ບົດທີ 21
ພະເຢຊູ “ເຮັດໃຫ້ພວກເຮົາເຫັນສະຕິປັນຍາຂອງພະເຈົ້າ”
1-3. ຄົນທີ່ເຄີຍເປັນເພື່ອນບ້ານຂອງພະເຢຊູມີທ່າທີແນວໃດຕໍ່ຄຳສອນຂອງເພິ່ນ ແລະຍ້ອນຫຍັງ?
ຕອນທີ່ພະເຢຊູສອນຢູ່ບ່ອນປະຊຸມຂອງຄົນຢິວ ຜູ້ທີ່ໄດ້ຍິນເພິ່ນສອນພາກັນຮູ້ສຶກງຶດຫຼາຍ. ຄົນເຫຼົ່ານັ້ນຮູ້ຈັກເພິ່ນດີ ຍ້ອນເພິ່ນໃຫຍ່ຢູ່ເມືອງດຽວກັບເຂົາເຈົ້າແລະເປັນຊ່າງໄມ້ຢູ່ຫັ້ນຫຼາຍປີ. ຄົນທີ່ມາຟັງເພິ່ນສອນ ເຮືອນຂອງເຂົາເຈົ້າບາງຄົນກໍແມ່ນພະເຢຊູເປັນຜູ້ປຸກໃຫ້. ຄັນໄຖແລະແອກຂອງຊາວໄຮ່ຊາວນາບາງຄົນກໍແມ່ນເພິ່ນເປັນຜູ້ເຮັດໃຫ້. a ແລ້ວເຂົາເຈົ້າຈະຍອມຮັບຄຳສອນຂອງພະເຢຊູຜູ້ທີ່ເຄີຍເປັນຊ່າງໄມ້ບໍ?
2 ຄົນສ່ວນຫຼາຍຮູ້ສຶກແປກໃຈຈຶ່ງຖາມກັນວ່າ: “ຜູ້ນີ້ໄດ້ສະຕິປັນຍາແບບນີ້ມາແຕ່ໃສ?” ແຕ່ກໍເວົ້າຕື່ມວ່າ: “ລາວເປັນລູກຊ່າງໄມ້ຕົ໋ວ? ແມ່ຂອງລາວຊື່ມາຣິອາ.” (ມັດທາຍ 13:54-58; ມາຣະໂກ 6:1-3) ເປັນຕາເສຍດາຍແທ້ໆ ຄົນທີ່ເຄີຍເປັນເພື່ອນບ້ານຂອງພະເຢຊູອາດຈະຄິດວ່າ ‘ຜູ້ນີ້ເປັນພຽງແຕ່ຊ່າງໄມ້ທີ່ຢູ່ໃນເມືອງຂອງເຮົາຊື່ໆ. ລາວບໍ່ໄດ້ມີຫຍັງພິເສດເລີຍ.’ ເຖິງວ່າສິ່ງທີ່ພະເຢຊູສອນຈະສະແດງໃຫ້ເຫັນວ່າເພິ່ນມີສະຕິປັນຍາ ແຕ່ເຂົາເຈົ້າກໍປະຕິເສດເພິ່ນຄືເກົ່າ. ເຂົາເຈົ້າບໍ່ສົນໃຈເລີຍວ່າເພິ່ນໄດ້ສະຕິປັນຍານັ້ນມາຈາກໃສ.
3 ແລ້ວພະເຢຊູໄດ້ສະຕິປັນຍາມາຈາກໃສ? ເພິ່ນບອກວ່າ: “ຂ້ອຍບໍ່ໄດ້ສອນຄຳສອນຂອງຂ້ອຍເອງ ແຕ່ເປັນຄຳສອນຂອງຜູ້ທີ່ໃຊ້ຂ້ອຍມາ.” (ໂຢຮັນ 7:16) ອັກຄະສາວົກໂປໂລບອກວ່າພະເຢຊູ “ເຮັດໃຫ້ພວກເຮົາເຫັນສະຕິປັນຍາຂອງພະເຈົ້າ.” (1 ໂກຣິນໂທ 1:30) ເຮົາເຫັນສະຕິປັນຍາຂອງພະເຢໂຫວາໄດ້ຈາກພະເຢຊູລູກຊາຍຂອງເພິ່ນ. ທີ່ຈິງ ເລື່ອງນີ້ເປັນຄວາມຈິງເຖິງຂັ້ນທີ່ພະເຢຊູ ສາມາດເວົ້າໄດ້ວ່າ: “ຂ້ອຍກັບພໍ່ເປັນອັນໜຶ່ງອັນດຽວກັນ.” (ໂຢຮັນ 10:30) ຂໍໃຫ້ເຮົາມາເບິ່ງ 3 ຢ່າງທີ່ພະເຢຊູສະແດງໃຫ້ເຫັນ “ສະຕິປັນຍາຂອງພະເຈົ້າ.”
ຄຳສອນຂອງເພິ່ນ
4. (ກ) ເລື່ອງຫຼັກທີ່ພະເຢຊູສອນແມ່ນຫຍັງ ແລະເປັນຫຍັງເລື່ອງນັ້ນຈຶ່ງສຳຄັນຫຼາຍ? (ຂ) ເປັນຫຍັງຄຳແນະນຳຂອງພະເຢຊູຈຶ່ງເປັນປະໂຫຍດແລະເອົາໄປໃຊ້ໄດ້ແທ້ໆ?
4 ທຳອິດ ຂໍໃຫ້ມາເບິ່ງສິ່ງທີ່ພະເຢຊູສອນ. ເລື່ອງຫຼັກທີ່ເພິ່ນສອນແມ່ນ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ.” (ລູກາ 4:43) ຂ່າວສານນີ້ສຳຄັນຫຼາຍ ຍ້ອນການປົກຄອງນີ້ຈະເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບການຍົກຍ້ອງສັນລະເສີນແລະພິສູດວ່າເພິ່ນເປັນຜູ້ປົກຄອງທີ່ດີທີ່ສຸດ. ການປົກຄອງນີ້ຍັງຈະເຮັດໃຫ້ໂລກກາຍເປັນອຸທິຍານເຊິ່ງເປັນບ່ອນທີ່ມະນຸດຈະໄດ້ຢູ່ຕະຫຼອດໄປ. ໃນຄຳສອນຂອງພະເຢຊູ ເພິ່ນຍັງໃຫ້ຄຳແນະນຳທີ່ສຸຂຸມກ່ຽວກັບການໃຊ້ຊີວິດປະຈຳວັນນຳ. ເພິ່ນເຮັດໃຫ້ເຫັນວ່າເພິ່ນເປັນ “ທີ່ປຶກສາທີ່ສະຫຼາດ” ຕາມທີ່ບອກໄວ້ລ່ວງໜ້າ. (ເອຊາຢາ 9:6) ເປັນຫຍັງພະເຢຊູຈຶ່ງເປັນ “ທີ່ປຶກສາທີ່ສະຫຼາດ” ຫຼືເປັນຄູສອນທີ່ດີ? ກໍຍ້ອນເພິ່ນຮູ້ຈັກຄຳສອນຂອງພະເຢໂຫວາເປັນຢ່າງດີແລະຮູ້ວ່າພະເຈົ້າຢາກໃຫ້ເຮົາຮັບໃຊ້ເພິ່ນແນວໃດ. ພະເຢຊູຍັງເຂົ້າໃຈຄວາມຮູ້ສຶກແລະຄວາມຄິດຂອງຄົນເຮົານຳ ແລະເພິ່ນກໍຮັກມະນຸດຫຼາຍ. ດັ່ງນັ້ນ ຄຳແນະນຳຂອງເພິ່ນຈຶ່ງເປັນປະໂຫຍດແລະເອົາໄປໃຊ້ໄດ້ແທ້ໆ. ນອກຈາກນັ້ນ ພະເຢຊູຍັງ “ມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.” ເມື່ອເຮົາເຮັດຕາມຄຳແນະນຳຂອງເພິ່ນ ເຮົາກໍຈະມີຊີວິດຕະຫຼອດໄປ.—ໂຢຮັນ 6:68
5. ໃນຄຳບັນລະຍາຍເທິງພູ ພະເຢຊູສອນເລື່ອງຫຍັງແດ່?
5 ຄຳບັນລະຍາຍເທິງພູເປັນຕົວຢ່າງໜຶ່ງທີ່ເຮັດໃຫ້ເຫັນແຈ້ງວ່າພະເຢຊູສອນດ້ວຍສະຕິປັນຍາຂອງພະເຈົ້າ. ເຮົາອ່ານຄຳບັນລະຍາຍນີ້ໄດ້ໃນມັດທາຍ 5:3–7:27. ເຖິງວ່າຄຳບັນລະຍາຍນີ້ບໍ່ຍາວແລະໃຊ້ເວລາອ່ານແຕ່ 20 ນາທີເທົ່ານັ້ນ ແຕ່ຄຳແນະນຳໃນຄຳບັນລະຍາຍນີ້ກໍຍັງໃຊ້ໄດ້ຈົນຮອດທຸກມື້ນີ້. ພະເຢຊູເວົ້າເຖິງຫຼາຍເລື່ອງ ມີທັງເລື່ອງທີ່ເຮົາຈະປັບປຸງໂຕເອງແນວໃດໃຫ້ເຂົ້າກັບຄົນອື່ນໄດ້ດີ (5:23-26, 38-42; 7:1-5, 12) ເຮົາຈະເປັນຄົນສະອາດດ້ານ ສິນລະທຳໄດ້ແນວໃດ (5:27-32) ແລະເຮົາຈະໃຊ້ຊີວິດແບບມີຈຸດໝາຍແນວໃດ. (6:19-24; 7:24-27) ພະເຢຊູບໍ່ພຽງແຕ່ບອກຜູ້ຟັງວ່າຈະໃຊ້ຊີວິດຢ່າງສະຫຼາດໄດ້ແນວໃດ ແຕ່ເພິ່ນຍັງອະທິບາຍເຫດຜົນນຳວ່າເປັນຫຍັງເພິ່ນຈຶ່ງບອກແບບນັ້ນແລະເຮັດໃຫ້ເຫັນເປັນຕົວຢ່າງນຳອີກ.
6-8. (ກ) ພະເຢຊູໃຫ້ເຫດຜົນທີ່ດີແນວໃດວ່າເຮົາບໍ່ຄວນອຸກໃຈຫຼາຍເກີນໄປ? (ຂ) ຄຳແນະນຳຂອງພະເຢຊູສະແດງໃຫ້ເຫັນສະຕິປັນຍາຂອງພະເຈົ້າແນວໃດ?
6 ເພື່ອເປັນຕົວຢ່າງ ຂໍໃຫ້ຄິດເຖິງຄຳແນະນຳທີ່ສຸຂຸມຂອງພະເຢຊູກ່ຽວກັບວິທີຮັບມືກັບຄວາມອຸກໃຈໃນຊີວິດ. ໃນມັດທາຍບົດທີ 6 ພະເຢຊູແນະນຳເຮົາວ່າ: “ໃຫ້ເຊົາອຸກໃຈວ່າຈະມີຢູ່ມີກິນບໍ ຫຼືອຸກໃຈວ່າຈະມີເຄື່ອງນຸ່ງໃສ່ຫຼືບໍ່.” (ຂໍ້ 25) ອາຫານແລະເຄື່ອງນຸ່ງເປັນສິ່ງຈຳເປັນພື້ນຖານຢູ່ແລ້ວ ດັ່ງນັ້ນຈຶ່ງເປັນເລື່ອງທຳມະດາທີ່ຄົນເຮົາຈະເປັນຫ່ວງ. ແຕ່ພະເຢຊູພັດບອກເຮົາວ່າ: “ໃຫ້ເຊົາອຸກໃຈ” ກ່ຽວກັບສິ່ງເຫຼົ່ານີ້. b ຍ້ອນຫຍັງ?
7 ພະເຢຊູບອກເຫດຜົນທີ່ດີຫຼາຍຢ່າງວ່າເປັນຫຍັງຜູ້ຟັງຂອງເພິ່ນບໍ່ຄວນອຸກໃຈຫຼາຍເກີນໄປ. ຍ້ອນພະເຢໂຫວາເປັນຜູ້ສ້າງເຮົາ ເພິ່ນຈຶ່ງສາມາດໃຫ້ເຮົາມີເຄື່ອງນຸ່ງແລະອາຫານເພື່ອເຮົາຈະມີຊີວິດຢູ່ໄດ້ແນ່ນອນ. (ຂໍ້ 25) ຖ້າພະເຈົ້າໃຫ້ນົກມີອາຫານກິນແລະເບິ່ງແຍງດອກໄມ້ໃຫ້ສວຍງາມໄດ້ ເພິ່ນກໍຈະເບິ່ງແຍງພວກເຮົາທີ່ເປັນຜູ້ຮັບໃຊ້ຂອງເພິ່ນຫຼາຍກວ່ານັ້ນອີກ! (ຂໍ້ 26, 28-30) ທີ່ຈິງແລ້ວ ຄວາມອຸກໃຈບໍ່ມີປະໂຫຍດຫຍັງເລີຍແລະກໍບໍ່ໄດ້ຊ່ວຍໃຫ້ຊີວິດຂອງເຮົາຍືນຂຶ້ນ. c (ຂໍ້ 27) ແລ້ວເຮົາຈະເຊົາອຸກໃຈໄດ້ແນວໃດ? ພະເຢຊູແນະນຳວ່າເຮົາຕ້ອງໃຫ້ການປົກຄອງຂອງພະເຈົ້າມາເປັນສິ່ງສຳຄັນທີ່ສຸດໃນຊີວິດຕໍ່ໆໄປ. ຜູ້ທີ່ເຮັດແບບນັ້ນຈະໝັ້ນໃຈໄດ້ວ່າພະເຢໂຫວາພໍ່ທີ່ຢູ່ໃນສະຫວັນ “ຈະໃຫ້” ພວກເຮົາມີສິ່ງຈຳເປັນໃນຊີວິດ. (ຂໍ້ 33) ພະເຢຊູຍັງໃຫ້ຄຳແນະນຳກັບພວກເຮົາວ່າພວກເຮົາຕ້ອງຮັບມືກັບບັນຫາເປັນແຕ່ລະມື້ໄປແລະບໍ່ຕ້ອງອຸກໃຈກ່ຽວກັບ ເລື່ອງຂອງມື້ອື່ນ. (ຂໍ້ 34) ບາງເທື່ອເລື່ອງທີ່ເຮົາອຸກໃຈອາດຈະບໍ່ເກີດຂຶ້ນຄືກັບທີ່ເຮົາຄິດກະໄດ້. ການເຮັດຕາມຄຳແນະນຳທີ່ສະຫຼາດສຸຂຸມນີ້ຈະຊ່ວຍເຮົາຫຼີກລ່ຽງເລື່ອງຕ່າງໆທີ່ເຮັດໃຫ້ຄົນເຮົາເຄັ່ງຕຶງແລະບໍ່ມີຄວາມສຸກ.
8 ເມື່ອເວລາຜ່ານໄປຄຳແນະນຳຂອງຄົນເຮົາອາດຈະຕ້ອງໄດ້ມີການແກ້ໄຂໃໝ່ຫຼືເອົາຄຳແນະນຳອື່ນມາໃຊ້ແທນ ຍ້ອນຄຳແນະນຳບາງຢ່າງກໍໃຊ້ບໍ່ໄດ້ແລ້ວ. ແຕ່ຄຳແນະນຳຂອງພະເຢຊູທີ່ໄດ້ສອນໄວ້ເກືອບ 2.000 ປີຍັງໃຊ້ໄດ້ຈົນຮອດທຸກມື້ນີ້. ນີ້ເປັນຫຼັກຖານວ່າສະຕິປັນຍາຂອງເພິ່ນມາຈາກພະເຈົ້າພໍ່ຂອງເພິ່ນບໍ່ແມ່ນບໍ? ເຫັນໄດ້ແຈ້ງວ່າພະເຢຊູເປັນທີ່ປຶກສາທີ່ສະຫຼາດອີ່ຫຼີ ແລະເພິ່ນເປັນຜູ້ “ຖ່າຍທອດຄຳເວົ້າຂອງພະເຈົ້າ.”—ໂຢຮັນ 3:34
ວິທີທີ່ເພິ່ນສອນ
9. ພວກທະຫານພາກັນເວົ້າແນວໃດກ່ຽວກັບວິທີສອນຂອງພະເຢຊູ ແລະເປັນຫຍັງເຂົາເຈົ້າຈຶ່ງບໍ່ໄດ້ເວົ້າເກີນຄວາມຈິງ?
9 ຢ່າງທີ 2 ພະເຢຊູສະແດງໃຫ້ເຫັນສະຕິປັນຍາຂອງພະເຈົ້າໂດຍວິທີທີ່ເພິ່ນສອນ. ມີເທື່ອໜຶ່ງ ພວກຫົວໜ້າສາສະໜາຄົນຢິວສົ່ງທະຫານໄປຈັບພະເຢຊູ ແຕ່ກໍຕ້ອງກັບເມືອມືເປົ່າ. ເຂົາເຈົ້າພາກັນເວົ້າວ່າ: “ພວກເຮົາບໍ່ເຄີຍໄດ້ຍິນຜູ້ໃດເວົ້າຄືກັບຜູ້ຊາຍຄົນນີ້.” (ໂຢຮັນ 7:45, 46) ເຂົາເຈົ້າບໍ່ໄດ້ເວົ້າເກີນຄວາມຈິງ ຍ້ອນພະເຢຊູເຄີຍມີຊີວິດຢູ່ເທິງສະຫວັນດົນກ່ອນເພິ່ນຈະມາຢູ່ໂລກ ດັ່ງນັ້ນເພິ່ນຈຶ່ງມີຄວາມຮູ້ແລະປະສົບການຫຼາຍກວ່າມະນຸດທຸກຄົນ. (ໂຢຮັນ 8:23) ບໍ່ມີມະນຸດຄົນໃດສອນໄດ້ຄືກັບເພິ່ນ. ຂໍໃຫ້ເຮົາມາເບິ່ງນຳກັນໃນ 2 ວິທີທີ່ພະເຢຊູຄູທີ່ສະຫຼາດໄດ້ສອນ.
“ຄົນທີ່ມາຟັງເພິ່ນກໍຮູ້ສຶກງຶດໃນວິທີທີ່ເພິ່ນສອນ”
10, 11. (ກ) ເປັນຫຍັງຕົວຢ່າງປຽບທຽບຂອງພະເຢຊູຈຶ່ງເຮັດໃຫ້ເຮົາປະທັບໃຈ? (ຂ) ຕົວຢ່າງປຽບທຽບແມ່ນຫຍັງ ແລະພະເຢຊູໃຊ້ຕົວຢ່າງຫຍັງແດ່ເພື່ອສອນບົດຮຽນທີ່ສຳຄັນ?
10 ໃຊ້ຕົວຢ່າງທີ່ເຂົ້າເຖິງຫົວໃຈ. ຄຳພີໄບເບິນບອກວ່າ: “ພະເຢຊູເວົ້າເລື່ອງທັງໝົດນີ້ກັບຫຼາຍຄົນທີ່ມາຫາເພິ່ນໂດຍໃຊ້ຕົວຢ່າງປຽບທຽບ. ທີ່ຈິງ ເພິ່ນສອນເຂົາເຈົ້າໂດຍໃຊ້ຕົວຢ່າງປຽບທຽບເລື້ອຍໆ.” (ມັດທາຍ 13:34) ພວກເຮົາຮູ້ສຶກປະທັບໃຈຫຼາຍກັບວິທີສອນຂອງພະເຢຊູ ເພິ່ນໃຊ້ຕົວຢ່າງງ່າຍໆໃນຊີວິດປະຈຳວັນເພື່ອສອນຄວາມຈິງທີ່ສຳຄັນ. ເພິ່ນເວົ້າເຖິງຊາວນາທີ່ຫວ່ານເມັດ ພືດ ຜູ້ຍິງກຽມແປ້ງເຮັດເຂົ້າຈີ່ ພວກເດັກນ້ອຍທີ່ຫຼິ້ນຢູ່ຕະຫຼາດ ຄົນຫາປາແກ່ດາງ ຄົນລ້ຽງແກະຊອກຫາແກະໂຕທີ່ຫຼົງທາງ. ເລື່ອງທັງໝົດນີ້ເປັນເລື່ອງທີ່ຜູ້ຟັງເຄີຍເຫັນຢູ່ເລື້ອຍໆ. ເມື່ອເພິ່ນໃຊ້ເລື່ອງທີ່ຄົນທົ່ວໄປຮູ້ຈັກດີເພື່ອສອນຄວາມຈິງທີ່ສຳຄັນ ເຂົາເຈົ້າກໍເຂົ້າໃຈງ່າຍ ຈື່ໄດ້ດີ ແລະເອົາໄປໃຊ້ໄດ້ງ່າຍໆ.—ມັດທາຍ 11:16-19; 13:3-8, 33, 47-50; 18:12-14
11 ຫຼາຍເທື່ອພະເຢຊູມັກໃຊ້ຕົວຢ່າງປຽບທຽບເຊິ່ງແມ່ນເລື່ອງສັ້ນໆທີ່ສອນບົດຮຽນທີ່ສຳຄັນ. ເພິ່ນເຮັດແນວນັ້ນຍ້ອນຢາກໃຫ້ຜູ້ຟັງເຂົ້າໃຈງ່າຍແລະຈື່ບົດຮຽນໄດ້ດີ. ໃນຫຼາຍຕົວຢ່າງ ພະເຢຊູເວົ້າເຖິງພໍ່ຂອງເພິ່ນໂດຍໃຊ້ຕົວຢ່າງປຽບທຽບທີ່ຈະແຈ້ງແລະຈື່ງ່າຍ. ຕົວຢ່າງເຊັ່ນ ເລື່ອງລູກຊາຍທີ່ຫຼົງທາງສອນເຮົາໃຫ້ເຂົ້າໃຈຫຼາຍຂຶ້ນວ່າພະເຢໂຫວາເປັນພະເຈົ້າແບບໃດ ແລະຍັງສອນວ່າເມື່ອຄົນທີ່ເຮັດຜິດກັບໃຈແທ້ໆ ເພິ່ນກໍພ້ອມຈະໃຫ້ອະໄພແລະຕ້ອນຮັບລາວກັບມາ.—ລູກາ 15:11-32
12. (ກ) ພະເຢຊູໃຊ້ຄຳຖາມເພື່ອສອນໃນທາງໃດແດ່? (ຂ) ພະເຢຊູຖາມຄົນທີ່ສົງໄສເລື່ອງສິດຂອງເພິ່ນແນວໃດຈົນເຂົາເຈົ້າຕອບບໍ່ໄດ້?
12 ໃຊ້ຄຳຖາມຢ່າງເໝາະສົມ. ພະເຢຊູໃຊ້ຄຳຖາມເພື່ອຊ່ວຍຜູ້ຟັງໃຫ້ຄິດຄັກໆ ກວດເບິ່ງແຮງກະຕຸ້ນຂອງໂຕເອງ ຫຼືລົງມືຕັດສິນໃຈ. (ມັດທາຍ 12:24-30; 17:24-27; 22:41-46) ເມື່ອພວກຫົວໜ້າສາສະໜາຖາມພະເຢຊູວ່າໃຜໃຫ້ສິດກັບເພິ່ນ ພະເຢຊູຈຶ່ງຖາມຄືນວ່າ: “ໂຢຮັນໄດ້ສິດທີ່ຈະໃຫ້ບັບເຕມາຈາກຜູ້ໃດ ຈາກພະເຈົ້າຫຼືຈາກມະນຸດ?” ຄຳຖາມນີ້ເຮັດໃຫ້ເຂົາເຈົ້າບໍ່ກ້າເວົ້າຄວາມຈິງ ເຂົາເຈົ້າຈຶ່ງລົມກັນວ່າ: “ຖ້າພວກເຮົາຕອບວ່າ ‘ຈາກພະເຈົ້າ’ ລາວກໍຈະຖາມວ່າ ‘ຄັນຊັ້ນ ເປັນຫຍັງຈຶ່ງບໍ່ເຊື່ອໂຢຮັນ?’ ແຕ່ຖ້າຈະຕອບວ່າ ‘ຈາກມະນຸດ’ ກໍຢ້ານປະຊາຊົນຈະໃຈຮ້າຍ ຍ້ອນເຂົາເຈົ້າຖືວ່າໂຢຮັນເປັນຜູ້ພະຍາກອນ.” ໃນທີ່ສຸດເຂົາເຈົ້າຈຶ່ງຕອບວ່າ: “ບໍ່ຮູ້ເດະ.” (ມາຣະໂກ 11:27-33; ມັດທາຍ 21:23-27) ພະເຢຊູໃຊ້ຄຳຖາມງ່າຍໆ ແຕ່ເຮັດໃຫ້ເຂົາເຈົ້າຕອບບໍ່ໄດ້ຍ້ອນເຂົາເຈົ້າມີຄວາມຄິດທີ່ບໍ່ຖືກຕ້ອງ.
13-15. ຕົວຢ່າງປຽບທຽບເລື່ອງຄົນຊາມາເຣຍເຮັດໃຫ້ເຫັນສະຕິປັນຍາຂອງພະເຢຊູແນວໃດ?
13 ບາງເທື່ອພະເຢຊູສອນໂດຍໃຊ້ຄຳຖາມກັບຕົວຢ່າງປຽບທຽບ. ເພິ່ນໃຊ້ຄຳຖາມເພື່ອຊ່ວຍໃຫ້ຜູ້ຟັງໄດ້ຄິດກ່ຽວກັບຕົວຢ່າງປຽບທຽບທີ່ເພິ່ນຍົກຂຶ້ນມາ. ຕົວຢ່າງເຊັ່ນ ມີຜູ້ຊາຍຄົນໜຶ່ງທີ່ຊ່ຽວຊານດ້ານກົດໝາຍຂອງໂມເຊໄດ້ຖາມພະເຢຊູວ່າຕ້ອງເຮັດຫຍັງເພື່ອຈະໄດ້ຊີວິດຕະຫຼອດໄປ. ພະເຢຊູກໍເລີຍບອກໃຫ້ລາວຄິດເຖິງກົດໝາຍຂອງໂມເຊຂໍ້ທີ່ສອນໃຫ້ຮັກພະເຈົ້າແລະຮັກເພື່ອນບ້ານ. ຜູ້ຊາຍຄົນນີ້ຢາກສະແດງໃຫ້ຄົນອື່ນຮູ້ວ່າໂຕເອງເຮັດຕາມກົດໝາຍຂອງພະເຈົ້າຢູ່ແລ້ວ ລາວເລີຍຖາມວ່າ: “ໃຜແມ່ນເພື່ອນບ້ານທີ່ຂ້ອຍຕ້ອງຮັກ?” ພະເຢຊູຕອບໂດຍໃຊ້ຕົວຢ່າງປຽບທຽບເລື່ອງໜຶ່ງ. ເພິ່ນເລົ່າວ່າມີຜູ້ຊາຍຄົນຢິວຄົນໜຶ່ງເດີນທາງຄົນດຽວ ແລ້ວລາວຖືກໂຈນປຸ້ນກາງທາງແລະຖືກຕີຈົນເກືອບຕາຍ. ຕໍ່ມາ ມີຄົນຢິວ 2 ຄົນຍ່າງກາຍມາ. ຄົນທຳອິດແມ່ນປະໂລຫິດ ແລະອີກຄົນໜຶ່ງແມ່ນຄົນເລວີ. ແຕ່ 2 ຄົນນີ້ບໍ່ສົນໃຈແລະບໍ່ໄດ້ຊ່ວຍຫຍັງ. ສຸດທ້າຍກໍມີຄົນຊາມາເຣຍຄົນໜຶ່ງຍ່າງມາເຫັນຄືກັນ ດ້ວຍຄວາມອີ່ຕົນ ລາວຈຶ່ງຄ່ອຍໆເອົາຜ້າພັນບາດໃຫ້ຜູ້ນັ້ນ ແລ້ວພາໄປພັກຢູ່ໂຮງແຮມຈົນກວ່າລາວຊິດີຂຶ້ນ. ເມື່ອພະເຢຊູເລົ່າເລື່ອງນີ້ຈົບ ເພິ່ນກໍຖາມຜູ້ຊາຍທີ່ຊ່ຽວຊານກົດໝາຍຂອງໂມເຊວ່າ: “ໃນ 3 ຄົນນີ້ ເຈົ້າຄິດວ່າຜູ້ໃດເປັນເພື່ອນບ້ານທີ່ຮັກຄົນທີ່ຖືກປຸ້ນ?” ລາວຈຳເປັນຕ້ອງຕອບວ່າ: “ຄົນທີ່ຊ່ວຍເຫຼືອຜູ້ຊາຍຄົນນັ້ນ.”—ລູກາ 10:25-37
14 ຕົວຢ່າງປຽບທຽບນີ້ສະແດງໃຫ້ເຫັນສະຕິປັນຍາຂອງພະເຢຊູແນວໃດ? ໃນສະໄໝຂອງພະເຢຊູ ຄົນຢິວຄິດວ່າ: “ເພື່ອນບ້ານ” ມີແຕ່ຄົນທີ່ເຮັດຕາມຮີດຄອງປະເພນີຂອງເຂົາເຈົ້າເທົ່ານັ້ນທີ່ບໍ່ແມ່ນຄົນຊາມາເຣຍແນ່ນອນ. (ໂຢຮັນ 4:9) ດັ່ງນັ້ນ ຖ້າພະເຢຊູເລົ່າເລື່ອງໂດຍໃຫ້ຄົນຊາມາເຣຍເປັນຜູ້ຖືກທຳຮ້າຍແລະຄົນຢິວເປັນຜູ້ຊ່ວຍເຫຼືອ ການເລົ່າແນວນັ້ນຈະເຮັດໃຫ້ຜູ້ຊາຍຄົນນີ້ເຊົາມີອະຄະຕິບໍ? ພະເຢຊູເລົ່າເລື່ອງໃນແບບທີ່ສະຫຼາດຫຼາຍ. ເພິ່ນເລົ່າເລື່ອງນີ້ໂດຍໃຫ້ຄົນຊາມາເຣຍເປັນຝ່າຍທີ່ເບິ່ງແຍງຄົນຢິວ. ຫຼັງຈາກເລົ່າຈົບແລ້ວເພິ່ນກໍຖາມຄຳຖາມເພື່ອຊ່ວຍໃຫ້ຜູ້ຊາຍຄົນນີ້ເຂົ້າໃຈວ່າການຮັກ “ເພື່ອນບ້ານ” ໝາຍຄວາມວ່າແນວໃດແທ້ໆ. ກ່ອນໜ້ານີ້ລາວຖາມຍ້ອນຢາກຮູ້ວ່າ ‘ໃຜແມ່ນເພື່ອນບ້ານທີ່ຂ້ອຍຕ້ອງຮັກ?’ ແຕ່ເມື່ອພະເຢຊູຖາມວ່າ: “ໃນ 3 ຄົນນີ້ ເຈົ້າຄິດວ່າຜູ້ໃດເປັນເພື່ອນບ້ານ?” ເພິ່ນບໍ່ໄດ້ເນັ້ນຄົນທີ່ໄດ້ຮັບຄວາມເມດຕາເຊິ່ງກໍແມ່ນຄົນທີ່ຖືກທຳຮ້າຍ ແຕ່ເພິ່ນເນັ້ນຄົນທີ່ໄດ້ສະແດງຄວາມເມດຕາເຊິ່ງກໍແມ່ນຄົນຊາມາເຣຍ. ເພື່ອນບ້ານທີ່ແທ້ຈິງຈະສະແດງຄວາມຮັກຕໍ່ຄົນອື່ນບໍ່ວ່າຈະມີພູມຫຼັງແບບໃດຫຼືມາຈາກເຊື້ອຊາດໃດກໍຕາມ. ພະເຢຊູສອນຢ່າງສະຫຼາດແທ້ໆ.
15 ບໍ່ແປກເລີຍທີ່ຜູ້ໃດກໍປະທັບໃຈໃນ “ວິທີທີ່ເພິ່ນສອນ” ແລະຢາກຈະຟັງເພິ່ນສອນ. (ມັດທາຍ 7:28, 29) ມີເທື່ອໜຶ່ງ “ມີຄົນບັກຫຼາຍໆ” ມາຫາພະເຢຊູແລະຢູ່ກັບເພິ່ນເປັນເວລາ 3 ມື້ ແລະບໍ່ຍອມໄປກິນເຂົ້າກິນນ້ຳເລີຍ!—ມາຣະໂກ 8:1, 2
ວິທີທີ່ເພິ່ນໃຊ້ຊີວິດ
16. ພະເຢຊູ “ເຮັດໃຫ້ເຫັນ” ແນວໃດວ່າເພິ່ນເອົາສະຕິປັນຍາຂອງພະເຈົ້າມາໃຊ້ໃນຊີວິດ?
16 ຢ່າງທີ 3 ພະເຢຊູສະແດງໃຫ້ເຫັນສະຕິປັນຍາຂອງພະເຢໂຫວາໂດຍທາງວິທີທີ່ເພິ່ນໃຊ້ຊີວິດ. ສະຕິປັນຍາແມ່ນການເອົາສິ່ງທີ່ໄດ້ຮຽນຮູ້ມາໃຊ້ແລ້ວເກີດຜົນທີ່ດີ. ອັກຄະສາວົກຢາໂກໂບຖາມວ່າ: “ໃນພວກເຈົ້າມີໃຜທີ່ມີສະຕິປັນຍາ?” ແລ້ວລາວກໍເວົ້າຕື່ມວ່າ: “ໃຫ້ລາວເຮັດໃຫ້ເຫັນໂດຍການປະພຶດທີ່ດີ.” (ຢາໂກໂບ 3:13) ການກະທຳຂອງພະເຢຊູ “ເຮັດໃຫ້ເຫັນ” ວ່າເພິ່ນເອົາສະຕິປັນຍາຂອງພະເຈົ້າມາໃຊ້. ຂໍໃຫ້ເຮົາມາເບິ່ງວ່າພະເຢຊູໃຊ້ສະຕິປັນຍາແນວໃດທັງໃນຊີວິດສ່ວນໂຕແລະໃນການປະຕິບັດກັບຄົນອື່ນ.
17. ພະເຢຊູໃຊ້ຊີວິດແນວໃດທີ່ສະແດງວ່າເພິ່ນເປັນຄົນສົມດຸນຢູ່ສະເໝີ?
17 ເຈົ້າອາດເຄີຍເຫັນຄົນທີ່ຂາດສະຕິປັນຍາທີ່ມັກຈະເປັນຄົນເຂັ້ມງວດ ມັກເວົ້າຫຼາຍ ແລະມັກເຮັດຫຍັງກໍຕາມທີ່ບໍ່ມີເຫດຜົນເຊິ່ງບໍ່ມີຄວາມສົມດຸນເລີຍ. ແຕ່ພະເຢຊູເປັນຄົນທີ່ສົມດຸນສະເໝີຍ້ອນເພິ່ນຮຽນແບບສະຕິປັນຍາຂອງພະເຈົ້າ. ນອກຈາກນັ້ນ ເພິ່ນໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ. ເພິ່ນດຸໝັ່ນເຮັດວຽກປະກາດຂ່າວດີ ເພິ່ນບອກວ່າ: “ຂ້ອຍມາເພື່ອເຮັດວຽກນີ້.” (ມາຣະໂກ 1:38) ເຫັນໄດ້ແຈ້ງເລີຍວ່າວັດຖຸເງິນຄຳບໍ່ແມ່ນສິ່ງສຳຄັນທີ່ສຸດໃນຊີວິດຂອງເພິ່ນ. ເບິ່ງຄືວ່າເພິ່ນບໍ່ໄດ້ມີວັດຖຸເງິນຄຳຫຍັງຫຼາຍຊ້ຳ. (ມັດທາຍ 8:20) ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າພະເຢຊູບໍ່ມີເຄື່ອງດີໆໃຊ້ຫຼືເປັນຄົນທີ່ບໍ່ມັກເຮັດແນວມ່ວນໆ. ທີ່ຈິງ ເພິ່ນເປັນຄົນອາລົມດີແລະມັກເຮັດໃຫ້ຄົນອື່ນມີຄວາມສຸກ ຄືກັບພໍ່ຂອງເພິ່ນທີ່ເປັນ “ພະເຈົ້າຜູ້ມີຄວາມສຸກ.” (1 ຕີໂມທຽວ 1:11; 6:15) ເມື່ອໄປຮ່ວມງານລ້ຽງເຊິ່ງຕາມປົກກະຕິມັກຈະມີດົນຕີ ການຮ້ອງເພງ ແລະບັນຍາກາດທີ່ມ່ວນຊື່ນ ເພິ່ນກໍບໍ່ໄດ້ໄປແລ້ວເຮັດໃຫ້ງານນັ້ນໝົດຄວາມມ່ວນຊື່ນ. ຕອນທີ່ເຫຼົ້າແວງໝົດ ເພິ່ນກໍປ່ຽນນ້ຳໃຫ້ກາຍເປັນເຫຼົ້າແວງທີ່ດີທີ່ສຸດເຊິ່ງເປັນເຄື່ອງດື່ມທີ່ເຮັດໃຫ້ “ມີຄວາມມ່ວນຊື່ນ.” (ເພງສັນລະເສີນ 104:15; ໂຢຮັນ 2:1-11) ມີຫຼາຍເທື່ອທີ່ພະເຢຊູຖືກເຊີນໃຫ້ໄປກິນເຂົ້າກັບຄົນອື່ນ ເພິ່ນກໍຈະໃຊ້ໂອກາດນັ້ນເພື່ອສອນນຳ.—ລູກາ 10:38-42; 14:1-6
18. ພະເຢຊູມີສະຕິປັນຍາແນວໃດຕອນທີ່ເພິ່ນປະຕິບັດຕໍ່ພວກລູກສິດ?
18 ພະເຢຊູເຮັດໃຫ້ເຫັນວ່າເພິ່ນມີສະຕິປັນຍາຫຼາຍແທ້ໆຕອນທີ່ເພິ່ນປະຕິບັດກັບຄົນອື່ນ. ເພິ່ນເຂົ້າໃຈຄວາມຄິດ ຄວາມຮູ້ສຶກ ແລະແຮງກະຕຸ້ນຂອງລູກສິດໄດ້ຢ່າງດີ. ເຖິງວ່າເຂົາເຈົ້າຈະບໍ່ສົມບູນແບບ ແຕ່ເພິ່ນກໍຍັງເຫັນຄຸນລັກສະນະທີ່ດີຂອງເຂົາເຈົ້າ ແລະຮູ້ວ່າແຕ່ລະຄົນທີ່ພະເຢໂຫວາໄດ້ຊັກນຳເຂົ້າມາເປັນຄົນແນວໃດ. (ໂຢຮັນ 6:44) ເຖິງວ່າບາງເທື່ອພວກລູກສິດຈະເຮັດຜິດພາດແດ່ ແຕ່ພະເຢຊູກໍຍັງໄວ້ໃຈເຂົາເຈົ້າໃຫ້ເຮັດວຽກປະກາດຂ່າວດີເຊິ່ງເປັນວຽກທີ່ສຳຄັນຫຼາຍ ແລະເພິ່ນກໍໝັ້ນໃຈວ່າເຂົາເຈົ້າຈະເຮັດວຽກນີ້ໄດ້ສຳເລັດ. (ມັດທາຍ 28:19, 20) ໃນປຶ້ມກິດຈະການບອກໃຫ້ເຮົາຮູ້ວ່າພວກລູກສິດສັດຊື່ໂດຍເຮັດວຽກຕາມທີ່ພະເຢຊູສັ່ງທຸກຢ່າງ. (ກິດຈະການ 2:41, 42; 4:33; 5:27-32) ນີ້ເຮັດໃຫ້ເຮົາເຫັນວ່າພະເຢຊູມີສະຕິປັນຍາແທ້ໆທີ່ໄວ້ໃຈພວກລູກສິດ.
19. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນ “ເປັນຄົນອ່ອນໂຍນແລະຖ່ອມໂຕ”?
19 ໃນບົດທີ 20 ເຮົາໄດ້ຮຽນວ່າຄົນທີ່ມີສະຕິປັນຍາແທ້ຈະເປັນຄົນຖ່ອມໂຕແລະອ່ອນໂຍນ. ແນ່ນອນ ພະເຢໂຫວາວາງຕົວຢ່າງທີ່ດີທີ່ສຸດໃນເລື່ອງຄວາມຖ່ອມແລະຄວາມອ່ອນໂຍນ. ພະເຢຊູກໍເປັນແນວນັ້ນຄືກັນ ເຮົາຮູ້ສຶກປະທັບໃຈຫຼາຍເມື່ອເຫັນວ່າເພິ່ນສະແດງຄວາມຖ່ອມຕອນທີ່ປະຕິບັດກັບພວກລູກສິດຂອງເພິ່ນ. ເຖິງວ່າຈະເປັນມະນຸດສົມບູນແບບ ແຕ່ເພິ່ນກໍບໍ່ໄດ້ຄິດວ່າເພິ່ນເໜືອ ກວ່າພວກລູກສິດ. ເພິ່ນບໍ່ຢາກໃຫ້ເຂົາເຈົ້າຮູ້ສຶກວ່າເຂົາເຈົ້າດ້ອຍກວ່າຫຼືບໍ່ມີຄວາມສາມາດພຽງພໍ. ກົງກັນຂ້າມ ເພິ່ນພັດຄິດເຖິງຂໍ້ຈຳກັດຂອງພວກລູກສິດແລະອົດທົນຕອນທີ່ເຂົາເຈົ້າເຮັດຜິດພາດ. (ມາຣະໂກ 14:34-38; ໂຢຮັນ 16:12) ແມ່ນແຕ່ເດັກນ້ອຍກໍຮູ້ສຶກສະບາຍໃຈເມື່ອຢູ່ກັບພະເຢຊູ. ຍ້ອນຫຍັງ? ຍ້ອນເຂົາເຈົ້າຮູ້ສຶກວ່າເພິ່ນ “ເປັນຄົນອ່ອນໂຍນແລະຖ່ອມໂຕ.”—ມັດທາຍ 11:29; ມາຣະໂກ 10:13-16
20. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນເປັນຄົນມີເຫດຜົນຕອນທີ່ປະຕິບັດກັບຜູ້ຍິງຄົນຕ່າງຊາດທີ່ລູກສາວຂອງລາວຖືກຜີສິງ?
20 ພະເຢຊູຍັງຮຽນແບບຄວາມຖ່ອມຂອງພະເຢໂຫວາໂດຍເປັນຄົນມີເຫດຜົນແລະພ້ອມຈະປັບປ່ຽນ. ເພິ່ນສະແດງຄວາມເມດຕາເມື່ອເຫັນວ່າເໝາະສົມທີ່ຈະເຮັດແນວນັ້ນ. ຕົວຢ່າງເຊັ່ນ ຂໍໃຫ້ຄິດເຖິງຕອນທີ່ຜູ້ຍິງຄົນໜຶ່ງທີ່ເປັນຄົນຕ່າງຊາດມາຂໍໃຫ້ພະເຢຊູຊ່ວຍປົວລູກສາວຂອງລາວທີ່ຖືກຜີສິງແລະທົນທຸກທໍລະມານຫຼາຍ. ທຳອິດ ພະເຢຊູບໍ່ຕອບຫຍັງເລີຍຕອນທີ່ຜູ້ຍິງຄົນນີ້ຂໍໃຫ້ເພິ່ນຊ່ວຍ. ຈາກນັ້ນ ເພິ່ນກໍບອກລາວກົງໆເລີຍວ່າເພິ່ນຖືກສົ່ງມາເພື່ອຊ່ວຍຄົນຢິວບໍ່ແມ່ນຄົນຕ່າງຊາດ ແລະສຸດທ້າຍເພິ່ນກໍໃຊ້ຕົວຢ່າງປຽບທຽບເພື່ອອະທິບາຍຢ່າງກະລຸນາວ່າເປັນຫຍັງເພິ່ນຈຶ່ງບໍ່ຊ່ວຍ. ແຕ່ຜູ້ຍິງຄົນນີ້ມີຄວາມເຊື່ອຫຼາຍ ລາວຈຶ່ງຂໍບໍ່ຢຸດບໍ່ເຊົາເພື່ອໃຫ້ພະເຢຊູຊ່ວຍ. ແລ້ວພະເຢຊູເຮັດແນວໃດ? ໃນທີ່ສຸດ ເພິ່ນກໍຊ່ວຍປົວລູກສາວຂອງຜູ້ຍິງຄົນນັ້ນໃຫ້ເຊົາເປັນປົກກະຕິທັງໆທີ່ຕອນທຳອິດເພິ່ນບອກວ່າຈະບໍ່ຊ່ວຍ. (ມັດທາຍ 15:21-28) ພະເຢຊູເປັນຄົນຖ່ອມອີ່ຫຼີ ແລະມີແຕ່ຄົນຖ່ອມເທົ່ານັ້ນຈຶ່ງຈະໄດ້ສະຕິປັນຍາແທ້.
21. ເປັນຫຍັງເຮົາຄວນຮຽນແບບຄຸນລັກສະນະຕ່າງໆ ຄຳເວົ້າ ແລະການກະທຳຂອງພະເຢຊູ?
21 ເຮົາຮູ້ສຶກຂອບໃຈພະເຢໂຫວາແທ້ໆທີ່ບອກເຮົາຫຼາຍຢ່າງກ່ຽວກັບພະເຢຊູເຊິ່ງເປັນຄົນສະຫຼາດທີ່ສຸດໃນໂລກ. ຄຳພີໄບເບິນບອກໃຫ້ເຮົາຮູ້ວ່າພະເຢຊູເວົ້າແລະເຮັດຫຍັງແດ່. ຂໍໃຫ້ຈື່ໄວ້ວ່າພະເຢຊູຮຽນແບບພໍ່ຂອງເພິ່ນໄດ້ຢ່າງສົມບູນແບບ. ດັ່ງນັ້ນ ຖ້າເຮົາຮຽນແບບຄຸນລັກສະນະຕ່າງໆ ຄຳເວົ້າ ແລະການກະທຳຂອງພະເຢຊູ ເຮົາກໍກຳລັງຮຽນແບບສະຕິປັນຍາຂອງພະເຢໂຫວານຳ. ໃນບົດຕໍ່ໄປ ເຮົາຈະໄດ້ຮຽນຮູ້ວ່າເຮົາຈະເອົາສະຕິປັນຍາຂອງພະເຈົ້າໄປໃຊ້ໃນຊີວິດໄດ້ແນວໃດ?
a ໃນສະໄໝທີ່ຂຽນຄຳພີໄບເບິນ ຊ່າງໄມ້ຖືກຈ້າງໃຫ້ໄປປຸກເຮືອນ ເຮັດເຟີນິເຈີ ແລະເຮັດເຄື່ອງມືກະສິກຳ. ນັກຂຽນຄົນໜຶ່ງທີ່ມີຊີວິດຫຼັງຈາກທີ່ພະເຢຊູຕາຍໄປປະມານ 100 ປີ ໄດ້ຂຽນກ່ຽວກັບເພິ່ນວ່າ: “ຕອນທີ່ພະເຢຊູມີຊີວິດຢູ່ ເພິ່ນເຮັດວຽກເປັນຊ່າງໄມ້ ແລະວຽກທີ່ເພິ່ນເຮັດເປັນປະຈຳແມ່ນການເຮັດຄັນໄຖແລະແອກ.”
b ຄຳກຳມະພາສາກຣີກທີ່ແປວ່າ “ອຸກໃຈ” ໝາຍເຖິງ “ເຮັດໃຫ້ຈິດໃຈວອກແວກ.” ຄືກັບຢູ່ໃນມັດທາຍ 6:25 ຄຳນີ້ໃຊ້ກັບຄົນທີ່ອຸກໃຈຫຼາຍຈົນບໍ່ຄິດເຖິງເລື່ອງອື່ນແລະເຮັດໃຫ້ລາວບໍ່ມີຄວາມສຸກ.
c ໝໍຫຼາຍຄົນເຫັນວ່າຄົນທີ່ອຸກໃຈແລະມີຄວາມເຄັ່ງຕຶງຫຼາຍໂພດອາດມີຄວາມສ່ຽງຕໍ່ການເປັນໂລກຫົວໃຈແລະຄວາມເຈັບປ່ວຍອື່ນໆອີກຫຼາຍຢ່າງທີ່ອາດເຮັດໃຫ້ຕາຍໄວ.