ບົດທີ 17
‘ເພິ່ນມີສະຕິປັນຍາຫຼາຍແທ້ໆ’
1, 2. ພະເຢໂຫວາຕ້ອງການໃຫ້ມື້ທີ 7 ເປັນແນວໃດ ແຕ່ເກີດຫຍັງຂຶ້ນໃນຕອນເລີ່ມຕົ້ນຂອງມື້ນັ້ນ?
ໃນມື້ທີ 6 ຫຼັງຈາກພະເຢໂຫວາໄດ້ສ້າງມະນຸດແລ້ວ ເພິ່ນໄດ້ເບິ່ງ “ທຸກສິ່ງທຸກຢ່າງທີ່ເພິ່ນສ້າງ” ແລະບອກວ່າ: “ດີຫຼາຍ.” (ປະຖົມມະການ 1:31) ແຕ່ໃນຕອນເລີ່ມຕົ້ນຂອງມື້ທີ 7 ອາດາມແລະເອວາໄດ້ເລືອກທີ່ຈະຟັງຊາຕານແລະກະບົດຕໍ່ພະເຢໂຫວາ. ມະນຸດເຊິ່ງເປັນສິ່ງທີ່ດີທີ່ສຸດໃນໂລກທີ່ພະເຢໂຫວາສ້າງໄດ້ເຮັດບາບ ກາຍເປັນຄົນບໍ່ສົມບູນແບບ ແລະຕ້ອງຕາຍ. ເປັນເລື່ອງທີ່ໜ້າເສົ້າແທ້ໆ!
2 ນີ້ອາດເບິ່ງຄືວ່າຄວາມຕ້ອງການຂອງພະເຈົ້າສຳລັບມື້ທີ 7 ບໍ່ໄດ້ເປັນຕາມທີ່ເພິ່ນຕັ້ງໃຈໄວ້. ຄືກັບ 6 ມື້ກ່ອນໜ້ານັ້ນເປັນເວລາທີ່ຍາວນານ ມື້ທີ 7 ກໍຄືຊິຍາວນານຫຼາຍພັນປີຄືກັນ. ພະເຢໂຫວາໄດ້ອວຍພອນໃຫ້ມື້ທີ 7 ເປັນມື້ທີ່ບໍລິສຸດ ແລະເພິ່ນຈະເຮັດໃຫ້ໂລກກາຍເປັນອຸທິຍານທີ່ເຕັມແຕ່ຄອບຄົວມະນຸດທີ່ສົມບູນແບບ. (ປະຖົມມະການ 1:28; 2:3) ແຕ່ຫຼັງຈາກອາດາມກັບເອວາກະບົດ ຄວາມຕ້ອງການຂອງພະເຈົ້າຈະເກີດຂຶ້ນໄດ້ແນວໃດ? ພະເຈົ້າຈະເຮັດແນວໃດກ່ຽວກັບເລື່ອງນີ້? ໃຫ້ເຮົາມາເບິ່ງວິທີທີ່ພະເຢໂຫວາສະແດງໃຫ້ເຫັນສະຕິປັນຍາຂອງເພິ່ນໃນແບບທີ່ເປັນຕາປະທັບໃຈ.
3, 4. (ກ) ເຮົາຮຽນຫຍັງໄດ້ກ່ຽວກັບສະຕິປັນຍາຂອງພະເຢໂຫວາໃນວິທີທີ່ເພິ່ນຈັດການກັບການກະບົດໃນສວນເອເດັນ? (ຂ) ເຮົາຈະເຂົ້າໃຈເລື່ອງຫຍັງຫຼາຍຂຶ້ນຕອນທີ່ເຮົາຮຽນຮູ້ກ່ຽວກັບສະຕິປັນຍາຂອງພະເຢໂຫວາ?
3 ພະເຢໂຫວາໄດ້ຈັດການເລື່ອງນັ້ນທັນທີ. ເພິ່ນບອກວ່າຈະລົງໂທດຜູ້ທີ່ກະບົດແນວໃດ ແລະຍັງບອກໃຫ້ຮູ້ນຳວ່າເພິ່ນຈະແກ້ໄຂບັນຫາທີ່ເກີດຂຶ້ນນັ້ນແນວໃດ. (ປະຖົມມະການ 3:15) ພະເຢໂຫວາເລີ່ມຈັດການກັບບັນຫານີ້ຕັ້ງແຕ່ຢູ່ສວນເອເດັນ. ຕະຫຼອດຫຼາຍພັນປີທີ່ຜ່ານມາຈົນຮອດຕອນນີ້ ເພິ່ນເຮັດແບບນັ້ນແລະຈະເຮັດຕໍ່ໄປຈົນກວ່າຜົນເສຍທຸກຢ່າງຈາກການກະບົດຈະໄດ້ຮັບການແກ້ໄຂໃນອະນາຄົດ. ເພິ່ນແກ້ໄຂເລື່ອງນີ້ໃນວິທີທີ່ລຽບງ່າຍ ແຕ່ກໍສະຫຼາດຫຼາຍເຊິ່ງເຮັດໃຫ້ເຮົາສາມາດໃຊ້ເວລາສຶກສາ ຄິດຕຶກຕອງ ແລະຮັບປະໂຫຍດໄດ້ ຕະຫຼອດຊີວິດ. ຄວາມຕ້ອງການຂອງພະເຢໂຫວາຈະເປັນຈິງແນ່ນອນ. ໃນຕອນນັ້ນຄວາມຊົ່ວທັງໝົດ ບາບ ແລະຄວາມຕາຍຈະໝົດໄປ ແລະຄົນທີ່ສັດຊື່ກໍຈະເປັນຄົນສົມບູນແບບ. ທັງໝົດນີ້ຈະເກີດຂຶ້ນກ່ອນມື້ທີ 7 ສິ້ນສຸດລົງ. ພະເຢໂຫວາຈະເຮັດໃຫ້ຄວາມຕ້ອງການຂອງເພິ່ນສຳລັບໂລກແລະມະນຸດເປັນຈິງຕາມເວລາທີ່ເພິ່ນໄດ້ກຳນົດໄວ້.
4 ສະຕິປັນຍາຂອງພະເຢໂຫວາເຮັດໃຫ້ເຮົາປະທັບໃຈຫຼາຍແທ້ໆ. ອັກຄະສາວົກໂປໂລຖືກກະຕຸ້ນໃຫ້ຂຽນວ່າ: ‘ພະເຈົ້າມີສະຕິປັນຍາຫຼາຍແທ້ໆ!’ (ໂຣມ 11:33) ຕອນທີ່ເຮົາຮຽນຮູ້ຫຼາຍຂຶ້ນກ່ຽວກັບສະຕິປັນຍາຂອງພະເຈົ້າ ເຮົາຈະເຂົ້າໃຈແຈ້ງວ່າເຮົາຄວນເປັນຄົນຖ່ອມ. ເຖິງວ່າເຮົາຈະຮຽນຮູ້ເລື່ອງສະຕິປັນຍາຂອງພະເຢໂຫວາມາຫຼາຍແລ້ວ ແຕ່ເຮົາກໍເຂົ້າໃຈສະຕິປັນຍາທີ່ເລິກເຊິ່ງຂອງເພິ່ນໄດ້ແຕ່ໜ້ອຍດຽວເທົ່ານັ້ນ. (ໂຢບ 26:14) ຕອນນີ້ໃຫ້ເຮົາມາເບິ່ງວ່າຄຸນລັກສະນະທີ່ໜ້າປະທັບໃຈນີ້ໝາຍເຖິງຫຍັງ.
ສະຕິປັນຍາແທ້ແມ່ນຫຍັງ?
5, 6. ເປັນຫຍັງເຮົາຕ້ອງມີຄວາມຮູ້ເພື່ອຈະເປັນຄົນສະຫຼາດ ແລະພະເຢໂຫວາມີຄວາມຮູ້ຫຼາຍສ່ຳໃດ?
5 ສະຕິປັນຍາແຕກຕ່າງກັບຄວາມຮູ້. ເຖິງວ່າຄອມພິວເຕີຈະເກັບຂໍ້ມູນທີ່ເປັນຄວາມຮູ້ໄວ້ບັກຫຼາຍໆ ແຕ່ຄືຊິບໍ່ມີໃຜບອກວ່າຄອມພິວເຕີສະຫຼາດ. ແຕ່ເພື່ອຈະເປັນຄົນສະຫຼາດ ເຮົາກໍຕ້ອງມີຄວາມຮູ້. (ສຸພາສິດ 10:14) ຕົວຢ່າງເຊັ່ນ ຖ້າເຮົາຢາກໄດ້ຄຳແນະນຳທີ່ດີເພື່ອຮັບມືກັບບັນຫາສຸຂະພາບ ເຮົາຈະປຶກສາບາງຄົນທີ່ບໍ່ມີຄວາມຮູ້ໃນການປິ່ນປົວເລີຍບໍ? ເຮົາຄືຊິບໍ່ເຮັດແບບນັ້ນດອກ! ດັ່ງນັ້ນ ຄົນທີ່ມີຄວາມຮູ້ທີ່ຖືກຕ້ອງກໍເປັນຄົນທີ່ມີສະຕິປັນຍາແທ້.
6 ພະເຢໂຫວາຮູ້ທຸກຢ່າງ ເພິ່ນເປັນ “ກະສັດຕະຫຼອດໄປ” ເພິ່ນຜູ້ດຽວທີ່ມີຊີວິດຢູ່ຕະຫຼອດໄປ. (ພະນິມິດ 15:3) ເພິ່ນຮູ້ທຸກສິ່ງທຸກຢ່າງທີ່ເກີດຂຶ້ນ. ຄຳພີໄບເບິນບອກວ່າ: “ທຸກສິ່ງທີ່ພະເຈົ້າສ້າງຂຶ້ນມາ ບໍ່ມີຫຍັງຖືກປົກປິດໄວ້ຈາກສາຍຕາຂອງເພິ່ນ ແຕ່ທຸກສິ່ງຖືກເປີດເຜີຍແລະປາກົດແຈ້ງຕໍ່ສາຍຕາຂອງເພິ່ນຜູ້ທີ່ພວກເຮົາຕ້ອງໃຫ້ການ.” (ເຮັບເຣີ 4:13; ສຸພາສິດ 15:3) ໃນຖານະເປັນຜູ້ສ້າງ ພະເຢໂຫວາຮູ້ທຸກຢ່າງກ່ຽວກັບສິ່ງທີ່ເພິ່ນສ້າງ ແລະເພິ່ນເຫັນສິ່ງທີ່ມະນຸດເຮັດ ຕັ້ງແຕ່ຕອນທີ່ເພິ່ນສ້າງເຂົາເຈົ້າ. ເພິ່ນຮູ້ຄວາມຄິດແລະຄວາມຮູ້ສຶກຂອງແຕ່ລະຄົນ. (1 ຂ່າວຄາວ 28:9) ເພິ່ນສ້າງເຮົາໃຫ້ມີອິດສະຫຼະໃນການເລືອກ ແລະເມື່ອເພິ່ນເຫັນວ່າເຮົາເລືອກສິ່ງທີ່ດີ ເພິ່ນກໍມີຄວາມສຸກ. ນອກຈາກນັ້ນ ເພິ່ນຍັງເປັນ “ຜູ້ຟັງຄຳອະທິດຖານ.” ເພິ່ນສາມາດຟັງຄຳອະທິດຖານຂອງຫຼາຍລ້ານຄົນໃນເວລາດຽວກັນໄດ້ (ເພງສັນລະເສີນ 65:2) ແລະພະເຢໂຫວາກໍມີຄວາມຈື່ຈຳທີ່ສົມບູນແບບ.
7, 8. ພະເຢໂຫວາສະແດງວ່າເພິ່ນມີຄວາມເຂົ້າໃຈແລະມີສະຕິປັນຍາແນວໃດ?
7 ພະເຢໂຫວາບໍ່ໄດ້ມີແຕ່ຄວາມຮູ້ເທົ່ານັ້ນ ແຕ່ເພິ່ນຍັງມີຄວາມເຂົ້າໃຈນຳ. ນີ້ໝາຍຄວາມວ່າເພິ່ນຮູ້ດີວ່າທຸກຢ່າງກ່ຽວຂ້ອງກັນແນວໃດແລະເຂົ້າໃຈພາບລວມທັງໝົດ. ເພິ່ນຮູ້ວ່າແມ່ນຫຍັງດີແມ່ນຫຍັງບໍ່ດີແລະເບິ່ງອອກວ່າເລື່ອງໃດສຳຄັນຫຼືບໍ່ສຳຄັນ. ນອກຈາກນັ້ນ ເພິ່ນບໍ່ໄດ້ເບິ່ງແຕ່ພາຍນອກ ແຕ່ເພິ່ນເບິ່ງຫົວໃຈ. (1 ຊາມູເອນ 16:7) ພະເຢໂຫວາມີຄວາມເຂົ້າໃຈເຊິ່ງເປັນຄຸນລັກສະນະທີ່ດີກວ່າຄວາມຮູ້. ແຕ່ສະຕິປັນຍາກໍຍັງດີກວ່າຄວາມເຂົ້າໃຈອີກ.
8 ສະຕິປັນຍາໝາຍເຖິງການຮຽນຮູ້ບາງຢ່າງແລະມີຄວາມເຂົ້າໃຈໃນເລື່ອງນັ້ນ ແລະເອົາສິ່ງທີ່ໄດ້ຮຽນມາໃຊ້ແລ້ວເກີດຜົນທີ່ດີ. ຄຳພີໄບເບິນອະທິບາຍວ່າ: “ສະຕິປັນຍາ” ໝາຍເຖິງການເຮັດບາງຢ່າງໃຫ້ສຳເລັດ. ພະເຢໂຫວາໃຊ້ຄວາມຮູ້ແລະຄວາມເຂົ້າໃຈເພື່ອເຮັດໃຫ້ຄວາມຕ້ອງການທຸກຢ່າງຂອງເພິ່ນເກີດຂຶ້ນແທ້. ເພິ່ນຮູ້ແລະເຂົ້າໃຈທຸກຢ່າງ. ເພິ່ນຕັດສິນໃຈໄດ້ດີແລະເຮັດສິ່ງຕ່າງໆໃນວິທີທີ່ດີທີ່ສຸດສະເໝີ. ພະເຢໂຫວາມີສະຕິປັນຍາແທ້ ແລະເຮົາເຫັນເລື່ອງນີ້ໄດ້ຈາກຄຳເວົ້າຂອງພະເຢຊູທີ່ວ່າ: “ເມື່ອຜູ້ໃດເຮັດສິ່ງທີ່ຖືກຕ້ອງ ສິ່ງນັ້ນກໍພິສູດວ່າລາວມີສະຕິປັນຍາ.” (ມັດທາຍ 11:19) ທຸກສິ່ງທີ່ພະເຢໂຫວາເຮັດສະແດງວ່າເພິ່ນມີສະຕິປັນຍາຫຼາຍແທ້ໆ.
ສິ່ງທີ່ພະເຢໂຫວາສ້າງສະແດງວ່າເພິ່ນມີສະຕິປັນຍາ
9, 10. (ກ) ພະເຢໂຫວາເຮັດໃຫ້ເຫັນສະຕິປັນຍາຂອງເພິ່ນໃນເລື່ອງໃດ ແລະເພິ່ນເຮັດແບບນັ້ນແນວໃດ? (ຂ) ຄວາມຮູ້ເລື່ອງຈຸລັງຊ່ວຍໃຫ້ເຮົາເຫັນວ່າພະເຢໂຫວາມີສະຕິປັນຍາແນວໃດ?
9 ເຈົ້າເຄີຍຮູ້ສຶກປະທັບໃຈບໍທີ່ເຫັນບາງຄົນເຮັດແນວງາມໆແລະໃຊ້ໄດ້ດີ? (ອົບພະຍົບ 31:1-3) ມະນຸດມີສະຕິປັນຍາຈາກພະເຢໂຫວາທີ່ຈະເຮັດສິ່ງຕ່າງໆ ໄດ້. ແຕ່ເພິ່ນມີສະຕິປັນຍາຫຼາຍກວ່າມະນຸດທຸກຄົນ. ກະສັດດາວິດເວົ້າເຖິງພະເຢໂຫວາວ່າ: “ລູກສັນລະເສີນພະອົງຍ້ອນລູກຖືກສ້າງໃນວິທີທີ່ເປັນຕາງຶດແທ້ໆ. ຜົນງານຂອງພະອົງບໍ່ມີຫຍັງທຽບໄດ້. ລູກຮູ້ເລື່ອງນີ້ດີ.” (ເພງສັນລະເສີນ 139:14) ຖ້າເຮົາຮຽນຮູ້ເລື່ອງຮ່າງກາຍຂອງມະນຸດຫຼາຍຂຶ້ນ ເຮົາກໍແຮ່ງຈະປະທັບໃຈສະຕິປັນຍາຂອງພະເຢໂຫວາຫຼາຍຂຶ້ນ.
10 ຕົວຢ່າງເຊັ່ນ ຊີວິດຂອງເຮົາເລີ່ມຕົ້ນຕອນທີ່ຈຸລັງໄຂ່ຈຸລັງໜຶ່ງປະສົມກັບນ້ຳອະສຸຈິ. ຫຼັງຈາກນັ້ນບໍ່ດົນຈຸລັງນັ້ນກໍເລີ່ມແບ່ງໂຕ. ແລ້ວໃນທີ່ສຸດກໍເກີດເປັນໂຕເຮົາທີ່ມີຈຸລັງປະມານ 100 ລ້ານລ້ານຈຸລັງ ແລະຈຸລັງເຫຼົ່ານີ້ມີຂະໜາດນ້ອຍໆ. ຖ້າເອົາຈຸລັງປະມານ 10.000 ຈຸລັງມາລວມກັນຈະມີຂະໜາດເທົ່າກັບຫົວເຂັມໝຸດເທົ່ານັ້ນ. ແຕ່ເຖິງຈະເປັນແນວນັ້ນ ແຕ່ລະຈຸລັງກໍຊັບຊ້ອນຫຼາຍຈົນເປັນຕາງຶດແທ້ໆ. ຈຸລັງມີຄວາມຊັບຊ້ອນຫຼາຍກວ່າເຄື່ອງຈັກຫຼືໂຮງງານທີ່ມະນຸດສ້າງຂຶ້ນມາ. ນັກວິທະຍາສາດບອກວ່າພຽງແຕ່ຈຸລັງດຽວກໍເປັນຄືກັບເມືອງທີ່ມີກຳແພງແລະປະຕູອ້ອມ ມີລະບົບການຂົນສົ່ງ ມີເຄືອຂ່າຍການຕິດຕໍ່ສື່ສານ ມີໂຮງໄຟຟ້າ ມີໂຮງງານຜະລິດ ມີລະບົບກຳຈັດສິ່ງເສດເຫຼືອ ມີລະບົບທີ່ນຳສິ່ງເສດເຫຼືອມາໃຊ້ໃໝ່ໄດ້ ມີໜ່ວຍປ້ອງກັນໄພ ແລະເຖິງກັບມີສ່ວນທີ່ເປັນຄືກັບລັດຖະບານກາງໃນແກນກາງຂອງຈຸລັງດ້ວຍຊ້ຳ. ນອກຈາກນັ້ນ ພາຍໃນບໍ່ຈັກຊົ່ວໂມງຈຸລັງຍັງສາມາດສ້າງແບບຈຳລອງຂອງໂຕມັນເອງໄດ້ຢ່າງຄົບຖ້ວນ.
11, 12. (ກ) ຂໍ້ມູນທີ່ຈຳເປັນເພື່ອສ້າງຈຸລັງຊະນິດຕ່າງໆມາຈາກໃສ ແລະເລື່ອງນີ້ເປັນຄືກັບທີ່ບອກໃນເພງສັນລະເສີນ 139:16 ແນວໃດ? (ຂ) ສະໝອງຂອງມະນຸດເຮັດໃຫ້ເຫັນແນວໃດວ່າເຮົາຖືກສ້າງແບບ “ເປັນຕາງຶດແທ້ໆ”?
11 ແນ່ນອນ ເຖິງວ່າໃນໂຕເຮົາຈະມີຈຸລັງຈຳນວນຫຼາຍ ແຕ່ບໍ່ແມ່ນທຸກຈຸລັງຈະຄືກັນໝົດ. ຕອນທີ່ໂຕອ່ອນຂອງຄົນກຳລັງໃຫຍ່ຂຶ້ນຢູ່ໃນທ້ອງແມ່ ຈຸລັງຫຼາຍຈຸລັງກໍແບ່ງໂຕເພີ່ມອອກເປັນຈຸລັງຫຼາຍຊະນິດ ເຊັ່ນ: ຈຸລັງປະສາດ ຈຸລັງກະດູກ ຈຸລັງກ້າມເນື້ອ ຈຸລັງເມັດເລືອດ ຫຼືຈຸລັງຕາ ແລະເພື່ອຈະສ້າງຈຸລັງທັງໝົດນີ້ກໍຕ້ອງມີຂໍ້ມູນທີ່ຈຳເປັນທີ່ມ້ຽນໄວ້ໃນແຕ່ລະຈຸລັງທີ່ເປັນຄືກັບ “ຫ້ອງສະໝຸດ” ຂະໜາດໃຫຍ່ທີ່ເອີ້ນວ່າ ດີເອັນເອ (ໜ່ວຍພັນທຸກຳ). ດາວິດໄດ້ຮັບການຊີ້ນຳຈາກພະລັງບໍລິສຸດໃຫ້ເວົ້າເຖິງພະເຢໂຫວາວ່າ: “ພະອົງເຫັນລູກຕັ້ງແຕ່ລູກຍັງເປັນໂຕ ອ່ອນ. ທຸກສ່ວນຂອງລູກຖືກຈົດໄວ້ໃນປຶ້ມຂອງພະອົງ.”—ເພງສັນລະເສີນ 139:16
12 ອະໄວຍະວະບາງສ່ວນຂອງຮ່າງກາຍສະຫຼັບຊັບຊ້ອນຫຼາຍແທ້ໆ. ເພື່ອເປັນຕົວຢ່າງ ຂໍໃຫ້ມາເບິ່ງເລື່ອງສະໝອງຂອງມະນຸດ. ບາງຄົນເອີ້ນສະໝອງວ່າເປັນສິ່ງທີ່ຊັບຊ້ອນຫຼາຍທີ່ສຸດໃນເອກະພົບ. ສະໝອງມີຈຸລັງປະສາດປະມານ 1 ແສນລ້ານຈຸລັງເຊິ່ງຫຼາຍເທົ່າກັບຈຳນວນດາວໃນກາແລັກຊີຂອງເຮົາ. ຈຸລັງເຫຼົ່ານັ້ນແຕ່ລະຈຸລັງເຊື່ອມຕໍ່ກັນກັບຈຸລັງອື່ນໆຫຼາຍພັນຈຸລັງ. ນັກວິທະຍາສາດບອກວ່າສະໝອງມະນຸດສາມາດເກັບຂໍ້ມູນຈາກປຶ້ມທຸກຫົວໃນຫ້ອງສະໝຸດທຸກບ່ອນໃນໂລກໄດ້ ແລະອາດຈະຫຼາຍກວ່ານັ້ນອີກ. ເຖິງວ່ານັກວິທະຍາສາດຈະໃຊ້ເວລາດົນຫຼາຍປີໃນການສຶກສາກ່ຽວກັບສະໝອງ ແຕ່ເຂົາເຈົ້າຍອມຮັບວ່າບໍ່ສາມາດເຂົ້າໃຈເຕັມທີກ່ຽວກັບການເຮັດວຽກຂອງມັນ.
13, 14. (ກ) ມົດແລະສັດອື່ນໆສະແດງໃຫ້ເຫັນແນວໃດວ່າພວກມັນ “ສະຫຼາດຕາມສັນຊາດຕະຍານ” ແລະເລື່ອງນີ້ສອນຫຍັງເຮົາກ່ຽວກັບຜູ້ທີ່ສ້າງສັດເຫຼົ່ານີ້? (ຂ) ເປັນຫຍັງອາດເວົ້າໄດ້ວ່າໃຍແມງມຸມຖືກສ້າງ “ດ້ວຍສະຕິປັນຍາ” ຂອງພະເຈົ້າ?
13 ມະນຸດເປັນແຕ່ຕົວຢ່າງໜຶ່ງທີ່ເຮັດໃຫ້ເຫັນສະຕິປັນຍາຂອງພະເຢໂຫວາໃນການສ້າງ. ເພງສັນລະເສີນ 104:24 ບອກວ່າ: “ພະເຢໂຫວາເອີ້ຍ ຜົນງານຂອງພະອົງມີຫຼາຍແທ້ໆ. ພະອົງສ້າງທຸກສິ່ງທຸກຢ່າງດ້ວຍສະຕິປັນຍາຂອງພະອົງ. ຢູ່ໃນໂລກກໍເຕັມແຕ່ສິ່ງທີ່ພະອົງສ້າງ.” ສະຕິປັນຍາຂອງພະເຢໂຫວາຍັງເຫັນໄດ້ແຈ້ງໃນທຸກສິ່ງທີ່ເພິ່ນສ້າງທີ່ຢູ່ອ້ອມໂຕເຮົາ. ຕົວຢ່າງເຊັ່ນ ມົດ “ສະຫຼາດຕາມສັນຊາດຕະຍານ.” (ສຸພາສິດ 30:24, ໄຂເງື່ອນ) ເຮົາເຫັນເລື່ອງນີ້ໄດ້ຈາກການທີ່ມົດຈັດກຸ່ມກັນຢ່າງເປັນລະບຽບ. ມົດບາງຊະນິດເບິ່ງແຍງ ປົກປ້ອງ ແລະເອົາອາຫານຈາກພວກແມງໄມ້ທີ່ເອີ້ນວ່າໂຕເພ້ຍ ຄືກັບວ່າແມງໄມ້ເຫຼົ່ານີ້ເປັນສັດລ້ຽງໃນຟາມຂອງພວກມັນ. ມົດບາງຊະນິດເຮັດໜ້າທີ່ເປັນຄືກັບຄົນເຮັດສວນທີ່ປູກ “ພືດຜົນ” ເຊັ່ນ ພວກເຊື້ອຣາ. ພະເຢໂຫວາໃຫ້ສັດຕ່າງໆມີຄວາມສາມາດທີ່ຈະເຮັດສິ່ງທີ່ເປັນຕາງຶດ ຕົວຢ່າງເຊັ່ນ ແມງວັນສາມາດບິນໄດ້ດີກວ່າຍົນໃນທຸກມື້ນີ້ຊ້ຳ. ນົກທີ່ອົບພະຍົບເປັນໄລຍະທາງໄກໂດຍອາໄສດວງດາວ ທົ່ງແມ່ເຫຼັກໂລກ ຫຼືແຜນທີ່ເຊິ່ງມີຢູ່ໃນໂຕມັນເພື່ອເປັນເຄື່ອງຊີ້ທາງ. ນັກຊີວະສາດໃຊ້ ເວລາຫຼາຍປີເພື່ອສຶກສາຄວາມສາມາດທີ່ເປັນຕາງຶດຂອງສັດເຫຼົ່ານີ້. ດັ່ງນັ້ນ ຜູ້ທີ່ໃຫ້ຄວາມສາມາດເຫຼົ່ານີ້ກັບສັດຕ່າງໆຕ້ອງມີສະຕິປັນຍາຫຼາຍແທ້ໆ!
14 ນັກວິທະຍາສາດໄດ້ຮຽນຫຼາຍຢ່າງຈາກສະຕິປັນຍາຂອງພະເຢໂຫວາໃນການສ້າງ. ມີສາຂາວິຊາດ້ານວິສະວະກຳສາດທີ່ເອີ້ນວ່າ ໄບໂອມິເມຕິກສ໌ ເຊິ່ງເປັນວິຊາໜຶ່ງທີ່ພະຍາຍາມຮຽນແບບສິ່ງຕ່າງໆທີ່ມີຢູ່ໃນທຳມະຊາດ. ຕົວຢ່າງເຊັ່ນ ເມື່ອເຈົ້າເບິ່ງໃຍແມງມຸມ ເຈົ້າອາດຮູ້ສຶກງຶດທີ່ມັນງາມຫຼາຍ. ແຕ່ນັກວິສະວະກຳສາດອາດຮູ້ສຶກງຶດວ່າມັນເຮັດແບບນັ້ນໄດ້ແນວໃດ. ເຖິງວ່າເສັ້ນໃຍແມງມຸມເບິ່ງຄືບາງໆແລະຂາດງ່າຍ ແຕ່ມັນກໍແຂງແຮງກວ່າເຫຼັກກ້າຫຼືເສັ້ນໃຍຂອງເສື້ອກັນລູກປືນ. ແລ້ວໃຍແມງມຸມແຂງແຮງສ່ຳໃດ? ຂໍໃຫ້ນຶກພາບວ່າຖ້າມັນມີຂະໜາດເທົ່າກັບດາງທີ່ໃຊ້ຫາປາ ໃຍແມງມຸມທີ່ໃຫຍ່ຂະໜາດນັ້ນຈະສາມາດຕັນຍົນລຳໃຫຍ່ທີ່ກຳລັງບິນຢູ່ໃຫ້ຢຸດໄດ້! ເຮົາເຫັນວ່າພະເຢໂຫວາສ້າງສິ່ງທັງໝົດນີ້ “ດ້ວຍສະຕິປັນຍາ” ຂອງເພິ່ນແທ້ໆ.
ສະຕິປັນຍາໃນການຈັດລະບຽບດວງດາວແລະທູດສະຫວັນ
15, 16. (ກ) ດາວແລະກາແລັກຊີສອນຫຍັງເຮົາກ່ຽວກັບສະຕິປັນຍາຂອງພະເຢໂຫວາ? (ຂ) ການທີ່ພະເຢໂຫວາໃຫ້ທູດສະຫວັນມີວຽກຫຼາຍບອກໃຫ້ເຮົາຮູ້ຫຍັງກ່ຽວກັບສະຕິປັນຍາຂອງເພິ່ນ?
15 ສະຕິປັນຍາຂອງພະເຢໂຫວາບໍ່ໄດ້ເຫັນແຕ່ຢູ່ໃນໂລກເທົ່ານັ້ນ. ໃນບົດທີ 5 ເຮົາໄດ້ຮຽນວ່າພະເຢໂຫວາເຮັດໃຫ້ດາວໂຄຈອນຢ່າງເປັນລະບຽບຕາມ “ກົດຕ່າງໆທີ່ຄວບຄຸມທ້ອງຟ້າ” ຂອງເພິ່ນ. (ໂຢບ 38:33) ເຮົາເຫັນສະຕິປັນຍາຂອງພະເຢໂຫວາຈາກການທີ່ເພິ່ນຈັດລະບຽບດາວຕ່າງໆໃນກາແລັກຊີ ຈັດກາແລັກຊີເປັນກຸ່ມໆ ແລະໃຫ້ຢູ່ລວມກັນເປັນກຸ່ມກາແລັກຊີຂະໜາດໃຫຍ່. ເລື່ອງນີ້ເຮັດໃຫ້ເຮົາເຂົ້າໃຈວ່າເປັນຫຍັງພະເຢໂຫວາເວົ້າເຖິງດາວຕ່າງໆເປັນຄືກັບ “ກອງທັບ.” (ເອຊາຢາ 40:26) ແຕ່ມີກອງທັບອີກແບບໜຶ່ງທີ່ເຮັດໃຫ້ເຮົາເຫັນສະຕິປັນຍາຂອງພະເຢໂຫວາຫຼາຍກວ່ານີ້ອີກ.
16 ໃນບົດທີ 4 ເຮົາໄດ້ຮຽນຮູ້ວ່າມີການເອີ້ນພະເຈົ້າວ່າ “ພະເຢໂຫວາຜູ້ບັນຊາການກອງທັບ” ຍ້ອນເພິ່ນເປັນຜູ້ບັນຊາການກອງທັບໃຫຍ່ຂອງທູດສະຫວັນ. ເລື່ອງນີ້ເຮັດໃຫ້ເຮົາເຫັນແຈ້ງວ່າພະເຢໂຫວາມີພະລັງຫຼາຍແທ້ໆ. ເປັນຫຍັງຈຶ່ງເປັນແນວນັ້ນ? ລອງຄິດເບິ່ງວ່າພະເຢໂຫວາແລະພະເຢຊູບໍ່ເຄີຍເຊົາເຮັດວຽກເລີຍ. (ໂຢຮັນ 5:17) ດັ່ງນັ້ນ ທູດສະຫວັນທີ່ຮັບໃຊ້ພະເຢໂຫວາກໍມີວຽກຫຼາຍຄືກັນ. ເຖິງວ່າທູດສະຫວັນມີຄວາມສາມາດແລະພະລັງຫຼາຍກວ່າມະນຸດ ແຕ່ພະເຢໂຫວາກໍໃຫ້ທູດສະຫວັນມີວຽກເຮັດຫຼາຍຕະຫຼອດຕັ້ງແຕ່ເຂົາເຈົ້າຖືກສ້າງມາ. (ເຮັບເຣີ 1:7; 2:7) ທູດສະຫວັນມີຄວາມສຸກທີ່ໄດ້ “ເຮັດຕາມຄຳສັ່ງຂອງເພິ່ນ” ແລະ “ເຮັດຕາມຄວາມຕ້ອງການຂອງເພິ່ນ” ເປັນເວລາຫຼາຍພັນລ້ານປີ. (ເພງສັນລະເສີນ 103:20, 21) ເຫັນໄດ້ແຈ້ງວ່າພະເຢໂຫວາມີສະຕິປັນຍາຫຼາຍແທ້ໆ!
ມີແຕ່ພະເຢໂຫວາ “ເທົ່ານັ້ນທີ່ສະຫຼາດຮອບດ້ານ”
17, 18. ເປັນຫຍັງຄຳພີໄບເບິນຈຶ່ງບອກວ່າມີແຕ່ພະເຢໂຫວາ “ເທົ່ານັ້ນທີ່ສະຫຼາດຮອບດ້ານ” ແລະເຮົາຮຽນຫຍັງໄດ້ຈາກຄຳເວົ້າຂອງໂປໂລກ່ຽວກັບສະຕິປັນຍາຂອງພະເຈົ້າ?
17 ເຮົາເຂົ້າໃຈໄດ້ວ່າເປັນຫຍັງຄຳພີໄບເບິນຈຶ່ງບອກໄດ້ວ່າພະເຢໂຫວາມີສະຕິປັນຍາຫຼາຍ. ຕົວຢ່າງເຊັ່ນ ຄຳພີໄບເບິນບອກວ່າມີແຕ່ພະເຢໂຫວາ “ເທົ່ານັ້ນທີ່ສະຫຼາດຮອບດ້ານ.” (ໂຣມ 16:27) ພະເຢໂຫວາຜູ້ດຽວມີສະຕິປັນຍາທີ່ສົມບູນແບບ. ດັ່ງນັ້ນ ສະຕິປັນຍາແທ້ຈຶ່ງມາຈາກເພິ່ນ. (ສຸພາສິດ 2:6) ເຖິງວ່າພະເຢຊູຈະເປັນຜູ້ສະຫຼາດທີ່ສຸດທີ່ພະເຢໂຫວາໄດ້ສ້າງ ແຕ່ພະເຢຊູກໍບໍ່ໄດ້ເພິ່ງສະຕິປັນຍາຂອງໂຕເອງ ເພິ່ນເວົ້າທຸກຢ່າງຕາມທີ່ພໍ່ຂອງເພິ່ນບອກ.—ໂຢຮັນ 12:48-50
18 ຂໍໃຫ້ສັງເກດວ່າອັກຄະສາວົກໂປໂລໄດ້ເວົ້າເຖິງສະຕິປັນຍາຂອງພະເຢໂຫວາທີ່ບໍ່ມີໃຜທຽບໄດ້ວ່າແນວໃດ. ລາວບອກວ່າ: “ພອນຈາກພະເຈົ້າມີຫຼາຍອີ່ຫຼີ! ເພິ່ນມີສະຕິປັນຍາຫຼາຍແລະຄວາມຮູ້ຂອງເພິ່ນກໍເລິກເຊິ່ງແທ້ໆ! ເພິ່ນຈະຕັດສິນໃຈແນວໃດ ຫຼືເພິ່ນຈະເຮັດຫຍັງຕໍ່ໄປ ບໍ່ມີຜູ້ໃດຈະເຂົ້າໃຈໄດ້ທັງໝົດ.” (ໂຣມ 11:33) ຄຳເວົ້ານີ້ຂອງໂປໂລເຮັດໃຫ້ຮູ້ວ່າລາວຮູ້ສຶກປະທັບໃຈຫຼາຍແທ້ໆ. ໃນພາສາດັ້ງເດີມລາວເລືອກໃຊ້ຄຳວ່າ “ເລິກ” ທີ່ກ່ຽວຂ້ອງກັບຄຳທີ່ແປວ່າ “ຂຸມເລິກ.” ຄຳນີ້ຊ່ວຍໃຫ້ເຫັນພາບຈະແຈ້ງແລະໝາຍເຖິງບ່ອນທີ່ເລິກຫຼາຍແລະບໍ່ມີຂອບເຂດ. ເຖິງວ່າເຮົາພະຍາຍາມຫຼາຍສ່ຳໃດເພື່ອຈະເຂົ້າໃຈສະຕິປັນຍາຂອງພະເຢໂຫວາ ເຮົາກໍບໍ່ສາມາດເຂົ້າໃຈໄດ້ຢ່າງເຕັມທີ ແລະບໍ່ມີທາງທີ່ຈະຮູ້ທຸກຢ່າງຄືກັບເພິ່ນ. (ເພງສັນລະເສີນ 92:5) ນີ້ເຮັດໃຫ້ເຫັນວ່າເຮົາຮູ້ແຕ່ໜ້ອຍດຽວເທົ່ານັ້ນ.
19, 20. (ກ) ເປັນຫຍັງພະເຢໂຫວາຈຶ່ງໃຊ້ນົກອິນຊີເປັນສັນຍະລັກສະແດງເຖິງສະຕິປັນຍາຂອງເພິ່ນ? (ຂ) ແມ່ນຫຍັງຊ່ວຍເຮົາໃຫ້ເຂົ້າໃຈວ່າພະເຢໂຫວາຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ?
19 ມີແຕ່ພະເຢໂຫວາ “ເທົ່ານັ້ນທີ່ສະຫຼາດຮອບດ້ານ” ໃນອີກຄວາມໝາຍໜຶ່ງແມ່ນມີແຕ່ເພິ່ນຜູ້ດຽວເທົ່ານັ້ນທີ່ຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ. ຢ່າລືມວ່າພະເຢໂຫວາໃຊ້ນົກອິນຊີທີ່ມີສາຍຕາເບິ່ງກວ້າງເຫັນໄກເພື່ອເປັນສັນຍະລັກສະແດງເຖິງສະຕິປັນຍາຂອງເພິ່ນ. ນົກອິນຊີຄຳອາດມີນ້ຳໜັກແຕ່ 5 ກິໂລກຣາມ ແຕ່ຕາມັນໃຫຍ່ກວ່າຕາຄົນທີ່ເປັນຜູ້ໃຫຍ່ແລ້ວ. ສາຍຕາອັນແຫຼມຄົມທີ່ເປັນຕາງຶດຂອງນົກອິນຊີເຮັດໃຫ້ມັນແນມເຫັນເຫຍື່ອທີ່ນ້ອຍໆຈາກບ່ອນສູງຫຼາຍຮ້ອຍແມັດ ແລະຢູ່ໄກຫຼາຍກວ່າ 1 ກິໂລແມັດຊ້ຳ! ມີເທື່ອໜຶ່ງພະເຢໂຫວາເວົ້າເຖິງນົກອິນຊີວ່າຕາມັນ “ແນມເຫັນເຫຍື່ອຕັ້ງແຕ່ຢູ່ໄກໆ.” (ໂຢບ 39:29) ຄ້າຍຄືກັນ ພະເຢໂຫວາກໍສາມາດເບິ່ງເຫັນໄກໄປຮອດອະນາຄົດໄດ້.
20 ໃນຄຳພີໄບເບິນມີຄຳພະຍາກອນຫຼືເຫດການທີ່ຂຽນໄວ້ລ່ວງໜ້າຫຼາຍຮ້ອຍຂໍ້. ເລື່ອງນີ້ສະແດງໃຫ້ເຫັນວ່າພະເຢໂຫວາຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ. ພະເຢໂຫວາບອກໄວ້ລ່ວງໜ້າວ່າໃຜຈະຊະນະສົງຄາມ ໃຜຈະເປັນມະຫາ ອຳນາດໂລກ ແລະຍັງບອກນຳວ່າເຂົາເຈົ້າຈະຊະນະແນວໃດ. ບາງເລື່ອງກໍບອກລ່ວງໜ້າເປັນເວລາຫຼາຍຮ້ອຍປີກ່ອນຊ້ຳ.—ເອຊາຢາ 44:25–45:4; ດານີເອນ 8:2-8, 20-22
21, 22. (ກ) ເປັນຫຍັງຈຶ່ງຜິດທີ່ຈະເຊື່ອວ່າພະເຢໂຫວາລິຂິດຊີວິດຂອງເຮົາໄວ້ລ່ວງໜ້າ? ຂໍໃຫ້ຍົກຕົວຢ່າງ. (ຂ) ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາບໍ່ໄດ້ໃຊ້ສະຕິປັນຍາໃນແບບທີ່ບໍ່ມີຄວາມຮັກ?
21 ແຕ່ນີ້ໝາຍຄວາມວ່າພະເຈົ້າຮູ້ລ່ວງໜ້າທຸກຢ່າງທີ່ເຈົ້າຈະເຮັດບໍ? ບາງສາສະໜາສອນວ່າພະເຈົ້າເປັນຜູ້ລິຂິດຊີວິດຂອງເຮົາ. ແຕ່ຄວາມຄິດແບບນັ້ນອາດເຮັດໃຫ້ເຂົ້າໃຈຜິດວ່າພະເຢໂຫວາບໍ່ມີສະຕິປັນຍາແທ້ໆ. ເມື່ອເປັນແນວນັ້ນກໍສະແດງວ່າເພິ່ນບໍ່ສາມາດຮູ້ຫຍັງກ່ຽວກັບອະນາຄົດ. ຕົວຢ່າງເຊັ່ນ ຖ້າເຈົ້າມີສຽງດີແລະຮ້ອງເພງມ່ວນ ໝາຍຄວາມວ່າເຈົ້າຈະຕ້ອງຮ້ອງເພງຕະຫຼອດເວລາບໍ? ບໍ່. ຄ້າຍຄືກັນ ເຖິງວ່າພະເຢໂຫວາຈະຮູ້ວ່າອະນາຄົດຈະເປັນແນວໃດ ແຕ່ເພິ່ນກໍບໍ່ໄດ້ໃຊ້ຄວາມສາມາດນັ້ນຕະຫຼອດເວລາ. ຖ້າເຮັດແບບນັ້ນ ສ່ຳກັບວ່າເຮົາບໍ່ມີສິດເລືອກຊີວິດເອງໄດ້. ການມີອິດສະຫຼະທີ່ຈະເລືອກເປັນຂອງຂວັນທີ່ມີຄ່າຈາກພະເຢໂຫວາ ແລະເພິ່ນຈະບໍ່ເອົາສິດນັ້ນໄປຈາກເຮົາເດັດຂາດ.—ພະບັນຍັດ 30:19, 20
22 ຄົນທີ່ເຊື່ອວ່າພະເຈົ້າລິຂິດທຸກຢ່າງໄວ້ລ່ວງໜ້າກໍກຳລັງໂທດວ່າເພິ່ນເປັນຕົ້ນເຫດທີ່ເຮັດໃຫ້ມີເລື່ອງບໍ່ດີເກີດຂຶ້ນ ແລະຄິດວ່າເພິ່ນໃຊ້ສະຕິປັນຍາໃນແບບທີ່ບໍ່ມີຄວາມຮັກ. ແຕ່ເລື່ອງນັ້ນບໍ່ເປັນຄວາມຈິງເລີຍ! ຄຳພີໄບເບິນບອກວ່າພະເຢໂຫວາ “ເປັນຄວາມຮັກ.” (1 ໂຢຮັນ 4:8) ຂໍ້ນີ້ເຮັດໃຫ້ເຮົາເຫັນວ່າພະເຢໂຫວາໃຊ້ສະຕິປັນຍາໃນແບບທີ່ມີຄວາມຮັກຄືກັບຄຸນລັກສະນະອື່ນໆຂອງເພິ່ນສະເໝີ.
23. ເປັນຫຍັງເຮົາຄວນໄວ້ວາງໃຈໃນສະຕິປັນຍາຂອງພະເຢໂຫວາ?
23 ເຫັນໄດ້ແຈ້ງວ່າສະຕິປັນຍາຂອງພະເຢໂຫວາສົມບູນແບບ. ເພິ່ນມີສະຕິປັນຍາຫຼາຍກວ່າເຮົາ. ຄຳພີໄບເບິນກະຕຸ້ນເຮົາດ້ວຍຄວາມຮັກວ່າ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກ ແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ. ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ ແລ້ວເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ລູກ.” (ສຸພາສິດ 3:5, 6) ໃຫ້ເຮົາຮຽນຮູ້ຕໍ່ໆໄປກ່ຽວກັບສະຕິປັນຍາຂອງພະເຢໂຫວາພະເຈົ້າຜູ້ສະຫຼາດຮອບດ້ານເພື່ອເຮົາຈະໃກ້ຊິດກັບເພິ່ນຫຼາຍຂຶ້ນ.