ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 23

ຂ່າວ​ດີ​ແຜ່​ຂະຫຍາຍ​ອອກ​ໄປ

ຂ່າວ​ດີ​ແຜ່​ຂະຫຍາຍ​ອອກ​ໄປ

ໂປໂລ​ເດີນ​ທາງ​ໄປ​ປະກາດ​ທັງ​ທາງ​ບົກ​ແລະ​ທາງ​ນໍ້າ

ຫຼັງ​ຈາກ​ການ​ປ່ຽນ​ຄວາມ​ເຊື່ອ​ຂອງ​ລາວ ໂປໂລ​ປະກາດ​ຂ່າວ​ດີ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢ່າງ​ກະຕືລືລົ້ນ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ລາວ​ເຊິ່ງ​ເຄີຍ​ເປັນ​ຜູ້​ທີ່​ຕໍ່​ຕ້ານ ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ການ​ຕໍ່​ຕ້ານ​ທີ່​ຮຸນແຮງ​ຢູ່​ເລື້ອຍໆ. ອັກຄະສາວົກ​ທີ່​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຜູ້​ນີ້​ເດີນ​ທາງ​ໄປ​ປະກາດ​ຫຼາຍ​ຄັ້ງ ໂດຍ​ເດີນ​ທາງ​ໄກ​ເພື່ອ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ເຊິ່ງ​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ດັ້ງເດີມ​ຂອງ​ພະເຈົ້າ​ສຳລັບ​ມະນຸດ​ສຳເລັດ​ເປັນ​ຈິງ.

ຢູ່​ເມືອງ​ລີສະທາ​ໃນ​ລະຫວ່າງ​ການ​ປະກາດ​ຮອບ​ທຳອິດ ໂປໂລ​ໄດ້​ປິ່ນປົວ​ຊາຍ​ທີ່​ພິການ​ແຕ່​ເກີດ. ຝູງ​ຊົນ​ເລີ່ມ​ຮ້ອງ​ວ່າ​ໂປໂລ​ແລະ​ບານາບາ​ເພື່ອນ​ຮ່ວມ​ເດີນ​ທາງ​ຂອງ​ລາວ​ເປັນ​ພະເຈົ້າ. ຊາຍ​ທັງ​ສອງ​ເກືອບ​ຈະ​ບໍ່​ສາມາດ​ຍັບ​ຢັ້ງ​ປະຊາຊົນ​ຈາກ​ການ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ກັບ​ພວກ​ຕົນ. ແນວ​ໃດ​ກໍ​ຕາມ ຍ້ອນ​ການ​ຊັກ​ຈູງ​ຈາກ​ສັດຕູ​ຂອງ​ໂປໂລ ຕໍ່​ມາ​ຝູງ​ຊົນ​ເຫຼົ່າ​ນີ້​ກໍ​ພາ​ກັນ​ຄວ່າງ​ກ້ອນ​ຫີນ​ໃສ່​ໂປໂລ​ຈົນ​ເຂົາ​ເຈົ້າ​ຄິດ​ວ່າ​ລາວ​ຕາຍ​ແລ້ວ. ໂປໂລ​ລອດ​ຊີວິດ​ຈາກ​ການ​ໂຈມຕີ​ນັ້ນ​ແລະ​ຕໍ່​ມາ​ລາວ​ຈຶ່ງ​ກັບ​ໄປ​ເມືອງ​ນັ້ນ​ອີກ​ເພື່ອ​ເສີມ​ກຳລັງ​ພວກ​ສາວົກ​ໃຫ້​ເຂັ້ມແຂງ​ຂຶ້ນ​ດ້ວຍ​ຖ້ອຍຄຳ​ທີ່​ຊູ​ໃຈ.

ຄລິດສະຕຽນ​ຊາວ​ຢິວ​ບາງ​ຄົນ​ໃຫ້​ເຫດຜົນ​ວ່າ​ຜູ້​ມີ​ຄວາມ​ເຊື່ອ​ທີ່​ບໍ່​ແມ່ນ​ຢິວ​ຕ້ອງ​ເຮັດ​ຕາມ​ບັນຍັດ​ບາງ​ສ່ວນ​ຂອງ​ໂມເຊ. ໂປໂລ​ເດີນ​ທາງ​ໄປ​ເຢຣຶຊາເລມ​ເພື່ອ​ສະເໜີ​ບັນຫາ​ກັບ​ພວກ​ອັກຄະສາວົກ​ແລະ​ຜູ້​ເຖົ້າ​ແກ່. ພາຍ​ຫຼັງ​ພິຈາລະນາ​ພະ​ຄຳພີ​ຢ່າງ​ຖີ່​ຖ້ວນ​ແລະ​ໂດຍ​ການ​ຊີ້​ນຳ​ຈາກ​ພະ​ວິນຍານ​ບໍລິສຸດ ຜູ້​ເຖົ້າ​ແກ່​ເຫຼົ່າ​ນັ້ນ​ໄດ້​ຂຽນ​ເຖິງ​ປະຊາຄົມ​ຕ່າງໆແລະ​ເຕືອນ​ເຂົາ​ເຈົ້າ​ໃຫ້​ລະ​ເວັ້ນ​ຈາກ​ການ​ບູຊາ​ຮູບ​ປັ້ນ ການ​ກິນ​ເລືອດ​ແລະ​ຊີ້ນ​ທີ່​ບໍ່​ໄດ້​ເອົາ​ເລືອດ​ອອກ ແລະ​ການ​ຜິດ​ປະເວນີ. ຄຳ​ສັ່ງ​ເຊັ່ນ​ນັ້ນ “ເປັນ​ຂໍ້​ອັນ​ຕ້ອງ​ປະສົງ” ນອກ​ຈາກ​ການ​ເອົາໃຈໃສ່​ສິ່ງ​ເຫຼົ່າ​ນີ້​ແລ້ວ​ບໍ່ ໄດ້​ຮຽກ​ຮ້ອງ​ໃຫ້​ຕິດ​ຕາມ​ບັນຍັດ​ຂອງ​ໂມເຊ.—ກິດຈະການ 15:28, 29.

ໃນ​ການ​ເດີນ​ທາງ​ໄປ​ປະກາດ​ຮອບ​ທີ​ສອງ ໂປໂລ​ໄດ້​ໄປ​ຢາມ​ເມືອງ​ເບເລ​ເຊິ່ງ​ປັດຈຸບັນ​ຢູ່​ໃນ​ປະເທດ​ເກັຣກ. ຊາວ​ຢິວ​ທີ່​ຢູ່​ເມືອງ​ນັ້ນ​ຮັບ​ເອົາ​ຂ່າວ​ສານ​ດ້ວຍ​ຄວາມ​ກະຕືລືລົ້ນ ກວດ​ເບິ່ງ​ພະ​ຄຳພີ​ທຸກ​ວັນ​ເພື່ອ​ພິສູດ​ຄວາມ​ຖືກຕ້ອງ​ໃນ​ການ​ສອນ​ຂອງ​ໂປໂລ. ອີກ​ຄັ້ງ​ໜຶ່ງ ການ​ຕໍ່​ຕ້ານ​ເຮັດ​ໃຫ້​ລາວ​ຕ້ອງ​ເດີນ​ໜ້າ​ຕໍ່​ໄປ ເທື່ອ​ນີ້​ແມ່ນ​ໄປ​ເມືອງ​ອາແຖນ. ຕໍ່​ໜ້າ​ຊາວ​ອາແຖນ​ທີ່​ມີ​ການ​ສຶກສາ​ສູງ ໂປໂລ​ໃຫ້​ຄຳ​ບັນລະຍາຍ​ທີ່​ມີ​ພະລັງ​ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ໃຊ້​ຄວາມ​ຜ່ອນ​ສັ້ນ​ຜ່ອນ​ຍາວ ຄວາມ​ຢັ່ງ​ເຫັນ​ເຂົ້າ​ໃຈ ແລະ​ຄຳ​ເວົ້າ​ທີ່​ຈັບ​ໃຈ.

ຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ປະກາດ​ຮອບ​ທີ​ສາມ ໂປໂລ​ກັບ​ເມືອ​ເມືອງ​ເຢຣຶຊາເລມ. ເມື່ອ​ໂປໂລ​ເຂົ້າ​ໄປ​ໃນ​ວິຫານ ຊາວ​ຢິວ​ກຸ່ມ​ໜຶ່ງ​ເລີ່ມ​ກໍ່​ຄວາມ​ວຸ່ນວາຍ​ເພື່ອ​ຈະ​ຂ້າ​ໂປໂລ. ພວກ​ທະຫານ​ໂລມ​ໄດ້​ເຂົ້າ​ແຊກ​ແຊງ​ແລະ​ສອບ​ປາກ​ຄຳ​ໂປໂລ. ໃນ​ຖານະ​ເປັນ​ຄົນ​ໂລມ ຕໍ່​ມາ​ລາວ​ໄດ້​ອຸທອນ​ຕໍ່​ທ່ານ​ເຟລີກ​ຜູ້​ວ່າ​ການ​ໂລມ. ຊາວ​ຢິວ​ບໍ່​ສາມາດ​ສະແດງ​ຫຼັກ​ຖານ​ຈັກ​ແນວ​ໃນ​ຂໍ້​ກ່າວ​ຫາ​ຕ່າງໆທີ່​ພວກ​ເຂົາ​ຍົກ​ຂຶ້ນ​ມາ​ຕໍ່​ສູ້​ໂປໂລ. ເພື່ອ​ຂັດ​ຂວາງ​ທ່ານ​ເຝດຕຶດ​ເຊິ່ງ​ເປັນ​ຜູ້​ວ່າ​ການ​ໂລມ​ອີກ​ຄົນ​ໜຶ່ງ​ທີ່​ຈະ​ມອບ​ລາວ​ໃຫ້​ກັບ​ພວກ​ຢິວ ໂປໂລ​ກ່າວ​ວ່າ “ຂ້າພະເຈົ້າ​ຂໍ​ຍົກ​ໄປ​ຊຳລະ​ຕໍ່​ໜ້າ​ກະສັດ​ເຊຊາ.” ທ່ານ​ເຝດຕຶດ​ຕອບ​ວ່າ “ທ່ານ​ຈະ​ໄປ​ຕໍ່​ໜ້າ​ກະສັດ​ເຊຊາ​ແທ້.”—ກິດຈະການ 25:11, 12.

ຈາກ​ນັ້ນ​ໂປໂລ​ຖືກ​ພາ​ຂຶ້ນ​ເຮືອ​ເພື່ອ​ໄປ​ພິຈາລະນາ​ຄະດີ​ທີ່​ປະເທດ​ອີຕາລີ. ເຮືອ​ຫຼົ້ມ​ໃນ​ຂະນະ​ທີ່​ເດີນ​ທາງ​ໄປ ໂປໂລ​ຕ້ອງ​ຢູ່​ເທິງ​ເກາະ​ມາເລເຕ​ໃນ​ລະດູ​ໜາວ. ໃນ​ທີ່​ສຸດ​ເມື່ອ​ລາວ​ໄປ​ຮອດ​ເມືອງ​ໂລມ ລາວ​ເຊົ່າ​ເຮືອນ​ຢູ່​ຫັ້ນ​ສອງ​ປີ. ເຖິງ​ແມ່ນ​ວ່າ​ລາວ​ຈະ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ທະຫານ​ຍາມ ອັກຄະສາວົກ​ຜູ້​ກະຕືລືລົ້ນ​ກໍ​ຍັງ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແບບ​ບໍ່​ຢຸດ​ບໍ່​ຢັ້ງ​ກັບ​ທຸກ​ຄົນ​ທີ່​ມາ​ຢາມ.

—ຂໍ້​ມູນ​ມາ​ຈາກ​ກິດຈະການ 11:22–28:31.