ້າ​ເພິ່ນ​ໃຫ້​ອະໄພ​ເຮົາ​ແລ້ວ ເພິ່ນ​ກໍ​ຈະ​ລືມ​ຄວາມ​ຜິດ​ຂອງ​ເຮົາ​ໄປ​ເລີຍ.

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ “ພ້ອມ​ຈະ​ໃຫ້​ອະໄພ”

‘ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ອີກ​ຕໍ່​ໄປ’

16, 17. ເມື່ອ​ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຮົາ ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຂໍ​ໃຫ້​ອະທິບາຍ.

16 ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ຄົນ​ທີ່​ຢູ່​ພາຍ​ໃຕ້​ສັນຍາ​ໃໝ່​ວ່າ: “ເຮົາ​ຈະ​ຍົກໂທດ​ໃຫ້​ເຂົາເຈົ້າ​ແລະ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ອີກ​ຕໍ່​ໄປ.” (ເຢເຣມີຢາ 31:34) ນີ້​ໝາຍ​ຄວາມ​ວ່າ​ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ແລ້ວ ເພິ່ນ​ຈະ​ຈື່​ຄວາມ​ຜິດ​ທີ່​ເຮົາ​ເຄີຍ​ເຮັດ​ບໍ່​ໄດ້​ເລີຍ​ບໍ? ບໍ່​ແມ່ນ​ແນວ​ນັ້ນ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຜິດ​ຂອງ​ຫຼາຍ​ຄົນ​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ອະໄພ​ໄປ​ແລ້ວ ລວມ​ທັງ​ດາວິດ​ນຳ. (2 ຊາມູເອນ 11:1-17; 12:13) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຍັງ​ຈື່​ໄດ້​ວ່າ​ຫຼາຍ​ຄົນ​ເຄີຍ​ເຮັດ​ຜິດ​ຫຍັງ​ແດ່. ໃນ​ຄຳພີ​ໄບເບິນ​ເຮົາ​ໄດ້​ອ່ານ​ວ່າ​ເຂົາເຈົ້າ​ເຮັດ​ຜິດ​ຫຍັງ​ແດ່ ເຂົາເຈົ້າ​ກັບໃຈ​ແນວ​ໃດ ແລະ​ພະເຈົ້າ​ໃຫ້​ອະໄພ​ເຂົາເຈົ້າ​ແນວ​ໃດ. ພະ​ເຢໂຫວາ​ໃຫ້​ຂຽນ​ເລື່ອງ​ທັງໝົດ​ນີ້​ໄວ້​ເພື່ອ​ປະໂຫຍດ​ຂອງ​ເຮົາ. (ໂຣມ 15:4) ຄັນຊັ້ນ ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ບອກ​ວ່າ​ພະ​ເຢໂຫວາ “ບໍ່​ຈື່” ຄວາມ​ຜິດ​ຂອງ​ຄົນ​ທີ່​ເພິ່ນ​ໃຫ້​ອະໄພ​ແລ້ວ?

17 ວັດຈະນານຸກົມ​ທີ່​ອະທິບາຍ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ ໃນ​ພາສາ​ເຮັບເຣີ​ຄຳ​ວ່າ “ຈື່” ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ຄຳ​ວ່າ “ບໍ່​ລືມ” ສິ່ງ​ທີ່​ເກີດຂຶ້ນ​ເທົ່າ​ນັ້ນ ແຕ່​ຍັງ​ໝາຍເຖິງ​ການ​ເຮັດ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນັ້ນ​ນຳ. ດັ່ງນັ້ນ ໃນ​ຄວາມ​ໝາຍ​ນີ້ ຄຳ​ວ່າ “ຈື່” ຄວາມ​ຜິດ​ຈຶ່ງ​ລວມ​ເຖິງ​ການ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ນຳ. (ໂຮເຊອາ 9:9) ແຕ່​ເມື່ອ​ພະເຈົ້າ​ບອກ​ວ່າ: “ເຮົາ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ອີກ​ຕໍ່​ໄປ” ເພິ່ນ​ກໍ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ ເມື່ອ​ເພິ່ນ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ທີ່​ກັບໃຈ​ແລ້ວ ເພິ່ນ​ຈະ​ບໍ່​ເອົາ​ຄວາມ​ຜິດ​ນັ້ນ​ມາ​ລົງໂທດ​ລາວ​ອີກ. (ເອເຊກຽນ 18:21, 22) ເຫັນ​ໄດ້​ແຈ້ງ​ວ່າ​ເມື່ອ​ພະ​ເຢໂຫວາ​ລືມ​ຄວາມ​ຜິດ​ຂອງ​ເຮົາ​ແລ້ວ ເພິ່ນ​ກໍ​ຈະ​ບໍ່​ຄິດ​ເຖິງ​ຄວາມ​ຜິດ​ນັ້ນ​ແລະ​ຈະ​ບໍ່​ເອົາ​ເລື່ອງ​ນັ້ນ​ມາ​ລົງໂທດ​ເຮົາ​ຊ້ຳ​ແລ້ວ​ຊ້ຳ​ອີກ. ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ​ທີ່​ຮູ້​ວ່າ​ຖ້າ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ແລ້ວ ເພິ່ນ​ກໍ​ຈະ​ລືມ​ເລື່ອງ​ນັ້ນ​ໄປ​ເລີຍ.

ພະ​ເຢໂຫວາ​ປົກປ້ອງ​ເຮົາ​ບໍ່​ໃຫ້​ໄດ້​ຮັບ​ຜົນ​ເສຍຫາຍ​ຈາກ​ການ​ເຮັດ​ຜິດ​ຂອງ​ເຮົາ​ບໍ?

18. ການ​ໃຫ້​ອະໄພ​ໝາຍ​ຄວາມ​ວ່າ​ຄົນ​ທີ່​ເຮັດ​ຜິດ​ທີ່​ກັບໃຈ​ຈະ​ບໍ່​ຕ້ອງ​ຮັບ​ຜົນ​ເສຍຫາຍ​ຈາກ​ການ​ເຮັດ​ຜິດ​ຂອງ​ລາວ​ບໍ?

18 ການ​ທີ່​ພະ​ເຢໂຫວາ​ພ້ອມ​ຈະ​ໃຫ້​ອະໄພ ໝາຍ​ຄວາມ​ວ່າ​ຄົນ​ທີ່​ເຮັດ​ຜິດ​ທີ່​ກັບໃຈ​ຈະ​ບໍ່​ຕ້ອງ​ຮັບ​ຜົນ​ເສຍຫາຍ​ຈາກ​ການ​ເຮັດ​ຜິດ​ຂອງ​ລາວ​ບໍ? ບໍ່​ແມ່ນ​ແນວ​ນັ້ນ. ຖ້າ​ເຮົາ​ເຮັດ​ຜິດ ເຮົາ​ກໍ​ຈະ​ໄດ້​ຮັບ​ຜົນ​ເສຍຫາຍ​ແນ່ນອນ. ໂປໂລ​ບອກ​ວ່າ: “ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ກໍ​ຕ້ອງ​ເກັບ​ກ່ຽວ​ສິ່ງ​ນັ້ນ.” (ຄາລາເຕຍ 6:7) ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ແລ້ວ ເຮົາ​ອາດ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ທີ່​ເກີດ​ຈາກ​ສິ່ງ​ທີ່​ເຮົາ​ເຮັດ. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພິ່ນ​ເຮັດ​ໃຫ້​ເຮົາ​ເຈິ​ກັບ​ບັນຫາ. ເມື່ອ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຈິ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ ລາວ​ບໍ່​ຄວນ​ຄິດ​ວ່າ ‘ພະ​ເຢໂຫວາ​ອາດຈະ​ລົງໂທດ​ຂ້ອຍ​ຍ້ອນ​ຄວາມ​ຜິດ​ທີ່​ຂ້ອຍ​ເຄີຍ​ເຮັດ.’ (ຢາໂກໂບ 1:13) ເຮົາ​ຕ້ອງ​ບໍ່​ລືມ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໄດ້​ປົກປ້ອງ​ເຮົາ​ໄວ້​ຈາກ​ຜົນ​ເສຍຫາຍ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ການ​ເຮັດ​ຜິດ​ຂອງ​ເຮົາ. ເຮົາ​ອາດ​ຕ້ອງ​ເຈິ​ກັບ​ຜົນ​ເສຍຫາຍ ເຊັ່ນ: ການ​ຢ່າຮ້າງ ການ​ມີ​ລູກ​ໂດຍ​ບໍ່​ໄດ້​ຕັ້ງໃຈ ການ​ຕິດ​ພະຍາດ​ຕິດຕໍ່​ທາງ​ເພດ​ສຳພັນ ການ​ສູນ​ເສຍ​ຄວາມ​ໄວ້ໃຈ ຫຼື​ຄວາມ​ນັບຖື. ສິ່ງ​ທັງໝົດ​ນີ້​ແມ່ນ​ຜົນ​ທີ່​ເກີດ​ຈາກ​ການ​ເຮັດ​ຜິດ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ຍົກໂທດ​ໃຫ້​ດາວິດ​ໃນ​ຄວາມ​ຜິດ​ທີ່​ລາວ​ເຮັດ​ກັບ​ບັດເຊບາ​ແລະ​ຂ້າ​ອູຣີຢາ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ປົກປ້ອງ​ດາວິດ​ຈາກ​ຜົນ​ເສຍຫາຍ​ຮ້າຍ​ແຮງ​ທີ່​ຕາມ​ມາ.—2 ຊາມູເອນ 12:9-12

19-21. (ກ) ກົດໝາຍ​ທີ່​ຂຽນ​ໄວ້​ໃນ​ລະບຽບ​ພວກ​ເລວີ 6:1-7 ເປັນ​ປະໂຫຍດ​ແນວ​ໃດ​ທັງ​ຕໍ່​ຜູ້​ເສຍຫາຍ​ແລະ​ຄົນ​ທີ່​ເຮັດ​ຜິດ? (ຂ) ຖ້າ​ມີ​ຄົນ​ໄດ້​ຮັບ​ຄວາມ​ເສຍຫາຍ​ຈາກ​ການ​ເຮັດ​ຜິດ​ຂອງ​ເຮົາ ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຈະ​ພໍໃຈ?

19 ຄວາມ​ຜິດ​ຂອງ​ເຮົາ​ອາດ​ສົ່ງ​ຜົນ​ເສຍຫາຍ​ຕໍ່​ຄົນ​ອື່ນ​ນຳ​ອີກ. ຕົວຢ່າງ​ເຊັ່ນ ໃນ​ປຶ້ມ​ລະບຽບ​ພວກ​ເລວີ​ບົດ​ທີ 6 ກົດໝາຍ​ຂອງ​ໂມເຊ​ໃນ​ບົດ​ນີ້​ເວົ້າ​ເຖິງ​ຄົນ​ຜູ້​ໜຶ່ງ​ທີ່​ລັກ ຂູດຮີດ ຫຼື​ສໍ້​ໂກງ​ຊັບສິນ​ຂອງ​ຄົນ​ອິດສະຣາເອນ​ນຳ​ກັນ. ແຕ່​ຄົນ​ທີ່​ເຮັດ​ຜິດ​ພັດ​ຢືນຢັນ​ແລະ​ສາບານ​ວ່າ​ໂຕເອງ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ເນື່ອງ​ຈາກ​ວ່າ​ບໍ່​ມີ​ຜູ້​ໃດ​ຮູ້​ເຫັນ​ເປັນ​ພະຍານ​ການ​ເຮັດ​ຜິດ​ຂອງ​ລາວ ລາວ​ເລີຍ​ບໍ່​ໄດ້​ຖືກ​ລົງໂທດ. ແຕ່​ຕໍ່​ມາ​ຄົນ​ທີ່​ເຮັດ​ຜິດ​ເລີ່ມ​ຮູ້ສຶກ​ບໍ່​ສະບາຍ​ໃຈ ລາວ​ຈຶ່ງ​ສາລະພາບ​ວ່າ​ລາວ​ໄດ້​ເຮັດ​ຜິດ​ແທ້. ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ຈາກ​ພະເຈົ້າ ລາວ​ຕ້ອງ​ເຮັດ 3 ຢ່າງ​ຄື: ເອົາ​ເຄື່ອງ​ທີ່​ໄດ້​ລັກ​ໄປ​ນັ້ນ​ມາ​ສົ່ງ​ຄືນ ຈ່າຍ​ຄ່າ​ປັບ​ໃໝ​ໃຫ້​ຜູ້​ເສຍຫາຍ 20 ເປີເຊັນ​ຂອງ​ລາຄາ​ເຄື່ອງ​ທີ່​ໄດ້​ລັກ​ເອົາ​ໄປ​ນັ້ນ ແລະ​ເອົາ​ແກະ​ຜູ້​ໂຕ​ໜຶ່ງ​ມາ​ໃຫ້​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ. ໃນ​ກົດໝາຍ​ນັ້ນ​ບອກ​ວ່າ: “ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ” ແລ້ວ “ລາວ​ຈະ​ໄດ້​ຮັບ​ການ​ຍົກໂທດ.”—ລະບຽບ​ພວກ​ເລວີ 6:1-7

20 ກົດໝາຍ​ນີ້​ສະແດງ​ໃຫ້​ເຫັນ​ຄວາມ​ເມດຕາ​ຂອງ​ພະເຈົ້າ​ແລະ​ເປັນ​ປະໂຫຍດ​ຕໍ່​ຜູ້​ເສຍຫາຍ​ແລະ​ຄົນ​ເຮັດ​ຜິດ​ນຳ. ຜູ້​ເສຍຫາຍ​ຈະ​ໄດ້​ຊັບສິນ​ຂອງ​ໂຕເອງ​ຄືນ ສ່ວນ​ຜູ້​ທີ່​ເຮັດ​ຜິດ​ກໍ​ຮູ້ສຶກ​ໂລ່ງໃຈ​ຫຼາຍ​ເມື່ອ​ໄດ້​ຍອມຮັບ​ຄວາມ​ຜິດ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຖ້າ​ລາວ​ບໍ່​ເຮັດ​ແນວ​ນັ້ນ ພະເຈົ້າ​ກໍ​ຈະ​ບໍ່​ຍົກໂທດ​ໃຫ້​ລາວ.

21 ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ ແຕ່​ກົດໝາຍ​ນີ້​ກໍ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຮູ້​ວ່າ​ເພິ່ນ​ພ້ອມ​ຈະ​ໃຫ້​ອະໄພ​ຄົນ​ແບບ​ໃດ. (ໂກໂລຊາຍ 2:13, 14) ຖ້າ​ມີ​ຄົນ​ໄດ້​ຮັບ​ຄວາມ​ເສຍຫາຍ​ຈາກ​ການ​ເຮັດ​ຜິດ​ຂອງ​ເຮົາ ແລະ​ເຮົາ​ກໍ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ແກ້ໄຂ​ຄວາມ​ຜິດ​ນັ້ນ ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ​ຫຼາຍ. (ມັດທາຍ 5:23, 24) ເລື່ອງ​ນີ້​ອາດ​ລວມ​ເຖິງ​ການ​ຍອມຮັບ​ວ່າ​ເຮົາ​ເປັນ​ຄົນ​ເຮັດ​ຜິດ ແລະ​ຂໍ​ໃຫ້​ຜູ້​ເສຍຫາຍ​ຍົກໂທດ​ໃຫ້​ເຮົາ. ຈາກນັ້ນ ເຮົາ​ກໍ​ສາມາດ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຢຊູ. ຖ້າ​ເຮົາ​ເຮັດ​ແນວ​ນີ້ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ​ແນ່ນອນ.—ເຮັບເຣີ 10:21, 22

22. ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ ເພິ່ນ​ຈະ​ເຮັດ​ຫຍັງ​ພ້ອມ?

22 ຄື​ກັບ​ພໍ່​ທີ່​ຮັກ​ລູກ ເມື່ອ​ພະ​ເຢໂຫວາ​ໃຫ້​ອະໄພ ເພິ່ນ​ຕ້ອງ​ໄດ້​ສັ່ງ​ສອນ​ພ້ອມ. (ສຸພາສິດ 3:11, 12) ຖ້າ​ຄລິດສະຕຽນ​ທີ່​ເຮັດ​ຜິດ​ແລ້ວ​ກັບໃຈ ລາວ​ກໍ​ອາດຈະ​ບໍ່​ໄດ້​ເຮັດ​ໜ້າທີ່​ຕ່າງໆ​ໃນ​ວຽກ​ຮັບໃຊ້ ເຊັ່ນ: ບໍ່​ໄດ້​ເປັນ​ຜູ້​ເບິ່ງແຍງ ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຫຼື​ຜູ້​ຮັບໃຊ້​ເຕັມ​ເວລາ​ອີກ​ຕໍ່​ໄປ. ເມື່ອ​ເປັນ​ແນວ​ນີ້ ລາວ​ອາດ​ເສຍໃຈ​ທີ່​ຕ້ອງ​ສູນ​ເສຍ​ສິດທິ​ພິເສດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ການ​ສັ່ງ​ສອນ​ແບບ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ອະໄພ​ລາວ. ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ທີ່​ພະ​ເຢໂຫວາ​ສັ່ງ​ສອນ​ເຮົາ​ກໍ​ຍ້ອນ​ເພິ່ນ​ຮັກ​ເຮົາ. ຖ້າ​ເຮົາ​ຍອມຮັບ​ເອົາ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ.—ເຮັບເຣີ 12:5-11

23. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ເອົາ​ເອງ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ທາງ​ໃຫ້​ອະໄພ​ເຮົາ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ແບບ​ເພິ່ນ​ໃນ​ການ​ໃຫ້​ອະໄພ​ຄົນ​ອື່ນ?

23 ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ພະເຈົ້າ​ຂອງ​ເຮົາ “ພ້ອມ​ຈະ​ໃຫ້​ອະໄພ” ເຖິງ​ວ່າ​ເຮົາ​ອາດ​ຈະ​ເຮັດ​ຜິດ​ພາດ​ຫຼາຍ​ເທື່ອ. ແຕ່​ເຮົາ​ບໍ່​ຄວນ​ຄິດ​ເອົາ​ເອງ​ວ່າ​ພະ​ເຢໂຫວາ​ຄື​ຊິ​ບໍ່​ມີ​ທາງ​ໃຫ້​ອະໄພ​ເຮົາ​ດອກ. ຖ້າ​ເຮົາ​ກັບໃຈ​ແທ້ໆ ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຢຊູ ເຮົາ​ກໍ​ສາມາດ​ໝັ້ນໃຈ​ໄດ້​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ. (1 ໂຢຮັນ 1:9) ຂໍ​ໃຫ້​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ໃຫ້​ອະໄພ​ຄົນ​ອື່ນ. ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ເຮັດ​ຜິດ​ພາດ. ເພິ່ນ​ຮັກ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ​ສະເໝີ. ເລື່ອງ​ນີ້​ຄວນ​ກະຕຸ້ນ​ເຮົາ​ໃຫ້​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ທີ່​ຈະ​ໃຫ້​ອະໄພ​ຄົນ​ອື່ນ.

a ນັກ​ວິຊາການ​ຄົນ​ໜຶ່ງ​ບອກ​ວ່າ​ສີ​ແດງ​ສົດ “ເປັນ​ສີ​ທີ່​ບໍ່​ຕົກ​ສີ ຫຼື​ເປັນ​ສີ​ທີ່​ຕິດ​ແໜ້ນ. ເປັນ​ສີ​ທີ່​ຊັກ​ບໍ່​ອອກ ບໍ່​ວ່າ​ຈະ​ຕາກ​ແດດ​ຕາກ​ຝົນ ສີ​ກໍ​ບໍ່​ຈືດ​ບໍ່​ຈາງ.”