ບົດທີ 31
“ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ”
1-3. (ກ) ເຮົາໄດ້ຮຽນຫຍັງຈາກຄວາມຜູກພັນທີ່ພໍ່ແມ່ມີຕໍ່ລູກ? (ຂ) ເຮົາຮູ້ສຶກແນວໃດຖ້າມີຄົນສະແດງຄວາມຮັກຕໍ່ເຮົາ ແລະມີຄຳຖາມສຳຄັນຫຍັງທີ່ເຮົາຄວນຖາມໂຕເອງ?
ພໍ່ແມ່ຮູ້ສຶກດີໃຈເມື່ອເຫັນລູກທີ່ຫາກໍເກີດໃໝ່ຍິ້ມ. ພໍ່ແມ່ມັກຈະເດ່ໜ້າເຂົ້າໄປໃກ້ໆໜ້າຂອງລູກນ້ອຍ ເວົ້າເອາະເນາະແອະແນະກັບລູກ ແລະຍິ້ມໃຫ້ລູກ. ແລ້ວພໍ່ແມ່ກໍຈະຖ້າເບິ່ງວ່າລູກຈະເຮັດແນວໃດ ແລະບໍ່ດົນລູກນ້ອຍກໍຍິ້ມອອກມາ. ຮອຍຍິ້ມນັ້ນບອກໃຫ້ຮູ້ວ່າລູກນ້ອຍສະແດງຄວາມຮັກຕໍ່ພໍ່ແມ່ຄືນ.
2 ຖ້າມີຄົນສະແດງຄວາມຮັກກັບເຮົາກໍເປັນເລື່ອງປົກກະຕິທີ່ເຮົາຈະສະແດງຄວາມຮັກຕໍ່ເຂົາເຈົ້າ ຍ້ອນເຮົາຖືກສ້າງມາແນວນັ້ນ. (ເພງສັນລະເສີນ 22:9) ເມື່ອເຮົາໃຫຍ່ຂຶ້ນ ເຮົາກໍສະແດງຄວາມຮັກກັບຄົນທີ່ເຮົາຮັກໄດ້ຫຼາຍຂຶ້ນ. ເຈົ້າອາດຈື່ໄດ້ວ່າຕອນທີ່ເຈົ້າຍັງນ້ອຍ ພໍ່ແມ່ ຍາດຕິພີ່ນ້ອງຫຼືໝູ່ເພື່ອນສະແດງຄວາມຮັກກັບເຈົ້າແນວໃດ ການເຮັດແນວນັ້ນເຮັດໃຫ້ເຈົ້າມີຄວາມຮູ້ສຶກດີໆຕໍ່ເຂົາເຈົ້າ. ເມື່ອເຈົ້າຄ່ອຍໆຮັກເຂົາເຈົ້າຫຼາຍຂຶ້ນ ເຈົ້າກໍຢາກເຮັດໃຫ້ເຂົາເຈົ້າຮູ້ວ່າເຈົ້າຮັກເຂົາເຈົ້າຄືກັນ. ຄ້າຍຄືກັນ ເຈົ້າຮູ້ສຶກແບບນີ້ກັບພະເຢໂຫວາບໍ?
3 ຄຳພີໄບເບິນບອກວ່າ: “ພວກເຮົາສະແດງຄວາມຮັກກໍຍ້ອນພະເຈົ້າຮັກພວກເຮົາກ່ອນ.” (1 ໂຢຮັນ 4:19) ຕອນທີ 1 ເຖິງຕອນທີ 3 ຂອງປຶ້ມຫົວນີ້ເຕືອນເຮົາໃຫ້ຈື່ໄວ້ວ່າ ພະເຢໂຫວາໃຊ້ລິດເດດ ຄວາມຍຸຕິທຳ ແລະສະຕິປັນຍາຂອງເພິ່ນເພື່ອປະໂຫຍດຂອງເຮົາ. ໃນຕອນທີ 4 ເຈົ້າໄດ້ເຫັນແລ້ວວ່າເພິ່ນຮັກມະນຸດທຸກຄົນແລະຮັກເຈົ້າຫຼາຍ ແຕ່ມີຄຳຖາມໜຶ່ງທີ່ສຳຄັນຫຼາຍທີ່ເຈົ້າຄວນຖາມໂຕເອງຄື ‘ຂ້ອຍຈະສະແດງໃຫ້ພະເຢໂຫວາເຫັນແນວໃດວ່າຂ້ອຍຮັກເພິ່ນ?’
ການຮັກພະເຈົ້າໝາຍເຖິງຫຍັງ
4. ຫຼາຍຄົນຄິດວ່າການຮັກພະເຈົ້າໝາຍເຖິງຫຍັງ?
4 ພະເຢໂຫວາເປັນຈຸດເລີ່ມຕົ້ນຂອງຄວາມຮັກ. ເພິ່ນຮູ້ວ່າຄວາມຮັກຈະກະຕຸ້ນຄົນເຮົາໃຫ້ສະແດງຄຸນລັກສະນະທີ່ດີໆອອກມາ. ເຖິງວ່າຄົນສ່ວນຫຼາຍຈະບໍ່ສັດຊື່ ແລະບໍ່ຍອມຮັບອຳນາດຂອງເພິ່ນ ແຕ່ເພິ່ນກໍຍັງໝັ້ນໃຈວ່າຈະມີບາງຄົນທີ່ຮັກເພິ່ນ ແລະເຮົາກໍເຫັນວ່າມີຫຼາຍລ້ານຄົນເປັນແບບນັ້ນແທ້ໆ. ໜ້າເສຍດາຍທີ່ຫຼາຍສາສະໜາໃນໂລກຊົ່ວນີ້ສອນຜູ້ຄົນແບບຜິດໆໃນເລື່ອງການຮັກພະເຈົ້າ. ຫຼາຍຄົນບອກວ່າຮັກພະເຈົ້າ ແຕ່ເຂົາເຈົ້າອາດຄິດວ່າມີແຕ່ບອກວ່າ ‘ຂ້ອຍຮັກພະເຈົ້າ’ ກໍພໍແລ້ວ. ຕອນທຳອິດເຮົາອາດບອກວ່າຮັກພະເຈົ້າຄືກັບລູກນ້ອຍທີ່ສະແດງຄວາມຮັກຕໍ່ພໍ່ແມ່ເປັນເທື່ອທຳອິດດ້ວຍຮອຍຍິ້ມ ແຕ່ເມື່ອເຮົາຮູ້ສຶກຮັກເພິ່ນຫຼາຍຂຶ້ນ ເຮົາກໍຕ້ອງເຮັດໃຫ້ເຫັນວ່າເຮົາຮັກເພິ່ນແທ້ໆ ບໍ່ແມ່ນມີແຕ່ເວົ້າຊື່ໆ.
5. ການຮັກພະເຈົ້າໝາຍເຖິງຫຍັງ ແລະເປັນປະໂຫຍດກັບເຮົາແນວໃດ?
5 ພະເຢໂຫວາບອກໃຫ້ເຮົາຮູ້ວ່າການຮັກພະເຈົ້າໝາຍເຖິງຫຍັງ. ຄຳພີໄບເບິນບອກວ່າ: “ການຮັກພະເຈົ້າໝາຍເຖິງການເຊື່ອຟັງຄຳສັ່ງຂອງເພິ່ນ.” ດັ່ງນັ້ນ ເຮົາຈະສະແດງວ່າເຮົາຮັກພະເຈົ້າໄດ້ໂດຍການເຊື່ອຟັງເພິ່ນ. ຫຼາຍຄົນບໍ່ມັກເຊື່ອຟັງຄົນອື່ນ ແຕ່ໃນຂໍ້ນັ້ນກໍບອກວ່າ: “ຄຳສັ່ງຂອງເພິ່ນບໍ່ຍາກເກີນໄປ.” (1 ໂຢຮັນ 5:3) ພະເຢໂຫວາໃຫ້ກົດໝາຍແລະຫຼັກການເພື່ອຊ່ວຍເຮົາ ບໍ່ແມ່ນເພື່ອເຮັດໃຫ້ຊີວິດເຮົາລຳບາກຂຶ້ນ. (ເອຊາຢາ 48:17, 18) ຄຳພີໄບເບິນສອນເຮົາຫຼາຍຢ່າງທີ່ຊ່ວຍໃຫ້ເຮົາຮັກແລະສະໜິດກັບພະເຢໂຫວາຫຼາຍຂຶ້ນ. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ກໍໂດຍການລົມກັບພະເຢໂຫວາ ນະມັດສະການເພິ່ນ ແລະຮຽນແບບເພິ່ນຢ່າງສຸດຄວາມສາມາດ. ເຮົາຈະມາເບິ່ງ 3 ຢ່າງນີ້ນຳກັນ.
ລົມກັບພະເຢໂຫວາ
6-8. (ກ) ເຮົາຈະຟັງພະເຢໂຫວາໄດ້ໂດຍວິທີໃດ? (ຂ) ເຮົາຈະເຮັດໃຫ້ການອ່ານຄຳພີໄບເບິນເປັນເລື່ອງທີ່ມ່ວນໄດ້ແນວໃດ?
6 ບົດທີ 1 ເລີ່ມໂດຍໃຫ້ເຈົ້າລອງນຶກພາບວ່າເຈົ້າກຳລັງເວົ້າກັບພະເຈົ້າ. ເຮົາໄດ້ຮຽນວ່າມີບາງຄົນກໍໄດ້ເວົ້າກັບພະເຈົ້າແທ້ໆ. ທີ່ຈິງແລ້ວ ໂມເຊເຄີຍລົມກັບພະເຈົ້າໂດຍທາງທູດສະຫວັນ. ເຮົາຈະເຮັດແບບນັ້ນໄດ້ຄືກັນບໍ? ທຸກມື້ນີ້ ພະເຢໂຫວາບໍ່ໄດ້ສົ່ງທູດສະຫວັນໃຫ້ມາເວົ້າກັບມະນຸດແລ້ວ ແຕ່ເພິ່ນກໍຍັງມີວິທີທີ່ດີທີ່ສຸດທີ່ຈະຕິດຕໍ່ກັບເຮົາ. ພະເຢໂຫວາເວົ້າກັບເຮົາໂດຍທາງໃດ ແລະເຮົາຈະຟັງເພິ່ນໄດ້ແນວໃດ?
7 ເຮົາຮູ້ວ່າ “ທຸກສິ່ງທີ່ຂຽນໄວ້ໃນພະຄຳພີມາຈາກພະເຈົ້າ.” (2 ຕີໂມທຽວ 3:16) ດັ່ງນັ້ນ ພະເຢໂຫວາຈຶ່ງເວົ້າກັບເຮົາໂດຍທາງຄຳພີໄບເບິນ ແລະເຮົາກໍຟັງເພິ່ນໂດຍການອ່ານຄຳພີໄບເບິນ. ຜູ້ຂຽນປຶ້ມເພງສັນລະເສີນກະຕຸ້ນຜູ້ຮັບໃຊ້ຂອງພະເຢໂຫວາໃຫ້ອ່ານຄຳພີໄບເບິນ “ທັງກາງເວັນແລະກາງຄືນ.” (ເພງສັນລະເສີນ 1:1, 2) ເພື່ອເຮົາຈະອ່ານຄຳພີໄບເບິນໄດ້ທຸກມື້ ເຮົາຕ້ອງໃຊ້ເວລາແລະຄວາມພະຍາຍາມຫຼາຍ. ແຕ່ຖ້າເຮົາພະຍາຍາມເຮັດແບບນັ້ນ ເຮົາກໍຈະໄດ້ປະໂຫຍດຫຼາຍແທ້ໆ. ເຮົາໄດ້ເຫັນໃນບົດທີ 18 ວ່າຄຳພີໄບເບິນເປັນຄືກັບຈົດໝາຍທີ່ມີຄ່າຈາກພໍ່ທີ່ຢູ່ໃນສະຫວັນຂຽນຫາເຮົາ. ດັ່ງນັ້ນ ເຮົາບໍ່ຄວນຖືວ່າການອ່ານຄຳພີໄບເບິນເປັນພຽງແຕ່ໜ້າທີ່ ແຕ່ເຮົາຕ້ອງພະຍາຍາມເຮັດໃຫ້ການອ່ານຄຳພີໄບເບິນເປັນເລື່ອງທີ່ມ່ວນ. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
8 ຕອນທີ່ອ່ານຄຳພີໄບເບິນ ໃຫ້ເຈົ້ານຶກພາບວ່າຄົນໃນຄຳພີໄບເບິນມີຊີວິດຢູ່ແທ້ໆ. ໃຫ້ພະຍາຍາມເຂົ້າໃຈວ່າເຂົາເຈົ້າເປັນຄົນແບບໃດ ຊີວິດຂອງເຂົາເຈົ້າເປັນແນວໃດ ແລະເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ. ຈາກນັ້ນກໍໃຫ້ຄິດຄັກໆກ່ຽວກັບເລື່ອງທີ່ອ່ານໂດຍຖາມໂຕເອງວ່າ: ‘ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ? ມີການເນັ້ນຄຸນລັກສະນະຫຍັງຂອງເພິ່ນ? ພະເຢໂຫວາຢາກສອນຫຍັງຂ້ອຍ ແລະຂ້ອຍຈະເອົາເລື່ອງນັ້ນມາໃຊ້ໃນຊີວິດແນວໃດ?’ ໃຫ້ເຈົ້າອ່ານ ຄິດຕຶກຕອງ ແລະເອົາເລື່ອງທີ່ໄດ້ຮຽນໄປໃຊ້. ເມື່ອເຈົ້າເຮັດແບບນັ້ນ ເຈົ້າກໍຈະເຫັນວ່າຄຳພີໄບເບິນສົ່ງຜົນຕໍ່ຊີວິດເຈົ້າຫຼາຍສ່ຳໃດ.—ເພງສັນລະເສີນ 77:12; ຢາໂກໂບ 1:23-25
9. ໃຜແມ່ນ “ທາດທີ່ສັດຊື່ແລະສຸຂຸມ” ແລະເປັນຫຍັງຈຶ່ງສຳຄັນທີ່ເຮົາຕ້ອງຕັ້ງໃຈຟັງເຂົາເຈົ້າ?
9 ພະເຢໂຫວາຍັງເວົ້າກັບເຮົາໂດຍທາງ “ທາດທີ່ສັດຊື່ແລະສຸຂຸມ.” ພະເຢຊູບອກລ່ວງໜ້າວ່າພີ່ນ້ອງຊາຍທີ່ຖືກເລືອກກຸ່ມນ້ອຍໆຈະຖືກແຕ່ງຕັ້ງໃຫ້ເປັນຜູ້ຈັດກຽມຄວາມຮູ້ທີ່ເສີມຄວາມເຊື່ອ “ຕາມເວລາທີ່ເໝາະສົມ” ໃນສະໄໝສຸດທ້າຍທີ່ຍາກລຳບາກນີ້. (ມັດທາຍ 24:45-47) ເມື່ອເຮົາອ່ານປຶ້ມແລະວາລະສານຕ່າງໆທີ່ທາດສັດຊື່ແລະສຸຂຸມໄດ້ກຽມໄວ້ເພື່ອຊ່ວຍເຮົາໃຫ້ເຂົ້າໃຈຄຳພີໄບເບິນ ແລະເມື່ອເຂົ້າຮ່ວມການປະຊຸມປະຈຳປະຊາຄົມແລະການປະຊຸມໃຫຍ່ຕ່າງໆທີ່ເຂົາເຈົ້າກຽມໄວ້ໃຫ້ ຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຂຶ້ນ. ພະເຢຊູບອກລູກສິດຂອງເພິ່ນວ່າ: “ໃຫ້ຕັ້ງໃຈຟັງດີໆ.” (ລູກາ 8:18) ດັ່ງນັ້ນ ເປັນເລື່ອງ ສຳຄັນທີ່ເຮົາຄວນຕັ້ງໃຈຟັງທາດທີ່ສັດຊື່ທີ່ພະເຢຊູແຕ່ງຕັ້ງ ຍ້ອນພະເຢໂຫວາໃຊ້ເຂົາເຈົ້າເພື່ອຕິດຕໍ່ກັບເຮົາ.
10-12. (ກ) ເປັນຫຍັງການອະທິດຖານຈຶ່ງເປັນສິດທິພິເສດຈາກພະເຢໂຫວາ? (ຂ) ເຮົາຈະອະທິດຖານແນວໃດເພື່ອເຮັດໃຫ້ພະເຢໂຫວາພໍໃຈ ແລະເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າເພິ່ນມັກຟັງຄຳອະທິດຖານຂອງເຮົາ?
10 ເຮົາໄດ້ຮຽນແລ້ວວ່າພະເຢໂຫວາເວົ້າກັບເຮົາໂດຍທາງໃດ. ແຕ່ເຮົາຈະເວົ້າກັບເພິ່ນໄດ້ບໍ? ເມື່ອເຮົາຄິດກ່ຽວກັບເລື່ອງນີ້ເຮົາກໍອາດຈະຮູ້ສຶກຢ້ານແລ້ວ. ຖ້າເຈົ້າຢາກເຂົ້າຫາຜູ້ປົກຄອງທີ່ມີອຳນາດສູງສຸດໃນປະເທດເພື່ອຈະລົມເລື່ອງທີ່ເຈົ້າອຸກໃຈ ເຈົ້າຄິດວ່າລາວຈະໃຫ້ເຈົ້າເຂົ້າໄປລົມກັບລາວບໍ? ບາງເທື່ອ ການພະຍາຍາມເຮັດແບບນັ້ນກໍອາດເປັນອັນຕະລາຍຊ້ຳ! ໃນສະໄໝຂອງເອັດສະເທີແລະມໍເດກາຍ ຖ້າຜູ້ໃດພະຍາຍາມເຂົ້າໄປເວົ້າກັບກະສັດເປີເຊຍໂດຍບໍ່ໄດ້ຮັບອະນຸຍາດ ຜູ້ນັ້ນອາດຈະຖືກຂ້າໄດ້. (ເອັດສະເທີ 4:10, 11) ຕອນນີ້ ຂໍໃຫ້ຄິດເຖິງການຢູ່ຕໍ່ໜ້າພະເຢໂຫວາພະເຈົ້າສູງສຸດ. ເມື່ອທຽບກັບເພິ່ນແລ້ວ ມະນຸດທີ່ມີອຳນາດສູງສຸດກໍ “ເປັນຄືກັບຕັກກະແຕນ.” (ເອຊາຢາ 40:22) ແຕ່ເຮົາຄວນຈະຮູ້ສຶກຢ້ານຈົນບໍ່ກ້າເວົ້າກັບເພິ່ນບໍ? ບໍ່ ເຮົາບໍ່ຄວນຮູ້ສຶກແບບນັ້ນ.
11 ພະເຢໂຫວາມັກຢາກໃຫ້ເຮົາລົມກັບເພິ່ນ ແລະເພິ່ນເຮັດໃຫ້ເຮົາລົມກັບເພິ່ນໄດ້ງ່າຍໆ. ພະເຢໂຫວາໃຫ້ເຮົາມີສິດທິພິເສດທີ່ຈະອະທິດຖານຫາເພິ່ນ. ແມ່ນແຕ່ເດັກນ້ອຍໆກໍສາມາດອະທິດຖານຫາພະເຢໂຫວາດ້ວຍຄວາມເຊື່ອໄດ້ໂດຍທາງຊື່ຂອງພະເຢຊູ. (ໂຢຮັນ 14:6; ເຮັບເຣີ 11:6) ເຮົາສາມາດບອກຄວາມຮູ້ສຶກເລິກໆໃນໃຈຂອງເຮົາໃນຄຳອະທິດຖານໄດ້. ແມ່ນແຕ່ເລື່ອງທີ່ເຈັບປວດໃຈທີ່ເວົ້າອອກມາເປັນຄຳເວົ້າບໍ່ໄດ້ ເຮົາກໍລົມກັບພະເຢໂຫວາໄດ້. (ໂຣມ 8:26) ເຮົາບໍ່ຕ້ອງພະຍາຍາມເຮັດໃຫ້ພະເຢໂຫວາປະທັບໃຈໂດຍໃຊ້ຄຳເວົ້າທີ່ເລີດຫຼູ ຫຼືອະທິດຖານແບບຍາວໆ. (ມັດທາຍ 6:7, 8) ພະເຢໂຫວາບໍ່ໄດ້ຕັ້ງກົດວ່າເຮົາຕ້ອງອະທິດຖານຍາວສ່ຳໃດຫຼືເລື້ອຍສ່ຳໃດ. ແຕ່ຄຳພີໄບເບິນບອກໃຫ້ເຮົາ “ອະທິດຖານເປັນປະຈຳ.”—1 ເທຊະໂລນິກ 5:17
12 ຄຳພີໄບເບິນເອີ້ນພະເຢໂຫວາຜູ້ດຽວວ່າ: “ຜູ້ຟັງຄຳອະທິດຖານ” ແລະເພິ່ນຈະຟັງເຮົາດ້ວຍຄວາມເຫັນອົກເຫັນໃຈ. (ເພງສັນລະເສີນ 65:2) ແຕ່ເພິ່ນ ຮູ້ສຶກວ່າເປັນພາລະທີ່ຈະຟັງຄຳອະທິດຖານຂອງຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນບໍ? ບໍ່ແມ່ນ ເພິ່ນມັກຟັງຄຳອະທິດຖານຂອງເຂົາເຈົ້າ. ຄຳພີໄບເບິນປຽບທຽບຄຳອະທິດຖານວ່າເປັນຄືກັບເຄື່ອງຫອມທີ່ຖືກເຜົາແລະມີກິ່ນຄວັນທີ່ຫອມຫວານ. (ເພງສັນລະເສີນ 141:2; ພະນິມິດ 5:8; 8:4) ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາມັກຟັງຄຳອະທິດຖານຈາກໃຈຂອງເຮົາ. ດັ່ງນັ້ນ ຖ້າເຮົາຢາກສະໜິດກັບພະເຢໂຫວາ ເຮົາຕ້ອງອະທິດຖານຫາເພິ່ນແບບຖ່ອມໃຈທຸກມື້. ໃຫ້ລະບາຍຄວາມຮູ້ສຶກທັງໝົດຂອງເຮົາໃຫ້ເພິ່ນຟັງ. (ເພງສັນລະເສີນ 62:8) ໃຫ້ບອກເພິ່ນໃນເລື່ອງທີ່ເຮົາອຸກໃຈແລະເລື່ອງທີ່ເຮັດໃຫ້ເຮົາມີຄວາມສຸກ. ໃຫ້ຂອບໃຈແລະສັນລະເສີນພະເຢໂຫວາພໍ່ຂອງເຮົາໃນສະຫວັນນຳ. ແລ້ວເຮົາກໍຈະສະໜິດກັບພະເຢໂຫວາຫຼາຍຂຶ້ນເລື້ອຍໆ.
ການນະມັດສະການພະເຢໂຫວາ
13, 14. ການນະມັດສະການພະເຢໂຫວາໝາຍເຖິງຫຍັງ ແລະເປັນຫຍັງເຮົາຄວນນະມັດສະການເພິ່ນ?
13 ການອະທິດຖານເຖິງພະເຢໂຫວາບໍ່ຄືກັບການເວົ້າລົມກັນກັບໝູ່ຫຼືຍາດຕິພີ່ນ້ອງຂອງເຮົາ ແຕ່ເປັນການນະມັດສະການພະເຢໂຫວາ. ນີ້ເປັນວິທີໜຶ່ງທີ່ເຮົາສະແດງຄວາມນັບຖືແລະຄວາມຮັກຕໍ່ພະເຢໂຫວາສຸດຫົວໃຈແບບທີ່ເພິ່ນຄວນຈະໄດ້ຮັບ. ການນະມັດສະການແທ້ມີຜົນຕໍ່ການໃຊ້ຊີວິດຂອງເຮົາແລະເຮັດໃຫ້ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາທັງໃນສະຫວັນແລະໃນໂລກເປັນນ້ຳໜຶ່ງໃຈດຽວກັນ. ໃນນິມິດເລື່ອງໜຶ່ງ ອັກຄະສາວົກໂຢຮັນໄດ້ຍິນທູດສະຫວັນອົງໜຶ່ງປະກາດວ່າ: “ໃຫ້ທຸກຄົນນະມັດສະການຜູ້ທີ່ສ້າງຟ້າ ໂລກ ທະເລ ແລະນ້ຳພຸຕ່າງໆ.”—ພະນິມິດ 14:7
14 ເປັນຫຍັງເຮົາຄວນນະມັດສະການພະເຢໂຫວາ? ໃຫ້ຄິດເຖິງຄຸນລັກສະນະຕ່າງໆທີ່ໄດ້ລົມກັນໄປແລ້ວ ເຊັ່ນ: ຄວາມບໍລິສຸດ ລິດເດດ ການຄວບຄຸມໂຕເອງ ຄວາມຍຸຕິທຳ ຄວາມກ້າຫານ ຄວາມເມດຕາ ສະຕິປັນຍາ ຄວາມຖ່ອມ ຄວາມຮັກ ຄວາມອີ່ຕົນ ຄວາມພັກດີ ແລະຄວາມດີ. ເຮົາໄດ້ເຫັນແລ້ວວ່າພະເຢໂຫວາສະແດງຄຸນລັກສະນະເຫຼົ່ານີ້ໃນແບບທີ່ດີທີ່ສຸດ. ເມື່ອເຮົາຄິດຕຶກຕອງເຖິງວິທີທີ່ເພິ່ນສະແດງຄຸນລັກສະນະເຫຼົ່ານີ້ທັງໝົດ ເຮົາກໍຈະເຫັນແຈ້ງວ່າເພິ່ນເປັນພະເຈົ້າ ທີ່ຍິ່ງໃຫຍ່ເກີນກວ່າທີ່ຈະເຂົ້າໃຈໄດ້. ເພິ່ນສູງສົ່ງກວ່າເຮົາຫຼາຍແທ້ໆ. (ເອຊາຢາ 55:9) ເຮົາໝັ້ນໃຈໄດ້ວ່າພະເຢໂຫວາມີສິດປົກຄອງເຮົາ ແລະເພິ່ນສົມຄວນໄດ້ຮັບການນະມັດສະການຈາກເຮົາ. ແຕ່ເຮົາຄວນນະມັດສະການພະເຢໂຫວາແນວໃດ?
15. ເຮົາຈະນະມັດສະການພະເຢໂຫວາ “ໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ” ໄດ້ແນວໃດ ແລະການປະຊຸມຄລິດສະຕຽນເຮັດໃຫ້ເຮົາມີໂອກາດເຮັດຫຍັງ?
15 ພະເຢຊູບອກວ່າ: “ພະເຈົ້າເປັນຜູ້ທີ່ມະນຸດເບິ່ງບໍ່ເຫັນ ແລະຄົນທີ່ນະມັດສະການເພິ່ນຕ້ອງນະມັດສະການໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳ ແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ.” (ໂຢຮັນ 4:24) ເພື່ອເຮົາຈະນະມັດສະການພະເຈົ້າ ‘ໂດຍໃຫ້ພະລັງຂອງພະອົງຊີ້ນຳ’ ເຮົາຕ້ອງໄດ້ຮັບພະລັງບໍລິສຸດຈາກເພິ່ນແລະໃຫ້ພະລັງນັ້ນຊີ້ນຳຊີວິດເຮົາ. ການນະມັດສະການຂອງເຮົາຕ້ອງສອດຄ່ອງກັບຄວາມຈິງເຊິ່ງແມ່ນຄວາມຮູ້ທີ່ຢູ່ໃນຄຳພີໄບເບິນ. ເຮົາມີໂອກາດທີ່ ດີທີ່ຈະນະມັດສະການພະເຢໂຫວາ “ໂດຍໃຫ້ພະລັງຂອງພະເຈົ້າຊີ້ນຳ ແລະນະມັດສະການແບບທີ່ສອດຄ່ອງກັບຄວາມຈິງ” ຕອນທີ່ເຮົາປະຊຸມຮ່ວມກັບພີ່ນ້ອງ. (ເຮັບເຣີ 10:24, 25) ເຮົານະມັດສະການພະເຢໂຫວາໃນແບບທີ່ເພິ່ນພໍໃຈໄດ້ໂດຍຮ້ອງເພງສັນລະເສີນ ອະທິດຖານ ຕັ້ງໃຈຟັງ ແລະມີສ່ວນຮ່ວມໃນການປະຊຸມ.
ການປະຊຸມເຮັດໃຫ້ເຮົາມີໂອກາດທີ່ດີທີ່ຈະສະແດງວ່າເຮົາຮັກແລະນັບຖືພະເຢໂຫວາ
16. ຄຳສັ່ງສຳຄັນທີ່ສຸດຂໍ້ໜຶ່ງທີ່ພະເຢຊູບອກໃຫ້ຄລິດສະຕຽນແທ້ເຮັດແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງຢາກເຮັດຕາມຄຳສັ່ງນັ້ນ?
16 ເຮົາຍັງນະມັດສະການພະເຢໂຫວາໂດຍເວົ້າເລື່ອງຂອງເພິ່ນໃຫ້ຄົນອື່ນຟັງ ແລະການເຮັດແບບນັ້ນກໍເປັນການສັນລະເສີນເພິ່ນນຳ. (ເຮັບເຣີ 13:15) ການປະກາດຂ່າວດີເລື່ອງການປົກຄອງຂອງພະເຢໂຫວາເປັນຄຳສັ່ງທີ່ສຳຄັນທີ່ສຸດຂໍ້ໜຶ່ງທີ່ພະເຢຊູບອກໃຫ້ຄລິດສະຕຽນແທ້ເຮັດ. (ມັດທາຍ 24:14) ເຮົາເຮັດຕາມຄຳສັ່ງນັ້ນກໍຍ້ອນເຮົາຮັກພະເຢໂຫວາ. ຖ້າເຮົາສຳນຶກວ່າຊາຕານເຊິ່ງເປັນ “ພະເຈົ້າຂອງໂລກນີ້ໄດ້ເຮັດໃຫ້ໃຈຂອງເຂົາເຈົ້າ [ຄົນທີ່ບໍ່ເຊື່ອ] ມືດ” ໂດຍແພ່ຄຳຕົວະກ່ຽວກັບພະເຢໂຫວາ ເຮົາກໍຢາກຈະເປັນພະຍານຂອງພະເຢໂຫວາແລະບອກຄົນອື່ນໃຫ້ຮູ້ຄວາມຈິງກ່ຽວກັບເພິ່ນ. (2 ໂກຣິນໂທ 4:4; ເອຊາຢາ 43:10-12) ເມື່ອເຮົາຄິດເຖິງຄຸນລັກສະນະຕ່າງໆທີ່ດີໆຂອງພະເຢໂຫວາ ເຮົາກໍແຮ່ງຢາກບອກໃຫ້ຄົນອື່ນຮູ້ວ່າເພິ່ນເປັນພະເຈົ້າທີ່ດີສ່ຳໃດແມ່ນບໍ? ບໍ່ມີສິດທິພິເສດໃດຈະຍິ່ງໃຫຍ່ກວ່າການຊ່ວຍຄົນອື່ນໃຫ້ມາຮູ້ຈັກແລະຮັກພະເຢໂຫວາພໍ່ຂອງເຮົາໃນສະຫວັນ.
17. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກແລະຢ້ານຢຳພະເຢໂຫວາ ແລະເປັນຫຍັງຕ້ອງນະມັດສະການເພິ່ນຢ່າງສຸດຫົວໃຈ?
17 ການນະມັດສະການພະເຢໂຫວາຄວນມີຜົນກັບທຸກຢ່າງທີ່ເຮົາເຮັດໃນຊີວິດ. (ໂກໂລຊາຍ 3:23) ຖ້າເຮົາຍອມຮັບວ່າພະເຢໂຫວາເປັນພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ເຮົາກໍຈະພະຍາຍາມເຮັດທຸກຢ່າງໃນແບບທີ່ເພິ່ນພໍໃຈ ບໍ່ວ່າຈະເປັນຕອນທີ່ເຮົາຢູ່ບ່ອນເຮັດວຽກ ຢູ່ກັບຄອບຄົວ ຢູ່ກັບຄົນອື່ນ ຫຼືແມ່ນແຕ່ຕອນທີ່ເຮົາຢູ່ຄົນດຽວ. ນອກຈາກນັ້ນ ເຮົາຈະພະຍາຍາມຮັບໃຊ້ພະເຢໂຫວາ “ດ້ວຍສຸດຫົວໃຈ.” (1 ຂ່າວຄາວ 28:9) ດັ່ງນັ້ນ ເຮົາຈະບໍ່ທຳທ່າເຮັດຄືກັບວ່າຮັບໃຊ້ພະເຢໂຫວາ ແຕ່ກໍລັກເຮັດສິ່ງທີ່ເພິ່ນຊັງ. ເຮົາຈະບໍ່ມີທາງເຮັດແບບນັ້ນຍ້ອນເຮົາຮັກ ພະເຢໂຫວາແລະຮັບໃຊ້ເພິ່ນສຸດຫົວໃຈ. ຄວາມຢ້ານຢຳພະເຈົ້າຈະຊ່ວຍເຮົາໃຫ້ຮັບໃຊ້ເພິ່ນສຸດຫົວໃຈນຳ. ຄຳພີໄບເບິນບອກວ່າມີແຕ່ຄົນທີ່ຢ້ານຢຳເພິ່ນເທົ່ານັ້ນທີ່ຈະເປັນໝູ່ກັບເພິ່ນໄດ້.—ເພງສັນລະເສີນ 25:14
ຮຽນແບບພະເຢໂຫວາ
18, 19. ເປັນຫຍັງຈຶ່ງເວົ້າໄດ້ວ່າມະນຸດບໍ່ສົມບູນແບບກໍຮຽນແບບພະເຢໂຫວາພະເຈົ້າໄດ້?
18 ບົດສຸດທ້າຍຂອງແຕ່ລະຕອນໃນປຶ້ມນີ້ບອກວິທີທີ່ເຮົາຈະ “ຮຽນແບບພະເຈົ້າຄືກັບລູກທີ່ຮັກຂອງເພິ່ນ” ໄດ້. (ເອເຟໂຊ 5:1) ເຮົາຄວນຈະຈື່ໄວ້ວ່າເຖິງວ່າເຮົາຈະເປັນຄົນບໍ່ສົມບູນແບບ ເຮົາກໍຍັງຮຽນແບບວິທີທີ່ພະເຢໂຫວາໃຊ້ລິດເດດ ສະແດງຄວາມຍຸຕິທຳ ສະຕິປັນຍາ ແລະຄວາມຮັກໄດ້ນຳ. ແຕ່ເຮົາຈະໝັ້ນໃຈໄດ້ແນວໃດວ່າເຮົາຈະເຮັດແບບນັ້ນໄດ້ແທ້ໆ? ເຮົາໄດ້ຮຽນແລ້ວວ່າຊື່ເຢໂຫວາໝາຍເຖິງເພິ່ນຈະເປັນຫຍັງກໍໄດ້ເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້. ເຮົາຮູ້ສຶກງຶດແທ້ໆທີ່ເພິ່ນເຮັດແບບນັ້ນໄດ້. ເຖິງວ່າເຮົາຈະບໍ່ມີຄວາມສາມາດແບບນັ້ນ ແຕ່ເຮົາກໍຍັງຮຽນແບບພະເຢໂຫວາໄດ້.
19 ເຮົາຖືກສ້າງໃຫ້ຄ້າຍຄືກັບພະເຈົ້າ. (ປະຖົມມະການ 1:26) ດັ່ງນັ້ນ ເຮົາຈຶ່ງບໍ່ຄືກັບສິ່ງທີ່ມີຊີວິດແບບອື່ນທີ່ຢູ່ໃນໂລກ. ເຮົາບໍ່ໄດ້ເຮັດສິ່ງຕ່າງໆຍ້ອນຖືກກະຕຸ້ນຈາກສັນຊາດຕະຍານ ກຳມະພັນ ຫຼືສິ່ງທີ່ຢູ່ອ້ອມໂຕເຮົາເທົ່ານັ້ນ. ພະເຢໂຫວາໃຫ້ເຮົາມີອິດສະຫຼະໃນການເລືອກເຊິ່ງເປັນຄືກັບຂອງຂວັນທີ່ມີຄ່າຫຼາຍ. ເຖິງວ່າເຮົາບໍ່ສົມບູນແບບ ແຕ່ກໍຍັງເລືອກເອງໄດ້ວ່າເຮົາຢາກຈະເປັນຄົນແບບໃດ? ຢ່າລືມວ່າຊື່ຂອງພະເຈົ້າຍັງໝາຍຄວາມວ່າເພິ່ນຈະເຮັດໃຫ້ຜູ້ຮັບໃຊ້ຂອງເພິ່ນເປັນຫຍັງກໍໄດ້ຕາມທີ່ເພິ່ນຢາກໃຫ້ເປັນ. ຄັນຊັ້ນ ເຈົ້າຢາກເປັນຄົນທີ່ສະແດງຄວາມຮັກ ມີສະຕິປັນຍາ ແລະໃຊ້ອຳນາດຢ່າງຍຸຕິທຳບໍ? ພະເຢໂຫວາຈະໃຊ້ພະລັງບໍລິສຸດເພື່ອຊ່ວຍເຈົ້າໃຫ້ເປັນຄົນແບບນັ້ນໄດ້ແນ່ນອນ! ຖ້າເຈົ້າເຮັດແບບນັ້ນຈະມີຜົນດີຫຍັງແດ່?
20. ຖ້າເຮົາຮຽນແບບພະເຢໂຫວາຈະມີຜົນດີຫຍັງແດ່?
20 ເຈົ້າຈະເຮັດໃຫ້ພະເຢໂຫວາພໍ່ຂອງເຈົ້າໃນສະຫວັນດີໃຈ. (ສຸພາສິດ 27:11) ເຖິງວ່າເຈົ້າເປັນຄົນບໍ່ສົມບູນແບບ ແຕ່ເຈົ້າກໍສາມາດເຮັດໃຫ້ພະເຢໂຫວາ “ພໍໃຈສະເໝີ” ໄດ້ ຍ້ອນເພິ່ນຮູ້ດີວ່າເຈົ້າມີຂີດຈຳກັດຫຍັງແດ່. (ໂກໂລຊາຍ 1:9, 10) ຖ້າເຈົ້າຮຽນຮູ້ທີ່ຈະຮຽນແບບຄຸນລັກສະນະທີ່ດີຂອງພະເຢໂຫວາຕໍ່ໆໄປ ເຈົ້າກໍຈະມີສິດທິພິເສດໄດ້ບອກຄວາມຈິງທີ່ເປັນຄືກັບແສງສະຫວ່າງໃຫ້ກັບຄົນທີ່ຢູ່ໃນໂລກມືດທີ່ບໍ່ຮູ້ຈັກພະເຈົ້າ. (ມັດທາຍ 5:1, 2, 14) ເຈົ້າຍັງສະແດງຄຸນລັກສະນະທີ່ດີຂອງພະເຢໂຫວາກັບຄົນອື່ນແລະຊ່ວຍເຂົາເຈົ້າໃຫ້ເຫັນວ່າເພິ່ນເປັນພະເຈົ້າທີ່ດີແທ້ໆ!
“ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ”
21, 22. ທຸກຄົນທີ່ຮັກພະເຢໂຫວາຈະເຮັດຫຍັງໄດ້ຕະຫຼອດໄປ?
21 ການໃກ້ຊິດກັບພະເຢໂຫວາຕາມຢາໂກໂບ 4:8 ບອກໄວ້ ບໍ່ແມ່ນວ່າຈະເຮັດແຕ່ເທື່ອດຽວຫຼືເຮັດແຕ່ໄລຍະສັ້ນໆເທົ່ານັ້ນ. ແຕ່ເຮົາຢາກຈະສັດຊື່ຕໍ່ພະເຢໂຫວາຕະຫຼອດໄປແລະໃກ້ຊິດກັບເພິ່ນຫຼາຍຂຶ້ນເລື້ອຍໆ ຍ້ອນຍັງມີອີກຫຼາຍຢ່າງທີ່ເຮົາຈະຮຽນຮູ້ກ່ຽວກັບເພິ່ນໄດ້. ຢ່າລືມວ່າປຶ້ມນີ້ເວົ້າເຖິງແຕ່ບາງແງ່ມຸມທີ່ຄຳພີໄບເບິນບອກເຮົາກ່ຽວກັບພະເຢໂຫວາເທົ່ານັ້ນ ແລະບໍ່ໄດ້ສອນທັງໝົດກ່ຽວກັບເພິ່ນ. ອັກຄະສາວົກໂຢຮັນບອກວ່າຖ້າຂຽນທຸກສິ່ງທີ່ພະເຢຊູເຮັດຕອນທີ່ເພິ່ນຮັບໃຊ້ຢູ່ໂລກແລ້ວ “ໂລກນີ້ຄືຊິບໍ່ມີບ່ອນພໍທີ່ຈະມ້ຽນມ້ວນໜັງສືເຫຼົ່ານັ້ນໄດ້.” (ໂຢຮັນ 21:25) ຖ້າຄຳເວົ້ານີ້ເປັນຈິງກັບລູກຂອງພະເຈົ້າກໍແຮ່ງຕ້ອງເປັນຈິງກັບພະເຢໂຫວາຄືກັນ.
22 ເຖິງວ່າເຮົາຈະມີຊີວິດຢູ່ໄດ້ຕະຫຼອດໄປ ເຮົາກໍຍັງຕ້ອງໄດ້ຮຽນຮູ້ອີກຫຼາຍຢ່າງກ່ຽວກັບພະເຢໂຫວາ. (ປັນຍາຈານ 3:11) ລອງຄິດເບິ່ງວ່າເຮົາຈະຮຽນຫຍັງໄດ້ອີກແດ່. ເມື່ອເຮົາມີຊີວິດຢູ່ໄດ້ເປັນຮ້ອຍເປັນພັນປີ ຫຼືແມ່ນແຕ່ຫຼາຍລ້ານປີ ເຮົາກໍຈະໄດ້ຮູ້ຈັກພະເຢໂຫວາຫຼາຍກວ່າຕອນນີ້ ຍ້ອນມີອີກຫຼາຍເລື່ອງທີ່ໜ້າປະທັບໃຈທີ່ເຮົາຍັງບໍ່ທັນຮູ້ກ່ຽວກັບເພິ່ນ ແລະເຮົາຢາກຮູ້ຈັກເພິ່ນໃຫ້ຫຼາຍຂຶ້ນ. ເຮົາຈະຮູ້ສຶກຄືກັບຜູ້ຂຽນເພງສັນລະເສີນທີ່ບອກວ່າ: “ສຳລັບລູກ ການທີ່ໄດ້ຢູ່ໃກ້ພະເຈົ້າເປັນປະໂຫຍດຫຼາຍ.” (ເພງສັນລະເສີນ 73:28) ຊີວິດຕະຫຼອດໄປໃນໂລກໃໝ່ຈະເປັນຊີວິດທີ່ດີແທ້ໆ ແລະທີ່ສຳຄັນທີ່ສຸດແມ່ນເຮົາຈະໃກ້ຊິດກັບພະເຢໂຫວາສະເໝີ.
23 ພະເຢໂຫວາຢາກໃຫ້ເຈົ້າເຮັດຫຍັງ?
23 ຂໍໃຫ້ເຈົ້າຮັກພະເຢໂຫວາສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດກຳລັງຂອງເຈົ້າ. (ມາຣະໂກ 12:29, 30) ຂໍໃຫ້ເຈົ້າຮັກພະເຢໂຫວາຢ່າງໝັ້ນຄົງ. ທຸກເທື່ອທີ່ເຈົ້າຕັດສິນໃຈ ບໍ່ວ່າເລື່ອງນັ້ນຈະເປັນເລື່ອງໃຫຍ່ຫຼືເລື່ອງນ້ອຍກໍໃຫ້ເຈົ້າຕັດສິນໃຈໃນແບບທີ່ເຈົ້າຈະສະໜິດກັບພະເຢໂຫວາພໍ່ໃນສະຫວັນຫຼາຍຂຶ້ນ. ຂໍໃຫ້ເຈົ້າໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນເລື້ອຍໆຕັ້ງແຕ່ຕອນນີ້ ແລ້ວເຈົ້າກັບເພິ່ນກໍຈະໃກ້ຊິດກັນຕະຫຼອດໄປ!