ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 11

ບົດ​ເພງ​ທີ່​ຂຽນ​ໂດຍ​ການ​ດົນ​ບັນດານ​ໃຫ້​ການ​ຊູ​ໃຈ​ແລະ​ການ​ສັ່ງ​ສອນ

ບົດ​ເພງ​ທີ່​ຂຽນ​ໂດຍ​ການ​ດົນ​ບັນດານ​ໃຫ້​ການ​ຊູ​ໃຈ​ແລະ​ການ​ສັ່ງ​ສອນ

ດາວິດ​ແລະ​ຄົນ​ອື່ນໆແຕ່ງ​ເພງ​ເພື່ອ​ໃຊ້​ໃນ​ການ​ນະມັດສະການ. ພະທຳ​ຄຳເພງ​ມີ​ເນື້ອ​ຮ້ອງ 150 ເລື່ອງ

ພະທຳ​ໃຫຍ່​ທີ່​ສຸດ​ໃນ​ຄຳພີ​ໄບເບິນ​ແມ່ນ​ການ​ໂຮມ​ເອົາ​ຄຳເພງ​ເພື່ອ​ການ​ນະມັດສະການ. ການ​ຂຽນ​ພະທຳ​ຄຳເພງ​ທັງ​ໝົດ​ໃຊ້​ເວລາ​ປະມານ 1.000 ປີ. ພະທຳ​ຄຳເພງ​ມີ​ຖ້ອຍຄຳ​ທີ່​ເລິກ​ເຊິ່ງ​ແລະ​ກິນ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ຄວາມ​ເຊື່ອ​ເທົ່າ​ທີ່​ເຄີຍ​ມີ​ການ​ຂຽນ​ຂຶ້ນ. ພະທຳ​ນີ້​ກ່າວ​ເຖິງ​ອາລົມ​ທີ່​ແຕກຕ່າງ​ກັນ​ຫຼາຍ​ຢ່າງ​ຂອງ​ມະນຸດ ນັບ​ຕັ້ງ​ແຕ່​ຄວາມ​ມ່ວນ​ຊື່ນ ການ​ສັນລະເສີນ ແລະ​ການ​ຮູ້​ບຸນ​ຄຸນ​ຈົນ​ຮອດ​ຄວາມ​ໂສກ​ເສົ້າ ຄວາມ​ເສຍໃຈ ແລະ​ການ​ສຳນຶກ​ຜິດ. ເຫັນ​ຊັດ​ວ່າ​ຜູ້​ປະພັນ​ຄຳເພງ​ມີ​ຄວາມ​ໄວ້​ວາງໃຈ​ແລະ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ. ຂໍ​ໃຫ້​ພິຈາລະນາ​ເນື້ອ​ໃນ​ຂອງ​ບົດ​ເພງ​ເຫຼົ່າ​ນີ້.

ພະ​ເຢໂຫວາ​ເປັນ​ຜູ້​ມີ​ສິດ​ອັນ​ຊອບທຳ​ທີ່​ຈະ​ປົກຄອງ ຄູ່​ຄວນ​ກັບ​ການ​ນະມັດສະການ​ແລະ​ການ​ສັນລະເສີນ. ເຮົາ​ອ່ານ​ຢູ່​ຄຳເພງ 83:18 ວ່າ “ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” ຄຳເພງ​ຫຼາຍ​ບົດ​ສັນລະເສີນ​ພະ​ເຢໂຫວາ​ສຳລັບ​ວຽກ​ງານ​ການ​ສ້າງ​ຂອງ​ພະອົງ ຕົວຢ່າງ ທ້ອງຟ້າ​ທີ່​ເຕັມ​ໄປ​ດ້ວຍ​ດວງ​ດາວ ຊີວິດ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ຕາ​ງຶດງໍ້ ແລະ​ຄວາມ​ມະຫັດສະຈັນ​ກ່ຽວ​ກັບ​ຮ່າງກາຍ​ຂອງ​ມະນຸດ. (ຄຳເພງ​ບົດ 8, 19, 139, 148) ບົດ​ອື່ນໆຍົກຍ້ອງ​ພະ​ເຢໂຫວາ​ຖານະ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ແລະ​ເປັນ​ຜູ້​ປົກ​ປ້ອງ​ຜູ້​ທີ່​ສັດ​ຊື່​ຕໍ່​ພະອົງ. (ຄຳເພງ​ບົດ 18, 97, 138) ຍັງ​ມີ​ບົດ​ອື່ນໆອີກ​ທີ່​ຍົກຍ້ອງ​ພະອົງ​ວ່າ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຍຸຕິທຳ ເຊິ່ງ​ເປັນ​ຜູ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຄົນ​ທີ່​ຖືກ​ຂົ່ມເຫງ​ແລະ​ລົງໂທດ​ຄົນ​ຊົ່ວ.—ຄຳເພງ​ບົດ 11, 68, 146

ພະ​ເຢໂຫວາ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແລະ​ຊູ​ໃຈ​ຄົນ​ທີ່​ຮັກ​ພະອົງ. ບາງ​ທີ​ຄຳເພງ​ທີ່​ຮູ້ຈັກ​ກັນ​ດີ​ທີ່​ສຸດ​ແມ່ນ​ບົດ​ທີ 23 ເຊິ່ງ​ເປັນ​ບົດ​ທີ່​ດາວິດ​ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ເຊິ່ງ​ໃຫ້​ການ​ຊີ້​ນຳ ການ​ປົກ​ປ້ອງ ແລະ​ຫ່ວງໃຍ​ຕໍ່​ແກະ​ຂອງ​ພະອົງ. ຄຳເພງ 65:2 ເຕືອນ​ຜູ້​ນະມັດສະການ​ພະອົງ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄວາມ​ອ້ອນ​ວອນ.” ຫຼາຍ​ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ໄດ້​ຮັບ​ການ​ຊູ​ໃຈ​ຢ່າງ​ມາກ​ມາຍ​ຈາກ​ຄຳເພງ​ບົດ 39 ແລະ 51 ໃນ​ບົດ​ເຫຼົ່າ​ນັ້ນ​ດາວິດ​ໄດ້​ກ່າວ​ຢ່າງ​ຈິງ​ໃຈ​ເຖິງ​ຄວາມ​ສຳນຶກ​ຜິດ​ທີ່​ຮ້າຍແຮງ​ຂອງ​ຕົນ ແລະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ຍົກ​ໂທດ. ຄຳເພງ 55:22 ມີ​ຄຳ​ກະຕຸ້ນ​ເຕືອນ​ທີ່​ໃຫ້​ໄວ້​ວາງໃຈ​ຕໍ່​ພະ​ເຢໂຫວາ​ແລະ​ຝາກ​ພາລະ​ສ່ວນ​ຕົວ​ທັງ​ໝົດ​ໄວ້​ກັບ​ພະອົງ.

ພະ​ເຢໂຫວາ​ຈະ​ປ່ຽນ​ແປງ​ໂລກ​ນີ້​ໂດຍ​ທາງ​ລາຊະອານາຈັກ​ເມຊີ. ຂໍ້​ຄວາມ​ໃນ​ຄຳເພງ​ຈຳນວນ​ໜຶ່ງ​ເຫັນ​ໄດ້​ແຈ້ງ​ວ່າ​ກ່ຽວ​ຂ້ອງ​ກັບ​ເມຊີ​ກະສັດ​ທີ່​ບອກ​ໄວ້​ລ່ວງ​ໜ້າ. ຄຳເພງ​ບົດ​ທີ 2 ພະຍາກອນ​ວ່າ​ຜູ້​ປົກຄອງ​ຄົນ​ນີ້​ຈະ​ທຳລາຍ​ຊາດ​ຕ່າງໆທີ່​ຊົ່ວ​ຮ້າຍ​ເຊິ່ງ​ຕໍ່​ຕ້ານ​ພະອົງ. ຄຳເພງ​ບົດ​ທີ 72 ສະແດງ​ໃຫ້​ເຫັນ​ວ່າ​ກະສັດ​ອົງ​ນີ້​ຈະ​ເຮັດ​ໃຫ້​ຄວາມ​ອຶດຢາກ ຄວາມ​ບໍ່​ຍຸຕິທຳ ແລະ​ການ​ກົດ​ຂີ່​ຂົ່ມເຫງ​ໝົດ​ໄປ. ຄຳເພງ 46:9 ກ່າວ​ວ່າ​ພະເຈົ້າ​ຈະ​ຍຸດຕິ​ການ​ເຮັດ​ສົງຄາມ​ແລະ​ແມ່ນ​ແຕ່​ທຳລາຍ​ອາວຸດ​ສົງຄາມ​ທັງ​ໝົດ​ໂດຍ​ທາງ​ລາຊະອານາຈັກ​ເມຊີ. ໃນ​ຄຳເພງ​ບົດ​ທີ 37 ພວກ​ເຮົາ​ອ່ານ​ວ່າ​ຄົນ​ຊົ່ວ​ຈະ​ບໍ່​ມີ​ອີກ ໃນ​ຂະນະ​ທີ່​ຄົນ​ຊອບທຳ​ຈະ​ຢູ່​ເທິງ​ແຜ່ນດິນ​ໂລກ​ຕະຫຼອດ​ໄປ ຊື່ນຊົມ​ກັບ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ປອງດອງ​ທົ່ວ​ໂລກ.

—ຂໍ້​ມູນ​ມາ​ຈາກ​ຄຳເພງ.