ບົດທີ 5
ລິດເດດໃນການສ້າງຂອງ “ຜູ້ທີ່ສ້າງຟ້າແລະໂລກ”
1, 2. ຕາເວັນສະແດງໃຫ້ເຫັນລິດເດດຂອງພະເຢໂຫວາໃນການສ້າງແນວໃດ?
ເຈົ້າເຄີຍຝີງໄຟໃນຄືນທີ່ໜາວໆບໍ? ຖ້າເຈົ້າເດ່ມືໄປຂາງໄຟໃນໄລຍະທີ່ພໍດີເຈົ້າກໍຈະອຸ່ນ. ແຕ່ຖ້າເຈົ້າຫຍັບເຂົ້າໄປໃກ້ຫຼາຍ ເຈົ້າກໍຈະຮ້ອນໂພດ ແລະຖ້າຫຍັບອອກໄປໄກໂພດ ເຈົ້າກໍຈະໜາວ.
2 ຕາເວັນເປັນຄືກັບ “ໄຟ” ທີ່ໃຫ້ຄວາມອົບອຸ່ນກັບເຮົາໃນຕອນກາງເວັນ. “ໄຟ” ນີ້ຢູ່ໄກຈາກເຮົາໃນໄລຍະຫ່າງປະມານ 150 ລ້ານກິໂລແມັດ! a ຕາເວັນຕ້ອງມີພະລັງມະຫາສານແທ້ໆເພື່ອເຮົາຈະໄດ້ຮັບຄວາມຮ້ອນທີ່ຢູ່ໄກປານນັ້ນ! ໜ່ວຍໂລກຢູ່ຫ່າງຈາກຕາເວັນໃນໄລຍະທີ່ພໍດີ. ຖ້າຢູ່ໃກ້ໂພດກໍຈະເຮັດໃຫ້ນ້ຳທີ່ຢູ່ໂລກລະເຫີຍເປັນອາຍໄປໝົດ ແຕ່ຖ້າຢູ່ໄກໂພດກໍຈະເຮັດໃຫ້ນ້ຳທັງໝົດທີ່ຢູ່ໂລກກາຍເປັນນ້ຳກ້ອນ. ດັ່ງນັ້ນ ຖ້າໂລກຂອງເຮົາຢູ່ໃກ້ຫຼືໄກຈາກຕາເວັນຫຼາຍໂພດກໍຈະເຮັດໃຫ້ບໍ່ມີສິ່ງທີ່ມີຊີວິດ. ນອກຈາກເປັນສິ່ງທີ່ຈຳເປັນຕໍ່ຊີວິດຢູ່ໃນໂລກແລ້ວ ຕາເວັນຍັງເປັນແຫຼ່ງພະລັງງານທີ່ສະອາດ ມີປະໂຫຍດ ແລະເຮັດໃຫ້ເຮົາສົດຊື່ນ.—ປັນຍາຈານ 11:7
3. ດວງຕາເວັນໃຫ້ບົດຮຽນຫຍັງເຮົາ?
3 ເຖິງວ່າຊີວິດເຮົາຈະຂາດຕາເວັນບໍ່ໄດ້ ແຕ່ຄົນສ່ວນຫຼາຍກໍຖືວ່າຕາເວັນເປັນສິ່ງທຳມະດາ. ຍ້ອນແນວນີ້ ເຂົາເຈົ້າຈຶ່ງບໍ່ເຂົ້າໃຈວ່າຕາເວັນໃຫ້ບົດຮຽນຫຍັງເຮົາແດ່. ຄຳພີໄບເບິນເວົ້າເຖິງພະເຢໂຫວາວ່າ: “ພະອົງສ້າງແສງສະຫວ່າງແລະສ້າງດວງຕາເວັນ.” (ເພງສັນລະເສີນ 74:16) ແມ່ນແລ້ວ ຕາເວັນເຮັດໃຫ້ພະເຢໂຫວາ “ຜູ້ທີ່ສ້າງຟ້າແລະໂລກ” ໄດ້ຮັບຄຳສັນລະເສີນ. (ເພງສັນລະເສີນ 19:1; 146:6) ແຕ່ເຈົ້າຮູ້ບໍ ທີ່ຈິງຕາເວັນເປັນພຽງແຕ່ດາວໜ່ວຍໜຶ່ງໃນຈຳນວນດາວທີ່ ນັບບໍ່ຖ້ວນທີ່ສອນເຮົາກ່ຽວກັບລິດເດດໃນການສ້າງທີ່ຍິ່ງໃຫຍ່ຂອງພະເຢໂຫວາ. ໃຫ້ເຮົາມາເບິ່ງກ່ຽວກັບດາວເຫຼົ່ານັ້ນບາງດວງຫຼາຍຂຶ້ນ ແລ້ວຫຼັງຈາກນັ້ນຈຶ່ງມາເບິ່ງກ່ຽວກັບໂລກແລະສິ່ງມີຊີວິດທີ່ຢູ່ໃນໂລກ.
ພະເຢໂຫວາ “ສ້າງແສງສະຫວ່າງແລະສ້າງດວງຕາເວັນ”
“ແຫງນໜ້າເບິ່ງທ້ອງຟ້າແມ້”
4, 5. ດວງຕາເວັນມີພະລັງຫຼາຍສ່ຳໃດແລະໃຫຍ່ສ່ຳໃດ ແຕ່ຖ້າທຽບກັບດາວອື່ນໆມັນເປັນແນວໃດ?
4 ເຈົ້າຄືຊິຮູ້ແລ້ວວ່າຕາເວັນເປັນດາວໜ່ວຍໜຶ່ງທີ່ເບິ່ງຄືວ່າຈະໃຫຍ່ກວ່າດາວອື່ນໆທີ່ເຮົາເຫັນໃນຕອນກາງຄືນ ຍ້ອນຕາເວັນຢູ່ໃກ້ກັບໜ່ວຍໂລກຫຼາຍກວ່າດາວເຫຼົ່ານັ້ນ. ຕາເວັນມີພະລັງຫຼາຍສ່ຳໃດ? ແກນກາງຂອງດວງຕາເວັນມີອຸນຫະພູມປະມານ 15 ລ້ານອົງສາເຊ. ຖ້າເຈົ້າເອົາສ່ວນໜຶ່ງຈາກແກນຂອງດວງຕາເວັນຂະໜາດເທົ່າກັບຫົວເຂັມໝຸດມາວາງໄວ້ຢູ່ໂລກ ເຈົ້າຕ້ອງຢູ່ໄກຈາກມັນຫຼາຍກວ່າ 140 ກິໂລແມັດຈຶ່ງຈະປອດໄພ. ໃນທຸກໆວິນາທີ ດວງຕາເວັນປ່ອຍພະລັງງານອອກມາເທົ່າກັບການລະເບີດຂອງລູກລະເບີດນິວເຄລຍຫຼາຍຮ້ອຍລ້ານລູກ.
5 ດວງຕາເວັນມີຂະໜາດໃຫຍ່ກວ່າໂລກຂອງເຮົາເຖິງ 1 ລ້ານ 3 ແສນເທົ່າ. ຕາເວັນເປັນດາວທີ່ໃຫຍ່ຜິດປົກກະຕິບໍ? ບໍ່ແມ່ນ. ນັກວິທະຍາສາດບອກວ່າຕາເວັນ ເປັນດາວໜ່ວຍນ້ອຍໆຖ້າທຽບກັບດາວອື່ນໆ. ອັກຄະສາວົກໂປໂລຂຽນວ່າ: “ຄວາມງາມຂອງດາວແຕ່ລະດວງກໍຕ່າງກັນ.” (1 ໂກຣິນໂທ 15:41) ໂປໂລຂຽນກ່ຽວກັບເລື່ອງນີ້ໄດ້ກໍຍ້ອນພະລັງບໍລິສຸດຊ່ວຍລາວ. ມີດາວອີກດວງໜຶ່ງທີ່ໃຫຍ່ຫຼາຍ ເຖິງຂັ້ນວ່າຖ້າເອົາມັນມາຕັ້ງຢູ່ບ່ອນທີ່ດວງຕາເວັນຢູ່ ໜ່ວຍໂລກຂອງເຮົາກໍຈະຢູ່ທາງໃນດາວດວງນັ້ນ. ນອກຈາກນັ້ນ ຍັງມີດາວຍັກອີກດວງໜຶ່ງທີ່ໃຫຍ່ຫຼາຍ ເຊິ່ງຖ້າເອົາມັນມາຕັ້ງຢູ່ບ່ອນທີ່ດວງຕາເວັນຢູ່ ມັນຈະກິນເນື້ອທີ່ໄປຮອດດາວເສົາ. ເຖິງວ່າດາວດວງນັ້ນຢູ່ໄກຈາກໂລກຈົນເຖິງຂັ້ນວ່າຍານອະວະກາດຕ້ອງໃຊ້ເວລາ 4 ປີຈຶ່ງຈະເດີນທາງໄປຮອດຫັ້ນ ແຕ່ຍານອະວາກາດນັ້ນຕ້ອງເດີນທາງດ້ວຍຄວາມໄວທີ່ໄວຫຼາຍກວ່າຄວາມໄວຂອງລູກປືນ 40 ເທົ່າ.
6. ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າດາວມີຫຼາຍຈົນມະນຸດນັບບໍ່ໄດ້?
6 ສິ່ງທີ່ໜ້າປະທັບໃຈຫຼາຍກວ່າຂະໜາດຂອງດາວແມ່ນຈຳນວນຂອງມັນ. ທີ່ຈິງ ຄຳພີໄບເບິນບອກວ່າບໍ່ມີມະນຸດຄົນໃດນັບດາວໄດ້ ຄືກັບທີ່ນັບ “ເມັດດິນ ຊາຍຢູ່ທະເລ” ບໍ່ໄດ້. (ເຢເຣມີຢາ 33:22) ນີ້ໝາຍຄວາມວ່າຍັງມີດາວອີກບັກຫຼາຍໆດວງທີ່ເຮົາບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ຖ້າເຢເຣມີຢາຜູ້ຂຽນຄຳພີໄບເບິນແຫງນໜ້າເບິ່ງທ້ອງຟ້າໃນຕອນກາງຄືນແລະພະຍາຍາມທີ່ຈະນັບດາວທີ່ລາວເບິ່ງເຫັນ ລາວອາດຈະນັບໄດ້ແຕ່ປະມານ 3.000 ດວງເທົ່ານັ້ນ. ນີ້ແມ່ນຈຳນວນທີ່ມະນຸດແນມເຫັນດາວເຫຼົ່ານັ້ນດ້ວຍຕາເປົ່າໃນຄືນທີ່ທ້ອງຟ້າປອດໂປ່ງ ແລະຈຳນວນນັ້ນອາດທຽບໄດ້ກັບຈຳນວນເມັດດິນຊາຍແຕ່ກຳມືດຽວ. ແຕ່ໃນຄວາມເປັນຈິງແລ້ວ ມີດາວຫຼາຍແທ້ຫຼາຍວ່າຄືກັບເມັດດິນຊາຍຢູ່ໃນທະເລ b ມີໃຜບໍທີ່ຈະນັບດາວຈຳນວນຫຼາຍປານນັ້ນໄດ້?
7. ນັກດາລາສາດຄິດແນວໃດກ່ຽວກັບຈຳນວນດາວທີ່ຢູ່ໃນກາແລັກຊີຂອງເຮົາ ແລະຈຳນວນກາແລັກຊີທີ່ຢູ່ໃນເອກະພົບ?
7 ເອຊາຢາ 40:26 ຕອບວ່າ: “ແຫງນໜ້າເບິ່ງທ້ອງຟ້າແມ້. ໃຜເປັນຜູ້ສ້າງດວງດາວເຫຼົ່ານີ້? ກໍແມ່ນຜູ້ທີ່ນັບພວກມັນໄດ້ແລະສັ່ງພວກມັນອອກໄປເປັນກອງທັບ. ເພິ່ນເອີ້ນຊື່ດາວທຸກດວງໄດ້” ແລະເພງສັນລະເສີນ 147:4 ກໍບອກວ່າ: “ເພິ່ນນັບຈຳນວນດາວທັງໝົດ.” ແລ້ວ “ຈຳນວນດາວທັງໝົດ” ມີຫຼາຍປານໃດ? ຄຳຖາມນີ້ຕອບຍາກ. ນັກດາລາສາດກະປະມານວ່າສະເພາະແຕ່ໃນກາແລັກຊີທາງຊ້າງເຜືອກຂອງເຮົາມີດາວຫຼາຍກວ່າ 1 ແສນລ້ານດວງ. c ບາງຄົນຄິດວ່າອາດມີຫຼາຍກວ່ານັ້ນຊ້ຳ. ແຕ່ເອກະພົບຂອງເຮົາມີກາແລັກຊີອີກຈຳນວນຫຼາຍ ແລະຫຼາຍກາແລັກຊີກໍມີຈຳນວນດາວຫຼາຍກວ່າກາແລັກຊີທາງຊ້າງເຜືອກ. ແລ້ວມີກາແລັກຊີຫຼາຍປານໃດ? ນັກດາລາສາດບາງຄົນກະປະມານວ່າມີ 1 ແສນລ້ານກາແລັກຊີ ຫຼືອາດມີຫຼາຍຮອດລ້ານລ້ານກາແລັກຊີ. ເບິ່ງຄືວ່າມະນຸດຍັງບໍ່ຮູ້ວ່າຈຳນວນກາແລັກຊີມີຫຼາຍສ່ຳໃດ ຄັນຊັ້ນ ຈຳນວນດາວຫຼາຍ ພັນລ້ານດວງທີ່ຢູ່ໃນແຕ່ລະກາແລັກຊີ ເຂົາເຈົ້າແຮ່ງຊິບໍ່ຮູ້. ແຕ່ພະເຢໂຫວາຮູ້ຈຳນວນດາວທັງໝົດແລະເພິ່ນຍັງຕັ້ງຊື່ໃຫ້ດາວແຕ່ລະດວງນຳອີກ!
8. (ກ) ເຈົ້າຈະອະທິບາຍເລື່ອງຂະໜາດຂອງກາແລັກຊີທາງຊ້າງເຜືອກແນວໃດ? (ຂ) ດາວແລະກາແລັກຊີຕ່າງໆເຄື່ອນທີ່ແນວໃດແລະຍ້ອນຫຍັງ?
8 ເຮົາຈະຮູ້ສຶກງຶດຫຼາຍກວ່ານີ້ເມື່ອຄິດເຖິງຂະໜາດຂອງກາແລັກຊີຕ່າງໆ. ມີການກະປະມານວ່າກາແລັກຊີທາງຊ້າງເຜືອກຈາກຟາກໜຶ່ງໄປຫາອີກຟາກໜຶ່ງມີໄລຍະທາງປະມານ 1 ແສນປີແສງ. ລອງຄິດເບິ່ງວ່າ ແສງເດີນທາງໄວຫຼາຍດ້ວຍຄວາມໄວ 3 ແສນກິໂລແມັດຕໍ່ວິນາທີ ແຕ່ກໍຍັງໃຊ້ເວລາຮອດ 1 ແສນປີເພື່ອແສງຈະເດີນທາງຂ້າມກາແລັກຊີຂອງເຮົາໄດ້. ບາງກາແລັກຊີມີຂະໜາດໃຫຍ່ກວ່າກາແລັກຊີຂອງເຮົາຫຼາຍເທົ່າຊ້ຳ. ຄຳພີໄບເບິນບອກວ່າພະເຢໂຫວາພື “ທ້ອງຟ້າ” ງ່າຍຄືກັບພືຜ້າ. (ເພງສັນລະເສີນ 104:2) ເພິ່ນຍັງຄວບຄຸມດາວແລະກາແລັກຊີຕ່າງໆໃຫ້ເຄື່ອນທີ່ເປັນລະບົບລະບຽບ ຕັ້ງແຕ່ສິ່ງທີ່ນ້ອຍທີ່ສຸດໄປຈົນຮອດກາແລັກຊີທີ່ໃຫຍ່ທີ່ສຸດ. (ໂຢບ 38:31-33) ຍ້ອນແນວນີ້ ນັກວິທະຍາສາດຈຶ່ງປຽບທຽບການເຄື່ອນທີ່ທີ່ແນ່ນອນຂອງດາວຕ່າງໆຄືກັບຈັງຫວະການເຕັ້ນບັນເລ້ທີ່ງາມໆ. ຂໍໃຫ້ຄິດເຖິງພະເຈົ້າຜູ້ສ້າງສິ່ງເຫຼົ່ານີ້ ແລ້ວເຈົ້າຊິຮູ້ສຶກປະທັບໃຈໃນລິດເດດທີ່ຍິ່ງໃຫຍ່ໃນການສ້າງຂອງເພິ່ນແທ້ໆ.
“ເພິ່ນເປັນຜູ້ສ້າງໂລກດ້ວຍລິດເດດຂອງເພິ່ນ”
9, 10. ເຮົາເຫັນລິດເດດໃນການສ້າງຂອງພະເຢໂຫວາແນວໃດເມື່ອຄິດເຖິງທີ່ຕັ້ງລະບົບສຸລິຍະຂອງເຮົາ ດາວພະຫັດ ໜ່ວຍໂລກ ແລະດວງເດືອນ?
9 ເຮົາຍັງເຫັນລິດເດດໃນການສ້າງຂອງພະເຢໂຫວາໃນວິທີທີ່ເພິ່ນສ້າງໂລກທີ່ເປັນບ້ານຂອງເຮົາ. ເພິ່ນໄດ້ຕັ້ງໜ່ວຍໂລກໄວ້ໃນບ່ອນທີ່ເໝາະສົມໃນເອກະພົບທີ່ກວ້າງໃຫຍ່ໄພສານ. ນັກວິທະຍາສາດບາງຄົນເຊື່ອວ່າກາແລັກຊີອື່ນໆບໍ່ເໝາະທີ່ຈະເປັນບ່ອນຢູ່ຂອງສິ່ງທີ່ມີຊີວິດ. ກາແລັກຊີທາງຊ້າງເຜືອກສ່ວນຫຼາຍບໍ່ໄດ້ຖືກອອກແບບເພື່ອໃຫ້ເປັນບ່ອນຢູ່ຂອງສິ່ງທີ່ມີຊີວິດ. ຢູ່ໃຈກາງຂອງກາແລັກຊີມີການແຜ່ລັງສີສູງຫຼາຍແລະມີດາວໂຄຈອນຢູ່ໃກ້ກັນບັກຫຼາຍໆເຊິ່ງເຮັດໃຫ້ເປັນອັນຕະລາຍໄດ້. ນອກຈາກນັ້ນ ຢູ່ຂອບນອກຂອງກາແລັກຊີທາງຊ້າງເຜືອກຍັງຂາດທາດຫຼາຍຢ່າງທີ່ຈຳເປັນຕໍ່ສິ່ງທີ່ມີຊີວິດ. ແຕ່ລະບົບສຸລິຍະຂອງເຮົາຕັ້ງຢູ່ໃນບ່ອນເໝາະສົມທີ່ສຸດ.
10 ໜ່ວຍໂລກໄດ້ຮັບການປົກປ້ອງຈາກດາວພະຫັດ ເຊິ່ງເປັນດາວເຄາະຂະໜາດໃຫຍ່ທີ່ຢູ່ໄກໆ. ດາວພະຫັດໃຫຍ່ກວ່າໜ່ວຍໂລກຫຼາຍກວ່າ 1.000 ເທົ່າ ມັນຈຶ່ງມີແຮງດຶງດູດມະຫາສານ. ນີ້ເປັນປະໂຫຍດແນວໃດ? ດາວພະຫັດໄດ້ດູດເອົາວັດຖຸຕ່າງໆທີ່ແລ່ນຜ່ານອະວະກາດໄດ້ທັນທີ ຫຼືບໍ່ກໍເຮັດໃຫ້ວັດຖຸເຫຼົ່ານັ້ນໄປທາງອື່ນ. ນັກວິທະຍາສາດຫຼາຍຄົນຄິດໄລ່ວ່າ ຖ້າບໍ່ມີດາວພະຫັດກໍຈະມີວັດຖຸຈຳນວນຫຼາຍເຄື່ອນທີ່ມາຕຳໜ່ວຍໂລກຫຼາຍກວ່າປັດຈຸບັນເຖິງ 10.000 ເທົ່າ. ໃກ້ກວ່າດາວພະຫັດກໍແມ່ນດວງເດືອນ. ໜ່ວຍໂລກໄດ້ຮັບປະໂຫຍດຈາກດວງເດືອນເຊິ່ງເປັນດາວທີ່ບໍ່ທຳມະດາ. ເດືອນບໍ່ພຽງແຕ່ງາມແລະໃຫ້ແສງ “ສະຫວ່າງໃນຕອນກາງຄືນ” ເທົ່ານັ້ນ ແຕ່ມັນຍັງຊ່ວຍໃຫ້ໜ່ວຍໂລກອຽງນຳ. ຍ້ອນແນວນີ້ ໂລກຈຶ່ງມີລະດູການຕ່າງໆທີ່ແນ່ນອນເຊິ່ງເປັນສິ່ງທີ່ສຳຄັນອີກຢ່າງໜຶ່ງສຳລັບຊີວິດ.
11. ຊັ້ນບັນຍາກາດຂອງໂລກໄດ້ຮັບການອອກແບບແນວໃດເພື່ອໃຫ້ເປັນໂລ້ປົກປ້ອງ?
11 ເຮົາຍັງເຫັນລິດເດດໃນການສ້າງຂອງພະເຢໂຫວາໄດ້ຈາກວິທີທີ່ເພິ່ນອອກແບບໜ່ວຍໂລກນຳ. ໃຫ້ເຮົາມາເບິ່ງກ່ຽວກັບຊັ້ນບັນຍາກາດຂອງໂລກທີ່ເປັນຄືກັບໂລ້ປົກປ້ອງພວກເຮົາ. ຕາເວັນແຜ່ລັງສີອອກມາ ມີທັງລັງສີທີ່ເປັນປະໂຫຍດຕໍ່ສຸຂະພາບແລະລັງສີທີ່ເປັນອັນຕະລາຍເຖິງຕາຍໄດ້. ເມື່ອລັງສີທີ່ເປັນອັນຕະລາຍນັ້ນແຜ່ມາຮອດຊັ້ນບັນຍາກາດທີ່ຢູ່ນອກໂລກ ລັງສີເຫຼົ່ານັ້ນຈະປ່ຽນທາດອົກຊີແຊນທຳມະດາໃຫ້ກາຍເປັນໂອໂຊນ. ຍ້ອນແນວນີ້ຈຶ່ງເຮັດໃຫ້ມີຊັ້ນໂອໂຊນຢູ່ອ້ອມໂລກເຊິ່ງຈະດູດເອົາລັງສີສ່ວນໃຫຍ່ທີ່ເປັນອັນຕະລາຍອອກໄປ. ມັນຄືກັບວ່າໂລກຂອງເຮົາຖືກອອກແບບໃຫ້ມີເກາະປ້ອງກັນໂຕເອງ.
12. ການໝູນວຽນຂອງນ້ຳທີ່ຢູ່ໃນຊັ້ນບັນຍາກາດສະແດງໃຫ້ເຫັນລິດເດດໃນການສ້າງຂອງພະເຢໂຫວາແນວໃດ?
12 ໂອໂຊນເປັນພຽງສິ່ງໜຶ່ງທີ່ຢູ່ຊັ້ນບັນຍາກາດຂອງເຮົາ. ຊັ້ນບັນຍາກາດຂອງໂລກຍັງຊ່ວຍເຮົາໃຫ້ມີອາກາດຫາຍໃຈແລະມີສ່ວນປະສົມອື່ນໆທີ່ຈຳເປັນເພື່ອໃຫ້ສິ່ງທີ່ມີຊີວິດຢູ່ໄດ້. ສິ່ງທີ່ເປັນຕາງຶດຢ່າງໜຶ່ງກ່ຽວກັບຊັ້ນບັນຍາກາດແມ່ນການໝູນວຽນຂອງນ້ຳ. ໃນແຕ່ລະປີ ຕາເວັນເຮັດໃຫ້ນ້ຳຈາກມະຫາສະໝຸດແລະທະເລຕ່າງໆທີ່ຢູ່ໃນໂລກເຫີຍເປັນອາຍຫຼາຍກວ່າ 4 ແສນກິໂລແມັດກ້ອນ. ນ້ຳຈັບກັນກາຍເປັນຂີ້ເຝື້ອ ແລ້ວຂີ້ເຝື້ອກໍຖືກລົມທີ່ຢູ່ໃນຊັ້ນບັນຍາກາດພັດກະຈາຍອອກໄປ. ນ້ຳທີ່ເຫີຍຂຶ້ນໄປຖືກຕອງໃຫ້ສະອາດກ່ອນ ແລ້ວຈຶ່ງຕົກລົງມາເປັນຝົນ ຫິມະ ແລະນ້ຳກ້ອນເພື່ອມາແທນນ້ຳທີ່ເຫີຍຂຶ້ນໄປນັ້ນ. ຄືກັບທີ່ປັນຍາຈານ 1:7 ບອກວ່າ: “ແມ່ນ້ຳທັງໝົດໄຫຼລົງໄປໃນທະເລ ແຕ່ທະເລກໍບໍ່ເຄີຍເຕັມຈັກເທື່ອ. ນ້ຳກັບໄປບ່ອນເກົ່າເພື່ອຈະໄຫຼລົງມາອີກເທື່ອໜຶ່ງ.” ມີແຕ່ພະເຢໂຫວາຜູ້ດຽວທີ່ເຮັດໃຫ້ການໝູນວຽນແບບນີ້ເກີດຂຶ້ນໄດ້.
13. ພືດແລະດິນສະແດງໃຫ້ເຫັນລິດເດດໃນການສ້າງຂອງພະເຢໂຫວາແນວໃດ?
13 ສິ່ງທີ່ມີຊີວິດທຸກຊະນິດເຮັດໃຫ້ເຮົາເຫັນວ່າຜູ້ສ້າງຂອງເຮົາມີລິດເດດຫຼາຍ. ຕັ້ງແຕ່ຕົ້ນແປກຊີຄົວຢາທີ່ໃຫຍ່ແລະສູງກວ່າຕຶກ 30 ຊັ້ນ ໄປຈົນຮອດພືດນ້ອຍໆທີ່ຕາເຮົາເບິ່ງບໍ່ເຫັນເຊິ່ງມີບັກຫຼາຍໆຢູ່ໃນມະຫາສະໝຸດ ແຕ່ພືດເຫຼົ່ານີ້ຜະລິດອົກຊີແຊນສ່ວນຫຼາຍທີ່ເຮົາຫາຍໃຈເອົາ. ແມ່ນແຕ່ໃນດິນກໍມີສິ່ງທີ່ມີຊີວິດຢູ່ບັກຫຼາຍໆເຊັ່ນ: ໜອນ ເຊື້ອຣາ ແລະຈຸລິນຊີ. ສິ່ງທີ່ມີຊີວິດເຫຼົ່ານີ້ເຮັດວຽກຮ່ວມກັນໃນວິທີທີ່ສະຫຼັບຊັບຊ້ອນເຊິ່ງຊ່ວຍໃຫ້ພືດຈະເລີນເຕີບໂຕ. ຄຳພີໄບເບິນບອກວ່າດິນສາມາດຜະລິດອາຫານສຳລັບສິ່ງທີ່ມີຊີວິດໄດ້.
14. ໃນອາໂຕມທີ່ນ້ອຍໆມີພະລັງຫຼາຍສ່ຳໃດ?
14 ເຫັນໄດ້ແຈ້ງວ່າພະເຢໂຫວາເປັນ “ຜູ້ສ້າງໂລກດ້ວຍລິດເດດຂອງເພິ່ນ.” (ເຢເຣມີຢາ 10:12) ແມ່ນແຕ່ໃນສິ່ງທີ່ນ້ອຍທີ່ສຸດກໍຊ່ວຍເຮົາໃຫ້ເຫັນລິດເດດໃນການສ້າງຂອງພະເຈົ້າໄດ້. ຕົວຢ່າງເຊັ່ນ ຖ້າເອົາອາໂຕມ 1 ລ້ານອັນມາວາງລຽນຕໍ່ໆກັນກໍຍັງບໍ່ໜາເທົ່າກັບເສັ້ນຜົມເສັ້ນໜຶ່ງຊ້ຳ ແລະເຖິງວ່າເຮົາຈະຂະຫຍາຍອາໂຕມໜຶ່ງໃຫ້ສູງສ່ຳຕຶກ 14 ຊັ້ນ ນິວເຄລຍຂອງມັນກໍຈະໃຫຍ່ສ່ຳແຕ່ກັບເກືອເມັດໜຶ່ງທີ່ວາງໄວ້ຢູ່ຊັ້ນທີ 7 ຂອງຕຶກນັ້ນ. ແຕ່ນິວເຄລຍທີ່ນ້ອຍໆນີ້ເປັນແຫຼ່ງຂອງພະລັງງານທີ່ເປັນຕາງຶດຫຼາຍ. ມີການໃຊ້ນິວເຄລຍເຫຼົ່ານີ້ໃນການສ້າງລະເບີດນິວເຄລຍທີ່ມີພະລັງທຳລາຍລ້າງແບບບໍ່ເຫຼືອຫຍັງ!
“ທຸກສິ່ງທີ່ມີລົມຫາຍໃຈ”
15. ພະເຢໂຫວາຢາກສອນຫຍັງໂຢບເມື່ອເວົ້າເຖິງສັດຕ່າງໆ?
15 ເຮົາຍັງສາມາດເຫັນລິດເດດໃນການສ້າງຂອງພະເຢໂຫວາໄດ້ໂດຍເບິ່ງສັດຫຼາຍຊະນິດທີ່ເພິ່ນສ້າງ. ເພງສັນລະເສີນບົດ 148 ເວົ້າເຖິງສິ່ງຕ່າງໆທີ່ສັນລະເສີນພະເຢໂຫວາ ແລະໃນຂໍ້ 10 ກໍເວົ້າເຖິງ “ສັດປ່າແລະສັດບ້ານ” ນຳ. ມີເທື່ອໜຶ່ງ ພະເຢໂຫວາຊ່ວຍເຮົາໃຫ້ເຫັນເຫດຜົນທີ່ມະນຸດຄວນຢ້ານຢຳເພິ່ນ. ເພິ່ນເວົ້າ ກັບໂຢບກ່ຽວກັບສັດຕ່າງໆ ເຊັ່ນ: ສິງ ລາປ່າ (ມ້າລາຍ) ງົວປ່າ ເບເຫໂມດ (ຫຼືຊ້າງນ້ຳ) ແລະເລວີອາທານ (ອາດໝາຍເຖິງແຂ້). ຕອນນັ້ນ ເພິ່ນຢາກຈະສອນຫຍັງໂຢບ? ຖ້າມະນຸດຍັງຮູ້ສຶກປະທັບໃຈເມື່ອເຫັນສັດໃຫຍ່ເຫຼົ່ານີ້ ເຮົາກໍຄວນຮູ້ສຶກປະທັບໃຈພະເຢໂຫວາຜູ້ສ້າງສັດເຫຼົ່ານີ້ຫຼາຍກວ່ານັ້ນອີກ.—ໂຢບບົດ 38-41
16. ໃນນົກບາງຊະນິດທີ່ພະເຢໂຫວາໄດ້ສ້າງ ເຈົ້າປະທັບໃຈຫຍັງ?
16 ເພງສັນລະເສີນ 148:10 ຍັງເວົ້າເຖິງ “ນົກ” ນຳອີກ. ຂໍໃຫ້ຄິດເບິ່ງວ່າຊະນິດຂອງນົກມີຫຼາຍສ່ຳໃດ! ພະເຢໂຫວາບອກໂຢບກ່ຽວກັບນົກກະຈອກເທດທີ່ “ມັນຫົວຂວັນໃສ່ມ້າກັບຄົນຂີ່ມ້າ.” ເຖິງວ່ານົກນີ້ຈະສູງ 2,5 ແມັດແລະບິນບໍ່ໄດ້ ແຕ່ມັນກໍແລ່ນໄດ້ຕັ້ງ 65 ກິໂລແມັດຕໍ່ຊົ່ວໂມງ. ຂະໜາດວ່າມັນກ້າວແຕ່ໂຢບດຽວກໍຍາວຕັ້ງວ່າ 4,5 ແມັດແລ້ວ! (ໂຢບ 39:13, 18) ໃນອີກດ້ານໜຶ່ງກໍມີນົກອານບາທຣອດສ໌ທີ່ໃຊ້ຊີວິດສ່ວນຫຼາຍຢູ່ກາງອາກາດເທິງທະເລ. ນົກທີ່ເປັນຄືກັບເຄື່ອງເວີ່ນທຳມະຊາດນີ້ມີປີກເບື້ອງນີ້ຫາປີກເບື້ອງນັ້ນຍາວປະມານ 3 ແມັດ ແລະອາດເວີ່ນຢູ່ເທິງຟ້າໄດ້ຫຼາຍຊົ່ວໂມງເຊິ່ງມີແຕ່ກາງປີກອອກຊື່ໆໂດຍບໍ່ຕ້ອງກະພິບປີກ. ກົງກັນຂ້າມ ນົກກະຈິບເຜີ້ງສົບຍາວເປັນນົກທີ່ນ້ອຍທີ່ສຸດໃນໂລກ ໂຕຂອງມັນຍາວແຕ່ 5 ຊັງຕີແມັດ ແຕ່ມັນກະພິບປີກ 80 ເທື່ອຕໍ່ 1 ວິນາທີ! ນົກກະຈິບເຜີ້ງສົບຍາວສາມາດບິນເວີ່ນໄດ້ຄືກັບຍົນເຮລີຄົບເຕີ້ ແລະມັນຍັງບິນຖອຍຫຼັງໄດ້ອີກ. ພວກມັນມີສີສັນເຫຼື້ອມຍິບຍັບເປັນປະກາຍຄືກັບເພັດ.
17. ປາວານສີຟ້າໂຕໃຫຍ່ສ່ຳໃດ ແລະເມື່ອຄິດເຖິງສິ່ງທີ່ພະເຢໂຫວາສ້າງເຮົາຮູ້ສຶກແນວໃດ?
17 ເພງສັນລະເສີນ 148:7 ຍັງບອກວ່າ: “ສັດໃຫຍ່ໃນທະເລ” ກໍສັນລະເສີນພະເຢໂຫວາ. ຂໍໃຫ້ມາເບິ່ງປາວານສີຟ້າເຊິ່ງເປັນສັດທີ່ໃຫຍ່ທີ່ສຸດໃນໂລກ. “ສັດໃຫຍ່” ທີ່ຢູ່ໃນມະຫາສະໝຸດນີ້ອາດຍາວຮອດ 30 ແມັດຫຼືຫຼາຍກວ່ານັ້ນ ແລະອາດໜັກສ່ຳກັບຊ້າງໂຕທີ່ໃຫຍ່ແລ້ວ 30 ໂຕ. ແມ່ນແຕ່ລີ້ນຂອງມັນກໍໜັກເກືອບສ່ຳຊ້າງໂຕໜຶ່ງ. ຫົວໃຈຂອງມັນໃຫຍ່ສ່ຳກັບລົດໃຫຍ່ກະປ໋ອງຄັນໜຶ່ງ. ອະໄວຍະວະທີ່ໃຫຍ່ນີ້ເຕັ້ນພຽງແຕ່ 9 ເທື່ອຕໍ່ 1 ນາທີ ເຊິ່ງຕ່າງກັນຫຼາຍເມື່ອທຽບກັບຫົວໃຈຂອງນົກກະຈິບເຜີ້ງທີ່ອາດເຕັ້ນປະມານ 1.200 ເທື່ອຕໍ່ 1 ນາທີ. ເສັ້ນເລືອດເສັ້ນໜຶ່ງຂອງປາວານສີຟ້າໃຫຍ່ຫຼາຍຈົນເດັກນ້ອຍສາມາດຄານຢູ່ໃນເສັ້ນເລືອດນັ້ນໄດ້. ເມື່ອຄິດເຖິງສິ່ງເຫຼົ່ານີ້ເຮົາຢາກເວົ້າຄືກັບຄຳລົງທ້າຍໃນປຶ້ມ ເພງສັນລະເສີນທີ່ວ່າ: “ໃຫ້ທຸກສິ່ງທີ່ມີລົມຫາຍໃຈສັນລະເສີນພະເຢໂຫວາ.”—ເພງສັນລະເສີນ 150:6
ບົດຮຽນຈາກການໃຊ້ລິດເດດໃນການສ້າງຂອງພະເຢໂຫວາ
18, 19. ສິ່ງທີ່ມີຊີວິດຢູ່ໃນໂລກທີ່ພະເຢໂຫວາສ້າງມີຫຼາຍສ່ຳໃດ ແລະສິ່ງເຫຼົ່ານັ້ນສອນຫຍັງເຮົາເລື່ອງສິດໃນການປົກຄອງຂອງເພິ່ນ?
18 ເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາໃຊ້ລິດເດດໃນການສ້າງ? ເຮົາຮູ້ສຶກປະທັບໃຈຫຼາຍເມື່ອເຫັນສິ່ງທີ່ມີຊີວິດຫຼາກຫຼາຍຊະນິດທີ່ພະເຢໂຫວາໄດ້ສ້າງ. ຜູ້ຂຽນເພງສັນລະເສີນຄົນໜຶ່ງໄດ້ບອກວ່າ: “ພະເຢໂຫວາເອີ້ຍ ຜົນງານຂອງພະອົງມີຫຼາຍແທ້ໆ . . . ຢູ່ໃນໂລກກໍເຕັມແຕ່ສິ່ງທີ່ພະອົງສ້າງ.” (ເພງສັນລະເສີນ 104:24) ຄຳເວົ້ານີ້ເປັນຄວາມຈິງແທ້ໆ! ນັກຊີວະສາດຄົ້ນພົບວ່າຢູ່ໃນໂລກມີສິ່ງທີ່ມີຊີວິດຫຼາຍກວ່າ 1 ລ້ານຊະນິດ. ແຕ່ບາງຄົນຄິດວ່າອາດຈະມີຫຼາຍກວ່ານັ້ນອີກຫຼາຍລ້ານຊະນິດ. ບາງເທື່ອນັກສິລະປິນຄົນໜຶ່ງອາດຈະຄິດແນວສ້າງສັນໃໝ່ໆບໍ່ອອກກໍໄດ້. ແຕ່ເຫັນໄດ້ແຈ້ງວ່າລິດເດດໃນການສ້າງສັນສິ່ງໃໝ່ໆຂອງພະເຢໂຫວາບໍ່ມີມື້ໝົດເລີຍ.
19 ພະເຢໂຫວາໃຊ້ລິດເດດໃນການສ້າງສິ່ງຕ່າງໆເພື່ອສອນເຮົາວ່າເພິ່ນມີສິດປົກຄອງທຸກສິ່ງທີ່ເພິ່ນສ້າງ. ຄຳວ່າ “ຜູ້ສ້າງ” ຊ່ວຍແຍກພະເຢໂຫວາອອກຈາກສິ່ງອື່ນທັງໝົດໃນເອກະພົບ ຍ້ອນເພິ່ນເປັນຜູ້ສ້າງທຸກສິ່ງ. ເຖິງວ່າລູກຄົນດຽວຂອງພະເຢໂຫວາຈະເປັນ “ນາຍຊ່າງ” ໃນການສ້າງສິ່ງຕ່າງໆ ແຕ່ຄຳພີໄບເບິນ ກໍບໍ່ເຄີຍເອີ້ນພະເຢຊູວ່າຜູ້ສ້າງຈັກເທື່ອ (ສຸພາສິດ 8:30; ມັດທາຍ 19:4) ແຕ່ເອີ້ນເພິ່ນວ່າ “ຜູ້ທຳອິດທີ່ຖືກສ້າງກ່ອນທຸກສິ່ງ.” (ໂກໂລຊາຍ 1:15) ຍ້ອນພະເຢໂຫວາເປັນຜູ້ສ້າງທຸກສິ່ງ ຈຶ່ງມີແຕ່ເພິ່ນຜູ້ດຽວທີ່ມີສິດທີ່ຈະປົກຄອງທຸກຄົນແລະທຸກໆສິ່ງໃນເອກະພົບ.—ໂຣມ 1:20; ພະນິມິດ 4:11
20. ການທີ່ພະເຢໂຫວາຢຸດພັກຈາກການສ້າງສິ່ງຕ່າງໆຢູ່ໂລກໝາຍເຖິງຫຍັງ?
20 ພະເຢໂຫວາເຊົາໃຊ້ລິດເດດໃນການສ້າງຂອງເພິ່ນແລ້ວບໍ? ຄຳພີໄບເບິນບອກວ່າເມື່ອພະເຢໂຫວາແລ້ວວຽກໃນການສ້າງຂອງເພິ່ນໃນມື້ທີ 6 ຈາກນັ້ນ ‘ມື້ທີ 7 ເພິ່ນໄດ້ເລີ່ມຢຸດພັກຈາກວຽກທັງໝົດຂອງເພິ່ນ.’ (ປະຖົມມະການ 2:2) ແຕ່ອັກຄະສາວົກໂປໂລບອກວ່າ “ມື້” ທີ 7 ນີ້ດົນນານຫຼາຍພັນປີ ຍ້ອນມື້ນັ້ນຍັງຢູ່ມາຈົນຮອດສະໄໝຂອງລາວ. (ເຮັບເຣີ 4:3-6) ແຕ່ການ “ຢຸດພັກ” ໝາຍຄວາມວ່າພະເຢໂຫວາເຊົາເຮັດວຽກທຸກຢ່າງບໍ? ບໍ່ແມ່ນ. ພະເຢໂຫວາບໍ່ເຄີຍເຊົາເຮັດວຽກ. (ເພງສັນລະເສີນ 92:4; ໂຢຮັນ 5:17) ດັ່ງນັ້ນ ການຢຸດພັກຂອງເພິ່ນໝາຍເຖິງການເຊົາສ້າງສິ່ງຕ່າງໆຢູ່ໂລກ. ແຕ່ເພິ່ນບໍ່ເຄີຍເຊົາເຮັດສິ່ງຕ່າງໆເພື່ອເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້. ຕົວຢ່າງໜຶ່ງກໍແມ່ນເພິ່ນໄດ້ດົນໃຈໃຫ້ຂຽນຄຳພີໄບເບິນ ແລະວຽກຂອງເພິ່ນຍັງກ່ຽວຂ້ອງກັບການເຮັດໃຫ້ເກີດ “ຄົນທີ່ຖືກສ້າງຂຶ້ນໃໝ່” ເຊິ່ງເຮົາຈະເບິ່ງນຳກັນໃນບົດທີ 19.—2 ໂກຣິນໂທ 5:17
21. ຕອນທີ່ເຮົາມີຊີວິດຕະຫຼອດໄປ ເຮົາຈະຮູ້ສຶກແນວໃດກ່ຽວກັບລິດເດດໃນການສ້າງຂອງພະເຢໂຫວາ?
21 ເມື່ອວັນຢຸດພັກຂອງພະເຢໂຫວາສິ້ນສຸດລົງ ຕອນນັ້ນເພິ່ນກໍຈະເວົ້າໄດ້ວ່າວຽກທັງໝົດຂອງເພິ່ນທີ່ຢູ່ໂລກ “ດີຫຼາຍ” ຄືກັບທີ່ເພິ່ນໄດ້ບອກໃນຕອນຈົບຂອງມື້ທີ 6 ຂອງການສ້າງ. (ປະຖົມມະການ 1:31) ເຮົາບໍ່ຮູ້ວ່າພະເຢໂຫວາຈະໃຊ້ລິດເດດໃນການສ້າງທີ່ບໍ່ມີຂີດຈຳກັດຂອງເພິ່ນແນວໃດໃນອະນາຄົດ ແຕ່ເຮົາໝັ້ນໃຈວ່າເຮົາຈະປະທັບໃຈໃນວິທີທີ່ເພິ່ນຈະໃຊ້ລິດເດດໃນການສ້າງຂອງເພິ່ນສະເໝີ. ຕອນທີ່ເຮົາມີຊີວິດຕະຫຼອດໄປ ເຮົາກໍຈະໄດ້ຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນຈາກສິ່ງທີ່ເພິ່ນສ້າງ. (ປັນຍາຈານ 3:11) ແຮ່ງເຮົາຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະນັບຖືແລະໃຫ້ກຽດເພິ່ນຫຼາຍເທົ່ານັ້ນ ແລ້ວເຮົາກໍຈະໃກ້ຊິດກັບຜູ້ສ້າງອົງຍິ່ງໃຫຍ່ຫຼາຍຂຶ້ນນຳ.
a ເພື່ອຈະເຂົ້າໃຈໂຕເລກຈຳນວນຫຼາຍນີ້ໄດ້ ໃຫ້ລອງຄິດໄລ່ແບບນີ້. ຖ້າເຈົ້າເດີນທາງດ້ວຍລົດໃຫຍ່ໃນໄລຍະທາງສ່ຳນັ້ນ ເຖິງວ່າຈະຂັບດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ແລະຂັບໝົດມື້ໝົດຄືນ 24 ຊົ່ວໂມງເຈົ້າຈະຕ້ອງໃຊ້ເວລາຫຼາຍກວ່າ 100 ປີຈຶ່ງຈະໄປຮອດ!
b ບາງຄົນຄິດວ່າຄົນໃນສະໄໝທີ່ຂຽນຄຳພີໄບເບິນເຄີຍໃຊ້ກ້ອງສ່ອງເບິ່ງດາວທີ່ເຮັດແບບງ່າຍໆ. ເຂົາເຈົ້າໃຫ້ເຫດຜົນວ່າຄັນບໍ່ຊັ້ນຄົນສະໄໝນັ້ນຄືຊິບໍ່ຮູ້ດອກວ່າມີດາວຫຼາຍຈົນນັບບໍ່ໄດ້. ຄວາມຄິດແບບນັ້ນເບິ່ງຂ້າມຄວາມຈິງທີ່ວ່າພະເຢໂຫວາເປັນຜູ້ທີ່ໃຫ້ຂໍ້ມູນກັບຜູ້ທີ່ຂຽນຄຳພີໄບເບິນ.—2 ຕີໂມທຽວ 3:16
c ລອງນຶກພາບເບິ່ງວ່າເຈົ້າຈະໃຊ້ເວລາດົນປານໃດເພື່ອນັບດາວຈຳນວນ 1 ແສນລ້ານດວງ. ຖ້າທຸກ 1 ວິນາທີເຈົ້ານັບດາວ 1 ດວງ ແລະນັບແບບນີ້ຕະຫຼອດ 24 ຊົ່ວໂມງທຸກມື້ ເຈົ້າຈະຕ້ອງໃຊ້ເວລາ 3.171 ປີ!