ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 13

ກະສັດ​ດີ​ແລະ​ກະສັດ​ບໍ່​ດີ

ກະສັດ​ດີ​ແລະ​ກະສັດ​ບໍ່​ດີ

ປະເທດ​ອິດສະລາແອນ​ຖືກ​ແບ່ງ​ແຍກ. ເມື່ອ​ເວລາ​ຜ່ານ​ໄປ ກະສັດ​ຫຼາຍ​ອົງ​ປົກຄອງ​ຊາວ​ອິດສະລາແອນ ແລະ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ບໍ່​ສັດ​ຊື່. ເມືອງ​ເຢຣຶຊາເລມ​ຖືກ​ທຳລາຍ​ໂດຍ​ຊາວ​ບາບີໂລນ

ຕາມ​ພະ​ເຢໂຫວາ​ໄດ້​ພະຍາກອນ​ເອົາ​ໄວ້ ຫຼັງ​ຈາກ​ຊາໂລໂມນ​ປະ​ຖິ້ມ​ການ​ນະມັດສະການ​ອັນ​ບໍລິສຸດ ຊາດ​ອິດສະລາແອນ​ກໍ​ໄດ້​ຖືກ​ແບ່ງ​ແຍກ. ໂຣໂບອາມ​ລູກ​ຊາຍ​ທີ່​ສືບ​ຕໍ່​ຕຳແໜ່ງ​ເປັນ​ຄົນ​ໂຫດ​ຮ້າຍ. ດັ່ງ​ນັ້ນ ສິບ​ຕະກູນ​ໄດ້​ກະບົດ​ແລະ​ຕັ້ງ​ຕົວ​ເປັນ​ອານາຈັກ​ອິດສະລາແອນ​ທາງ​ເໜືອ. ສອງ​ຕະກູນ​ທີ່​ພັກດີ​ຕໍ່​ເຊື້ອ​ວົງ​ຂອງ​ດາວິດ​ໃນ​ເມືອງ​ເຢຣຶຊາເລມ​ຕັ້ງ​ເປັນ​ອານາຈັກ​ຢູດາ​ທາງ​ໃຕ້.

ທັງ​ສອງ​ອານາຈັກ​ບໍ່​ໝັ້ນ​ຄົງ​ແລະ​ມີ​ບັນຫາ​ມາກ​ມາຍ ບັນຫາ​ສ່ວນ​ໃຫຍ່​ເກີດ​ຈາກ​ບັນດາ​ກະສັດ​ທີ່​ຂາດ​ຄວາມ​ເຊື່ອ​ແລະ​ຂັດຂືນ​ຄຳ​ສັ່ງ. ອານາຈັກ​ທາງ​ເໜືອ​ຂອງ​ອິດສະລາແອນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ອານາຈັກ​ຢູດາ​ອີກ ເພາະ​ວ່າ​ກະສັດ​ຫຼາຍ​ອົງ​ສົ່ງເສີມ​ການ​ນະມັດສະການ​ປອມ​ຕັ້ງ​ແຕ່​ຕົ້ນ. ແມ່ນ​ວ່າ​ຜູ້​ພະຍາກອນ​ເຊັ່ນ ເອລີຢາ​ແລະ​ເອລີເຊ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ກໍ​ຕາມ ທັງ​ສອງ​ຍັງ​ເຄີຍ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ ພວກ​ອິດສະລາແອນ​ກໍ​ຍັງ​ຫັນ​ກັບ​ໄປ​ສູ່​ແນວ​ທາງ​ທີ່​ຊົ່ວ. ໃນ​ທີ່​ສຸດ ພະເຈົ້າ​ຈຶ່ງ​ໃຫ້​ອາຊີລີ​ທຳລາຍ​ອານາຈັກ​ທາງ​ເໜືອ.

ອານາຈັກ​ຢູດາ​ຢູ່​ຕໍ່​ໄປ​ອີກ​ຫຼາຍ​ກວ່າ​ຮ້ອຍ​ປີ ແຕ່​ພະເຈົ້າ​ກໍ​ໄດ້​ລົງໂທດ​ອານາຈັກ​ນີ້​ເຊັ່ນ​ກັນ. ມີ​ກະສັດ​ຢູດາ​ຈຳນວນ​ໜ້ອຍ​ເທົ່າ​ນັ້ນ​ທີ່​ຟັງ​ຄຳ​ເຕືອນ​ຂອງ​ຜູ້​ພະຍາກອນ​ແລະ​ພະຍາຍາມ​ນຳ​ພາ​ຊາດ​ກັບ​ຄືນ​ມາ​ຫາ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ ກະສັດ​ໂຢເຊຍເຊ ເລີ່ມ​ກວດ​ລ້າງ​ການ​ນະມັດສະການ​ປອມ​ແລະ​ບູລະນະ​ວິຫານ​ຂອງ​ພະ​ເຢໂຫວາ. ເມື່ອ​ມີ​ການ​ຄົ້ນ​ພົບ​ສຳເນົາ​ເດີມ​ຂອງ​ພະບັນຍັດ​ທີ່​ພະເຈົ້າ​ໃຫ້​ຜ່ານ​ທາງ​ໂມເຊ ໂຢເຊຍເຊ​ໄດ້​ຮັບ​ການ​ກະຕຸ້ນ​ຢ່າງ​ສຸດ​ຊຶ້ງ​ແລະ​ລາວ​ຈຶ່ງ​ສຸມ​ໃສ່​ການ​ປະ​ຕິ​ຮູບ​ຫຼາຍ​ຂຶ້ນ.

ແຕ່​ເປັນ​ຕາ​ໜ້າ​ເສົ້າໃຈ​ທີ່​ຜູ້​ສືບ​ຕຳແໜ່ງ​ຂອງ​ໂຢເຊຍເຊ​ບໍ່​ໄດ້​ຕິດ​ຕາມ​ຕົວຢ່າງ​ທີ່​ດີ​ຂອງ​ລາວ. ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ປະເທດ​ບາບີໂລນ​ມາ​ຍຶດ​ຄອງ​ອານາຈັກ​ຢູດາ ແລ້ວ​ທຳລາຍ​ເມືອງ​ເຢຣຶຊາເລມ​ແລະ​ວິຫານ​ຂອງ​ເມືອງ​ນັ້ນ. ຜູ້​ລອດ​ຊີວິດ​ຖືກ​ເນລະເທດ​ໄປ​ຢູ່​ປະເທດ​ບາບີໂລນ. ພະເຈົ້າ​ບອກ​ລ່ວງ​ໜ້າ​ວ່າ​ການ​ເນລະເທດ​ນີ້​ຈະ​ເປັນ​ເວລາ 70 ປີ. ອານາຈັກ​ຢູດາ​ຖືກ​ປະ​ໃຫ້​ຮ້າງ​ເປົ່າ​ຈົນ​ຮອດ​ກຳນົດ​ເວລາ​ຕາມ​ທີ່​ສັນຍາ​ໄວ້ ແລ້ວ​ຊາດ​ນີ້​ຈະ​ໄດ້​ກັບ​ຄືນ​ສູ່​ເມືອງ​ເຢຣຶຊາເລມ​ອີກ.

ຢ່າງ​ໃດ​ກໍ​ຕາມ​ຈະ​ບໍ່​ມີ​ກະສັດ​ຈາກ​ເຊື້ອ​ວົງ​ຂອງ​ດາວິດ​ປົກຄອງ​ອີກ​ຕໍ່​ໄປ​ຈົນ​ເຖິງ​ຜູ້​ຊ່ອຍ​ໃຫ້​ລອດ​ຕາມ​ຄຳ​ສັນຍາ​ຈະ​ມາ​ປົກຄອງ ນັ້ນ​ແມ່ນ​ຜູ້​ເປັນ​ເມຊີ​ຕາມ​ທີ່​ບອກ​ລ່ວງ​ໜ້າ. ກະສັດ​ທີ່​ປົກຄອງ​ໃນ​ເມືອງ​ເຢຣຶຊາເລມ​ສ່ວນ​ຫຼາຍ​ສະແດງ​ໃຫ້​ເຫັນ​ວ່າ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ບໍ່​ມີ​ຄຸນວຸທິ​ພໍ​ທີ່​ຈະ​ປົກຄອງ. ມີ​ແຕ່​ຜູ້​ເປັນ​ເມຊີ​ເທົ່າ​ນັ້ນ​ຈຶ່ງ​ຈະ​ມີ​ຄຸນວຸທິ​ນີ້​ຢ່າງ​ແທ້​ຈິງ. ດັ່ງ​ນັ້ນ​ພະ​ເຢໂຫວາ​ໄດ້​ກ່າວ​ກັບ​ກະສັດ​ອົງ​ສຸດ​ທ້າຍ​ໃນ​ລາຊະວົງ​ຂອງ​ດາວິດ​ວ່າ “ຈົ່ງ​ເອົາ​ກະໂຈມ​ອອກ​ໄປ. . . . ສິ່ງ​ນີ້​ທັງ​ມວນ​ຈະ​ບໍ່​ເປັນ​ຕໍ່​ໄປ​ຈົນ​ເຖິງ​ຜູ້​ທີ່​ມີ​ການ​ຕັດສິນ​ອັນ​ຊອບທຳ​ຈະ​ສະເດັດ​ມາ ແລະ​ເຮົາ​ຈະ​ຍົກ​ສິ່ງ​ນັ້ນ​ໃຫ້​ຜູ້​ນັ້ນ.”—ເອເຊກຽນ 21:26, 27.

—ຂໍ້​ມູນ​ມາ​ຈາກ 1 ກະສັດ ແລະ 2 ກະສັດ; 2 ຂ່າວຄາວ​ບົດ 10 ເຖິງ 36; ເຢເຣມີ 25:8-11.