ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝວດ 2

ອຸທິຍານ​ໄດ້​ສູນ​ເສຍ​ໄປ

ອຸທິຍານ​ໄດ້​ສູນ​ເສຍ​ໄປ

ທູດ​ສະຫວັນ​ທີ່​ຂືນ​ອຳນາດ​ຕົນ​ໜຶ່ງ​ຊັກ​ຈູງ​ມະນຸດ​ຊາຍ​ຍິງ​ຄູ່​ທຳອິດ​ອາດາມ​ແລະ​ເອວາ​ໃຫ້​ປະຕິເສດ​ການ​ປົກຄອງ​ຂອງ​ພະເຈົ້າ. ຜົນ​ກໍ​ຄື​ຄວາມ​ບາບ​ແລະ​ຄວາມ​ຕາຍ​ໄດ້​ເຂົ້າ​ມາ​ໃນ​ໂລກ

ດົນ​ນານ​ກ່ອນ​ພະເຈົ້າ​ສ້າງ​ມະນຸດ ພະອົງ​ໄດ້​ສ້າງ​ພວກ​ທູດ​ສະຫວັນ​ເຊິ່ງ​ເປັນ​ກາຍ​ວິນຍານ​ທີ່​ເຫັນ​ບໍ່​ໄດ້. ໃນ​ສວນ​ເອເດນ​ມີ​ທູດ​ສະຫວັນ​ຕົນ​ໜຶ່ງ​ໄດ້​ຂືນ​ອຳນາດ ມັນ​ກໍ​ຄື​ຊາຕານ​ພະຍາມານ ກາຍ​ວິນຍານ​ຕົນ​ນີ້​ໃຊ້​ເລ່​ຫຼ່ຽມ​ພະຍາຍາມ​ລໍ້​ລວງ​ໃຫ້​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ພະເຈົ້າ​ຫ້າມ​ບໍ່​ໃຫ້​ກິນ.

ໂດຍ​ໃຊ້​ງູ​ເປັນ​ກະບອກ​ສຽງ​ຂອງ​ມັນ ຊາຕານ​ມັນ​ສະແດງ​ວ່າ​ພະເຈົ້າ​ກີດ​ກັນ​ສິ່ງ​ເພິ່ງ​ປາຖະໜາ​ຈາກ​ຍິງ​ນັ້ນ​ແລະ​ຜົວ​ຂອງ​ລາວ. ທູດ​ສະຫວັນ​ຕົນ​ນັ້ນ​ບອກ​ເອວາ​ວ່າ​ຫາກ​ລາວ​ແລະ​ຜົວ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ຫ້າມ​ບໍ່​ໃຫ້​ກິນ ເຂົາ​ເຈົ້າ​ຈະ​ບໍ່ ຕາຍ​ດອກ. ຊາຕານ​ກ່າວ​ຫາ​ວ່າ​ພະເຈົ້າ​ຕົວະ​ມະນຸດ. ຜູ້​ຫຼອກ​ລວງ​ສະເໜີ​ໃຫ້​ການ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ເປັນ​ຕາ​ດຶງ​ດູດ​ໃຈ​ເຊິ່ງ​ຈະ​ຮູ້​ແຈ້ງ​ແລະ​ໄດ້​ເສລີ​ພາບ. ແຕ່​ນັ້ນ​ໃນ​ຕົວ​ຈິງ​ເປັນ​ການ​ຕົວະ ທີ່​ຈິງ​ເປັນ​ຄຳ​ຕົວະ​ທຳອິດ​ຢູ່​ແຜ່ນດິນ​ໂລກ. ແຕ່​ເນື້ອ​ແທ້​ຂອງ​ປະເດັນ​ຕ່າງໆແມ່ນ​ເລື່ອງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ໝາຍ​ຄວາມ​ວ່າ​ພະເຈົ້າ​ມີ​ສິດ​ຈະ​ປົກຄອງ​ບໍ ຫຼື​ພະອົງ​ດຳເນີນ​ການ​ປົກຄອງ​ຢ່າງ​ຊອບທຳ​ແລະ​ເພື່ອ​ຜົນ​ປະໂຫຍດ​ສູງ​ສຸດ​ຂອງ​ປະຊາຊົນ​ບໍ.

ເອວາ​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ. ລາວ​ເລີ່ມ​ເຫັນ​ວ່າ​ໝາກ​ໄມ້​ນັ້ນ​ເປັນ​ຕາ​ກິນ​ຈຶ່ງ​ຈັບ​ໝາກ​ໄມ້​ນັ້ນ​ມາ​ກິນ​ແລ້ວ​ຍື່ນ​ໃຫ້​ຜົວ ແລ້ວ​ຜົວ​ໄດ້​ກິນ. ດັ່ງ​ນັ້ນ​ເຂົາ​ທັງ​ສອງ​ຈຶ່ງ​ກາຍ​ເປັນ​ຄົນ​ຜິດ​ບາບ. ການ​ກະທຳ​ນັ້ນ​ເບິ່ງ​ຄື​ບໍ່​ຮ້າຍແຮງ​ຈັກ​ໜ້ອຍ ແຕ່​ທີ່​ຈິງ​ແລ້ວ​ເປັນ​ການ​ຂືນ​ອຳນາດ. ໂດຍ​ການ​ຈົງໃຈ​ຝ່າ​ຝືນ​ພະ​ບັນຊາ​ຂອງ​ພະເຈົ້າ ອາດາມ​ແລະ​ເອວາ​ປະຕິເສດ​ການ​ປົກຄອງ​ຂອງ​ພະ​ຜູ້​ສ້າງ​ທີ່​ໃຫ້​ທຸກ​ສິ່ງ​ແກ່​ເຂົາ​ເຈົ້າ​ລວມ​ທັງ​ຊີວິດ​ທີ່​ສົມບູນ​ແບບ.

ເຊື້ອ​ສາຍ “ຈະ​ຢຽບ​ຫົວ​ເຈົ້າ​ໃຫ້​ແຕກ ແລະ​ເຈົ້າ​ຈະ​ທຳ​ໃຫ້​ສົ້ນ​ຕີນ​ເພິ່ນ​ບວມ​ຊໍ້າ​ໄປ.”ຕົ້ນເດີມ 3:15

ພະເຈົ້າ​ໄດ້​ແຈ້ງ​ໂທດ​ຕໍ່​ຜູ້​ຂືນ​ອຳນາດ​ຕາມ​ການ​ກະທຳ​ຂອງ​ເຂົາ​ເຈົ້າ. ພະອົງ​ບອກ​ລ່ວງ​ໜ້າ​ເຖິງ​ເຊື້ອ​ສາຍ​ຕາມ​ຄຳ​ສັນຍາ​ຫຼື​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຈະ​ມາ​ທຳລາຍ​ຊາຕານ​ເຊິ່ງ​ມີ​ການ​ໃຫ້​ພາບ​ເປັນ​ງູ. ພະເຈົ້າ​ເລື່ອນ​ການ​ດຳເນີນ​ການ​ປະຫານ​ອາດາມ​ແລະ​ເອວາ​ໂດຍ​ວິທີ​ນີ້​ພະອົງ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ບໍ່​ທັນ​ເກີດ. ລູກ​ຫຼານ​ເຫຼົ່າ​ນີ້​ຈຶ່ງ​ມີ​ຄວາມ​ຫວັງ​ເນື່ອງ​ຈາກ​ຜູ້​ທີ່​ພະເຈົ້າ​ສົ່ງ​ມາ​ຈະ​ລົບ​ລ້າງ​ຜົນ​ອັນ​ໜ້າ​ເສົ້າ​ທີ່​ເກີດ​ຈາກ​ການ​ຂືນ​ອຳນາດ​ໃນ​ສວນ​ເອເດນ. ຈຸດ​ປະສົງ​ຂອງ​ພະເຈົ້າ​ກ່ຽວ​ກັບ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສຳເລັດ​ສົມ​ຈິງ​ແນວ​ໃດ ແລະ​ຜູ້​ທີ່​ຖືກ​ສົ່ງ​ມາ​ແມ່ນ​ໃຜ ຈະ​ມີ​ການ​ເປີດ​ເຜີຍ​ເປັນ​ຂັ້ນໆຂະນະ​ທີ່​ດຳເນີນ​ການ​ບັນທຶກ​ຄຳພີ​ໄບເບິນ​ຕໍ່​ໄປ.

ພະເຈົ້າ​ຂັບ​ໄລ່​ອາດາມ​ແລະ​ເອວາ​ອອກ​ຈາກ​ສວນ​ອຸທິຍານ. ຢູ່​ນອກ​ສວນ​ເອເດນ​ເພື່ອ​ຫາ​ລ້ຽງ​ຊີບ​ຈະ​ຕ້ອງ​ເຮັດ​ວຽກ​ທັງ​ໜັກ​ທັງ​ເມື່ອຍ. ຫຼັງ​ຈາກ​ນັ້ນ​ເອວາ​ກໍ​ຖື​ພາ​ແລ້ວ​ຈຶ່ງ​ເກີດ​ລູກ. ກາອີນ​ເປັນ​ລູກ​ກົກ​ຂອງ​ອາດາມ​ແລະ​ເອວາ. ສອງ​ຄົນ​ນີ້​ຍັງ​ມີ​ລູກ​ຊາຍ​ຍິງ​ອີກ​ຫຼາຍ​ຄົນ​ເຊິ່ງ​ລວມ​ທັງ​ອາເບນ​ແລະ​ເຊດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ໂນເອ.

—ຂໍ້​ມູນ​ມາ​ຈາກ​ຕົ້ນເດີມ​ບົດ 3 ເຖິງ​ບົດ 5; ຄຳປາກົດ 12:9.