ບົດທີ 1
“ນີ້ແມ່ນພະເຈົ້າຂອງພວກເຮົາ”
1, 2. (ກ) ເຈົ້າຢາກຖາມພະເຈົ້າເລື່ອງຫຍັງ? (ຂ) ໂມເຊຖາມພະເຈົ້າເລື່ອງຫຍັງ?
ລອງນຶກພາບວ່າເຈົ້າກຳລັງເວົ້າກັບພະເຈົ້າ. ພຽງແຕ່ຄິດກໍຮູ້ສຶກເຫຼືອເຊື່ອແລ້ວ. ຄິດເບິ່ງແມ້ ພະເຈົ້າສູງສຸດກຳລັງເວົ້າກັບເຈົ້າ! ທຳອິດເຈົ້າອາດຈະບໍ່ກ້າເວົ້າກັບເພິ່ນ ແຕ່ຕໍ່ມາເຈົ້າກໍກ້າເວົ້າ. ເພິ່ນຟັງເຈົ້າ ເຂົ້າໃຈເຈົ້າ ແລະເຮັດໃຫ້ເຈົ້າຮູ້ສຶກສະບາຍໃຈທີ່ຈະຖາມຫຍັງກໍໄດ້ທີ່ເຈົ້າຢາກຮູ້. ຕອນນີ້ ເຈົ້າຢາກຖາມຫຍັງເພິ່ນ?
2 ແຕ່ກີ້ມີຜູ້ຊາຍຄົນໜຶ່ງເຄີຍເຈິເຫດການແບບນັ້ນ. ລາວຊື່ໂມເຊ. ຄຳຖາມທີ່ລາວເລືອກຖາມພະເຈົ້າອາດເຮັດໃຫ້ເຈົ້າແປກໃຈ. ລາວບໍ່ໄດ້ຖາມເລື່ອງໂຕເອງ ເລື່ອງອະນາຄົດຂອງໂຕເອງ ຫຼືເລື່ອງທີ່ມະນຸດເຈິກັບຄວາມທຸກລຳບາກ. ແຕ່ລາວຖາມກ່ຽວກັບຊື່ຂອງພະເຈົ້າ. ເຈົ້າອາດຈະງົງກໍໄດ້ ເພາະໂມເຊຮູ້ຈັກຊື່ຂອງພະເຈົ້າຢູ່ແລ້ວ ເປັນຫຍັງລາວຄືຍັງຖາມອີກ. ຄັນຊັ້ນ ເລື່ອງທີ່ລາວຖາມຕ້ອງມີຄວາມໝາຍຫຼາຍກວ່ານັ້ນ. ທີ່ຈິງ ຄຳຖາມນັ້ນເປັນຄຳຖາມສຳຄັນທີ່ສຸດທີ່ໂມເຊເຄີຍຖາມ ເພາະຄຳຕອບກ່ຽວຂ້ອງກັບເຮົາທຸກຄົນ. ຄຳຖາມນັ້ນຍັງເປັນສິ່ງສຳຄັນທີ່ຈະຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຈົ້າ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ໃຫ້ມາເບິ່ງເຫດການທີ່ພິເສດນີ້ນຳກັນ.
3, 4. ມີເຫດການຫຍັງທີ່ເຮັດໃຫ້ໂມເຊໄດ້ເວົ້າກັບພະເຈົ້າ ແລະໂມເຊກັບພະເຈົ້າລົມກັນເລື່ອງຫຍັງ?
3 ຕອນນັ້ນໂມເຊອາຍຸ 80 ປີ. ລາວບໍ່ໄດ້ຢູ່ກັບພວກອິດສະຣາເອນ 40 ປີແລ້ວ. ເຂົາເຈົ້າເປັນຄົນຊາດດຽວກັບລາວທີ່ເປັນທາດຢູ່ປະເທດເອຢີບ. ມີມື້ໜຶ່ງຕອນທີ່ກຳລັງລ້ຽງແກະຂອງພໍ່ເຖົ້າ ລາວໄດ້ເຫັນສິ່ງທີ່ແປກຫຼາຍ. ມີໄຟລຸກຢູ່ຟຸ່ມໄມ້ຟຸ່ມໜຶ່ງ ແຕ່ໄຟບໍ່ໄດ້ໄໝ້ຟຸ່ມໄມ້ນັ້ນ. ແປວໄຟນັ້ນລຸກຢູ່ແລະມີແສງອອກຄືກັບໄຟສັນຍານຢູ່ສັນພູ. ໂມເຊຈຶ່ງເຂົ້າໄປເບິ່ງໃກ້ໆ. ລາວຕົກໃຈຫຼາຍຕອນທີ່ໄດ້ຍິນສຽງເວົ້າກັບລາວອອກມາຈາກແປວໄຟນັ້ນ! ພະເຈົ້າເວົ້າກັບໂມເຊດົນເຕີບໂດຍທາງທູດສະຫວັນອົງໜຶ່ງທີ່ເປັນໂຄສົກ. ພະເຈົ້າບອກໃຫ້ໂມເຊ ກັບໄປເອຢິບເພື່ອຊ່ວຍພວກອິດສະຣາເອນໃຫ້ພົ້ນຈາກການເປັນທາດ.—ອົບພະຍົບ 3:1-12
4 ຕອນນັ້ນ ໂມເຊຈະຖາມພະເຈົ້າເລື່ອງໃດກໍໄດ້. ຂໍໃຫ້ສັງເກດຄຳຖາມທີ່ລາວເລືອກຖາມພະເຈົ້າວ່າ: “ຖ້າລູກໄປຫາພວກອິດສະຣາເອນແລະບອກເຂົາເຈົ້າວ່າ ‘ພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າສົ່ງຂ້ອຍມາ’ ແລະຖ້າເຂົາເຈົ້າຖາມລູກວ່າ ‘ພະເຈົ້າຜູ້ນັ້ນຊື່ຫຍັງ?’ ລູກຊິຕອບເຂົາເຈົ້າແນວໃດ?”—ອົບພະຍົບ 3:13
5, 6. (ກ) ຄຳຖາມຂອງໂມເຊສອນເຮົາເລື່ອງຫຍັງທີ່ສຳຄັນ? (ຂ) ມີການເຮັດຫຍັງກັບຊື່ຂອງພະເຈົ້າເຊິ່ງເປັນສິ່ງທີ່ເປັນຕາຕຳໜິ? (ຄ) ເປັນຫຍັງພະເຈົ້າຈຶ່ງບອກໃຫ້ເຮົາຮູ້ຊື່ຂອງເພິ່ນ?
5 ສິ່ງທຳອິດ ຄຳຖາມນັ້ນສອນເຮົາວ່າພະເຈົ້າມີຊື່. ເຮົາຄວນຖືວ່າຊື່ຂອງພະເຈົ້າເປັນເລື່ອງສຳຄັນ ແຕ່ຫຼາຍຄົນພັດບໍ່ໄດ້ຄິດແນວນັ້ນ. ຊື່ຂອງພະເຈົ້າຖືກຕັດອອກຈາກຄຳພີໄບເບິນສະບັບແປຕ່າງໆເກືອບທຸກສະບັບ ແລ້ວເອົາຄຳທີ່ເປັນຕຳແໜ່ງຂອງເພິ່ນໃສ່ແທນ ເຊັ່ນ “ພະອົງເຈົ້າ” ຫຼື “ພະເຈົ້າ.” ນີ້ເປັນເລື່ອງທີ່ໜ້າເສົ້າແລະເປັນຕາຕຳໜິຫຼາຍທີ່ສຸດທີ່ເຮັດໃນນາມຂອງສາສະໜາ. ຕາມປົກກະຕິ ຖ້າເຈົ້າຢາກຮູ້ຈັກກັບຄົນໃດຄົນໜຶ່ງ ສິ່ງທຳອິດທີ່ເຈົ້າຈະເຮັດແມ່ນຫຍັງ? ເຈົ້າຈະຖາມຊື່ຂອງຄົນນັ້ນແມ່ນບໍ? ການຮູ້ຈັກພະເຈົ້າກໍຄືກັນ. ເພິ່ນມີຊື່ ແລະເພິ່ນກໍບໍ່ໄດ້ຢູ່ໄກຈາກເຮົາ. ເຮົາສາມາດຮູ້ຈັກເພິ່ນໄດ້. ເຖິງວ່າເຮົາຈະບໍ່ເຫັນເພິ່ນ ແຕ່ເພິ່ນກໍມີໂຕຕົນຢູ່ແທ້ໆແລະມີຊື່ວ່າ ເຢໂຫວາ.
6 ຕອນທີ່ພະເຈົ້າບອກໃຫ້ຮູ້ຊື່ຂອງເພິ່ນ ເຮົາຮູ້ວ່າມີສິ່ງທີ່ສຳຄັນແລະໜ້າຕື່ນເຕັ້ນກຳລັງຈະເກີດຂຶ້ນ. ເພິ່ນເຊີນເຮົາໃຫ້ມາຮູ້ຈັກເພິ່ນ ແລະເພິ່ນຢາກໃຫ້ເຮົາເລືອກໃຊ້ຊີວິດໃນແບບທີ່ດີທີ່ສຸດທີ່ເຮົາເຮັດໄດ້ ເຊິ່ງກໍແມ່ນການເຂົ້າມາໃກ້ຊິດກັບເພິ່ນ. ພະເຢໂຫວາບໍ່ພຽງແຕ່ບອກໃຫ້ເຮົາຮູ້ວ່າເພິ່ນຊື່ຫຍັງ ແຕ່ຍັງສອນເຮົາໃຫ້ຮູ້ວ່າເພິ່ນເປັນພະເຈົ້າແບບໃດນຳ.
ຊື່ຂອງພະເຈົ້າມີຄວາມໝາຍແນວໃດ
7. (ກ) ຕາມຄວາມເຂົ້າໃຈ ຊື່ຂອງພະເຈົ້າມີຄວາມໝາຍວ່າແນວໃດ? (ຂ) ຕອນທີ່ຖາມກ່ຽວກັບຊື່ຂອງພະເຈົ້າ ໂມເຊຢາກຮູ້ຫຍັງແທ້ໆ?
7 ພະເຢໂຫວາເລືອກຊື່ທີ່ມີຄວາມໝາຍດີໆໃຫ້ເພິ່ນເອງ. ຕາມຄວາມເຂົ້າໃຈ ຄຳວ່າ “ເຢໂຫວາ” ມີຄວາມໝາຍວ່າ “ເພິ່ນເຮັດໃຫ້ເປັນ.” ໃນເອກະພົບບໍ່ມີໃຜທຽບພະເຢໂຫວາໄດ້ຍ້ອນເພິ່ນເປັນຜູ້ສ້າງທຸກສິ່ງ. ເພິ່ນຈະເຮັດໃຫ້ຄວາມຕ້ອງການທຸກຢ່າງຂອງເພິ່ນເກີດຂຶ້ນແທ້ ແລະເພິ່ນສາມາດໃຊ້ຜູ້ຮັບໃຊ້ທີ່ບໍ່ສົມບູນແບບໃຫ້ເປັນຫຍັງກໍໄດ້ທີ່ເພິ່ນຢາກໃຫ້ເປັນ. ເມື່ອຄິດກ່ຽວກັບເລື່ອງນີ້ ເຮົາກໍຮູ້ສຶກນັບຖືເພິ່ນຫຼາຍ. ແຕ່ຊື່ຂອງພະເຈົ້າຍັງມີຄວາມໝາຍໃນແງ່ມຸມອື່ນອີກ? ໂມເຊຮູ້ວ່າພະເຢໂຫວາເປັນຜູ້ສ້າງ ແລະລາວຮູ້ຈັກຊື່ຂອງເພິ່ນຢູ່ແລ້ວ. ແຕ່ໂມເຊຢາກຮູ້ຈັກເພິ່ນຫຼາຍຂຶ້ນ. ຊື່ຂອງພະເຈົ້າບໍ່ແມ່ນເລື່ອງໃໝ່ ແລະມີຄົນເຄີຍໃຊ້ຊື່ນີ້ມາຫຼາຍສະຕະວັດແລ້ວ. ຕອນທີ່ໂມເຊຖາມກ່ຽວກັບຊື່ຂອງພະເຈົ້າ ລາວກໍຢາກຮູ້ວ່າພະເຈົ້າຜູ້ທີ່ເປັນເຈົ້າຂອງຊື່ນັ້ນເປັນພະເຈົ້າແນວໃດ. ທີ່ຈິງ ລາວກຳລັງຖາມວ່າ ‘ລູກຈະບອກພວກອິດສະຣາເອນຄົນຂອງພະອົງແນວໃດເພື່ອເຂົາເຈົ້າຈະເຊື່ອພະອົງຫຼາຍຂຶ້ນແລະໝັ້ນໃຈວ່າພະອົງຈະຊ່ວຍເຂົາເຈົ້າໃຫ້ເປັນອິດສະຫຼະໄດ້ແທ້ໆ?’
8, 9. (ກ) ພະເຢໂຫວາຕອບໂມເຊແນວໃດ ແລະຄຳຕອບຂອງເພິ່ນມັກຖືກແປຜິດໆແນວໃດ? (ຂ) ຄຳເວົ້າທີ່ວ່າ: “ເຮົາຈະເປັນຫຍັງກໍໄດ້ທີ່ເຮົາຢາກເປັນ” ມີຄວາມໝາຍແນວໃດ?
8 ໃນຄຳຕອບຂອງພະເຢໂຫວາເຮັດໃຫ້ໂມເຊຮູ້ວ່າເພິ່ນເປັນພະເຈົ້າແບບໃດ ເຊິ່ງຊ່ວຍເຮົາໃຫ້ເຂົ້າໃຈຄວາມໝາຍຂອງຊື່ນັ້ນ. ເພິ່ນບອກວ່າ: “ເຮົາຈະເປັນຫຍັງກໍໄດ້ທີ່ເຮົາຢາກເປັນ.” (ອົບພະຍົບ 3:14) ຄຳພີໄບເບິນຫຼາຍສະບັບແປຂໍ້ນີ້ວ່າ: “ເຮົາເປັນຜູ້ເຮົາເປັນ.” ແຕ່ການແປທີ່ຖືກຕ້ອງສະແດງໃຫ້ເຫັນວ່າພະເຈົ້າບໍ່ພຽງແຕ່ຢືນຢັນວ່າເພິ່ນມີໂຕຕົນຢູ່ແທ້ເທົ່ານັ້ນ. ເພິ່ນຍັງສອນໂມເຊແລະເຮົາທຸກຄົນວ່າເພິ່ນ “ຢາກເປັນ” ຫຼືເລືອກທີ່ຈະເປັນຫຍັງກໍໄດ້ທີ່ຈຳເປັນເພື່ອເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້. ສະບັບແປຂອງ ເຈ. ບີ. ເຣາະເທີແຮມ ແປຂໍ້ນີ້ວ່າ: “ເຮົາຈະເປັນຫຍັງກໍໄດ້ທີ່ເຮົາພໍໃຈຈະເປັນ.” ຜູ້ຊ່ຽວຊານດ້ານພາສາເຮັບເຣີກ່ຽວກັບຄຳພີໄບເບິນຜູ້ໜຶ່ງອະທິບາຍຄຳເວົ້ານີ້ວ່າ: “ບໍ່ວ່າຈະຢູ່ໃນສະພາບການໃດຫຼືມີຄວາມຈຳເປັນອັນໃດ . . . ພະເຈົ້າຈະ ‘ເປັນ’ ຜູ້ແກ້ໄຂສຳລັບຄວາມຈຳເປັນນັ້ນ.”
9 ເລື່ອງນີ້ມີຄວາມໝາຍຕໍ່ພວກອິດສະຣາເອນແນວໃດ? ບໍ່ວ່າເຂົາເຈົ້າຈະເຈິບັນຫາຫຍັງ ຫຼືເຈິເລື່ອງທີ່ຍາກລຳບາກສ່ຳໃດ ພະເຢໂຫວາຈະເປັນຫຍັງ ກໍໄດ້ທີ່ຈຳເປັນເພື່ອຊ່ວຍເຂົາເຈົ້າຈາກການເປັນທາດ ແລະພາເຂົາເຈົ້າເຂົ້າໄປແຜ່ນດິນທີ່ເພິ່ນສັນຍາໄວ້. ຊື່ນີ້ເຮັດໃຫ້ເຂົາເຈົ້າໝັ້ນໃຈໃນພະເຈົ້າ ແລະໃນທຸກມື້ນີ້ ເຮົາກໍໝັ້ນໃຈໃນເພິ່ນໄດ້ຄືກັນ. (ເພງສັນລະເສີນ 9:10) ຍ້ອນຫຍັງ?
10, 11. ເປັນຫຍັງຊື່ຂອງພະເຢໂຫວາເຮັດໃຫ້ເຮົານຶກພາບວ່າເພິ່ນເປັນພໍ່ທີ່ດີທີ່ສຸດ? ຂໍໃຫ້ຍົກຕົວຢ່າງ.
10 ເພື່ອເປັນຕົວຢ່າງ ພໍ່ແມ່ຮູ້ວ່າໂຕເອງຕ້ອງເປັນຫຼາຍຢ່າງເພື່ອເບິ່ງແຍງລູກ. ໃນມື້ໜຶ່ງ ພໍ່ຫຼືແມ່ອາດຕ້ອງເຮັດໜ້າທີ່ເປັນພະຍາບານ ເປັນຜູ້ແຕ່ງກິນ ເປັນຄູ ເປັນຜູ້ສັ່ງສອນ ເປັນຜູ້ຕັດສິນ ແລະເປັນອີກຫຼາຍຢ່າງ. ພໍ່ແມ່ຮູ້ວ່າລູກໝັ້ນໃຈໃນໂຕເຂົາເຈົ້າແລະເຊື່ອວ່າເມື່ອບາດເຈັບພໍ່ແມ່ຈະຊ່ວຍໄດ້ ເມື່ອມີບັນຫາພໍ່ແມ່ກໍຈະຊ່ວຍແກ້ໄຂໃຫ້ໄດ້ ຊ່ວຍແປງເຄື່ອງຫຼິ້ນໃຫ້ໄດ້ ແລະຕອບຄຳຖາມທຸກເລື່ອງທີ່ລູກຢາກຮູ້ໄດ້. ບາງເທື່ອພໍ່ແມ່ກໍຮູ້ສຶກເມື່ອຍຍ້ອນຕ້ອງເຮັດໜ້າທີ່ຫຼາຍຢ່າງ. ເຂົາເຈົ້າອາດຮູ້ສຶກບໍ່ດີແລະຍອມຮັບວ່າໂຕເອງມີຂີດຈຳກັດ ແລະບໍ່ໝັ້ນໃຈວ່າໂຕເອງຈະເຮັດໜ້າທີ່ໄດ້ດີບໍ.
11 ພະເຢໂຫວາເປັນພໍ່ທີ່ມີຄວາມຮັກແບບນັ້ນແຫຼະ. ເພິ່ນມີມາດຕະຖານທີ່ສົມບູນແບບ ເພິ່ນຈຶ່ງເຮັດໄດ້ທຸກຢ່າງເພື່ອເບິ່ງແຍງພວກລູກຂອງເພິ່ນຢູ່ໂລກໃນແບບທີ່ດີທີ່ສຸດ. ດັ່ງນັ້ນ ຊື່ຂອງພະເຢໂຫວາເຮັດໃຫ້ເຮົານຶກພາບໄດ້ວ່າເພິ່ນເປັນພໍ່ທີ່ດີທີ່ສຸດເທົ່າທີ່ຈະນຶກອອກໄດ້. (ຢາໂກໂບ 1:17) ບໍ່ດົນ ໂມເຊກັບພວກອິດສະຣາເອນທີ່ສັດຊື່ຄົນອື່ນໆໄດ້ຮຽນຮູ້ວ່າພະເຢໂຫວາເຮັດໄດ້ທຸກຢ່າງຕາມຄວາມໝາຍຂອງຊື່ເພິ່ນ. ເຂົາເຈົ້າໄດ້ເຫັນວ່າພະເຢໂຫວາເປັນທຸກຢ່າງທີ່ເພິ່ນຕ້ອງການຈະເປັນ. ເພິ່ນຊ່ວຍເຂົາເຈົ້າໃຫ້ຊະນະສັດຕູທັງໝົດ ແຍກທະເລແດງ ອອກກົດໝາຍທີ່ສົມບູນແບບ ຕັດສິນຢ່າງຍຸຕິທຳ ໃຫ້ເຂົ້າໃຫ້ນ້ຳເຂົາເຈົ້າຢູ່ບ່ອນກັນດານ ເບິ່ງແຍງເຄື່ອງນຸ່ງແລະເກີບເຂົາເຈົ້າບໍ່ໃຫ້ຂາດບໍ່ໃຫ້ຫ້ຽນ ແລະສິ່ງອື່ນໆອີກຫຼາຍຢ່າງ.
12. ໂມເຊຄິດແນວໃດກ່ຽວກັບພະເຢໂຫວາ? ແລະຟາໂຣຄິດແນວໃດກ່ຽວກັບເພິ່ນ?
12 ພະເຈົ້າບອກເຮົາໃຫ້ຮູ້ຈັກຊື່ຂອງເພິ່ນແລະຊື່ນີ້ເຮັດໃຫ້ຮູ້ວ່າເພິ່ນເປັນພະເຈົ້າແບບໃດ ແລະເຮັດໃຫ້ເຫັນວ່າສິ່ງທີ່ເພິ່ນບອກໄວ້ກ່ຽວກັບເພິ່ນເປັນຄວາມ ຈິງ. ນີ້ສະແດງວ່າພະເຈົ້າຢາກໃຫ້ເຮົາຮູ້ຈັກເພິ່ນ. ແລ້ວເຮົາຢາກຮູ້ຈັກເພິ່ນບໍ? ໂມເຊຢາກຮູ້ຈັກພະເຈົ້າ. ຍ້ອນລາວຢາກຮູ້ຈັກພະເຈົ້າຫຼາຍ ທຸກເທື່ອທີ່ຕ້ອງຕັດສິນໃຈ ລາວກໍຈະຄິດເຖິງພະເຈົ້າສະເໝີ. ຍ້ອນແນວນີ້ ລາວຈຶ່ງໃກ້ຊິດກັບພະເຈົ້າຜູ້ເປັນພໍ່. (ຈົດເຊັນບັນຊີ 12:6-8; ເຮັບເຣີ 11:27) ໜ້າເສຍດາຍທີ່ຄົນສ່ວນຫຼາຍໃນສະໄໝຂອງໂມເຊບໍ່ໄດ້ຢາກຮູ້ຈັກແລະບໍ່ຢາກໃກ້ຊິດກັບພະເຈົ້າ. ເມື່ອໂມເຊບອກຟາໂຣໃຫ້ຮູ້ຈັກຊື່ຂອງພະເຢໂຫວາ ກະສັດເອຢິບທີ່ຈອງຫອງກໍຖາມຄືນແບບບໍ່ນັບຖືວ່າ: “ພະເຢໂຫວາແມ່ນໃຜ?” (ອົບພະຍົບ 5:2) ນີ້ສະແດງວ່າຟາໂຣບໍ່ໄດ້ຢາກຮູ້ຈັກພະເຢໂຫວາຫຼາຍຂຶ້ນ ແຕ່ລາວເຍາະເຍີ້ຍພະເຈົ້າຂອງພວກອິດສະຣາເອນ. ລາວເຮັດໃຫ້ເຫັນວ່າພະເຢໂຫວາບໍ່ສຳຄັນແລະບໍ່ສົນໃຈຄຳເວົ້າຂອງເພິ່ນ. ໃນທຸກມື້ນີ້ ຫຼາຍຄົນກໍເປັນແບບນັ້ນ ເຂົາເຈົ້າຈຶ່ງບໍ່ຮູ້ຄວາມຈິງທີ່ສຳຄັນທີ່ສຸດທີ່ວ່າພະເຢໂຫວາເປັນພະເຈົ້າສູງສຸດ.
ພະເຢໂຫວາພະເຈົ້າສູງສຸດ
13, 14. (ກ) ເປັນຫຍັງໃນຄຳພີໄບເບິນເວົ້າເຖິງພະເຢໂຫວາໃນຫຼາຍຕຳແໜ່ງ ແລະຕຳແໜ່ງເຫຼົ່ານັ້ນມີຫຍັງແດ່? (ເບິ່ງ ຂອບໜ້າ 14.) (ຂ) ເປັນຫຍັງຈຶ່ງມີແຕ່ພະເຢໂຫວາຜູ້ດຽວທີ່ຖືກເອີ້ນວ່າ “ພະເຈົ້າສູງສຸດ”?
13 ພະເຢໂຫວາເປັນພະເຈົ້າທີ່ປັບປ່ຽນໄດ້ຫຼາຍບົດບາດ ໃນຄຳພີໄບເບິນຈຶ່ງເວົ້າເຖິງເພິ່ນໃນຫຼາຍຕຳແໜ່ງ. ຕຳແໜ່ງເຫຼົ່ານີ້ບໍ່ໄດ້ເໜືອກວ່າຊື່ຂອງເພິ່ນ ແຕ່ສອນເຮົາໃຫ້ຮູ້ຫຼາຍຂຶ້ນກ່ຽວກັບຄວາມໝາຍຂອງຊື່ເພິ່ນ. ຕົວຢ່າງ: ຄຳພີໄບເບິນເອີ້ນພະເຢໂຫວາວ່າ: “ພະເຈົ້າສູງສຸດ.” (ເພງສັນລະເສີນ 97:9) ຕຳແໜ່ງທີ່ສູງສົ່ງນີ້ມີຢູ່ໃນຄຳພີໄບເບິນຫຼາຍຮ້ອຍເທື່ອ ແລະບອກໃຫ້ຮູ້ວ່າພະເຈົ້າຍິ່ງໃຫຍ່ຫຼາຍສ່ຳໃດ. ມີແຕ່ພະເຢໂຫວາຜູ້ດຽວເທົ່ານັ້ນທີ່ມີສິດປົກຄອງເອກະພົບ. ໃຫ້ເຮົາມາເບິ່ງນຳກັນວ່າເປັນຫຍັງຈຶ່ງເປັນແນວນັ້ນ.
14 ມີແຕ່ພະເຢໂຫວາຜູ້ດຽວເທົ່ານັ້ນທີ່ເປັນຜູ້ສ້າງທຸກສິ່ງ. ພະນິມິດ 4:11 ບອກວ່າ: “ພະເຢໂຫວາພະເຈົ້າຂອງພວກເຮົາ ພະອົງສົມຄວນໄດ້ຮັບການຍ້ອງຍໍສັນລະເສີນ ຄວາມນັບຖື ແລະອຳນາດຍ້ອນພະອົງໄດ້ສ້າງທຸກສິ່ງ. ທຸກສິ່ງມີຢູ່ແລະຖືກສ້າງຕາມຄວາມຕ້ອງການຂອງພະອົງ.” ຕຳແໜ່ງທີ່ສູງສົ່ງນີ້ໃຊ້ໄດ້ແຕ່ກັບພະເຢໂຫວາ ຜູ້ດຽວ. ທຸກສິ່ງໃນເອກະພົບຢູ່ໄດ້ຍ້ອນເພິ່ນ! ທີ່ຈິງ ພະ ເຢໂຫວາສົມຄວນໄດ້ຮັບການຍ້ອງຍໍສັນລະເສີນ ຄວາມນັບຖື ແລະອຳນາດ ຍ້ອນເພິ່ນເປັນພະເຈົ້າສູງສຸດແລະເປັນຜູ້ສ້າງທຸກສິ່ງ.
15. ເປັນຫຍັງຈຶ່ງເອີ້ນພະເຢໂຫວາວ່າ “ກະສັດຕະຫຼອດໄປ”?
15 ຕຳແໜ່ງໜຶ່ງທີ່ໃຊ້ໄດ້ແຕ່ກັບພະເຢໂຫວາແມ່ນ “ກະສັດຕະຫຼອດໄປ.” (1 ຕີໂມທຽວ 1:17; ພະນິມິດ 15:3) ນີ້ໝາຍຄວາມວ່າແນວໃດ? ພະເຢໂຫວາມີຊີວິດຢູ່ຕະຫຼອດທັງໃນອະດີດແລະອະນາຄົດ. ເຮົາບໍ່ສາມາດເຂົ້າໃຈເລື່ອງນີ້ໄດ້ຍ້ອນເຮົາມີຂີດຈຳກັດທາງດ້ານຄວາມຄິດ. ເພງສັນລະເສີນ 90:2 ບອກວ່າ: “ພະອົງກໍເປັນພະເຈົ້າຕະຫຼອດມາແລະຕະຫຼອດໄປ.” ດັ່ງນັ້ນ ພະເຢໂຫວາຈຶ່ງບໍ່ມີຈຸດເລີ່ມຕົ້ນ. ເພິ່ນມີຊີວິດຢູ່ຕະຫຼອດໄປ. ຄຳພີໄບເບິນເອີ້ນເພິ່ນຢ່າງເໝາະສົມວ່າ: “ຜູ້ທີ່ມີຊີວິດຢູ່ແຕ່ດຶກດຳບັນ” ຍ້ອນເພິ່ນມີຊີວິດຢູ່ຕະຫຼອດດົນກ່ອນທຸກຄົນ ຫຼືກ່ອນທີ່ຈະມີສິ່ງຕ່າງໆໃນເອກະພົບຊ້ຳ! (ດານີເອນ 7:9, 13, 22) ນີ້ສະແດງວ່າມີແຕ່ພະເຢໂຫວາຜູ້ດຽວມີສິດທີ່ຈະປົກຄອງທຸກຄົນແລະທຸກສິ່ງ!
16, 17. (ກ) ເປັນຫຍັງເຮົາບໍ່ສາມາດເຫັນພະເຢໂຫວາໄດ້ ແລະເປັນຫຍັງຈຶ່ງບໍ່ຄວນແປກໃຈໃນເລື່ອງນີ້? (ຂ) ພະເຢໂຫວາເໜືອກວ່າສິ່ງທີ່ເຮົາເຫັນຫຼືຈັບບາຍໄດ້ໃນຄວາມໝາຍໃດ?
16 ຄືກັບຟາໂຣ ບາງຄົນບໍ່ຍອມຮັບເລື່ອງສິດນັ້ນ. ມະນຸດບໍ່ສົມບູນແບບມັກເຊື່ອໃນສິ່ງທີ່ເຫັນກັບຕາເທົ່ານັ້ນ. ເຮົາບໍ່ສາມາດເຫັນພະເຈົ້າສູງສຸດໄດ້ ຍ້ອນເພິ່ນມີຮ່າງກາຍທີ່ມະນຸດເບິ່ງບໍ່ເຫັນ. (ໂຢຮັນ 4:24) ນອກຈາກນັ້ນ ຖ້າມະນຸດຄົນໃດໄປຢູ່ຕໍ່ໜ້າພະເຢໂຫວາພະເຈົ້າ ຄົນນັ້ນກໍຈະຕາຍ. ພະເຢໂຫວາບອກໂມເຊວ່າ: “ເຈົ້າຈະເຫັນໜ້າຂອງເຮົາບໍ່ໄດ້ ຍ້ອນວ່າບໍ່ມີມະນຸດຄົນໃດທີ່ເຫັນໜ້າເຮົາແລ້ວຈະມີຊີວິດຢູ່ໄດ້.”—ອົບພະຍົບ 33:20; ໂຢຮັນ 1:18
17 ເຮົາບໍ່ຄວນແປກໃຈໃນເລື່ອງນີ້. ຂະໜາດວ່າໂມເຊເຫັນແສງລັດສະໝີຂອງພະເຢໂຫວາແຕ່ສ່ວນດຽວໂດຍຜ່ານທາງທູດສະຫວັນ ໜ້າຂອງໂມເຊກໍ “ມີແສງເຫຼື້ອມອອກມາ” ໄລຍະໜຶ່ງ ແລະພວກອິດສະຣາເອນກໍຢ້ານຈົນບໍ່ກ້າເບິ່ງໜ້າຂອງໂມເຊແບບກົງໆ. (ອົບພະຍົບ 33:21-23; 34:5-7, 29, 30) ເຫັນໄດ້ວ່າບໍ່ມີມະນຸດຄົນໃດສາມາດເບິ່ງພະເຈົ້າສູງສຸດແບບກົງໆໄດ້ເລີຍ! ການທີ່ເຮົາບໍ່ເຫັນພະເຈົ້າຫຼືຈັບບາຍເພິ່ນບໍ່ໄດ້ ໝາຍຄວາມວ່າເພິ່ນບໍ່ໄດ້ມີຊີວິດຢູ່ແທ້ໆບໍ? ບໍ່ແມ່ນ. ຄົນເຮົາຍອມຮັບວ່າມີຫຼາຍສິ່ງທີ່ເບິ່ງບໍ່ເຫັນແຕ່ກໍມີແທ້ ເຊັ່ນ: ລົມ ຄື້ນ ວິທະຍຸ ແລະຄວາມຄິດ. ນອກຈາກນັ້ນ ພະເຢໂຫວາມີຊີວິດຢູ່ຕະຫຼອດ ເຖິງວ່າເວລາຈະຜ່ານໄປຫຼາຍພັນລ້ານປີ ເພິ່ນກໍບໍ່ໄດ້ຮັບຜົນກະທົບຫຍັງເລີຍຈາກເວລາທີ່ຜ່ານໄປນັ້ນ. ສິ່ງທີ່ຮົາເຫັນຫຼືຈັບບາຍໄດ້ ມັນກໍເກົ່າແລະຜຸພັງໄດ້ເມື່ອເວລາຜ່ານໄປ. (ມັດທາຍ 6:19) ແຕ່ພະເຢໂຫວາບໍ່ເຄີຍປ່ຽນບໍ່ວ່າເວລາຈະຜ່ານໄປດົນປານໃດກໍຕາມ. ຍ້ອນແນວນີ້ ເພິ່ນຈຶ່ງເໜືອກວ່າທຸກສິ່ງທີ່ເຮົາເຫັນຫຼືຈັບບາຍໄດ້. ເຮົາຄວນຄິດວ່າເພິ່ນເປັນແຕ່ພະລັງທີ່ເບິ່ງບໍ່ເຫັນ ບໍ່ມີຄວາມຮູ້ສຶກຫຍັງ ແລະບໍ່ສົນໃຈເຮົາເລີຍບໍ? ຂໍໃຫ້ມາເບິ່ງນຳກັນ.
ຄຸນລັກສະນະເດັ່ນຂອງພະເຈົ້າ
18. ເອເຊກຽນໄດ້ເຫັນນິມິດຫຍັງ ແລະ “ສິ່ງທີ່ມີຊີວິດ” ທີ່ມີ 4 ໜ້າເຊິ່ງຢູ່ໃກ້ກັບພະເຢໂຫວາເປັນສັນຍະລັກສະແດງເຖິງຫຍັງ?
18 ເຖິງວ່າເຮົາບໍ່ສາມາດເຫັນພະເຈົ້າ ແຕ່ຄຳພີໄບເບິນກໍບັນທຶກເຫດການທີ່ໜ້າຕື່ນເຕັ້ນໃຫ້ເຮົາຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນສະຫວັນ. ຕົວຢ່າງໜຶ່ງແມ່ນຢູ່ໃນເອເຊກຽນບົດທຳອິດ. ພະເຢໂຫວາໄດ້ໃຫ້ເອເຊກຽນເຫັນອົງການຂອງເພິ່ນໃນສ່ວນທີ່ຢູ່ສະຫວັນໂດຍທາງນິມິດ. ລາວໄດ້ເຫັນອົງການນັ້ນເປັນຄືກັບກົງລໍ້ໃຫຍ່ໆ. ລາວຮູ້ສຶກປະທັບໃຈຫຼາຍທີ່ເຫັນທູດສະຫວັນທີ່ມີລິດເດດຫຼາຍອົງຢູ່ອ້ອມຂ້າງພະເຢໂຫວາ. (ເອເຊກຽນ 1:4-10) “ສິ່ງທີ່ມີຊີວິດ” ເຫຼົ່ານີ້ຮັບໃຊ້ພະເຢໂຫວາຢ່າງໃກ້ຊິດ ແລະຮູບຮ່າງຂອງເຂົາເຈົ້າບອກເຮົາໃຫ້ຮູ້ສິ່ງທີ່ສຳຄັນກ່ຽວກັບພະເຈົ້າທີ່ເຂົາເຈົ້າຮັບໃຊ້ຢູ່. ສິ່ງທີ່ມີຊີວິດແຕ່ລະໂຕມີ 4 ໜ້າຄື: ໜ້າງົວ ໜ້າສິງ ໜ້ານົກອິນຊີ ແລະໜ້າຄົນ. ສິ່ງທີ່ມີຊີວິດເຫຼົ່ານີ້ເປັນສັນຍະລັກສະແດງເຖິງຄຸນລັກສະນະເດັ່ນ 4 ຢ່າງຂອງພະເຢໂຫວາ.—ພະນິມິດ 4:6-8, 10
19. ສັນຍະລັກເຫຼົ່ານີ້ເປັນພາບສະແດງເຖິງຄຸນລັກສະນະຫຍັງ (ກ) ໜ້າງົວ? (ຂ) ໜ້າສິງ? (ຄ) ໜ້ານົກອິນຊີ? (ງ) ໜ້າຄົນ?
19 ໃນຄຳພີໄບເບິນ ງົວມັກໝາຍເຖິງກຳລັງເຊິ່ງກໍເໝາະສົມແລ້ວ ຍ້ອນງົວເປັນສັດທີ່ມີແຮງຫຼາຍ. ສ່ວນຫຼາຍໂຕສິງເປັນພາບສະແດງເຖິງຄວາມຍຸຕິທຳ ຍ້ອນຄວາມຍຸຕິທຳແທ້ຕ້ອງໃຊ້ຄວາມກ້າຫານ ແລະຄຸນລັກສະນະເດັ່ນຂອງໂຕສິງກໍແມ່ນຄວາມກ້າຫານ. ນົກອິນຊີມີຊື່ສຽງໃນເລື່ອງສາຍຕາທີ່ແຫຼມຄົມເຊິ່ງສາມາດແນມເຫັນສິ່ງນ້ອຍໆທີ່ຢູ່ໄກໆຫຼາຍກິໂລແມັດໄດ້. ດັ່ງນັ້ນ ໜ້ານົກ ອິນຊີຈຶ່ງສະແດງເຖິງສະຕິປັນຍາຂອງພະເຈົ້າທີ່ສາມາດເບິ່ງກວ້າງເຫັນໄກ. ແລ້ວໜ້າຄົນເດ້? ຍ້ອນຄົນຖືກສ້າງໃນແບບທີ່ພິເສດໃຫ້ຄ້າຍຄືກັບພະເຈົ້າ ຄົນຈຶ່ງສາມາດສະແດງຄວາມຮັກທີ່ເປັນຄຸນລັກສະນະທີ່ສຳຄັນທີ່ສຸດຂອງພະເຈົ້າ. (ປະຖົມມະການ 1:26) ຄຳພີໄບເບິນເນັ້ນເຖິງລິດເດດ ຄວາມຍຸຕິທຳ ສະຕິປັນຍາ ແລະຄວາມຮັກຂອງພະເຢໂຫວາເລື້ອຍໆ. ດັ່ງນັ້ນ ເຮົາຈຶ່ງເວົ້າໄດ້ວ່າທັງສີ່ຢ່າງນີ້ເປັນຄຸນລັກສະນະເດັ່ນຂອງພະເຈົ້າ.
20. ເຮົາຮູ້ໄດ້ແນວໃດວ່າພະເຈົ້າບໍ່ໄດ້ປ່ຽນໄປ ແລະເປັນຫຍັງເຈົ້າຈຶ່ງຕອບແບບນັ້ນ?
20 ຍ້ອນຄຳພີໄບເບິນຂຽນມາດົນແລ້ວ ປານນີ້ພະເຈົ້າຄືຊິປ່ຽນໄປແລ້ວຕິເບາະ? ບໍ່ດອກ. ເພິ່ນຍັງຄືເກົ່າ. ເພິ່ນບອກວ່າ: “ເຮົາແມ່ນເຢໂຫວາ ແລະເຮົາບໍ່ປ່ຽນ.” (ມາລາກີ 3:6) ພະເຢໂຫວາບໍ່ໄດ້ປ່ຽນຕາມໃຈໂຕເອງ ເພິ່ນເປັນພໍ່ທີ່ດີສະເໝີ. ເພິ່ນຈະສະແດງຄຸນລັກສະນະທີ່ຈຳເປັນເພື່ອຊ່ວຍເຮົາຕາມແຕ່ລະສະຖານະການ. ໃນຄຸນລັກສະນະ 4 ຢ່າງນີ້ ເດັ່ນກວ່າໝູ່ແມ່ນຄວາມຮັກ. ຄວາມຮັກເຫັນໄດ້ແຈ້ງໃນທຸກສິ່ງທີ່ເພິ່ນເຮັດ. ເພິ່ນໃຊ້ລິດເດດ ຄວາມຍຸຕິທຳ ແລະສະຕິປັນຍາໂດຍສະແດງຄວາມຮັກສະເໝີ. ຄຳພີໄບເບິນເວົ້າເຖິງພະເຈົ້າແລະຄວາມຮັກໃນແບບທີ່ພິເສດ. ຄຳພີໄບເບິນບອກວ່າ: “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ຂໍໃຫ້ສັງເກດວ່າ ຄຳພີໄບເບິນບໍ່ໄດ້ບອກວ່າ ພະເຈົ້າມີຄວາມ ຮັກ ຫຼືພະເຈົ້າສະແດງຄວາມຮັກ ແຕ່ບອກວ່າພະເຈົ້າເປັນຄວາມຮັກ. ຄວາມຮັກເປັນຄຸນລັກສະນະພື້ນຖານສຳຄັນຂອງພະເຈົ້າ ແລະຄວາມຮັກກະຕຸ້ນເພິ່ນໃຫ້ເຮັດທຸກສິ່ງ.
“ນີ້ແມ່ນພະເຈົ້າຂອງພວກເຮົາ”
21. ເຮົາຈະຮູ້ສຶກແນວໃດຖ້າເຂົ້າໃຈຄຸນລັກສະນະຕ່າງໆຂອງພະເຢໂຫວາຫຼາຍຂຶ້ນ?
21 ເຈົ້າເຄີຍເຫັນເດັກນ້ອຍຊີ້ໃຫ້ໝູ່ເບິ່ງພໍ່ຂອງລາວບໍ? ລາວເວົ້າດ້ວຍຄວາມພູມໃຈວ່າ “ຜູ້ນັ້ນເດ້ ພໍ່ຂ້ອຍ.” ຄ້າຍຄືກັນ ຜູ້ນະມັດສະການພະເຢໂຫວາກໍມີເຫດຜົນທີ່ຈະພູມໃຈໃນເພິ່ນ. ຄຳພີໄບເບິນບອກລ່ວງໜ້າວ່າຈະມີມື້ໜຶ່ງທີ່ຄົນສັດຊື່ຈະຮ້ອງອອກມາດ້ວຍຄວາມສຸກວ່າ: “ນີ້ແມ່ນພະເຈົ້າຂອງພວກເຮົາ.” (ເອຊາຢາ 25:8, 9) ແຮ່ງເຈົ້າເຂົ້າໃຈຄຸນລັກສະນະຕ່າງໆຂອງພະເຢໂຫວາເລິກຫຼາຍສ່ຳໃດ ເຈົ້າກໍແຮ່ງຮູ້ສຶກວ່າມີພໍ່ທີ່ດີທີ່ສຸດຫຼາຍສ່ຳນັ້ນ.
22, 23. ຄຳພີໄບເບິນເວົ້າເຖິງພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນແນວໃດ ແລະເຮົາຮູ້ໄດ້ແນວໃດວ່າເພິ່ນຢາກໃຫ້ເຮົາໃກ້ຊິດກັບເພິ່ນ?
22 ເຫັນໄດ້ແຈ້ງວ່າ ພະເຢໂຫວາເປັນພະເຈົ້າທີ່ຮັກແລະສົນໃຈເຮົາ. ເພິ່ນບໍ່ໄດ້ເປັນພະເຈົ້າທີ່ເສີຍໆຫຼືຢູ່ໄກໆຄືກັບທີ່ພວກຜູ້ນຳສາສະໜາແລະນັກປັດຊະຍາບາງຄົນສອນ. ຖ້າເພິ່ນເປັນແບບນັ້ນ ເຮົາຄືຊິບໍ່ຢາກຢູ່ໃກ້ເພິ່ນ ແລະຄຳພີໄບເບິນກໍບໍ່ໄດ້ເວົ້າເຖິງພໍ່ຂອງເຮົາທີ່ຢູ່ໃນສະຫວັນວ່າເປັນແບບນັ້ນ. ກົງກັນຂ້າມ ຄຳພີໄບເບິນເອີ້ນເພິ່ນວ່າ: “ພະເຈົ້າຜູ້ມີຄວາມສຸກ.” (1 ຕີໂມທຽວ 1:11) ເພິ່ນມີທັງຄວາມເຂັ້ມແຂງແລະຄວາມອ່ອນໂຍນໄປນຳກັນ. ເພິ່ນຮູ້ສຶກ “ເຈັບປວດໃຈຫຼາຍ” ເມື່ອມະນຸດທີ່ເພິ່ນສ້າງບໍ່ເຮັດຕາມກົດໝາຍທີ່ເພິ່ນໃຫ້ເພື່ອປະໂຫຍດຂອງເຂົາເຈົ້າ. (ປະຖົມມະການ 6:6; ເພງສັນລະເສີນ 78:41) ແຕ່ຖ້າເຮົາສະຫຼາດແລະເຮັດຕາມຄຳສອນຂອງເພິ່ນ ເຮົາກໍເຮັດໃຫ້ເພິ່ນ “ມີຄວາມສຸກ.”—ສຸພາສິດ 27:11
23 ພະເຢໂຫວາພໍ່ຂອງເຮົາຢາກໃຫ້ເຮົາໃກ້ຊິດກັບເພິ່ນ. ຄຳພີໄບເບິນເຊີນເຮົາໃຫ້ ‘ຊອກຫາເພິ່ນແທ້ໆ [ແລ້ວ] ເຮົາຈະຮູ້ຈັກເພິ່ນ ຍ້ອນເພິ່ນບໍ່ໄດ້ຢູ່ໄກຈາກເຮົາແຕ່ລະຄົນ.’ (ກິດຈະການ 17:27) ແຕ່ເຮົາທີ່ເປັນມະນຸດຈະເປັນໝູ່ສະໜິດກັບພະເຈົ້າສູງສຸດໃນເອກະພົບໄດ້ແນວໃດ?