ບົດທີ 19
‘ສະຕິປັນຍາຂອງພະເຈົ້າທີ່ເຊື່ອງຢູ່ໃນຄວາມລັບສັກສິດ’
1, 2. ມີຄວາມລັບຫຍັງທີ່ໜ້າສົນໃຈສຳລັບເຮົາ ແລະຍ້ອນຫຍັງ?
ຖ້າເຮົາຮູ້ບາງເລື່ອງທີ່ຄົນອື່ນບໍ່ຮູ້ຫຼືບໍ່ເຂົ້າໃຈກໍອາດເຮັດໃຫ້ເປັນເລື່ອງຍາກທີ່ເຮົາຈະເກັບຄວາມລັບນັ້ນໄວ້. ແຕ່ຄຳພີໄບເບິນບອກວ່າ: “ພະເຈົ້າໄດ້ຮັບກຽດເມື່ອເພິ່ນເກັບເລື່ອງຕ່າງໆໄວ້ເປັນຄວາມລັບ.” (ສຸພາສິດ 25:2) ພະເຢໂຫວາເປັນພະເຈົ້າອົງສູງສຸດ ເພິ່ນຈຶ່ງມີສິດທີ່ຈະເກັບບາງເລື່ອງໄວ້ເປັນຄວາມລັບຈົນກວ່າຈະຮອດເວລາກຳນົດຂອງເພິ່ນທີ່ຈະເປີດເຜີຍເລື່ອງນັ້ນກັບມະນຸດ.
2 ແຕ່ມີຄວາມລັບທີ່ໜ້າສົນໃຈທີ່ພະເຢໂຫວາໄດ້ເປີດເຜີຍໄວ້ໃນຄຳພິໄບເບິນ. ຄວາມລັບນັ້ນຖືກເອີ້ນວ່າ: “ຄວາມລັບສັກສິດກ່ຽວກັບສິ່ງທີ່ [ພະເຈົ້າ] ຕັ້ງໃຈໄວ້.” (ເອເຟໂຊ 1:9) ການຮຽນຮູ້ກ່ຽວກັບຄວາມລັບນັ້ນບໍ່ໄດ້ເປັນແຕ່ເລື່ອງທີ່ໜ້າສົນໃຈເທົ່ານັ້ນ ແຕ່ເປັນເລື່ອງທີ່ສຳຄັນຫຼາຍເພາະຈະເຮັດໃຫ້ເຮົາໄດ້ຮັບຄວາມລອດແລະເຂົ້າໃຈສະຕິປັນຍາຂອງພະເຢໂຫວາຫຼາຍຂຶ້ນ.
ພະເຢໂຫວາຄ່ອຍໆເປີດເຜີຍຄວາມລັບ
3, 4. ຄຳພະຍາກອນຢູ່ປະຖົມມະການ 3:15 ໃຫ້ຄວາມຫວັງແນວໃດ ແລະຄຳພະຍາກອນນີ້ເວົ້າເຖິງ “ຄວາມລັບສັກສິດ” ຫຍັງ?
3 ເມື່ອອາດາມແລະເອວາເຮັດບາບ ເລື່ອງນີ້ອາດເບິ່ງຄືວ່າຄວາມຕ້ອງການຂອງພະເຢໂຫວາທີ່ຈະໃຫ້ມະນຸດສົມບູນແບບຢູ່ໃນໂລກທີ່ເປັນອຸທິຍານບໍ່ໄດ້ເປັນຈິງຕາມທີ່ເພິ່ນຕ້ອງການ. ແຕ່ພະເຈົ້າໄດ້ບອກທັນທີເລີຍວ່າຈະແກ້ໄຂບັນຫາທີ່ເກີດຂຶ້ນ. ເພິ່ນເວົ້າວ່າ: “ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ້ຍິງຈະເປັນສັດຕູກັນ. ເຊື້ອສາຍຂອງຜູ້ຍິງຈະຢຽບຫົວຂອງເຈົ້າຈົນມຸ່ນ ແລະເຈົ້າຈະເຮັດໃຫ້ສົ້ນຕີນຂອງເຊື້ອສາຍຂອງຜູ້ຍິງບວມຊ້ຳ.”—ປະຖົມມະການ 3:15
4 ສິ່ງທີ່ພະເຢໂຫວາເວົ້າໝາຍເຖິງຫຍັງ? ໃຜແມ່ນຜູ້ຍິງ? ໃຜແມ່ນງູ? ໃຜແມ່ນ “ເຊື້ອສາຍ” ທີ່ຈະຢຽບຫົວຂອງງູໃຫ້ມຸ່ນ? ອາດາມແລະເອວາບໍ່ຮູ້ເລື່ອງນີ້. ແຕ່ສິ່ງທີ່ພະເຢໂຫວາພະເຈົ້າເວົ້າໄດ້ໃຫ້ຄວາມຫວັງກັບລູກຫຼານຂອງເຂົາເຈົ້າທີ່ສັດຊື່ຕໍ່ເພິ່ນ. ລູກຫຼານທີ່ສັດຊື່ເຫຼົ່ານີ້ໝັ້ນໃຈໄດ້ວ່າພະເຢໂຫວາຈະເຮັດໃຫ້ຄວາມຊົ່ວ ບາບ ແລະຄວາມຕາຍໝົດໄປ ແລະຄວາມຕ້ອງການຂອງເພິ່ນກໍຈະເປັນຈິງ. ແຕ່ເລື່ອງນີ້ຈະເກີດຂຶ້ນແນວໃດ? ໃນຕອນນັ້ນເລື່ອງນີ້ຍັງເປັນຄວາມລັບຢູ່. ຄຳພີໄບເບິນບອກວ່າ: ‘ສະຕິປັນຍາຂອງພະເຈົ້າເຊື່ອງຢູ່ໃນຄວາມລັບສັກສິດ.’—1 ໂກຣິນໂທ 2:7
5. ເປັນຫຍັງພະເຢໂຫວາຄ່ອຍໆເປີດເຜີຍຄວາມລັບຂອງເພິ່ນ? ຂໍໃຫ້ຍົກຕົວຢ່າງ.
5 ພະເຢໂຫວາເປັນ ‘ພະເຈົ້າຜູ້ເປີດເຜີຍເລື່ອງທີ່ເປັນຄວາມລັບ’ ແລະໃນທີ່ສຸດເພິ່ນຈະເປີດເຜີຍຄວາມລັບນີ້ໃຫ້ຜູ້ຮັບໃຊ້ຂອງເພິ່ນເຂົ້າໃຈຫຼາຍຂຶ້ນ. (ດານີເອນ 2:28) ແຕ່ເພິ່ນຈະຄ່ອຍໆເປີດເຜີຍເລື່ອງນີ້. ເພື່ອເປັນຕົວຢ່າງ ເຮົາອາດຄິດເຖິງຕອນທີ່ພໍ່ຕອບຄຳຖາມຂອງລູກ ເມື່ອລູກຖາມວ່າ “ພໍ່ ລູກເກີດມາໄດ້ຈັ່ງໃດ?” ພໍ່ທີ່ສຸຂຸມກໍຈະຕອບໃນແບບທີ່ລູກຈະເຂົ້າໃຈໄດ້ ແລະເມື່ອລູກໃຫຍ່ຂຶ້ນ ພໍ່ກໍຈະບອກລາວຫຼາຍຂຶ້ນ. ຄ້າຍຄືກັນ ພະເຢໂຫວາຄິດໄວ້ແລ້ວວ່າຕອນໃດດີທີ່ສຸດທີ່ເພິ່ນຈະເປີດເຜີຍຄວາມຕ້ອງການຂອງເພິ່ນໃຫ້ຄົນຂອງເພິ່ນຮູ້.—ສຸພາສິດ 4:18; ດານີເອນ 12:4
6. (ກ) ເປັນຫຍັງຈຶ່ງຕ້ອງມີການເຮັດສັນຍາຫຼືຂໍ້ຕົກລົງຕ່າງໆ? (ຂ) ເປັນຫຍັງພະເຢໂຫວາເຮັດສັນຍາກັບມະນຸດ?
6 ພະເຢໂຫວາບອກຄວາມລັບໃຫ້ຜູ້ຮັບໃຊ້ຂອງເພິ່ນເຂົ້າໃຈຫຼາຍຂຶ້ນແນວໃດ? ເພິ່ນເຮັດສັນຍາຫຼາຍຢ່າງທີ່ເປັນຄືກັບຂໍ້ຕົກລົງທາງກົດໝາຍ. ບາງເທື່ອເຈົ້າອາດເຄີຍເຮັດສັນຍາຕອນທີ່ຊື້ດິນ ຊື້ລົດ ຫຼືຊື້ແນວອື່ນໆ. ສັນຍາແບບນັ້ນຮັບປະກັນຕາມກົດໝາຍວ່າຈະມີການເຮັດຕາມເງື່ອນໄຂທີ່ໄດ້ຕົກລົງກັນໄວ້. ແຕ່ເປັນຫຍັງພະເຢໂຫວາຕ້ອງເຮັດສັນຍາຫຼືຂໍ້ຕົກລົງແບບເປັນທາງການກັບມະນຸດ? ກໍຍ້ອນເພິ່ນຢາກຊ່ວຍໃຫ້ເຮົາທີ່ເປັນມະນຸດບໍ່ສົມບູນແບບໝັ້ນໃຈວ່າເພິ່ນຈະເຮັດຕາມທຸກຢ່າງທີ່ໄດ້ສັນຍາໄວ້. ເພິ່ນເລີຍເຮັດສັນຍາຕ່າງໆເພື່ອຮັບປະກັນວ່າເພິ່ນຈະເຮັດຕາມທີ່ບອກໄວ້.—ເຮັບເຣີ 6:16-18
ສັນຍາທີ່ພະເຈົ້າເຮັດກັບອັບຣາຮາມ
7, 8. (ກ) ພະເຢໂຫວາເຮັດສັນຍາຫຍັງກັບອັບຣາຮາມ ແລະສັນຍານີ້ບອກໃຫ້ຮູ້ຫຍັງກ່ຽວກັບຄວາມລັບສັກສິດ? (ຂ) ພະເຢໂຫວາຄ່ອຍໆເປີດເຜີຍແນວໃດວ່າໃຜເປັນລູກຫຼານທີ່ສັນຍາໄວ້?
7 ຫຼາຍກວ່າ 2.000 ປີຫຼັງຈາກທີ່ພະເຢໂຫວາໄລ່ອາດາມກັບເອວາອອກຈາກ ສວນເອເດັນ ເພິ່ນບອກອັບຣາຮາມຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນວ່າ: “ເຮົາຈະເຮັດໃຫ້ເຈົ້າມີລູກມີຫຼານຫຼາຍຄືກັບດາວເທິງຟ້າ . . . ຍ້ອນເຈົ້າເຊື່ອຟັງເຮົາ ຄົນຈາກທຸກຊາດຈະໄດ້ຮັບພອນໂດຍທາງລູກຫຼານຂອງເຈົ້າ.” (ປະຖົມມະການ 22:17, 18) ເລື່ອງນີ້ບໍ່ໄດ້ເປັນແຕ່ສັນຍາເປົ່າໆ ແຕ່ພະເຢໂຫວາເຮັດສັນຍາທີ່ມີຜົນຕາມກົດໝາຍກັບອັບຣາຮາມແລະຮັບຮອງກົດໝາຍນັ້ນດ້ວຍຄຳສາບານຂອງເພິ່ນ. (ປະຖົມມະການ 17:1, 2; ເຮັບເຣີ 6:13-15) ນີ້ເປັນເລື່ອງທີ່ໜ້າງຶດແທ້ໆທີ່ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເຮັດສັນຍາວ່າຈະອວຍພອນມະນຸດ!
“ເຮົາຈະເຮັດໃຫ້ເຈົ້າມີລູກມີຫຼານຫຼາຍຄືກັບດາວເທິງຟ້າ”
8 ຕໍ່ມາພະເຢໂຫວາບອກໃຫ້ອັບຣາຮາມຮູ້ວ່າລູກຫຼານທີ່ສັນຍາໄວ້ຈະມາທາງອີຊາກລູກຊາຍຂອງລາວ ແລະໂດຍທາງຢາໂຄບຫຼານຊາຍຂອງລາວ. (ປະຖົມມະການ 21:12; 28:13, 14) ພະເຢໂຫວາດົນໃຈໃຫ້ຢາໂຄບພະຍາກອນເລື່ອງນີ້ກ່ຽວກັບລູກຊາຍຄົນໜຶ່ງຂອງລາວວ່າ: “ຄ້ອນຂອງກະສັດຈະເປັນຂອງຢູດາສະເໝີ. ໄມ້ຄ້ອນເທົ້າຂອງຜູ້ປົກຄອງຈະຢູ່ລະຫວ່າງຕີນຂອງລາວຈົນກວ່າຊີໂລ [ຫຼື “ຜູ້ທີ່ຈະມາ”, ໄຂເງື່ອນ] ຈະມາ ແລະທຸກຊົນຊາດຈະເຊື່ອຟັງລາວ.” (ປະຖົມມະການ 49:10) ໃນຕອນນັ້ນ ຄົນທົ່ວໄປເຂົ້າໃຈວ່າລູກຫຼານທີ່ຈະມາເປັນກະສັດນັ້ນຕ້ອງມາຈາກຕະກູນຢູດາ.
ສັນຍາທີ່ພະເຈົ້າເຮັດກັບຊາດອິດສະຣາເອນ
9, 10. (ກ) ພະເຢໂຫວາເຮັດສັນຍາຫຍັງກັບຊາດອິດສະຣາເອນ ແລະສັນຍານັ້ນຊ່ວຍປົກປ້ອງເຂົາເຈົ້າແນວໃດ? (ຂ) ກົດໝາຍຂອງໂມເຊສະແດງໃຫ້ເຫັນແນວໃດວ່າມະນຸດຈຳເປັນຕ້ອງມີຄ່າໄຖ່?
9 ໃນປີ 1513 ກ່ອນຄລິດຕະສັກກະຫຼາດ (ກ່ອນ ຄ.ສ) ພະເຢໂຫວາຄ່ອຍໆເປີດເຜີຍເລື່ອງຄວາມລັບສັກສິດໂດຍເຮັດສັນຍາກັບຊາດອິດສະຣາເອນລູກຫຼານຂອງອັບຣາຮາມ. ເຖິງວ່າສັນຍານີ້ບໍ່ມີຜົນບັງຄັບໃຊ້ແລ້ວໃນທຸກມື້ນີ້ ແຕ່ກໍເປັນສິ່ງສຳຄັນທີ່ພະເຢໂຫວາໃຊ້ເພື່ອບອກວ່າໃຜເປັນລູກຫຼານທີ່ສັນຍາໄວ້. ເຮົາຮູ້ເລື່ອງນີ້ໄດ້ແນວໃດ? ໃຫ້ເຮົາມາເບິ່ງເຫດຜົນ 3 ຢ່າງນຳກັນ. ເຫດຜົນທຳອິດ ກົດໝາຍເປັນຄືກັບກຳແພງທີ່ກັ້ນລະຫວ່າງຄົນຢິວກັບຄົນຕ່າງຊາດທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ. (ເອເຟໂຊ 2:14) ໂດຍວິທີນີ້ ກົດໝາຍຂອງໂມເຊໄດ້ຊ່ວຍປົກປ້ອງຊາດອິດສະຣາເອນເພື່ອເຮັດໃຫ້ເມຊີອາເຊິ່ງເປັນລູກຫຼານທີ່ພະເຈົ້າສັນຍາຈະໄດ້ມາເກີດໃນຕະກູນຢູດາ.
10 ເຫດຜົນທີ 2 ກົດໝາຍຂອງໂມເຊສະແດງໃຫ້ເຫັນແຈ້ງວ່າມະນຸດຈຳເປັນຕ້ອງມີຄ່າໄຖ່. ຍ້ອນເປັນກົດໝາຍທີ່ສົມບູນແບບ ກົດໝາຍນັ້ນຈຶ່ງເຮັດໃຫ້ພວກອິດສະຣາເອນເຫັນວ່າມະນຸດທີ່ຜິດບາບບໍ່ສາມາດເຮັດຕາມກົດໝາຍນັ້ນໄດ້ຢ່າງຄົບຖ້ວນ. ກົດໝາຍນັ້ນຈຶ່ງມີໄວ້ “ເພື່ອໃຫ້ເຫັນແຈ້ງວ່າຄົນເຮົາເຮັດຜິດ ແລະກົດໝາຍນັ້ນຈະຢູ່ຊົ່ວຄາວຈົນກວ່າລູກຫຼານຜູ້ທີ່ໄດ້ຮັບຄຳສັນຍານັ້ນຈະມາ.” (ຄາລາເຕຍ 3:19) ເຄື່ອງບູຊາທີ່ເປັນສັດທີ່ພວກອິດສະຣາເອນເອົາໃຫ້ພະເຈົ້າບໍ່ສາມາດໄຖ່ບາບໄດ້ຢ່າງຄົບຖ້ວນ. ອັກຄະສາວົກໂປໂລໄດ້ຂຽນໄວ້ວ່າ: “ເລືອດງົວໂຕຜູ້ແລະເລືອດແບ້ກຳຈັດບາບບໍ່ໄດ້.” ເຄື່ອງບູຊາເຫຼົ່ານີ້ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈວ່າຕ້ອງມີຄ່າໄຖ່ທີ່ສົມບູນແບບເພື່ອບາບຂອງເຂົາເຈົ້າຈະໄດ້ຮັບການຍົກໂທດໄດ້ຢ່າງຄົບຖ້ວນ. (ເຮັບເຣີ 10:1-4) ດັ່ງນັ້ນ ກົດໝາຍນັ້ນຈຶ່ງເປັນຄືກັບ “ຜູ້ເບິ່ງແຍງ” ທີ່ພາຄົນຢິວທີ່ສັດຊື່ໄປຫາພະຄລິດ.—ຄາລາເຕຍ 3:24
11. ສັນຍາກ່ຽວກັບກົດໝາຍໃຫ້ຄວາມຫວັງທີ່ດີທີ່ສຸດຫຍັງກັບຊາດອິດສະຣາເອນ ແຕ່ເປັນຫຍັງເຂົາເຈົ້າສ່ວນຫຼາຍບໍ່ມີສ່ວນໃນຄວາມຫວັງນີ້?
11 ເຫດຜົນທີ 3 ສັນຍານັ້ນເຮັດໃຫ້ຊາດອິດສະຣາເອນມີຄວາມຫວັງທີ່ດີທີ່ສຸດ. ພະເຢໂຫວາບອກວ່າຖ້າເຂົາເຈົ້າເຊື່ອຟັງແລະເຮັດຕາມສັນຍານີ້ ເຂົາເຈົ້າຈະເປັນ “ຊາດໜຶ່ງທີ່ບໍລິສຸດ ແລະມີປະໂລຫິດປົກຄອງເປັນກະສັດ.” (ອົບພະຍົບ 19:5, 6) ຄົນກຸ່ມທຳອິດທີ່ພະເຢໂຫວາເລືອກໃຫ້ມາເປັນສະມາຊິກຂອງການປົກຄອງທີ່ມີປະໂລຫິດປົກຄອງເປັນກະສັດແມ່ນມາຈາກຊາດອິດສະຣາເອນ ແຕ່ສ່ວນຫຼາຍຄົນເຫຼົ່ານີ້ບໍ່ໄດ້ເຮັດຕາມກົດໝາຍຂອງພະເຢໂຫວາແລະປະຕິເສດເມຊີອາ ພະເຢໂຫວາຈຶ່ງປະຕິເສດເຂົາເຈົ້າ. ຖ້າເປັນແນວນັ້ນ ພະເຢໂຫວາຈະເລືອກໃຜໃຫ້ມີສ່ວນໃນການປົກຄອງທີ່ມີປະໂລຫິດປົກຄອງເປັນກະສັດແທນເຂົາເຈົ້າ? ແລະຄົນທີ່ພະເຈົ້າເລືອກຈະກ່ຽວຂ້ອງແນວໃດກັບລູກຫຼານທີ່ສັນຍາໄວ້? ພະເຈົ້າຈະບອກໃຫ້ຮູ້ຄຳຕອບໃນພາຍຫຼັງ.
ສັນຍາທີ່ພະເຈົ້າເຮັດກັບດາວິດ
12. ພະເຢໂຫວາເຮັດສັນຍາຫຍັງກັບດາວິດ ແລະສັນຍານີ້ບອກໃຫ້ຮູ້ຫຍັງຫຼາຍຂຶ້ນເລື່ອງຄວາມລັບສັກສິດຂອງພະເຈົ້າ?
12 ໃນສະຕະວັດທີ 11 ກ່ອນ ຄ.ສ ພະເຢໂຫວາບອກໃຫ້ຮູ້ຫຼາຍຂຶ້ນເລື່ອງຄວາມລັບສັກສິດຕອນທີ່ເຮັດສັນຍາກັບດາວິດ. ເພິ່ນສັນຍາກັບກະສັດທີ່ສັດຊື່ວ່າ: “ເຮົາ ຈະໃຫ້ລູກຫຼານຂອງເຈົ້າ . . . ເປັນກະສັດຕໍ່ຈາກເຈົ້າ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວໝັ້ນຄົງ . . . ເຮົາຈະເຮັດໃຫ້ການປົກຄອງຂອງລາວຕັ້ງໝັ້ນຄົງຢູ່ຕະຫຼອດໄປ.” (2 ຊາມູເອນ 7:12, 13; ເພງສັນລະເສີນ 89:3) ຄຳເວົ້ານີ້ບອກໃຫ້ຮູ້ວ່າລູກຫຼານທີ່ສັນຍາໄວ້ຈະມາຈາກຕະກູນຂອງດາວິດ. ແຕ່ມະນຸດທຳມະດາຈະປົກຄອງຕະຫຼອດໄປໄດ້ແນວໃດ? (ເພງສັນລະເສີນ 89:20, 29, 34-36) ແລະກະສັດທີ່ເປັນມະນຸດຈະຊ່ວຍຄົນອື່ນໃຫ້ພົ້ນຈາກບາບແລະຄວາມຕາຍໄດ້ບໍ?
13, 14. (ກ) ໃນເພງສັນລະເສີນບົດ 110 ພະເຢໂຫວາສັນຍາຫຍັງກັບກະສັດຜູ້ທີ່ເພິ່ນເລືອກ? (ຂ) ພະເຢໂຫວາໃຫ້ຜູ້ພະຍາກອນຂອງເພິ່ນບອກເລື່ອງຄວາມລັບສັກສິດຂອງເພິ່ນຫຼາຍຂຶ້ນແນວໃດ?
13 ດາວິດໄດ້ຮັບການດົນໃຈໃຫ້ຂຽນວ່າ: “ພະເຢໂຫວາເວົ້າກັບຜູ້ເປັນນາຍຂອງຂ້ອຍວ່າ ‘ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ເປັນບ່ອນວາງຕີນຂອງເຈົ້າ.’ ພະເຢໂຫວາສາບານໄວ້ແລ້ວແລະຈະບໍ່ປ່ຽນໃຈ. ເພິ່ນເວົ້າວ່າ ‘ເຈົ້າຈະເປັນປະໂລຫິດຕະຫຼອດໄປຕາມແບບຂອງເມັນຄີເຊເດັກ.’” (ເພງສັນລະເສີນ 110:1, 4) ໃນຂໍ້ນີ້ດາວິດກຳລັງເວົ້າເຖິງລູກຫຼານທີ່ພະເຈົ້າສັນຍາໄວ້ຫຼືເມຊີອາ. (ກິດຈະການ 2:35, 36) ກະສັດອົງນີ້ບໍ່ໄດ້ປົກຄອງຈາກເຢຣູຊາເລັມ ແຕ່ປົກຄອງຈາກສະຫວັນແລະ “ນັ່ງຢູ່ເບື້ອງຂວາມື” ຂອງພະເຢໂຫວາ. ພະເຢໂຫວາຈະໃຫ້ເພິ່ນມີອຳນາດປົກຄອງບໍ່ພຽງແຕ່ປະເທດອິດສະຣາເອນເທົ່ານັ້ນ ແຕ່ຈະປົກຄອງທົ່ວໂລກ. (ເພງສັນລະເສີນ 2:6-8) ຂໍ້ນີ້ຍັງບອກໃຫ້ຮູ້ວ່າ ພະເຢໂຫວາສາບານວ່າເມຊີອາຈະເປັນ “ປະໂລຫິດ . . . ຕາມແບບຂອງເມັນຄີເຊເດັກ.” ຄືກັບເມັນຄີເຊເດັກທີ່ມີຊີວິດຢູ່ໃນສະໄໝຂອງອັບຣາຮາມເປັນທັງກະສັດແລະປະໂລຫິດ ລູກຫຼານທີ່ສັນຍາໄວ້ຈະໄດ້ຮັບການແຕ່ງຕັ້ງຈາກພະເຈົ້າໃຫ້ເປັນທັງກະສັດແລະປະໂລຫິດຄືກັນ!—ປະຖົມມະການ 14:17-20
14 ຕະຫຼອດເວລາຫຼາຍປີ ພະເຢໂຫວາໄດ້ໃຊ້ຜູ້ພະຍາກອນຂອງເພິ່ນໃຫ້ບອກເລື່ອງຄວາມລັບສັກສິດຂອງເພິ່ນຫຼາຍຂຶ້ນ. ຕົວຢ່າງເຊັ່ນ ເອຊາຢາໄດ້ບອກວ່າຜູ້ທີ່ເປັນລູກຫຼານຈະຕ້ອງມາສະລະຊີວິດເພື່ອເປັນເຄື່ອງບູຊາ. (ເອຊາຢາ 53:3-12) ມີກາໄດ້ບອກລ່ວງໜ້າວ່າເມຊີອາຈະມາເກີດຢູ່ໃສ. (ມີກາ 5:2) ດານີເອນພະຍາກອນແຈ້ງເລີຍວ່າເມຊີອາຈະມາຕອນໃດແລະຈະເສຍຊີວິດຕອນໃດ.—ດານີເອນ 9:24-27
ພະເຈົ້າໄດ້ເປີດເຜີຍຄວາມລັບສັກສິດ!
15, 16. (ກ) ລູກຊາຍຂອງພະເຢໂຫວາ “ເກີດຈາກຜູ້ຍິງ” ໄດ້ແນວໃດ? (ຂ) ພະເຢຊູໄດ້ສິດຫຍັງຈາກມາຣິອາກັບໂຢເຊັບ ແລະເພິ່ນມາໃນຖານະລູກຫຼານຕາມທີ່ໄດ້ສັນຍາໄວ້ຕອນໃດ?
15 ຄຳພະຍາກອນກ່ຽວກັບເມຊີອາຍັງເປັນຄວາມລັບຈົນກວ່າລູກຫຼານທີ່ສັນຍາໄວ້ຈະມາ. ຄາລາເຕຍ 4:4 ເວົ້າວ່າ: “ເມື່ອຮອດເວລາ ພະເຈົ້າກໍໃຊ້ລູກຂອງໂຕເອງມາ. ເພິ່ນເກີດຈາກຜູ້ຍິງ.” ໃນປີທີ 2 ກ່ອນ ຄ.ສ ທູດສະຫວັນອົງໜຶ່ງໄດ້ບອກສາວບໍລິສຸດຄົນຢິວທີ່ຊື່ມາຣິອາວ່າ: “ຖ້າເບິ່ງເດີ້! ເຈົ້າຈະຖືພາແລະເກີດລູກຊາຍ. ໃຫ້ຕັ້ງຊື່ລູກວ່າເຢຊູ. ລາວຈະເປັນຜູ້ຍິ່ງໃຫຍ່ແລະຈະຖືກເອີ້ນວ່າລູກຂອງພະເຈົ້າສູງສຸດ. ພະເຢໂຫວາພະເຈົ້າຈະຍົກບັນລັງຂອງດາວິດປູ່ຍ່າຕານາຍຂອງລາວໃຫ້ລາວ . . . ເຈົ້າຈະໄດ້ຮັບພະລັງບໍລິສຸດ ແລະລິດເດດຂອງພະເຈົ້າສູງສຸດຈະປົກປ້ອງເຈົ້າໄວ້. ດັ່ງນັ້ນ ເດັກນ້ອຍທີ່ເກີດມາຈະຖືກເອີ້ນວ່າເປັນຜູ້ບໍລິສຸດແລະເປັນລູກຂອງພະເຈົ້າ.”—ລູກາ 1:31, 32, 35
16 ຕໍ່ມາພະເຢໂຫວາໄດ້ຍ້າຍຊີວິດຂອງລູກຊາຍຈາກສະຫວັນໃຫ້ມາຢູ່ໃນທ້ອງຂອງມາຣິອາເພື່ອໃຫ້ເພິ່ນມາເກີດເປັນມະນຸດ. ເຖິງວ່າມາຣິອາເປັນຄົນບໍ່ສົມບູນແບບ ແຕ່ພະເຢຊູກໍບໍ່ໄດ້ຮັບຄວາມບໍ່ສົມບູນແບບຈາກລາວຍ້ອນເພິ່ນເປັນ “ລູກຂອງພະເຈົ້າ.” ແຕ່ຍ້ອນມາຣິອາກັບໂຢເຊັບເປັນລູກຫຼານຂອງດາວິດ ພະເຢຊູຈຶ່ງມີສິດທີ່ຈະນັ່ງເທິງບັນລັງຂອງດາວິດແລະປົກຄອງເປັນກະສັດ. (ກິດຈະການ 13:22, 23) ຕອນທີ່ພະເຢຊູຮັບບັບເຕມາໃນປີ 29 ພະເຢໂຫວາໄດ້ແຕ່ງຕັ້ງເພິ່ນດ້ວຍພະລັງບໍລິສຸດແລະບອກວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ.” (ມັດທາຍ 3:16, 17) ໃນທີ່ສຸດ ລູກຫຼານຕາມທີ່ໄດ້ສັນຍາໄວ້ກໍມາແລ້ວ. (ຄາລາເຕຍ 3:16) ເຖິງເວລາແລ້ວທີ່ພະເຢໂຫວາຈະເປີດເຜີຍຫຼາຍຂຶ້ນກ່ຽວກັບຄວາມລັບສັກສິດ.—2 ຕີໂມທຽວ 1:10
17. ມີການບອກໃຫ້ຮູ້ຫຍັງກ່ຽວກັບຄຳພະຍາກອນໃນປະຖົມມະການ 3:15?
17 ຕອນທີ່ພະເຢຊູຮັບໃຊ້ຢູ່ໂລກ ເພິ່ນບອກໃຫ້ຮູ້ວ່າງູໃນປະຖົມມະການ 3:15 ແມ່ນຊາຕານ ແລະເຊື້ອສາຍຂອງງູແມ່ນຜູ້ທີ່ຕິດຕາມຊາຕານ. (ມັດທາຍ 23:33; ໂຢຮັນ 8:44) ຕໍ່ມາຄຳພີໄບເບິນບອກໃຫ້ຮູ້ວ່າພວກມັນຈະຖືກທຳລາຍຕະຫຼອດໄປ (ພະນິມິດ 20:1-3, 10, 15) ແລະຍັງບອກວ່າຜູ້ຍິງໃນປະຖົມມະການ 3:15 ແມ່ນ “ເຢຣູຊາເລັມທີ່ຢູ່ທາງເທິງ” ທີ່ປຽບຄືກັບວ່າເປັນເມຍຂອງພະເຢໂຫ ວາພະເຈົ້າເຊິ່ງກໍແມ່ນອົງການຂອງເພິ່ນໃນສ່ວນທີ່ຢູ່ສະຫວັນທີ່ປະກອບດ້ວຍທູດສະຫວັນທີ່ສັດຊື່. a—ຄາລາເຕຍ 4:26; ພະນິມິດ 12:1-6
ສັນຍາໃໝ່
18. ຈຸດປະສົງຂອງ “ສັນຍາໃໝ່” ແມ່ນຫຍັງ?
18 ໃນຄືນກ່ອນທີ່ພະເຢຊູຈະເສຍຊີວິດ ເພິ່ນໄດ້ບອກເລື່ອງທີ່ໜ້າຕື່ນເຕັ້ນທີ່ສຸດກ່ຽວກັບຄວາມລັບສັກສິດໃຫ້ລູກສິດທີ່ສັດຊື່ຮູ້ເລື່ອງ “ສັນຍາໃໝ່.” (ລູກາ 22:20) ຄືກັນກັບສັນຍາທີ່ພະເຈົ້າເຮັດກັບຊາດອິດສະຣາເອນຜ່ານທາງໂມເຊ ສັນຍາໃໝ່ນີ້ກໍມີຈຸດປະສົງຄ້າຍຄືກັນ ເຊິ່ງເຮັດໃຫ້ມີ “ຊາດໜຶ່ງທີ່ . . . ມີປະໂລຫິດປົກຄອງເປັນກະສັດ.” (ອົບພະຍົບ 19:6; 1 ເປໂຕ 2:9) ສັນຍາໃໝ່ນີ້ບໍ່ໄດ້ເຮັດກັບຊາດອິດສະຣາເອນແທ້ໆ ແຕ່ເຮັດກັບ “ອິດສະຣາເອນຂອງພະເຈົ້າ” ທີ່ມີແຕ່ລູກສິດທີ່ເປັນຜູ້ຖືກເລືອກທີ່ສັດຊື່ຂອງພະຄລິດ. (ຄາລາເຕຍ 6:16) ເຂົາເຈົ້າຈະມີສ່ວນຮ່ວມກັບພະເຢຊູເພື່ອຊ່ວຍເຮັດໃຫ້ມະນຸດທີ່ສັດຊື່ຢູ່ໃນໂລກໄດ້ຮັບພອນ.
19. (ກ) ເປັນຫຍັງສັນຍາໃໝ່ຈຶ່ງເຮັດໃຫ້ມີ “ຊາດໜຶ່ງທີ່ . . . ມີປະໂລຫິດປົກຄອງເປັນກະສັດ”? (ຂ) ເປັນຫຍັງຄລິດສະຕຽນຜູ້ຖືກເລືອກຈຶ່ງຖືກເອີ້ນວ່າ “ເປັນຄົນທີ່ຖືກສ້າງຂຶ້ນໃໝ່” ແລະຈະມີຈັກຄົນຮ່ວມປົກຄອງໃນສະຫວັນກັບພະຄລິດ?
19 ສັນຍາໃໝ່ທີ່ມີ “ຊາດໜຶ່ງທີ່ . . . ມີປະໂລຫິດປົກຄອງເປັນກະສັດ” ຈະເຮັດໃຫ້ມະນຸດໄດ້ພອນແນວໃດ? ສັນຍາໃໝ່ນີ້ບໍ່ໄດ້ເນັ້ນຄວາມຄິດທີ່ວ່າພວກລູກສິດຂອງພະເຢຊູເປັນຄົນບາບ. ແທນທີ່ຈະເປັນແນວນັ້ນ ສັນຍານີ້ເນັ້ນວ່າເຂົາເຈົ້າຈະໄດ້ຮັບການຍົກໂທດໂດຍທາງເຄື່ອງບູຊາຂອງພະເຢຊູ. (ເຢເຣມີຢາ 31:31-34) ພະເຢໂຫວາຖືວ່າເຂົາເຈົ້າເປັນຄົນດີ ບໍ່ມີບາບ ເພິ່ນຮັບເອົາເຂົາເຈົ້າເຂົ້າມາໃນຄອບຄົວທີ່ຢູ່ສະຫວັນຂອງເພິ່ນ ແລະເພິ່ນໄດ້ໃຊ້ພະລັງບໍລິສຸດຂອງເພິ່ນເລືອກເຂົາເຈົ້າ. (ໂຣມ 8:15-17; 2 ໂກຣິນໂທ 1:21) ໂດຍວິທີນີ້ເຂົາເຈົ້າຈຶ່ງໄດ້ “ເກີດໃໝ່ເພື່ອຈະມີຄວາມຫວັງ . . . ໃນສະຫວັນ.” (1 ເປໂຕ 1:3, 4) ຍ້ອນມະນຸດຖືກສ້າງໃຫ້ມີຊີວິດຢູ່ໂລກ ຄລິດສະຕຽນ ຜູ້ຖືກເລືອກຈຶ່ງຖືກເອີ້ນວ່າ: “ເປັນຄົນທີ່ຖືກສ້າງຂຶ້ນໃໝ່.” (2 ໂກຣິນໂທ 5:17) ຄຳພີໄບເບິນບອກວ່າ 144.000 ຄົນຈະເປັນກະສັດຮ່ວມກັບພະເຢຊູຢູ່ສະຫວັນ ແລະເຂົາເຈົ້າຈະປົກຄອງມະນຸດທີ່ໄດ້ຮັບການໄຖ່ບາບ.—ພະນິມິດ 5:9, 10; 14:1-4
20. (ກ) ໃນປີ 36 ມີການບອກໃຫ້ຮູ້ຫຍັງກ່ຽວກັບຄວາມລັບສັກສິດ? (ຂ) ມີໃຜແດ່ຈະໄດ້ຮັບພອນຈາກສັນຍາທີ່ພະເຈົ້າເຮັດກັບອັບຣາຮາມ?
20 ຄລິດສະຕຽນທີ່ເປັນຜູ້ຖືກເລືອກກັບພະເຢຊູເປັນ “ລູກຫຼານຂອງອັບຣາຮາມ.” b (ຄາລາເຕຍ 3:29) ກຸ່ມທຳອິດທີ່ຖືກເລືອກແມ່ນຄົນຢິວຕາມສາຍເລືອດ. ແຕ່ໃນປີ 36 ພະເຢໂຫວາບອກໃຫ້ຮູ້ບາງຢ່າງຫຼາຍຂຶ້ນອີກກ່ຽວກັບຄວາມລັບສັກສິດ. ເພິ່ນເລືອກຄົນທີ່ບໍ່ແມ່ນຄົນຢິວໃຫ້ປົກຄອງກັບພະເຢຊູໃນສະຫວັນ. (ໂຣມ 9:6-8; 11:25, 26; ເອເຟໂຊ 3:5, 6) ຄລິດສະຕຽນຜູ້ຖືກເລືອກເປັນກຸ່ມດຽວເທົ່ານັ້ນບໍທີ່ຈະໄດ້ຮັບພອນຈາກສັນຍາທີ່ພະເຈົ້າເຮັດກັບອັບຣາຮາມ? ບໍ່ແມ່ນ ເພາະເຄື່ອງບູຊາຂອງພະເຢຊູເປັນປະໂຫຍດສຳລັບທຸກຄົນທົ່ວໂລກ. (1 ໂຢຮັນ 2:2) ຕໍ່ມາພະເຢໂຫວາບອກໃຫ້ຮູ້ວ່າມີ “ຄົນກຸ່ມໃຫຍ່” ທີ່ບໍ່ມີໃຜນັບຈຳນວນໄດ້ຈະລອດຜ່ານໂລກຊົ່ວຂອງຊາຕານ. (ພະນິມິດ 7:9, 14) ຍັງມີຄົນອີກບັກຫຼາຍໆຈະຖືກປຸກໃຫ້ຄືນມາຈາກຕາຍແລະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນອຸທິຍານ.—ລູກາ 23:43; ໂຢຮັນ 5:28, 29; ພະນິມິດ 20:11-15; 21:3, 4
ສະຕິປັນຍາຂອງພະເຈົ້າແລະຄວາມລັບສັກສິດ
21, 22. ຄວາມລັບສັກສິດຂອງພະເຢໂຫວາສະແດງໃຫ້ເຫັນສະຕິປັນຍາຂອງເພິ່ນແນວໃດແດ່?
21 ຄວາມລັບສັກສິດນີ້ເຮັດໃຫ້ເຮົາ ‘ໄດ້ຮູ້ຈັກສະຕິປັນຍາທີ່ພະເຈົ້າສະແດງໃຫ້ເຫັນໃນຫຼາຍໆທາງ.’ (ເອເຟໂຊ 3:8-10) ເຮົາເຫັນສະຕິປັນຍາຂອງພະເຢໂຫວາກ່ຽວກັບຄວາມລັບສັກສິດ ແລະວິທີທີ່ເພິ່ນຄ່ອຍໆເປີດເຜີຍເລື່ອງນີ້. ເພິ່ນມີສະຕິປັນຍາຫຼາຍແລະຮູ້ວ່າມະນຸດບໍ່ສາມາດເຂົ້າໃຈເລື່ອງນີ້ໄດ້ທັງໝົດບາດດຽວ. ເພິ່ນຈຶ່ງຄ່ອຍໆບອກເຮົາໃຫ້ຮູ້ຫຼາຍຂຶ້ນ ແລະເປີດໂອກາດໃຫ້ເຮົາສະແດງໃຫ້ເຫັນວ່າເຮົາໄວ້ໃຈເພິ່ນ.—ເພງສັນລະເສີນ 103:14
22 ການທີ່ພະເຢໂຫວາເລືອກພະເຢຊູໃຫ້ເປັນກະສັດສະແດງໃຫ້ເຫັນວ່າເພິ່ນມີສະຕິປັນຍາຫຼາຍກວ່າຄົນອື່ນ. ພະເຢຊູເປັນຜູ້ທີ່ພະເຢໂຫວາສ້າງແລະເປັນຜູ້ທີ່ໄວ້ໃຈໄດ້ຫຼາຍທີ່ສຸດໃນເອກະພົບ. ຕອນທີ່ພະເຢຊູເປັນມະນຸດຢູ່ໂລກ ເພິ່ນຕ້ອງເຈິກັບຄວາມທຸກຍາກລຳບາກຫຼາຍແບບ ເພິ່ນຈຶ່ງເຂົ້າໃຈໄດ້ດີກ່ຽວກັບບັນຫາທີ່ມະນຸດຕ້ອງເຈິ. (ເຮັບເຣີ 5:7-9) ຜູ້ທີ່ຈະຮ່ວມປົກຄອງກັບພະເຢຊູກໍຄືກັນ ຕະຫຼອດຫຼາຍຮ້ອຍປີ ພະເຢໂຫວາໄດ້ເລືອກທັງຊາຍແລະຍິງຈາກທຸກເຊື້ອຊາດ ທຸກພາສາ ແລະທຸກພູມຫຼັງ. ດັ່ງນັ້ນ ບໍ່ວ່າເຮົາຕ້ອງເຈິກັບບັນຫາຫຍັງ ເຮົາໝັ້ນໃຈວ່າຄົນທີ່ພະເຈົ້າເລືອກກໍເຄີຍເຈິກັບບັນຫາເຫຼົ່ານັ້ນແລະເຂົາເຈົ້າກໍເອົາຊະນະໄດ້. (ເອເຟໂຊ 4:22-24) ດີແທ້ໆທີ່ເຮົາຈະໄດ້ຢູ່ພາຍໃຕ້ການປົກຄອງຂອງກະສັດແລະປະໂລຫິດເຫຼົ່ານີ້ທີ່ເຂົ້າໃຈແລະຢາກຈະຊ່ວຍເຮົາອີ່ຫຼີ.
23. ຄລິດສະຕຽນມີສິດທິພິເສດຫຍັງກ່ຽວກັບຄວາມລັບສັກສິດຂອງພະເຢໂຫວາ?
23 ອັກຄະສາວົກໂປໂລຂຽນວ່າ: “ຄວາມລັບສັກສິດທີ່ຖືກປົກປິດໄວ້ຈາກຄົນລຸ້ນກ່ອນໆຕະຫຼອດຫຼາຍຍຸກຫຼາຍສະໄໝ . . . ຖືກເປີດເຜີຍຕໍ່ພວກຜູ້ບໍລິສຸດຂອງເພິ່ນແລ້ວ.” (ໂກໂລຊາຍ 1:26) ຄລິດສະຕຽນຜູ້ຖືກເລືອກຂອງພະເຢໂຫວາໄດ້ເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມລັບສັກສິດ ແລະເຂົາເຈົ້າໄດ້ບອກຄວາມຮູ້ນີ້ກັບຫຼາຍລ້ານຄົນ. ຖືວ່າເປັນສິດທິພິເສດຫຼາຍແທ້ໆທີ່ພະເຢໂຫວາ “ໃຫ້ພວກເຮົາຮູ້ຄວາມລັບສັກສິດກ່ຽວກັບສິ່ງທີ່ເພິ່ນຕັ້ງໃຈໄວ້.” (ເອເຟໂຊ 1:9) ຂໍໃຫ້ເຮົາບອກຄວາມລັບທີ່ໜ້າຕື່ນເຕັ້ນນີ້ກັບຄົນອື່ນເພື່ອຊ່ວຍເຂົາເຈົ້າໃຫ້ມີໂອກາດໄດ້ຮຽນຮູ້ກ່ຽວກັບຄວາມລັບທີ່ໜ້າຕື່ນເຕັ້ນນີ້ຄືກັນ.
a ມີການເປີດເຜີຍ “ຄວາມລັບສັກສິດທີ່ວ່າ ມະນຸດເຊື່ອຟັງພະເຈົ້າສຸດຫົວໃຈໄດ້” ໂດຍພະເຢຊູນຳ. (1 ຕີໂມທຽວ 3:16) ຄຳຖາມທີ່ວ່າມີຈັກຄົນບໍທີ່ຈະສັດຊື່ຕໍ່ພະເຢໂຫວາໄດ້ຢ່າງສົມບູນແບບ. ເລື່ອງນີ້ເປັນຄວາມລັບມາດົນນານຫຼາຍປີແລ້ວ. ພະເຢຊູສະແດງໃຫ້ເຫັນວ່າເລື່ອງນີ້ເປັນໄປໄດ້. ເຖິງວ່າເພິ່ນຖືກຊາຕານທົດສອບຫຼາຍເທື່ອ ແຕ່ເພິ່ນກໍສັດຊື່ຕໍ່ພະເຢໂຫວາສະເໝີ.—ມັດທາຍ 4:1-11; 27:26-50
b ພະເຢຊູຍັງໄດ້ເຮັດ ‘ສັນຍາກັບເຂົາເຈົ້າວ່າຈະໃຫ້ເຂົາເຈົ້າມີສ່ວນໃນການປົກຄອງ’ ຂອງເພິ່ນ. (ລູກາ 22:29, 30) ພະເຢຊູສັນຍາກັບທຸກຄົນທີ່ເປັນແກະ “ຝູງນ້ອຍ” ວ່າເຂົາເຈົ້າຈະໄດ້ປົກຄອງກັບເພິ່ນໃນສະຫວັນຖານະເປັນລູກຫຼານທີ່ສຳຄັນອັນດັບຮອງຂອງອັບຣາຮາມ.—ລູກາ 12:32