ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 3

‘ພະ​ເຢໂຫວາ​ເປັນ​ອົງ​ບໍລິສຸດ ບໍລິສຸດ ບໍລິສຸດ’

‘ພະ​ເຢໂຫວາ​ເປັນ​ອົງ​ບໍລິສຸດ ບໍລິສຸດ ບໍລິສຸດ’

1, 2. ຜູ້​ພະຍາກອນ​ເອຊາຢາ​ໄດ້​ເຫັນ​ນິມິດ​ຫຍັງ ແລະ​ນິມິດ​ນັ້ນ​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ?

 ເມື່ອ​ເອຊາຢາ​ເຫັນ​ນິມິດ​ຈາກ​ພະເຈົ້າ ລາວ​ກໍ​ຮູ້ສຶກ​ປະທັບໃຈ​ຫຼາຍ. ນິມິດ​ນັ້ນ​ປານ​ເຫດການ​ເກີດຂຶ້ນ​ແທ້​ຈົນ​ລາວ​ຂຽນ​ໃນ​ພາຍ​ຫຼັງ​ວ່າ ລາວ “ເຫັນ​ພະ​ເຢໂຫວາ” ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ຢູ່​ບ່ອນ​ສູງໆ​ຂອງ​ເພິ່ນ. ຊຸດ​ທີ່​ພະ​ເຢໂຫວາ​ໃສ່​ແຜ່​ອອກ​ເຕັມ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ.—ເອຊາຢາ 6:1, 2

2 ນອກ​ຈາກ​ນັ້ນ ເອຊາຢາ​ຍັງ​ຮູ້ສຶກ​ປະທັບໃຈ​ໃນ​ສິ່ງ​ທີ່​ລາວ​ໄດ້​ຍິນ​ນຳ. ລາວ​ໄດ້​ຍິນ​ສຽງ​ເພງ​ທີ່​ມີ​ພະລັງ​ຫຼາຍ​ຈົນ​ເຮັດ​ໃຫ້​ວິຫານ​ສັ່ນ​ສະເທືອນ​ໄປ​ຮອດ​ຮາກ​ຖານ​ຂອງ​ມັນ. ສຽງ​ເພງ​ນັ້ນ​ມາ​ຈາກ​ພວກ​ເຊຣາຟີມ​ທີ່​ເປັນ​ທູດສະຫວັນ​ທີ່​ມີ​ຕຳແໜ່ງ​ສູງ. ສຽງ​ເພງ​ທີ່​ເຂົາເຈົ້າ​ຮ້ອງ​ປະສານ​ກັນ​ເປັນ​ຄຳເວົ້າ​ງ່າຍໆ​ແຕ່​ມີ​ຄວາມ​ໝາຍ​ຫຼາຍ ເຂົາເຈົ້າ​ຮ້ອງ​ວ່າ: “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເປັນ​ອົງ​ບໍລິສຸດ ບໍລິສຸດ ບໍລິສຸດ. ແສງ​ລັດສະໝີ​ຂອງ​ເພິ່ນ​ແຜ່​ກະຈາຍ​ໄປ​ທົ່ວ​ໂລກ.” (ເອຊາຢາ 6:3, 4) ໃນ​ເພງ​ນັ້ນ​ມີ​ຄຳ​ວ່າ “ບໍລິສຸດ” ຊ້ຳ​ກັນ 3 ເທື່ອ ສະແດງ​ວ່າ​ຄຳ​ນີ້​ສຳຄັນ​ຫຼາຍ​ແລະ​ເໝາະສົມ​ທີ່​ສຸດ​ຍ້ອນ​ວ່າ​ພະ​ເຢໂຫວາ​ເປັນ​ອົງ​ບໍລິສຸດ​ທີ່​ສຸດ. (ພະ​ນິມິດ 4:8) ໃນ​ຄຳພີ​ໄບເບິນ​ໝົດ​ຫົວ​ມີ​ການ​ເນັ້ນ​ເຖິງ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຕະຫຼອດ ແລະ​ກໍ​ມີ​ຫຼາຍ​ຮ້ອຍ​ຂໍ້​ທີ່​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ເຊື່ອມ​ໂຍງ​ກັບ​ຄຳ​ວ່າ “ບໍລິສຸດ” ແລະ “ຄວາມ​ບໍລິສຸດ.”

3. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ບໍ່​ຢາກ​ໃກ້ຊິດ​ກັບ​ພະ​ເຢໂຫວາ?

3 ເຫັນ​ໄດ້​ແຈ້ງ​ວ່າ​ສິ່ງ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຂົ້າໃຈ​ກ່ຽວກັບ​ເພິ່ນ​ແມ່ນ ເພິ່ນ​ເປັນ​ອົງ​ບໍລິສຸດ. ແຕ່​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ຄິດ​ໃນ​ແງ່​ລົບ​ກ່ຽວກັບ​ຄວາມ​ບໍລິສຸດ​ຂອງ​ພະເຈົ້າ. ບາງ​ຄົນ​ເຂົ້າໃຈ​ຜິດ​ວ່າ​ຄົນ​ທີ່​ບໍລິສຸດ​ແມ່ນ​ຄົນ​ທີ່​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ ຫຼື​ເປັນ​ຄົນ​ທີ່​ເຮັດ​ຄື​ກັບ​ວ່າ​ໂຕເອງ​ເປັນ​ຄົນ​ເຄັ່ງ​ສາສະໜາ. ບາງ​ຄົນ​ທີ່​ເບິ່ງ​ໂຕເອງ​ໃນ​ແງ່​ລົບ​ອາດ​ຄິດ​ວ່າ​ເຂົາເຈົ້າ​ບໍ່​ດີ​ພໍ​ແລະ​ບໍ່​ມີ​ທາງ​ທີ່​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ອົງ​ບໍລິສຸດ​ໄດ້. ດັ່ງນັ້ນ ຫຼາຍ​ຄົນ​ຈຶ່ງ​ບໍ່​ຢາກ​ໃກ້ຊິດ​ກັບ​ພະເຈົ້າ​ຍ້ອນ​ຄວາມ​ບໍລິສຸດ​ຂອງ​ເພິ່ນ. ຖ້າ​ເປັນ​ແນວ​ນັ້ນ​ກໍ​ເປັນ​ຕາ​ເສຍດາຍ​ແທ້ໆ ທີ່ຈິງ ຄວາມ​ບໍລິສຸດ​ຂອງ​ພະເຈົ້າ​ຄວນ​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ເປັນ​ໝູ່​ກັບ​ເພິ່ນ. ຍ້ອນຫຍັງ? ກ່ອນ​ຈະ​ຕອບ​ຄຳ​ຖາມ​ນີ້ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄວາມ​ບໍລິສຸດ​ແມ່ນ​ຫຍັງ​ແທ້ໆ.

ຄວາມ​ບໍລິສຸດ​ແມ່ນ​ຫຍັງ?

4, 5. (ກ) ຄວາມ​ບໍລິສຸດ​ໝາຍເຖິງ​ຫຍັງ​ແລະ​ບໍ່​ໄດ້​ໝາຍເຖິງ​ຫຍັງ? (ຂ) ພະ​ເຢໂຫວາ “ແຍກ​ຕ່າງ​ຫາກ” ໃນ 2 ທາງ​ແນວ​ໃດ?

4 ການ​ທີ່​ພະເຈົ້າ​ບໍລິສຸດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພິ່ນ​ຍິ່ງ ຖື​ໂຕ ຫຼື​ເບິ່ງ​ຄົນ​ອື່ນ​ບໍ່​ມີ​ຄ່າ. ກົງ​ກັນ​ຂ້າມ ເພິ່ນ​ຊັງ​ນິດໄສ​ແບບ​ນັ້ນ. (ສຸພາສິດ 16:5; ຢາໂກໂບ 4:6) ດັ່ງນັ້ນ ຄຳ​ວ່າ “ບໍລິສຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ? ໃນ​ພາສາ​ເຮັບເຣີ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ ຄຳ​ນີ້​ມາ​ຈາກ​ຄຳ​ທີ່​ໝາຍເຖິງ “ແຍກ​ຕ່າງ​ຫາກ.” ເມື່ອ​ໃຊ້​ຄຳ​ວ່າ “ບໍລິສຸດ” ກັບ​ການ​ນະມັດສະການ​ກໍ​ຈະ​ໝາຍເຖິງ​ສິ່ງ​ທີ່​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ການ​ຮັບໃຊ້​ພະເຈົ້າ ຫຼື​ເປັນ​ສິ່ງ​ທີ່​ຖື​ວ່າ​ສັກສິດ. ນອກ​ຈາກ​ນັ້ນ ຄວາມ​ບໍລິສຸດ​ຍັງ​ບອກ​ເຖິງ​ແນວ​ຄິດ​ເລື່ອງ​ຄວາມ​ສະອາດ. ມີ​ການ​ໃຊ້​ຄຳ​ນີ້​ກັບ​ພະ​ເຢໂຫວາ​ແນວ​ໃດ? ນີ້​ໝາຍ​ຄວາມ​ວ່າ​ເພິ່ນ “ແຍກ​ຕ່າງ​ຫາກ” ຈາກ​ມະນຸດ​ບໍ່​ສົມບູນແບບ​ຫຼື​ເພິ່ນ​ຢູ່​ຫ່າງ​ໄກ​ຈາກ​ເຮົາ​ບໍ?

5 ບໍ່​ແມ່ນ​ແນວ​ນັ້ນ. ໃນ​ຖານະ​ເປັນ “ອົງ​ບໍລິສຸດ​ຂອງ​ອິດສະຣາເອນ” ພະ​ເຢໂຫວາ​ຮັບຮອງ​ກັບ​ປະຊາຊົນ​ຂອງ​ເພິ່ນ​ວ່າ​ຈະ “ຢູ່​ນຳ” ເຂົາເຈົ້າ ເຖິງ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ບາບ​ກໍ​ຕາມ. (ເອຊາຢາ 12:6; ໂຮເຊອາ 11:9) ດັ່ງນັ້ນ ຄວາມ​ບໍລິສຸດ​ຂອງ​ເພິ່ນ​ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ຢູ່​ໄກ​ຈາກ​ຄົນ​ທີ່​ນະມັດສະການ​ເພິ່ນ. ຄັນຊັ້ນ ເພິ່ນ “ແຍກ​ຕ່າງ​ຫາກ” ແນວ​ໃດ? ເພິ່ນ​ແຍກ​ຕ່າງ​ຫາກ​ໃນ 2 ທາງ. ທຳອິດ ເພິ່ນ​ແຍກ​ຕ່າງ​ຫາກ​ຈາກ​ທຸກ​ສິ່ງ​ທີ່​ເພິ່ນ​ສ້າງ​ຍ້ອນ​ມີ​ແຕ່​ເພິ່ນ​ຜູ້​ດຽວ​ທີ່​ເປັນ​ຜູ້​ສູງ​ສຸດ. ນອກ​ຈາກ​ນັ້ນ ເພິ່ນ​ບໍລິສຸດ​ແລະ​ສະອາດ​ໃນ​ທຸກ​ດ້ານ​ແລະ​ຄວາມ​ສະອາດ​ຂອງ​ເພິ່ນ​ຈະ​ບໍ່​ມີ​ທາງ​ປ່ຽນແປງ. (ເພງ​ສັນລະເສີນ 40:5; 83:18) ທີ 2 ເພິ່ນ​ແຍກ​ຕ່າງ​ຫາກ​ຈາກ​ສິ່ງ​ທີ່​ບໍ່​ດີ​ທຸກ​ຢ່າງ ຍ້ອນ​ເພິ່ນ​ບໍ່​ມີ​ທາງ​ຈະ​ເຮັດ​ຜິດ​ແນ່ນອນ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ​ຫຼາຍ​ແທ້ໆ. ຍ້ອນຫຍັງ?

6. ເປັນ​ຫຍັງ​ເຮົາ​ຈຶ່ງ​ໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ມີ​ທາງ​ເຮັດ​ຜິດ?

6 ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ຄວາມ​ບໍລິສຸດ​ຫາ​ໄດ້​ຍາກ​ແທ້ໆ ຍ້ອນ​ບາບ​ແລະ​ຄວາມ​ບໍ່​ສົມບູນແບບ​ເຮັດ​ໃຫ້​ທຸກ​ສິ່ງ​ໃນ​ສັງຄົມ​ມະນຸດ​ທີ່​ບໍ່​ໄດ້​ຮູ້​ຈັກ​ພະເຈົ້າ​ບໍ່​ສະອາດ. ເຮົາ​ທຸກ​ຄົນ​ຕ້ອງ​ຕໍ່ສູ້​ກັບ​ບາບ​ທີ່​ຢູ່​ໃນ​ໂຕ​ເຮົາ. ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ກໍ​ຈະ​ເຮັດ​ຜິດ​ໄດ້​ງ່າຍໆ. (ໂຣມ 7:15-25; 1 ໂກຣິນໂທ 10:12) ແຕ່​ພະ​ເຢໂຫວາ​ບໍ່​ເປັນ​ແບບ​ນັ້ນ. ເພິ່ນ​ບໍ່​ມີ​ບາບ​ຈັກ​ໜ້ອຍ​ເລີຍ​ແລະ​ເພິ່ນ​ບໍ່​ມີ​ທາງ​ເຮັດ​ຜິດ. ນີ້​ຈຶ່ງ​ເປັນ​ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ແລະ​ເຮົາ​ໄວ້ໃຈ​ເພິ່ນ​ໄດ້​ຢ່າງ​ເຕັມທີ. ພະ​ເຢໂຫວາ​ບໍ່​ຄື​ກັບ​ພໍ່​ທີ່​ເປັນ​ມະນຸດ​ຜິດ​ບາບ​ທີ່​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ. ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເພິ່ນ​ສະອາດ​ທາງ​ດ້ານ​ສິນລະທຳ ແລະ​ເພິ່ນ​ບໍ່​ມີ​ທາງ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່ ຫຼື​ໃຊ້​ລິດເດດ​ໃນ​ທາງ​ທີ່​ຜິດ​ເດັດຂາດ. ພະ​ເຢໂຫວາ​ເຖິງຂັ້ນ​ສາບານ​ໂດຍ​ເອົາ​ຄວາມ​ບໍລິສຸດ​ຂອງ​ເພິ່ນ​ເປັນ​ສິ່ງ​ຮັບປະກັນ. ນີ້​ຈຶ່ງ​ເຮັດ​ໃຫ້​ຄຳ​ສາບານ​ຂອງ​ເພິ່ນ​ເຊື່ອຖື​ໄດ້​ແນ່ນອນ. (ອາໂມດ 4:2) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ.

7. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄວາມ​ບໍລິສຸດ​ເປັນ​ຄຸນລັກສະນະ​ສຳຄັນ​ຂອງ​ພະ​ເຢໂຫວາ?

7 ຄວາມ​ບໍລິສຸດ​ເປັນ​ຄຸນລັກສະນະ​ສຳຄັນ​ຂອງ​ພະ​ເຢໂຫວາ. ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຕົວຢ່າງ​ເຊັ່ນ: ຄຳ​ວ່າ “ມະນຸດ” ແລະ​ຄຳ​ວ່າ “ບໍ່​ສົມບູນແບບ.” ຖ້າ​ເຮົາ​ຄິດ​ເຖິງ​ຄຳ​ວ່າ​ມະນຸດ ເຮົາ​ກໍ​ຈະ​ຄິດ​ເຖິງ​ຄຳ​ວ່າ​ບໍ່​ສົມບູນແບບ​ນຳ. ຄວາມ​ບໍ່​ສົມບູນແບບ​ມີ​ຢູ່​ໃນ​ໂຕ​ເຮົາ​ແລະ​ມັນ​ມີ​ຜົນ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ຕອນນີ້​ຂໍ​ໃຫ້​ຄິດ​ເຖິງ 2 ຄຳ​ທີ່​ຕ່າງ​ກັນ​ຄື: ຄຳ​ວ່າ “ເຢໂຫວາ” ແລະ​ຄຳ​ວ່າ “ບໍລິສຸດ.” ຄວາມ​ບໍລິສຸດ​ມີ​ຢູ່​ໃນ​ພະ​ເຢໂຫວາ. ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ເພິ່ນ​ຈຶ່ງ​ສະອາດ ບໍລິສຸດ ແລະ​ຖືກຕ້ອງ. ຖ້າ​ເຮົາ​ບໍ່​ເຂົ້າໃຈ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ຂອງ​ຄຳ​ວ່າ “ບໍລິສຸດ” ເຮົາ​ກໍ​ຈະ​ບໍ່​ສາມາດ​ຮູ້​ຈັກ​ພະ​ເຢໂຫວາ​ໄດ້​ແທ້ໆ.

“ພະ​ເຢໂຫວາ​ບໍລິສຸດ”

8, 9. ພະ​ເຢໂຫວາ​ຊ່ວຍ​ຄົນ​ບໍ່​ສົມບູນແບບ​ແນວ​ໃດ​ໃຫ້​ເປັນ​ຄົນ​ບໍລິສຸດ​ໄດ້​ໃນ​ລະດັບ​ໜຶ່ງ?

8 ຍ້ອນ​ພະ​ເຢໂຫວາ​ບໍລິສຸດ​ໃນ​ທຸກ​ດ້ານ ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄວາມ​ບໍລິສຸດ​ທຸກ​ຢ່າງ​ມາ​ຈາກ​ເພິ່ນ. ພະ​ເຢໂຫວາ​ບໍ່​ໄດ້​ເຫັນ​ແກ່​ໂຕ​ແລະ​ຫວງ​ຄຸນລັກສະນະ​ນີ້​ໄວ້ ແຕ່​ເພິ່ນ​ຊ່ວຍ​ຄົນ​ຂອງ​ເພິ່ນ​ຢ່າງ​ໃຈ​ກວ້າງ​ໃຫ້​ເປັນ​ຄົນ​ບໍລິສຸດ. ຕອນ​ທີ່​ພະເຈົ້າ​ເວົ້າ​ກັບ​ໂມເຊ​ໂດຍ​ທາງ​ທູດສະຫວັນ​ຢູ່​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ ແມ່ນ​ແຕ່​ບ່ອນ​ທີ່​ຢູ່​ໃກ້ໆ​ຫັ້ນ​ກໍ​ຍັງ​ບໍລິສຸດ ຍ້ອນ​ພະ​ເຢໂຫວາ​ຢູ່​ບ່ອນ​ນັ້ນ​ໂດຍ​ທາງ​ທູດສະຫວັນ​ຂອງ​ເພິ່ນ.—ອົບພະຍົບ 3:5

9 ມະນຸດ​ບໍ່​ສົມບູນແບບ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ບໍ​ຖ້າ​ພະ​ເຢໂຫວາ​ຊ່ວຍ? ໄດ້​ໃນ​ລະດັບ​ໜຶ່ງ. ພະເຈົ້າ​ບອກ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ​ວ່າ​ເຂົາເຈົ້າ​ຈະ “ເປັນ​ຊາດ​ໜຶ່ງ​ທີ່​ບໍລິສຸດ.” (ອົບພະຍົບ 19:6) ເພິ່ນ​ຈັດ​ກຽມ​ໃຫ້​ຊາດ​ນັ້ນ​ມີ​ຮູບ​ແບບ​ການ​ນະມັດສະການ​ໃນ​ແບບ​ທີ່​ບໍລິສຸດ​ແລະ​ສະອາດ. ຍ້ອນ​ແນວ​ນີ້ ກົດໝາຍ​ທີ່​ພະເຈົ້າ​ໃຫ້​ຜ່ານ​ທາງ​ໂມເຊ​ຈຶ່ງ​ເວົ້າ​ເຖິງ​ຄວາມ​ບໍລິສຸດ​ຫຼາຍ​ເທື່ອ. ປະໂລຫິດ​ໃຫຍ່​ຈະ​ຕິດ​ແຜ່ນ​ຄຳ​ຢູ່​ຜ້າ​ຄຽນ​ຫົວ​ທີ່​ຂຽນ​ຄຳ​ວ່າ: “ພະ​ເຢໂຫວາ​ບໍລິສຸດ.” ທຸກ​ຄົນ​ຈະ​ເຫັນ​ແຜ່ນ​ຄຳ​ນັ້ນ​ສະທ້ອນ​ແສງ​ຕອນ​ທີ່​ແສງ​ໄຟ​ສ່ອງ​ໃສ່. (ອົບພະຍົບ 28:36) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ການ​ນະມັດສະການ​ແລະ​ການ​ໃຊ້​ຊີວິດ​ຂອງ​ເຂົາເຈົ້າ​ສະອາດ​ແທ້ໆ. ພະ​ເຢໂຫວາ​ບອກ​ເຂົາເຈົ້າ​ວ່າ: “ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພາະ​ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.” (ລະບຽບ​ພວກ​ເລວີ 19:2) ຖ້າ​ພວກ​ອິດສະຣາເອນ​ທີ່​ເປັນ​ມະນຸດ​ບໍ່​ສົມບູນແບບ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຄຳ​ແນະນຳ​ຂອງ​ພະເຈົ້າ ເຂົາເຈົ້າ​ກໍ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ໃນ​ລະດັບ​ໜຶ່ງ.

10. ການ​ນະມັດສະການ​ແລະ​ການ​ໃຊ້​ຊີວິດ​ຂອງ​ພວກ​ອິດສະຣາເອນ​ຕ່າງ​ແທ້​ຕ່າງ​ວ່າ​ກັບ​ການ​ນະມັດສະການ​ຂອງ​ຊາດ​ອື່ນໆ​ທີ່​ຢູ່​ອ້ອມ​ຂ້າງ​ແນວ​ໃດ?

10 ການ​ນະມັດສະການ​ທີ່​ບໍລິສຸດ​ແລະ​ການ​ໃຊ້​ຊີວິດ​ຂອງ​ພວກ​ອິດສະຣາເອນ​ຕ່າງ​ແທ້​ຕ່າງ​ວ່າ​ກັບ​ການ​ນະມັດສະການ​ຂອງ​ຊາດ​ອື່ນໆ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ. ຊາດ​ເຫຼົ່າ​ນັ້ນ​ນະມັດສະການ​ພະເຈົ້າ​ຕ່າງໆ​ທີ່​ບໍ່​ມີ​ຢູ່​ແທ້. ມີ​ການ​ເວົ້າ​ເຖິງ​ພະເຈົ້າ​ເຫຼົ່າ​ນັ້ນ​ວ່າ​ເປັນ​ພະເຈົ້າ​ທີ່​ເຫັນ​ແກ່​ໂຕ ມັກ​ຄວາມ​ຮຸນແຮງ ແລະ​ເຮັດ​ຜິດ​ສິນລະທຳ. ພະເຈົ້າ​ເຫຼົ່າ​ນັ້ນ​ບໍ່​ມີ​ຫຍັງ​ທີ່​ບໍລິສຸດ​ເລີຍ ແລະ​ຄົນ​ທີ່​ນະມັດສະການ​ພະເຈົ້າ​ເຫຼົ່າ​ນັ້ນ​ກໍ​ບໍ່​ບໍລິສຸດ​ຄື​ກັນ. ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ເຕືອນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ຄົນ​ທີ່​ນະມັດສະການ​ພະເຈົ້າ​ເຫຼົ່າ​ນັ້ນ​ແລະ​ການ​ນະມັດສະການ​ທີ່​ບໍ່​ສະອາດ​ຂອງ​ເຂົາເຈົ້າ.—ລະບຽບ​ພວກ​ເລວີ 18:24-28; 1 ກະສັດ 11:1, 2

11. ຄວາມ​ບໍລິສຸດ​ຂອງ​ອົງການ​ພະ​ເຢໂຫວາ​ທີ່​ຢູ່​ສະຫວັນ​ເຫັນ​ໄດ້​ແຈ້ງ​ແນວ​ໃດ​ກັບ (ກ) ພວກ​ທູດສະຫວັນ? (ຂ) ພວກ​ເຊຣາຟີມ? (ຄ) ພະ​ເຢຊູ?

11 ເຖິງ​ວ່າ​ພວກ​ອິດສະຣາເອນ​ຈະ​ພະຍາຍາມ​ຮຽນ​ແບບ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຢ່າງ​ເຕັມທີ ແຕ່​ເຂົາເຈົ້າ​ກໍ​ບໍ່​ສາມາດ​ສະທ້ອນ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ສ່ຳ​ກັບ​ທູດສະຫວັນ​ທີ່​ຢູ່​ໃນ​ອົງການ​ທີ່​ຢູ່​ສະຫວັນ​ຂອງ​ເພິ່ນ. ມີ​ການ​ເອີ້ນ​ທູດສະຫວັນ​ຫຼາຍ​ລ້ານ​ອົງ​ທີ່​ຮັບໃຊ້​ພະເຈົ້າ​ຢ່າງ​ສັດຊື່​ວ່າ​ເປັນ “ຜູ້​ບໍລິສຸດ​ຂອງ​ເພິ່ນ​ເປັນ​ໝື່ນ​ເປັນ​ແສນ.” (ພະ​ບັນຍັດ 33:2; ຢູດາ 14) ເຂົາເຈົ້າ​ຮຽນ​ແບບ​ຄວາມ​ບໍລິສຸດ​ຂອງ​ພະເຈົ້າ​ໄດ້​ຢ່າງ​ສົມບູນແບບ. ຂໍ​ໃຫ້​ນຶກ​ເຖິງ​ພວກ​ເຊຣາຟີມ​ທີ່​ເອຊາຢາ​ໄດ້​ເຫັນ​ໃນ​ນິມິດ. ເນື້ອ​ໃນ​ຂອງ​ເພງ​ທີ່​ເຂົາເຈົ້າ​ຮ້ອງ​ບອກ​ໃຫ້​ຮູ້​ວ່າ​ທູດສະຫວັນ​ທີ່​ມີ​ລິດເດດ​ເຫຼົ່າ​ນີ້​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ທົ່ວ​ເອກະພົບ​ຮູ້​ຈັກ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ແຕ່​ຍັງ​ມີ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ທູດສະຫວັນ​ທັງໝົດ ຜູ້​ນັ້ນ​ແມ່ນ​ພະ​ເຢຊູ​ລູກ​ຄົນ​ດຽວ​ທີ່​ພະເຈົ້າ​ສ້າງ​ເອງ. ເພິ່ນ​ສະທ້ອນ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນແບບ​ທີ່​ສຸດ. ຄຳພີ​ໄບເບິນ​ຈຶ່ງ​ເອີ້ນ​ພະ​ເຢຊູ​ວ່າ: “ຜູ້​ບໍລິສຸດ​ຂອງ​ພະເຈົ້າ.”—ໂຢຮັນ 6:68, 69

ຊື່​ທີ່​ບໍລິສຸດ​ແລະ​ພະລັງ​ບໍລິສຸດ

12, 13. (ກ) ເປັນ​ຫຍັງ​ຈຶ່ງ​ເໝາະສົມ​ທີ່​ຈະ​ບອກ​ວ່າ​ຊື່​ຂອງ​ພະເຈົ້າ​ບໍລິສຸດ? (ຂ) ເປັນ​ຫຍັງ​ຊື່​ຂອງ​ພະເຈົ້າ​ຈຶ່ງ​ຕ້ອງ​ພົ້ນ​ຈາກ​ການ​ໃສ່​ຮ້າຍ?

12 ແລ້ວ​ຊື່​ຂອງ​ພະເຈົ້າ​ເດ້? ຄຳພີ​ໄບເບິນ​ບອກ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ແມ່ນ “ຊື່​ບໍລິສຸດ.” (ເອຊາຢາ 57:15) ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຄື​ກັບ​ທີ່​ເຫັນ​ໃນ​ບົດ​ທີ 1 ຊື່​ນັ້ນ​ບໍ່​ແມ່ນ​ຕຳແໜ່ງ. ຊື່​ນັ້ນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແລະ​ມີ​ຄຸນລັກສະນະ​ຫຍັງ​ແດ່. ໃນ​ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ​ຜູ້​ໃດ​ທີ່​ດູ​ໝິ່ນ​ຊື່​ຂອງ​ພະເຈົ້າ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ. (ລະບຽບ​ພວກ​ເລວີ 24:16) ຂໍ​ໃຫ້​ສັງເກດ​ວ່າ​ໃນ​ຄຳ​ອະທິດຖານ​ພະ​ເຢຊູ​ໃຫ້​ຄວາມ​ສຳຄັນ​ຫຍັງ​ຫຼາຍ​ທີ່​ສຸດ ເພິ່ນ​ອະທິດຖານ​ວ່າ: “ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ.” (ມັດທາຍ 6:9) ການ​ເຮັດ​ໃຫ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ບໍລິສຸດ​ໝາຍເຖິງ​ການ​ແຍກ​ສິ່ງ​ນັ້ນ​ໄວ້​ຕ່າງ​ຫາກ​ແລະ​ຖື​ວ່າ​ສິ່ງ​ນັ້ນ​ບໍລິສຸດ. ແຕ່​ຖ້າ​ຊື່​ຂອງ​ພະເຈົ້າ​ບໍລິສຸດ​ຢູ່​ແລ້ວ ເປັນ​ຫຍັງ​ຈຶ່ງ​ຕ້ອງ​ເຮັດ​ໃຫ້​ຊື່​ນັ້ນ​ບໍລິສຸດ​ອີກ?

13 ສັດຕູ​ຂອງ​ພະເຈົ້າ​ໄດ້​ດູ​ໝິ່ນ ໃສ່​ຮ້າຍ ແລະ​ທຳລາຍ​ຊື່​ທີ່​ບໍລິສຸດ​ຂອງ​ພະເຈົ້າ. ໃນ​ສວນ​ເອເດັນ ຊາຕານ​ໄດ້​ເວົ້າ​ຕົວະ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ເວົ້າ​ໃນ​ທຳນອງ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ທີ່​ບໍ່​ຍຸຕິທຳ. (ປະຖົມມະການ 3:1-5) ຕັ້ງແຕ່​ນັ້ນ​ມາ ຊາຕານ​ເຮັດ​ໃຫ້​ຄຳ​ຕົວະ​ນັ້ນ​ແພ່​ຫຼາຍ​ຂຶ້ນ​ແລະ​ແພ່ລາມ​ໄປ​ບັກ​ໄວໆ​ໃນ​ໂລກ​ຊົ່ວ​ທີ່​ມັນ​ປົກຄອງ. (ໂຢຮັນ 8:44; 12:31; ພະ​ນິມິດ 12:9) ສາສະໜາ​ຕ່າງໆ​ສອນ​ວ່າ​ພະເຈົ້າ​ບໍ່​ຍຸຕິທຳ ບໍ່​ສົນໃຈ​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ທຸກຍາກ​ລຳບາກ. ເຂົາເຈົ້າ​ຍັງ​ບອກ​ວ່າ​ພະເຈົ້າ​ສະໜັບສະໜູນ​ການ​ເຮັດ​ສົງຄາມ​ທີ່​ໂຫດ​ຮ້າຍ. ແທນ​ທີ່​ຈະ​ສັນລະເສີນ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ສິ່ງ​ງາມໆ ຫຼາຍ​ຄົນ​ພັດ​ບອກ​ວ່າ​ຊີວິດ​ເກີດ​ມາ​ໂດຍ​ບັງເອີນ. ສັດຕູ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ສອນ​ເລື່ອງ​ຕົວະ​ກ່ຽວກັບ​ເພິ່ນ. ຍ້ອນ​ແນວ​ນີ້​ຈຶ່ງ​ຕ້ອງ​ມີ​ການ​ເຮັດ​ໃຫ້​ພະ​ເຢໂຫວາ​ແລະ​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ກຽດ​ແລະ​ຄວາມ​ນັບຖື​ຄືນ​ອີກ. ເຮົາ​ລໍ​ຖ້າ​ມື້​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ພົ້ນ​ຈາກ​ການ​ໃສ່​ຮ້າຍ. ເພິ່ນ​ຈະ​ເຮັດ​ແນວ​ນັ້ນ​ໂດຍ​ທາງ​ການ​ປົກຄອງ​ຂອງ​ລູກ​ຊາຍ​ເພິ່ນ. ເຮົາ​ດີ​ໃຈ​ຫຼາຍ​ທີ່​ຈະ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ທີ່​ສຳຄັນ​ນີ້​ຢ່າງ​ເຕັມທີ.

14. ເປັນ​ຫຍັງ​ຈຶ່ງ​ເອີ້ນ​ພະລັງ​ຂອງ​ພະເຈົ້າ​ວ່າ​ພະລັງ​ບໍລິສຸດ ແລະ​ເປັນ​ຫຍັງ​ການ​ໝິ່ນ​ປະໝາດ​ພະລັງ​ບໍລິສຸດ​ຈຶ່ງ​ເປັນ​ເລື່ອງ​ຮ້າຍ​ແຮງ​ຫຼາຍ?

14 ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ເຢໂຫວາ​ເຊິ່ງ​ມັກ​ຖືກ​ເອີ້ນ​ວ່າ​ບໍລິສຸດ ນັ້ນ​ຄື​ພະລັງ​ບໍລິສຸດ ຫຼື​ພະລັງ​ຂອງ​ພະເຈົ້າ. (ປະຖົມມະການ 1:2) ພະ​ເຢໂຫວາ​ໃຊ້​ພະລັງ​ນີ້​ທີ່​ບໍ່​ມີ​ຫຍັງ​ທຽບ​ໄດ້​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ທຸກ​ຢ່າງ​ຂອງ​ເພິ່ນ​ສຳເລັດ. ທຸກ​ສິ່ງ​ທີ່​ພະເຈົ້າ​ເຮັດ​ບໍລິສຸດ​ແລະ​ສະອາດ. ດັ່ງນັ້ນ ພະລັງ​ຂອງ​ພະເຈົ້າ​ຈຶ່ງ​ຖືກ​ເອີ້ນ​ວ່າ​ພະລັງ​ບໍລິສຸດ. (ລູກາ 11:13; ໂຣມ 1:4) ຄຳພີ​ໄບເບິນ​ບອກ​ວ່າ​ການ​ໝິ່ນ​ປະໝາດ​ພະລັງ​ບໍລິສຸດ​ກໍ​ສ່ຳ​ກັບ​ຕັ້ງໃຈ​ຕໍ່ຕ້ານ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ. ການ​ເຮັດ​ແນວ​ນີ້​ເປັນ​ຄວາມ​ຜິດ​ທີ່​ໃຫ້​ອະໄພ​ບໍ່​ໄດ້.—ມາຣະໂກ 3:29

ເປັນ​ຫຍັງ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ?

15. ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຄວນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

15 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ ເຮົາ​ຈຶ່ງ​ເຂົ້າໃຈ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ມະນຸດ​ຄວນ​ຢ້ານຢຳ​ແລະ​ນັບຖື​ພະເຈົ້າ. ຕົວຢ່າງ​ເຊັ່ນ ເພງ​ສັນລະເສີນ 99:3 ບອກ​ວ່າ: “ໃຫ້​ເຂົາເຈົ້າ​ສັນລະເສີນ​ຊື່​ທີ່​ຍິ່ງໃຫຍ່​ຂອງ​ພະອົງ ຍ້ອນ​ຊື່​ຂອງ​ພະອົງ​ບໍລິສຸດ​ແລະ​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື.” ການ​ຢ້ານຢຳ​ແບບ​ນີ້​ບໍ່​ແມ່ນ​ການ​ຢ້ານ​ຈົນ​ໂຕ​ສັ່ນ ແຕ່​ເປັນ​ການ​ນັບຖື​ເພິ່ນ​ແລະ​ນັບຖື​ຊື່​ຂອງ​ເພິ່ນ​ຈາກ​ໃຈ​ແທ້ໆ. ການ​ທີ່​ເຮົາ​ຮູ້ສຶກ​ແບບ​ນັ້ນ​ກໍ​ເໝາະສົມ​ແລ້ວ ຍ້ອນ​ພະ​ເຢໂຫວາ​ຍິ່ງໃຫຍ່​ກວ່າ​ເຮົາ​ຫຼາຍ ເພິ່ນ​ບໍລິສຸດ ສະອາດ ແລະ​ສະຫງ່າ​ງາມ. ສິ່ງ​ນີ້​ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ຢູ່​ຫ່າງ​ຈາກ​ເພິ່ນ ແຕ່​ຄວນ​ເຮັດ​ໃຫ້​ເຮົາ​ຢາກ​ໃກ້ຊິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. ຍ້ອນຫຍັງ?

16. (ກ) ຄວາມ​ບໍລິສຸດ​ກ່ຽວ​ຂ້ອງ​ກັບ​ຄວາມ​ງາມ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ຄຳພີ​ໄບເບິນ​ອະທິບາຍ​ເລື່ອງ​ຄວາມ​ງາມ​ຂອງ​ພະ​ເຢໂຫວາ​ອົງ​ບໍລິສຸດ​ແນວ​ໃດ?

16 ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ບໍລິສຸດ​ກ່ຽວ​ຂ້ອງ​ກັບ​ຄວາມ​ງາມ. ໃນ​ເອຊາຢາ 63:15 ພັນລະນາ​ສະຫວັນ​ບ່ອນ​ຢູ່​ຂອງ​ພະເຈົ້າ​ວ່າ​ເປັນ “ບ່ອນ​ທີ່​ສູງໆ ບໍລິສຸດ ແລະ​ງົດງາມ.” ຄວາມ​ງາມ​ດຶງດູດ​ໃຈ​ເຮົາ. ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ເບິ່ງ​ຮູບ​ຢູ່​ໜ້າ 33. ຮູບ​ນັ້ນ​ງາມ​ຫຼາຍ. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມັກ​ຮູບ​ນັ້ນ? ຂໍ​ໃຫ້​ສັງເກດ​ວ່າ​ນ້ຳ​ຢູ່​ໃນ​ຮູບ​ນັ້ນ​ໃສ​ແລະ​ສະອາດ​ແທ້ໆ ອາກາດ​ກໍ​ບໍລິສຸດ ຍ້ອນ​ທ້ອງຟ້າ​ກໍ​ເປັນ​ສີ​ຟ້າ ແລະ​ແດດ​ກໍ​ສ່ອງ​ແສງ​ເຈີດຈ້າ. ແຕ່​ຖ້າ​ສາຍ​ນ້ຳ​ນັ້ນ​ມີ​ແຕ່​ຂີ້ເຫຍື້ອ ຕົ້ນໄມ້​ກັບ​ກ້ອນ​ຫີນ​ມີ​ແຕ່​ຮອຍ​ຂູດ​ຂີດ​ຈົນ​ບໍ່​ງາມ ຄວັນ​ເຮັດ​ໃຫ້​ອາກາດ​ເປັນ​ພິດ ເຈົ້າ​ຄື​ຊິ​ບໍ່​ມັກ​ຮູບ​ນັ້ນ​ແລະ​ບໍ່​ຢາກ​ເບິ່ງ​ຊ້ຳ. ປົກກະຕິ​ແລ້ວ ຖ້າ​ສິ່ງ​ໃດ​ທີ່​ບໍລິສຸດ ສະອາດ ແລະ​ສົດ​ໃສ ເຮົາ​ກໍ​ຈະ​ເຫັນ​ວ່າ​ມັນ​ງາມ. ມີ​ການ​ໃຊ້​ຄຳ​ເຫຼົ່າ​ນີ້​ເພື່ອ​ອະທິບາຍ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຄື​ກັນ ເຮົາ​ຈຶ່ງ​ມັກ​ອ່ານ​ຄຳ​ອະທິບາຍ​ເຫຼົ່າ​ນັ້ນ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ອະທິບາຍ​ວ່າ​ພະ​ເຢໂຫວາ​ອົງ​ບໍລິສຸດ​ນັ່ງ​ຢູ່​ເທິງ​ບັນລັງ​ໃນ​ສະຫວັນ​ແລະ​ບອກ​ວ່າ ມີ​ແສງ​ເຫຼື້ອມໆ​ຢູ່​ອ້ອມ​ໂຕ​ເພິ່ນ. ເພິ່ນ​ມີ​ແສງ​ເຫຼື້ອມ​ຍິບໆ​ຍັບໆ​ຄື​ເພັດ​ຄື​ພອຍ ເຫຼື້ອມ​ຄື​ກັບ​ເຄື່ອງ​ເງິນ​ເຄື່ອງ​ຄຳ​ແທ້​ແລະ​ຄື​ກັບ​ປະ​ກາຍ​ໄຟ.—ເອເຊກຽນ 1:25-28; ພະ​ນິມິດ 4:2, 3

ຄື​ກັບ​ທີ່​ຄວາມ​ງາມ​ດຶງດູດ​ໃຈ​ເຮົາ ຄວາມ​ບໍລິສຸດ​ກໍ​ດຶງດູດ​ໃຈ​ເຮົາ​ຄື​ກັນ

17, 18. (ກ) ຕອນ​ທີ່​ເອຊາຢາ​ເຫັນ​ນິມິດ ທຳອິດ​ລາວ​ຮູ້ສຶກ​ແນວ​ໃດ? (ຂ) ພະ​ເຢໂຫວາ​ສົ່ງ​ເຊຣາຟີມ​ອົງ​ໜຶ່ງ​ໄປ​ໃຫ້​ກຳລັງ​ໃຈ​ເອຊາຢາ​ແນວ​ໃດ ແລະ​ສິ່ງ​ທີ່​ເຊຣາຟີມ​ເຮັດ​ມີ​ຄວາມ​ໝາຍ​ແນວ​ໃດ?

17 ເມື່ອ​ທຽບ​ກັບ​ພະເຈົ້າ​ແລ້ວ ເຮົາ​ຕ່ຳຕ້ອຍ​ບໍ​ຍ້ອນ​ເພິ່ນ​ບໍລິສຸດ? ແມ່ນ​ແລ້ວ. ທີ່ຈິງ ເຮົາ​ຕ່ຳຕ້ອຍ​ແທ້ໆ​ຖ້າ​ທຽບ​ກັບ​ພະ​ເຢໂຫວາ. ແຕ່​ນີ້​ໝາຍ​ຄວາມ​ວ່າ​ເຮົາ​ໃກ້ຊິດ​ກັບ​ເພິ່ນ​ບໍ່​ໄດ້​ບໍ? ລອງ​ຄິດ​ເບິ່ງ​ວ່າ​ເອຊາຢາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ພວກ​ເຊຣາຟີມ​ບອກ​ກ່ຽວກັບ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ. ລາວ​ບອກ​ວ່າ “ຈາກ​ນັ້ນ ຂ້ອຍ​ກໍ​ເວົ້າ​ວ່າ: ‘ຕາຍ​ຄັກໆ! ຂ້ອຍ​ເປັນ​ຄົນ​ບາບ​ແລະ​ຄຳເວົ້າ​ຂອງ​ຂ້ອຍ​ກໍ​ບໍ່​ສະອາດ. ຂ້ອຍ​ຢູ່​ນຳ​ຄົນ​ທີ່​ໃຊ້​ຄຳເວົ້າ​ທີ່​ບໍ່​ສະອາດ ແລະ​ຂ້ອຍ​ກໍ​ໄດ້​ເຫັນ​ພະ​ເຢໂຫວາ​ຜູ້​ເປັນ​ກະສັດ​ແລະ​ຜູ້ບັນຊາການ​ກອງທັບ. ບັດ​ນີ້ ຂ້ອຍ​ຕ້ອງ​ຕາຍ​ແທ້ໆ!’” (ເອຊາຢາ 6:5) ຄວາມ​ບໍລິສຸດ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ພະ​ເຢໂຫວາ​ເຕືອນ​ເອຊາຢາ​ໃຫ້​ຮູ້​ວ່າ​ລາວ​ເປັນ​ຄົນ​ບາບ​ແລະ​ບໍ່​ສົມບູນແບບ. ທຳອິດ ເລື່ອງ​ນີ້​ເຮັດ​ໃຫ້​ລາວ​ເສົ້າ​ຫຼາຍ ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຢາກ​ໃຫ້​ລາວ​ຮູ້ສຶກ​ແບບ​ນັ້ນ.

18 ພະ​ເຢໂຫວາ​ຈຶ່ງ​ຟ້າວ​ສົ່ງ​ເຊຣາຟີມ​ອົງ​ໜຶ່ງ​ມາ​ໃຫ້​ກຳລັງ​ໃຈ​ເອຊາຢາ​ທັນທີ. ໂດຍ​ວິທີ​ໃດ? ທູດສະຫວັນ​ອົງ​ນີ້​ໄດ້​ບິນ​ໄປ​ເອົາ​ຖ່ານ​ໄຟ​ຢູ່​ແທ່ນ​ບູຊາ​ແລ້ວ​ໄປ​ແຕະ​ໃສ່​ປາກ​ຂອງ​ເອຊາຢາ. ເບິ່ງ​ຄື​ວ່າ​ການ​ເຮັດ​ແນວ​ນັ້ນ​ແຮ່ງ​ຊິ​ເຮັດ​ໃຫ້​ເຈັບ​ຫຼາຍ​ກວ່າ​ໃຫ້​ກຳລັງ​ໃຈ. ແຕ່​ຈື່​ໄວ້​ວ່າ​ນິມິດ​ນີ້​ມີ​ຄວາມ​ໝາຍ​ແຝງ. ເອຊາຢາ​ເປັນ​ຄົນ​ຢິວ​ທີ່​ສັດຊື່ ລາວ​ຮູ້​ດີ​ວ່າ​ມີ​ຄົນ​ເອົາ​ເຄື່ອງ​ບູຊາ​ໄປ​ເຜົາ​ຢູ່​ແທ່ນ​ບູຊາ​ໃນ​ວິຫານ​ທຸກໆ​ມື້​ເພື່ອ​ໄຖ່​ຄວາມ​ຜິດ. ດ້ວຍ​ຄວາມ​ຮັກ ເຊຣາຟີມ​ເຕືອນ​ລາວ​ໃຫ້​ຈື່​ໄວ້​ວ່າ ເຖິງ​ວ່າ​ລາວ​ຈະ​ເປັນ​ຄົນ​ບໍ່​ສົມບູນແບບ​ແລະ ‘ຄຳເວົ້າ​ຂອງ​ລາວ​ກໍ​ບໍ່​ສະອາດ’ ແຕ່​ພະເຈົ້າ​ຍອມຮັບ​ວ່າ​ລາວ ເປັນ​ຄົນ​ສະອາດ​ໄດ້. a ພະ​ເຢໂຫວາ​ເຕັມໃຈ​ທີ່​ຈະ​ເບິ່ງ​ມະນຸດ​ບໍ່​ສົມບູນແບບ​ແລະ​ຜິດ​ບາບ​ວ່າ​ເປັນ​ຄົນ​ບໍລິສຸດ​ໃນ​ລະດັບ​ໜຶ່ງ.—ເອຊາຢາ 6:6, 7

19. ເຖິງ​ວ່າ​ເຮົາ​ບໍ່​ສົມບູນແບບ ແຕ່​ເຮົາ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ແນວ​ໃດ?

19 ທຸກ​ມື້​ນີ້ ພະ​ເຢໂຫວາ​ກໍ​ຍັງ​ເບິ່ງ​ເຮົາ​ບໍລິສຸດ​ໃນ​ລະດັບ​ໜຶ່ງ. ເຄື່ອງ​ບູຊາ​ທີ່​ເອົາ​ໄປ​ເຜົາ​ຢູ່​ແທ່ນ​ບູຊາ​ໃນ​ເມືອງ​ເຢຣູຊາເລັມ​ເປັນ​ພຽງ​ສັນຍະລັກ​ຂອງ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ. ສິ່ງ​ນັ້ນ​ແມ່ນ​ເຄື່ອງ​ບູຊາ​ທີ່​ສົມບູນແບບ​ທີ່​ພະ​ເຢຊູ​ຄລິດ​ໃຫ້​ພຽງ​ເທື່ອ​ດຽວ​ໃນ​ປີ 33. (ເຮັບເຣີ 9:11-14) ຖ້າ​ເຮົາ​ກັບໃຈ​ແທ້ໆ ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ເຄື່ອງ​ບູຊາ​ນັ້ນ ເຮົາ​ກໍ​ຈະ​ໄດ້​ຮັບ​ການ​ຍົກໂທດ. (1 ໂຢຮັນ 2:2) ພະ​ເຢໂຫວາ​ຈະ​ຖື​ວ່າ​ເຮົາ​ເປັນ​ຄົນ​ສະອາດ​ຄື​ກັນ. ແຕ່​ອັກຄະສາວົກ​ເປໂຕ​ເຕືອນ​ເຮົາ​ວ່າ: “ພະຄຳພີ​ບອກ​ວ່າ: ‘ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພາະ​ເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.’” (1 ເປໂຕ 1:16) ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ບອກ​ວ່າ ເຮົາ​ຕ້ອງ​ບໍລິສຸດ​ຄື​ກັບ​ເພິ່ນ. ແຕ່​ເພິ່ນ​ກໍ​ບໍ່​ເຄີຍ​ຄາດໝາຍ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. (ເພງ​ສັນລະເສີນ 103:13, 14) ທີ່ຈິງ ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ເປັນ​ຄົນ​ບໍລິສຸດ​ຍ້ອນ​ເພິ່ນ​ບໍລິສຸດ. ເຖິງ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ເຮົາ​ກໍ​ຈະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ຮຽນ​ແບບ​ເພິ່ນ “ຄື​ກັບ​ລູກ​ທີ່​ຮັກ​ຂອງ​ເພິ່ນ.” (ເອເຟໂຊ 5:1) ດັ່ງນັ້ນ ເພື່ອ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້ ເຮົາ​ຕ້ອງ​ພະຍາຍາມ​ຕໍ່ໆ​ໄປ. ເມື່ອ​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ພະຍາຍາມ​ເປັນ​ຄົນ “ບໍລິສຸດ​ຫຼາຍ​ຂຶ້ນ​ເລື້ອຍໆ.”—2 ໂກຣິນໂທ 7:1

20. (ກ) ເປັນ​ຫຍັງ​ການ​ເຂົ້າໃຈ​ວ່າ​ພະເຈົ້າ​ຖື​ວ່າ​ເຮົາ​ເປັນ​ຄົນ​ສະອາດ​ໄດ້​ຈຶ່ງ​ເປັນ​ເລື່ອງ​ສຳຄັນ? (ຂ) ເອຊາຢາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ບາບ​ຂອງ​ລາວ​ໄດ້​ຮັບ​ການ​ຍົກໂທດ​ແລ້ວ?

20 ພະ​ເຢໂຫວາ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍລິສຸດ. ເພິ່ນ​ຊັງ​ບາບ. (ຮາບາກຸກ 1:13) ແຕ່​ເພິ່ນ​ບໍ່​ໄດ້​ຊັງ​ເຮົາ. ຖ້າ​ເຮົາ​ຄິດ​ຄື​ກັບ​ເພິ່ນ​ໂດຍ​ຊັງ​ສິ່ງ​ທີ່​ຊົ່ວ ຮັກ​ສິ່ງ​ທີ່​ດີ ແລະ​ຮຽນ​ແບບ​ພະ​ເຢຊູ​ຄລິດ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ພະ​ເຢໂຫວາ​ກໍ​ຈະ​ຍົກໂທດ​ໃຫ້​ເຮົາ. (ອາໂມດ 5:15; 1 ເປໂຕ 2:21) ເມື່ອ​ເຮົາ​ເຂົ້າໃຈ​ວ່າ​ພະເຈົ້າ​ອົງ​ບໍລິສຸດ​ຖື​ວ່າ​ເຮົາ​ເປັນ​ຄົນ​ສະອາດ​ໄດ້ ເລື່ອງ​ນີ້​ກໍ ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆ. ຈື່​ໄດ້​ບໍ ທຳອິດ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເອຊາຢາ​ສຳນຶກ​ວ່າ​ໂຕເອງ​ບໍ່​ສະອາດ. ລາວ​ໄດ້​ຮ້ອງ​ອອກ​ມາ​ວ່າ: “ຕາຍ​ຄັກໆ!” ແຕ່​ເມື່ອ​ລາວ​ຮູ້​ວ່າ​ພະເຈົ້າ​ຍົກໂທດ​ໃຫ້​ລາວ​ແລ້ວ ລາວ​ກໍ​ສະບາຍ​ໃຈ. ເມື່ອ​ພະ​ເຢໂຫວາ​ຖາມ​ວ່າ​ໃຜ​ຈະ​ອາສາ​ເຮັດ​ວຽກ​ມອບໝາຍ​ໃຫ້​ແລ້ວ ເອຊາຢາ​ກໍ​ສະເໜີ​ໂຕ​ທັນທີ​ທັງໆ​ທີ່​ຍັງ​ບໍ່​ຮູ້​ວ່າ​ແມ່ນ​ວຽກ​ຫຍັງ. ລາວ​ຕອບ​ວ່າ: “ສົ່ງ​ລູກ​ໄປ​ໄດ້​ເດີ້! ລູກ​ພ້ອມ​ທີ່​ຈະ​ໄປ!”—ເອຊາຢາ 6:5-8

21. ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ວ່າ​ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້?

21 ພະເຈົ້າ​ອົງ​ບໍລິສຸດ​ສ້າງ​ເຮົາ​ໃຫ້​ຄ້າຍຄື​ກັບ​ເພິ່ນ ເຮົາ​ຈຶ່ງ​ສາມາດ​ຮຽນ​ແບບ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ​ແລະ​ໃກ້ຊິດ​ກັບ​ເພິ່ນ​ໄດ້. (ປະຖົມມະການ 1:26) ເຮົາ​ທຸກ​ຄົນ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້. ຖ້າ​ເຮົາ​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ບໍລິສຸດ​ຕໍ່ໆ​ໄປ ພະ​ເຢໂຫວາ​ກໍ​ພ້ອມ​ຈະ​ຊ່ວຍ​ເຮົາ. ເມື່ອ​ເປັນ​ແນວ​ນັ້ນ ເຮົາ​ກໍ​ຈະ​ໃກ້ຊິດ​ກັບ​ພະເຈົ້າ​ອົງ​ບໍລິສຸດ​ຫຼາຍ​ຂຶ້ນ. ໃນ​ບົດ​ຕໍ່ໆ​ໄປ​ເຮົາ​ຈະ​ເຫັນ​ວ່າ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ຫຼາຍ​ແທ້ໆ​ທີ່​ຈະ​ມາ​ໃກ້ຊິດ​ກັບ​ເພິ່ນ.

a ຄຳ​ອະທິບາຍ​ທີ່​ວ່າ ‘ຄຳເວົ້າ​ບໍ່​ສະອາດ’ ເໝາະ​ແທ້ໆ​ກັບ​ມະນຸດ​ບໍ່​ສົມບູນແບບ ຍ້ອນ​ຄວາມ​ຜິດ​ສ່ວນ​ຫຼາຍ​ທີ່​ຄົນ​ເຮົາ​ເຮັດ​ມາ​ຈາກ​ສິ່ງ​ທີ່​ເຮົາ​ເວົ້າ.—ສຸພາສິດ 10:19; ຢາໂກໂບ 3:2, 6