ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 17

ພະ​ເຍຊູ​ສອນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ

ພະ​ເຍຊູ​ສອນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ

ພະ​ເຍຊູ​ສອນ​ຫຼາຍ​ສິ່ງ​ແກ່​ສາວົກ​ຂອງ​ພະອົງ ແຕ່​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຫົວ​ເລື່ອງ​ຫຼັກ

ພະ​ເຍຊູ​ໄດ້​ຮັບ​ງານ​ມອບ​ໝາຍ​ແນວ​ໃດ​ເມື່ອ​ຢູ່​ເທິງ​ໂລກ? ພະອົງ​ເອງ​ກ່າວ​ວ່າ “ເຮົາ​ຕ້ອງ​ເທສະໜາ​ປ່າວ​ປະກາດ​ແຜ່ນດິນ​ຂອງ​ພະເຈົ້າ . . . ເຫດ​ວ່າ​ເຮົາ​ໄດ້​ຮັບໃຊ້​ສຳລັບ​ການ​ນັ້ນ.” (ລືກາ 4:43) ໃຫ້​ເຮົາ​ລອງ​ພິຈາລະນາ​ສີ່​ຂອບ​ເຂດ​ທີ່​ພະ​ເຍຊູ​ສອນ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ ເຊິ່ງ​ເປັນ​ຫົວ​ເລື່ອງ​ຫຼັກ​ໃນ​ງານ​ປະກາດ​ຂອງ​ພະອົງ.

1. ພະ​ເຍຊູ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ. ພະ​ເຍຊູ​ເວົ້າ​ໂດຍ​ກົງ​ວ່າ​ພະອົງ​ເປັນ​ເມຊີ​ຕາມ​ທີ່​ໄດ້​ສັນຍາ​ໄວ້. (ໂຢຮັນ 4:25, 26) ພະອົງ​ຍັງ​ສະແດງ​ວ່າ​ພະອົງ​ເປັນ​ກະສັດ​ທີ່​ດານຽນ​ໄດ້​ເຫັນ​ໃນ​ນິມິດ. ພະ​ເຍຊູ​ບອກ​ອັກຄະສາວົກ​ວ່າ​ມື້​ໜຶ່ງ​ພະອົງ​ຈະ​ນັ່ງ​ເທິງ “ພະ​ທີ່​ນັ່ງ​ແຫ່ງ​ລັດ​ສະໝີ” ແລະ​ເຂົາ​ເຈົ້າ​ກໍ​ຈະ​ນັ່ງ​ເທິງ​ພະ​ທີ່​ນັ່ງ​ຄື​ກັນ. (ມັດທາຍ 19:28) ພະອົງ​ກ່າວ​ເຖິງ​ຜູ້​ປົກຄອງ​ກຸ່ມ​ນີ້​ວ່າ​ເປັນ “ຄົນ​ຝູງ​ນ້ອຍ” ແລະ​ກ່າວ​ອີກ​ວ່າ​ພະອົງ​ຍັງ​ມີ “ຝູງ​ແກະ​ອື່ນ” ເຊິ່ງ​ບໍ່​ແມ່ນ​ຝູງ​ດຽວ​ກັບ​ກຸ່ມ​ນັ້ນ.—ລືກາ 12:32; ໂຢຮັນ 10:16.

2. ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ສົ່ງເສີມ​ຄວາມ​ຍຸຕິທຳ​ແທ້. ພະ​ເຍຊູ​ຊີ້​ໃຫ້​ເຫັນ​ວ່າ​ລາຊະອານາຈັກ​ຈະ​ກຳຈັດ​ຄວາມ​ບໍ່​ຍຸຕິທຳ​ທີ່​ມີ​ຢູ່​ມາກ​ມາຍ​ດ້ວຍ​ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເຢໂຫວາ​ເປັນ​ທີ່​ນັບຖື​ແລະ​ກຳຈັດ​ຄຳ​ຕິຕຽນ​ທີ່​ຊາຕານ​ໄດ້​ກໍ່​ໄວ້​ຕັ້ງ​ແຕ່​ການ​ກະບົດ​ໃນ​ສວນ​ເອເດນ. (ມັດທາຍ 6:9, 10) ພະ​ເຍຊູ​ຍັງ​ສະແດງ​ວ່າ​ພະອົງ​ບໍ່​ເຫັນ​ແກ່​ໜ້າ​ຜູ້​ໃດ​ດ້ວຍ​ການ​ສັ່ງ​ສອນ​ທັງ​ຊາຍ​ແລະ​ຍິງ​ທຸກໆມື້ ທັງ​ຄົນ​ຮັ່ງມີ​ແລະ​ຄົນ​ທຸກ​ຍາກ ໂດຍ​ບໍ່​ມີ​ການ​ແບ່ງ​ແຍກ. ເຖິງ​ແມ່ນ​ວ່າ​ພະອົງ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສັ່ງ​ສອນ​ຊາວ​ອິດສະລາແອນ​ເປັນ​ສ່ວນ​ໃຫຍ່ ພະອົງ​ກໍ​ຍັງ​ພະຍາຍາມ​ສັ່ງ​ສອນ​ຊາວ​ສະມາລີ​ແລະ​ຄົນ​ຕ່າງ​ຊາດ​ນຳ. ບໍ່​ຄື​ກັບ​ຫົວ​ໜ້າ​ສາສະໜາ​ໃນ​ສະໄໝ​ຂອງ​ພະອົງ ພະອົງ​ບໍ່​ມີ​ອະຄະຕິ​ຫຼື​ເລືອກ​ທີ່​ຮັກ​ມັກ​ທີ່​ຊັງ.

3. ລາຊະອານາຈັກ​ຂອງ​ພະເຈົ້າ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້. ພະ​ເຍຊູ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ມີ​ຄວາມ​ປັ່ນປ່ວນ​ທາງ​ການ​ເມືອງ. ບ້ານ​ເມືອງ​ຂອງ​ພະອົງ​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຄົນ​ຕ່າງ​ຊາດ. ແນວ​ໃດ​ກໍ​ຕາມ ເມື່ອ​ມີ​ຄົນ​ພະຍາຍາມ​ໃຫ້​ພະອົງ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ການ​ເມືອງ​ໃນ​ເວລາ​ນັ້ນ ພະອົງ​ຈຶ່ງ​ໄດ້​ຫຼີກ​ໜີ. (ໂຢຮັນ 6:14, 15) ພະອົງ​ບອກ​ນັກ​ການ​ເມືອງ​ຜູ້​ໜຶ່ງ​ວ່າ “ແຜ່ນດິນ​ຂອງ​ເຮົາ​ບໍ່​ເປັນ​ແຕ່ [“ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ,” ລ.ມ.] ໂລກ​ນີ້.” (ໂຢຮັນ 18:36) ພະອົງ​ໄດ້​ເວົ້າ​ກັບ​ຜູ້​ຕິດ​ຕາມ​ວ່າ “ທ່ານ​ບໍ່​ຢູ່​ຝ່າຍ​ມະນຸດສະໂລກ.” (ໂຢຮັນ 15:19) ພະອົງ​ບໍ່​ຍອມ​ໃຫ້​ເຂົາ​ເຈົ້າ​ໃຊ້​ອາວຸດ ແມ່ນ​ແຕ່​ການ​ໃຊ້​ເພື່ອ​ຈະ​ປົກ​ປ້ອງ​ພະອົງ.—ມັດທາຍ 26:51, 52.

“ພະອົງ​ໄດ້ . . . ໄປ​ຕາມ​ເມືອງ​ແລະ​ຕາມ​ຫມູ່​ບ້ານ​ເພື່ອ​ປະກາດ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.”ລືກາ 8:1 ລ.ມ.

4. ການ​ປົກຄອງ​ຂອງ​ພະ​ຄລິດ​ໃຊ້​ຄວາມ​ຮັກ​ເປັນ​ພື້ນຖານ. ພະ​ເຍຊູ​ສັນຍາ​ວ່າ​ຈະ​ໃຫ້​ຜູ້​ຄົນ​ໄດ້​ຮັບ​ຄວາມ​ສົດ​ຊື່ນ ຫລຸດ​ຜ່ອນ​ພາລະ​ໜັກ​ຂອງ​ເຂົາ​ເຈົ້າ. (ມັດທາຍ 11:28-30) ພະອົງ​ປະຕິບັດ​ໃນ​ສິ່ງ​ທີ່​ພະອົງ​ກ່າວ​ໄວ້. ພະອົງ​ໃຫ້​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ​ເຊິ່ງ​ໃຊ້​ໄດ້​ເພື່ອ​ຈັດການ​ກັບ​ຄວາມ​ກັງວົນ ການ​ປັບ​ປຸງ​ສາຍ​ສຳພັນ ຕໍ່​ສູ້​ກັບ​ການ​ນິຍົມ​ວັດຖຸ ແລະ​ການ​ພົບ​ຄວາມ​ສຸກ. (ມັດທາຍ​ບົດ 5-7) ເນື່ອງ​ຈາກ​ພະອົງ​ສະແດງ​ຄວາມ​ຮັກ ພະອົງ​ຈຶ່ງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ຄົນ​ຈາກ​ທຸກໆພື້ນເພ—ແມ່ນ​ແຕ່​ຄົນ​ທີ່​ຖືກ​ກົດ​ຂີ່​ຂົ່ມເຫງ​ຢ່າງ​ໜັກ​ກໍ​ເຂົ້າ​ຫາ​ພະອົງ​ໄດ້​ຢ່າງ​ສະດວກ​ໃຈ ເຂົາ​ເຈົ້າ​ຮູ້​ວ່າ​ພະອົງ​ຈະ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຢ່າງ​ກະລຸນາ​ແລະ​ໃຫ້​ກຽດ. ພະ​ເຍຊູ​ຈະ​ຕ້ອງ​ເປັນ​ຜູ້​ປົກຄອງ​ທີ່​ຍອດ​ຢ້ຽມ​ແທ້ໆ!

ມີ​ວິທີ​ອື່ນ​ທີ່​ມີ​ພະລັງ​ຫຼາຍ​ເຊິ່ງ​ພະ​ເຍຊູ​ໄດ້​ສອນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ພະອົງ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ. ເປັນ​ຫຍັງ​ພະອົງ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ? ໃຫ້​ເຮົາ​ລອງ​ພິຈາລະນາ​ເບິ່ງ.

—ຂໍ້​ມູນ​ມາ​ຈາກ​ມັດທາຍ ມາລະໂກ ລືກາ ແລະ​ໂຢຮັນ.