ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 9

ຊາດ​ອິດສະລາແອນ​ຂໍ​ໃຫ້​ມີ​ກະສັດ

ຊາດ​ອິດສະລາແອນ​ຂໍ​ໃຫ້​ມີ​ກະສັດ

ຊາອຶລ​ກະສັດ​ອົງ​ທຳອິດ​ຂອງ​ຊາດ​ອິດສະລາແອນ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ຜູ້​ສືບ​ຕຳແໜ່ງ​ຕໍ່​ຈາກ​ຊາອຶລ​ແມ່ນ​ດາວິດ ເຊິ່ງ​ເປັນ​ຜູ້​ທີ່​ພະເຈົ້າ​ສັນຍາ​ວ່າ​ຈະ​ປະທານ​ການ​ປົກຄອງ​ອັນ​ຕະຫຼອດ​ໄປ

ຫຼັງ​ຈາກ​ສະໄໝ​ຂອງ​ຊາມຊອນ ຊາເມືອນ​ກໍ​ໄດ້​ຮັບໃຊ້​ເປັນ​ຜູ້​ພະຍາກອນ​ແລະ​ຜູ້ຕັດສິນ​ໃນ​ປະເທດ​ອິດສະລາແອນ. ຊາວ​ອິດສະລາເອນ​ບອກ​ຊາເມືອນ​ເລື້ອຍໆວ່າ​ເຂົາ​ເຈົ້າ​ຢາກ​ມີ​ກະສັດ​ທີ່​ເປັນ​ມະນຸດ​ຄື​ກັບ​ຊາດ​ອື່ນໆ. ເຖິງ​ແມ່ນ​ວ່າ​ການ​ຂໍຮ້ອງ​ແບບ​ນີ້​ເປັນ​ການ​ດູຖູກ​ພະ​ເຢໂຫວາ ພະອົງ​ສັ່ງ​ຊາເມືອນ​ໃຫ້​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງ​ຊາດ​ນັ້ນ. ພະເຈົ້າ​ໄດ້​ເລືອກ​ເອົາ​ຊາຍ​ທີ່​ຖ່ອມ​ຕົວ​ຄົນ​ໜຶ່ງ​ຊື່​ວ່າ​ຊາອຶລ​ໃຫ້​ເປັນ​ກະສັດ. ແຕ່​ວ່າ​ໃນ​ເວລາ​ຕໍ່​ມາ ກະສັດ​ຊາອຶລ​ໄດ້​ກາຍ​ເປັນ​ຄົນ​ທີ່​ຈອງຫອງ​ແລະ​ບໍ່​ເຊື່ອ​ຟັງ. ພະ​ເຢໂຫວາ​ຈຶ່ງ​ໄດ້​ຕັດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລະ​ສັ່ງ​ຊາເມືອນ​ໃຫ້​ແຕ່ງ​ຕັ້ງ​ຊາຍ​ຫນຸ່ມ​ອີກ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ ຜູ້​ນີ້​ຊື່​ວ່າ​ດາວິດ. ແຕ່​ເວລາ​ຫຼາຍ​ປີ​ຕ້ອງ​ຜ່ານ​ໄປ​ກ່ອນ​ດາວິດ​ຈະ​ໄດ້​ເປັນ​ກະສັດ.

ເມື່ອ​ດາວິດ​ຍັງ​ເປັນ​ໄວຮຸ່ນ​ຢູ່ ລາວ​ໄປ​ຢາມ​ພວກ​ອ້າຍ​ທີ່​ຮັບໃຊ້​ໃນ​ກອງທັບ​ຂອງ​ຊາອຶລ. ທະຫານ​ໝົດ​ຄ້າຍ​ຢ້ານ​ນັກ​ຮົບ​ຄົນ​ດຽວ​ຂອງ​ຝ່າຍ​ສັດຕູ ເຊິ່ງ​ເປັນ​ນັກ​ຮົບ​ຮ່າງ​ຍັກ​ຊື່​ໂຄລີອາດ​ທີ່​ມັກ​ເຍາະ​ເຍີ້ຍ​ພວກ​ທະຫານ​ແລະ​ພະເຈົ້າ​ຂອງ​ພວກ​ເຂົາ. ດ້ວຍ​ຄວາມ​ຄຽດ​ຮ້າຍ ດາວິດ​ຈຶ່ງ​ຮັບ​ຄຳ​ທ້າ​ແລະ​ອອກ​ໄປ​ສູ້​ຮົບ​ກັບ​ຍັກ​ນັ້ນ. ຊາຍ​ຫນຸ່ມ​ຄົນ​ນີ້​ຕຽມ​ຖ່ວງ​ເສັ້ນ​ໜຶ່ງ​ແລະ​ກ້ອນ​ຫີນ​ສອງ​ສາມ​ກ້ອນ ແລ້ວ​ກໍ​ອອກ​ໄປ​ປະເຊີນ​ໜ້າ​ກັບ​ຄູ່​ຕໍ່​ສູ້​ເຊິ່ງ​ສູງ​ເກືອບ 3 ແມັດ. ເມື່ອ​ໂຄລີອາດ​ເຍາະ​ເຍີ້ຍ​ໃສ່ ດາວິດ​ຈຶ່ງ​ຕອບ​ວ່າ​ຕົນ​ມີ​ອາວຸດ​ດີ​ກວ່າ​ຍັກ ເພາະ​ລາວ​ສູ້​ຮົບ​ໃນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ! ດາວິດ​ໄດ້​ຂ້າ​ໂຄລີອາດ​ດ້ວຍ​ກ້ອນ​ຫີນ​ແຕ່​ກ້ອນ​ດຽວ​ທໍ່​ນັ້ນ ແລ້ວ​ຈຶ່ງ​ໃຊ້​ດາບ​ຂອງ​ຍັກ​ຕັດ​ຫົວ​ຂອງ​ມັນ​ເອງ. ກອງທັບ​ຟີລີດຕີນ​ຈຶ່ງ​ປົບ​ໜີ​ດ້ວຍ​ຄວາມ​ຢ້ານ.

ໃນ​ຕອນ​ທຳອິດ​ຊາອຶລ​ປະທັບ​ໃຈ​ໃນ​ຄວາມ​ກ້າຫານ​ຂອງ​ດາວິດ​ຈຶ່ງ​ຕັ້ງ​ຊາຍ​ຫນຸ່ມ​ຄົນ​ນີ້​ໃຫ້​ເປັນ​ແມ່ທັບ. ແຕ່​ວ່າ​ຄວາມ​ສຳເລັດ​ຂອງ​ດາວິດ​ເຮັດ​ໃຫ້​ຊາອຶລ​ອິດສາ​ຢ່າງ​ຂົມຂື່ນ. ດາວິດ​ຕ້ອງ​ໜີ​ເອົາ​ຕົວ​ລອດ​ແລະ​ດຳລົງ​ຊີວິດ​ຢ່າງ​ຜູ້​ລີ້​ໄພ​ເປັນ​ເວລາ​ຫຼາຍ​ປີ. ແຕ່​ດາວິດ​ກໍ​ຍັງ​ຊື່​ສັດ​ພັກດີ​ຕໍ່​ກະສັດ​ເຊິ່ງ​ພະຍາຍາມ​ຈະ​ຂ້າ​ລາວ ເຫດຜົນ​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເປັນ​ຜູ້​ທີ່​ໄດ້​ແຕ່ງ​ຕັ້ງ​ກະສັດ​ຊາອຶລ. ໃນ​ທີ່​ສຸດ ຊາອຶລ​ຕາຍ​ໃນ​ການ​ສູ້​ຮົບ. ຈາກ​ນັ້ນ​ບໍ່​ດົນ ດາວິດ​ຈຶ່ງ​ໄດ້​ເປັນ​ກະສັດ​ຕາມ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ.

“ພະ​ທີ່​ນັ່ງ​ແຫ່ງ​ລາຊະອານາຈັກ​ຂອງ​ຕົນ​ເຮົາ​ຈະ​ຕັ້ງ​ໝັ້ນ​ຄົງ​ຢູ່​ສືບໆໄປ​ເປັນ​ນິດ.”—2 ຊາເມືອນ 7:13

ໃນ​ຖານະ​ເປັນ​ກະສັດ ດາວິດ​ປາຖະໜາ​ຢ່າງ​ຍິ່ງ​ທີ່​ຈະ​ສ້າງ​ວິຫານ​ເພື່ອ​ຖວາຍ​ແກ່​ພະ​ເຢໂຫວາ. ແຕ່​ພະ​ເຢໂຫວາ​ບອກ​ກັບ​ດາວິດ​ວ່າ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ລາວ​ຈະ​ເປັນ​ຜູ້​ສ້າງ. ໃນ​ທີ່​ສຸດ​ແມ່ນ​ຊາໂລໂມນ​ລູກ​ຊາຍ​ຂອງ​ດາວິດ. ພະເຈົ້າ​ໃຫ້​ລາງວັນ​ແກ່​ດາວິດ​ໂດຍ​ການ​ເຮັດ​ຄຳ​ສັນຍາ​ທີ່​ໜ້າ​ຕື່ນ​ເຕັ້ນ​ກັບ​ລາວ ນັ້ນ​ຄື​ເຊື້ອ​ສາຍ​ຂອງ​ລາວ​ຈະ​ໃຫ້​ກຳເນີດ​ລາຊະວົງ​ກະສັດ​ທີ່​ຕ່າງ​ຫມູ່. ໃນ​ທີ່​ສຸດ​ຜູ້​ຊ່ອຍ​ໃຫ້​ລອດ​ຫຼື​ເຊື້ອ​ສາຍ​ຕາມ​ທີ່​ສັນຍາ​ໄວ້​ໃນ​ສວນ​ເອເດນ​ກໍ​ຈະ​ມາ​ຕາມ​ເຊື້ອ​ວົງ​ນັ້ນ. ຜູ້​ນັ້ນ​ຈະ​ມາ​ເປັນ​ເມຊີ ເຊິ່ງ​ໝາຍ​ຄວາມ​ວ່າ “ຜູ້​ຖືກ​ເຈີມ” ທີ່​ພະເຈົ້າ​ແຕ່ງ​ຕັ້ງ. ພະ​ເຢໂຫວາ​ສັນຍາ​ວ່າ​ເມຊີ​ຈະ​ເປັນ​ຜູ້​ປົກຄອງ​ຂອງ​ລັດຖະບານ​ໜຶ່ງ ຫຼື​ລາຊະອານາຈັກ​ທີ່​ຈະ​ຢູ່​ຕະຫຼອດ​ໄປ.

ດ້ວຍ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ ດາວິດ​ໄດ້​ຮິບ​ໂຮມ​ວັດຖຸ​ກໍ່​ສ້າງ​ຈຳນວນ​ຫຼວງ​ຫຼາຍ ແລະ​ໂລຫະ​ທີ່​ມີ​ຄ່າ​ໄວ້​ສຳລັບ​ການ​ກໍ່​ສ້າງ​ພະ​ວິຫານ. ທ່ານ​ຍັງ​ປະພັນ​ເພງ​ທີ່​ໄດ້​ຮັບ​ການ​ດົນ​ບັນດານ​ໃຈ​ຫຼາຍ​ບົດ. ໃນ​ຕອນ​ບັ້ນ​ປາຍ​ຂອງ​ຊີວິດ ດາວິດ​ຍອມ​ຮັບ​ວ່າ “ພະ​ວິນຍານ​ຂອງ​ພະ​ເຢໂຫວາ​ໄດ້​ປາກ​ໃນ​ຂ້ອຍ ແລະ​ພະ​ຄຳ​ຂອງ​ພະອົງ​ໄດ້​ຢູ່​ໃນ​ລີ້ນ​ຂ້ອຍ.”—2 ຊາເມືອນ 23:2.

—ຂໍ້​ມູນ​ມາ​ຈາກ 1 ແລະ 2 ຊາເມືອນ; 1 ຂ່າວຄາວ; ເອຊາອີ 9:7; ມັດທາຍ 21:9; ລືກາ 1:32; ໂຢຮັນ 7:42.